ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພວກເຂົາບໍ່ຍອມກົ້ມຕົວລົງ

ພວກເຂົາບໍ່ຍອມກົ້ມຕົວລົງ

ບົດ 77

ພວກ​ເຂົາ​ບໍ່​ຍອມ​ກົ້ມ​ຕົວ​ລົງ

ເຈົ້າ​ຈື່​ເລື່ອງ​ທີ່​ໄດ້​ຟັງ​ມາ​ແລ້ວ​ກ່ຽວ​ກັບ​ຊາຍ​ຫນຸ່ມ​ສາມ​ຄົນ​ເຫຼົ່າ​ນີ້​ບໍ? ແມ່ນ​ແລ້ວ ເຂົາ​ຄື​ເພື່ອນ​ຂອງ​ດານຽນ​ຜູ້​ຊຶ່ງ​ປະຕິເສດ​ກິນ​ອາຫານ​ທີ່​ບໍ່​ດີ​ສຳລັບ​ຕົນ. ຊາວ​ບາບີໂລນ​ເອີ້ນ​ພວກ​ເຂົາ​ວ່າ ຊາດຣາກ ເມຊາກ ແລະ​ອາເບດເນໂຄ. ແຕ່​ເບິ່ງ​ພວກ​ເຂົາ​ໃນ​ຂະນະ​ນີ້​ແດ່. ເປັນ​ຫຍັງ​ພວກ​ເຂົາ​ຈຶ່ງ​ບໍ່​ກົ້ມ​ລົງ​ຕໍ່​ໜ້າ​ຮູບ​ຈຳລອງ​ອັນ​ໃຫຍ່​ນີ້​ເໝືອນ​ກັບ​ຄົນ​ອື່ນໆ? ຂໍ​ໃຫ້​ເຮົາ​ພິຈາລະນາ​ເບິ່ງ.

ເຈົ້າ​ຈື່​ກົດໝາຍ​ທີ່​ເອີ້ນ​ວ່າ​ພະ​ບັນຍັດ​ສິບ​ປະການ​ຊຶ່ງ​ພະ​ເຢໂຫວາ​ເອງ​ໄດ້​ຈາລຶກ​ໄວ້​ນັ້ນ​ບໍ? ປະການ​ທຳອິດ​ຄື: ‘ເຈົ້າ​ຢ່າ​ນະມັດສະການ​ພະເຈົ້າ​ອົງ​ອື່ນ​ນອກ​ຈາກ​ເຮົາ.’ ພວກ​ຊາຍ​ຫນຸ່ມ​ທີ່​ນີ້​ປະຕິບັດ​ຕາມ​ກົດໝາຍ​ຂໍ້​ນີ້ ເຖິງ​ແມ່ນ​ວ່າ​ບໍ່​ເປັນ​ສິ່ງ​ທີ່​ງ່າຍ.

ກະສັດ​ເນບຶກາດເນດຊາເຣ​ແຫ່ງ​ບາບີໂລນ​ຮຽກ​ຮ້ອງ​ບຸກຄົນ​ສຳຄັນໆມາ​ເພື່ອ​ສະແດງ​ຄວາມ​ເຄົາລົບ​ຕໍ່​ຮູບ​ຈຳລອງ​ທີ່​ທ່ານ​ຕັ້ງ​ຂຶ້ນ​ນັ້ນ. ທ່ານ​ຫາ​ກໍ່​ເວົ້າ​ສຸດ​ລົງ​ຕໍ່​ຄົນ​ທັງ​ປວງ​ວ່າ: ‘ເມື່ອ​ພວກ​ເຈົ້າ​ໄດ້​ຍິນ​ສຽງ​ແກ​ສຽງ​ກະຈັບປີ່​ມື​ແລະ​ສຽງ​ດົນຕີ​ອື່ນໆ ເຈົ້າ​ຈົ່ງ​ກົ້ມ​ຕົວ​ລົງ​ນະມັດສະການ​ຮູບ​ຄຳ​ນີ້. ຜູ້​ໃດ​ທີ່​ບໍ່​ກົ້ມ​ຕົວ​ລົງ​ແລະ​ບໍ່​ນະມັດສະການ​ກໍ່​ຈະ​ຖືກ​ໂຍນ​ເຂົ້າ​ໃນ​ເຕົາ​ໄຟ​ທີ່​ຕິດ​ໄຟ​ລຸກ​ອັນ​ຮ້ອນ​ກ້າ​ນັ້ນ​ທັນທີ.’

