ຄຳຖາມສຳລັບການສຶກສາໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
ຄຳຖາມສຳລັບການສຶກສາໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
ພະເຈົ້າເລີ່ມສ້າງສິ່ງຕ່າງໆ
1. ສິ່ງດີທັງໝົດມາຈາກໃສ ແລະເຈົ້າຈະຍົກຈັກຕົວຢ່າງນຶ່ງໄດ້ບໍ?
2. ສິ່ງທຳອິດທີ່ພະເຈົ້າໄດ້ສ້າງແມ່ນຫຍັງ?
3. ຍ້ອນຫຍັງທູດສະຫວັນອົງທຳອິດທີ່ພະເຈົ້າສ້າງຈຶ່ງເປັນອົງພິເສດ?
4. ຈົ່ງອະທິບາຍວ່າໃນຕອນເລີ່ມຕົ້ນນັ້ນແຜ່ນດິນໂລກຄ້າຍກັນກັບຫຍັງ. (ເບິ່ງຮູບພາບ.)
5. ພະເຈົ້າເລີ່ມຕົ້ນກະກຽມແຜ່ນດິນໂລກໄວ້ໃຫ້ພ້ອມສຳລັບສັດຕ່າງໆ ແລະມະນຸດຢ່າງໃດ?
ຄຳຖາມເສີມ:
1. ອ່ານເຢເຣມີ 10:12.
ຄຸນລັກສະນະໃດຂອງພະເຈົ້າທີ່ສະແດງໃຫ້ເຫັນຈາກສິ່ງທີ່ພະອົງສ້າງ? (ເອຊາ. 40:26; ໂລມ 11:33)
2. ອ່ານໂກໂລດ 1:15-17.
ພະເຍຊູມີບົດບາດແນວໃດໃນການສ້າງ ແລະສິ່ງນີ້ຄວນຈະມີຜົນກະທົບແນວໃດຕໍ່ທັດສະນະທີ່ເຮົາມີຕໍ່ພະອົງ? (ໂກໂລ. 1:15-17)
3. ອ່ານຕົ້ນເດິມ 1:1-10.
(ກ) ແຜ່ນດິນໂລກເກີດຂຶ້ນມາແນວໃດ? (ຕົ້ນ. 1:1)
(ຂ) ມີຫຍັງເກີດຂຶ້ນໃນວັນທຳອິດແຫ່ງການສ້າງ? (ຕົ້ນ. 1:3-5)
(ຄ) ຈົ່ງອະທິບາຍວ່າມີຫຍັງເກີດຂຶ້ນໃນວັນທີສອງແຫ່ງການສ້າງ. (ຕົ້ນ. 1:7, 8)
ສວນທີ່ສວຍງາມ
1. ພະເຈົ້າກະກຽມແຜ່ນດິນໂລກໄວ້ໃຫ້ເປັນບ້ານຂອງເຮົາດ້ວຍວິທີໃດ?
2. ລອງບອກວ່າສັດຕ່າງໆ ຫຼາກຫຼາຍຊະນິດທີ່ພະເຈົ້າສ້າງໄວ້ມີໂຕຫຍັງແດ່. (ເບິ່ງຮູບພາບ.)
3. ເປັນຫຍັງສວນເອເດນຈຶ່ງເປັນສະຖານທີ່ທີ່ພິເສດ?
4. ພະເຈົ້າຢາກໃຫ້ທົ່ວແຜ່ນດິນໂລກກາຍເປັນຫຍັງ?
ຄຳຖາມເສີມ:
1. ອ່ານຕົ້ນເດິມ 1:11-25.
(ກ) ໃນວັນທີສາມແຫ່ງການສ້າງພະເຈົ້າສ້າງຫຍັງ? (ຕົ້ນ. 1:12)
(ຂ) ໃນວັນທີສີ່ແຫ່ງການສ້າງມີອັນໃດເກີດຂຶ້ນ? (ຕົ້ນ. 1:16)
(ຄ) ໃນວັນທີຫ້າແລະວັນທີຫົກພະເຈົ້າໄດ້ສ້າງສັດຊະນິດໃດແດ່? (ຕົ້ນ. 1:20, 21, 25)
2. ອ່ານຕົ້ນເດິມ 2:8, 9.
ຕົ້ນໄມ້ພິເສດສອງຕົ້ນທີ່ພະເຈົ້າປູກໄວ້ໃນສວນແມ່ນຕົ້ນຫຍັງແດ່ ແລະຕົ້ນໄມ້ເຫຼົ່ານີ້ເປັນສັນຍະລັກສະແດງເຖິງສິ່ງໃດ?
ມະນຸດຜູ້ຊາຍຜູ້ຍິງຄູ່ທຳອິດ
1. ຮູບພາບໃນບົດ 3 ຕ່າງກັນກັບຮູບພາບໃນບົດ 2 ແນວໃດ?
2. ຜູ້ໃດສ້າງຜູ້ຊາຍຄົນທຳອິດ ແລະຜູ້ຊາຍນັ້ນຊື່ຫຍັງ?
3. ພະເຈົ້າໃຫ້ອາດາມເຮັດວຽກຫຍັງແດ່?
4. ເປັນຫຍັງພະເຈົ້າຈຶ່ງເຮັດໃຫ້ອາດາມນອນຫຼັບສະໜິດ?
5. ອາດາມແລະເອວາອາດຈະມີຊີວິດຢູ່ໄດ້ດົນນານປານໃດ ແລະພະເຢໂຫວາຕ້ອງການໃຫ້ເຂົາເຈົ້າເຮັດວຽກຫຍັງແດ່?
ຄຳຖາມເສີມ:
1. ອ່ານຄຳເພງ 83:18.
ພະເຈົ້າຊື່ຫຍັງ ແລະພະອົງມີຕຳແໜ່ງຫຍັງເໜືອແຜ່ນດິນໂລກທີ່ບໍ່ມີໃຜເໝືອນ? (ຢເຣ. 16:21; ດາ. 4:17)
2. ອ່ານຕົ້ນເດິມ 1:26-31.
(ກ) ແມ່ນຫຍັງເປັນຈຸດສຸດຍອດແຫ່ງການສ້າງຂອງພະເຈົ້າໃນວັນທີຫົກ ແລະສິ່ງທີ່ໄດ້ສ້າງນີ້ແຕກຕ່າງຈາກສັດຈັ່ງໃດ? (ຕົ້ນ. 1:26)
(ຂ) ພະເຢໂຫວາຈັດຕຽມອັນໃດໄວ້ໃຫ້ທັງມະນຸດແລະສັດ? (ຕົ້ນ. 1:30)
3. ອ່ານຕົ້ນເດິມ 2:7-25.
(ກ) ເພື່ອຈະຕັ້ງຊື່ສັດຕ່າງໆ ຕາມທີ່ໄດ້ຮັບມອບໝາຍນັ້ນ ອາດາມຕ້ອງເຮັດຫຍັງ? (ຕົ້ນ. 2:19)
(ຂ) ຕົ້ນເດິມ 2:24 ຊ່ວຍເຮົາໃຫ້ເຂົ້າໃຈທັດສະນະຂອງພະເຢໂຫວາໃນເລື່ອງການແຕ່ງດອງ ການແຍກກັນຢູ່ ແລະການປະຮ້າງແນວໃດ? (ມັດ. 19:4-6, 9)
ເຫດຜົນທີ່ພວກເຂົາໄດ້ເສຍທີ່ຢູ່ອາໄສ
1. ໃນຮູບພາບນີ້ ມີຫຍັງເກີດຂຶ້ນກັບອາດາມແລະເອວາ?
2. ເປັນຫຍັງພະເຢໂຫວາຈຶ່ງລົງໂທດເຂົາເຈົ້າ?
3. ງູໄດ້ບອກເອວາວ່າແນວໃດ?
4. ແມ່ນໃຜເຮັດໃຫ້ງູເວົ້ານຳເອວາໄດ້?
5. ຍ້ອນຫຍັງອາດາມແລະເອວາຈຶ່ງສູນເສຍບ້ານທີ່ເປັນອຸດທະຍານຂອງເຂົາເຈົ້າ?
ຄຳຖາມເສີມ:
1. ອ່ານຕົ້ນເດິມ 2:16, 17 ແລະ 3:1-13, 24.
(ກ) ຄຳຖາມທີ່ງູຖາມເອວາເປັນການໃສ່ຮ້າຍພະເຢໂຫວາແນວໃດ? (ຕົ້ນ. 3:1-5; 1 ໂຍ. 5:3)
(ຂ) ຕົວຢ່າງຂອງເອວາເປັນສິ່ງເຕືອນໃຈເຮົາແນວໃດ? (ຟີລິບ 4:8; ຍໂກ. 1:14, 15; 1 ໂຍ. 2:16)
(ຄ) ອາດາມແລະເອວາເຮັດຢ່າງໃດທີ່ສະແດງວ່າເຂົາເຈົ້າບໍ່ຍອມຮັບຜິດຊອບຕໍ່ການກະທຳຂອງຕົນເອງ? (ຕົ້ນ. 3:12, 13)
(ງ) ການທີ່ນາຍທູດສະຫວັນຫຼືຄະຣູບິມເຝົ້າຮັກສາທາງທິດຕາເວັນອອກຂອງສວນເອເດນເປັນການສະໜັບສະຫນູນສິດທິສູງສຸດໃນການປົກຄອງຂອງພະເຢໂຫວາຢ່າງໃດ? (ຕົ້ນ. 3:24)
2. ອ່ານຄຳປາກົດ 12:9.
ໃນການເຮັດໃຫ້ມະນຸດຊາດຫັນມາຕໍ່ຕ້ານການປົກຄອງຂອງພະເຈົ້າຊາຕານໄດ້ປະສົບຜົນສຳເລັດຫຼາຍປານໃດ? (1 ໂຍ. 5:19)
ຊີວິດຍາກລຳບາກເລີ່ມຕົ້ນ
1. ເມື່ອຢູ່ນອກສວນເອເດນ ຊີວິດຂອງອາດາມແລະເອວາເປັນແນວໃດ?
2. ມີຫຍັງເລີ່ມເກີດຂຶ້ນກັບອາດາມແລະເອວາ ແລະຍ້ອນເຫດຜົນອັນໃດ?
3. ເປັນຫຍັງລູກຫຼານຂອງອາດາມແລະເອວາຈຶ່ງຕ້ອງເຖົ້າແກ່ລົງແລະຕາຍ?
4. ຖ້າອາດາມແລະເອວາໄດ້ເຊື່ອຟັງພະເຢໂຫວາ ຊີວິດຂອງເຂົາເຈົ້າແລະລູກຫຼານຈະເປັນແນວໃດ?
5. ການບໍ່ເຊື່ອຟັງຂອງເອວາເຮັດໃຫ້ລາວໄດ້ຮັບຄວາມເຈັບປວດແນວໃດ?
6. ລູກຊາຍສອງຄົນທຳອິດຂອງອາດາມແລະເອວາຊື່ວ່າຫຍັງ?
7. ເດັກນ້ອຍຄົນອື່ນໆ ໃນຮູບພາບນີ້ແມ່ນໃຜແດ່?
ຄຳຖາມເສີມ:
1. ອ່ານຕົ້ນເດິມ 3:16-23 ແລະ 4:1, 2.
(ກ) ແຜ່ນດິນທີ່ຖືກດ່າມີຜົນກະທົບຕໍ່ຊີວິດຂອງອາດາມແນວໃດ? (ຕົ້ນ. 3:17-19; ໂລມ 8:20, 22)
(ຂ) ຍ້ອນຫຍັງຊື່ເອວາທີ່ໝາຍເຖິງ “ຜູ້ມີຊີວິດຢູ່” ຈຶ່ງເໝາະສົມ? (ຕົ້ນ. 3:20)
(ຄ) ພະເຢໂຫວາສະແດງການຄຳນຶງເຖິງອາດາມແລະເອວາແນວໃດ ເຖິງແມ່ນວ່າເຂົາເຈົ້າໄດ້ເຮັດບາບແລ້ວ? (ຕົ້ນ. 3:7, 21)
2. ອ່ານຄຳປາກົດ 21:3, 4.
“ສິ່ງທັງຫຼາຍທີ່ເປັນເມື່ອກ່ອນ” ອັນໃດແດ່ທີ່ເຈົ້າຄອຍຖ້າໃຫ້ມີການກຳຈັດໃຫ້ໝົດ?
ລູກຊາຍທີ່ດີ ແລະລູກຊາຍທີ່ບໍ່ດີ
1. ກາອີນແລະອາເບນເຮັດວຽກຫຍັງ?
2. ກາອີນແລະອາເບນໄດ້ເອົາຫຍັງມາຖວາຍແດ່ພະເຢໂຫວາ?
3. ຍ້ອນຫຍັງພະເຢໂຫວາຈຶ່ງພໍໃຈນຳຂອງຖວາຍຂອງອາເບນ ແລະຍ້ອນຫຍັງພະອົງຈຶ່ງບໍ່ພໍໃຈນຳຂອງຖວາຍຂອງກາອີນ?
4. ກາອີນເປັນຄົນແບບໃດ ແລະພະເຢໂຫວາພະຍາຍາມດັດແກ້ລາວແນວໃດ?
5. ເມື່ອຢູ່ກັບນ້ອງຊາຍຕາມລຳພັງໃນທົ່ງນາກາອີນໄດ້ເຮັດຫຍັງ?
6. ຈົ່ງອະທິບາຍວ່າມີຫຍັງເກີດຂຶ້ນກັບກາອີນຫຼັງຈາກລາວຂ້ານ້ອງຊາຍແລ້ວ.
ຄຳຖາມເສີມ:
1. ອ່ານຕົ້ນເດິມ 4:2-26.
(ກ) ພະເຢໂຫວາອະທິບາຍເຖິງເລື່ອງທີ່ກາອີນຕົກຢູ່ໃນສະພາບທີ່ເປັນອັນຕະລາຍແນວໃດ? (ຕົ້ນ. 4:7)
(ຂ) ກາອີນເຜີຍໃຫ້ເຫັນທັດສະນະທີ່ຢູ່ໃນຫົວໃຈຂອງລາວແນວໃດ? (ຕົ້ນ. 4:9)
(ຄ) ພະເຢໂຫວາມີທັດສະນະແນວໃດໃນເລື່ອງການຂ້າຄົນທີ່ບໍ່ຜິດໃຫ້ເລືອດຕົກ? (ຕົ້ນ. 4:10; ເອຊາ. 26:21)
2. ອ່ານ 1 ໂຍຮັນ 3:11, 12.
