ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໝັ້ນໃຈໃນຄວາມຊ່ວຍເຫຼືອຂອງພະເຈົ້າ

ໝັ້ນໃຈໃນຄວາມຊ່ວຍເຫຼືອຂອງພະເຈົ້າ

ບົດ 81

ໝັ້ນ​ໃຈ​ໃນ​ຄວາມ​ຊ່ວຍເຫຼືອ​ຂອງ​ພະເຈົ້າ

ຜູ້​ຄົນ​ຫຼາຍ​ພັນ​ຄົນ​ເດີນ​ທາງ​ໄກ​ຈາກ​ບາບີໂລນ​ໄປ​ຍັງ​ເຢຣຶຊາເລມ. ແຕ່​ເມື່ອ​ພວກ​ເຂົາ​ໄປ​ເຖິງ ເຢຣຶຊາເລມ​ເປັນ​ພຽງ​ແຕ່​ສະຖານ​ທີ່​ຫັກ​ພັງ​ເທົ່າ​ນັ້ນ. ບໍ່​ມີ​ຜູ້​ໃດ​ອາໄສ​ຢູ່​ທີ່​ນັ້ນ. ຊົນ​ຍິດສະລາເອນ​ຕ້ອງ​ກໍ່​ສ້າງ​ທຸກ​ສິ່ງ​ຂຶ້ນ​ໃໝ່​ອີກ.

ສິ່ງ​ທຳອິດ​ຢ່າງ​ນຶ່ງ​ທີ່​ພວກ​ເຂົາ​ກໍ່​ສ້າງ​ຂຶ້ນ​ນັ້ນ​ຄື​ແທ່ນ​ບູຊາ. ນັ້ນ​ເປັນ​ບ່ອນ​ທີ່​ພວກ​ເຂົາ​ຈະ​ມາ​ຖວາຍ​ເຄື່ອງ​ບູຊາ​ທີ່​ເປັນ​ສັດ​ຫຼື​ຂອງ​ກຳນັນ​ແກ່​ພະ​ເຢໂຫວາ. ສອງ​ສາມ​ເດືອນ​ຕໍ່​ມາ​ຊົນ​ຍິດສະລາເອນ​ເລີ່ມ​ກໍ່​ສ້າງ​ວິຫານ. ແຕ່​ພວກ​ສັດຕູ​ທີ່​ອາໄສ​ຢູ່​ແດນ​ໃກ້​ຄຽງ​ນັ້ນ​ບໍ່​ຕ້ອງການ​ໃຫ້​ຊົນ​ຍິດສະລາເອນ​ກໍ່​ສ້າງ​ວິຫານ​ຂຶ້ນ. ຈຶ່ງ​ພະຍາຍາມ​ຂູ່​ໃຫ້​ຊົນ​ຍິດສະລາເອນ​ຢ້ານ​ເພື່ອ​ເຮັດ​ໃຫ້​ເຂົາ​ເລີກ​ງານ​ກໍ່​ສ້າງ. ໃນ​ທີ່​ສຸດ ພວກ​ສັດຕູ​ເຫຼົ່າ​ນີ້​ຈຶ່ງ​ຊັກຊວນ​ກະສັດ​ອົງ​ໃໝ່​ແຫ່ງ​ເປເຣເຊ​ອອກ​ກົດໝາຍ​ໃຫ້​ຢຸດ​ງານ​ກໍ່​ສ້າງ.

ຫຼາຍ​ປີ​ຜ່ານ​ໄປ. ຕອນ​ນີ້​ເປັນ​ເວລາ 17 ປີ​ຕັ້ງ​ແຕ່​ຊົນ​ຍິດສະລາເອນ​ເມືອ​ຈາກ​ບາບີໂລນ. ພະ​ເຢໂຫວາ​ສົ່ງ​ຜູ້​ທຳນວາຍ​ອາກເກ​ແລະ​ຊາກາລີ​ໄປ​ບອກ​ຜູ້​ຄົນ​ໃຫ້​ເລີ່ມ​ກໍ່​ສ້າງ​ອີກ. ຜູ້​ຄົນ​ໝັ້ນ​ໃຈ​ໃນ​ຄວາມ​ຊ່ວຍເຫຼືອ​ຂອງ​ພະເຈົ້າ ແລະ​ເຊື່ອ​ຟັງ​ຜູ້​ທຳນວາຍ. ພວກ​ເຂົາ​ລົງ​ມື​ກໍ່​ສ້າງ​ອີກ ເຖິງ​ແມ່ນ​ວ່າ​ມີ​ກົດໝາຍ​ສັ່ງ​ຫ້າມ​ບໍ່​ໃຫ້​ກໍ່​ສ້າງ​ກໍ່​ຕາມ.

