ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ນ້ຳຖ້ວມໃຫຍ່

ນ້ຳຖ້ວມໃຫຍ່

ບົດ 10

ນ້ຳ​ຖ້ວມ​ໃຫຍ່

ຂ້າງ​ນອກ​ເຮືອ​ນາວາ​ຜູ້​ຄົນ​ຍັງ​ດຳເນີນ​ຊີວິດ​ຕາມ​ເຄີຍ. ເຂົາ​ຍັງ​ບໍ່​ເຊື່ອ​ວ່າ​ຈະ​ເກີດ​ນ້ຳ​ຖ້ວມ. ເຂົາ​ຄົງ​ຫົວຂວັນ​ຫຼາຍ​ກວ່າ​ແຕ່​ກ່ອນ. ແຕ່​ໃນ​ບໍ່​ຊ້າ ເຂົາ​ກໍ່​ຢຸດ​ຫົວຂວັນ.

ໂດຍ​ກະທັນຫັນ​ນ້ຳ​ກໍ່​ເລີ່ມ​ຕົກ​ລົງ​ມາ. ນ້ຳ​ຫຼັ່ງ​ລົງ​ມາ​ຈາກ​ທ້ອງຟ້າ​ຄື​ຖອກ​ນ້ຳ​ອອກ​ຈາກ​ຖັງ. ໂນເອ​ເວົ້າ​ຖືກ​ຕ້ອງ​ອີ່ຫຼີ! ແຕ່​ຕອນ​ນີ້​ມັນ​ຊ້າ​ເກີນ​ໄປ​ແລ້ວ​ທີ່​ຄົນ​ໃດ​ຄົນ​ນຶ່ງ​ຈະ​ເຂົ້າ​ໄປ​ໃນ​ຫີບ​ນັ້ນ​ໄດ້. ປະຕູ​ເຮືອ​ນາວາ​ນັ້ນ​ໄດ້​ປິດ​ແໜ້ນ​ໂດຍ​ພະ​ເຢໂຫວາ​ແລ້ວ.

ໃນ​ບໍ່​ຊ້າ​ນ້ຳ​ກໍ່​ປົກ​ຄຸມ​ພື້ນ​ແຜ່ນດິນ​ຕ່ຳ​ທົ່ວ​ໄປ. ນ້ຳ​ຈຶ່ງ​ກາຍ​ເປັນ​ເໝືອນ​ແມ່ນ້ຳ​ກວ້າງ​ໃຫຍ່​ຫຼາຍ​ແມ່ນ້ຳ. ນ້ຳ​ໄຫຼ​ພັດ​ດັນ​ຕົ້ນ​ໄມ້​ແລະ​ເຮັດ​ໃຫ້​ຫີນ​ກ້ອນ​ໃຫຍ່​ກິ້ງ​ໄປ​ມາ​ແລະ​ເຮັດ​ໃຫ້​ເກີດ​ສຽງ​ສະໜັ່ນ. ຜູ້​ຄົນ​ກໍ່​ຢ້ານ​ກົວ. ເຂົາ​ປີນ​ຂຶ້ນ​ໄປ​ເນີນ​ສູງໆ. ໂອ້ ຕອນ​ນີ້​ພວກ​ເຂົາ​ຄົງ​ນຶກ​ວ່າ​ຖ້າ​ຕົນ​ໄດ້​ຍອມ​ຟັງ​ໂນເອ​ແລະ​ເຂົ້າ​ໃນ​ເຮືອ​ນາວາ​ຂະນະ​ທີ່​ປະຕູ​ຍັງ​ເປີດ​ຢູ່​ນັ້ນ​ຈະ​ເປັນ​ການ​ດີ​ຫຼາຍ​ປານ​ໃດ! ແຕ່​ບັດ​ນີ້​ກໍ່​ຊ້າ​ເກີນ​ໄປ​ແລ້ວ.

ນ້ຳ​ທະວີ​ສູງ​ຂຶ້ນ​ເລື້ອຍໆ. ນ້ຳ​ລົງ​ມາ​ຈາກ​ທ້ອງຟ້າ​ເປັນ​ເວລາ 40 ມື້​ແລະ 40 ຄືນ. ລະດັບ​ນ້ຳ​ສູງ​ຂຶ້ນ​ແລະ​ໃນ​ບໍ່​ຊ້າ​ແມ່ນ​ແຕ່​ພູເຂົາ​ສູງ​ທີ່​ສຸດ​ກໍ່​ປົກ​ຄຸມ​ໄປ​ດ້ວຍ​ນ້ຳ. ຄົນ​ແລະ​ສັດ​ທັງ​ປວງ​ທີ່​ຢູ່​ຂ້າງ​ນອກ​ຫີບ​ໃຫຍ່​ຕາຍ​ໝົດ​ຕາມ​ທີ່​ພະເຈົ້າ​ໄດ້​ບອກ​ໄວ້. ແຕ່​ວ່າ​ທຸກ​ຄົນ​ທີ່​ຢູ່​ຂ້າງ​ໃນ​ໄດ້​ຮັບ​ຄວາມ​ປອດໄພ.

