ຊາວຊົນຄາບາໂອນທີ່ສະຫຼາດ
ບົດ 48
ຊາວຊົນຄາບາໂອນທີ່ສະຫຼາດ
ຂະນະນີ້ຫຼາຍເມືອງໃນການາອານຕ່າງກໍ່ກຽມພ້ອມທີ່ຈະຕໍ່ສູ້ກັບຊົນຍິດສະລາເອນ. ພວກເຂົາຄິດວ່າຕົນຈະຊະນະໄດ້. ແຕ່ຊາວຊົນໃນເມືອງຄາບາໂອນບໍ່ໄດ້ຄິດເຊັ່ນນັ້ນ. ເຂົາເຊື່ອວ່າພະເຈົ້າຊ່ວຍຊົນຍິດສະລາເອນ ແລະເຂົາບໍ່ຕ້ອງການຕໍ່ສູ້ກັບພະເຈົ້າ. ດັ່ງນັ້ນເຈົ້າຮູ້ບໍວ່າຊາວຊົນຄາບາໂອນເຮັດປະການໃດ?
ພວກເຂົາຕັດສິນໃຈເຮັດຕິຄືວ່າຕົນອາໄສຢູ່ຫ່າງໄກ. ດັ່ງນັ້ນບາງຄົນຈຶ່ງນຸ່ງຫົ່ມເສື້ອຜ້າຂາດສ້ອຍແລະຖືເກີບແຕະຂາດ. ເຂົາເອົາກະສອບເກົ່າຂາດບັນທຸກໃສ່ຫຼັງລາ ແລະເອົາເຂົ້າຈີ່ເກົ່າແຫ້ງໃສ່ມາດ້ວຍ. ແລ້ວພວກເຂົາກໍ່ໄປຫາໂຢຊວຍແລະກ່າວວ່າ: ‘ພວກເຮົາມາຈາກດິນແດນທີ່ຢູ່ຫ່າງໄກ ເພາະວ່າເຮົາໄດ້ຍິນຂ່າວເຖິງພະເຢໂຫວາພະເຈົ້າອົງໃຫຍ່ຍິ່ງຂອງທ່ານ. ແລະເຮົາໄດ້ຍິນເຖິງບັນດາສິ່ງທີ່ພະອົງໄດ້ກະທຳເພື່ອທ່ານໃນອີຢີບ. ດ້ວຍເຫດນີ້ບັນດາຜູ້ນຳຂອງເຮົາຈຶ່ງໃຫ້ພວກເຮົາກຽມອາຫານພ້ອມສຳລັບການເດີນທາງມາຫາທ່ານແລະແຈ້ງແກ່ທ່ານວ່າ: “ພວກເຮົາເປັນຂ້າໃຊ້ຂອງທ່ານ. ຂໍສັນຍາວ່າທ່ານຈະບໍ່ເຮັດສົງຄາມກັບພວກເຮົາ.” ທ່ານກໍ່ເຫັນຢູ່ແລ້ວວ່າເສື້ອຜ້າຂອງເຮົາຂາດສ້ອຍເນື່ອງຈາກການເດີນທາງໄກແລະເຂົ້າຈີ່ກໍ່ເກົ່າແຫ້ງໄປ.’
ໂຢຊວຍແລະຜູ້ນຳອື່ນໆກໍ່ເຊື່ອຊາວຊົນຄາບາໂອນ. ດັ່ງນັ້ນເຂົາຈຶ່ງສັນຍາວ່າຈະບໍ່ສູ້ຮົບກັບຊົນເຫຼົ່ານັ້ນ. ແຕ່ສາມມື້ຕໍ່ມາເຂົາໄດ້ຊາບວ່າ ແທ້ຈິງຊາວຊົນຄາບາໂອນອາໄສຢູ່ໃກ້ໆນີ້ເອງ.
ໂຢຊວຍຖາມເຂົາວ່າ: ‘ເຫດໃດພວກເຈົ້າຈຶ່ງບອກເຮົາວ່າເຈົ້າມາຈາກດິນແດນທີ່ຫ່າງໄກ?’
ຊາວຄາບາໂອນຕອບວ່າ: ‘ພວກເຮົາເຮັດເຊັ່ນນັ້ນເພາະເຮົາໄດ້ຍິນຂ່າວວ່າພະເຢໂຫວາພະເຈົ້າຂອງທ່ານໄດ້ສັນຍາໄວ້ທີ່ຈະມອບແຜ່ນດິນການາອານນີ້ທັງໝົດໃຫ້ແກ່ພວກທ່ານ. ດັງນັ້ນພວກເຮົາຈຶ່ງຢ້ານວ່າທ່ານຈະຂ້າພວກເຮົາທຸກຄົນ.’ ແຕ່ຊົນຍິດສະລາເອນຮັກສາຄຳສັນຍາ ເຂົາບໍ່ໄດ້ຂ້າຊາວຄາບາໂອນ. ແທນທີ່ຈະເຮັດຢ່າງນັ້ນຈຶ່ງໄດ້ເຮັດໃຫ້ເຂົາເປັນຄົນຮັບໃຊ້ຂອງຕົນ.
ກະສັດແຫ່ງນະຄອນເຢຣຶຊາເລມໃຈຮ້າຍເພາະຊາວຄາບາໂອນໄດ້ເຮັດຄຳສັນຍາໄມຕີກັບຊົນຍິດສະລາເອນ. ສະນັ້ນທ່ານຈຶ່ງກ່າວກັບກະສັດອີກສີ່ອົງວ່າ: ‘ຂໍເຊີນມາແລະຊ່ວຍເຮົາຕໍ່ສູ້ຊາວເມືອງຄາບາໂອນ.’ ແລະກະສັດທັງຫ້າອົງໄດ້ເຮັດຢ່າງນັ້ນ. ຊາວຊົນຄາບາໂອນເປັນຄົນສະຫຼາດບໍທີ່ວ່າໄດ້ເຮັດຄຳສັນຍາໄມຕີກັບຊົນຍິດສະລາເອນ ຊຶ່ງບັດນີ້ຈຶ່ງໄດ້ເປັນເຫດໃຫ້ກະສັດເຫຼົ່ານີ້ມາຕໍ່ສູ້ພວກເຂົາ? ເຮົາຈະເບິ່ງດ້ວຍກັນຕໍ່ໄປ.