ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຫດຜົນທີ່ພວກເຂົາໄດ້ເສຍທີ່ຢູ່ອາໄສ

ເຫດຜົນທີ່ພວກເຂົາໄດ້ເສຍທີ່ຢູ່ອາໄສ

ບົດ 4

ເຫດຜົນ​ທີ່​ພວກ​ເຂົາ​ໄດ້​ເສຍ​ທີ່​ຢູ່​ອາໄສ

ເບິ່ງ​ບັດ​ນີ້​ມີ​ຫຍັງ​ເກີດ​ຂຶ້ນ. ອາດາມ​ແລະ​ເອວາ​ຖືກ​ຂັບ​ໄລ່​ອອກ​ຈາກ​ສວນ​ເອເດນ​ສວນ​ສວຍ​ງາມ​ນັ້ນ. ເຈົ້າ​ຮູ້​ບໍ​ວ່າ​ເພາະ​ເຫດ​ໃດ?

ເພາະ​ເຂົາ​ໄດ້​ເຮັດ​ບາງ​ຢ່າງ​ທີ່​ບໍ່​ດີ​ຫຼາຍ. ດັ່ງ​ນັ້ນ​ພະ​ເຢໂຫວາ​ຈຶ່ງ​ລົງໂທດ​ເຂົາ​ເຈົ້າ. ເຈົ້າ​ຮູ້​ບໍ​ສິ່ງ​ໃດ​ທີ່​ອາດາມ​ແລະ​ເອວາ​ໄດ້​ເຮັດ​ທີ່​ບໍ່​ດີ​ນັ້ນ?

ເຂົາ​ເຮັດ​ສິ່ງ​ນຶ່ງ​ທີ່​ພະເຈົ້າ​ບອກ​ເຂົາ​ບໍ່​ໃຫ້​ເຮັດ. ພະເຈົ້າ​ບອກ​ເຂົາ​ວ່າ​ເຂົາ​ກິນ​ໝາກ​ໄມ້​ຈາກ​ຕົ້ນ​ໄມ້​ໃນ​ສວນ​ໄດ້. ເວັ້ນ​ແຕ່​ຈາກ​ຕົ້ນ​ດຽວ​ພະເຈົ້າ​ບອກ​ບໍ່​ໃຫ້​ກິນ ຫາກ​ວ່າ​ກິນ​ເຂົາ​ຈະ​ຕາຍ. ພະອົງ​ສະຫງວນ​ຕົ້ນ​ໄມ້​ຕົ້ນ​ນັ້ນ​ເປັນ​ຂອງ​ພະອົງ​ເອງ. ແລະ​ເຮົາ​ຮູ້​ຢູ່​ວ່າ​ການ​ເອົາ​ບາງ​ສິ່ງ​ທີ່​ເປັນ​ຂອງ​ຄົນ​ອື່ນ​ນັ້ນ ເປັນ​ການ​ເຮັດ​ຜິດ​ແມ່ນ​ບໍ? ເອົາ​ລະ ມີ​ຫຍັງ​ເກີດ​ຂຶ້ນ?

ມື້​ນຶ່ງ​ເມື່ອ​ເອວາ​ຢູ່​ຄົນ​ດຽວ ງູ​ຕົວ​ນຶ່ງ​ເວົ້າ​ກັບ​ນາງ. ລອງ​ຄິດ​ເບິ່ງ​ເດີ! ມັນ​ບອກ​ໃຫ້​ເອວາ​ກິນ​ໝາກ​ໄມ້​ຈາກ​ຕົ້ນ​ໄມ້​ຊຶ່ງ​ພະເຈົ້າ​ສັ່ງ​ຫ້າມ​ບໍ່​ໃຫ້​ກິນ. ຄື​ວ່າ ເມື່ອ​ພະ​ເຢໂຫວາ​ສ້າງ​ງູ​ນັ້ນ​ພະອົງ​ບໍ່​ໄດ້​ສ້າງ​ໃຫ້​ມັນ​ເວົ້າ​ໄດ້. ດັ່ງ​ນັ້ນ​ກໍ່​ຕ້ອງ​ມີ​ຜູ້​ອື່ນ​ອີກ​ທີ່​ເຮັດ​ໃຫ້​ງູ​ເວົ້າ​ໄດ້. ຜູ້​ນັ້ນ​ແມ່ນ​ໃຜ?