(ກ) ຍ້ອນຫຍັງກາອີນຈຶ່ງຄຽດຫຼາຍ ແລະເລື່ອງນີ້ເຕືອນໃຈເຮົາໃນທຸກມື້ນີ້ແນວໃດ? (ຕົ້ນ. 4:4, 5; ສຸພາ. 14:30; 28:22)
(ຂ) ຄຳພີໄບເບິນສະແດງແນວໃດວ່າ ເຖິງແມ່ນວ່າສະມາຊິກທຸກຄົນໃນຄອບຄົວຂອງເຮົາຕໍ່ຕ້ານພະເຢໂຫວາ ເຮົາກໍຍັງສາມາດຮັກສາຄວາມສັດຊື່ໝັ້ນຄົງໄວ້ໄດ້? (ເພງ. 27:10; ມັດ. 10:21, 22)
3. ອ່ານໂຍຮັນ 11:25.
ພະເຢໂຫວາໃຫ້ຄຳຮັບຮອງແນວໃດກ່ຽວກັບທຸກຄົນທີ່ຕາຍເພາະເຫັນແກ່ຄວາມຊອບທຳ? (ໂຍ. 5:24)
ຊາຍຜູ້ກ້າຫານ
1. ເຫນົກແຕກຕ່າງຈາກຄົນອື່ນແນວໃດ?
2. ຍ້ອນຫຍັງຜູ້ຄົນໃນສະໄໝຂອງເຫນົກຈຶ່ງເຮັດສິ່ງທີ່ບໍ່ດີຫຼາຍຢ່າງ?
3. ມີສິ່ງທີ່ບໍ່ດີແບບໃດແດ່ທີ່ຜູ້ຄົນພວມເຮັດກັນຢູ່? (ເບິ່ງຮູບພາບ.)
4. ຍ້ອນຫຍັງເຫນົກຈຶ່ງຕ້ອງເປັນຄົນກ້າຫານ?
5. ຜູ້ຄົນໃນສະໄໝນັ້ນມີຊີວິດຍືນຍາວປານໃດ ແຕ່ເຫນົກມີຊີວິດຢູ່ດົນປານໃດ?
6. ມີຫຍັງເກີດຂຶ້ນຫຼັງຈາກເຫນົກຕາຍ?
ຄຳຖາມເສີມ:
1. ອ່ານຕົ້ນເດິມ 5:21-24, 27.
(ກ) ເຫນົກມີຄວາມສຳພັນແບບໃດກັບພະເຢໂຫວາ? (ຕົ້ນ. 5:24)
(ຂ) ຕາມທີ່ກ່າວໄວ້ໃນຄຳພີໄບເບິນ ຊາຍຜູ້ໃດມີອາຍຸຍືນຍາວທີ່ສຸດເທົ່າທີ່ເຄີຍມີມາ ແລະເຂົາມີອາຍຸເທົ່າໃດເມື່ອຕອນທີ່ເສຍຊີວິດ? (ຕົ້ນ. 5:27)
2. ອ່ານຕົ້ນເດິມ 6:5.
ຫຼັງຈາກເຫນົກຕາຍໄປແລ້ວ ສະພາບການເທິງແຜ່ນດິນໂລກຊົ່ວຮ້າຍປານໃດ ແລະເມື່ອທຽບກັບສະໄໝຂອງເຮົາແລ້ວເປັນແນວໃດ? (2 ຕີໂມ. 3:13)
3. ອ່ານເຫບເລິ 11:5.
ເຫນົກມີຄຸນສົມບັດແບບໃດທີ່ເຮັດໃຫ້ “ຊອບໃຈພະເຈົ້າ” ແລະຜົນເປັນແນວໃດ? (ຕົ້ນ. 5:22)
4. ອ່ານຍູເດ 14, 15.
ຄລິດສະຕຽນໃນທຸກມື້ນີ້ຈະຮຽນແບບຄວາມກ້າຫານຂອງເຫນົກໄດ້ແນວໃດເມື່ອເຕືອນຜູ້ຄົນກ່ຽວກັບສົງຄາມອະລະມະເຄໂດນທີ່ກຳລັງຈະມາເຖິງ? (2 ຕີໂມ. 4:2; ເຫບ. 13:6)
ຄົນຮ່າງຍັກທີ່ແຜ່ນດິນໂລກ
1. ມີຫຍັງເກີດຂຶ້ນເມື່ອທູດສະຫວັນບາງອົງຂອງພະເຈົ້າຟັງຄວາມຊາຕານ?
2. ຍ້ອນຫຍັງທູດສະຫວັນບາງອົງຈຶ່ງເລີກເຮັດການງານຂອງຕົນໃນສະຫວັນແລະພາກັນລົງມາເທິງແຜ່ນດິນໂລກ?
3. ເປັນຫຍັງຈຶ່ງຜິດທີ່ພວກທູດສະຫວັນລົງມາເທິງແຜ່ນດິນໂລກແລະແປງກາຍເປັນມະນຸດ?
4. ລູກຂອງທູດສະຫວັນແຕກຕ່າງຈາກຄົນອື່ນແນວໃດ?
5. ດັ່ງທີ່ເຫັນຈາກຮູບພາບ ລູກຂອງທູດສະຫວັນເຮັດຫຍັງເມື່ອເຂົາເຈົ້າເຕີບໂຕຂຶ້ນຈົນມີຮູບຮ່າງໃຫຍ່ໂຕຜິດປົກກະຕິຫຼືເປັນຍັກ?
6. ຫຼັງຈາກເຫນົກ ຄົນດີທີ່ມີຊີວິດຢູ່ເທິງແຜ່ນດິນໂລກແມ່ນໃຜ ແລະເປັນຫຍັງພະເຈົ້າຈຶ່ງມັກລາວ?
ຄຳຖາມເສີມ:
1. ອ່ານຕົ້ນເດິມ 6:1-8.
ຕົ້ນເດິມ 6:6 ເປີດເຜີຍໃຫ້ຮູ້ວ່າຄວາມປະພຶດຂອງເຮົາມີຜົນກະທົບຕໍ່ຄວາມຮູ້ສຶກຂອງພະເຢໂຫວາແນວໃດ? (ເພງ. 78:40, 41; ສຸພາ. 27:11)
2. ອ່ານຍູເດ 6.
ເລື່ອງຂອງທູດສະຫວັນທີ່ “ບໍ່ໄດ້ຖືຮັກສາສະກຸນວົງເດີມແຫ່ງຕົນ” ໃນສະໄໝຂອງໂນເອ ເປັນສິ່ງເຕືອນໃຈເຮົາໃນທຸກມື້ນີ້ແນວໃດ? (1 ໂກ. 3:5-9; 2 ເປ. 2:4, 9, 10)
ໂນເອສ້າງນາວາຫຼືຫີບມະຫຶມາ
1. ຄອບຄົວຂອງໂນເອມີຈັກຄົນ ແລະລູກຊາຍສາມຄົນຂອງທ່ານຊື່ຫຍັງແດ່?
2. ພະເຈົ້າໃຫ້ໂນເອເຮັດສິ່ງທີ່ແປກໆ ອັນໃດ ແລະຍ້ອນຫຍັງ?
3. ເພື່ອນບ້ານຂອງໂນເອສະແດງອາການແບບໃດເມື່ອທ່ານບອກເຂົາເຈົ້າເລື່ອງນາວາ?
4. ພະເຈົ້າບອກໃຫ້ໂນເອເຮັດແນວໃດກັບສັດ?
5. ພາຍຫຼັງພະເຈົ້າປິດປະຕູນາວາແລ້ວ ໂນເອແລະຄອບຄົວຂອງລາວຕ້ອງເຮັດຫຍັງແດ່?
ຄຳຖາມເສີມ:
1. ອ່ານຕົ້ນເດິມ 6:9-22.
(ກ) ແມ່ນຫຍັງເຮັດໃຫ້ໂນເອເປັນຜູ້ນະມັດສະການທີ່ເດັ່ນຂອງພະເຈົ້າທ່ຽງແທ້? (ຕົ້ນ. 6:9, 22)
(ຂ) ພະເຢໂຫວາຮູ້ສຶກແນວໃດຕໍ່ຄວາມຮຸນແຮງ ແລະເລື່ອງນີ້ຄວນສົ່ງຜົນຕໍ່ການເລືອກຄວາມບັນເທີງຂອງເຮົາແນວໃດ? (ຕົ້ນ. 6:11, 12; ເພງ. 11:5)
(ຄ) ເມື່ອເຮົາໄດ້ຮັບການຊີ້ນຳຜ່ານທາງອົງການຂອງພະເຢໂຫວາ ເຮົາຈະຮຽນແບບໂນເອໄດ້ແນວໃດ? (ຕົ້ນ. 6:22; 1 ໂຍ. 5:3)
2. ອ່ານຕົ້ນເດິມ 7:1-9.
ຄວາມຈິງທີ່ວ່າ ພະເຢໂຫວາມອງເບິ່ງໂນເອມະນຸດບໍ່ສົມບູນວ່າເປັນຄົນຊອບທຳນັ້ນ ຫນູນໃຈເຮົາແນວໃດໃນທຸກມື້ນີ້? (ຕົ້ນ. 7:1; ສຸພາ. 10:16; ເອຊາ. 26:7)
ນ້ຳຖ້ວມໃຫຍ່
1. ເປັນຫຍັງຈຶ່ງບໍ່ມີໃຜເຂົ້າໄປໃນນາວາໄດ້ອີກເມື່ອຝົນເລີ່ມຕົກ?
2. ພະເຢໂຫວາບັນດານໃຫ້ຝົນຕົກຈັກມື້ຈັກຄືນ ແລະນ້ຳຖ້ວມສູງປານໃດ?
3. ເມື່ອນ້ຳເລີ່ມຖ້ວມທົ່ວແຜ່ນດິນໂລກເກີດຫຍັງຂຶ້ນກັບນາວາ?
4. ພວກຍັກລອດຊີວິດຈາກນ້ຳຖ້ວມບໍ ແລະເກີດຫຍັງຂຶ້ນກັບພໍ່ຂອງພວກຍັກ?
5. ຫ້າເດືອນຕໍ່ມານາວາເປັນແນວໃດ?
6. ເປັນຫຍັງໂນເອຈຶ່ງປ່ອຍກາຕົວນຶ່ງອອກນອກນາວາ?
7. ໂນເອຮູ້ໄດ້ຢ່າງໃດວ່ານ້ຳເທິງແຜ່ນດິນໂລກບົກລົງແລ້ວ?
8. ພະເຈົ້າບອກຫຍັງກັບໂນເອ ຫຼັງຈາກທ່ານແລະຄອບຄົວຢູ່ໃນນາວາປີກວ່າແລ້ວ?
ຄຳຖາມເສີມ:
1. ອ່ານຕົ້ນເດິມ 7:10-24.
(ກ) ມີການທຳລາຍລ້າງຊີວິດເທິງແຜ່ນດິນໂລກຈົນທົ່ວເຖິງຂະໜາດໃດ? (ຕົ້ນ. 7:23)
(ຂ) ດົນປານໃດນ້ຳທີ່ຖ້ວມຢູ່ຈຶ່ງບົກລົງ? (ຕົ້ນ. 7:24)
2. ອ່ານຕົ້ນເດິມ 8:1-17.
ຕົ້ນເດິມ 8:17 ສະແດງໃຫ້ເຫັນຢ່າງໃດວ່າພະປະສົງແຕ່ເດີມຂອງພະເຢໂຫວາທີ່ມີຕໍ່ແຜ່ນດິນໂລກນັ້ນບໍ່ໄດ້ປ່ຽນແປງ? (ຕົ້ນ. 1:22)
3. ອ່ານ 1 ເປໂຕ 3:19, 20.
(ກ) ເມື່ອທູດສະຫວັນທີ່ຂືນອຳນາດກັບຄືນສູ່ສະຫວັນ ພວກເຂົາໄດ້ຮັບການພິພາກສາແນວໃດ? (ຍູເດ 6)
(ຂ) ເລື່ອງຂອງໂນເອແລະຄອບຄົວເສີມຄວາມໝັ້ນໃຈແກ່ເຮົາຢ່າງໃດໃນເລື່ອງຄວາມສາມາດຂອງພະເຢໂຫວາໃນການຊ່ວຍປະຊາຊົນຂອງພະອົງໃຫ້ລອດ? (2 ເປ. 2:9)
ຮຸ້ງມີຂຶ້ນເປັນເທື່ອທຳອິດ
1. ດັ່ງທີ່ເຫັນໃນຮູບນີ້ ໂນເອໄດ້ເຮັດຫຍັງເມື່ອທ່ານອອກມາຈາກນາວາ?
2. ຫຼັງຈາກນ້ຳຖ້ວມ ພະເຈົ້າສັ່ງໃຫ້ໂນເອແລະຄອບຄົວເຮັດຫຍັງ?
3. ພະເຈົ້າໄດ້ສັນຍາເລື່ອງອັນໃດ?
4. ເມື່ອເຮົາເຫັນຮຸ້ງ ນັ້ນຄວນເຕືອນໃຈເຮົາໃຫ້ນຶກເຖິງສິ່ງໃດ?
ຄຳຖາມເສີມ:
1. ອ່ານຕົ້ນເດິມ 8:18-22.
(ກ) ໃນທຸກມື້ນີ້ເຮົາຈະຖວາຍ “ກິ່ນຫອມຫວານ” ແດ່ພະເຢໂຫວາໄດ້ດ້ວຍວິທີໃດ? (ຕົ້ນ. 8:21; ເຫບ. 13:15, 16)
(ຂ) ພະເຢໂຫວາສັງເກດເຫັນສິ່ງໃດກ່ຽວກັບສະພາບຫົວໃຈຂອງມະນຸດ ເພາະສະນັ້ນເຮົາຄວນຈະລະມັດລະວັງໃນເລື່ອງໃດ? (ຕົ້ນ. 8:21; ມັດ. 15:18, 19)
2. ອ່ານຕົ້ນເດິມ 9:9-17.
(ກ) ພະເຢໂຫວາໄດ້ຕັ້ງຄຳສັນຍາອັນໃດກັບສັບພະສິ່ງທີ່ມີຊີວິດເທິງແຜ່ນດິນໂລກ? (ຕົ້ນ. 9:10, 11)
(ຂ) ຄຳສັນຍາເລື່ອງຮຸ້ງຈະມີຜົນດົນປານໃດ? (ຕົ້ນ. 9:16)
ມະນຸດສ້າງຫໍສູງຂະໜາດໃຫຍ່
1. ເນມໂຣດແມ່ນໃຜ ແລະພະເຈົ້າຮູ້ສຶກແນວໃດກັບເຂົາ?
2. ໃນຮູບນີ້ ເປັນຫຍັງຜູ້ຄົນຈຶ່ງປັ້ນດິນຈີ່ຢູ່?
3. ເປັນຫຍັງພະເຢໂຫວາຈຶ່ງບໍ່ຍິນດີກັບການກໍ່ສ້າງນີ້?
