ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໄມ້ເທົ້າຂອງອາໂລນອອກດອກ

ໄມ້ເທົ້າຂອງອາໂລນອອກດອກ

ບົດ 39

ໄມ້​ເທົ້າ​ຂອງ​ອາໂລນ​ອອກ​ດອກ

ຈົ່ງ​ເບິ່ງ​ດອກ​ໄມ້​ແລະ​ໝາກ​ບົກ​ສຸກ​ທີ່​ງອກ​ຂຶ້ນ​ຈາກ​ໄມ້​ເທົ້າ​ນີ້? ໄມ້​ເທົ້າ​ນີ້​ເປັນ​ຂອງ​ອາໂລນ. ດອກ​ແລະ​ໝາກ​ໄມ້​ສຸກ​ນີ້​ງອກ​ຈາກ​ໄມ້​ເທົ້າ​ຂອງ​ອາໂລນ​ໃນ​ຄືນ​ດຽວ​ທໍ່​ນັ້ນ! ເພາະ​ເຫດ​ໃດ?

ຊົນ​ຍິດສະລາເອນ​ໄດ້​ເລາະ​ລຽບ​ໄປ​ມາ​ໃນ​ປ່າ​ທຸລະກັນດານ​ຊົ່ວ​ເວລາ​ນຶ່ງ​ແລ້ວ. ມີ​ບາງ​ຄົນ​ຄິດ​ວ່າ​ໂມເຊ​ບໍ່​ຄວນ​ເປັນ​ຜູ້​ນຳ ແລະ​ອາໂລນ​ກໍ່​ບໍ່​ຄວນ​ເປັນ​ມະຫາ​ປະໂລຫິດ. ໂກເຣ​ເປັນ​ຜູ້​ນຶ່ງ​ທີ່​ຄິດ​ໃນ​ແງ່​ນີ້ ແລະ​ດາຖານ ອາບີຣາມ​ແລະ​ພວກ​ຫົວໜ້າ​ປະຊາຊົນ 250 ຄົນ​ກໍ່​ຄິດ​ຢ່າງ​ນັ້ນ​ດ້ວຍ. ຄົນ​ເຫຼົ່າ​ນີ້​ທັງ​ໝົດ​ມາ​ແລະ​ກ່າວ​ແກ່​ໂມເຊ​ວ່າ: ‘ເຫດ​ໃດ​ທ່ານ​ຈຶ່ງ​ຕັ້ງ​ຕົວ​ເອງ​ຂຶ້ນ​ເໜືອ​ພວກ​ເຮົາ?’

ໂມເຊ​ກ່າວ​ແກ່​ໂກເຣ​ແລະ​ຜູ້​ຕິດ​ຕາມ​ຂອງ​ເຂົາ​ວ່າ: ‘ມື້​ອື່ນ​ເຊົ້າ​ໃຫ້​ເຈົ້າ​ເອົາ​ໝໍ້​ເຜົາ​ເຄື່ອງ​ຫອມ​ແລະ​ເອົາ​ເຄື່ອງ​ຫອມ​ຫຼື​ກຳຍານ​ບັນຈຸ​ໃສ່​ໃນ​ໝໍ້​ກຳຍານ​ເຫຼົ່າ​ນັ້ນ. ແລ້ວ​ຈົ່ງ​ມາ​ທີ່​ຈຳ​ໜັກ​ອາໄສ​ຂອງ​ພະ​ເຢໂຫວາ. ພວກ​ເຮົາ​ຈະ​ໄດ້​ຮູ້​ເຫັນ​ວ່າ​ພະ​ເຢໂຫວາ​ຈະ​ເລືອກ​ເອົາ​ຜູ້​ໃດ.’

