ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ລຶດແລະນາໂອມີ

ລຶດແລະນາໂອມີ

ບົດ 51

ລຶດ​ແລະ​ນາໂອມີ

ໃນ​ພະ​ຄຳພີ ເຈົ້າ​ຈະ​ພົບ​ໜັງສື​ເຫຼັ້ມ​ນຶ່ງ​ເອີ້ນ​ວ່າ​ລຶດ. ເປັນ​ເລື່ອງ​ກ່ຽວ​ກັບ​ຄອບຄົວ​ນຶ່ງ​ທີ່​ມີ​ຊີວິດ​ຢູ່​ໃນ​ສະໄໝ​ເມື່ອ​ປະເທດ​ຍິດສະລາເອນ​ມີ​ຜູ້​ຕັດສິນ. ລຶດ​ເປັນ​ຍິງ​ສາວ​ທີ່​ມາ​ຈາກ​ແຜ່ນດິນ​ໂມອາບ ນາງ​ບໍ່​ໄດ້​ເປັນ​ຄົນ​ໃນ​ຊົນຊາດ​ຍິດສະລາເອນ​ຂອງ​ພະເຈົ້າ. ແຕ່​ເມື່ອ​ລຶດ​ຮຽນ​ຮູ້​ເຖິງ​ເລື່ອງ​ຄວາມ​ຈິງ​ກ່ຽວ​ກັບ​ພະເຈົ້າ​ພະ​ເຢໂຫວາ ນາງ​ຈຶ່ງ​ໄດ້​ມາ​ຮັກ​ແພງ​ພະອົງ​ຫຼາຍ. ນາໂອມີ​ເປັນ​ຍິງ​ຊະລາ​ຜູ້​ຊຶ່ງ​ຊ່ວຍ​ລຶດ​ຮຽນ​ຮູ້​ເຖິງ​ພະ​ເຢໂຫວາ.

ນາໂອມີ​ເປັນ​ຍິງ​ຊາດ​ຍິດສະລາເອນ. ນາງ​ແລະ​ຜົວ​ກັບ​ລູກ​ຊາຍ​ສອງ​ຄົນ​ຍ້າຍ​ໄປ​ຢູ່​ທີ່​ແຜ່ນດິນ​ໂມອາບ​ຄາວ​ເມື່ອ​ອາຫານ​ມີ​ບໍ່​ພໍ​ກິນ​ໃນ​ແຜ່ນດິນ​ຍິດສະລາເອນ. ຕໍ່​ມາ​ມື້​ນຶ່ງ​ຜົວ​ຂອງ​ນາໂອມີ​ຕາຍ. ຫຼັງ​ຈາກ​ນັ້ນ​ລູກ​ຊາຍ​ສອງ​ຄົນ​ຂອງ​ນາໂອມີ​ແຕ່ງ​ດອງ​ກັບ​ຍິງ​ສາວ​ຊາວ​ໂມອາບ​ສອງ​ຄົນ​ຊື່​ລຶດ​ແລະ​ໂອລາຟາ. ແຕ່​ພາຍ​ຫຼັງ​ປະມານ 10 ປີ​ລູກ​ຊາຍ​ສອງ​ຄົນ​ຂອງ​ນາໂອມີ​ກໍ່​ຕາຍ. ນາໂອມີ​ແລະ​ຍິງ​ສອງ​ຄົນ​ມີ​ຄວາມ​ເສົ້າ​ໂສກ​ຫຼາຍ​ອີ່ຫຼີ! ບັດ​ນີ້​ນາໂອມີ​ຈະ​ເຮັດ​ແນວ​ໃດ?