4. ພະເຈົ້າກະທຳໃຫ້ຜູ້ຄົນຢຸດຈາກການກໍ່ສ້າງຫໍນັ້ນດ້ວຍວິທີໃດ?
5. ເມືອງນັ້ນຖືກເອີ້ນວ່າແນວໃດ ແລະຊື່ນີ້ໝາຍເຖິງຫຍັງ?
6. ມີອັນໃດເກີດຂຶ້ນກັບຜູ້ຄົນຫຼັງຈາກພະເຈົ້າກະທຳໃຫ້ພາສາຂອງເຂົາເຈົ້າວຸ່ນວາຍສັບສົນ?
ຄຳຖາມເສີມ:
1. ອ່ານຕົ້ນເດິມ 10:1, 8-10.
ເນມໂຣດມີບຸກຄະລິກລັກສະນະແບບໃດ ແລະເລື່ອງນີ້ເຕືອນໃຈເຮົາແນວໃດ? (ສຸພາ. 3:31)
2. ອ່ານຕົ້ນເດິມ 11:1-9.
ມີແຮງກະຕຸ້ນອັນໃດທີ່ຢູ່ເບື້ອງຫຼັງການສ້າງຫໍນີ້ ແລະເປັນຫຍັງໂຄງການນີ້ຈຶ່ງລົ້ມແຫຼວຢ່າງແນ່ນອນ? (ຕົ້ນ. 11:4; ສຸພາ. 16:18; ໂຍ. 5:44)
ອັບລາຫາມ—ເພື່ອນຂອງພະເຈົ້າ
1. ຜູ້ຄົນທີ່ຢູ່ໃນເມືອງອູເຣເປັນຄົນແບບໃດ?
2. ຜູ້ຊາຍທີ່ຢູ່ໃນຮູບນີ້ແມ່ນໃຜ ລາວເກີດເມື່ອໃດ ແລະລາວຢູ່ໃສ?
3. ພະເຈົ້າສັ່ງໃຫ້ອັບລາຫາມເຮັດຫຍັງ?
4. ເປັນຫຍັງອັບລາຫາມຈຶ່ງໄດ້ຊື່ວ່າເປັນເພື່ອນຂອງພະເຈົ້າ?
5. ໃຜໄປກັບອັບລາຫາມຕອນທີ່ທ່ານອອກຈາກເມືອງອູເຣ?
6. ພະເຈົ້າບອກກັບອັບລາຫາມວ່າແນວໃດເມື່ອທ່ານມາເຖິງແຜ່ນດິນການາອານ?
7. ພະເຈົ້າສັນຍາກັບອັບລາຫາມວ່າແນວໃດຕອນທີ່ທ່ານອາຍຸ 99 ປີ?
ຄຳຖາມເສີມ:
1. ອ່ານຕົ້ນເດິມ 11:27-32.
(ກ) ອັບລາຫາມແລະໂລດກ່ຽວຂ້ອງກັນຢ່າງໃດ? (ຕົ້ນ. 11:27)
(ຂ) ເຖິງແມ່ນວ່າເຕຣາກໄດ້ຮັບກຽດໃນຖານະຜູ້ທີ່ພາຄອບຄົວຂອງທ່ານຍ້າຍໄປການາອານ ແຕ່ເຮົາຮູ້ໄດ້ຢ່າງໃດວ່າ ທີ່ຈິງແລ້ວອັບລາຫາມເປັນຜູ້ລິເລີ່ມໃນການຍ້າຍນີ້ ແລະຍ້ອນຫຍັງທ່ານຈຶ່ງເຮັດແນວນັ້ນ? (ຕົ້ນ. 11:31; ກິດ. 7:2-4)
2. ອ່ານຕົ້ນເດິມ 12:1-7.
ພະເຢໂຫວາເພີ່ມຄຳສັນຍາອັນໃດກັບອັບລາຫາມຫຼັງຈາກທ່ານມາເຖິງແຜ່ນດິນການາອານແລ້ວ? (ຕົ້ນ. 12:7)
3. ອ່ານຕົ້ນເດິມ 17:1-8, 15-17.
(ກ) ອັບຣາມໄດ້ຮັບການປ່ຽນຊື່ເປັນຊື່ຫຍັງເມື່ອທ່ານອາຍຸ 99 ປີ ແລະຍ້ອນຫຍັງ? (ຕົ້ນ. 17:5)
(ຂ) ພະພອນອັນໃດໃນອະນາຄົດທີ່ພະເຢໂຫວາໄດ້ສັນຍາກັບນາງຊາລາ? (ຕົ້ນ. 17:15, 16)
4. ອ່ານຕົ້ນເດິມ 18:9-19.
(ກ) ໃນຕົ້ນເດິມ 18:19 ມີການກຳນົດໜ້າທີ່ຮັບຜິດຊອບອັນໃດໄວ້ໃຫ້ກັບຜູ້ເປັນພໍ່? (ບັນຍັດ. 6:6, 7; ເອເຟ. 6:4)
(ຂ) ປະສົບການໃດຂອງຊາລາທີ່ສະແດງວ່າເຮົາບໍ່ສາມາດປິດບັງສິ່ງນຶ່ງສິ່ງໃດຈາກພະເຢໂຫວາໄດ້? (ຕົ້ນ. 18:12, 15; ເພງ. 44:21)
ພະເຈົ້າທົດລອງຄວາມເຊື່ອຂອງອັບລາຫາມ
1. ພະເຈົ້າສັນຍາອັນໃດກັບອັບລາຫາມ ແລະພະເຈົ້າຮັກສາຄຳສັນຍາແນວໃດ?
2. ດັ່ງທີ່ເຫັນໃນຮູບພາບ ພະເຈົ້າທົດລອງຄວາມເຊື່ອຂອງອັບລາຫາມແນວໃດ?
3. ອັບລາຫາມໄດ້ເຮັດຫຍັງ ເຖິງແມ່ນວ່າທ່ານບໍ່ເຂົ້າໃຈເຫດຜົນທີ່ພະເຈົ້າສັ່ງຢ່າງນັ້ນ?
4. ມີເຫດການຫຍັງເກີດຂຶ້ນເມື່ອອັບລາຫາມຈັບມີດອອກມາຈະຂ້າລູກຊາຍຂອງທ່ານ?
5. ຄວາມເຊື່ອທີ່ອັບລາຫາມມີຕໍ່ພະເຈົ້ານັ້ນໝັ້ນຄົງສ່ຳໃດ?
6. ພະເຈົ້າຈັດຕຽມອັນໃດໃຫ້ອັບລາຫາມຖວາຍເປັນເຄື່ອງບູຊາ ແລະດ້ວຍວິທີໃດ?
ຄຳຖາມເສີມ:
1. ອ່ານຕົ້ນເດິມ 21:1-7.
ເປັນຫຍັງອັບລາຫາມຈຶ່ງໃຫ້ລູກຊາຍຂອງທ່ານຮັບສິນຕັດໃນວັນທີແປດ? (ຕົ້ນ. 17:10-12; 21:4)
2. ອ່ານຕົ້ນເດິມ 22:1-18.
ອີຊາກສະແດງການຍອມຢູ່ໃຕ້ອຳນາດຂອງອັບລາຫາມພໍ່ຂອງຕົນແນວໃດ ແລະນັ້ນເປັນພາບເລັງເຖິງເຫດການທີ່ມີຄວາມສຳຄັນຫຼາຍກວ່າຊຶ່ງຈະເກີດຂຶ້ນໃນອະນາຄົດຢ່າງໃດ? (ຕົ້ນ. 22:7-9; 1 ໂກ. 5:7; ຟີລິບ 2:8, 9)
ເມຍຂອງໂລດຫຼຽວໄປເບິ່ງຂ້າງຫຼັງ
1. ຍ້ອນຫຍັງອັບລາຫາມແລະໂລດຈຶ່ງແຍກຈາກກັນ?
2. ເປັນຫຍັງໂລດຈຶ່ງເລືອກທີ່ຈະຢູ່ໃນເມືອງຊໍດົມ?
3. ຊາວເມືອງຊໍດົມເປັນຄົນແນວໃດ?
4. ທູດສະຫວັນສອງອົງໃຫ້ຄຳເຕືອນຫຍັງແກ່ໂລດ?
5. ເປັນຫຍັງເມຍຂອງໂລດຈຶ່ງກາຍເປັນເສົາເກືອ?
6. ເຮົາໄດ້ຮຽນຮູ້ອັນໃດຈາກຕົວຢ່າງຂອງເມຍໂລດ?
ຄຳຖາມເສີມ:
1. ອ່ານຕົ້ນເດິມ 13:5-13.
ໃນເລື່ອງການແກ້ບັນຫາລະຫວ່າງບຸກຄົນ ເຮົາໄດ້ບົດຮຽນຫຍັງຈາກອັບລາຫາມ? (ຕົ້ນ. 13:8, 9; ໂລມ 12:10; ຟີລິບ 2:3, 4)
2. ອ່ານຕົ້ນເດິມ 18:20-33.
ວິທີທີ່ພະເຢໂຫວາປະຕິບັດກັບອັບລາຫາມເຮັດໃຫ້ເຮົາໝັ້ນໃຈແນວໃດວ່າພະເຢໂຫວາແລະພະເຍຊູຈະຕັດສິນຢ່າງຊອບທຳ? (ຕົ້ນ. 18:25, 26; ມັດ. 25:31-33)
3. ອ່ານຕົ້ນເດິມ 19:1-29.
(ກ) ເລື່ອງນີ້ໃນຄຳພີໄບເບິນສະແດງໃຫ້ເຫັນວ່າພະເຈົ້າມີທັດສະນະແນວໃດຕໍ່ເລື່ອງການມັກເພດດຽວກັນ? (ຕົ້ນ. 19:5, 13; ເລວີ. 20:13)
(ຂ) ເຮົາເຫັນຄວາມແຕກຕ່າງແນວໃດໃນວິທີທີ່ໂລດແລະອັບລາຫາມຍອມຮັບການຊີ້ນຳຈາກພະເຈົ້າ ແລະເຮົາໄດ້ຮຽນຮູ້ສິ່ງໃດຈາກເລື່ອງນີ້? (ຕົ້ນ. 19:15, 16, 19, 20; 22:3)
4. ອ່ານລຶກາ 17:28-32.
ເມຍຂອງໂລດມີເຈຕະຄະຕິແນວໃດຕໍ່ສິ່ງຝ່າຍວັດຖຸ ແລະເລື່ອງນີ້ເປັນຂໍ້ເຕືອນໃຈເຮົາແນວໃດ? (ລຶກາ 12:15; 17:31, 32; ມັດ. 6:19-21, 25)
5. ອ່ານ 2 ເປໂຕ 2:6-8.
ໂດຍການຮຽນແບບໂລດ ເຮົາຄວນມີທັດສະນະແນວໃດຕໍ່ໂລກທີ່ບໍ່ເຫຼື້ອມໃສພະເຈົ້າຊຶ່ງຢູ່ອ້ອມຂ້າງເຮົາ? (ເອເຊກ. 9:4; 1 ໂຍ. 2:15-17)
ອີຊາກໄດ້ເມຍທີ່ດີ
1. ຜູ້ຊາຍແລະຜູ້ຍິງໃນຮູບນີ້ແມ່ນໃຜ?
2. ອັບລາຫາມເຮັດແນວໃດເພື່ອຫາເມຍໃຫ້ລູກຊາຍ ແລະຍ້ອນຫຍັງ?
3. ຄຳອະທິດຖານຂອງຄົນໃຊ້ຂອງອັບລາຫາມໄດ້ຮັບຄຳຕອບຢ່າງໃດ?
4. ເມື່ອຖືກຖາມວ່າຈະແຕ່ງດອງກັບອີຊາກຫຼືບໍ່ ເລເບກາຕອບແນວໃດ?
5. ແມ່ນຫຍັງເຮັດໃຫ້ອີຊາກມີຄວາມສຸກອີກ?
ຄຳຖາມເສີມ:
1. ອ່ານຕົ້ນເດິມ 24:1-67.
(ກ) ເມື່ອເລເບກາພົບຄົນໃຊ້ຂອງອັບລາຫາມຢູ່ນ້ຳສ້າງ ລາວສະແດງຄຸນສົມບັດທີ່ດີແນວໃດ? (ຕົ້ນ. 24:17-20; ສຸພາ. 31:17, 31)
(ຂ) ການຈັດຕຽມທີ່ອັບລາຫາມເຮັດເພື່ອອີຊາກ ເປັນຕົວຢ່າງທີ່ດີສຳລັບຄລິດສະຕຽນໃນທຸກມື້ນີ້ຢ່າງໃດ? (ຕົ້ນ. 24:37, 38; 1 ໂກ. 7:39; 2 ໂກ. 6:14)
(ຄ) ເປັນຫຍັງເຮົາຈຶ່ງຄວນຫາເວລາຄິດຕຶກຕອງເຊັ່ນດຽວກັບອີຊາກເຮັດ? (ຕົ້ນ. 24:63; ເພງ. 77:12; ຟີລິບ 4:8)
ລູກຝາແຝດທີ່ແຕກຕ່າງກັນ
1. ເອຊາອືແລະຍາໂຄບແມ່ນໃຜ ແລະເຂົາເຈົ້າແຕກຕ່າງກັນແນວໃດ?
2. ຕອນທີ່ອັບລາຫາມປູ່ຂອງເຂົາເຈົ້າຕາຍ ເອຊາອືແລະຍາໂຄບມີອາຍຸເທົ່າໃດ?
3. ເອຊາອືເຮັດຫຍັງຊຶ່ງພາໃຫ້ແມ່ແລະພໍ່ເສຍໃຈຫຼາຍ?
4. ເປັນຫຍັງເອຊາອືຈຶ່ງຄຽດແຄ້ນຍາໂຄບນ້ອງຊາຍຂອງລາວຫຼາຍ?
5. ອີຊາກສັ່ງກັບຍາໂຄບລູກຊາຍຂອງທ່ານແນວໃດ?
ຄຳຖາມເສີມ:
1. ອ່ານຕົ້ນເດິມ 25:5-11, 20-34.
(ກ) ພະເຢໂຫວາພະຍາກອນໄວ້ແນວໃດກ່ຽວກັບລູກຊາຍສອງຄົນຂອງເລເບກາ? (ຕົ້ນ. 25:23)
(ຂ) ເອຊາອືແລະຍາໂຄບມີທັດສະນະແຕກຕ່າງກັນໃນເລື່ອງສິດທິລູກກົກຄືແນວໃດ? (ຕົ້ນ. 25:31-34)
2. ອ່ານຕົ້ນເດິມ 26:34, 35; 27:1-46; ແລະ 28:1-5.
