ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ງູທອງແດງ

ງູທອງແດງ

ບົດ 41

ງູ​ທອງແດງ

ງູ​ທີ່​ພັນ​ຢູ່​ຮອບ​ເສົາ​ເບິ່ງ​ຄື​ງູ​ແທ້​ບໍ? ມັນ​ບໍ່​ແມ່ນ​ງູ​ແທ້ໆ. ງູ​ນັ້ນ​ເຮັດ​ດ້ວຍ​ທອງແດງ. ພະ​ເຢໂຫວາ​ສັ່ງ​ໃຫ້​ໂມເຊ​ເອົາ​ງູ​ນັ້ນ​ພັນ​ໄວ້​ທີ່​ເສົາ ເພື່ອ​ຜູ້​ຄົນ​ຈະ​ແນມ​ເບິ່ງ​ແລ້ວ​ຈະ​ມີ​ຊີວິດ. ແຕ່​ງູ​ຕົວ​ອື່ນໆທີ່​ຢູ່​ຕາມ​ພື້ນ​ດິນ​ນັ້ນ​ເປັນ​ງູ​ແທ້. ງູ​ເຫຼົ່າ​ນີ້​ໄດ້​ກັດ​ປວງ​ຊົນ​ແລະ​ເຮັດ​ໃຫ້​ເຂົາ​ລົ້ມ​ເຈັບ​ລົງ. ເຈົ້າ​ຮູ້​ບໍ​ວ່າ​ເປັນ​ຫຍັງ?

ເພາະ​ເຫດ​ທີ່​ຊົນ​ຍິດສະລາເອນ​ເວົ້າ​ຕໍ່​ຕ້ານ​ພະເຈົ້າ​ແລະ​ໂມເຊ. ພວກ​ເຂົາ​ຈົ່ມ​ວ່າ: ‘ເປັນ​ຫຍັງ​ທ່ານ​ນຳ​ເຮົາ​ອອກ​ມາ​ຈາກ​ອີຢີບ​ເພື່ອ​ໃຫ້​ມາ​ຕາຍ​ໃນ​ປ່າ​ທຸລະກັນດານ​ນີ້? ບໍ່​ມີ​ອາຫານ​ຫຼື​ນ້ຳ​ຢູ່​ທີ່​ນີ້. ແລະ​ເຮົາ​ຈະ​ທົນ​ກິນ​ມານາ​ນີ້​ບໍ່​ໄດ້​ອີກ​ແລ້ວ.’

ແຕ່​ມານາ​ເປັນ​ອາຫານ​ທີ່​ດີ. ພະ​ເຢໂຫວາ​ປະທານ​ມານາ​ໃຫ້​ເຂົາ​ໂດຍ​ການ​ອັດສະຈັນ. ແລະ​ໂດຍ​ການ​ອັດສະຈັນ​ພະອົງ​ປະທານ​ນ້ຳ​ໃຫ້​ພວກ​ເຂົາ​ດື່ມ​ດ້ວຍ. ແຕ່​ຜູ້​ຄົນ​ບໍ່​ຮູ້ສຶກ​ຂອບໃຈ​ໃນ​ວິທີ​ທີ່​ພະເຈົ້າ​ໄດ້​ດູ​ແລ​ເອົາໃຈໃສ່​ເຂົາ. ດັ່ງ​ນັ້ນ​ພະ​ເຢໂຫວາ​ຈຶ່ງ​ສົ່ງ​ງູ​ພິດ​ເຫຼົ່າ​ນີ້​ລົງໂທດ​ຊົນ​ຍິດສະລາເອນ. ຫຼາຍ​ຄົນ​ໃນ​ພວກ​ເຂົາ​ຕາຍ​ຍ້ອນ​ງູ​ກັດ.

ໃນ​ທີ່​ສຸດ​ຜູ້​ຄົນ​ມາ​ຫາ​ໂມເຊ​ແລະ​ກ່າວ​ວ່າ: ‘ເຮົາ​ໄດ້​ເຮັດ​ບາບ ເພາະ​ວ່າ​ເຮົາ​ໄດ້​ເວົ້າ​ຕໍ່​ຕ້ານ​ພະ​ເຢໂຫວາ​ແລະ​ທ່ານ. ບັດ​ນີ້​ຂໍ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ໃຫ້​ເອົາ​ງູ​ເຫຼົ່າ​ນີ້​ໄປ​ເຖີດ.’

