ພະເຈົ້າເລີ່ມສ້າງສິ່ງຕ່າງໆ
ບົດ 1
ພະເຈົ້າເລີ່ມສ້າງສິ່ງຕ່າງໆ
ສິ່ງທີ່ດີທັງໝົດທີ່ພວກເຮົາມີມາຈາກພະເຈົ້າ. ພະອົງໄດ້ສ້າງດວງຕາເວັນເພື່ອໃຫ້ແສງສະຫວ່າງຕອນກາງເວັນ ດວງເດືອນແລະດວງດາວທັງຫຼາຍເພື່ອເຮົາຈະມີແສງບ້າງໃນເວລາກາງຄືນ. ແລະພະເຈົ້າໄດ້ສ້າງແຜ່ນດິນໃຫ້ເປັນທີ່ຢູ່ອາໄສສຳລັບພວກເຮົາ.
ແຕ່ວ່າດວງຕາເວັນ ດວງເດືອນດວງດາວທັງຫຼາຍແລະແຜ່ນດິນໂລກບໍ່ແມ່ນສິ່ງທຳອິດທີ່ພະເຈົ້າໄດ້ສ້າງ. ເຈົ້າຮູ້ບໍວ່າແມ່ນຫຍັງເປັນສິ່ງທຳອິດທີ່ພະເຈົ້າໄດ້ສ້າງ? ທຳອິດພະເຈົ້າໄດ້ສ້າງຜູ້ມີບຸກຄະລິກຄ້າຍກັນກັບພະອົງເອງ. ພວກເຮົາບໍ່ສາມາດເຫັນພວກເຫຼົ່ານີ້ໄດ້ ເຊັ່ນທີ່ເຮົາບໍ່ສາມາດເຫັນພະເຈົ້າໄດ້. ໃນພະຄຳພີພວກເຫຼົ່ານີ້ຖືກເອີ້ນວ່າທູດສະຫວັນ. ພະເຈົ້າໄດ້ສ້າງພວກທູດສະຫວັນເພື່ອໃຫ້ຢູ່ກັບພະອົງໃນສະຫວັນ.
ທູດສະຫວັນອົງທຳອິດທີ່ພະເຈົ້າໄດ້ສ້າງເປັນອົງພິເສດແທ້ໆ. ພະອົງເປັນພະບຸດຫົວປີຂອງພະເຈົ້າ ແລະພະອົງໄດ້ຮ່ວມເຮັດວຽກງານກັບພະບິດາຂອງພະອົງ. ພະອົງໄດ້ຊ່ວຍພະເຈົ້າສ້າງສິ່ງອື່ນໆທັງໝົດ. ພະອົງໄດ້ຊ່ວຍພະເຈົ້າສ້າງດວງອາທິດ ດວງຈັນ ດວງດາວຕ່າງໆແລະແຜ່ນດິນໂລກຂອງເຮົາດ້ວຍ.
ຕອນນັ້ນແຜ່ນດິນໂລກຄ້າຍກັນກັບຫຍັງ? ໃນຕອນເລີ່ມຕົ້ນບໍ່ມີຜູ້ໃດສາມາດຢູ່ເທິງແຜ່ນດິນໂລກໄດ້. ທີ່ນັ້ນບໍ່ມີຫຍັງເລີຍ ນອກຈາກມະຫາສະຫມຸດອັນກວ້າງໃຫຍ່ປົກຄຸມທົ່ວແຜ່ນດິນ. ແຕ່ພະເຈົ້າຢາກໃຫ້ມີຜູ້ຄົນອາໄສຢູ່ເທິງແຜ່ນດິນ. ດັ່ງນັ້ນພະອົງຈຶ່ງເລີ່ມຕົ້ນກະກຽມສິ່ງຕ່າງໆໄວ້ພ້ອມສຳລັບພວກເຮົາ. ພະອົງໄດ້ເຮັດສິ່ງໃດ?
ເອົາລະ ກ່ອນອື່ນແຜ່ນດິນໂລກຕ້ອງການໄດ້ຮັບແສງສະຫວ່າງ. ດັ່ງນັ້ນພະເຈົ້າຈຶ່ງໄດ້ເຮັດໃຫ້ແສງສະຫວ່າງຈາກດວງອາທິດສ່ອງແສງໄປເທິງແຜ່ນດິນໂລກ. ພະອົງໄດ້ເຮັດເຊັ່ນນີ້ເພື່ອຈະໄດ້ມີທັງກາງເວັນແລະກາງຄືນ. ຕໍ່ມາພະເຈົ້າກະທຳໃຫ້ດິນໂຜ່ຂຶ້ນເທິງນ້ຳທະເລ.
ຕອນທຳອິດນັ້ນບໍ່ມີສິ່ງໃດເທິງພື້ນດິນ. ພື້ນດິນຈຶ່ງເປັນຄືຮູບທີ່ເຈົ້າເຫັນທີ່ນີ້. ບໍ່ມີດອກໄມ້ ຕົ້ນໄມ້ຫຼືສັດ. ແມ່ນແຕ່ປາກໍ່ບໍ່ມີໃນມະຫາສະຫມຸດ. ພະເຈົ້າຍັງມີວຽກງານອີກຫຼາຍທີ່ຈະກະທຳເພື່ອເຮັດໃຫ້ແຜ່ນດິນໂລກເປັນແຫຼ່ງທີ່ດີແທ້ໆສຳລັບສັດແລະມະນຸດທີ່ຈະອາໄສຢູ່.
ເຢເຣມີ 10:12; ໂກໂລດ 1:15-17; ຕົ້ນເດິມ 1:1-10.