ໂນເອ​ແລະ​ລູກ​ຊາຍ​ຂອງ​ເຂົາ​ໄດ້​ສ້າງ​ຫີບ​ໃຫຍ່​ນັ້ນ​ເປັນ​ຢ່າງ​ດີ. ນ້ຳ​ໄດ້​ຊຸກ​ຫນຸນ​ຫີບ​ນັ້ນ​ຂຶ້ນ ແລະ​ຫີບ​ນັ້ນ​ຈຶ່ງ​ຟູ​ຢູ່​ເທິງ​ພື້ນ​ນ້ຳ. ຕໍ່​ມາ​ມື້​ນຶ່ງ​ຫຼັງ​ຈາກ​ຝົນ​ເຊົາ​ແລ້ວ ດວງ​ອາທິດ​ກໍ່​ເລີ່ມ​ສ່ອງ​ແສງ. ເປັນ​ພາບ​ໜ້າ​ປະຫຼາດ​ຂະໜາດ​ໃດ! ມີ​ແຕ່​ມະຫາ​ສະຫມຸດ​ທຸກ​ຫົນ​ທຸກ​ແຫ່ງ. ສິ່ງ​ທີ່​ແລ​ເຫັນ​ໄດ້​ຄື​ຫີບ​ໃຫຍ່​ຫຼື​ເຮືອ​ນາວາ​ທີ່​ຟູ​ລອຍ​ຢູ່​ເທິງ​ພື້ນ​ນ້ຳ​ເທົ່າ​ນັ້ນ.

ຕອນ​ນັ້ນ​ພວກ​ຍັກ​ຫຼື​ຄົນ​ຮ່າງ​ໃຫຍ່​ກໍ່​ບໍ່​ມີ​ອີກ​ແລ້ວ. ເຂົາ​ຈະ​ບໍ່​ກັບ​ມາ​ເຮັດ​ໃຫ້​ຄົນ​ອື່ນ​ບາດເຈັບ​ອີກ​ຕໍ່​ໄປ. ພວກ​ເຫຼົ່າ​ນີ້​ພ້ອມ​ດ້ວຍ​ພວກ​ແມ່​ຂອງ​ເຂົາ​ແລະ​ຄົນ​ທີ່​ຊົ່ວ​ນອກ​ນັ້ນ​ທັງ​ໝົດ​ໄດ້​ຕາຍ​ໄປ. ແຕ່​ມີ​ອັນ​ໃດ​ເກີດ​ຂຶ້ນ​ກັບ​ພໍ່​ຂອງ​ເຂົາ?

ພໍ່​ຂອງ​ພວກ​ຍັກ​ຫຼື​ຄົນ​ຮ່າງ​ໃຫຍ່​ເຫຼົ່າ​ນັ້ນ​ບໍ່​ແມ່ນ​ມະນຸດ​ແທ້ໆຄື​ດັ່ງ​ເຮົາ. ພວກ​ເຂົາ​ເປັນ​ທູດ​ສະຫວັນ​ທີ່​ໄດ້​ລົງ​ມາ​ດຳເນີນ​ຊີວິດ​ຢ່າງ​ມະນຸດ​ຢູ່​ແຜ່ນດິນ​ໂລກ. ດັ່ງ​ນັ້ນ​ຕອນ​ເກີດ​ນ້ຳ​ຖ້ວມ​ໃຫຍ່​ພວກ​ເຂົາ​ຈຶ່ງ​ບໍ່​ໄດ້​ຕາຍ​ເໝືອນ​ຢ່າງ​ຄົນ​ອື່ນໆ. ເຂົາ​ເລີກ​ໃຊ້​ຮ່າງ​ກາຍ​ແບບ​ມະນຸດ ແລະ​ໄດ້​ກັບ​ຄືນ​ໄປ​ຢູ່​ສະຫວັນ​ໃນ​ຖານະ​ເປັນ​ທູດ​ສະຫວັນ. ແຕ່​ເຂົາ​ບໍ່​ໄດ້​ຮັບ​ອະນຸຍາດ​ເປັນ​ສ່ວນ​ປະກອບ​ໃນ​ຄອບຄົວ​ທູດ​ສະຫວັນ​ຂອງ​ພະເຈົ້າ​ຕໍ່​ໄປ. ດັ່ງ​ນັ້ນ​ເຂົາ​ຈຶ່ງ​ກາຍ​ເປັນ​ທູດ​ສະຫວັນ​ຂອງ​ຊາຕານ. ພະ​ຄຳພີ​ໄບເບິນ​ເອີ້ນ​ພວກ​ເຫຼົ່າ​ນີ້​ວ່າ​ພວກ​ຜີ​ປີ​ສາດ.

