ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ກຳແພງນະຄອນເຢຣຶຊາເລມ

ກຳແພງນະຄອນເຢຣຶຊາເລມ

ບົດ 83

ກຳແພງ​ນະຄອນ​ເຢຣຶຊາເລມ

ເບິ່ງ​ງານ​ທັງ​ໝົດ​ທີ່​ພວມ​ເຮັດ​ກັນ​ຢູ່​ທີ່​ນີ້. ຊົນ​ຍິດສະລາເອນ​ທຸກ​ຄົນ​ຕ່າງ​ກໍ່​ຫຍຸ້ງ​ຢູ່​ກັບ​ການ​ກໍ່​ສ້າງ​ກຳແພງ​ເມືອງ​ເຢຣຶຊາເລມ. ເມື່ອ 152 ປີ​ກ່ອນ​ໜ້າ​ນີ້ ເມື່ອ​ກະສັດ​ເນບຶກາດເນດຊາເຣ​ໄດ້​ທຳລາຍ​ນະຄອນ​ເຢຣຶຊາເລມ ທ່ານ​ໄດ້​ຮື້​ພັງ​ກຳແພງ​ແລະ​ເຜົາ​ປະຕູ​ເມືອງ​ທັງ​ຫຼາຍ. ຕອນ​ທຳອິດ ເມື່ອ​ຊົນ​ຍິດສະລາເອນ​ກັບ​ຄືນ​ມາ​ຈາກ​ບາບີໂລນ​ພວກ​ເຂົາ​ຍັງ​ບໍ່​ໄດ້​ກໍ່​ກຳແພງ​ຂຶ້ນ​ອີກ.

ເຈົ້າ​ຄິດ​ວ່າ​ຜູ້​ຄົນ​ຈະ​ຮູ້ສຶກ​ຢ່າງ​ໃດ​ທີ່​ອາໄສ​ຢູ່​ທີ່​ນີ້​ຫຼາຍ​ປີ​ປັດສະຈາກ​ກຳແພງ​ອ້ອມ​ລ້ອມ​ເມືອງ​ຂອງ​ເຂົາ? ເຂົາ​ຍ່ອມ​ຮູ້ສຶກ​ບໍ່​ປອດໄພ. ສັດຕູ​ອາດ​ເຂົ້າ​ມາ​ແລະ​ໂຈມຕີ​ໄດ້​ງ່າຍ. ແຕ່​ຂະນະ​ນີ້​ເນເຫມີ​ບຸລຸດ​ຜູ້​ນີ້​ໄດ້​ມາ​ຊ່ວຍ​ຜູ້​ຄົນ​ກໍ່​ກຳແພງ​ຂຶ້ນ​ອີກ​ໃນ​ທີ່​ສຸດ. ເຈົ້າ​ຮູ້​ບໍ​ວ່າ​ເນເຫມີ​ຄື​ຜູ້​ໃດ?

ເນເຫມີ​ຄື​ຊົນ​ຍິດສະລາເອນ​ມາ​ຈາກ​ນະຄອນ​ຊຶເຊ ເມືອງ​ຫຼວງ​ທີ່​ມາເຣໂດເກ​ແລະ​ເອເຊເທເຣ​ຢູ່. ເນເຫມີ​ໄດ້​ເຮັດ​ງານ​ໃນ​ວັງ​ກະສັດ ດັ່ງ​ນັ້ນ​ທ່ານ​ອາດ​ເຄີຍ​ເປັນ​ເພື່ອນ​ທີ່​ດີ​ຂອງ​ມາເຣໂດເກ​ແລະ​ລາຊີນີ​ເອເຊເທເຣ. ແຕ່​ຄຳພີ​ໄບເບິນ​ບໍ່​ໄດ້​ກ່າວ​ວ່າ​ເນເຫມີ​ໄດ້​ເຮັດ​ງານ​ໃຫ້​ສາມີ​ຂອງ​ເອເຊເທເຣ​ກະສັດ​ອາຊຶເອຣຶເຊ. ທ່ານ​ໄດ້​ເຮັດ​ງານ​ໃຫ້​ອາເຣຕາເຊເຣເຊ​ຄື​ກະສັດ​ອົງ​ຖັດ​ໄປ.

ເຈົ້າ​ຄົງ​ຈື່​ໄດ້​ວ່າ ອາເຣຕາເຊເຣເຊ​ເປັນ​ກະສັດ​ທີ່​ດີ​ຜູ້​ມອບ​ເງິນ​ທັງ​ໝົດ​ນັ້ນ​ໃຫ້​ເອເຊດຣາເຊ​ເອົາ​ໄປ​ເຢຣຶຊາເລມ​ເພື່ອ​ໃຊ້​ຕົກແຕ່ງ​ວິຫານ​ຂອງ​ພະ​ເຢໂຫວາ. ແຕ່​ເອເຊດຣາເຊ​ບໍ່​ໄດ້​ກໍ່​ກຳແພງ​ເມືອງ​ທີ່​ໄດ້​ຫັກ​ພັງ​ລົງ. ໃຫ້​ເຮົາ​ເບິ່ງ​ວ່າ​ເຫດການ​ເປັນ​ຢ່າງ​ໃດ​ທີ່​ເນເຫມີ​ໄດ້​ມາ​ເຮັດ​ງານ​ນີ້.

