ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ປະຊາຊົນຂອງພະເຈົ້າອອກຈາກບາບີໂລນ

ປະຊາຊົນຂອງພະເຈົ້າອອກຈາກບາບີໂລນ

ບົດ 80

ປະຊາຊົນ​ຂອງ​ພະເຈົ້າ​ອອກ​ຈາກ​ບາບີໂລນ

ເກືອບ​ສອງ​ປີ​ຜ່ານ​ໄປ ຕັ້ງ​ແຕ່​ບາບີໂລນ​ຖືກ​ຍຶດ​ໂດຍ​ຊາວ​ແມດ​ແລະ​ຊາວ​ເປເຣເຊ. ມີ​ຫຍັງ​ພວມ​ເກີດ​ຂຶ້ນ​ໃນ​ຕອນ​ນີ້! ແມ່ນ​ແລ້ວ ຊົນ​ຍິດສະລາເອນ​ພວມ​ອອກ​ເດີນ​ທາງ​ຈາກ​ບາບີໂລນ. ພວກ​ເຂົາ​ໄດ້​ຮັບ​ການ​ປົດ​ປ່ອຍ​ຢ່າງ​ໃດ? ຜູ້​ໃດ​ໃຫ້​ພວກ​ເຂົາ​ອອກ​ໄປ?

ຊີຣຶເຊ​ກະສັດ​ແຫ່ງ​ເປເຣເຊ​ໄດ້​ອະນຸຍາດ​ໃຫ້​ໄປ. ດົນ​ກ່ອນ​ທີ່​ຊີຣຶເຊ​ມາ​ເກີດ ພະ​ເຢໂຫວາ​ໄດ້​ໃຫ້​ຜູ້​ທຳນວາຍ​ເອຊາອີ​ບັນທຶກ​ໄວ້​ເຖິງ​ທ່ານ​ວ່າ: ‘ເຈົ້າ​ຈະ​ເຮັດ​ຕາມ​ທີ່​ເຮົາ​ຕ້ອງການ​ໃຫ້​ເຈົ້າ​ເຮັດ. ປະຕູ​ຈະ​ຖືກ​ເປີດ​ປະ​ໄວ້​ສຳລັບ​ເຈົ້າ​ທີ່​ຈະ​ເຂົ້າ​ໄປ​ຍຶດ​ເອົາ​ເມືອງ​ນັ້ນ.’ ແລະ​ຊີຣຶເຊ​ກໍ່​ໄດ້​ນຳ​ໜ້າ​ໃນ​ການ​ຍຶດ​ເອົາ​ນະຄອນ​ບາບີໂລນ. ຊາວ​ແມດ​ແລະ​ຊາວ​ເປເຣເຊ​ເຂົ້າ​ໄປ​ໃນ​ນະຄອນ​ນັ້ນ​ຕອນ​ກາງຄືນ​ຜ່ານ​ທາງ​ປະຕູ​ທີ່​ໄດ້​ເປີດ​ປະ​ໄວ້​ນັ້ນ.

ແຕ່​ເອຊາອີ​ຜູ້​ທຳນວາຍ​ຂອງ​ພະ​ເຢໂຫວາ​ກໍ່​ຍັງ​ກ່າວ​ດ້ວຍ​ວ່າ ຊີຣຶເຊ​ຈະ​ອອກ​ຄຳ​ສັ່ງ​ໃຫ້​ສ້າງ​ເຢຣຶຊາເລມ​ແລະ​ສ້າງ​ວິຫານ​ນັ້ນ​ຂຶ້ນ​ອີກ. ຊີຣຶເຊ​ໄດ້​ອອກ​ຄຳ​ສັ່ງ​ນີ້​ບໍ? ແມ່ນ​ແລ້ວ. ຊີຣຶເຊ​ບອກ​ຊົນ​ຍິດສະລາເອນ​ວ່າ: ‘ບັດ​ນີ້​ຈົ່ງ​ກັບ​ໄປ​ເຢຣຶຊາເລມ​ແລະ​ຈົ່ງ​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ທ່ານ.’ ແລະ​ຊົນ​ຍິດສະລາເອນ​ເຫຼົ່າ​ນີ້​ພວມ​ອອກ​ເດີນ​ທາງ​ເພື່ອ​ເຮັດ​ສິ່ງ​ນີ້.