ດັ່ງ​ນັ້ນ​ທາດ​ນາຍ​ຜູ້​ຄຸ້ມຄອງ​ຊາວ​ເປເຣເຊ​ມາ​ຖາມ​ຊົນ​ຍິດສະລາເອນ​ວ່າ ມີ​ສິດ​ອັນ​ໃດ​ທີ່​ກໍ່​ສ້າງ​ວິຫານ. ຊົນ​ຍິດສະລາເອນ​ບອກ​ທ່ານ​ວ່າ​ເມື່ອ​ພວກ​ເຂົາ​ຢູ່​ບາບີໂລນ​ກະສັດ​ຊີຣຶເຊ​ໄດ້​ສັ່ງ​ພວກ​ເຂົາ​ວ່າ: ‘ບັດ​ນີ້​ຈົ່ງ​ໄປ​ເຢຣຶຊາເລມ​ແລະ​ກໍ່​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ.’

ທາດ​ນາຍ​ສົ່ງ​ຈົດໝາຍ​ໄປ​ບາບີໂລນ​ແລະ​ຖາມ​ເຖິງ​ຊີຣຶເຊ​ຜູ້​ຊຶ່ງ​ເວລາ​ນັ້ນ​ສິ້ນ​ຊີວິດ​ແລ້ວ​ວ່າ​ຊີຣຶເຊ​ໄດ້​ກ່າວ​ເຊັ່ນ​ນັ້ນ​ເປັນ​ຄວາມ​ຈິງ​ຫຼື​ບໍ. ບໍ່​ຊ້າ​ມີ​ຈົດໝາຍ​ມາ​ຈາກ​ກະສັດ​ອົງ​ໃໝ່​ແຫ່ງ​ເປເຣເຊ​ແຈ້ງ​ວ່າ​ຊີຣຶເຊ​ໄດ້​ອອກ​ຄຳ​ສັ່ງ​ດັ່ງ​ນັ້ນ​ຈິງ. ແລະ​ກະສັດ​ຈຶ່ງ​ຂຽນ​ບອກ​ວ່າ: ‘ຈົ່ງ​ປ່ອຍ​ໃຫ້​ຊົນ​ຍິດສະລາເອນ​ກໍ່​ສ້າງ​ວິຫານ​ແຫ່ງ​ພະເຈົ້າ​ຂອງ​ພວກ​ເຂົາ​ເຖີດ. ແລະ​ເຮົາ​ສັ່ງ​ເຈົ້າ​ໃຫ້​ຊ່ວຍ​ພວກ​ເຂົາ.’ ໃນ​ເວລາ​ປະມານ​ສີ່​ປີ​ວິຫານ​ກໍ່​ສ້າງ​ເສັດ​ແລ້ວ​ແລະ​ຊົນ​ຍິດສະລາເອນ​ຕ່າງ​ກໍ່​ມີ​ຄວາມ​ດີອົກດີໃຈ​ຫຼາຍ.

ຫຼາຍ​ປີ​ໄດ້​ລ່ວງ​ໄປ. ຕອນ​ນີ້​ກໍ່​ເກືອບ 48 ປີ​ຕັ້ງ​ແຕ່​ວິຫານ​ສ້າງ​ເສັດ​ແລ້ວ. ຜູ້​ຄົນ​ໃນ​ເຢຣຶຊາເລມ​ທຸກ​ຍາກ ເມືອງ​ນັ້ນ​ແລະ​ວິຫານ​ຂອງ​ພະເຈົ້າ​ບໍ່​ຄ່ອຍ​ຈະ​ງົດງາມ​ໜ້າ​ເບິ່ງ​ປານ​ໃດ. ທີ່​ນະຄອນ​ບາບີໂລນ​ນັ້ນ ເອເຊດຣາເຊ​ຊາວ​ຍິດສະລາເອນ​ຮູ້​ເຖິງ​ຄວາມ​ຈຳເປັນ​ທີ່​ຈະ​ຕ້ອງ​ຕົກແຕ່ງ​ວິຫານ​ຂອງ​ພະເຈົ້າ. ດັ່ງ​ນັ້ນ​ເຈົ້າ​ຮູ້​ບໍ​ວ່າ​ເຂົາ​ເຮັດ​ຢ່າງ​ໃດ?

