ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄົນຮ່າງຍັກທີ່ແຜ່ນດິນໂລກ

ຄົນຮ່າງຍັກທີ່ແຜ່ນດິນໂລກ

ບົດ 8

ຄົນ​ຮ່າງ​ຍັກ​ທີ່​ແຜ່ນດິນ​ໂລກ

ເຈົ້າ​ຈະ​ຄິດ​ຢ່າງ​ໃດ ຖ້າ​ມີ​ໃຜ​ຄົນ​ນຶ່ງ​ຍ່າງ​ເຂົ້າ​ມາ​ຫາ​ເຈົ້າ​ແລະ​ຄົນ​ນັ້ນ​ສູງ​ຈົນ​ຫົວ​ຈຸ​ເພດານ​ເຮືອນ​ຂອງ​ເຈົ້າ? ຄົນ​ນັ້ນ​ຈະ​ຕ້ອງ​ເປັນ​ຄົນ​ຂະໜາດ​ຍັກ ໃນ​ສະໄໝ​ນຶ່ງ​ເຄີຍ​ມີ​ຄົນ​ຮ່າງ​ກາຍ​ຂະໜາດ​ຍັກ​ແທ້ໆເທິງ​ແຜ່ນດິນ​ໂລກ. ພະ​ຄຳພີ​ເປີດ​ເຜີຍ​ວ່າ​ພໍ່​ຂອງ​ພວກ​ເຫຼົ່າ​ນີ້​ຄື​ພວກ​ທູດ​ສະຫວັນ​ທີ່​ມາ​ຈາກ​ສະຫວັນ. ເລື່ອງ​ເຊັ່ນ​ນັ້ນ​ເປັນ​ໄປ​ໄດ້​ຢ່າງ​ໃດ?

ຢ່າ​ລືມ​ວ່າ ຊາຕານ​ທູດ​ສະຫວັນ​ຊົ່ວ​ນັ້ນ​ໄດ້​ເຂົ້າ​ໄປ​ກໍ່​ກວນ​ໃຫ້​ເກີດ​ຄວາມ​ຫຍຸ້ງຍາກ. ມັນ​ຍັງ​ໄດ້​ພະຍາຍາມ​ຊັກຊວນ​ໃຫ້​ທູດ​ສະຫວັນ​ຂອງ​ພະເຈົ້າ​ເຮັດ​ຊົ່ວ​ດ້ວຍ. ຕໍ່​ມາ ທູດ​ສະຫວັນ​ເຫຼົ່າ​ນີ້​ບາງ​ອົງ​ເລີ່ມ​ຕົ້ນ​ຟັງ​ຄວາມ​ຊາຕານ. ເຂົາ​ເລີກ​ເຮັດ​ການ​ງານ​ທີ່​ພະເຈົ້າ​ໄດ້​ມອບ​ໝາຍ​ໃຫ້​ເຂົາ​ເຮັດ​ໃນ​ສະຫວັນ. ແລ້ວ​ພວກ​ເຂົາ​ໄດ້​ລົງ​ມາ​ຍັງ​ແຜ່ນດິນ​ໂລກ​ນີ້​ແລະ​ໄດ້​ແປງ​ກາຍ​ເປັນ​ຮ່າງ​ກາຍ​ມະນຸດ. ເຈົ້າ​ຮູ້​ບໍ​ວ່າ​ເປັນ​ຫຍັງ?

ພະ​ຄຳພີ​ບອກ​ວ່າ ເພາະ​ລູກ​ຊາຍ​ເຫຼົ່າ​ນີ້​ຂອງ​ພະເຈົ້າ​ແລ​ເຫັນ​ພວກ​ຜູ້​ຍິງ​ທາງ​ແຜ່ນດິນ​ໂລກ​ນີ້​ງາມ ແລະ​ຕ້ອງການ​ສົມສູ່​ຢູ່​ກິນ​ກັບ​ເຂົາ. ດັ່ງ​ນັ້ນ ພວກ​ເຂົາ​ໄດ້​ລົງ​ມາ​ເທິງ​ແຜ່ນດິນ​ໂລກ​ແລະ​ໄດ້​ແຕ່ງ​ດອງ​ກັບ​ຜູ້​ຍິງ​ເຫຼົ່າ​ນີ້. ພະ​ຄຳພີ​ກ່າວ​ວ່າ​ການ​ເຮັດ​ເຊັ່ນ​ນີ້​ເປັນ​ການ​ຜິດ ເພາະ​ວ່າ​ພະເຈົ້າ​ໄດ້​ສ້າງ​ພວກ​ທູດ​ສະຫວັນ​ເພື່ອ​ໃຫ້​ຢູ່​ໃນ​ສະຫວັນ.