ມື້​ຕໍ່​ມາ​ໂກເຣ​ແລະ​ຜູ້​ຕິດ​ຕາມ 250 ຄົນ​ຂອງ​ເຂົາ​ກໍ່​ມາ​ຍັງ​ຈຳ​ໜັກ​ອາໄສ. ມີ​ຄົນ​ອື່ນໆອີກ​ຫຼາຍ​ຄົນ​ມາ​ເພື່ອ​ສະໜັບສະຫນູນ​ພວກ​ເຂົາ. ພະ​ເຢໂຫວາ​ຄຽດ​ຍິ່ງ. ໂມເຊ​ສັ່ງ​ວ່າ: ‘ຈົ່ງ​ໜີ​ອອກ​ຈາກ​ເຕັນ​ຫຼື​ທີ່​ອາໄສ​ຂອງ​ຄົນ​ຊົ່ວ​ພວກ​ນີ້. ຢ່າ​ແຕະ​ຕ້ອງ​ສິ່ງ​ນຶ່ງ​ສິ່ງ​ໃດ​ທີ່​ເປັນ​ຂອງ​ເຂົາ.’ ປະຊາຊົນ​ກໍ່​ເຊື່ອ​ຟັງ ແລະ​ອອກ​ໄປ​ໄກ​ຈາກ​ເຕັນ​ຫຼື​ທີ່​ອາໄສ​ຂອງ​ໂກເຣ ດາຖານ​ແລະ​ອາບີຣາມ.

ຄັນ​ແລ້ວ​ໂມເຊ​ຈຶ່ງ​ກ່າວ​ວ່າ: ‘ໂດຍ​ການ​ນີ້​ເຈົ້າ​ຈະ​ຮູ້​ວ່າ​ພະ​ເຢໂຫວາ​ໄດ້​ເລືອກ​ເອົາ​ຜູ້​ໃດ. ພື້ນ​ດິນ​ອ້າ​ປາກ​ແລະ​ກືນ​ເອົາ​ຄົນ​ຊົ່ວ​ເຫຼົ່າ​ນີ້​ລົງ​ໄປ.’

ໃນ​ທັນໃດ​ທີ່​ໂມເຊ​ຢຸດ​ເວົ້າ ພື້ນ​ດິນ​ກໍ່​ແຍກ​ອອກ. ເຕັນ​ແລະ​ຊັບ​ສົມບັດ​ສິ່ງ​ຂອງ​ຕ່າງໆຂອງ​ໂກເຣ​ແລະ​ເດ​ຖານ​ແລະ​ອາບີຣາມ​ພ້ອມ​ກັບ​ຄົນ​ເຫຼົ່າ​ນັ້ນ​ທີ່​ເຂົ້າ​ຂ້າງ​ເຂົາ​ກໍ່​ຕົກ​ລົງ​ໄປ ແລະ​ພື້ນ​ດິນ​ກໍ່​ຫຸບ​ທັບ​ຖົມ​ພວກ​ເຂົາ. ເມື່ອ​ປະຊາຊົນ​ໄດ້​ຍິນ​ສຽງ​ຮ້ອງ​ຂອງ​ຄົນ​ເຫຼົ່າ​ນັ້ນ​ທີ່​ຕົກ​ລົງ​ໄປ​ໃນ​ພື້ນ​ດິນ ພວກ​ເຂົາ​ຈຶ່ງ​ຮ້ອງ​ສຽງ​ດັງ​ວ່າ: ‘ແລ່ນ​ໜີ​ໄວໆ! ແຜ່ນດິນ​ອາດ​ຈະ​ກືນ​ພວກ​ເຮົາ​ດ້ວຍ!’

