ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊາຍຜູ້ກ້າຫານ

ຊາຍຜູ້ກ້າຫານ

ບົດ 7

ຊາຍ​ຜູ້​ກ້າຫານ

ຂະນະ​ທີ່​ຈຳນວນ​ຄົນ​ເລີ່ມ​ຕົ້ນ​ເພີ່ມ​ຂຶ້ນ​ຫຼາຍ​ເທິງ​ແຜ່ນດິນ​ໂລກ ຄົນ​ສ່ວນ​ຫຼາຍ​ໄດ້​ເຮັດ​ສິ່ງ​ບໍ່​ດີ​ຄື​ກັນ​ກັບ​ກາອີນ. ແຕ່​ມີ​ຊາຍ​ຄົນ​ນຶ່ງ​ທີ່​ແຕກຕ່າງ​ຈາກ​ເຂົາ. ຊາຍ​ຄົນ​ນີ້​ມີ​ຊື່​ວ່າ​ເຫນົກ. ເຫນົກ​ເປັນ​ຄົນ​ກ້າຫານ. ຜູ້​ຄົນ​ທັງ​ຫຼາຍ​ຢູ່​ຮອບໆທ່ານ​ນັ້ນ​ເຮັດ​ສິ່ງ​ບໍ່​ດີ ແຕ່​ເຫນົກ​ກໍ່​ຍັງ​ຄົງ​ຮັບໃຊ້​ພະເຈົ້າ​ຢູ່​ຕໍ່​ໄປ.

ເຈົ້າ​ຮູ້​ບໍ​ວ່າ​ເປັນ​ຫຍັງ​ຜູ້​ຄົນ​ໃນ​ສະໄໝ​ນັ້ນ​ເຮັດ​ສິ່ງ​ບໍ່​ດີ​ຫຼາຍ​ຢ່າງ? ເອົາ​ລະ ຈົ່ງ​ຄຶດ​ເບິ່ງ ແມ່ນ​ໃຜ​ເປັນ​ເຫດ​ເຮັດ​ໃຫ້​ອາດາມ​ແລະ​ເອວາ​ບໍ່​ເຊື່ອ​ຟັງ​ພະເຈົ້າ​ແລະ​ກິນ​ໝາກ​ໄມ້​ທີ່​ພະເຈົ້າ​ບອກ​ໄວ້​ວ່າ​ພວກ​ເຂົາ​ບໍ່​ຄວນ​ກິນ? ຖືກ​ແລ້ວ ຜູ້​ນັ້ນ​ຄື​ທູດ​ສະຫວັນ​ຊົ່ວ. ຄຳພີ​ໄບເບິນ​ໃຫ້​ຊື່​ຜູ້​ນັ້ນ​ວ່າ​ຊາຕານ. ແລະ​ມັນ​ພະຍາຍາມ​ທີ່​ຈະ​ເຮັດ​ໃຫ້​ທຸກ​ຄົນ​ເປັນ​ຄົນ​ຊົ່ວ.

ມື້​ນຶ່ງ​ພະ​ເຢໂຫວາ​ພະເຈົ້າ​ໃຫ້​ເຫນົກ​ບອກ​ຜູ້​ຄົນ​ເຖິງ​ບາງ​ຢ່າງ​ທີ່​ເຂົາ​ບໍ່​ຢາກ​ຈະ​ໄດ້​ຍິນ. ເລື່ອງ​ຄື​ວ່າ: ‘ໃນ​ມື້​ນຶ່ງ​ພະເຈົ້າ​ຈະ​ທຳລາຍ​ຄົນ​ທັງ​ຫຼາຍ​ທີ່​ເຮັດ​ຊົ່ວ.’ ເມື່ອ​ໄດ້​ຍິນ​ເຊັ່ນ​ນີ້​ຄົງ​ເຮັດ​ໃຫ້​ຜູ້​ຄົນ​ຄຽດ​ຫຼາຍ. ພວກ​ເຂົາ​ອາດ​ເຖິງ​ພະຍາຍາມ​ຈະ​ຂ້າ​ເຫນົກ. ດັ່ງ​ນັ້ນ​ເຫນົກ​ຈຳເປັນ​ຕ້ອງ​ກ້າຫານ​ແທ້ໆທີ່​ຈະ​ບອກ​ຜູ້​ຄົນ​ກ່ຽວ​ກັບ​ສິ່ງ​ທີ່​ພະເຈົ້າ​ຈະ​ກະທຳ.