ເປັນ​ເວລາ 13 ປີ​ຕັ້ງ​ແຕ່​ອາເຣຕາເຊເຣເຊ​ໄດ້​ມອບ​ເງິນ​ໃຫ້​ເອເຊດຣາເຊ​ໄປ​ຕົກແຕ່ງ​ວິຫານ. ເນເຫມີ​ຕອນ​ນີ້​ເປັນ​ຫົວໜ້າ​ຂອງ​ພວກ​ຜູ້​ຮັບໃຊ້​ຜູ້​ຖື​ຈອກ​ຖວາຍ​ແກ່​ກະສັດ​ອາເຣຕາເຊເຣເຊ. ນີ້​ໝາຍ​ຄວາມ​ວ່າ​ທ່ານ​ເປັນ​ຜູ້​ຮັບໃຊ້​ຖວາຍ​ເຫຼົ້າ​ອະງຸ່ນ​ໃຫ້​ກະສັດ ແລະ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ຈະ​ບໍ່​ມີ​ຜູ້​ໃດ​ໃສ່​ຢາ​ພິດ​ກະສັດ​ໄດ້. ງານ​ນີ້​ນັບ​ວ່າ​ສຳຄັນ​ຫຼາຍ.

ເອົາ​ລະ ມື້​ນຶ່ງ​ຫານານີ​ອ້າຍ​ຂອງ​ເນເຫມີ​ແລະ​ຄົນ​ອື່ນໆຈາກ​ແຜ່ນດິນ​ຍິດສະລາເອນ​ມາ​ຢ້ຽມ​ເນເຫມີ ເຂົາ​ບອກ​ເພິ່ນ​ກ່ຽວ​ກັບ​ຄວາມ​ລຳບາກ​ທີ່​ມີ​ໃນ​ຍິດສະລາເອນ​ແລະ​ກຳແພງ​ແຫ່ງ​ເຢຣຶຊາເລມ​ທີ່​ຍັງ​ຄົງ​ຫັກ​ພັງ​ຢູ່. ຂ່າວ​ນີ້​ເຮັດ​ໃຫ້​ເນເຫມີ​ເສົ້າໃຈ​ຫຼາຍ ແລະ​ເພິ່ນ​ອະທິດຖານ​ຕໍ່​ພະ​ເຢໂຫວາ​ກ່ຽວ​ກັບ​ເລື່ອງ​ນີ້.

ມື້​ນຶ່ງ​ກະສັດ​ສັງເກດ​ເຫັນ​ເນເຫມີ​ມີ​ໜ້າ​ເສົ້າ​ໝອງ​ຈຶ່ງ​ຖາມ​ວ່າ: ‘ເປັນ​ຫຍັງ​ເຈົ້າ​ຈຶ່ງ​ມີ​ໜ້າ​ໂສກ​ເສົ້າ?’ ເນເຫມີ​ທູນ​ວ່າ​ທັງ​ນີ້​ກໍ່​ເພາະ​ວ່າ​ເຢຣຶຊາເລມ​ຢູ່​ໃນ​ສະພາບ​ທີ່​ບໍ່​ດີ​ແລະ​ກຳແພງ​ກໍ່​ຫັກ​ພັງ. ກະສັດ​ຈຶ່ງ​ຖາມ​ວ່າ: ‘ມີ​ສິ່ງ​ໃດ​ທີ່​ເຈົ້າ​ຕ້ອງການ?’.

ເນເຫມີ​ທູນ​ວ່າ: ‘ຂໍ​ອະນຸຍາດ​ໃຫ້​ຂ້າພະເຈົ້າ​ໄປ​ເຢຣຶຊາເລມ ເພື່ອ​ຂ້າພະເຈົ້າ​ຈະ​ໄດ້​ກໍ່​ສ້າງ​ກຳແພງ.’ ອາເຣຕາເຊເຣເຊ​ເປັນ​ກະສັດ​ທີ່​ມີ​ຄວາມ​ກະລຸນາ​ຫຼາຍ. ກະສັດ​ບອກ​ເນເຫມີ​ວ່າ​ເຈົ້າ​ຈົ່ງ​ໄປ​ເຖີດ ແລະ​ທ່ານ​ໄດ້​ຊ່ວຍ​ຈັດ​ຫາ​ໄມ້​ເພື່ອ​ໃຊ້​ໃນ​ການ​ກໍ່​ສ້າງ​ດ້ວຍ. ບໍ່​ຊ້າ​ຫຼັງ​ຈາກ​ນັ້ນ​ເນເຫມີ​ມາ​ເຖິງ​ເຢຣຶຊາເລມ ເພິ່ນ​ບອກ​ຜູ້​ຄົນ​ກ່ຽວ​ກັບ​ແຜນການ​ຂອງ​ຕົນ. ພວກ​ເຂົາ​ພໍ​ໃຈ​ໃນ​ຄວາມ​ຄິດ​ນັ້ນ​ແລະ​ກ່າວ​ວ່າ: ‘ໃຫ້​ເຮົາ​ເລີ່ມ​ສ້າງ​ກັນ​ເຖີດ.’