ຄັນ​ເນບຶກາດເນດຊາເຣ​ຮູ້​ແລ້ວ​ວ່າ​ຊາດຣາກ ເມຊາກ​ແລະ​ອາເບດເນໂຄ​ບໍ່​ໄດ້​ກົ້ມ​ຕົວ​ລົງ ທ່ານ​ກໍ່​ມີ​ຄວາມ​ຄຽດ​ຮ້າຍ​ຫຼາຍ. ກະສັດ​ສັ່ງ​ໃຫ້​ນຳ​ຕົວ​ເຂົາ​ເຂົ້າ​ມາ​ເຝົ້າ. ທ່ານ​ໄດ້​ໃຫ້​ໂອກາດ​ແກ່​ເຂົາ​ອີກ​ຄັ້ງ​ນຶ່ງ​ທີ່​ຈະ​ກົ້ມ​ຕົວ​ລົງ. ແຕ່​ຊາຍ​ຫນຸ່ມ​ເຫຼົ່າ​ນີ້​ວາງໃຈ​ໃນ​ພະ​ເຢໂຫວາ. ເຂົາ​ຫຼອງ​ຕໍ່​ເນບຶກາດເນດຊາເຣ​ວ່າ: ‘ພະເຈົ້າ​ຂອງ​ພວກ​ຂ້າພະເຈົ້າ​ຊຶ່ງ​ພວກ​ຂ້າພະເຈົ້າ​ປະຕິບັດ​ສາມາດ​ຊ່ວຍ​ພວກ​ຂ້າພະເຈົ້າ​ໃຫ້​ລອດ​ໄດ້. ແຕ່​ເຖິງ​ແມ່ນ​ວ່າ​ພະອົງ​ບໍ່​ຊ່ວຍ​ພວກ​ຂ້າພະເຈົ້າ​ໃຫ້​ລອດ ພວກ​ຂ້າພະເຈົ້າ​ຈະ​ບໍ່​ກົ້ມ​ຕົວ​ລົງ​ຕໍ່​ຮູບ​ຈຳລອງ​ຂອງ​ທ່ານ.’

ເມື່ອ​ໄດ້​ຍິນ​ຄຳ​ນີ້ ເນບຶກາດເນດຊາເຣ​ກໍ່​ຍິ່ງ​ມີ​ຄວາມ​ຄຽດ​ຮ້າຍ. ໃນ​ທີ່​ນັ້ນ​ມີ​ເຕົາ​ໄຟ​ຢູ່​ໃກ້ໆແລະ​ທ່ານ​ອອກ​ຄຳ​ສັ່ງ​ວ່າ: ‘ຈົ່ງ​ໃຫ້​ເຕົາ​ໄຟ​ຮ້ອນ​ຂຶ້ນ 7 ເທົ່າ​ກວ່າ​ແຕ່​ກ່ອນ!’ ແລ້ວ​ໃຫ້​ຄົນ​ມີ​ແຮງ​ທີ່​ສຸດ​ໃນ​ກອງທັບ​ຂອງ​ທ່ານ​ມັດ​ຊາດຣາກ ເມຊາກ​ແລະ​ອາເບດເນໂຄ​ເອົາ​ຕົວ​ເຂົາ​ໂຍນ​ເຂົ້າ​ໄປ​ໃນ​ເຕົາ​ໄຟ. ເຕົາ​ນັ້ນ​ກໍ່​ຮ້ອນ​ກ້າ​ຢ່າງ​ຍິ່ງ​ຈົນ​ເຖິງ​ພວກ​ຄົນ​ແຂງແຮງ​ພວກ​ນັ້ນ​ຖືກ​ຂ້າ​ຕາຍ​ຍ້ອນ​ແປວ​ໄຟ. ສ່ວນ​ຊາຍ​ຫນຸ່ມ​ສາມ​ຄົນ​ຜູ້​ທີ່​ຖືກ​ໂຍນ​ເຂົ້າ​ໄປ​ຂ້າງ​ໃນ​ນັ້ນ​ເປັນ​ຢ່າງ​ໃດ?

