ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເດັກນ້ອຍຊາຍຄົນນຶ່ງຮັບໃຊ້ພະເຈົ້າ

ເດັກນ້ອຍຊາຍຄົນນຶ່ງຮັບໃຊ້ພະເຈົ້າ

ບົດ 55

ເດັກ​ນ້ອຍ​ຊາຍ​ຄົນ​ນຶ່ງ​ຮັບໃຊ້​ພະເຈົ້າ

ເດັກ​ນ້ອຍ​ຊາຍ​ຄົນ​ນີ້​ໜ້າ​ຮັກ​ດີ​ແມ່ນ​ບໍ? ເພິ່ນ​ມີ​ຊື່​ວ່າ​ຊາເມິອນ. ແລະ​ຜູ້​ຊາຍ​ທີ່​ເອົາ​ມື​ບາຍ​ເທິງ​ຫົວ​ຂອງ​ຊາເມິອນ​ຄື​ເອລີ​ມະຫາ​ປະໂລຫິດ​ຂອງ​ຊົນ​ຍິດສະລາເອນ. ຜູ້​ທີ່​ນຳ​ຊາເມິອນ​ມາ​ຫາ​ເອລີ​ຄື​ເອນການາ​ພໍ່​ຂອງ​ຊາເມິອນ​ແລະ​ອານາ​ຜູ້​ເປັນ​ແມ່.

ຊາເມິອນ​ມີ​ອາຍຸ​ພຽງ​ແຕ່​ສີ່​ຫຼື​ຫ້າ​ປີ​ທໍ່​ນັ້ນ. ແຕ່​ເພິ່ນ​ຈະ​ຢູ່​ທີ່​ນີ້​ກັບ​ເອລີ​ແລະ​ປະໂລຫິດ​ຄົນ​ອື່ນໆ ນະ ທີ່​ຈຳ​ໜັກ​ອາໄສ​ຂອງ​ພະ​ເຢໂຫວາ. ເຫດ​ໃດ​ເອນການາ​ແລະ​ອານາ​ຈຶ່ງ​ອະນຸຍາດ​ໃຫ້​ເດັກ​ທີ່​ຍັງ​ນ້ອຍ​ແທ້​ຢ່າງ​ຊາເມິອນ​ໄປ​ຮັບໃຊ້​ພະ​ເຢໂຫວາ​ທີ່​ຈຳ​ໜັກ​ອາໄສ? ໃຫ້​ເຮົາ​ເບິ່ງ​ຕໍ່​ໄປ.

ບໍ່​ກີ່​ປີ​ກ່ອນ​ໜ້າ​ນີ້​ທໍ່​ນັ້ນ​ທີ່​ອານາ​ມີ​ຄວາມ​ເສົ້າໃຈ​ຫຼາຍ. ເຫດຜົນ​ກໍ່​ຄື​ວ່າ​ນາງ​ບໍ່​ສາມາດ​ມີ​ລູກ​ໄດ້​ແລະ​ນາງ​ຕ້ອງການ​ທີ່​ຈະ​ມີ​ລູກ​ສັກ​ຄົນ​ນຶ່ງ​ຫຼາຍ​ທີ່​ສຸດ. ດັ່ງ​ນັ້ນ​ມື້​ນຶ່ງ​ເມື່ອ​ອານາ​ໄດ້​ໄປ​ຢາມ​ຈຳ​ໜັກ​ອາໄສ​ຂອງ​ພະ​ເຢໂຫວາ​ນັ້ນ ນາງ​ໄດ້​ອະທິດຖານ​ວ່າ: ‘ໂອ້ ພະ​ເຢໂຫວາ ຂໍ​ຢ່າ​ລືມ​ຂ້າພະເຈົ້າ​ເຖີດ! ຖ້າ​ພະອົງ​ໂຜດ​ປະທານ​ລູກ​ຊາຍ​ຜູ້​ນຶ່ງ​ແກ່​ຂ້າພະເຈົ້າ ຂ້າພະເຈົ້າ​ຂໍ​ສັນຍາ​ວ່າ​ຈະ​ຖວາຍ​ລູກ​ຄົນ​ນັ້ນ​ແດ່​ພະອົງ ເພື່ອ​ວ່າ​ເພິ່ນ​ຈະ​ໄດ້​ຮັບໃຊ້​ພະອົງ​ຕະຫຼອດ​ຊີວິດ​ຂອງ​ເພິ່ນ.’

ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ອານາ ແລະ​ຫຼາຍ​ເດືອນ​ຕໍ່​ມາ​ນາງ​ກໍ່​ໃຫ້​ກຳເນີດ​ຊາເມິອນ. ອານາ​ຮັກ​ລູກ​ນ້ອຍ​ຂອງ​ຕົນ ແລະ​ນາງ​ຈຶ່ງ​ເລີ່ມ​ສອນ​ເພິ່ນ​ກ່ຽວ​ກັບ​ພະ​ເຢໂຫວາ​ຂະນະ​ທີ່​ຍັງ​ນ້ອຍ​ຫຼາຍ. ນາງ​ບອກ​ຜົວ​ວ່າ: ‘ທັນໃດ​ທີ່​ຊາເມິອນ​ມີ​ອາຍຸ​ພໍ​ທີ່​ຈະ​ອົດ​ນົມ​ໄດ້​ແລ້ວ ຂ້ອຍ​ກໍ່​ຈະ​ພາ​ລູກ​ໄປ​ຍັງ​ຈຳ​ໜັກ​ອາໄສ​ພະ​ເຢໂຫວາ​ເພື່ອ​ໃຫ້​ຮັບໃຊ້​ພະອົງ​ທີ່​ນັ້ນ.’

ອານາ​ແລະ​ເອນການາ​ພວມ​ເຮັດ​ດັ່ງ​ນັ້ນ​ໃນ​ຮູບ​ນີ້. ເນື່ອງ​ຈາກ​ວ່າ​ຊາເມິອນ​ໄດ້​ຮັບ​ການ​ສັ່ງ​ສອນ​ເປັນ​ຢ່າງ​ດີ​ຈາກ​ພໍ່​ແມ່ ເພິ່ນ​ກໍ່​ຍິນດີ​ທີ່​ຈະ​ສາມາດ​ຮັບໃຊ້​ພະ​ເຢໂຫວາ​ໄດ້​ນະ​ຈຳ​ໜັກ​ອາໄສ​ຂອງ​ພະອົງ. ທຸກ​ປີ​ອານາ​ແລະ​ເອນການາ​ມາ​ນະມັດສະການ​ທີ່​ກະໂຈມ​ພິເສດ​ນີ້ ແລະ​ມາ​ຢາມ​ລູກ​ນ້ອຍ​ຂອງ​ຕົນ. ອານາ​ນຳ​ເສື້ອ​ໃໝ່​ບໍ່​ມີ​ແຂນ​ທີ່​ນາງ​ໄດ້​ຫຍິບ​ໄວ້​ນັ້ນ​ມາ​ໃຫ້​ຊາເມິອນ​ທຸກ​ປີ.

ຫຼາຍ​ປີ​ຜ່ານ​ໄປ ຊາເມິອນ​ກໍ່​ຮັບໃຊ້​ພະ​ເຢໂຫວາ​ທີ່​ຈຳ​ໜັກ​ອາໄສ​ຂອງ​ພະ​ເຢໂຫວາ​ຕໍ່​ໄປ ແລະ​ພະ​ເຢໂຫວາ​ຮ່ວມ​ທັງ​ຜູ້​ຄົນ​ກໍ່​ມັກ​ເພິ່ນ. ແຕ່​ໂຫບນີ​ແລະ​ຟີເນ​ລູກ​ຊາຍ​ຂອງ​ເອລີ​ເປັນ​ຄົນ​ບໍ່​ດີ. ເຂົາ​ເຮັດ​ສິ່ງ​ຊົ່ວ​ຫຼາຍ​ຢ່າງ ແລະ​ເຮັດ​ໃຫ້​ຄົນ​ອື່ນໆບໍ່​ເຊື່ອ​ຟັງ​ພະ​ເຢໂຫວາ​ດ້ວຍ. ເອລີ​ຄວນ​ປົດ​ເຂົາ​ທັງ​ສອງ​ອອກ​ຈາກ​ໜ້າທີ່​ເປັນ​ປະໂລຫິດ ແຕ່​ເຂົາ​ບໍ່​ໄດ້​ເຮັດ​ດັ່ງ​ນັ້ນ.

