ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໂນເອສ້າງນາວາຫຼືຫີບມະຫຶມາ

ໂນເອສ້າງນາວາຫຼືຫີບມະຫຶມາ

ບົດ 9

ໂນເອ​ສ້າງ​ນາວາ​ຫຼື​ຫີບ​ມະຫຶມາ

ໂນເອ​ມີ​ເມຍ​ແລະ​ລູກ​ຊາຍ​ສາມ​ຄົນ. ລູກ​ຊາຍ​ຂອງ​ເຂົາ​ຊື່ ເຊມ ກຳ​ແລະ​ຢາເຟດ. ແລະ​ລູກ​ຊາຍ​ແຕ່​ລະ​ຄົນ​ມີ​ເມຍ​ແລ້ວ. ດັ່ງ​ນັ້ນ​ຈຶ່ງ​ມີ​ແປດ​ຄົນ​ໃນ​ຄອບຄົວ​ຂອງ​ໂນເອ.

ບັດ​ນີ້​ພະເຈົ້າ​ສັ່ງ​ໃຫ້​ໂນເອ​ເຮັດ​ສິ່ງ​ທີ່​ແປກ​ຢ່າງ​ນຶ່ງ. ພະອົງ​ບອກ​ໃຫ້​ເຂົາ​ສ້າງ​ຫີບ​ຂະໜາດ​ໃຫຍ່. ຫີບ​ນີ້​ໃຫຍ່​ໂຕ​ເທົ່າ​ກັບ​ເຮືອ ແຕ່​ວ່າ​ເມື່ອ​ແລ​ເບິ່ງ​ແລ້ວ​ກໍ່​ຄ້າຍ​ກັບ​ຫີບ​ຍາວ​ຂະໜາດ​ໃຫຍ່. ພະເຈົ້າ​ກ່າວ​ວ່າ: ‘ຈົ່ງ​ສ້າງ​ໃຫ້​ສູງ​ສາມ​ຊັ້ນ ແລະ​ຂ້າງ​ໃນ​ໃຫ້​ຂັ້ນ​ເປັນ​ຫ້ອງໆ.’ ຫ້ອງ​ເຫຼົ່າ​ນັ້ນ​ສ້າງ​ສຳລັບ​ໂນເອ​ແລະ​ຄອບຄົວ​ຂອງ​ເຂົາ ສຳລັບ​ສັດ ແລະ​ເປັນ​ບ່ອນ​ເກັບ​ອາຫານ​ທຸກ​ຢ່າງ​ທີ່​ຈຳເປັນ.

ພະເຈົ້າ​ບອກ​ໃຫ້​ໂນເອ​ເອົາ​ຢາງ​ຂີ້ຊີ​ຈອດ​ທາງ​ໃນ​ແລະ​ທາງ​ນອກ​ຫີບ​ເພື່ອ​ປ້ອງກັນ​ບໍ່​ໃຫ້​ນ້ຳ​ຮົ່ວ​ເຂົ້າ​ໄປ. ພະເຈົ້າ​ກ່າວ​ວ່າ: ‘ເຮົາ​ຈະ​ເຮັດ​ໃຫ້​ເກີດ​ນ້ຳ​ຖ້ວມ​ໃຫຍ່ ແລະ​ຈະ​ທຳລາຍ​ສິ່ງ​ທັງ​ໝົດ​ໃນ​ໂລກ. ທຸກ​ຄົນ​ທີ່​ບໍ່​ຢູ່​ໃນ​ເຮືອ​ນາວາ​ຈະ​ຕາຍ.’

ໂນເອ​ແລະ​ລູກ​ຂອງ​ເຂົາ​ໄດ້​ເຊື່ອ​ຟັງ​ພະ​ເຢໂຫວາ​ແລະ​ໄດ້​ເລີ່ມ​ລົງ​ມື​ສ້າງ. ແຕ່​ສ່ວນ​ຄົນ​ອື່ນໆກໍ່​ພາ​ກັນ​ຫົວຂວັນ. ພວກ​ເຂົາ​ຕັ້ງ​ໜ້າ​ເຮັດ​ຊົ່ວ​ຕໍ່​ໄປ. ເມື່ອ​ໂນເອ​ບອກ​ເຂົາ​ເຖິງ​ສິ່ງ​ທີ່​ພະເຈົ້າ​ຈະ​ກະທຳ​ບໍ່​ມີ​ຜູ້​ໃດ​ໄດ້​ເຊື່ອ​ຟັງ​ເຂົາ​ເລີຍ.

ການ​ສ້າງ​ຫີບ​ຫຼື​ເຮືອ​ນາວາ​ຕ້ອງ​ໃຊ້​ເວລາ​ຍາວ​ນານ​ເພາະ​ມັນ​ມີ​ຂະໜາດ​ໃຫຍ່. ໃນ​ທີ່​ສຸດ​ພາຍ​ຫຼັງ​ຫຼາຍ​ປີ​ຫີບ​ນັ້ນ​ກໍ່​ສຳເລັດ. ບັດ​ນີ້​ພະເຈົ້າ​ບອກ​ໂນເອ​ໃຫ້​ນຳ​ເອົາ​ສັດ​ເຂົ້າ​ໃນ​ເຮືອ​ນາວາ​ນັ້ນ. ພະເຈົ້າ​ບອກ​ໃຫ້​ນຳ​ເອົາ​ສັດ​ບາງ​ຊະນິດ​ເຂົ້າ​ມາ​ຢ່າງ​ລະ​ຄູ່​ທັງ​ຕົວ​ເຖິກ​ແລະ​ຕົວ​ແມ່. ແຕ່​ສັດ​ຊະນິດ​ອື່ນໆພະເຈົ້າ​ບອກ​ໂນເອ​ໃຫ້​ນຳ​ເອົາ​ເຂົ້າ​ມາ​ຢ່າງ​ລະ​ເຈັດ​ຕົວ. ພະເຈົ້າ​ບອກ​ໂນເອ​ໃຫ້​ນຳ​ເອົາ​ນົກ​ທຸກ​ຊະນິດ​ເຂົ້າ​ມາ​ດ້ວຍ. ພະເຈົ້າ​ບອກ​ໃຫ້​ໂນເອ​ເຮັດ​ຢ່າງ​ໃດ​ໂນເອ​ກໍ່​ເຮັດ​ຢ່າງ​ນັ້ນ.

ຕໍ່​ມາ​ໂນເອ​ແລະ​ຄອບຄົວ​ຂອງ​ເຂົາ​ໄດ້​ເຂົ້າ​ໄປ​ໃນ​ຫີບ​ຫຼື​ເຮືອ​ນາວາ​ດ້ວຍ. ແລ້ວ​ພະເຈົ້າ​ຈຶ່ງ​ປິດ​ປະຕູ. ໂນເອ​ແລະ​ຄອບຄົວ​ຂອງ​ເຂົາ​ກໍ່​ລໍ​ຖ້າ​ຢູ່​ຂ້າງ​ໃນ. ຈົ່ງ​ລອງ​ນຶກ​ເບິ່ງ​ວ່າ​ເຈົ້າ​ຢູ່​ໃນ​ເຮືອ​ນາວາ​ນຳ​ພວກ​ເຂົາ ແລະ​ລໍ​ຖ້າ. ຈະ​ມີ​ນ້ຳ​ຖ້ວມ​ຕາມ​ທີ່​ພະເຈົ້າ​ກ່າວ​ໄວ້​ແທ້ໆບໍ?

ຕົ້ນເດິມ 6:​9-22; 7:​1-9.