ບໍ່​ແມ່ນ​ອາດາມ. ດັ່ງ​ນັ້ນ​ຕ້ອງ​ເປັນ​ຜູ້​ນຶ່ງ​ໃນ​ບັນດາ​ບຸກຄົນ​ທີ່​ພະ​ເຢໂຫວາ​ສ້າງ​ດົນ​ນານ​ກ່ອນ​ທີ່​ພະອົງ​ສ້າງ​ແຜ່ນດິນ​ໂລກ. ບຸກຄົນ​ເຫຼົ່າ​ນັ້ນ​ຄື​ພວກ​ທູດ​ສະຫວັນ​ແລະ​ເຮົາ​ບໍ່​ສາມາດ​ເຫັນ​ເຂົາ​ໄດ້. ທູດ​ສະຫວັນ​ອົງ​ນີ້​ໄດ້​ກາຍ​ເປັນ​ຜູ້​ທີ່​ຈອງຫອງ​ຫຼາຍໆ. ເຂົາ​ເລີ່ມ​ຄິດ​ວ່າ​ຕົນ​ຄວນ​ຈະ​ເປັນ​ຜູ້​ປົກຄອງ​ຄື​ກັບ​ພະເຈົ້າ. ແລະ​ເຂົາ​ຢາກ​ໃຫ້​ຄົນ​ເຮົາ​ເຊື່ອ​ຟັງ​ເຂົາ​ແທນ​ພະ​ເຢໂຫວາ. ທູດ​ສະຫວັນ​ອົງ​ນັ້ນ​ແຫຼະ​ທີ່​ໄດ້​ເຮັດ​ໃຫ້​ງູ​ເວົ້າ.

ທູດ​ສະຫວັນ​ອົງ​ນີ້​ສາມາດ​ຫຼອກ​ລວງ​ເອວາ​ໄດ້. ເມື່ອ​ເຂົາ​ບອກ​ວ່າ​ຖ້າ​ນາງ​ກິນ​ໝາກ​ໄມ້​ນາງ​ຈະ​ກາຍ​ເປັນ​ເໝືອນ​ພະເຈົ້າ ນາງ​ໄດ້​ເຊື່ອ. ດັ່ງ​ນັ້ນ​ນາງ​ກໍ່​ໄດ້​ກິນ ແລະ​ອາດາມ​ກໍ່​ໄດ້​ກິນ​ດ້ວຍ. ອາດາມ​ແລະ​ເອວາ​ບໍ່​ໄດ້​ເຊື່ອ​ຟັງ​ພະເຈົ້າ ແລະ​ດ້ວຍ​ເຫດ​ນັ້ນ​ເຂົາ​ຈຶ່ງ​ເສຍ​ທີ່​ຢູ່​ອາໄສ​ອັນ​ສວຍ​ງາມ​ຂອງ​ເຂົາ.

ແຕ່​ຈະ​ມີ​ມື້​ນຶ່ງ​ຊຶ່ງ​ພະເຈົ້າ​ຈະ​ຈັດ​ໃຫ້​ແຜ່ນດິນ​ໂລກ​ທັງ​ໝົດ​ເປັນ​ສວນ​ອັນ​ສວຍ​ງາມ​ຄື​ດັ່ງ​ສວນ​ເອເດນ. ພາຍ​ຫຼັງ​ເຮົາ​ຈະ​ໄດ້​ຮຽນ​ຮູ້​ເຖິງ​ວິທີ​ທີ່​ເຈົ້າ​ອາດ​ມີ​ສ່ວນ​ເຮັດ​ໃຫ້​ແຜ່ນດິນ​ໂລກ​ເປັນ​ສວນ​ແບບ​ນີ້. ແຕ່​ບັດ​ນີ້ ໃຫ້​ເຮົາ​ສືບ​ຄົ້ນ​ຫາ​ວ່າ​ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ອາດາມ​ແລະ​ເອວາ.

ຕົ້ນເດິມ 2:16, 17; 3:​1-13, 24; ຄຳປາກົດ 12:9.