ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ການເປັນຊະເລີຍໃນບາບີໂລນຈົນເຖິງການສ້າງກຳແພງນະຄອນເຢຣຶຊາເລມຂຶ້ນໃໝ່

ການເປັນຊະເລີຍໃນບາບີໂລນຈົນເຖິງການສ້າງກຳແພງນະຄອນເຢຣຶຊາເລມຂຶ້ນໃໝ່

ພາກ 5

ການ​ເປັນ​ຊະເລີຍ​ໃນ​ບາບີໂລນ​ຈົນ​ເຖິງ​ການ​ສ້າງ​ກຳແພງ​ນະຄອນ​ເຢຣຶຊາເລມ​ຂຶ້ນ​ໃໝ່

ລະຫວ່າງ​ທີ່​ເປັນ​ຊະເລີຍ​ໃນ​ບາບີໂລນ ຊົນ​ຍິດສະລາເອນ​ໄດ້​ຜ່ານ​ການ​ທົດລອງ​ຫຼາຍ​ຢ່າງ​ໃນ​ເລື່ອງ​ຄວາມ​ເຊື່ອ​ຂອງ​ເຂົາ. ຊາດຣາກ ເມຊາກ​ແລະ​ອາເບດເນໂຄ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ເຕົາ​ໄຟ​ອັນ​ຮ້ອນ​ກ້າ ແຕ່​ພະເຈົ້າ​ໄດ້​ນຳ​ເຂົາ​ອອກ​ມາ​ທັງ​ຍັງ​ມີ​ຊີວິດ​ຢູ່. ຕໍ່​ມາ ຫຼັງ​ຈາກ​ບາບີໂລນ​ເສຍ​ໄຊ​ຊະນະ​ໃຫ້​ແກ່​ຊາວ​ແມດ​ແລະ​ຊາວ​ເປເຣເຊ ດານຽນ​ຖືກ​ໂຍນ​ເຂົ້າ​ໄປ​ຫລຸມ​ສິງໂຕ ແຕ່​ພະເຈົ້າ​ໄດ້​ປ້ອງກັນ​ເພິ່ນ​ຄື​ກັນ​ໂດຍ​ປິດ​ປາກ​ສິງໂຕ.

ໃນ​ທີ່​ສຸດ ກະສັດ​ຊີຣຶເຊ​ຊາວ​ເປເຣເຊ​ໄດ້​ປົດ​ປ່ອຍ​ຊົນ​ຍິດສະລາເອນ. ພວກ​ເຂົາ​ໄດ້​ກັບ​ໄປ​ສູ່​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ ຫຼັງ​ຈາກ​ທີ່​ພວກ​ເຂົາ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ບາບີໂລນ​ເປັນ​ເວລາ 70 ປີ​ພໍ​ດີ. ສິ່ງ​ທຳອິດ​ຢ່າງ​ນຶ່ງ​ທີ່​ເຂົາ​ໄດ້​ເຮັດ​ເມື່ອ​ເຂົາ​ກັບ​ມາ​ເຖິງ​ເຢຣຶຊາເລມ​ນັ້ນ​ກໍ່​ຄື​ໄດ້​ເລີ່ມ​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ. ຢ່າງ​ໃດ​ກໍ່​ດີ ອີກ​ບໍ່​ດົນ​ພວກ​ສັດຕູ​ເຮັດ​ໃຫ້​ພວກ​ເຂົາ​ຕ້ອງ​ເລີກ​ລົ້ມ​ຈາກ​ງານ​ສ້າງ​ນີ້. ໃນ​ທີ່​ສຸດ​ຫຼັງ​ຈາກ​ກັບ​ເມືອ​ເຢຣຶຊາເລມ 22 ປີ​ແລ້ວ​ການ​ກໍ່​ສ້າງ​ວິຫານ​ກໍ່​ສຳເລັດ.

ຖັດ​ໄປ ເຮົາ​ຮຽນ​ເຖິງ​ເລື່ອງ​ທີ່​ເອເຊດຣາເຊ​ເດີນ​ທາງ​ກັບ​ມາ​ເຢຣຶຊາເລມ​ເພື່ອ​ຕົກແຕ່ງ​ວິຫານ​ໃຫ້​ງາມ. ຕອນ​ນີ້​ເປັນ​ເວລາ​ປະມານ 47 ປີ​ຫຼັງ​ຈາກ​ທີ່​ວິຫານ​ໄດ້​ຮັບ​ການ​ສ້າງ​ເສັດ​ຮຽບຮ້ອຍ​ແລ້ວ. ຕໍ່​ມາ​ຄື 13 ປີ​ພາຍ​ຫຼັງ​ການ​ເດີນ​ທາງ​ຂອງ​ເອເຊດຣາເຊ ເນເຫມີ​ໄດ້​ຊ່ວຍ​ກໍ່​ສ້າງ​ກຳແພງ​ນະຄອນ​ເຢຣຶຊາເລມ​ທີ່​ຫັກ​ພັງ​ນັ້ນ​ໃຫ້​ຂຶ້ນ​ໃໝ່. ປະຫວັດສາດ​ທີ່​ກ່າວ​ເຖິງ​ໃນ​ພາກ​ທີ​ຫ້າ​ນີ້​ລວມ​ເວລາ​ໄດ້ 152 ປີ​ມາ​ເຖິງ​ຕອນ​ນີ້.