ເດັກ​ຫນຸ່ມ​ຊາເມິອນ​ບໍ່​ຍອມ​ໃຫ້​ສິ່ງ​ຊົ່ວ​ໃດໆທີ່​ເກີດ​ຂຶ້ນ​ໃນ​ຈຳ​ໜັກ​ອາໄສ​ເປັນ​ເຫດ​ໃຫ້​ຕົນ​ເລີກ​ຮັບໃຊ້​ພະ​ເຢໂຫວາ. ແຕ່​ເພາະ​ຜູ້​ຄົນ​ຊຶ່ງ​ຮັກ​ພະ​ເຢໂຫວາ​ແທ້ໆນັ້ນ​ມີ​ນ້ອຍ ຈຶ່ງ​ເປັນ​ເວລາ​ດົນ​ມາ​ແລ້ວ​ທີ່​ພະ​ເຢໂຫວາ​ເຄີຍ​ຕັດ​ກັບ​ມະນຸດ​ຄົນ​ໃດ​ຄົນ​ນຶ່ງ. ເມື່ອ​ຊາເມິອນ​ເຕີບໂຕ​ຂຶ້ນ​ນ້ອຍ​ນຶ່ງ​ນີ້​ຄື​ເຫດການ​ທີ່​ບັງເກີດ​ຂຶ້ນ:

ເມື່ອ​ຊາເມິອນ​ນອນ​ຫຼັບ​ໃນ​ຈຳ​ໜັກ​ອາໄສ​ມີ​ສຽງ​ເວົ້າ​ຊຶ່ງ​ປຸກ​ໃຫ້​ເພິ່ນ​ຕື່ນ. ເພິ່ນ​ຕອບ​ວ່າ: ‘ຂ້າພະເຈົ້າ​ຢູ່​ນີ້.’ ແລະ​ເພິ່ນ​ລຸກ​ຂຶ້ນ​ແລະ​ແລ່ນ​ໄປ​ຫາ​ເອລີ ແລະ​ກ່າວ​ວ່າ: ‘ທ່ານ​ໄດ້​ຮຽກ​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ຢູ່​ນີ້.’

ແຕ່​ເອລີ​ຕອບ​ວ່າ: ‘ເຮົາ​ບໍ່​ໄດ້​ເອີ້ນ​ເຈົ້າ ກັບ​ໄປ​ນອນ​ເຖີດ.’ ດັ່ງ​ນັ້ນ​ຊາເມິອນ​ກໍ່​ກັບ​ໄປ​ນອນ.

ຄັນ​ແລ້ວ​ມີ​ສຽງ​ເອີ້ນ​ເທື່ອ​ທີ​ສອງ​ວ່າ: ‘ຊາເມິອນ​ເອີຍ!’ ຊາເມິອນ​ກໍ່​ລຸກ​ຂຶ້ນ​ແລະ​ແລ່ນ​ໄປ​ຫາ​ເອລີ​ອີກ​ເທື່ອ​ນຶ່ງ. ເພິ່ນ​ກ່າວ​ວ່າ: ‘ທ່ານ​ໄດ້​ເອີ້ນ​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ຢູ່​ທີ່​ນີ້.’ ເອລີ​ຕອບ​ວ່າ: ‘ລູກ​ເອີຍ ເຮົາ​ບໍ່​ໄດ້​ເອີ້ນ​ເຈົ້າ ຈົ່ງ​ຫຼົບ​ໄປ​ນອນ​ອີກ​ເຖີດ.’ ດັ່ງ​ນັ້ນ​ຊາເມິອນ​ກັບ​ນອນ​ຫຼັບ​ຕໍ່.