ມື້​ນຶ່ງ​ນາໂອມີ​ຕັດສິນ​ໃຈ​ອອກ​ເດີນ​ທາງ​ໄກ​ກັບ​ບ້ານ​ໄປ​ຫາ​ຊົນຊາດ​ຂອງ​ນາງ. ລຶດ​ແລະ​ໂອລາຟາ​ປາຖະໜາ​ຢູ່​ກັບ​ນາງ ດັ່ງ​ນັ້ນ​ເຂົາ​ຈຶ່ງ​ໄປ​ດ້ວຍ​ກັນ. ແຕ່​ຫຼັງ​ຈາກ​ເຂົາ​ເດີນ​ໄປ​ຊົ່ວ​ຂະນະ​ນຶ່ງ ນາໂອມີ​ຈຶ່ງ​ຫັນ​ໜ້າ​ມາ​ເວົ້າ​ກັບ​ລູກ​ສະໃພ້​ທັງ​ສອງ​ວ່າ: ‘ຈົ່ງ​ກັບ​ບ້ານ​ແລະ​ໄປ​ຢູ່​ກັບ​ແມ່​ຂອງ​ເຈົ້າ​ເຖີດ.’

ນາໂອມີ​ຈູບ​ສັ່ງ​ລາ​ລູກ​ສະໃພ້​ທັງ​ສອງ. ຂະນະ​ນີ້​ເຂົາ​ທັງ​ສອງ​ກໍ່​ເລີ່ມ​ຮ້ອງໄຫ້ ເພາະ​ເຂົາ​ຮັກ​ນາໂອມີ​ຫຼາຍ. ເຂົາ​ທັງ​ສອງ​ກ່າວ​ວ່າ: ‘ບໍ່​ດອກ! ເຮົາ​ຈະ​ໄປ​ນຳ​ແມ່ ໄປ​ຫາ​ຊົນຊາດ​ຂອງ​ແມ່.’ ແຕ່​ນາໂອມີ​ຕອບ​ວ່າ: ‘ລູກ​ເອີຍ ລູກ​ຕ້ອງ​ກັບ​ໄປ. ຖ້າ​ລູກ​ກັບ​ໄປ​ຢູ່​ທີ່​ບ້ານ​ກໍ່​ຈະ​ດີ​ກວ່າ.’ ດັ່ງ​ນັ້ນ​ໂອລາຟາ​ຈຶ່ງ​ເລີ່ມ​ເດີນ​ທາງ​ກັບ​ບ້ານ​ຂອງ​ຕົນ. ແຕ່​ລຶດ​ບໍ່​ຍອມ​ກັບ​ໄປ.

ນາໂອມີ​ຫັນ​ໜ້າ​ເວົ້າ​ກັບ​ລຶດ​ວ່າ: ‘ໂອລາຟາ​ກໍ່​ກັບ​ໄປ​ແລ້ວ. ເຈົ້າ​ດ້ວຍ​ຈົ່ງ​ເມືອ​ບ້ານ​ກັບ​ເຂົາ​ເຖີດ.’ ແຕ່​ລຶດ​ຕອບ​ວ່າ: ‘ຂໍ​ແມ່​ຢ່າ​ພະຍາຍາມ​ໃຫ້​ລູກ​ຈາກ​ໄປ​ເລີຍ! ຂໍ​ໃຫ້​ລູກ​ໄປ​ກັບ​ແມ່​ເຖີດ. ແມ່​ຈະ​ໄປ​ໃສ​ລູກ​ຈະ​ໄປ​ດ້ວຍ ແມ່​ອາໄສ​ຢູ່​ບ່ອນ​ໃດ​ລູກ​ຈະ​ອາໄສ​ຢູ່​ທີ່​ນັ້ນ. ຊົນຊາດ​ຂອງ​ແມ່​ກໍ່​ຈະ​ເປັນ​ຂອງ​ລູກ ແລະ​ພະເຈົ້າ​ຂອງ​ແມ່​ກໍ່​ຈະ​ເປັນ​ພະເຈົ້າ​ຂອງ​ລູກ. ແມ່​ຈະ​ຕາຍ​ບ່ອນ​ໃດ​ລູກ​ຈະ​ຕາຍ​ທີ່​ນັ້ນ ແລະ​ທີ່​ນັ້ນ​ຈະ​ເປັນ​ທີ່​ຝັງ​ລູກ​ດ້ວຍ.’ ເມື່ອ​ລຶດ​ເວົ້າ​ດັ່ງ​ນີ້ ນາໂອມີ​ຈຶ່ງ​ບໍ່​ພະຍາຍາມ​ທີ່​ຈະ​ເຮັດ​ໃຫ້​ນາງ​ເມືອ​ບ້ານ​ອີກ.