(ກ) ເອຊາອືຂາດຄວາມສຳນຶກເຖິງຄຸນຄ່າຕໍ່ສິ່ງຝ່າຍວິນຍານຢ່າງເຫັນໄດ້ຊັດແນວໃດ? (ຕົ້ນ. 26:34, 35; 27:46)
(ຂ) ອີຊາກບອກຍາໂຄບໃຫ້ເຮັດຫຍັງເພື່ອຈະໄດ້ຮັບພະພອນຈາກພະເຈົ້າ? (ຕົ້ນ. 28:1-4)
3. ອ່ານເຫບເລິ 12:16, 17.
ຕົວຢ່າງຂອງເອຊາອືສະແດງໃຫ້ເຫັນເຖິງຜົນທີ່ເກີດຂຶ້ນກັບຄົນທີ່ປະໝາດສິດທິພິເສດຈາກພະເຈົ້າແນວໃດ?
ຍາໂຄບໄປເມືອງຮາລານ
1. ຜູ້ສາວທີ່ຢູ່ໃນຮູບນີ້ແມ່ນໃຜ ແລະຍາໂຄບເຮັດຫຍັງເພື່ອນາງ?
2. ເພື່ອຈະໄດ້ແຕ່ງດອງກັບລາເຊນ ຍາໂຄບເຕັມໃຈເຮັດຫຍັງ?
3. ເມື່ອເຖິງເວລາທີ່ຍາໂຄບຈະແຕ່ງດອງກັບລາເຊນ ລາບານເຮັດຫຍັງ?
4. ເພື່ອຈະໄດ້ລາເຊນມາເປັນເມຍ ຍາໂຄບຍິນຍອມເຮັດຫຍັງ?
ຄຳຖາມເສີມ:
1. ອ່ານຕົ້ນເດິມ 29:1-30.
(ກ) ເຖິງແມ່ນວ່າລາບານຫຼອກລວງ ຍາໂຄບສະແດງໃຫ້ເຫັນຢ່າງໃດວ່າທ່ານເປັນຄົນສັດຊື່ ແລະເຮົາຮຽນຮູ້ສິ່ງໃດຈາກເລື່ອງນີ້? (ຕົ້ນ. 25:27; 29:26-28; ມັດ. 5:37)
(ຂ) ຕົວຢ່າງຂອງຍາໂຄບສະແດງໃຫ້ເຫັນຢ່າງໃດວ່າຄວາມຮັກແລະຄວາມລຸ່ມຫຼົງຕ່າງກັນ? (ຕົ້ນ. 29:18, 20, 30; ບົດລຳ. 8:6)
(ຄ) ຜູ້ຍິງສີ່ຄົນທີ່ໄດ້ມາເປັນສ່ວນໃນຄອບຄົວຂອງຍາໂຄບຊຶ່ງຕໍ່ມາໄດ້ເກີດລູກໃຫ້ທ່ານມີຜູ້ໃດແດ່? (ຕົ້ນ. 29:23, 24, 28, 29)
ຍາໂຄບມີຄອບຄົວໃຫຍ່
1. ລູກຊາຍຫົກຄົນທີ່ຍາໂຄບໄດ້ກັບເລອາເມຍກົກຊື່ຫຍັງແດ່?
2. ລູກຊາຍສອງຄົນຂອງຊີລາຟາສາວໃຊ້ຂອງນາງເລອາທີ່ເກີດກັບຍາໂຄບຊື່ຫຍັງແດ່?
3. ລູກຊາຍສອງຄົນຂອງບີລາທາສາວໃຊ້ຂອງນາງລາເຊນທີ່ເກີດກັບຍາໂຄບຊື່ຫຍັງແດ່?
4. ລູກຊາຍສອງຄົນທີ່ເກີດຈາກນາງລາເຊນມີໃຜແດ່ ແຕ່ວ່າມີຫຍັງເກີດຂຶ້ນເມື່ອລູກຄົນທີສອງເກີດມາ?
5. ດັ່ງທີ່ເຫັນໃນຮູບນີ້ ຍາໂຄບມີລູກຈັກຄົນ ແລະເຂົາເຈົ້າເປັນຕົ້ນກຳເນີດຂອງພວກໃດ?
ຄຳຖາມເສີມ:
1. ອ່ານຕົ້ນເດິມ 29:32-35; 30:1-26; ແລະ 35:16-19.
ດັ່ງທີ່ສະແດງໃຫ້ເຫັນໃນກໍລະນີລູກຊາຍທັງ 12 ຄົນຂອງຍາໂຄບ ໃນສະໄໝບູຮານຊາວເຫບເລິມັກຈະຕັ້ງຊື່ລູກຊາຍຢ່າງໃດ?
2. ອ່ານຕົ້ນເດິມ 37:35.
ເຮົາຮູ້ໄດ້ຢ່າງໃດວ່າຍາໂຄບມີລູກສາວຫຼາຍກວ່ານຶ່ງຄົນແມ່ນວ່າມີການກ່າວເຖິງຊື່ຂອງດີນາພຽງຄົນດຽວໃນຄຳພີໄບເບິນ? (ຕົ້ນ. 37:34, 35)
ດີນາຕົກຢູ່ໃນຄວາມຫຍຸ້ງຍາກ
1. ເປັນຫຍັງອັບລາຫາມແລະອີຊາກຈຶ່ງບໍ່ຕ້ອງການໃຫ້ພວກລູກຂອງເຂົາເຈົ້າແຕ່ງດອງກັບຊາວແຜ່ນດິນການາອານ?
2. ຍາໂຄບເຫັນດີບໍທີ່ລູກສາວຂອງທ່ານໄປຄົບຫາເປັນເພື່ອນກັບພວກຜູ້ສາວຊາວການາອານ?
3. ຜູ້ຊາຍທີ່ກຳລັງຈ້ອງເບິ່ງດີນາໃນຮູບນີ້ແມ່ນໃຜ ແລະລາວເຮັດສິ່ງທີ່ຊົ່ວຮ້າຍແບບໃດ?
4. ເມື່ອໄດ້ຍິນເລື່ອງທີ່ເກີດຂຶ້ນ ຊີເມໂອນແລະເລວີອ້າຍຂອງດີນາໄດ້ເຮັດຫຍັງ?
5. ຍາໂຄບເຫັນດີນຳສິ່ງທີ່ຊີເມໂອນແລະເລວີເຮັດບໍ?
6. ຄວາມຫຍຸ້ງຍາກເດືອດຮ້ອນທັງໝົດໃນຄອບຄົວເລີ່ມຕົ້ນຂຶ້ນຢ່າງໃດ?
ຄຳຖາມເສີມ:
1. ອ່ານຕົ້ນເດິມ 34:1-31.
(ກ) ດີນາໄປຄົບຫາກັບພວກຜູ້ສາວຊາວການາອານພຽງເທື່ອດຽວບໍ? ຈົ່ງອະທິບາຍ. (ຕົ້ນ. 34:1)
(ຂ) ເປັນຫຍັງດີນາຕ້ອງມີສ່ວນຮັບຜິດຊອບຕໍ່ການເສຍຄວາມບໍລິສຸດຂອງນາງ? (ຄລາ. 6:7)
(ຄ) ໃນທຸກມື້ນີ້ຫນຸ່ມສາວຈະສະແດງໃຫ້ເຫັນວ່າເຂົາເຈົ້າໄດ້ໃສ່ໃຈຕໍ່ຕົວຢ່າງເຕືອນໃຈຂອງດີນາຢ່າງໃດ? (ສຸພາ. 13:20; 1 ໂກ. 15:33; 1 ໂຍ. 5:19)
ພວກອ້າຍກຽດຊັງໂຍເຊບ
1. ເປັນຫຍັງພວກອ້າຍຈຶ່ງອິດສາໂຍເຊບ ແລະເຂົາເຈົ້າໄດ້ເຮັດຫຍັງ?
2. ພວກອ້າຍຢາກເຮັດຫຍັງກັບໂຍເຊບ ແຕ່ລູເບນເວົ້າວ່າແນວໃດ?
3. ມີຫຍັງເກີດຂຶ້ນເມື່ອພໍ່ຄ້າຊາວຍິດມາເອນມາເຖິງ?
4. ເພື່ອໃຫ້ພໍ່ຄິດວ່າໂຍເຊບຕາຍແລ້ວ ພວກອ້າຍຂອງໂຍເຊບໄດ້ເຮັດແນວໃດ?
ຄຳຖາມເສີມ:
1. ອ່ານຕົ້ນເດິມ 37:1-35.
(ກ) ຄລິດສະຕຽນຈະເຮັດຕາມຕົວຢ່າງຂອງໂຍເຊບກ່ຽວກັບການລາຍງານການກະທຳຜິດໃນປະຊາຄົມແນວໃດ? (ຕົ້ນ. 37:2; ເລວີ. 5:1; 1 ໂກ. 1:11)
(ຂ) ແມ່ນຫຍັງເຮັດໃຫ້ພວກອ້າຍຄິດຮ້າຍກັບໂຍເຊບ? (ຕົ້ນ. 37:11, 18; ສຸພາ. 27:4; ຍໂກ. 3:14-16)
(ຄ) ໃນຕອນໂສກເສົ້າຍາໂຄບໄດ້ເຮັດຫຍັງຊຶ່ງເປັນເລື່ອງທຳມະດາທີ່ມັກເຮັດກັນ? (ຕົ້ນ. 37:35)
ໂຍເຊບຖືກຂັງຢູ່ໃນຄຸກ
1. ໂຍເຊບອາຍຸເທົ່າໃດເມື່ອຖືກພາໄປອີຢີບ ແລະມີຫຍັງເກີດຂຶ້ນເມື່ອລາວໄປຮອດ?
2. ໂຍເຊບເຂົ້າໄປຢູ່ໃນຄຸກໄດ້ແນວໃດ?
3. ຢູ່ໃນຄຸກໂຍເຊບໄດ້ຮັບໜ້າທີ່ຮັບຜິດຊອບຫຍັງ?
4. ໂຍເຊບເຮັດຫຍັງໃຫ້ກັບພະນັກງານນ້ຳອະງຸ່ນແລະພະນັກງານເຮັດເຂົ້າຈີ່ຕອນທີ່ຢູ່ໃນຄຸກ?
5. ມີຫຍັງເກີດຂຶ້ນຫຼັງຈາກພະນັກງານນ້ຳອະງຸ່ນຖືກປ່ອຍອອກຈາກຄຸກແລ້ວ?
ຄຳຖາມເສີມ:
1. ອ່ານຕົ້ນເດິມ 39:1-23.
ເນື່ອງຈາກວ່າໃນສະໄໝຂອງໂຍເຊບຍັງບໍ່ມີກົດໝາຍທີ່ເປັນລາຍລັກອັກສອນຈາກພະເຈົ້າທີ່ຕຳໜິເລື່ອງການຫຼິ້ນຊູ້ ແມ່ນຫຍັງເຮັດໃຫ້ໂຍເຊບໜີຈາກເມຍຂອງໂປຕີຟາ? (ຕົ້ນ. 2:24; 20:3; 39:9)
2. ອ່ານຕົ້ນເດິມ 40:1-23.
(ກ) ຂໍໃຫ້ເລົ່າເລື່ອງຄວາມຝັນຂອງພະນັກງານນ້ຳອະງຸ່ນ ແລະການແກ້ຄວາມຝັນທີ່ພະເຢໂຫວາໃຫ້ກັບໂຍເຊບແບບຫຍໍ້ໆ. (ຕົ້ນ. 40:9-13)
(ຂ) ພະນັກງານເຮັດເຂົ້າຈີ່ຝັນແນວໃດ ແລະຄວາມຝັນນັ້ນມີຄວາມໝາຍວ່າແນວໃດ? (ຕົ້ນ. 40:16-19)
(ຄ) ຊົນຊັ້ນຂ້າໃຊ້ຜູ້ສັດຊື່ແລະສຸຂຸມໃນທຸກມື້ນີ້ໄດ້ຮຽນເອົາແບບຢ່າງແນວຄິດຂອງໂຍເຊບແນວໃດ? (ຕົ້ນ. 40:8; ເພງ. 36:9; ໂຍ. 17:17; ກິດ. 17:2, 3)
(ງ) ຕົ້ນເດິມ 40:20 ໃຫ້ຄວາມກະຈ່າງແນວໃດກ່ຽວກັບທັດສະນະຂອງຄລິດສະຕຽນໃນເລື່ອງການສະຫຼອງວັນເກີດ? (ຜູ້ປ. 7:1; ມໂກ. 6:21-28)
ຄວາມຝັນຂອງຟາໂລ
1. ໃນຄືນນຶ່ງມີເຫດການຫຍັງເກີດຂຶ້ນກັບຟາໂລ?
2. ໃນທີ່ສຸດເປັນຫຍັງພະນັກງານນ້ຳອະງຸ່ນຈຶ່ງຄິດເຖິງໂຍເຊບ?
3. ດັ່ງທີ່ເຫັນໃນຮູບນີ້ ຟາໂລຝັນເຖິງສອງເລື່ອງໃດແດ່?
4. ໂຍເຊບບອກວ່າຄວາມຝັນນັ້ນມີຄວາມໝາຍຫຍັງແດ່?
5. ໂຍເຊບກາຍເປັນບຸກຄົນສຳຄັນທີ່ສຸດໃນປະເທດອີຢີບຮອງຈາກຟາໂລດ້ວຍວິທີໃດ?
6. ເປັນຫຍັງອ້າຍຂອງໂຍເຊບຈຶ່ງມາອີຢີບ ແລະເປັນຫຍັງເຂົາເຈົ້າຈຶ່ງຈື່ໂຍເຊບບໍ່ໄດ້?
7. ໂຍເຊບຄິດເຖິງຄວາມຝັນໃດ ແລະເລື່ອງນີ້ຊ່ວຍໃຫ້ທ່ານເຂົ້າໃຈອັນໃດ?
ຄຳຖາມເສີມ:
1. ອ່ານຕົ້ນເດິມ 41:1-57.
(ກ) ໂຍເຊບມຸ່ງຄວາມສົນໃຈໄປຫາພະເຢໂຫວາແນວໃດ ແລະຄລິດສະຕຽນໃນທຸກມື້ນີ້ຈະຮຽນແບບຢ່າງຂອງທ່ານໄດ້ໃນທາງໃດ? (ຕົ້ນ. 41:16, 25, 28; ມັດ. 5:16; 1 ເປ. 2:12)
(ຂ) ປີທີ່ມີອາຫານບໍລິບູນໃນປະເທດອີຢີບແລະປີທີ່ອຶດຢາກຕິດຕາມມານັ້ນສະແດງໃຫ້ເຫັນຄວາມແຕກຕ່າງລະຫວ່າງສະພາບຝ່າຍວິນຍານຂອງປະຊາຊົນຂອງພະເຢໂຫວາກັບຄລິດສາສະໜາຈັກໃນທຸກມື້ນີ້ແນວໃດ? (ຕົ້ນ. 41:29, 30; ອາໂມດ 8:11, 12)
2. ອ່ານຕົ້ນເດິມ 42:1-8 ແລະ 50:20.
