ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ລາຕົວນຶ່ງເວົ້າ

ລາຕົວນຶ່ງເວົ້າ

ບົດ 42

ລາ​ຕົວ​ນຶ່ງ​ເວົ້າ

ເຈົ້າ​ເຄີຍ​ໄດ້​ຍິນ​ເລື່ອງ​ລາ​ທີ່​ເວົ້າ​ໄດ້​ບໍ? ເຈົ້າ​ອາດ​ຕອບ​ວ່າ: ‘ບໍ່​ເຄີຍ ສັດ​ເວົ້າ​ບໍ່​ໄດ້.’ ແຕ່​ພະ​ຄຳພີ​ບອກ​ກ່ຽວ​ກັບ​ລາ​ຕົວ​ນຶ່ງ​ທີ່​ໄດ້​ເວົ້າ. ໃຫ້​ເຮົາ​ເບິ່ງ​ວ່າ​ເລື່ອງ​ນີ້​ເກີດ​ຂຶ້ນ​ໄດ້​ຢ່າງ​ໃດ?

ຊົນ​ຍິດສະລາເອນ​ຈວນ​ຈະ​ເຂົ້າ​ໄປ​ໃນ​ແຜ່ນດິນ​ການາອານ​ຢູ່​ແລ້ວ. ກະສັດ​ບາລາກ​ແຫ່ງ​ແຜ່ນດິນ​ໂມອາບ​ຢ້ານ​ຊົນ​ຍິດສະລາເອນ. ດັ່ງ​ນັ້ນ​ກະສັດ​ຈຶ່ງ​ໄດ້​ໃຊ້​ຄົນ​ໄປ​ເອີ້ນ​ຊາຍ​ທີ່​ສະຫຼາດ​ຄົນ​ນຶ່ງ ຊື່​ບາລາອາມ​ໃຫ້​ມາ​ສາບ​ແຊ່ງ​ຊົນ​ຍິດສະລາເອນ. ບາລາກ​ສັນຍາ​ຈະ​ໃຫ້​ເງິນ​ມາກ​ຫຼາຍ​ແກ່​ບາລາອາມ ດັ່ງ​ນັ້ນ​ບາລາອາມ​ກໍ່​ຂຶ້ນ​ຂີ່​ລາ​ຂອງ​ຕົນ​ແລະ​ເລີ່ມ​ເດີນ​ທາງ​ໄປ​ຫາ​ບາລາກ.

ພະ​ເຢໂຫວາ​ບໍ່​ຕ້ອງການ​ໃຫ້​ບາລາອາມ​ສາບ​ແຊ່ງ​ປະຊາຊົນ​ຂອງ​ພະອົງ. ດັ່ງ​ນັ້ນ​ພະອົງ​ສົ່ງ​ທູດ​ສະຫວັນ​ອົງ​ນຶ່ງ​ມື​ຖື​ດາບ​ຍາວ​ໄປ​ຢືນ​ຂວາງ​ທາງ​ບາລາອາມ. ບາລາອາມ​ບໍ່​ເຫັນ​ທູດ​ສະຫວັນ ແຕ່​ລາ​ເຂົາ​ເຫັນ​ໄດ້. ດັ່ງ​ນັ້ນ​ລາ​ພະຍາຍາມ​ຈະ​ຫຼີກ​ໄປ​ຈາກ​ທູດ​ສະຫວັນ ແລະ​ໃນ​ທີ່​ສຸດ​ລາ​ກໍ່​ໝອບ​ລົງ​ເທິງ​ຫົນ​ທາງ ບາລາອາມ​ຮູ້ສຶກ​ຄຽດ​ຫຼາຍ ຈຶ່ງ​ເອົາ​ໄມ້​ຕີ​ລາ​ຂອງ​ຕົນ.