ເອເຊດຣາເຊ​ເຂົ້າ​ໄປ​ເຝົ້າ​ອາເຣຕາເຊເຣເຊ ກະສັດ​ແຫ່ງ​ປະເທດ​ເປເຣເຊ ແລະ​ກະສັດ​ຜູ້​ມີ​ນ້ຳໃຈ​ດີ​ອົງ​ນີ້​ໄດ້​ມອບ​ຂອງ​ກຳນັນ​ຫຼາຍ​ຢ່າງ​ແກ່​ເອເຊດຣາເຊ​ເພື່ອ​ນຳ​ໄປ​ເຢຣຶຊາເລມ. ເອເຊດຣາເຊ​ໄດ້​ຂໍຮ້ອງ​ຊົນ​ຍິດສະລາເອນ​ໃນ​ບາບີໂລນ​ໃຫ້​ຊ່ວຍ​ເຂົາ​ຂົນ​ຂອງ​ກຳນັນ​ເຫຼົ່າ​ນີ້​ໄປ​ເຢຣຶຊາເລມ. ຜູ້​ຄົນ​ປະມານ 6,000 ຄົນ​ສະເໜີ​ຕົວ​ທີ່​ຈະ​ໄປ. ພວກ​ເຂົາ​ມີ​ເງິນ ຄຳ​ແລະ​ສິ່ງ​ທີ່​ມີ​ຄ່າ​ອື່ນໆຫຼາຍ​ຢ່າງ​ທີ່​ຈະ​ເອົາ​ໄປ​ນຳ.

ເອເຊດຣາເຊ​ເປັນ​ຫ່ວງ ເພາະ​ຕາມ​ຫົນ​ທາງ​ນັ້ນ​ມີ​ພວກ​ຄົນ​ຮ້າຍ. ຄົນ​ເຫຼົ່າ​ນີ້​ອາດ​ມາ​ແຍ່ງ​ຊິງ​ເອົາ​ຄຳ​ແລະ​ເງິນ​ຂອງ​ເຂົາ ແລະ​ຂ້າ​ເຂົາ​ເສຍ. ດັ່ງ​ນັ້ນ​ເອເຊດຣາເຊ​ຈຶ່ງ​ຮຽກ​ຜູ້​ຄົນ​ມາ​ຮ່ວມ​ຊຸມນຸມ​ກັນ ດັ່ງ​ທີ່​ເຈົ້າ​ເຫັນ​ຢູ່​ໃນ​ຮູບ​ນີ້. ແລ້ວ​ພວກ​ເຂົາ​ອະທິດຖານ​ຂໍ​ພະ​ເຢໂຫວາ​ປ້ອງກັນ​ເຂົາ​ໃນ​ການ​ເດີນ​ທາງ​ໄກ​ກັບ​ໄປ​ສູ່​ເຢຣຶຊາເລມ.

ພະ​ເຢໂຫວາ​ໄດ້​ປ້ອງກັນ​ພວກ​ເຂົາ. ຫຼັງ​ຈາກ​ເດີນ​ທາງ​ໄດ້​ສີ່​ເດືອນ​ພວກ​ເຂົາ​ກໍ່​ມາ​ເຖິງ​ເຢຣຶຊາເລມ​ດ້ວຍ​ຄວາມ​ປອດໄພ. ເລື່ອງ​ນີ້​ສະແດງ​ໃຫ້​ເຫັນ​ບໍ່​ແມ່ນ​ບໍ​ທີ່​ວ່າ​ພະ​ເຢໂຫວາ​ສາມາດ​ປ້ອງກັນ​ຄົນ​ເຫຼົ່າ​ນັ້ນ​ຊຶ່ງ​ໝັ້ນ​ໃຈ​ໃນ​ຄວາມ​ຊ່ວຍເຫຼືອ​ຂອງ​ພະອົງ?

ເອເຊດຣາເຊ ບົດ 2 ເຖິງ 8.