ຈະເປັນການຜິດຫຼືບໍ່ທີ່ຜູ້ນະມັດສະການພະເຢໂຫວາຈະຄຳນັບຜູ້ນຶ່ງເພາະເປັນການໃຫ້ກຽດແລະນັບຖືຕໍ່ຕຳແໜ່ງຂອງຜູ້ນັ້ນ ຍ້ອນວ່າເປັນທຳນຽມຂອງດິນແດນນັ້ນ? (ຕົ້ນ. 42:6)
ໂຍເຊບທົດລອງພວກອ້າຍຂອງຕົນ
1. ເປັນຫຍັງໂຍເຊບຈຶ່ງກ່າວຫາວ່າພວກອ້າຍຂອງທ່ານເປັນຜູ້ສອດແນມ?
2. ເປັນຫຍັງຍາໂຄບຈຶ່ງຍອມໃຫ້ເບນຍາມີນລູກຊາຍຫຼ້າຂອງທ່ານໄປອີຢີບ?
3. ຈອກເງິນຂອງໂຍເຊບຢູ່ໃນກະສອບຂອງເບນຍາມີນໄດ້ແນວໃດ?
4. ຢູດາສະເໜີທີ່ຈະເຮັດຫຍັງເພື່ອໃຫ້ປ່ອຍຕົວເບນຍາມີນ?
5. ພວກອ້າຍຂອງໂຍເຊບໄດ້ປ່ຽນແປງແນວໃດ?
ຄຳຖາມເສີມ:
1. ອ່ານຕົ້ນເດິມ 42:9-38.
ຄຳເວົ້າຂອງໂຍເຊບທີ່ຢູ່ໃນຕົ້ນເດິມ 42:18 ເປັນຂໍ້ເຕືອນໃຈທີ່ດີສຳລັບຜູ້ມີໜ້າທີ່ຮັບຜິດຊອບໃນອົງການຂອງພະເຢໂຫວາໃນທຸກມື້ນີ້ໄດ້ແນວໃດ? (ນເຫ. 5:15; 2 ໂກ. 7:1, 2)
2. ອ່ານຕົ້ນເດິມ 43:1-34.
(ກ) ເຖິງແມ່ນວ່າລູເບນເປັນລູກກົກ ແຕ່ຢູດາກາຍເປັນຜູ້ເວົ້າແທນພວກອ້າຍນ້ອງຂອງທ່ານຢ່າງເຫັນໄດ້ຊັດແນວໃດ? (ຕົ້ນ. 43:3, 8, 9; 44:14, 18; 1 ຂ່າວ. 5:2)
(ຂ) ປາກົດວ່າໂຍເຊບໄດ້ທົດລອງພວກອ້າຍແນວໃດ ແລະຍ້ອນຫຍັງ? (ຕົ້ນ. 43:33, 34)
3. ອ່ານຕົ້ນເດິມ 44:1-34.
(ກ) ເພື່ອໃຫ້ເປັນສ່ວນນຶ່ງຂອງອຸບາຍທີ່ຈະປິດບັງບໍ່ໃຫ້ພວກອ້າຍຮູ້ວ່າຕົນແມ່ນໃຜ ໂຍເຊບຈຶ່ງໄດ້ສະແດງຕົວເປັນຜູ້ໃດ? (ຕົ້ນ. 44:5, 15; ເລວີ. 19:26)
(ຂ) ພວກອ້າຍຂອງໂຍເຊບສະແດງໃຫ້ເຫັນແນວໃດວ່ານ້ຳໃຈອິດສາທີ່ເຄີຍມີນັ້ນດຽວນີ້ບໍ່ມີອີກແລ້ວ? (ຕົ້ນ. 44:13, 33, 34)
ຍ້າຍຄອບຄົວໄປຢູ່ປະເທດອີຢີບ
1. ເມື່ອໂຍເຊບບອກອ້າຍຂອງທ່ານວ່າທ່ານເປັນຜູ້ໃດນັ້ນ ເຫດການຈຶ່ງເປັນແນວໃດ?
2. ໂຍເຊບອະທິບາຍເລື່ອງໃດແກ່ອ້າຍຂອງທ່ານຢ່າງກະລຸນາ?
3. ເມື່ອຟາໂລໄດ້ຍິນເລື່ອງພວກອ້າຍນ້ອງຂອງໂຍເຊບ ທ່ານສັ່ງວ່າແນວໃດ?
4. ຄອບຄົວຂອງຍາໂຄບໃຫຍ່ປານໃດເມື່ອເຂົາເຈົ້າຍ້າຍໄປຢູ່ອີຢີບ?
5. ຄອບຄົວຂອງຍາໂຄບຖືກເອີ້ນວ່າແນວໃດ ແລະຍ້ອນຫຍັງ?
ຄຳຖາມເສີມ:
1. ອ່ານຕົ້ນເດິມ 45:1-28.
ເລື່ອງຂອງໂຍເຊບທີ່ຢູ່ໃນຄຳພີໄບເບິນສະແດງໃຫ້ເຫັນແນວໃດວ່າພະເຢໂຫວາສາມາດປ່ຽນການມຸ່ງຮ້າຍຕໍ່ຜູ້ຮັບໃຊ້ຂອງພະອົງໃຫ້ກາຍເປັນຜົນດີໄດ້? (ຕົ້ນ. 45:5-8; ເອຊາ. 8:10; ຟີລິບ 1:12-14)
2. ອ່ານຕົ້ນເດິມ 46:1-27.
ພະເຢໂຫວາໃຫ້ຄຳຮັບຮອງຫຍັງແກ່ຍາໂຄບລະຫວ່າງທີ່ທ່ານເດີນທາງໄປອີຢີບ? (ຕົ້ນ. 46:1-4)
ໂຢບສັດຊື່ຕໍ່ພະເຈົ້າ
1. ໂຢບແມ່ນໃຜ?
2. ຊາຕານພະຍາຍາມຈະເຮັດຫຍັງ ແຕ່ວ່າມັນເຮັດສຳເລັດບໍ?
3. ພະເຢໂຫວາອະນຸຍາດໃຫ້ຊາຕານເຮັດຫຍັງ ແລະຍ້ອນຫຍັງ?
4. ເປັນຫຍັງເມຍຂອງໂຢບຈຶ່ງບອກໃຫ້ທ່ານ “ປ້ອຍດ່າພະເຈົ້າແລ້ວຕາຍເສຍເຖີດ”? (ເບິ່ງຮູບພາບ.)
5. ດັ່ງທີ່ເຫັນໃນຮູບທີສອງ ພະເຢໂຫວາອວຍພອນໃຫ້ໂຢບແນວໃດ ແລະຍ້ອນຫຍັງ?
6. ຫາກວ່າເຮົາສັດຊື່ພັກດີຕໍ່ພະເຢໂຫວາດັ່ງໂຢບ ເຮົາຈະໄດ້ພະພອນຫຍັງແດ່?
ຄຳຖາມເສີມ:
1. ອ່ານໂຢບ 1:1-22.
ຄລິດສະຕຽນໃນທຸກມື້ນີ້ຈະເອົາແບບຢ່າງຂອງໂຢບໄດ້ດ້ວຍວິທີໃດ? (ໂຢບ 1:1; ຟີລິບ 2:15; 2 ເປ. 3:14)
2. ອ່ານໂຢບ 2:1-13.
ໂຢບແລະເມຍສະແດງອອກໃນແບບທີ່ແຕກຕ່າງກັນຢ່າງໃດຕໍ່ການຂົ່ມເຫງຂອງຊາຕານ? (ໂຢບ 2:9, 10; ສຸພາ. 19:3; ມີເກ 7:7; ມລກີ. 3:14)
3. ອ່ານໂຢບ 42:10-17.
(ກ) ລາງວັນທີ່ໂຢບແລະພະເຍຊູໄດ້ຮັບເນື່ອງຈາກການດຳເນີນຊີວິດຢ່າງສັດຊື່ພັກດີມີຄວາມຄ້າຍຄືກັນແນວໃດແດ່? (ໂຢບ 42:12; ຟີລິບ 2:9-11)
(ຂ) ພະພອນທີ່ໂຢບໄດ້ຮັບເນື່ອງຈາກການຮັກສາຄວາມສັດຊື່ໝັ້ນຄົງຕໍ່ພະເຈົ້າເສີມກຳລັງເຮົາແນວໃດ? (ໂຢບ 42:10, 12; ເຫບ. 6:10; ຍໂກ. 1:2-4, 12; 5:11)
ກະສັດບໍ່ດີປົກຄອງປະເທດອີຢີບ
1. ຊາຍຄົນທີ່ຖືໄມ້ແສ້ຢູ່ໃນຮູບນີ້ແມ່ນໃຜ ແລະລາວກຳລັງຂ້ຽນຜູ້ໃດ?
2. ຫຼັງຈາກໂຍເຊບຕາຍ ມີຫຍັງເກີດຂຶ້ນກັບພວກຍິດສະລາເອນ?
3. ເປັນຫຍັງພວກອີຢີບຈຶ່ງຢ້ານພວກຍິດສະລາເອນ?
4. ຟາໂລສັ່ງແນວໃດກັບຜູ້ຍິງທີ່ຊ່ວຍທຳຄອດໃຫ້ກັບຍິງຊາດຍິດສະລາເອນ?
ຄຳຖາມເສີມ:
1. ອ່ານອຸປະຍົກໜີ 1:6-22.
(ກ) ພະເຢໂຫວາເລີ່ມເຮັດໃຫ້ຄຳສັນຍາທີ່ໃຫ້ກັບອັບລາຫາມສຳເລັດເປັນຈິງໂດຍທາງໃດ? (ອຸປ. 1:7; ຕົ້ນ. 12:2; ກິດ. 7:17)
(ຂ) ໝໍຕຳແຍຊາວເຫບເລິສະແດງຄວາມນັບຖືຕໍ່ຄວາມສັກສິດຂອງຊີວິດແນວໃດ? (ອຸປ. 1:17; ຕົ້ນ. 9:6)
(ຄ) ຍ້ອນຮັກສາຄວາມສັດຊື່ຕໍ່ພະເຢໂຫວາໝໍຕຳແຍຈຶ່ງໄດ້ຮັບລາງວັນແນວໃດ? (ອຸປ. 1:20, 21; ສຸພາ. 19:17)
(ງ) ຊາຕານພະຍາຍາມຂັດຂວາງພະປະສົງຂອງພະເຢໂຫວາກ່ຽວກັບຄຳສັນຍາເລື່ອງເຊື້ອສາຍຂອງອັບລາຫາມແນວໃດ? (ອຸປ. 1:22; ມັດ. 2:16)
ວິທີທີ່ເດັກອ່ອນນ້ອຍໂມເຊໄດ້ຮັບການຊ່ວຍຊີວິດ
1. ເດັກນ້ອຍໃນຮູບນີ້ແມ່ນໃຜ ແລະລາວກຳລັງຈັບນິ້ວມືຂອງໃຜຢູ່?
2. ເພື່ອຈະຊ່ວຍໂມເຊບໍ່ໃຫ້ຖືກຂ້າ ແມ່ຂອງລາວໄດ້ເຮັດແນວໃດ?
3. ເດັກນ້ອຍຜູ້ຍິງທີ່ຢູ່ໃນຮູບນີ້ແມ່ນໃຜ ແລະລາວໄດ້ເຮັດຫຍັງ?
4. ເມື່ອທິດາຟາໂລພໍ້ເດັກນ້ອຍນັ້ນແລ້ວ ມີລິອາມຈຶ່ງໄດ້ສະເໜີວ່າແນວໃດ?
5. ເຈົ້າຍິງນັ້ນບອກກັບແມ່ຂອງໂມເຊວ່າແນວໃດແດ່?
ຄຳຖາມເສີມ:
1. ອ່ານອຸປະຍົກໜີ 2:1-10.
ແມ່ຂອງໂມເຊມີໂອກາດໃດທີ່ຈະອົບຮົມແລະສັ່ງສອນໂມເຊຕອນທີ່ເປັນເດັກອ່ອນຢູ່ ແລະເລື່ອງນີ້ຈຶ່ງເປັນຕົວຢ່າງສຳລັບພໍ່ແມ່ໃນທຸກມື້ນີ້ແນວໃດ? (ອຸປ. 2:9, 10; ບັນຍັດ. 6:6-9; ສຸພາ. 22:6; ເອເຟ. 6:4; 2 ຕີໂມ. 3:15)
ເຫດທີ່ໂມເຊໜີໄປ
1. ໂມເຊເຕີບໂຕຂຶ້ນຢູ່ໃສ ແຕ່ວ່າທ່ານຮູ້ຫຍັງກ່ຽວກັບພໍ່ແມ່ຂອງທ່ານ?
2. ໂມເຊໄດ້ເຮັດຫຍັງຕອນທີ່ທ່ານອາຍຸ 40 ປີ?
3. ໂມເຊເວົ້າຫຍັງກັບຊາຍຍິດສະລາເອນທີ່ກຳລັງຕໍ່ສູ້ກັນ ແລະຊາຍຄົນນັ້ນຕອບວ່າແນວໃດ?
4. ເປັນຫຍັງໂມເຊຈຶ່ງໜີຈາກອີຢີບ?
5. ໂມເຊໜີໄປໃສ ແລະທ່ານພົບຜູ້ໃດຢູ່ຫັ້ນ?
6. ໃນໄລຍະ 40 ປີພາຍຫຼັງທີ່ໜີຈາກອີຢີບແລ້ວ ໂມເຊໄດ້ເຮັດຫຍັງ?
ຄຳຖາມເສີມ:
1. ອ່ານອຸປະຍົກໜີ 2:11-25.
ເຖິງແມ່ນວ່າໂມເຊໄດ້ຮັບການສຶກສາວິຊາຄວາມຮູ້ຂອງຊາວອີຢີບມາຫຼາຍປີ ແຕ່ໂມເຊສະແດງຄວາມພັກດີຕໍ່ພະເຢໂຫວາແລະປະຊາຊົນຂອງພະອົງດ້ວຍວິທີໃດ? (ອຸປ. 2:11, 12; ເຫບ. 11:24)
2. ອ່ານກິດຈະການ 7:22-29.
ບົດຮຽນຫຍັງທີ່ເຮົາໄດ້ຈາກການທີ່ໂມເຊພະຍາຍາມຊ່ວຍເຫຼືອຊາດຍິດສະລາເອນໃຫ້ອອກຈາກການເປັນທາດຂອງຊາດອີຢີບດ້ວຍຕົວລາວເອງ? (ກິດ. 7:23-25; 1 ເປ. 5:6, 10)
ພຸ່ມໄມ້ທີ່ມີໄຟລຸກ
1. ພູເຂົາທີ່ຢູ່ໃນຮູບນີ້ຊື່ຫຍັງ?