ມີ​ສຽງ​ເອີ້ນ​ເທື່ອ​ທີ​ສາມ​ວ່າ: ‘ຊາເມິອນ​ເອີຍ!’ ສະນັ້ນ​ຊາເມິອນ​ແລ່ນ​ໄປ​ຫາ​ເອລີ. ເພິ່ນ​ກ່າວ​ວ່າ: ‘ຂ້າພະເຈົ້າ​ຢູ່​ທີ່​ນີ້ ຄາວ​ນີ້​ທ່ານ​ຕ້ອງ​ໄດ້​ເອີ້ນ​ຂ້າພະເຈົ້າ​ແທ້.’ ຕອນ​ນີ້​ເອລີ​ຈຶ່ງ​ຮູ້​ໄດ້​ວ່າ​ຈະ​ຕ້ອງ​ແມ່ນ​ພະ​ເຢໂຫວາ​ເປັນ​ຜູ້​ທີ່​ເອີ້ນ. ດັ່ງ​ນັ້ນ​ເຂົາ​ຈຶ່ງ​ບອກ​ຊາເມິອນ​ວ່າ: ‘ຈົ່ງ​ໄປ​ນອນ​ອີກ​ທີ​ແລະ​ຖ້າ​ພະອົງ​ເອີ້ນ​ອີກ ເຈົ້າ​ຕ້ອງ​ກ່າວ​ວ່າ: “ຂໍ​ເຊີນ ພະ​ເຢໂຫວາ​ຕັດ​ເຖີດ ເພາະ​ຜູ້​ຮັບໃຊ້​ພະອົງ​ພວມ​ລໍ​ຟັງ​ຢູ່.” ’

ເມື່ອ​ພະ​ເຢໂຫວາ​ເອີ້ນ​ອີກ​ຊາເມິອນ​ກໍ່​ທູນ​ດັ່ງ​ທີ່​ວ່າ​ນີ້. ແລ້ວ​ພະ​ເຢໂຫວາ​ບອກ​ຊາເມິອນ​ວ່າ​ພະອົງ​ຈະ​ລົງໂທດ​ເອລີ​ແລະ​ລູກ​ຊາຍ​ຂອງ​ລາວ. ຕໍ່​ມາ​ໂຫບນີ​ແລະ​ຟີເນ​ຕາຍ​ໃນ​ການ​ສູ້​ຮົບ​ກັບ​ຟີລີດຕີນ ແລະ​ເມື່ອ​ເອລີ​ໄດ້​ຍິນ​ເຫດການ​ທີ່​ເກີດ​ຂຶ້ນ​ນັ້ນ ລາວ​ກໍ່​ລົ້ມ​ຫງາຍ​ລົງ​ຄໍ​ຫັກ​ແລະ​ຕາຍ​ເຊັ່ນ​ກັນ. ດັ່ງ​ນັ້ນ​ຄຳ​ຕັດ​ຂອງ​ພະ​ເຢໂຫວາ​ປາກົດ​ວ່າ​ເປັນ​ຄວາມ​ຈິງ.

ຊາເມິອນ​ເຕີບໂຕ​ເປັນ​ຜູ້​ໃຫຍ່​ແລະ​ກາຍ​ເປັນ​ຜູ້​ຕັດສິນ​ຄົນ​ສຸດ​ທ້າຍ​ຂອງ​ຊາດ​ຍິດສະລາເອນ. ເມື່ອ​ເພິ່ນ​ເຖົ້າ​ແລ້ວ​ຜູ້​ຄົນ​ມາ​ຮ້ອງ​ຂໍ​ເພິ່ນ​ວ່າ: ‘ຂໍ​ຕັ້ງ​ກະສັດ​ອົງ​ນຶ່ງ​ຂຶ້ນ​ໃຫ້​ປົກຄອງ​ເໜືອ​ພວກ​ເຮົາ​ເຖີດ.’ ຊາເມິອນ​ບໍ່​ຕ້ອງການ​ຈະ​ເຮັດ​ຢ່າງ​ນີ້ ເພາະ​ແທ້​ຈິງ​ພະ​ເຢໂຫວາ​ເປັນ​ກະສັດ​ຂອງ​ພວກ​ເຂົາ​ແລ້ວ. ແຕ່​ພະ​ເຢໂຫວາ​ບອກ​ໃຫ້​ເພິ່ນ​ຍອມ​ຟັງ​ສຽງ​ຂອງ​ປະຊາຊົນ.

1 ຊາເມິອນ 1:​1-28; 2:​11-36; 4:​16-18; 8:​4-9