ລູກງົວຄຳ
ບົດ 36
ລູກງົວຄຳ
ໂອ້ ໂອ້! ບັດນີ້ປະຊາຊົນພວມເຮັດຫຍັງກັນ? ພວກເຂົາພວມໄຫວ້ວອນຕໍ່ລູກງົວ! ເປັນຫຍັງພວກເຂົາຈຶ່ງພາກັນເຮັດຢ່າງນີ້?
ເມື່ອໂມເຊຄ້າງຢູ່ເທິງພູເຂົາເປັນເວລາດົນນານ ຜູ້ຄົນພາກັນເວົ້າວ່າ: ‘ພວກເຮົາບໍ່ຮູ້ວ່າມີຫຍັງເກີດຂຶ້ນແກ່ໂມເຊແລ້ວ. ດັ່ງນັ້ນໃຫ້ເຮົາສ້າງພະເຈົ້າອົງນຶ່ງເພື່ອຈະໄດ້ນຳພວກເຮົາອອກຈາກແຜ່ນດິນນີ້.’
ອາໂລນອ້າຍຂອງໂມເຊຈຶ່ງກ່າວວ່າ: ‘ຕົກລົງ ຈົ່ງປົດຕ້າງຫູຄຳຂອງເຈົ້າອອກ ແລ້ວຈົ່ງນຳມາໃຫ້ເຮົາ.’ ເມື່ອຜູ້ຄົນນຳມາແລ້ວ ອາໂລນກໍ່ເອົາຕ້າງຫູນັ້ນມາຫຼອມເຮັດເປັນຮູບລູກງົວຄຳ. ແລະຜູ້ຄົນພາກັນກ່າວວ່າ: ‘ນີ້ຄືພະເຈົ້າຂອງເຮົາ ຜູ້ໄດ້ນຳພວກເຮົາອອກຈາກອີຢີບ!’ ຄັນແລ້ວຊົນຍິດສະລາເອນກໍ່ພາກັນຈັດງານກິນລ້ຽງໃຫຍ່ທັງມີການມ່ວນຊື່ນ ແລະຂາບໄຫວ້ນະມັດສະການຮູບລູກງົວຄຳນັ້ນ.
ເມື່ອພະເຢໂຫວາເຫັນເຫດການນີ້ ພະອົງກໍ່ຮູ້ສຶກຄຽດຫຼາຍ. ດັ່ງນັ້ນພະອົງຈຶ່ງກ່າວແກ່ໂມເຊວ່າ: ‘ຈົ່ງຮີບລົງໄປເຖີດ. ຜູ້ຄົນພວມເຮັດການຊົ່ວຮ້າຍຢ່າງຍິ່ງ. ພວກເຂົາລືມກົດໝາຍຂອງເຮົາແລ້ວແລະພວມນ້ອມຕົວລົງຂາບໄຫວ້ຮູບລູກງົວຄຳຢູ່.’
ໂມເຊຮີບເຮ່ງລົງຈາກພູເຂົາ. ແລະເມື່ອເຂົາເຂົ້າມາໃກ້ ນີ້ແຫຼະຄືສິ່ງທີ່ເຂົາເຫັນ. ຜູ້ຄົນພວມຮ້ອງເພງແລະເຕັ້ນລຳອ້ອມລ້ອມຮູບລູກງົວຄຳ! ໂມເຊຮູ້ສຶກໂກດແຄ້ນຫຼາຍທີ່ສຸດຈົນເຖິງເຂົາຖິ້ມແຜ່ນຫີນສອງແຜ່ນທີ່ຈາລຶກກົດໝາຍຕ່າງໆລົງ ແລະແຜ່ນຫີນນັ້ນໄດ້ແຕກເປັນຫຼາຍໆສ່ຽງ. ເຂົາຈຶ່ງເອົາຮູບລູກງົວຄຳນັ້ນໄປຫຼອມ. ແລ້ວເຂົາບົດມັນໃຫ້ເປັນຜົງ.
ປະຊາຊົນໄດ້ເຮັດສິ່ງທີ່ຊົ່ວແທ້ໆ. ດັ່ງນັ້ນໂມເຊຈຶ່ງບອກໃຫ້ຜູ້ຊາຍບາງຄົນຖືດາບຂອງຕົນ ແລະກ່າວວ່າ: ‘ປະຊາຊົນຊົ່ວຮ້າຍທີ່ນະມັດສະການຮູບລູກງົວຄຳຕ້ອງຕາຍ.’ ແລະດັ່ງນັ້ນພວກເຂົາໄດ້ຂ້າເຖິງ 3,000 ຄົນ! ເລື່ອງນີ້ສະແດງໃຫ້ເຫັນວ່າເຮົາຕ້ອງລະມັດລະວັງຂາບໄຫວ້ນະມັດສະການພະເຢໂຫວາແຕ່ອົງດຽວເທົ່ານັ້ນ ແລະບໍ່ແມ່ນນະມັດສະການພະເຈົ້າປອມອົງໃດເລີຍ ແມ່ນບໍ?