ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ມະນຸດຜູ້ຊາຍຜູ້ຍິງຄູ່ທຳອິດ

ມະນຸດຜູ້ຊາຍຜູ້ຍິງຄູ່ທຳອິດ

ບົດ 3

ມະນຸດ​ຜູ້​ຊາຍ​ຜູ້​ຍິງ​ຄູ່​ທຳອິດ

ໃນ​ຮູບ​ນີ້​ມີ​ອັນ​ໃດ​ແຕກຕ່າງ​ອອກ​ໄປ? ຄວາມ​ແຕກຕ່າງ​ກໍ່​ຄື​ມີ​ຄົນ​ຢູ່​ໃນ​ຮູບ​ນີ້. ເຂົາ​ຄື​ຜູ້​ຊາຍ​ແລະ​ຜູ້​ຍິງ​ຄູ່​ທຳອິດ. ຜູ້​ໃດ​ສ້າງ​ເຂົາ? ພະເຈົ້າ​ໄດ້​ສ້າງ​ເຂົາ. ເຈົ້າ​ຮູ້​ຈັກ​ຊື່​ຂອງ​ພະອົງ​ບໍ? ພະອົງ​ມີ​ຊື່​ວ່າ​ພະ​ເຢໂຫວາ. ຜູ້​ຊາຍ​ແລະ​ຜູ້​ຍິງ​ຖືກ​ເອີ້ນ​ຊື​ວ່າ​ອາດາມ​ແລະ​ເອວາ.

ພະ​ເຢໂຫວາ​ສ້າງ​ອາດາມ​ດ້ວຍ​ວິທີ​ນີ້. ພະອົງ​ໄດ້​ເອົາ​ຂີ້ຝຸ່ນ​ດິນ​ຈາກ​ພື້ນ​ດິນ​ມາ​ປັ້ນ​ເປັນ​ຮ່າງ​ກາຍ​ຂອງ​ຜູ້​ຊາຍ​ຜູ້​ສົມບູນ​ແບບ. ຄັນ​ແລ້ວ​ພະອົງ​ກໍ່​ເປົ່າ​ລົມ​ເຂົ້າ​ໄປ​ໃນ​ຮູ​ດັງ​ຜູ້​ຊາຍ​ຄົນ​ນັ້ນ ແລະ​ອາດາມ​ຈຶ່ງ​ບັງເກີດ​ເປັນ​ຜູ້​ມີ​ຊີວິດ​ຢູ່.

ພະ​ເຢໂຫວາ​ພະເຈົ້າ​ມີ​ວຽກ​ໃຫ້​ອາດາມ​ເຮັດ. ພະອົງ​ບອກ​ໃຫ້​ອາດາມ​ຕັ້ງ​ຊື່​ສັດ​ທຸກ​ຊະນິດ. ອາດາມ​ອາດ​ໄດ້​ສັງເກດ​ເບິ່ງ​ພວກ​ສັດ​ເປັນ​ເວລາ​ນານ​ເພື່ອ​ຕັ້ງ​ຊື່​ທີ່​ເໝາະ​ສົມ​ທີ່​ສຸດ​ສຳລັບ​ສັດ​ທຸກ​ຢ່າງ. ຂະນະ​ທີ່​ອາດາມ​ພວມ​ຕັ້ງ​ຊື່​ສັດ​ຢູ່​ນັ້ນ​ເຂົາ​ເລີ່ມ​ສັງເກດ​ອັນ​ໃດ​ບາງ​ຢ່າງ. ສິ່ງ​ນັ້ນ​ຄື​ຫຍັງ​ເຈົ້າ​ຮູ້​ບໍ?

ສັດ​ທຸກ​ຢ່າງ​ຕ່າງ​ກໍ່​ມີ​ຄູ່. ມີ​ພໍ່​ຊ້າງ ແມ່​ຊ້າງ ມີ​ພໍ່​ສິງ​ແລະ​ແມ່​ສິງ. ແຕ່​ອາດາມ​ບໍ່​ທັນ​ມີ​ໃຜ​ເປັນ​ຄູ່​ຂອງ​ຕົນ. ດັ່ງ​ນັ້ນ​ພະ​ເຢໂຫວາ​ເຮັດ​ໃຫ້​ອາດາມ​ນອນ​ຫຼັບ​ສະໜິດ ແລ້ວ​ເອົາ​ກະດູກ​ຂ້າງ​ເຫຼັ້ມ​ນຶ່ງ​ຂອງ​ເຂົາ​ອອກ​ມາ. ພະ​ເຢໂຫວາ​ສ້າງ​ຜູ້​ຍິງ​ຄົນ​ນຶ່ງ​ຂຶ້ນ​ສຳລັບ​ອາດາມ​ໂດຍ​ໃຊ້​ກະດູກ​ຂ້າງ​ນີ້ ແລະ​ນາງ​ໄດ້​ກາຍ​ມາ​ເປັນ​ເມຍ​ຂອງ​ທ່ານ.

ບັດ​ນີ້​ອາດາມ​ມີ​ຄວາມ​ສຸກ​ເບີກບານ​ອີ່ຫຼີ! ແລະ​ຈົ່ງ​ຄຶດ​ເບິ່ງ​ວ່າ ເອວາ​ຄົງ​ມີ​ຄວາມ​ສຸກ​ເທົ່າ​ໃດ​ທີ່​ໄດ້​ຢູ່​ໃນ​ສວນ​ອັນ​ສວຍ​ງາມ​ແນວ​ນີ້! ດຽວ​ນີ້​ເຂົາ​ທັງ​ສອງ​ສາມາດ​ມີ​ລູກ​ແລະ​ຢູ່​ຮ່ວມ​ກັນ​ດ້ວຍ​ຄວາມ​ສຸກ.

ພະ​ເຢໂຫວາ​ຕ້ອງການ​ໃຫ້​ອາດາມ​ແລະ​ເອວາ​ມີ​ຊີວິດ​ຕະຫຼອດ​ໄປ. ພະອົງ​ຕ້ອງການ​ໃຫ້​ເຂົາ​ເຮັດ​ໃຫ້​ແຜ່ນດິນ​ໂລກ​ສວຍ​ງາມ​ຄື​ກັບ​ສວນ​ເອເດນ. ເມື່ອ​ເຂົາ​ຄຶດ​ເຖິງ​ການ​ເຮັດ​ເຊັ່ນ​ນີ້​ເຂົາ​ໜ້າ​ຈະ​ມີ​ຄວາມ​ສຸກ​ແທ້ໆ! ເຈົ້າ​ຢາກ​ມີ​ສ່ວນ​ທີ່​ຈະ​ເຮັດ​ໃຫ້​ແຜ່ນດິນ​ໂລກ​ເປັນ​ສວນ​ທີ່​ສວຍ​ງາມ​ບໍ? ແຕ່​ຄວາມ​ສຸກ​ຂອງ​ອາດາມ​ແລະ​ເອວາ​ຢູ່​ໄດ້​ບໍ່​ດົນ. ຂໍ​ໃຫ້​ເຮົາ​ສືບ​ເບິ່ງ​ວ່າ​ເຫດ​ໃດ​ເປັນ​ເຊັ່ນ​ນັ້ນ.

ຄຳເພງ 83:18; ຕົ້ນເດິມ 1:​26-31; 2:​7-25.