ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ດວງອາທິດຢຸດຢູ່ກັບທີ່

ດວງອາທິດຢຸດຢູ່ກັບທີ່

ບົດ 49

ດວງ​ອາທິດ​ຢຸດ​ຢູ່​ກັບ​ທີ່

ເບິ່ງ​ໂຢຊວຍ​ແດ່. ເຂົາ​ພວມ​ເວົ້າ​ວ່າ: ‘ດວງ​ອາທິດ ຈົ່ງ​ຢຸດ​ເຖີດ!’ ແລະ​ດວງ​ອາທິດ​ກໍ່​ຢຸດ​ຢູ່​ກັບ​ທີ່​ອີ່ຫຼີ. ດວງ​ອາທິດ​ຢຸດ​ຢູ່​ກາງ​ທ້ອງຟ້າ​ຕະຫຼອດ​ມື້​ນຶ່ງ​ເຕັມໆ. ພະ​ເຢໂຫວາ​ກະທຳ​ໃຫ້​ເຫດການ​ນີ້​ເກີດ​ຂຶ້ນ! ແຕ່​ໃຫ້​ເຮົາ​ເບິ່ງ​ຕໍ່​ໄປ​ວ່າ​ເຫດ​ໃດ​ໂຢຊວຍ​ຕ້ອງການ​ໃຫ້​ດວງ​ອາທິດ​ສ່ອງ​ແສງ​ຕໍ່​ໄປ.

ເມື່ອ​ກະສັດ​ຊົ່ວ​ຫ້າ​ອົງ​ໃນ​ແຜ່ນດິນ​ການາອານ​ເລີ່ມ​ຕໍ່​ສູ້​ກັບ​ຊາວ​ຄາບາໂອນ ຊາວ​ຄາບາໂອນ​ສົ່ງ​ຄົນ​ໄປ​ຂໍ​ໂຢຊວຍ​ໃຫ້​ມາ​ຊ່ວຍ. ເຂົາ​ຂໍຮ້ອງ​ວ່າ: ‘ຈົ່ງ​ຮີບ​ມາ​ຊ່ວຍ​ພວກ​ເຮົາ​ໄວໆເຖີດ! ຂໍ​ຊ່ວຍ​ຊີວິດ​ພວກ​ເຮົາ! ພວກ​ກະສັດ​ໃນ​ແດນ​ພູເຂົາ​ໄດ້​ຍົກ​ມາ​ເພື່ອ​ຕໍ່​ສູ້​ພວກ​ຜູ້​ຮັບໃຊ້​ຂອງ​ທ່ານ.’

ທັນໃດ​ນັ້ນ​ໂຢຊວຍ​ແລະ​ພວກ​ຜູ້​ຊາຍ​ນັກ​ຮົບ​ຂອງ​ທ່ານ​ກໍ່​ໄປ​ຊ່ວຍ. ເຂົາ​ຍ່າງ​ຕະຫຼອດ​ຄືນ. ເມື່ອ​ມາ​ເຖິງ​ເມືອງ​ຄາບາໂອນ​ແລ້ວ ພວກ​ທະຫານ​ຂອງ​ກະສັດ​ທັງ​ຫ້າ​ອົງ​ກໍ່​ຕົກໃຈ​ຢ້ານ​ແລະ​ກໍ່​ເລີ່ມ​ແລ່ນ​ໜີ​ໄປ. ແລ້ວ​ພະ​ເຢໂຫວາ​ໄດ້​ບັນດານ​ໃຫ້​ໝາກ​ເຫັບ​ກ້ອນ​ໃຫຍ່​ຕົກ​ລົງ​ມາ​ຈາກ​ທ້ອງຟ້າ ແລະ​ພວກ​ທະຫານ​ທີ່​ຕາຍ​ເນື່ອງ​ຈາກ​ໝາກ​ເຫັບ​ຕົກ​ລົງ​ທັບ​ມີ​ຫຼາຍ​ກວ່າ​ນັກ​ຮົບ​ຂອງ​ໂຢຊວຍ​ໄດ້​ຂ້າ.