ໃນ​ທີ່​ສຸດ​ຍິງ​ທັງ​ສອງ​ມາ​ເຖິງ​ປະເທດ​ຍິດສະລາເອນ. ເຂົາ​ຕັ້ງ​ຫຼັກ​ຢູ່​ທີ່​ນັ້ນ. ລຶດ​ເລີ່ມ​ເຮັດ​ວຽກ​ໃນ​ທົ່ງ​ນາ​ທັນທີ ເພາະ​ເປັນ​ລະດູ​ກ່ຽວ​ເຂົ້າ​ບາເລ. ຊາຍ​ຄົນ​ນຶ່ງ​ຊື່​ໂບອາດ​ໃຫ້​ນາງ​ເກັບ​ເຂົ້າ​ບາເລ​ໃນ​ທົ່ງ​ນາ​ຂອງ​ຕົນ. ເຈົ້າ​ຮູ້​ບໍ​ວ່າ​ຜູ້​ໃດ​ເປັນ​ແມ່​ຂອງ​ໂບອາດ? ຄື​ລາຫາບ​ຈາກ​ເມືອງ​ເຢລິໂກ.

ມື້​ນຶ່ງ​ໂບອາດ​ບອກ​ລຶດ​ວ່າ: ‘ເຮົາ​ໄດ້​ຍິນ​ທຸກ​ຢ່າງ​ກ່ຽວ​ກັບ​ເຈົ້າ ແລະ​ທີ່​ເຈົ້າ​ໄດ້​ມີ​ນ້ຳໃຈ​ກະລຸນາ​ຕໍ່​ນາໂອມີ. ເຮົາ​ຮູ້​ວ່າ​ເຈົ້າ​ໄດ້​ຈາກ​ພໍ່​ແມ່​ແລະ​ປະເທດ​ຂອງ​ເຈົ້າ ແລະ​ມາ​ອາໄສ​ຢູ່​ທ່າມກາງ​ຊົນຊາດ​ທີ່​ເຈົ້າ​ບໍ່​ຮູ້​ຈັກ​ມາ​ກ່ອນ. ຂໍ​ໃຫ້​ພະ​ເຢໂຫວາ​ກະທຳ​ຄວາມ​ດີ​ແກ່​ເຈົ້າ​ເຖີດ!’

ລຶດ​ຕອບ​ວ່າ: ‘ທ່ານ​ໄດ້​ສະແດງ​ຄວາມ​ກະລຸນາ​ແກ່​ຂ້ອຍ​ຫຼາຍ. ຂ້ອຍ​ຮູ້ສຶກ​ສະບາຍ​ໃຈ​ຂຶ້ນ​ເພາະ​ຄຳ​ເວົ້າ​ອັນ​ດີ​ງາມ​ຂອງ​ທ່ານ​ຕໍ່​ຂ້ອຍ.’ ໂບອາດ​ພໍ​ໃຈ​ກັບ​ລຶດ​ຫຼາຍ ແລະ​ບໍ່​ດົນ​ເຂົາ​ກໍ່​ໄດ້​ແຕ່ງ​ດອງ​ກັນ. ເລື່ອງ​ນີ້​ເຮັດ​ໃຫ້​ນາໂອມີ​ມີ​ຄວາມ​ສຸກ​ເບີກບານ​ບໍ່​ແມ່ນ​ໜ້ອຍ! ແຕ່​ນາໂອມີ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ອີກ​ເມື່ອ​ລຶດ​ແລະ​ໂບອາດ​ໄດ້​ລູກ​ຊາຍ​ຫົວປີ​ຊື່​ໂອເບດ. ຕໍ່​ມາ​ໂອເບດ​ກໍ່​ກາຍ​ເປັນ​ພໍ່​ເຖົ້າ​ຂອງ​ດາວິດ ຜູ້​ທີ່​ເຮົາ​ຈະ​ໄດ້​ຮຽນ​ຮູ້​ຫຼາຍ​ອີກ​ໃນ​ຕອນ​ຫຼັງ.

ປະຫວັດ​ນາງ​ລຶດ​ໃນ​ຄຳພີ​ໄບເບິນ