ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳສັນຍາຂອງເຢບເທ

ຄຳສັນຍາຂອງເຢບເທ

ບົດ 53

ຄຳ​ສັນຍາ​ຂອງ​ເຢບເທ

ເຈົ້າ​ເຄີຍ​ເຮັດ​ຄຳ​ສັນຍາ​ເລື່ອງ​ນຶ່ງ​ເລື່ອງ​ໃດ​ບໍ ແລະ​ພາຍ​ຫຼັງ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ຮັກສາ​ຄຳ​ສັນຍາ​ນັ້ນ? ຜູ້​ຊາຍ​ຄົນ​ໃນ​ຮູບ​ນີ້​ເປັນ​ເຊັ່ນ​ນັ້ນ ແລະ​ດ້ວຍ​ເຫດ​ນັ້ນ​ເຂົາ​ຈຶ່ງ​ຮູ້ສຶກ​ເສົ້າ​ເສຍໃຈ​ຫຼາຍ. ຊາຍ​ຄົນ​ນີ້​ເປັນ​ຜູ້​ຕັດສິນ​ກ້າຫານ​ຄົນ​ນຶ່ງ​ຂອງ​ຊົນ​ຍິດສະລາເອນ​ມີ​ຊື່​ວ່າ​ເຢບເທ.

ເຢບເທ​ມີ​ຊີວິດ​ຢູ່​ໃນ​ສະໄໝ​ເມື່ອ​ຊົນ​ຍິດສະລາເອນ​ເລີກ​ນະມັດສະການ​ພະ​ເຢໂຫວາ. ພວກ​ເຂົາ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວ​ອີກ. ດັ່ງ​ນັ້ນ​ພະ​ເຢໂຫວາ​ຈຶ່ງ​ປ່ອຍ​ໃຫ້​ຊົນຊາດ​ອາມໂມນ​ເຮັດ​ອັນຕະລາຍ​ແກ່​ພວກ​ເຂົາ. ດ້ວຍ​ເຫດ​ນີ້​ຈຶ່ງ​ເຮັດ​ໃຫ້​ຊົນ​ຍິດສະລາເອນ​ຮ້ອງ​ທຸກ​ຕໍ່​ພະ​ເຢໂຫວາ​ວ່າ: ‘ພວກ​ຂ້າພະເຈົ້າ​ໄດ້​ເຮັດ​ບາບ​ຕໍ່​ພະອົງ ຂໍ​ຊ່ວຍ​ພວກ​ຂ້າພະເຈົ້າ​ເຖີດ!’

ຜູ້​ຄົນ​ຮູ້ສຶກ​ເສຍໃຈ​ສຳລັບ​ການ​ຊົ່ວ​ທີ່​ຕົນ​ໄດ້​ເຮັດ​ນັ້ນ. ພວກ​ເຂົາ​ສະແດງ​ຄວາມ​ເສຍໃຈ​ໂດຍ​ການ​ກັບ​ມາ​ນະມັດສະການ​ພະ​ເຢໂຫວາ​ອີກ. ແລະ​ດັ່ງ​ນັ້ນ​ພະ​ເຢໂຫວາ​ຊ່ວຍ​ພວກ​ເຂົາ​ອີກ.

ຜູ້​ຄົນ​ໄດ້​ເລືອກ​ເຢບເທ​ເພື່ອ​ໄປ​ຕໍ່​ສູ້​ກັບ​ຊົນຊາດ​ອາມໂມນ​ທີ່​ຊົ່ວ. ເຢບເທ​ຕ້ອງການ​ທີ່​ຈະ​ໃຫ້​ພະ​ເຢໂຫວາ​ຊ່ວຍເຫຼືອ​ເຂົາ​ຫຼາຍ​ທີ່​ສຸດ​ໃນ​ການ​ຕໍ່​ສູ້. ດັ່ງ​ນັ້ນ​ເຂົາ​ຈຶ່ງ​ສັນຍາ​ຕໍ່​ພະ⁠ເຢໂຫວາ​ວ່າ: ‘ຖ້າ​ວ່າ​ພະອົງ​ໃຫ້​ຂ້າພະເຈົ້າ​ມີ​ໄຊ​ຊະນະ​ເໜືອ​ຊາດ​ອາມໂມນ ຄົນ​ທຳອິດ​ທີ່​ອອກ​ຈາກ​ເຮືອນ​ມາ​ຕ້ອນຮັບ​ຂ້າພະເຈົ້າ ເມື່ອ​ມີ​ໄຊ​ຊະນະ​ກັບ​ມາ ຂ້າພະເຈົ້າ​ຈະ​ຖວາຍ​ຜູ້​ນັ້ນ​ແດ່​ພະອົງ.’