ຕອນ​ນີ້​ພະເຈົ້າ​ບັນດານ​ໃຫ້​ລົມ​ພັດ​ມາ​ແລະ​ນ້ຳ​ກໍ່​ເລີ່ມ​ລົດ​ລົງ. ຫ້າ​ເດືອນ​ຕໍ່​ມາ​ຫີບ​ໃຫຍ່​ກໍ່​ມາ​ຄ້າງ​ຢູ່​ເທິງ​ຍອດ​ພູເຂົາ​ໜ່ວຍ​ນຶ່ງ. ຫຼາຍ​ມື້​ຜ່ານ​ໄປ​ອີກ ຄົນ​ເຫຼົ່າ​ນັ້ນ​ທີ່​ຢູ່​ໃນ​ເຮືອ​ກໍ່​ສາມາດ​ແນມ​ອອກ​ໄປ​ແລະ​ເຫັນ​ຍອດ​ພູເຂົາ​ຕ່າງໆໄດ້. ນ້ຳ​ກໍ່​ຄ່ອຍໆລົດ​ລົງ​ເລື້ອຍໆ.

ຕໍ່​ມາ​ໂນເອ​ຈຶ່ງ​ປ່ອຍ​ນົກ​ດຳ​ຕົວ​ນຶ່ງ​ທີ່​ເອີ້ນ​ວ່າ​ກາ​ອອກ​ໄປ​ຈາກ​ຫີບ. ມັນ​ບິນ​ໄປ​ຊົ່ວ​ຄາວ​ແລະ​ແລ້ວ​ມັນ​ກໍ່​ກັບ​ມາ ເພາະ​ວ່າ​ມັນ​ບໍ່​ພົບ​ທີ່​ຈະ​ເກາະ​ໄດ້. ມັນ​ເຮັດ​ຢ່າງ​ນີ້​ຫຼາຍ​ເທື່ອ​ແລະ​ທຸກ​ເທື່ອ​ທີ່​ມັນ​ກັບ​ຄືນ​ມາ ມັນ​ກໍ່​ຈະ​ເກາະ​ຢູ່​ເທິງ​ຫີບ​ນັ້ນ.

ໂນເອ​ຢາກ​ຮູ້​ວ່າ​ນ້ຳ​ລົດ​ລົງ​ຈາກ​ແຜ່ນດິນ​ຫຼື​ຍັງ ດັ່ງ​ນັ້ນ ຕໍ່​ໄປ​ທ່ານ​ໄດ້​ສົ່ງ​ນົກ​ເຂົາ​ອອກ​ໄປ​ຈາກ​ຫີບ. ແຕ່​ນົກ​ເຂົາ​ໄດ້​ກັບ​ມາ​ເຊັ່ນ​ກັນ ເພາະ​ມັນ​ບໍ່​ພົບ​ທີ່​ຈະ​ເກາະ​ອາໄສ​ຢູ່​ໄດ້. ໂນເອ​ສົ່ງ​ມັນ​ອອກ​ໄປ​ອີກ​ເທື່ອ​ທີ​ສອງ ແລະ​ມັນ​ໄດ້​ຄາບ​ໃບ​ໝາກ​ກອກ​ເທດ​ມາ. ຂະນະ​ນັ້ນ​ໂນເອ​ຈຶ່ງ​ຮູ້​ວ່າ​ນ້ຳ​ໄດ້​ບົກ​ລົງ​ແລ້ວ. ໂນເອ​ສົ່ງ​ນົກ​ເຂົາ​ອອກ​ໄປ​ອີກ​ເປັນ​ເທື່ອ​ທີ​ສາມ ແລະ​ໃນ​ທີ່​ສຸດ​ມັນ​ພົບ​ທີ່​ແຫ້ງ​ທີ່​ຈະ​ອາໄສ​ຢູ່​ໄດ້.

ບັດ​ນີ້ ພະ​ເຢໂຫວາ​ຕັດ​ແກ່​ໂນເອ. ພະອົງ​ກ່າວ​ວ່າ: ‘ຈົ່ງ​ອອກ​ໄປ​ຈາກ​ຫີບ​ນີ້​ເຖີດ. ຈົ່ງ​ນຳ​ເອົາ​ຄອບຄົວ​ທັງ​ໝົດ​ຂອງ​ເຈົ້າ​ແລະ​ນຳ​ເອົາ​ສັດ​ທັງ​ປວງ​ທີ່​ຢູ່​ນຳ​ເຈົ້າ.’ ພວກ​ເຂົາ​ຢູ່​ພາຍ​ໃນ​ຫີບ​ເປັນ​ເວລາ​ປີກ​ວ່າ. ດັ່ງ​ນັ້ນ ເຮົາ​ຈຶ່ງ​ພໍ​ຈະ​ນຶກ​ໄດ້​ວ່າ​ພວກ​ເຂົາ​ຈະ​ມີ​ຄວາມ​ຍິນດີ​ຫຼາຍ​ປານ​ໃດ​ທີ່​ໄດ້​ອອກ​ມາ​ຂ້າງ​ນອກ​ອີກ​ແລະ​ມີ​ຊີວິດ​ຢູ່!

ຕົ້ນເດິມ 7:​10-24; 8:​1-17; 1 ເປໂຕ 3:19, 20.