ຄັນ​ແລ້ວ​ພະ​ເຢໂຫວາ​ບັນດານ​ໃຫ້​ບາລາອາມ​ໄດ້​ຍິນ​ລາ​ເວົ້າ​ກັບ​ຕົນ. ລາ​ຖາມ​ເຂົາ​ວ່າ: ‘ຂ້າພະເຈົ້າ​ໄດ້​ເຮັດ​ສິ່ງ​ໃດ​ແກ່​ທ່ານ ທ່ານ​ຈຶ່ງ​ຕີ​ຂ້າພະເຈົ້າ?’

ບາລາອາມ​ເວົ້າ​ວ່າ: ‘ເຈົ້າ​ເຮັດ​ໃຫ້​ເຮົາ​ເບິ່ງ​ເໝືອນ​ກັບ​ເປັນ​ຄົນ​ໂງ່ ຖ້າ​ເຮົາ​ມີ​ດາບ​ເຮົາ​ຈະ​ຂ້າ​ເຈົ້າ!’

ລາ​ຖາມ​ວ່າ: ‘ຂ້າພະເຈົ້າ​ເຄີຍ​ເຮັດ​ຢ່າງ​ນີ້​ກັບ​ທ່ານ​ມາ​ແຕ່​ກ່ອນ​ບໍ?’ ບາລາອາມ​ຕອບ​ວ່າ: ‘ບໍ່​ເຄີຍ.’

ແລ້ວ​ພະ​ເຢໂຫວາ​ກໍ່​ໃຫ້​ບາລາອາມ​ເຫັນ​ທູດ​ສະຫວັນ​ຖື​ດາບ​ຢືນ​ຢູ່​ເທິງ​ຖະໜົນ. ທູດ​ສະຫວັນ​ກ່າວ​ວ່າ: ‘ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຕີ​ລາ​ຂອງ​ເຈົ້າ? ເຮົາ​ມາ​ເພື່ອ​ຈະ​ກັ້ນ​ທາງ​ຂອງ​ເຈົ້າ ເພາະ​ເຈົ້າ​ບໍ່​ຄວນ​ຈະ​ໄປ​ສາບ​ແຊ່ງ​ຊົນ​ຍິດສະລາເອນ. ຖ້າ​ວ່າ​ລາ​ຂອງ​ເຈົ້າ​ບໍ່​ໄດ້​ຫຼີກ​ໄປ​ຈາກ​ເຮົາ ເຮົາ​ກໍ່​ຄົງ​ຂ້າ​ເຈົ້າ​ແລ້ວ ແຕ່​ເຮົາ​ຈະ​ບໍ່​ໃຫ້​ເປັນ​ອັນຕະລາຍ​ແກ່​ລາ​ຂອງ​ເຈົ້າ.’

ບາລາອາມ​ເວົ້າ​ວ່າ: ‘ຂ້າພະເຈົ້າ​ເຮັດ​ບາບ​ແລ້ວ. ຂ້າພະເຈົ້າ​ບໍ່​ຮູ້​ວ່າ​ທ່ານ​ຢືນ​ຢູ່​ເທິງ​ຖະໜົນ.’ ທູດ​ສະຫວັນ​ຍອມ​ໃຫ້​ບາລາອາມ​ໄປ ແລະ​ບາລາອາມ​ກໍ່​ໄປ​ຫາ​ບາລາກ. ເຂົາ​ຍັງ​ພະຍາຍາມ​ສາບ​ແຊ່ງ​ຊົນ​ຍິດສະລາເອນ ແຕ່​ແທນ​ທີ່​ຈະ​ເປັນ​ເຊັ່ນ​ນັ້ນ ພະ​ເຢໂຫວາ​ກະທຳ​ໃຫ້​ເຂົາ​ອວຍ​ພອນ​ຊົນ​ຍິດສະລາເອນ​ເຖິງ​ສາມ​ເທື່ອ.

ຈົດ​ເຊັນ​ບານ​ຊີ 21:​21-35; 22:​1-40; 23:​1-30; 24:​1-25