ໂກເຣ​ແລະ​ພວກ 250 ຄົນ​ຂອງ​ເຂົາ​ຍັງ​ຢູ່​ໃກ້​ຈຳ​ໜັກ​ອາໄສ​ຂອງ​ພະເຈົ້າ. ດັ່ງ​ນັ້ນ​ພະ​ເຢໂຫວາ​ສົ່ງ​ໄຟ​ລົງ​ມາ​ແລະ​ເຜົາ​ພວກ​ເຂົາ​ທັງ​ສິ້ນ. ແລ້ວ​ພະ​ເຢໂຫວາ​ສັ່ງ​ໃຫ້​ເອເລອາຊາ​ບຸດ​ຊາຍ​ຂອງ​ອາໂລນ​ເອົາ​ໝໍ້​ເຜົາ​ເຄື່ອງ​ຫອມ​ຂອງ​ພວກ​ຄົນ​ທີ່​ຕາຍ​ນັ້ນ​ແລະ​ເຮັດ​ເປັນ​ແຜ່ນ​ບາງໆເພື່ອ​ຫຸ້ມ​ແທ່ນ​ບູຊາ. ແຜ່ນ​ທີ່​ໃຊ້​ຫຸ້ມ​ແທ່ນ​ບູຊາ​ນີ້​ຈະ​ເປັນ​ເຄື່ອງ​ເຕືອນ​ໃຈ​ຊົນ​ຍິດສະລາເອນ​ວ່າ ບໍ່​ມີ​ຜູ້​ໃດ​ນອກ​ຈາກ​ອາໂລນ​ແລະ​ພວກ​ບຸດ​ຊາຍ​ຂອງ​ເຂົາ​ຄວນ​ຈະ​ປະຕິບັດ​ໜ້າທີ່​ເປັນ​ປະໂລຫິດ​ສຳລັບ​ພະ​ເຢໂຫວາ.

ແຕ່​ພະ​ເຢໂຫວາ​ຕ້ອງການ​ກະທຳ​ໃຫ້​ເປັນ​ທີ່​ແຈ່ມ​ແຈ້ງ​ຄັກ​ແນ່​ແທ້ໆວ່າ ອາໂລນ​ແລະ​ພວກ​ບຸດ​ຊາຍ​ຂອງ​ເຂົາ​ແມ່ນ​ຜູ້​ທີ່​ພະ​ເຢໂຫວາ​ໄດ້​ເລືອກ​ໃຫ້​ເປັນ​ປະໂລຫິດ. ດັ່ງ​ນັ້ນ​ພະອົງ​ສັ່ງ​ໂມເຊ​ວ່າ: ‘ຈົ່ງ​ໃຫ້​ຫົວໜ້າ​ແຕ່​ລະ​ກະກູນ​ຂອງ​ຊົນ​ຍິດສະລາເອນ​ນຳ​ເອົາ​ໄມ້​ເທົ້າ​ຂອງ​ຕົນ​ມາ. ສຳລັບ​ກະກູນ​ເລວີ ໃຫ້​ອາໂລນ​ນຳ​ເອົາ​ໄມ້​ເທົ້າ​ຂອງ​ຕົນ​ມາ. ແລ້ວ​ເອົາ​ໄມ້​ເທົ້າ​ເຫຼົ່າ​ນີ້​ມາ​ໄວ້​ໃນ​ກະໂຈມ​ວາງ​ຕໍ່​ໜ້າ​ຫີບ​ແຫ່ງ​ຄຳ​ສັນຍາ. ໄມ້​ເທົ້າ​ຂອງ​ຜູ້​ຊຶ່ງ​ເຮົາ​ໄດ້​ເລືອກ​ໃຫ້​ເປັນ​ປະໂລຫິດ​ກໍ່​ຈະ​ອອກ​ດອກ.’

ເຊົ້າ​ມື້​ຕໍ່​ມາ ເມື່ອ​ໂມເຊ​ໄປ​ເບິ່ງ ໄມ້​ເທົ້າ​ຂອງ​ອາໂລນ​ມີ​ດອກ​ແລະ​ມີ​ໝາກ​ບົກ​ສຸກ​ງອກ​ຂຶ້ນ​ມາ! ດັ່ງ​ນັ້ນ​ດຽວ​ນີ້​ເຈົ້າ​ເຫັນ​ໄດ້​ບໍ​ວ່າ​ເປັນ​ຫຍັງ​ພະ​ເຢໂຫວາ​ບັນດານ​ໃຫ້​ໄມ້​ເທົ້າ​ຂອງ​ອາໂລນ​ອອກ​ດອກ?

ຈົດ​ເຊັນ​ບານ​ຊີ 16:1-49; 17:1-11; 26:10.