ສວນທີ່ສວຍງາມ
ບົດ 2
ສວນທີ່ສວຍງາມ
ຈົ່ງເບິ່ງແຜ່ນດິນໂລກນີ້ແດ່! ທຸກສິ່ງເບິ່ງສວຍງາມແທ້ໆ! ຈົ່ງເບິ່ງຫຍ້າຂຽວ ແລະຕົ້ນໄມ້ ດອກໄມ້ແລະສັດທຸກຊະນິດ. ເຈົ້າເຫັນຊ້າງແລະສິງໂຕໄດ້ບໍ?
ສວນສວຍງາມນີ້ເປັນຂຶ້ນມາໄດ້ຢ່າງໃດ? ເອົາລະ ໃຫ້ເຮົາເບິ່ງວ່າພະເຈົ້າກະກຽມແຜ່ນດິນໄວ້ສຳລັບພວກເຮົາຢ່າງໃດ.
ທຳອິດ ພະເຈົ້າເຮັດໃຫ້ຫຍ້າຂຽວເກີດຂຶ້ນເພື່ອປົກຄຸມແຜ່ນດິນ. ແລະພະອົງສ້າງພືດນ້ອຍໆຫຼາຍຫຼາກຊະນິດ ພຸ່ມໄມ້ແລະຕົ້ນໄມ້ທຸກຊະນິດ. ສິ່ງທີ່ງອກຂຶ້ນເຫຼົ່ານີ້ຊ່ວຍເຮັດໃຫ້ແຜ່ນດິນໂລກເບິ່ງສວຍງາມ. ນອກຈາກນີ້ຍັງມີປະໂຫຍດກວ່ານັ້ນອີກ. ມີພືດຫຼາຍຢ່າງເປັນອາຫານສຳລັບເຮົາທັງມີລົດແຊບອີກດ້ວຍ.
ຕໍ່ມາພະເຈົ້າໄດ້ສ້າງປາໃຫ້ລອຍໃນນ້ຳແລະສ້າງນົກໃຫ້ບິນໃນທ້ອງຟ້າ. ພະອົງສ້າງໝາ ແມວ ມ້າ; ທັງສັດໃຫຍ່ແລະສັດນ້ອຍທຸກຊະນິດ. ມີສັດຊະນິດໃດແດ່ທີ່ຢູ່ໃກ້ເຮືອນຂອງເຈົ້າ? ເຮົາຄວນດີໃຈທີ່ພະເຈົ້າໄດ້ສ້າງສິ່ງທັງຫຼາຍເຫຼົ່ານີ້ສຳລັບເຮົາແມ່ນບໍ?
ໃນທີ່ສຸດ ພະເຈົ້າເຮັດໃຫ້ສ່ວນນຶ່ງຂອງແຜ່ນດິນໂລກເປັນສະຖານທີ່ທີ່ພິເສດອີ່ຫຼີ. ພະອົງໄດ້ເອີ້ນສະຖານທີ່ແຫ່ງນີ້ວ່າສວນເອເດນ. ສວນນີ້ດີເລີດທຸກປະການ. ທຸກສິ່ງໃນສວນນີ້ເບິ່ງສວຍງາມ. ແລະພະເຈົ້າຢາກໃຫ້ແຜ່ນດິນໂລກທັງໂລກກາຍເປັນເໝືອນດັ່ງສວນອັນສວຍງາມນີ້ທີ່ພະອົງໄດ້ເຮັດຂຶ້ນ.
ແຕ່ຈົ່ງເບິ່ງຮູບສວນນີ້ອີກເທື່ອນຶ່ງ. ເຈົ້າຮູ້ບໍວ່າພະເຈົ້າເຫັນສິ່ງໃດທີ່ຂາດໄປ? ຂໍໃຫ້ເຮົາເບິ່ງຕໍ່ໄປ.