2. ລອງເລົ່າເຖິງສິ່ງຜິດປົກກະຕິທີ່ໂມເຊເຫັນຕອນທີ່ທ່ານພາຝູງແກະໄປທີ່ພູເຂົາໂຫເຣບ.
3. ມີສຽງເວົ້າຈາກພຸ່ມໄມ້ວ່າແນວໃດ ແລະນັ້ນເປັນສຽງຂອງໃຜ?
4. ເມື່ອພະເຈົ້າບອກໂມເຊວ່າທ່ານຕ້ອງນຳປະຊາຊົນຂອງພະເຈົ້າອອກຈາກອີຢີບ ທ່ານຕອບວ່າແນວໃດ?
5. ຖ້າມີຄົນຖາມວ່າໃຜໃຊ້ທ່ານມາ ພະເຈົ້າບອກໃຫ້ໂມເຊຕອບວ່າແນວໃດ?
6. ໂມເຊສາມາດພິສູດວ່າພະເຈົ້າສົ່ງທ່ານມາໂດຍເຮັດແນວໃດ?
ຄຳຖາມເສີມ:
1. ອ່ານອຸປະຍົກໜີ 3:1-22.
ປະສົບການຂອງໂມເຊໃຫ້ຄວາມໝັ້ນໃຈແກ່ເຮົາແນວໃດວ່າ ແມ່ນແຕ່ເຮົາຈະຮູ້ສຶກວ່າຕົນບໍ່ມີຄຸນສົມບັດພໍທີ່ຈະເຮັດວຽກມອບໝາຍຕາມລະບອບການຂອງພະເຈົ້າໃຫ້ສຳເລັດໄດ້ກໍຕາມ ພະເຢໂຫວາຈະສະໜັບສະຫນູນເຮົາ? (ອຸປ. 3:11, 13; 2 ໂກ. 3:5, 6)
2. ອ່ານອຸປະຍົກໜີ 4:1-20.
(ກ) ທັດສະນະຂອງໂມເຊໄດ້ປ່ຽນແປງໄປແນວໃດໃນລະຫວ່າງ 40 ປີທີ່ທ່ານໄດ້ໃຊ້ຊີວິດໃນແຜ່ນດິນມາດຢານ ແລະຄົນເຫຼົ່ານັ້ນທີ່ຍື່ນມືອອກເພື່ອຈະຮັບເອົາສິດທິພິເສດຕ່າງໆ ໃນປະຊາຄົມສາມາດຖອດຖອນບົດຮຽນຫຍັງຈາກເລື່ອງນີ້? (ອຸປ. 2:11, 12; 4:10, 13; ມີເກ 6:8; 1 ຕີໂມ. 3:1, 6, 10)
(ຂ) ແມ່ນວ່າເຮົາໄດ້ຮັບການຕີສອນຈາກພະເຢໂຫວາໂດຍທາງອົງການຂອງພະອົງ ແຕ່ຕົວຢ່າງຂອງໂມເຊເຮັດໃຫ້ເຮົາໝັ້ນໃຈຫຍັງແດ່? (ອຸປ. 4:12-14; ເພງ. 103:14; ເຫບ. 12:4-11)
ໂມເຊແລະອາໂລນເຂົ້າເຝົ້າຟາໂລ
1. ການອັດສະຈັນທີ່ໂມເຊແລະອາໂລນເຮັດສົ່ງຜົນຕໍ່ຊາວຍິດສະລາເອນແນວໃດ?
2. ໂມເຊແລະອາໂລນເວົ້າອັນໃດກັບຟາໂລ ແລະຟາໂລຕອບແນວໃດ?
3. ດັ່ງທີ່ເຫັນໃນຮູບນີ້ ເມື່ອອາໂລນເອົາໄມ້ເທົ້າໂຍນໃສ່ພື້ນມີຫຍັງເກີດຂຶ້ນ?
4. ພະເຢໂຫວາໄດ້ເຮັດແນວໃດເພື່ອສອນບົດຮຽນໃຫ້ແກ່ຟາໂລ ແລະຟາໂລໄດ້ຕອບສະໜອງແນວໃດ?
5. ຫຼັງຈາກໄພພິບັດປະການທີສິບ ມີຫຍັງເກີດຂຶ້ນ?
ຄຳຖາມເສີມ:
1. ອ່ານອຸປະຍົກໜີ 4:27-31 ແລະ 5:1-23.
ຟາໂລໝາຍຄວາມແນວໃດເມື່ອທ່ານກ່າວວ່າ “ເຮົາບໍ່ຮູ້ຈັກພະເຢໂຫວາ”? (ອຸປ. 5:2; 1 ຊາມ. 2:12; ໂລມ 1:21)
2. ອ່ານອຸປະຍົກໜີ 6:1-13, 26-30.
(ກ) ພະເຢໂຫວາບໍ່ໄດ້ສຳແດງພະອົງໃຫ້ອັບລາຫາມ ອີຊາກ ແລະຍາໂຄບຮູ້ຈັກໃນຄວາມໝາຍໃດ? (ອຸປ. 3:13, 14; 6:3; ຕົ້ນ. 12:8)
(ຂ) ເຮົາຮູ້ສຶກແນວໃດທີ່ຮູ້ວ່າພະເຢໂຫວາຍັງໃຊ້ໂມເຊຢູ່ ແມ່ນວ່າທ່ານຈະຮູ້ສຶກວ່າບໍ່ມີຄຸນສົມບັດສຳລັບວຽກມອບໝາຍຂອງທ່ານ? (ອຸປ. 6:12, 30; ລຶກາ 21:13-15)
3. ອ່ານອຸປະຍົກໜີ 7:1-13.
(ກ) ເມື່ອໂມເຊແລະອາໂລນປະກາດຄຳພິພາກສາຂອງພະເຢໂຫວາຕໍ່ຟາໂລຢ່າງກ້າຫານ ທ່ານໄດ້ວາງຕົວຢ່າງແບບໃດໄວ້ສຳລັບຜູ້ຮັບໃຊ້ຂອງພະເຈົ້າໃນທຸກມື້ນີ້? (ອຸປ. 7:2, 3, 6; ກິດ. 4:29-31)
(ຂ) ພະເຢໂຫວາສຳແດງອຳນາດສູງສຸດເໜືອພະຂອງຊາວອີຢີບແນວໃດ? (ອຸປ. 7:12; 1 ຂ່າວ. 29:12)
ໄພພິບັດ 10 ປະການ
1. ຂໍໃຫ້ອະທິບາຍໄພພິບັດສາມປະການທຳອິດທີ່ພະເຢໂຫວານຳມາເທິງອີຢີບໂດຍໃຊ້ຮູບພາບຕ່າງໆ ທີ່ເຫັນຢູ່ນີ້.
2. ໄພພິບັດສາມປະການທຳອິດກັບໄພພິບັດທີ່ເຫຼືອຕ່າງກັນແນວໃດ?
3. ໄພພິບັດປະການທີສີ່ ທີຫ້າ ແລະທີຫົກເປັນແນວໃດ?
4. ຂໍເລົ່າໃຫ້ຟັງກ່ຽວກັບໄພພິບັດປະການທີເຈັດ ທີແປດ ແລະທີເກົ້າ.
5. ພະເຢໂຫວາສັ່ງໃຫ້ຊາວຍິດສະລາເອນເຮັດຫຍັງ ກ່ອນຈະເກີດໄພພິບັດປະການທີສິບ?
6. ໄພພິບັດປະການທີສິບເປັນແນວໃດ ແລະຫຼັງຈາກນັ້ນມີຫຍັງເກີດຂຶ້ນ?
ຄຳຖາມເສີມ:
1. ອ່ານອຸປະຍົກໜີ 7:19–8:23.
(ກ) ແມ່ນວ່າໝໍວິຊາອາຄົມຂອງອີຢີບສາມາດລອກແບບໄພພິບັດສອງປະການທຳອິດຂອງພະເຢໂຫວາໄດ້ ແຕ່ເຂົາເຈົ້າຈຳຕ້ອງຍອມຮັບອັນໃດຫຼັງຈາກໄພພິບັດປະການທີສາມ? (ອຸປ. 8:18, 19; ມັດ. 12:24-28)
(ຂ) ໄພພິບັດປະການທີສີ່ສະແດງໃຫ້ເຫັນຄວາມສາມາດຂອງພະເຢໂຫວາໃນການປົກປ້ອງປະຊາຊົນຂອງພະອົງແນວໃດ ແລະການທີ່ຮູ້ເລື່ອງນີ້ເຮັດໃຫ້ປະຊາຊົນຂອງພະເຈົ້າຮູ້ສຶກແນວໃດເມື່ອເຂົາເຈົ້າຈະຕ້ອງຜະເຊີນໜ້າ “ຄວາມທຸກທໍລະມານມາກຫຼາຍ” ທີ່ບອກໄວ້ລ່ວງໜ້າ? (ອຸປ. 8:22, 23; ຄຳປ. 7:13, 14; 2 ຂ່າວ. 16:9)
2. ອ່ານອຸປະຍົກໜີ 8:24; 9:3, 6, 10, 11, 14, 16, 23-25; ແລະ 10:13-15, 21-23.
(ກ) ໄພພິບັດສິບປະການເປີດເຜີຍໃຫ້ເຫັນຊົນສອງກຸ່ມໃດແດ່ ແລະເຮົາຄວນມີທັດສະນະແນວໃດຕໍ່ຊົນທັງສອງກຸ່ມນີ້ໃນທຸກມື້ນີ້? (ອຸປ. 8:10, 18, 19; 9:14)
(ຂ) ອຸປະຍົກໜີ 9:16 ຊ່ວຍເຮົາແນວໃດໃຫ້ເຂົ້າໃຈເຫດຜົນທີ່ພະເຢໂຫວາຍອມໃຫ້ຊາຕານຢູ່ຈົນຮອດທຸກມື້ນີ້? (ໂລມ 9:21, 22)
3. ອ່ານອຸປະຍົກໜີ 12:21-32.
ປັດສະຄາເຮັດໃຫ້ຫຼາຍຄົນມີໂອກາດທີ່ຈະລອດຊີວິດໄດ້ແນວໃດ ແລະປັດສະຄາເປັນພາບເລັງເຖິງຫຍັງ? (ອຸປ. 12:21-23; ໂຍ. 1:29; ໂລມ 5:18, 19, 21; 1 ໂກ. 5:7)
ຂ້າມນ້ຳທະເລແດງ
1. ຊາວຍິດສະລາເອນທີ່ອອກຈາກອີຢີບທັງຊາຍແລະຍິງພ້ອມດ້ວຍເດັກນ້ອຍລວມກັນແລ້ວຫຼາຍປານໃດ ແລະໃຜອອກມາພ້ອມກັນກັບເຂົາເຈົ້າ?
2. ຫຼັງຈາກປ່ອຍໃຫ້ຊາວຍິດສະລາເອນອອກໄປແລ້ວ ຟາໂລຮູ້ສຶກແນວໃດແລະທ່ານໄດ້ເຮັດຫຍັງ?
3. ເພື່ອຢຸດຍັ້ງຊາດອີຢີບບໍ່ໃຫ້ໂຈມຕີປະຊາຊົນຂອງພະອົງ ພະເຢໂຫວາໄດ້ກະທຳການແນວໃດ?
4. ເມື່ອໂມເຊຢຽດໄມ້ເທົ້າອອກໄປເທິງທະເລແດງເກີດຫຍັງຂຶ້ນ ແລະຊາວຍິດສະລາເອນເຮັດແນວໃດ?
5. ເມື່ອຊາດອີຢີບເລັ່ງໄລ່ຕາມຫຼັງຊາວຍິດສະລາເອນລົງໄປໃນທະເລ ມີຫຍັງເກີດຂຶ້ນ?
6. ພວກຍິດສະລາເອນສະແດງໃຫ້ເຫັນແນວໃດວ່າເຂົາເຈົ້າມີຄວາມຮູ້ສຶກຍິນດີແລະຂອບຄຸນພະເຢໂຫວາທີ່ໄດ້ຊ່ວຍເຂົາເຈົ້າໃຫ້ລອດ?
ຄຳຖາມເສີມ:
1. ອ່ານອຸປະຍົກໜີ 12:33-36.
ເພື່ອຈະໃຫ້ປະຊາຊົນຂອງພະເຢໂຫວາໄດ້ຮັບຄ່າຕອບແທນສຳລັບການເປັນຂ້າທາດຂອງຊາວອີຢີບຕະຫຼອດເວລາຫຼາຍປີ ພະອົງໄດ້ຈັດການແນວໃດ? (ອຸປ. 3:21, 22; 12:35, 36)
2. ອ່ານອຸປະຍົກໜີ 14:1-31.
ຖ້ອຍຄຳຂອງໂມເຊທີ່ບັນທຶກໄວ້ໃນອຸປະຍົກໜີ 14:13, 14 ສົ່ງຜົນຕໍ່ຜູ້ຮັບໃຊ້ຂອງພະເຢໂຫວາໃນທຸກມື້ນີ້ແນວໃດ ເມື່ອເຂົາເຈົ້າຕ້ອງຜະເຊີນກັບສົງຄາມອະລະມະເຄໂດນທີ່ໃກ້ຈະມາເຖິງ? (2 ຂ່າວ. 20:17; ເພງ. 91:8)
3. ອ່ານອຸປະຍົກໜີ 15:1-8, 20, 21.
(ກ) ເປັນຫຍັງຜູ້ຮັບໃຊ້ຂອງພະເຢໂຫວາຈຶ່ງຄວນຮ້ອງເພງສັນລະເສີນພະອົງ? (ອຸປ. 15:1, 2; ເພງ. 105:2, 3; ຄຳປ. 15:3, 4)
(ຂ) ຕອນທີ່ຢູ່ທະເລແດງ ມີລິອາມແລະພວກຜູ້ຍິງໄດ້ວາງຕົວຢ່າງກ່ຽວກັບການສັນລະເສີນພະເຢໂຫວາໃຫ້ຍິງຄລິດສະຕຽນໃນທຸກມື້ນີ້ແນວໃດ? (ອຸປ. 15:20, 21; ເພງ. 68:11)
ອາຫານຊະນິດໃໝ່
1. ໃນຮູບນີ້ປະຊາຊົນກຳລັງເກັບອັນໃດຈາກພື້ນດິນ ແລະສິ່ງນັ້ນເອີ້ນວ່າແນວໃດ?
2. ໂມເຊສັ່ງປະຊາຊົນແນວໃດເລື່ອງການເກັບມານາ?
3. ພະເຢໂຫວາບອກປະຊາຊົນໃຫ້ເຮັດຫຍັງໃນວັນທີຫົກ ແລະຍ້ອນຫຍັງ?