ພະເຈົ້າ​ບໍ່​ໄດ້​ປ່ອຍ​ໃຫ້​ເຫນົກ​ມີ​ຊີວິດ​ຢູ່​ເປັນ​ເວລາ​ຍາວ​ນານ​ໃນ​ທ່າມກາງ​ຄົນ​ຊົ່ວ​ເຫຼົ່າ​ນັ້ນ. ເຫນົກ​ໄດ້​ມີ​ຊີວິດ​ຢູ່​ພຽງ​ແຕ່ 365 ປີ​ເທົ່າ​ນັ້ນ. ເປັນ​ຫຍັງ​ເຮົາ​ຈຶ່ງ​ເວົ້າ​ວ່າ: “ພຽງ​ແຕ່ 365 ປີ” ເທົ່າ​ນັ້ນ? ເພາະ​ຄົນ​ໃນ​ສະໄໝ​ນັ້ນ​ແຂງແຮງ​ກວ່າ​ຄົນ​ສະໄໝ​ນີ້​ແລະ​ມີ​ຊີວິດ​ຢູ່​ຍາວ​ນານ​ກວ່າ. ທີ່​ຈິງ ເມທຶເຊລາ​ລູກ​ຂອງ​ເຫນົກ​ມີ​ຊີວິດ​ຢູ່​ໄດ້​ເຖິງ 969 ປີ.

ເອົາ​ລະ ຫຼັງ​ຈາກ​ເຫນົກ​ຕາຍ​ໄປ​ແລ້ວ. ຜູ້​ຄົນ​ກໍ່​ຍິ່ງ​ຊົ່ວ​ຮ້າຍ​ໜັກ​ຂຶ້ນ. ພະ​ຄຳພີ​ກ່າວ​ວ່າ: ‘ຄວາມ​ຄຶດ​ທຸກ​ຢ່າງ​ຂອງ​ເຂົາ​ເປັນ​ເລື່ອງ​ຊົ່ວ​ຮ້າຍ​ຕະຫຼອດ​ເວລາ’ ແລະ​ເພີ່ມ​ວ່າ: ‘ແຜ່ນດິນ​ໂລກ​ຈຶ່ງ​ເຕັມ​ໄປ​ດ້ວຍ​ຄວາມ​ຮຸນແຮງ.’

ເຈົ້າ​ຮູ້​ຈັກ​ເຫດຜົນ​ອັນ​ນຶ່ງ​ບໍ່​ທີ່​ເຮັດ​ໃຫ້​ມີ​ຄວາມ​ຫຍຸ້ງຍາກ​ມາກ​ມາຍ​ເທິງ​ແຜ່ນດິນ​ໂລກ​ໃນ​ສະໄໝ​ນັ້ນ? ທັງ​ນີ້​ກໍ່​ເພາະ​ວ່າ​ຊາຕານ​ມີ​ວິທີ​ໃໝ່​ໃນ​ການ​ກໍ່​ໃຫ້​ຜູ້​ຄົນ​ເຮັດ​ສິ່ງ​ຊົ່ວ. ຕໍ່​ໄປ​ເຮົາ​ຈະ​ຮຽນ​ຮູ້​ເຖິງ​ເລື່ອງ​ນີ້.

ຕົ້ນເດິມ 5:​21-24, 27; 6:5; ເຫບເລິ 11:5; ຍູເດ 14, 15.