ພະ​ເຢໂຫວາ​ຮັບ​ຟັງ​ຄຳ​ສັນຍາ​ຂອງ​ເຢບເທ ແລະ​ພະອົງ​ຊ່ວຍ​ເຂົາ​ໃຫ້​ໄດ້​ໄຊ​ຊະນະ. ເມື່ອ​ເຢບເທ​ກັບ​ເຖິງ​ເຮືອນ ເຈົ້າ​ຮູ້​ບໍ​ວ່າ​ແມ່ນ​ໃຜ​ເປັນ​ຄົນ​ທຳອິດ​ທີ່​ອອກ​ມາ​ຕ້ອນຮັບ​ເຂົາ? ຄົນ​ນັ້ນ​ຄື​ລູກ​ສາວ​ຄົນ​ດຽວ​ຂອງ​ຕົນ. ເຢບເທ​ຮ້ອງ​ອອກ​ມາ​ວ່າ: ‘ໂອ​ລູກ​ສາວ​ຂອງ​ພໍ່! ລູກ​ນຳ​ເອົາ​ຄວາມ​ໂສກ​ເສົ້າ​ເສຍໃຈ​ມາ​ໃຫ້​ພໍ່. ແຕ່​ພໍ່​ໄດ້​ເຮັດ​ຄຳ​ສັນຍາ​ຕໍ່​ພະ​ເຢໂຫວາ​ແລ້ວ ແລະ​ພໍ່​ຈະ​ເອົາ​ຄືນ​ບໍ່​ໄດ້.’

ເມື່ອ​ລູກ​ສາວ​ຂອງ​ເຢບເທ​ຮູ້​ເລື່ອງ​ກ່ຽວ​ກັບ​ຄຳ​ສັນຍາ​ຂອງ​ພໍ່ ທຳອິດ​ນາງ​ກໍ່​ຮູ້ສຶກ​ເສຍໃຈ​ດ້ວຍ. ເພາະ​ນັ້ນ​ໝາຍ​ຄວາມ​ວ່າ​ນາງ​ຈະ​ຕ້ອງ​ຈາກ​ພໍ່​ແລະ​ເພື່ອນໆຂອງ​ນາງ​ໄປ. ແຕ່​ນາງ​ຈະ​ຕ້ອງ​ໃຊ້​ຊີວິດ​ທັງ​ໝົດ​ໃນ​ການ​ຮັບໃຊ້​ພະເຈົ້າ​ນະ​ຈຳ​ໜັກ​ອາໄສ​ທີ່​ເມືອງ​ຊີໂລ. ນາງ​ຈຶ່ງ​ບອກ​ພໍ່​ວ່າ: ‘ຫາກ​ພໍ່​ໄດ້​ເຮັດ​ຄຳ​ສັນຍາ​ຕໍ່​ພະ​ເຢໂຫວາ​ແລ້ວ ພໍ່​ຈຳຕ້ອງ​ຮັກສາ​ຄຳ​ສັນຍາ​ນັ້ນ.’

ດັ່ງ​ນັ້ນ​ລູກ​ສາວ​ຂອງ​ເຢບເທ​ຈຶ່ງ​ໄປ​ເມືອງ​ຊີໂລ ແລະ​ນາງ​ໃຊ້​ຊີວິດ​ທັງ​ໝົດ​ຂອງ​ຕົນ​ໃນ​ການ​ຮັບໃຊ້​ພະ⁠ເຢໂຫວາ⁠ນະ​ຈຳ​ໜັກ​ອາໄສ​ຂອງ​ພະອົງ. ຜູ້​ຍິງ​ແຫ່ງ​ຍິດສະລາເອນ​ໄປ​ຢາມ​ນາງ​ທີ່​ນັ້ນ ປີ​ລະ​ສີ່​ມື້​ໃນ​ທຸກ​ປີ ແລະ​ມີ​ຄວາມ​ມ່ວນ​ຊື່ນ​ດ້ວຍ​ກັນ. ຜູ້​ຄົນ​ຮັກ​ລູກ​ສາວ​ຂອງ​ເຢບເທ​ເພາະ​ວ່າ​ນາງ​ເປັນ​ຜູ້​ຮັບໃຊ້​ທີ່​ດີ​ຂອງ​ພະ​ເຢໂຫວາ.

ພວກຜູ້ຕັດສີນ 10:​6-18; 11:​1-40.