4. ເມື່ອມີການເກັບມານາໄວ້ເພື່ອວັນທີເຈັດ ພະເຢໂຫວາໄດ້ເຮັດການອັດສະຈັນອັນໃດ?
5. ພະເຢໂຫວາລ້ຽງປະຊາຊົນດ້ວຍມານາເປັນເວລາດົນປານໃດ?
ຄຳຖາມເສີມ:
1. ອ່ານອຸປະຍົກໜີ 16:1-36 ແລະຈົດເຊັນບານຊີ 11:7-9.
(ກ) ອຸປະຍົກໜີ 16:8 ສະແດງໃຫ້ເຫັນແນວໃດວ່າເຮົາຈຳຕ້ອງນັບຖືຜູ້ທີ່ໄດ້ຮັບການແຕ່ງຕັ້ງຕາມລະບອບການຂອງພະເຈົ້າໃນປະຊາຄົມຄລິດສະຕຽນ? (ເຫບ. 13:17)
(ຂ) ໃນປ່າທຸລະກັນດານ ມີການເຕືອນພວກຍິດສະລາເອນເລື່ອງການໝາຍເພິ່ງພະເຢໂຫວາໃນແຕ່ລະມື້ແນວໃດ? (ອຸປ. 16:14-16, 35; ບັນຍັດ. 8:2, 3)
(ຄ) ມານາທີ່ພະເຍຊູໄດ້ອ້າງເຖິງມີຄວາມໝາຍເປັນໄນວ່າແນວໃດ ແລະເຮົາໄດ້ຮັບປະໂຫຍດຈາກ “ເຂົ້າຈີ່ແຕ່ສະຫວັນ” ນັ້ນແນວໃດ? (ໂຍ. 6:31-35, 40)
2. ອ່ານໂຢຊວຍ 5:10-12.
ຊາວຍິດສະລາເອນໄດ້ກິນມານາຈັກປີ ເລື່ອງນີ້ໄດ້ທົດລອງເຂົາເຈົ້າແນວໃດ ແລະຈາກເລື່ອງນີ້ເຮົາໄດ້ບົດຮຽນຫຍັງແດ່? (ອຸປ. 16:35; ຈົດເຊັນ. 11:4-6; 1 ໂກ. 10:10, 11)
ພະເຢໂຫວາປະທານກົດໝາຍຂອງພະອົງ
1. ພາຍຫຼັງອອກຈາກປະເທດອີຢີບໄດ້ປະມານສອງເດືອນ ພວກຍິດສະລາເອນຕັ້ງຄ້າຍຢູ່ໃສ?
2. ພະເຢໂຫວາກ່າວວ່າພະອົງຢາກໃຫ້ປະຊາຊົນເຮັດຫຍັງ ແລະເຂົາເຈົ້າຕອບວ່າແນວໃດ?
3. ເປັນຫຍັງພະເຢໂຫວາຈຶ່ງປະທານຫີນສອງແຜ່ນແກ່ໂມເຊ?
4. ນອກຈາກພະບັນຍັດສິບປະການແລ້ວ ພະເຢໂຫວາຍັງປະທານກົດໝາຍອື່ນອັນໃດອີກແກ່ຊາວຍິດສະລາເອນ?
5. ກົດໝາຍສອງຂໍ້ໃດແດ່ທີ່ພະເຍຊູກ່າວວ່າສຳຄັນທີ່ສຸດ?
ຄຳຖາມເສີມ:
1. ອ່ານອຸປະຍົກໜີ 19:1-25; 20:1-21; 24:12-18; ແລະ 31:18.
ຖ້ອຍຄຳທີ່ບັນທຶກຢູ່ໃນອຸປະຍົກໜີ 19:8 ຊ່ວຍເຮົາໃຫ້ເຂົ້າໃຈສິ່ງທີ່ກ່ຽວຂ້ອງກັບການອຸທິດຕົວຂອງຄລິດສະຕຽນໄດ້ແນວໃດ? (ມັດ. 16:24; 1 ເປ. 4:1-3)
2. ອ່ານພະບັນຍັດຕິທີ2 6:4-6; ລະບຽບການພວກເລວີ 19:18; ແລະມັດທາຍ 22:36-40.
ຄລິດສະຕຽນສະແດງຄວາມຮັກຕໍ່ພະເຈົ້າແລະຕໍ່ເພື່ອນບ້ານໄດ້ແນວໃດ? (ມໂກ. 6:34; ກິດ. 4:20; ໂລມ 15:2)
ລູກງົວຄຳ
1. ໃນຮູບນີ້ຜູ້ຄົນກຳລັງເຮັດອັນໃດ ແລະຍ້ອນຫຍັງ?
2. ເປັນຫຍັງພະເຢໂຫວາຈຶ່ງຮູ້ສຶກຄຽດຫຼາຍ ແລະເມື່ອໂມເຊເຫັນສິ່ງທີ່ຜູ້ຄົນກຳລັງເຮັດ ທ່ານໄດ້ເຮັດແນວໃດ?
3. ໂມເຊສັ່ງໃຫ້ຜູ້ຊາຍລາງຄົນເຮັດຫຍັງ?
4. ເລື່ອງນີ້ສອນບົດຮຽນຫຍັງແກ່ເຮົາ?
ຄຳຖາມເສີມ:
1. ອ່ານອຸປະຍົກໜີ 32:1-35.
(ກ) ເລື່ອງນີ້ສະແດງໃຫ້ເຫັນວ່າພະເຢໂຫວາມີທັດສະນະແນວໃດຕໍ່ການປະສົມປະສານສາສະໜາແທ້ກັບສາສະໜາປອມ? (ອຸປ. 32:4-6, 10; 1 ໂກ. 10:7, 11)
(ຂ) ຄລິດສະຕຽນຄວນປະຕິບັດຕາມຄຳຕັກເຕືອນຫຍັງໃນເລື່ອງການເລືອກຄວາມບັນເທີງ ເຊັ່ນ ການຮ້ອງເພງແລະການເຕັ້ນລຳ? (ອຸປ. 32:18, 19; ເອເຟ. 5:15, 16; 1 ໂຍ. 2:15-17)
(ຄ) ກະກູນເລວີວາງຕົວຢ່າງທີ່ດີໃນເລື່ອງການຢູ່ຝ່າຍຄວາມຊອບທຳດ້ວຍວິທີໃດ? (ອຸປ. 32:25-28; ເພງ. 18:25)
ກະໂຈມສຳລັບການນະມັດສະການ
1. ສິ່ງກໍ່ສ້າງໃນຮູບນີ້ເອີ້ນວ່າຫຍັງ ແລະໃຊ້ເພື່ອເຮັດຫຍັງ?
2. ເປັນຫຍັງພະເຢໂຫວາຈຶ່ງບອກໂມເຊໃຫ້ສ້າງກະໂຈມທີ່ສາມາດມ້າງອອກໄດ້ງ່າຍ?
3. ຫີບທີ່ຢູ່ໃນຫ້ອງນ້ອຍທ້າຍກະໂຈມແມ່ນອັນໃດ ແລະໃນຫີບໜ່ວຍນັ້ນມີຫຍັງແດ່?
4. ພະເຢໂຫວາເລືອກໃຜເປັນມະຫາປະໂລຫິດ ແລະມະຫາປະໂລຫິດຕ້ອງເຮັດວຽກຫຍັງ?
5. ໃຫ້ບອກຊື່ສິ່ງຂອງສາມອັນທີ່ຢູ່ໃນຫ້ອງໃຫຍ່ຂອງກະໂຈມ.
6. ສິ່ງຂອງສອງອັນທີ່ຢູ່ໃນລານໜ້າຈຳໜັກອາໄສແມ່ນມີອັນໃດແດ່ ແລະຂອງເຫຼົ່ານີ້ໃຊ້ເພື່ອເຮັດຫຍັງແດ່?
ຄຳຖາມເສີມ:
1. ອ່ານອຸປະຍົກໜີ 25:8-40; 26:1-37; 27:1-8; ແລະ 28:1.
ຄະຣູບິມທີ່ຢູ່ເທິງ “ຫີບແຫ່ງພິຍານ” ເປັນພາບສະແດງເຖິງສິ່ງໃດ? (ອຸປ. 25:20, 22; ຈົດເຊັນ. 7:89; 2 ກະ. 19:15)
2. ອ່ານອຸປະຍົກໜີ 30:1-10, 17-21; 34:1, 2; ແລະເຫບເລິ 9:1-5.
(ກ) ເປັນຫຍັງພະເຢໂຫວາຈຶ່ງເນັ້ນເຖິງເລື່ອງຄວາມສຳຄັນຂອງການຮັກສາຄວາມສະອາດທາງກາຍຂອງປະໂລຫິດທີ່ຮັບໃຊ້ໃນຈຳໜັກອາໄສ ແລະເລື່ອງນີ້ຄວນຈະສົ່ງຜົນຕໍ່ເຮົາໃນທຸກມື້ນີ້ແນວໃດ? (ອຸປ. 30:18-21; 40:30, 31; ເຫບ. 10:22)
(ຂ) ຕອນທີ່ອັກຄະສາວົກໂປໂລຂຽນຈົດໝາຍເຖິງຄລິດສະຕຽນຊາວເຫບເລິນັ້ນ ທ່ານໄດ້ສະແດງໃຫ້ເຫັນແນວໃດວ່າຈຳໜັກອາໄສແລະຄຳສັນຍາໄມຕີແຫ່ງພະບັນຍັດຖືກຍົກເລີກແລ້ວ? (ເຫບ. 9:1, 9; 10:1)
ຜູ້ສອດແນມ 12 ຄົນ
1. ເຈົ້າສັງເກດເຫັນພວງໝາກອະງຸ່ນໃນຮູບນີ້ເປັນແນວໃດ ແລະມັນມາແຕ່ໃສ?
2. ເປັນຫຍັງໂມເຊຈຶ່ງໄດ້ສົ່ງຄົນສອດແນມ 12 ຄົນເຂົ້າໄປໃນແຜ່ນດິນການາອານ?
3. ຄົນສອດແນມ 10 ຄົນກັບມາລາຍງານກັບໂມເຊວ່າແນວໃດແດ່?
4. ຜູ້ສອດແນມສອງຄົນສະແດງຄວາມວາງໃຈຕໍ່ພະເຢໂຫວາແນວໃດ ແລະເຂົາເຈົ້າມີຊື່ວ່າແນວໃດ?
5. ເປັນຫຍັງພະເຢໂຫວາຈຶ່ງຮູ້ສຶກຄຽດຫຼາຍ ແລະພະອົງບອກກັບໂມເຊວ່າແນວໃດ?
ຄຳຖາມເສີມ:
1. ອ່ານຈົດເຊັນບານຊີ 13:1-33.
(ກ) ໃຜໄດ້ຮັບເລືອກໃຫ້ໄປສອດແນມທີ່ແຜ່ນດິນນັ້ນ ແລະເຂົາເຈົ້າມີໂອກາດທີ່ດີເລີດແບບໃດ? (ຈົດເຊັນ. 13:2, 3, 18-20)
(ຂ) ເປັນຫຍັງໂຢຊວຍແລະກາເລບຈຶ່ງມີທັດສະນະທີ່ຕ່າງຈາກຜູ້ສອດແນມຄົນອື່ນໆ ແລະເລື່ອງນີ້ສອນເຮົາແນວໃດ? (ຈົດເຊັນ. 13:28-30; ມັດ. 17:20; 2 ໂກ. 5:7)
2. ອ່ານຈົດເຊັນບານຊີ 14:1-38.
(ກ) ເຮົາຄວນເອົາໃຈໃສ່ຕໍ່ຄຳເຕືອນແນວໃດກ່ຽວກັບການຈົ່ມຕໍ່ສູ້ຕົວແທນທາງແຜ່ນດິນໂລກຂອງພະເຢໂຫວາ? (ຈົດເຊັນ. 14:2, 3 27; ມັດ. 25:40, 45; 1 ໂກ. 10:10)
(ຂ) ໃນຈົດເຊັນບານຊີ 14:24 ສະແດງໃຫ້ເຫັນແນວໃດວ່າພະເຢໂຫວາສົນໃຈນຳຜູ້ຮັບໃຊ້ທຸກຄົນຂອງພະອົງເປັນສ່ວນຕົວ? (1 ກະ. 19:18; ສຸພາ. 15:3)
ໄມ້ເທົ້າຂອງອາໂລນອອກດອກ
1. ໃຜຕໍ່ຕ້ານອຳນາດຂອງໂມເຊແລະອາໂລນ ແລະເຂົາເຈົ້າເວົ້າກັບໂມເຊແນວໃດ?
2. ໂມເຊບອກໃຫ້ໂກເຣແລະພັກພວກທັງ 250 ຄົນຂອງລາວເຮັດຫຍັງ?
3. ໂມເຊເວົ້າວ່າແນວໃດກັບຜູ້ຄົນ ແລະທັນທີທີ່ທ່ານເວົ້າສຸດຄວາມມີຫຍັງເກີດຂຶ້ນ?
4. ມີຫຍັງເກີດຂຶ້ນກັບໂກເຣແລະພັກພວກທັງ 250 ຄົນຂອງລາວ?
5. ເອເລອາຊາບຸດຊາຍຂອງອາໂລນເອົາໝໍ້ເຜົາເຄື່ອງຫອມຂອງຄົນທີ່ຕາຍແລ້ວໄປເຮັດຫຍັງ ແລະຍ້ອນຫຍັງ?
6. ເປັນຫຍັງພະເຢໂຫວາຈຶ່ງເຮັດໃຫ້ໄມ້ເທົ້າຂອງອາໂລນອອກດອກ? (ເບິ່ງຮູບພາບ.)
ຄຳຖາມເສີມ:
1. ອ່ານຈົດເຊັນບານຊີ 16:1-49.
(ກ) ໂກເຣແລະພັກພວກຂອງລາວໄດ້ເຮັດຫຍັງ ແລະເປັນຫຍັງຈຶ່ງເປັນການກະບົດຕໍ່ພະເຢໂຫວາ? (ຈົດເຊັນ. 16:9, 10, 18; ເລວີ. 10:1, 2; ສຸພາ. 11:2)
(ຂ) ໂກເຣແລະ “ຜູ້ເປັນເຈົ້ານາຍໃນພວກຊຸມນຸມ” 250 ຄົນຂອງລາວໄດ້ປູກຝັງທັດສະນະທີ່ຜິດແບບໃດ? (ຈົດເຊັນ. 16:1-3; ສຸພາ. 15:33; ເອຊາ. 49:7)
2. ອ່ານຈົດເຊັນບານຊີ 17:1-11 ແລະ 26:10.