ດັ່ງ​ນັ້ນ​ໂມເຊ​ຈຶ່ງ​ອະທິດຖານ​ຂໍ​ເພື່ອ​ປະຊາຊົນ. ພະ​ເຢໂຫວາ​ສັ່ງ​ໂມເຊ​ໃຫ້​ເຮັດ​ງູ​ທອງແດງ​ຕົວ​ນີ້​ຂຶ້ນ. ພະອົງ​ບອກ​ວ່າ​ໃຫ້​ເອົາ​ງູ​ທອງແດງ​ນັ້ນ​ພັນ​ໄວ້​ທີ່​ເສົາ ແລະ​ໃຫ້​ທຸກ​ຄົນ​ທີ່​ຖືກ​ງູ​ກັດ​ເບິ່ງ​ຮູບ​ງູ​ນັ້ນ. ໂມເຊ​ເຮັດ​ຕາມ​ທີ່​ພະເຈົ້າ​ໄດ້​ສັ່ງ. ແລະ​ປະຊາຊົນ​ຜູ້​ທີ່​ຖືກ​ງູ​ກັດ​ເມື່ອ​ເບິ່ງ​ງູ​ທອງແດງ​ນັ້ນ​ກໍ່​ຫາຍ​ເປັນ​ປົກກະຕິ.

ເຫດການ​ນີ້​ເປັນ​ບົດຮຽນ​ສຳລັບ​ເຮົາ. ເຮົາ​ທັງ​ຫຼາຍ​ຢູ່​ໃນ​ສະພາບ​ດຽວ​ກັນ​ກັບ​ຊົນ​ຍິດສະລາເອນ​ເຫຼົ່າ​ນັ້ນ​ທີ່​ຖືກ​ງູ​ກັດ. ເຮົາ​ທຸກ​ຄົນ​ຢູ່​ໃນ​ສະພາບ​ທີ່​ຕ້ອງ​ຕາຍ. ຈົ່ງ​ມອງ​ເບິ່ງ​ຮອບໆ ແລະ​ເຈົ້າ​ຈະ​ເຫັນ​ວ່າ​ຜູ້​ຄົນ​ແກ່​ລົງ ເຈັບ​ປ່ວຍ​ແລ້ວ​ກໍ່​ຕາຍ. ທັງ​ນີ້​ເພາະ​ອາດາມ​ແລະ​ເອວາ​ມະນຸດ​ຊາຍ​ຍິງ​ຄູ່​ທຳອິດ ໄດ້​ຫັນ​ໜ້າ​ໜີ​ຈາກ​ພະ​ເຢໂຫວາ ແລະ​ພວກ​ເຮົາ​ລ້ວນ​ເປັນ​ລູກ​ຫຼານ​ຂອງ​ເຂົາ. ແຕ່​ພະ​ເຢໂຫວາ​ໄດ້​ຈັດ​ຕຽມ​ຫົນ​ທາງ​ຂຶ້ນ​ໄວ້​ເພື່ອ​ເຮົາ​ຈະ​ມີ​ຊີວິດ​ຢູ່​ໄດ້​ຕະຫຼອດ​ໄປ.

ພະ​ເຢໂຫວາ​ໄດ້​ສົ່ງ​ພະ​ເຍຊູ​ຄລິດ​ພະ​ບຸດ​ຂອງ​ພະອົງ​ມາ​ຍັງ​ແຜ່ນດິນ​ໂລກ. ພະ​ເຍຊູ​ຖືກ​ແຂວນ​ໄວ້​ເທິງ​ເສົາ ເພາະ​ຫຼາຍ​ຄົນ​ຄິດ​ວ່າ​ພະອົງ​ບໍ່​ດີ. ແຕ່​ພະ​ເຢໂຫວາ​ປະທານ​ພະ​ເຍຊູ​ເພື່ອ​ຊ່ວຍ​ຊີວິດ​ພວກ​ເຮົາ. ຖ້າ​ເຮົາ​ໝາຍ​ເພິ່ງ​ພະອົງ ປະຕິບັດ​ຕາມ​ພະອົງ​ເຮົາ​ກໍ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ. ແຕ່​ເຮົາ​ຈະ​ຮຽນ​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ເລື່ອງ​ນີ້​ພາຍ​ຫຼັງ.

ຈົດ​ເຊັນ​ບານ​ຊີ 21:​4-9; ໂຍຮັນ 3:​14, 15.