ເມື່ອ​ພວກ​ສັດຕູ​ຂອງ​ຊົນ​ຍິດສະລາເອນ​ເຫັນ​ວ່າ​ມີ​ການ​ກໍ່​ກຳແພງ​ຂຶ້ນ ເຂົາ​ເວົ້າ​ກັນ​ວ່າ: ‘ເຮົາ​ຈະ​ໄປ​ຂ້າ​ພວກ​ເຂົາ ແລະ​ເຮັດ​ໃຫ້​ງານ​ກໍ່​ສ້າງ​ເລີກ​ລົ້ມ.’ ເມື່ອ​ເນເຫມີ​ຮູ້​ກ່ຽວ​ກັບ​ເລື່ອງ​ນີ້ ທ່ານ​ຈັດ​ໃຫ້​ພວກ​ຄົນ​ງານ​ຖື​ດາບ​ແລະ​ຫອກ​ພ້ອມ. ແລະ​ທ່ານ​ບອກ​ວ່າ: ‘ບໍ່​ຕ້ອງ​ຢ້ານ​ພວກ​ສັດຕູ ຈົ່ງ​ຕໍ່​ສູ້​ເພື່ອ​ພີ່​ນ້ອງ ລູກ​ຫຼານ ເມຍ​ແລະ​ບ້ານ​ເຮືອນ​ຂອງ​ເຈົ້າ​ເຖີດ.’

ຜູ້​ຄົນ​ຕ່າງ​ກໍ່​ມີ​ໃຈ​ກ້າຫານ. ພວກ​ເຂົາ​ຖື​ອາວຸດ​ພ້ອມ​ທັງ​ກາງເວັນ​ແລະ​ກາງຄືນ ແລະ​ທຳ​ການ​ກໍ່​ສ້າງ​ຕໍ່​ໄປ. ດັ່ງ​ນັ້ນ​ພາຍ​ໃນ 52 ມື້​ເທົ່າ​ນັ້ນ​ກຳແພງ​ກໍ່​ເສັດ. ບັດ​ນີ້​ຜູ້​ຄົນ​ທີ່​ຢູ່​ໃນ​ເມືອງ​ຮູ້ສຶກ​ປອດໄພ. ເນເຫມີ​ແລະ​ເອເຊດຣາເຊ​ສັ່ງ​ສອນ​ປະຊາຊົນ​ເຖິງ​ກົດໝາຍ​ຂອງ​ພະເຈົ້າ ແລະ​ພວກ​ເຂົາ​ຕ່າງ​ກໍ່​ມີ​ຄວາມ​ສຸກ​ສະບາຍ​ໃຈ.

ແຕ່​ສິ່ງ​ຕ່າງໆກໍ່​ຍັງ​ບໍ່​ເປັນ​ຄື​ສະໄໝ​ກ່ອນ ກ່ອນ​ທີ່​ຊົນ​ຍິດສະລາເອນ​ຖືກ​ເອົາ​ໄປ​ເປັນ​ຊະເລີຍ​ທີ່​ບາບີໂລນ. ຜູ້​ຄົນ​ຢູ່​ໃຕ້​ການ​ປົກຄອງ​ຂອງ​ກະສັດ​ເປເຣເຊ​ແລະ​ເຂົາ​ຕ້ອງ​ຮັບໃຊ້​ກະສັດ​ນັ້ນ. ແຕ່​ພະ​ເຢໂຫວາ​ໄດ້​ສັນຍາ​ໄວ້​ວ່າ​ພະອົງ​ຈະ​ສົ່ງ​ກະສັດ​ອົງ​ໃໝ່​ມາ​ແລະ​ກະສັດ​ອົງ​ນີ້​ຈະ​ນຳ​ເອົາ​ສັນຕິສຸກ​ມາ​ສູ່​ພົນລະເມືອງ. ກະສັດ​ອົງ​ນີ້​ຄື​ຜູ້​ໃດ? ພະອົງ​ຈະ​ນຳ​ເອົາ​ສັນຕິສຸກ​ມາ​ສູ່​ແຜ່ນດິນ​ໂລກ​ໂດຍ​ວິທີ​ໃດ? ປະມານ 450 ປີ​ໄດ້​ຜ່ານ​ໄປ​ກ່ອນ​ທີ່​ຄົນ​ໃດໆຈະ​ມີ​ໂອກາດ​ຮຽນ​ຮູ້​ກ່ຽວ​ກັບ​ເລື່ອງ​ນີ້​ຫຼາຍ​ຂຶ້ນ. ແລ້ວ​ກໍ່​ມີ​ການ​ກຳເນີດ​ຂອງ​ທາລົກ​ຄັ້ງ​ສຳຄັນ​ທີ່​ສຸດ. ແຕ່​ວ່າ​ນັ້ນ​ເປັນ​ອີກ​ເລື່ອງ​ນຶ່ງ.

ເນເຫມີ ບົດ 1 ເຖິງ 6.