ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ອາຫານຊະນິດໃໝ່

ອາຫານຊະນິດໃໝ່

ບົດ 34

ອາຫານ​ຊະນິດ​ໃໝ່

ເຈົ້າ​ບອກ​ໄດ້​ບໍ​ວ່າ​ປະຊາຊົນ​ພວມ​ພາ​ກັນ​ເກັບ​ເອົາ​ຫຍັງ​ຈາກ​ພື້ນ​ດິນ? ສິ່ງ​ນັ້ນ​ເປັນ​ຄື​ນ້ຳ​ຄ້າງ​ແຂງ. ເປັນ​ເກັດ​ສີ​ຂາວ​ບາງໆ. ແຕ່​ກໍ່​ບໍ່​ແມ່ນ​ນ້ຳ​ຄ້າງ​ແຂງ ມັນ​ເປັນ​ບາງ​ຢ່າງ​ທີ່​ກິນ​ໄດ້.

ເປັນ​ເວລາ​ປະມານ​ເດືອນ​ນຶ່ງ​ເທົ່າ​ນັ້ນ​ນັບ​ຕັ້ງ​ແຕ່​ຊົນ​ຍິດສະລາເອນ​ອອກ​ຈາກ​ອີຢີບ. ພວກ​ເຂົາ​ຢູ່​ໃນ​ຖິ່ນ​ກັນ​ດານ. ທີ່​ນີ້​ມີ​ອາຫານ​ງອກ​ຂຶ້ນ​ນ້ອຍ​ຫຼາຍ ແລະ​ດັ່ງ​ນັ້ນ​ປະຊາຊົນ​ຈົ່ມ​ວ່າ: ‘ຫາກ​ພະ​ເຢໂຫວາ​ໄດ້​ຂ້າ​ພວກ​ເຮົາ​ໃນ​ອີຢີບ​ກໍ່​ຈະ​ດີ​ກວ່າ. ຢ່າງ​ນ້ອຍ​ທີ່​ສຸດ​ເຮົາ​ມີ​ອາຫານ​ກິນ​ທຸກ​ຢ່າງ​ທີ່​ເຮົາ​ຕ້ອງການ.’

ດັ່ງ​ນັ້ນ​ພະ​ເຢໂຫວາ​ບອກ​ວ່າ: ‘ເຮົາ​ຈະ​ບັນດານ​ໃຫ້​ມີ​ອາຫານ​ຕົກ​ມາ​ຈາກ​ທ້ອງຟ້າ.’ ແລະ​ນີ້​ຄື​ສິ່ງ​ທີ່​ພະ​ເຢໂຫວາ​ໄດ້​ກະທຳ. ຕື່ນ​ເຊົ້າ​ຂຶ້ນ​ມາ​ເມື່ອ​ຊົນ​ຍິດສະລາເອນ​ແລ​ເຫັນ​ມີ​ສິ່ງ​ສີ​ຂາວໆລົງ​ມາ​ທີ່​ພື້ນ​ດິນ ເຂົາ​ຈຶ່ງ​ຖາມ​ກັນ​ວ່າ: ‘ສິ່ງ​ນີ້​ຄື​ຫຍັງ?’

ໂມເຊ​ບອກ​ເຂົາ​ວ່າ: ‘ນີ້​ຄື​ອາຫານ​ທີ່​ພະ​ເຢໂຫວາ​ໃຫ້​ເຈົ້າ​ກິນ.’ ປະຊາຊົນ​ເອີ້ນ​ສິ່ງ​ນັ້ນ​ວ່າ ມານາ. ມັນ​ມີ​ລົດ​ຊາດ​ຄ້າຍ​ກັບ​ເຂົ້າໜົມ​ບາງໆທີ່​ເຮັດ​ດ້ວຍ​ນ້ຳ​ເຜີ້ງ.

ໂມເຊ​ບອກ​ປະຊາຊົນ​ວ່າ: ‘ເຈົ້າ​ຈົ່ງ​ເກັບ​ເອົາ​ໃຫ້​ພໍ​ເທົ່າ​ທີ່​ແຕ່​ລະ​ຄົນ​ຈະ​ກິນ​ໄດ້.’ ດັ່ງ​ນັ້ນ​ທຸກ​ເຊົ້າ​ພວກ​ເຂົາ​ກໍ່​ໄດ້​ເກັບ​ເອົາ​ຢ່າງ​ນີ້. ຄັນ​ເມື່ອ​ແສງ​ແດດ​ຮ້ອນ​ກ້າ ມານາ​ທີ່​ເຫຼືອ​ເທິງ​ພື້ນ​ດິນ​ກໍ່​ລະ​ລາຍ​ໄປ.

ໂມເຊ​ກ່າວ​ອີກ​ວ່າ: ‘ບໍ່​ໃຫ້​ຜູ້​ໃດ​ເກັບ​ມານາ​ໄວ້​ຈົນ​ມື້​ອື່ນ.’ ແຕ່​ມີ​ບາງ​ຄົນ​ບໍ່​ຍອມ​ຟັງ. ເຈົ້າ​ຮູ້​ບໍ​ວ່າ​ມີ​ຫຍັງ​ເກີດ​ຂຶ້ນ? ພໍ​ເຖິງ​ມື້​ອື່ນ​ເຊົ້າ ມານາ​ທີ່​ພວກ​ເຂົາ​ໄດ້​ເກັບ​ໄວ້​ນັ້ນ​ກໍ່​ເລີ່ມ​ບູດ​ເໝັນ​ແລະ​ເຕັມ​ໄປ​ດ້ວຍ​ຕົວ​ໜອນ!

ຢ່າງ​ໃດ​ກໍ່​ດີ ມີ​ແຕ່​ມື້​ດຽວ​ຕໍ່​ສັບປະດາ​ທີ່​ພະ​ເຢໂຫວາ​ສັ່ງ​ໃຫ້​ປະຊາຊົນ​ເກັບ​ມານາ​ໄດ້​ເຖິງ​ສອງ​ເທົ່າ. ມື້​ນັ້ນ​ເປັນ​ມື້​ທີ​ຫົກ. ແລະ​ພະ​ເຢໂຫວາ​ບອກ​ໃຫ້​ເກັບ​ໄວ້​ຈົນ​ເຖິງ​ມື້​ທີ​ເຈັດ ເພາະ​ວ່າ​ພະອົງ​ຈະ​ບໍ່​ດົນບັນດານ​ໃຫ້​ມານາ​ຕົກ​ລົງ​ມາ​ໃນ​ມື້​ທີ​ເຈັດ. ເມື່ອ​ເຂົາ​ເກັບ​ມານາ​ໄວ້​ຈົນ​ເຖິງ​ມື້​ທີ​ເຈັດ ມານາ​ນັ້ນ​ບໍ່​ໄດ້​ບູດ​ເໝັນ​ເປັນ​ໜອນ​ເລີຍ! ນີ້​ຄື​ການ​ອັດສະຈັນ​ອີກ​ຢ່າງ​ນຶ່ງ.

ຕະຫຼອດ​ເວລາ​ຫຼາຍ​ປີ​ທີ່​ຊົນ​ຍິດສະລາເອນ​ຢູ່​ໃນ​ຖິ່ນ​ກັນ​ດານ​ພະ​ເຢໂຫວາ​ໄດ້​ລ້ຽງ​ເຂົາ​ດ້ວຍ​ມານາ.

ອຸປະຍົກໜີ 16:1-36; ຈົດ​ເຊັນ​ບານ​ຊີ 11:7-9; ໂຢຊວຍ 5:10-12.