ຄັນ​ພວກ​ທູດ​ສະຫວັນ​ແລະ​ເມຍ​ຂອງ​ເຂົາ​ມີ​ລູກ ພວກ​ລູກໆເຫຼົ່າ​ນີ້​ໄດ້​ແຕກຕ່າງ​ອອກ​ໄປ. ທຳອິດ​ພວກ​ເຂົາ​ອາດ​ເບິ່ງ​ບໍ່​ແຕກຕ່າງ​ອອກ​ໄປ​ຫຼາຍ​ປານ​ໃດ. ເວັ້ນ​ແຕ່​ພວກ​ເຂົາ​ເຕີບໂຕ​ຂຶ້ນ​ເລື້ອຍໆແລະ​ມີ​ກຳລັງ​ແຂງແຮງ​ຂຶ້ນ​ເລື້ອຍໆ ຈົນ​ກະທັ່ງ​ເປັນ​ຄົນ​ມີ​ຮູບ​ຮ່າງ​ໃຫຍ່​ໂຕ​ຜິດ​ປົກກະຕິ​ຫຼື​ເປັນ​ຍັກ.

ພວກ​ຍັກ​ເຫຼົ່າ​ນີ້​ເປັນ​ຄົນ​ຊົ່ວ. ເພາະ​ເຂົາ​ມີ​ຮູບ​ຮ່າງ​ໃຫຍ່​ໂຕ​ແລະ​ແຂງແຮງ ເຂົາ​ເຮັດ​ໃຫ້​ຜູ້​ອື່ນ​ບາດເຈັບ. ເຂົາ​ພະຍາຍາມ​ບັງຄັບ​ໃຫ້​ທຸກ​ຄົນ​ເປັນ​ຄົນ​ຊົ່ວ​ຄື​ພວກ​ເຂົາ​ເອງ.

ເຫນົກ​ຕາຍ​ໄປ​ແລ້ວ ແຕ່​ເວລາ​ນັ້ນ​ຍັງ​ມີ​ຊາຍ​ຄົນ​ນຶ່ງ​ທີ່​ເປັນ​ຄົນ​ດີ​ເທິງ​ແຜ່ນດິນ​ໂລກ. ຊາຍ​ຄົນ​ນີ້​ມີ​ຊື່​ວ່າ​ໂນເອ. ເຂົາ​ໄດ້​ເຮັດ​ສິ່ງ​ທີ່​ພະເຈົ້າ​ຕ້ອງການ​ໃຫ້​ເຂົາ​ເຮັດ​ຢູ່​ສະເໝີ.

ມື້​ນຶ່ງ​ພະ​ເຢໂຫວາ​ໄດ້​ບອກ​ໂນເອ​ວ່າ​ເຖິງ​ເວລາ​ທີ່​ພະອົງ​ຈະ​ທຳລາຍ​ຄົນ​ຊົ່ວ​ທັງ​ໝົດ. ແຕ່​ພະເຈົ້າ​ຈະ​ຊ່ວຍ​ຊີວິດ​ໂນເອ ຄອບຄົວ​ຂອງ​ທ່ານ​ແລະ​ສັດ​ຈຳນວນ​ຫຼາຍ. ໃຫ້​ເຮົາ​ເບິ່ງ​ວ່າ​ພະເຈົ້າ​ໄດ້​ເຮັດ​ການ​ນີ້​ຢ່າງ​ໃດ.

ຕົ້ນເດິມ 6:​1-8; ຍູເດ 6.