ໂຢຊວຍກາຍເປັນຜູ້ນຳ
ບົດ 43
ໂຢຊວຍກາຍເປັນຜູ້ນຳ
ໂມເຊຢາກຈະເຂົ້າໄປຍັງແຜ່ນດິນການາອານກັບຊົນຍິດສະລາເອນ. ດັ່ງນັ້ນເຂົາຈຶ່ງຂໍຮ້ອງວ່າ: ‘ພະເຢໂຫວາ ຂໍໃຫ້ຂ້າພະເຈົ້າຂ້າມແມ່ນ້ຳຢູລະເດນໄປເຫັນແຜ່ນດິນອັນອຸດົມສົມບູນນັ້ນເຖີດ.’ ແຕ່ພະເຢໂຫວາກ່າວວ່າ: ‘ພໍແລ້ວ ຢ່າຊູ່ເວົ້າເລື່ອງນີ້ອີກແລ້ວ!’ ເຈົ້າຮູ້ບໍວ່າເປັນຫຍັງພະເຢໂຫວາຈຶ່ງຕັດຢ່າງນັ້ນ?
ທັງນີ້ເພາະເຫດການທີ່ເກີດຂຶ້ນເມື່ອໂມເຊຕີຫີນ. ຈື່ໄດ້ບໍ ໂມເຊແລະອາໂລນບໍ່ໄດ້ຖວາຍກຽດແດ່ພະເຢໂຫວາ. ເຂົາທັງສອງບໍ່ໄດ້ບອກແກ່ຜູ້ຄົນວ່າພະເຢໂຫວາຕ່າງຫາກທີ່ເປັນຜູ້ໃຫ້ນ້ຳອອກມາຈາກຫີນ. ເພາະເຫດນີ້ເອງພະເຢໂຫວາຈຶ່ງຕັດວ່າ ພະອົງຈະບໍ່ອະນຸຍາດໃຫ້ເຂົາທັງສອງເຂົ້າໄປໃນການາອານ.
ດັ່ງນັ້ນສອງສາມເດືອນຫຼັງຈາກທີ່ອາໂລນຕາຍ ພະເຢໂຫວາຕັດແກ່ໂມເຊວ່າ: ‘ຈົ່ງນຳໂຢຊວຍມາຢືນຕໍ່ໜ້າປະໂລຫິດເອເລອາຊາແລະຕໍ່ໜ້າປະຊາຊົນ. ຈົ່ງບອກທຸກຄົນທີ່ນັ້ນວ່າໂຢຊວຍຄືຜູ້ນຳຄົນໃໝ່.’ ໂມເຊໄດ້ເຮັດຕາມທີ່ພະເຢໂຫວາບອກ ດັ່ງທີ່ເຈົ້າເຫັນໃນຮູບນີ້.
ແລ້ວພະເຢໂຫວາບອກໂຢຊວຍວ່າ: ‘ຈົ່ງເຂັ້ມແຂງ ແລະຢ່າຊູ່ຢ້ານເລີຍ. ເຈົ້າຈະນຳຊົນອິດສະລາເອນເຂົ້າໄປໃນແຜ່ນດິນການາອານທີ່ເຮົາໄດ້ສັນຍາແກ່ພວກເຂົາ ແລະເຮົາຈະສະຖິດຢູ່ກັບເຈົ້າ.’
ຕໍ່ມາພະເຢໂຫວາຕັດໃຫ້ໂມເຊປີນຂຶ້ນເທິງຍອດພູເຂົາເນໂບໃນແຜ່ນດິນໂມອາບ. ຈາກທີ່ນັ້ນໂມເຊສາມາດມອງຂ້າມໄປແມ່ນ້ຳຢູລະເດນໄດ້ແລະເຫັນແຜ່ນດິນອັນງົດງາມຂອງປະເທດການາອານ. ພະເຢໂຫວາກ່າວວ່າ: ‘ນີ້ຄືແຜ່ນດິນຊຶ່ງເຮົາໄດ້ສັນຍາທີ່ເຮົາຈະໃຫ້ແກ່ລູກຫຼານຂອງອັບລາຫາມ ອີຊາກແລະຍາໂຄບ. ເຮົາໃຫ້ເຈົ້າເຫັນແຜ່ນດິນນັ້ນ ແຕ່ເຮົາຈະບໍ່ໃຫ້ເຈົ້າເຂົ້າໄປ.’
ໂມເຊຕາຍເທິງພູເຂົາເນໂບ ນະທີ່ນັ້ນ. ມີອາຍຸ 120 ປີ. ຍັງຄົງມີກຳລັງແຂງແຮງ ແລະສາຍຕາກໍ່ຍັງເຫັນໄດ້ດີ. ປະຊາກອນກໍ່ພາກັນເສົ້າໂສກ ແລະຮ້ອງໄຫ້ຍ້ອນໂມເຊຕາຍ. ແຕ່ເຂົາກໍ່ດີໃຈທີ່ມີໂຢຊວຍເປັນຜູ້ນຳຄົນໃໝ່ຂອງພວກເຂົາ.
ຈົດເຊັນບານຊີ 27:12-23; ພະບັນຍັດຕິທີ2 3:23-29; 31:1-8, 14-23; 32:45-52; 34:1-12.