ກະສັດ​ຈ້ອງ​ມອງ​ເຂົ້າ​ໄປ​ໃນ​ເຕົາ​ໄຟ ແລະ​ແລ້ວ​ກໍ່​ເກີດ​ມີ​ຄວາມ​ຫວາດ​ກົວ​ຫຼາຍ. ທ່ານ​ຈຶ່ງ​ຮ້ອງ​ຖາມ​ວ່າ: ‘ເຮົາ​ໄດ້​ມັດ​ຊາຍ​ສາມ​ຄົນ​ແລະ​ໂຍນ​ເຂົ້າ​ໄປ​ໃນ​ເຕົາ​ໄຟ​ອັນ​ຮ້ອນ​ກ້າ​ນັ້ນ​ບໍ່​ໃຊ່​ຫຼື?’

ຂ້າລາຊະການ​ຂອງ​ທ່ານ​ຕອບ​ວ່າ: ‘ແມ່ນ​ແລ້ວ’

ທ່ານ​ກ່າວ​ວ່າ: ‘ແຕ່​ເຮົາ​ເຫັນ​ຊາຍ​ສີ່​ຄົນ​ຍ່າງ​ໄປ​ມາ​ໃນ​ກາງ​ໄຟ ພວກ​ເຂົາ​ບໍ່​ໄດ້​ຖືກ​ມັດ​ໄວ້​ເລີຍ ແລະ​ໄຟ​ກໍ່​ບໍ່​ເປັນ​ອັນຕະລາຍ​ແກ່​ເຂົາ. ແລະ​ຜູ້​ທີ​ສີ່​ນັ້ນ​ຄ້າຍ​ຄື​ພະເຈົ້າ​ອົງ​ນຶ່ງ.’ ກະສັດ​ຫຍັບ​ເຂົ້າ​ໄປ​ໃກ້​ປະຕູ​ເຕົາ​ໄຟ​ແລະ​ຮ້ອງ​ວ່າ: ‘ຊາດຣາກ ເມຊາກ ອາເບດເນໂຄ ຈົ່ງ​ອອກ​ມາ​ເຖີດ ເຈົ້າ​ຜູ້​ຮັບໃຊ້​ແຫ່ງ​ພະເຈົ້າ​ອົງ​ສູງ​ສຸດ!’

ເມື່ອ​ເຂົາ​ອອກ​ມາ ທຸກ​ຄົນ​ສາມາດ​ເຫັນ​ໄດ້​ວ່າ​ເຂົາ​ບໍ່​ໄດ້​ຮັບ​ອັນຕະລາຍ​ເລີຍ. ແລ້ວ​ກະສັດ​ກ່າວ​ວ່າ: ‘ຂໍ​ໃຫ້​ພະເຈົ້າ​ຂອງ​ຊາດຣາກ ເມຊາກ​ແລະ​ອາເບດເນໂຄ​ຈົ່ງ​ໄດ້​ຮັບ​ຄຳ​ຍົກຍ້ອງ​ສັນລະເສີນ​ເຖີດ! ພະອົງ​ໄດ້​ສົ່ງ​ທູດ​ຂອງ​ພະອົງ​ມາ​ຊ່ວຍ​ເຂົາ​ໃຫ້​ລອດ ເພາະ​ເຂົາ​ບໍ່​ກົ້ມ​ຕົວ​ລົງ​ນະມັດສະການ​ພະເຈົ້າ​ອື່ນ ນອກ​ຈາກ​ພະເຈົ້າ​ຂອງ​ເຂົາ​ເອງ.’

ເລື່ອງ​ນີ້​ເປັນ​ຕົວຢ່າງ​ທີ່​ດີ​ເລີດ ທີ່​ເຮົາ​ຄວນ​ປະຕິບັດ​ຕາມ​ໃນ​ເລື່ອງ​ຄວາມ​ສັດ​ຊື່​ໝັ້ນຄົງ​ຕໍ່​ພະ​ເຢໂຫວາ​ແມ່ນ​ບໍ?

ອຸປະຍົກໜີ 20:3; ດານຽນ 3:​1-30.