ໂຢຊວຍ​ເຫັນ​ວ່າ​ໃນ​ບໍ່​ຊ້າ​ດວງ​ອາທິດ​ຈະ​ຕົກ. ທ້ອງຟ້າ​ກໍ່​ຈະ​ມືດ ແລະ​ພວກ​ທະຫານ​ເປັນ​ອັນ​ມາກ​ຂອງ​ກະສັດ​ຫ້າ​ອົງ​ກໍ່​ຈະ​ແລ່ນ​ໜີ​ໄປ​ໄດ້. ດັ່ງ​ນັ້ນ​ໂຢຊວຍ​ຈຶ່ງ​ອະທິດຖານ​ຂໍ​ຕໍ່​ພະ​ເຢໂຫວາ​ແລະ​ກ່າວ​ວ່າ: ‘ໂອ້​ດວງ​ອາທິດ ຈົ່ງ​ຢຸດ​ຢູ່​ເຖີດ!’ ແລະ​ລະຫວ່າງ​ທີ່​ດວງ​ອາທິດ​ພວມ​ສ່ອງ​ແສງ​ຕໍ່​ໄປ​ນັ້ນ ຊົນ​ຍິດສະລາເອນ​ສາມາດ​ເອົາ​ຊະນະ​ການ​ສູ້​ຮົບ​ໄດ້​ຢ່າງ​ສຳເລັດ.

ຍັງ​ມີ​ກະສັດ​ຊົ່ວ​ອີກ​ຫຼາຍ​ອົງ​ໃນ​ແຜ່ນດິນ​ການາອານ​ຜູ້​ທີ່​ກຽດ​ຊັງ​ຜູ້​ຄົນ​ຂອງ​ພະເຈົ້າ. ໂຢຊວຍ​ແລະ​ກອງທັບ​ຂອງ​ເຂົາ​ຕ້ອງ​ໃຊ້​ເວລາ​ປະມານ 6 ປີ​ເພື່ອ​ກຳຮາບ​ພວກ​ກະສັດ 31 ອົງ​ໃນ​ແຜ່ນດິນ​ນັ້ນ. ເມື່ອ​ຕີ​ແພ້​ສັດຕູ​ສຳເລັດ​ແລ້ວ ໂຢຊວຍ​ຈຶ່ງ​ຈັດການ​ແບ່ງ​ປັນ​ສ່ວນ​ແຜ່ນດິນ​ການາອານ​ອອກ​ໃຫ້​ແຕ່​ລະ​ກະກູນ​ເຫຼົ່າ​ນັ້ນ​ທີ່​ຍັງ​ຕ້ອງ​ໄດ້​ຮັບ​ດິນແດນ​ຂອງ​ຕົນ.

ຫຼາຍ​ປີ​ຜ່ານ​ໄປ ແລະ​ໃນ​ທີ່​ສຸດ​ໂຢຊວຍ​ຕາຍ​ເມື່ອ​ອາຍຸ​ໄດ້ 110 ປີ. ປະຊາຊົນ​ເຊື່ອ​ຟັງ​ພະ​ເຢໂຫວາ​ໃນ​ເມື່ອ​ໂຢຊວຍ​ແລະ​ສະຫາຍ​ຂອງ​ເຂົາ​ຍັງ​ມີ​ຊີວິດ​ຢູ່. ແຕ່​ຄັນ​ຄົນ​ດີ​ເຫຼົ່າ​ນີ້​ຕາຍ​ໄປ​ແລ້ວ ຜູ້​ຄົນ​ກໍ່​ເລີ່ມ​ເຮັດ​ສິ່ງ​ທີ່​ຊົ່ວ​ຕ່າງໆແລະ​ກໍ່​ຕົກ​ເຂົ້າ​ໃນ​ຄວາມ​ລຳບາກ. ນີ້​ແຫຼະ​ຄື​ຄາວ​ທີ່​ພວກ​ເຂົາ​ຕ້ອງການ​ຄວາມ​ຊ່ວຍເຫຼືອ​ຈາກ​ພະເຈົ້າ​ຢ່າງ​ແທ້​ຈິງ.

ໂຢຊວຍ 10:​6-15; 12:​7-24; 14:​1-5; ພວກຜູ້ຕັດສີນ 2:​8-13.