ພະເຢໂຫວາປະທານກົດໝາຍຂອງພະອົງ
ບົດ 35
ພະເຢໂຫວາປະທານກົດໝາຍຂອງພະອົງ
ປະມານສອງເດືອນພາຍຫຼັງທີ່ເຂົາອອກຈາກອີຢີບ ຊົນຍິດສະລາເອນມາເຖິງພູເຂົາຊີນາອີ ຊຶ່ງຖືກເອີ້ນອີກຊື່ນຶ່ງວ່າໂຫເຣບ. ນີ້ເປັນບ່ອນດຽວກັນທີ່ພະເຢໂຫວາໄດ້ກ່າວແກ່ໂມເຊຈາກພຸ່ມໄມ້ທີ່ມີໄຟລຸກຢູ່. ປະຊາຊົນໄດ້ຕັ້ງຄ້າຍແລະຢຸດພັກຊົ່ວຄາວຢູ່ທີ່ນີ້.
ຂະນະທີ່ຜູ້ຄົນຄອຍຖ້າຢູ່ເບື້ອງລຸ່ມ ໂມເຊປີນຂຶ້ນໄປເທິງພູເຂົາ. ທີ່ຍອດພູເຂົານັ້ນພະເຢໂຫວາບອກໂມເຊວ່າພະອົງປາຖະໜາໃຫ້ຊົນຍິດສະລາເອນເຊື່ອຟັງພະອົງແລະເປັນປະຊາຊົນພິເສດຂອງພະອົງ. ເມື່ອໂມເຊລົງມາ ເຂົາຈຶ່ງບອກຊົນຍິດສະລາເອນເຖິງສິ່ງທີ່ພະເຢໂຫວາໄດ້ຕັດ. ແລະປະຊາຊົນກ່າວວ່າເຂົາຈະເຊື່ອຟັງພະເຢໂຫວາ ເພາະວ່າເຂົາຕ້ອງການເປັນປະຊາຊົນຂອງພະອົງ.
ບັດນີ້ພະເຢໂຫວາກະທຳສິ່ງທີ່ໜ້າປະຫຼາດ. ພະອົງເຮັດໃຫ້ຍອດພູເຂົາເປັນຄວັນໄຟ ແລະກະທຳໃຫ້ມີສຽງຟ້າຮ້ອງດັງສະໜັ່ນ. ພະອົງຕັດແກ່ຜູ້ຄົນອີກດ້ວຍ: ‘ເຮົາແມ່ນພະເຢໂຫວາພະເຈົ້າຂອງເຈົ້າຜູ້ໄດ້ນຳໜ້າເຈົ້າອອກມາຈາກອີຢີບ.’ ຄັນແລ້ວພະອົງບັນຊາວ່າ: ‘ເຈົ້າຢ່າຂາບໄຫວ້ນະມັດສະການພະເຈົ້າອົງອື່ນໃດນອກຈາກເຮົາ.’
ພະເຈົ້າປະທານພະບັນຍັດຫຼືກົດໝາຍໃຫ້ຊົນຍິດສະລາເອນ ອີກເກົ້າປະການ. ຜູ້ຄົນມີຄວາມຢ້ານກົວຫຼາຍ. ເຂົາບອກໂມເຊວ່າ: ‘ຂໍໃຫ້ທ່ານເປັນຜູ້ເວົ້າກັບພວກເຮົາ ເພາະວ່າເຮົາຢ້ານຈະຕາຍຖ້າພະເຈົ້າຕັດກັບພວກເຮົາ.’
ພາຍຫຼັງພະເຢໂຫວາບອກໂມເຊວ່າ: ‘ຈົ່ງຂຶ້ນມາຫາເຮົາເທິງພູເຂົາ. ເຮົາຈະໃຫ້ແຜ່ນຫີນແກ່ເຈົ້າສອງແຜ່ນຊຶ່ງເຮົາໄດ້ຈາລຶກຂໍ້ກົດໝາຍທີ່ເຮົາປາຖະໜາໃຫ້ຜູ້ຄົນປະຕິບັດຕາມ.’ ດັ່ງນັ້ນໂມເຊຈຶ່ງຂຶ້ນໄປເທິງພູເຂົາອີກ. ເຂົາຢູ່ທີ່ນັ້ນ 40 ມື້ແລະ 40 ຄືນ.
ພະເຈົ້າມີຂໍ້ກົດໝາຍມາກຫຼາຍສຳລັບຜູ້ຄົນຂອງພະອົງ. ໂມເຊຂຽນກົດໝາຍເຫຼົ່ານີ້ລົງ. ພະເຈົ້າປະທານແຜ່ນຫີນສອງແຜ່ນໃຫ້ໂມເຊດ້ວຍ. ເທິງແຜ່ນຫີນເຫຼົ່ານີ້ ພະເຈົ້າເອງໄດ້ຂຽນກົດໝາຍ 10 ປະການທີ່ພະອົງໄດ້ຕັດແກ່ຜູ້ຄົນ. ກົດໝາຍນີ້ເອີ້ນກັນວ່າພະບັນຍັດສິບປະການ.
ພະບັນຍັດສິບປະການເປັນກົດໝາຍສຳຄັນ. ແຕ່ກົດໝາຍອື່ນໆທີ່ພະເຈົ້າປະທານໃຫ້ຊົນຍິດສະລາເອນກໍ່ສຳຄັນດ້ວຍ. ຂໍ້ນຶ່ງໃນກົດໝາຍຄື: ‘ເຈົ້າຕ້ອງຮັກພະເຢໂຫວາພະເຈົ້າຂອງເຈົ້າດ້ວຍສຸດຫົວໃຈຂອງເຈົ້າ ສຸດຈິດໃຈຂອງເຈົ້າ ສຸດຈິດວິນຍານຂອງເຈົ້າແລະສຸດກຳລັງຂອງເຈົ້າ.’ ແລະອີກຂໍ້ນຶ່ງຄື: ‘ເຈົ້າຕ້ອງຮັກເພື່ອນບ້ານຂອງເຈົ້າເໝືອນຮັກຕົວເອງ.’ ພະເຍຊູຄລິດພະບຸດຂອງພະເຈົ້າບອກວ່າ ນີ້ແຫຼະຄືຂໍ້ກົດໝາຍໃຫຍ່ທີ່ສຸດສອງປະການທີ່ພະເຢໂຫວາໃຫ້ຊົນຍິດສະລາເອນປະຊາຊົນຂອງພະອົງ. ຕອນຫຼັງໆເຮົາຈະຮຽນຫຼາຍສິ່ງຫຼາຍຢ່າງກ່ຽວກັບພະບຸດຂອງພະເຈົ້າແລະການສັ່ງສອນຂອງພະອົງ.
ອຸປະຍົກໜີ 19:1-25; 20:1-21; 24:12-18; 31:18; ພະບັນຍັດຕິທີ2 6:4-6; ລະບຽບການພວກເລວີ 19:18; ມັດທາຍ 22:36-40.