ແຕ່​ບໍ່​ແມ່ນ​ຊົນ​ຍິດສະລາເອນ​ໝົດ​ທຸກ​ຄົນ​ໃນ​ບາບີໂລນ​ສາມາດ​ເດີນ​ທາງ​ໄລຍະ​ໄກ​ເມືອ​ເຢຣຶຊາເລມ​ໄດ້. ມີ​ໄລຍະ​ທາງ​ປະມານ 800 ກິໂລແມັດ ແລະ​ຫຼາຍ​ຄົນ​ກໍ່​ເຖົ້າ​ແກ່​ແລ້ວ​ຫຼື​ເຈັບ​ປ່ວຍ​ເກີນ​ກວ່າ​ທີ່​ຈະ​ເດີນ​ທາງ​ໄປ​ທາງ​ໄກ​ຢ່າງ​ນັ້ນ. ແລະ​ກໍ່​ມີ​ເຫດຜົນ​ອື່ນໆທີ່​ບາງ​ຄົນ​ບໍ່​ໄປ. ແຕ່​ຊີຣຶເຊ​ປະກາດ​ແກ່​ຄົນ​ເຫຼົ່າ​ນັ້ນ​ທີ່​ບໍ່​ໄປ​ວ່າ: ‘ຈົ່ງ​ຊ່ວຍ​ເງິນ​ແລະ​ຄຳ​ແລະ​ຂອງ​ຂວັນ​ຕ່າງໆໃຫ້​ພວກ​ຄົນ​ທີ່​ຈະ​ກັບ​ໄປ​ສ້າງ​ເຢຣຶຊາເລມ​ແລະ​ວິຫານ.’

ດັ່ງ​ນັ້ນ ມີ​ການ​ມອບ​ຂອງ​ຂວັນ​ຕ່າງໆໃຫ້​ຊົນ​ຍິດສະລາເອນ​ເຫຼົ່າ​ນີ້​ຜູ້​ທີ່​ພວມ​ເດີນ​ທາງ​ໄປ​ເຢຣຶຊາເລມ. ຊີຣຶເຊ​ໄດ້​ມອບ​ພາຊະນະ​ໃຊ້​ເຊັ່ນ​ຖ້ວຍ​ແລະ​ຈອກ​ຕ່າງໆທີ່​ກະສັດ​ເນບຶກາດເນດຊາເຣ​ໄດ້​ຍຶດ​ຈາກ​ວິຫານ​ຂອງ​ພະ​ເຢໂຫວາ​ເມື່ອ​ທ່ານ​ໄດ້​ທຳລາຍ​ເຢຣຶຊາເລມ. ຜູ້​ຄົນ​ມີ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ທີ່​ຕ້ອງ​ຂົນ​ກັບ​ເມືອ​ນຳ​ພວກ​ເຂົາ.

ຫຼັງ​ຈາກ​ການ​ເດີນ​ທາງ​ປະມານ​ສີ່​ເດືອນ ຊົນ​ຍິດສະລາເອນ​ກັບ​ໄປ​ເຖິງ​ເຢຣຶຊາເລມ​ຕາມ​ເວລາ​ກຳນົດ. ເປັນ​ເວລາ 70 ປີ​ນັບ​ແຕ່​ເມືອງ​ຖືກ​ທຳລາຍ ແລະ​ແຜ່ນດິນ​ກໍ່​ເປັນ​ທີ່​ຖືກ​ຖິ້ມ​ໄວ້​ວ່າງ​ເປົ່າ​ປັດສະຈາກ​ຄົນ​ອາໄສ. ແຕ່​ເຖິງ​ແມ່ນ​ເວລາ​ນີ້​ຊົນ​ຍິດສະລາເອນ​ໄດ້​ກັບ​ມາ​ຢູ່​ໃນ​ປະເທດ​ຂອງ​ຕົນ​ເອງ​ແລ້ວ​ກໍ່​ຕາມ​ພວກ​ເຂົາ​ກໍ່​ຍັງ​ຈະ​ຕ້ອງ​ໄດ້​ຮັບ​ຄວາມ​ລຳບາກ​ຫຼາຍ​ຢ່າງ​ດັ່ງ​ທີ່​ເຮົາ​ຈະ​ໄດ້​ຮູ້​ຕໍ່​ໄປ.

ເອຊາອີ 44:28; 45:​1-4; ເອເຊດຣາເຊ 1:​1-11.