(ກ) ການທີ່ໄມ້ເທົ້າຂອງອາໂລນອອກດອກບົ່ງບອກເຖິງເລື່ອງໃດ ແລະເປັນຫຍັງພະເຢໂຫວາຈຶ່ງສັ່ງໃຫ້ເອົາໄມ້ເທົ້ານັ້ນໄປເກັບໄວ້ໃນຫີບ? (ຈົດເຊັນ. 17:5, 8, 10)
(ຂ) ເຮົາໄດ້ບົດຮຽນສຳຄັນອັນໃດຈາກໝາຍສຳຄັນແຫ່ງໄມ້ເທົ້າຂອງອາໂລນ? (ຈົດເຊັນ. 17:10; ກິດ. 20:28; ຟີລິບ 2:14; ເຫບ. 13:17)
ໂມເຊຕີຫີນ
1. ພະເຢໂຫວາເບິ່ງແຍງຊາວຍິດສະລາເອນແນວໃດລະຫວ່າງທີ່ເຂົາເຈົ້າຢູ່ໃນປ່າທຸລະກັນດານ?
2. ເມື່ອພວກຍິດສະລາເອນຕັ້ງຄ້າຍພັກຢູ່ທີ່ກາເດເຊເຂົາເຈົ້າຈົ່ມເລື່ອງໃດ?
3. ພະເຢໂຫວາຈັດຫານ້ຳໃຫ້ປະຊາຊົນແລະຝູງສັດດ້ວຍວິທີໃດ?
4. ຢູ່ໃນຮູບນີ້ຜູ້ຊາຍທີ່ຊີ້ໃສ່ຕົວເອງແມ່ນໃຜ ແລະເປັນຫຍັງລາວຈຶ່ງເຮັດແນວນັ້ນ?
5. ເປັນຫຍັງພະເຢໂຫວາຈຶ່ງຄຽດໂມເຊແລະອາໂລນ ແລະເຂົາເຈົ້າຖືກລົງໂທດແນວໃດ?
6. ມີຫຍັງເກີດຂຶ້ນຢູ່ທີ່ພູໂຫເຣ ແລະໃຜສືບຕຳແໜ່ງເປັນມະຫາປະໂລຫິດແຫ່ງຊາດຍິດສະລາເອນ?
ຄຳຖາມເສີມ:
1. ອ່ານຈົດເຊັນບານຊີ 20:1-13, 22-29 ແລະພະບັນຍັດຕິທີ2 29:5.
(ກ) ຈາກການທີ່ພະເຢໂຫວາເອົາໃຈໃສ່ຊາວຍິດສະລາເອນໃນປ່າທຸລະກັນດານ ເຮົາໄດ້ຮຽນຫຍັງ? (ບັນຍັດ. 29:5; ມັດ. 6:31; ເຫບ. 13:5; ຍໂກ. 1:17)
(ຂ) ການທີ່ໂມເຊແລະອາໂລນບໍ່ໄດ້ຖວາຍກຽດແດ່ພະເຢໂຫວາຕໍ່ໜ້າຊາວຍິດສະລາເອນເຮັດໃຫ້ພະອົງມີທັດສະນະແນວໃດຕໍ່ເຂົາເຈົ້າ? (ຈົດເຊັນ. 20:12; 1 ໂກ. 10:12; ຄຳປ. 4:11)
(ຄ) ເຮົາຮຽນຮູ້ຫຍັງໄດ້ແດ່ຈາກການສະແດງອອກຂອງໂມເຊເມື່ອລາວໄດ້ຮັບການຕີສອນຈາກພະເຢໂຫວາ? (ຈົດເຊັນ. 12:3; 20:12, 27, 28; ບັນຍັດ. 32:4; ເຫບ. 12:7-11)
ງູທອງແດງ
1. ໃນຮູບນີ້ມີຫຍັງພັນຢູ່ຮອບເສົາ ແລະເປັນຫຍັງພະເຢໂຫວາຈຶ່ງສັ່ງໃຫ້ໂມເຊເອົາງູນັ້ນໄປພັນໄວ້ຫັ້ນ?
2. ຜູ້ຄົນບໍ່ຮູ້ສຶກຂອບໃຈໃນທຸກສິ່ງທີ່ພະເຈົ້າໄດ້ເຮັດເພື່ອເຂົາເຈົ້າແນວໃດ?
3. ຫຼັງຈາກພະເຢໂຫວາສົ່ງງູພິດມາລົງໂທດເຂົາເຈົ້າແລ້ວ ຜູ້ຄົນຂໍໃຫ້ພະອົງເຮັດແນວໃດ?
4. ເປັນຫຍັງພະເຢໂຫວາຈຶ່ງໄດ້ສັ່ງໃຫ້ໂມເຊເຮັດງູທອງແດງ?
5. ເຮົາໄດ້ບົດຮຽນຫຍັງຈາກເລື່ອງນີ້?
ຄຳຖາມເສີມ:
1. ອ່ານຈົດເຊັນບານຊີ 21:4-9.
(ກ) ເຮົາໄດ້ຄຳເຕືອນຫຍັງຈາກການທີ່ຊາວຍິດສະລາເອນຈົ່ມໃນເລື່ອງການຈັດກຽມຂອງພະເຢໂຫວາ? (ຈົດເຊັນ. 21:5, 6; ໂລມ 2:4)
(ຂ) ໃນສະຕະວັດຕໍ່ມາ ຊາວຍິດສະລາເອນເອົາງູທອງແດງໄປເຮັດຫຍັງ ແລະແລ້ວກະສັດເອເຊເກຍເຊຈຶ່ງໄດ້ເຮັດອັນໃດ? (ຈົດເຊັນ. 21:9; 2 ກະ. 18:1-4)
2. ອ່ານໂຍຮັນ 3:14, 15.
ການເອົາງູທອງແດງໄປແຂວນເທິງເສົາຕົ້ນນຶ່ງເປັນພາບທີ່ສະແດງຢ່າງເໝາະສົມເຖິງການຄຶງພະເຍຊູຄລິດໄວ້ເທິງຫຼັກແນວໃດ? (ຄລາ. 3:13; 1 ເປ. 2:24)
ລາຕົວນຶ່ງເວົ້າ
1. ບາລາກແມ່ນໃຜ ແລະເປັນຫຍັງລາວຈຶ່ງໃຊ້ຄົນໄປເອີ້ນບາລາອາມມາຫາ?
2. ເປັນຫຍັງລາຂອງບາລາອາມຈຶ່ງໝອບລົງເທິງຫົນທາງ?
3. ບາລາອາມໄດ້ຍິນໂຕລາເວົ້າວ່າແນວໃດ?
4. ທູດສະຫວັນອົງນຶ່ງເວົ້າກັບບາລາອາມວ່າແນວໃດ?
5. ມີຫຍັງເກີດຂຶ້ນເມື່ອບາລາອາມພະຍາຍາມຈະໄປສາບແຊ່ງຊາວຍິດສະລາເອນ?
ຄຳຖາມເສີມ:
1. ອ່ານຈົດເຊັນບານຊີ 21:21-35.
ເປັນຫຍັງຊາວຍິດສະລາເອນຈຶ່ງປາບກະສັດຊີໂໜຂອງຊາວອາໂມເລເອນແລະກະສັດໂອກຂອງບາຊານ? (ຈົດເຊັນ. 21:21, 23, 33, 34)
2. ອ່ານຈົດເຊັນບານຊີ 22:1-40.
ແມ່ນຫຍັງເປັນແຮງກະຕຸ້ນທີ່ເຮັດໃຫ້ບາລາອາມພະຍາຍາມສາບແຊ່ງຊາວຍິດສະລາເອນ ແລະເລື່ອງນີ້ສອນບົດຮຽນອັນໃດແກ່ເຮົາ? (ຈົດເຊັນ. 22:16, 17; ສຸພາ. 6:16, 18; 2 ເປ. 2:15; ຍູເດ 11)
3. ອ່ານຈົດເຊັນບານຊີ 23:1-30.
ແມ່ນວ່າບາລາອາມເວົ້າຄືກັບວ່າລາວເປັນຜູ້ນະມັດສະການພະເຢໂຫວາ ແຕ່ການກະທຳຂອງລາວສະແດງໃຫ້ເຫັນແນວໃດວ່າລາວບໍ່ໄດ້ເປັນດັ່ງນັ້ນ? (ຈົດເຊັນ. 23:3, 11-14; 1 ຊາມ. 15:22)
4. ອ່ານຈົດເຊັນບານຊີ 24:1-25.
ເລື່ອງນີ້ທີ່ຢູ່ໃນຄຳພີໄບເບິນເສີມຄວາມເຊື່ອຂອງເຮົາແນວໃດວ່າພະປະສົງຂອງພະເຢໂຫວາຈະສຳເລັດເປັນຈິງ? (ຈົດເຊັນ. 24:10; ເອຊາ. 54:17)
ໂຢຊວຍກາຍເປັນຜູ້ນຳ
1. ຜູ້ຊາຍສອງຄົນທີ່ຢູ່ກັບໂມເຊໃນຮູບນີ້ ແມ່ນຜູ້ໃດແດ່?
2. ພະເຢໂຫວາບອກໂຢຊວຍວ່າແນວໃດ?
3. ເປັນຫຍັງໂມເຊຈຶ່ງໄດ້ປີນຂຶ້ນໄປເທິງຍອດພູເນໂບ ແລະພະເຢໂຫວາກ່າວຫຍັງກັບລາວ?
4. ໂມເຊຕາຍຕອນອາຍຸເທົ່າໃດ?
5. ເປັນຫຍັງຜູ້ຄົນຈຶ່ງພາກັນໂສກເສົ້າ ແຕ່ແລ້ວພວກເຂົາຮູ້ສຶກຍິນດີຍ້ອນຫຍັງ?
ຄຳຖາມເສີມ:
1. ອ່ານຈົດເຊັນບານຊີ 27:12-23.
ພະເຢໂຫວາມອບໝາຍວຽກທີ່ສຳຄັນອັນໃດໃຫ້ແກ່ໂຢຊວຍ ແລະທຸກມື້ນີ້ເຮົາເຫັນໄດ້ແນວໃດວ່າພະເຢໂຫວາໃສ່ໃຈຕໍ່ປະຊາຊົນຂອງພະອົງ? (ຈົດເຊັນ. 27:15-19; ກິດ. 20:28; ເຫບ. 13:7)
2. ອ່ານພະບັນຍັດຕິທີ2 3:23-29.
ເປັນຫຍັງພະເຢໂຫວາຈຶ່ງບໍ່ຍອມໃຫ້ໂມເຊແລະອາໂລນຂ້າມໄປທີ່ແຜ່ນດິນຕາມຄຳສັນຍາ ແລະເຮົາໄດ້ບົດຮຽນຫຍັງຈາກເລື່ອງນີ້? (ບັນຍັດ. 3:25-27; ຈົດເຊັນ. 20:12, 13)
3. ອ່ານພະບັນຍັດຕິທີ2 31:1-8, 14-23.
ຄຳອຳລາທີ່ໂມເຊກ່າວຕໍ່ຊາດຍິດສະລາເອນສະແດງໃຫ້ເຫັນແນວໃດວ່າທ່ານຖ່ອມຕົວໃນການຍອມຮັບການຕີສອນຈາກພະເຢໂຫວາ? (ບັນຍັດ. 31:6-8, 23)
4. ອ່ານພະບັນຍັດຕິທີ2 32:45-52.
ພະຄຳຂອງພະເຈົ້າຄວນຈະສົ່ງຜົນຕໍ່ຊີວິດຂອງເຮົາຫຼາຍສ່ຳໃດ? (ບັນຍັດ. 32:47; ເລວີ. 18:5; ເຫບ. 4:12)
5. ອ່ານພະບັນຍັດຕິທີ2 34:1-12.
ແມ່ນວ່າໂມເຊບໍ່ເຄີຍເຫັນຕົວຕົນແທ້ໆ ຂອງພະເຢໂຫວາ ແຕ່ພະບັນຍັດຕິທີ2 34:10 ບົ່ງບອກໃຫ້ເຫັນແນວໃດເລື່ອງສຳພັນທະພາບຂອງທ່ານກັບພະເຢໂຫວາ? (ອຸປ. 33:11, 20; ຈົດເຊັນ. 12:8)
ລາຫາບເຊື່ອງຜູ້ສອດແນມ
1. ລາຫາບອາໄສຢູ່ບ່ອນໃດ?
2. ຊາຍສອງຄົນທີ່ຢູ່ໃນຮູບນີ້ແມ່ນໃຜແດ່ ແລະເປັນຫຍັງເຂົາເຈົ້າຈຶ່ງເຂົ້າໄປໃນເມືອງເຢລິໂກ?
3. ກະສັດຂອງເມືອງເຢລິໂກສັ່ງໃຫ້ລາຫາບເຮັດຫຍັງ ແລະລາວຕອບວ່າແນວໃດ?
4. ລາຫາບຊ່ວຍເຫຼືອຊາຍສອງຄົນນັ້ນແນວໃດ ແລະລາວຂໍໃຫ້ເຂົາເຈົ້າຊ່ວຍອັນໃດ?
5. ຄົນສອດແນມສອງຄົນນັ້ນສັນຍາວ່າແນວໃດກັບລາຫາບ?
ຄຳຖາມເສີມ:
1. ອ່ານໂຢຊວຍ 2:1-24.
ເມື່ອຊາວຍິດສະລາເອນມາໂຈມຕີເມືອງເຢລິໂກ ຄຳສັນຍາຂອງພະເຢໂຫວາທີ່ບັນທຶກໄວ້ໃນອຸປະຍົກໜີ 23:28 ຈຶ່ງສຳເລັດເປັນຈິງແນວໃດ? (ຢຊວຍ. 2:9-11)
2. ອ່ານເຫບເລິ 11:31.
ຕົວຢ່າງຂອງລາຫາບເນັ້ນເຖິງຄວາມສຳຄັນຂອງຄວາມເຊື່ອແນວໃດ? (ໂລມ 1:17; ເຫບ. 10:39; ຍໂກ. 2:25)
ການຂ້າມແມ່ນ້ຳຢູລະເດນ
1. ພະເຢໂຫວາກະທຳການອັດສະຈັນແນວໃດເພື່ອຊາວຍິດສະລາເອນຈະສາມາດຂ້າມແມ່ນ້ຳຢູລະເດນໄດ້?
2. ພວກຍິດສະລາເອນຕ້ອງສະແດງຄວາມເຊື່ອແນວໃດເພື່ອຈະຂ້າມແມ່ນ້ຳຢູລະເດນໄດ້?
3. ເປັນຫຍັງພະເຢໂຫວາຈຶ່ງສັ່ງໂຢຊວຍໃຫ້ເກັບເອົາຫີນໃຫຍ່ 12 ກ້ອນຂຶ້ນມາຈາກກາງແມ່ນ້ຳ?
4. ມີອັນໃດເກີດຂຶ້ນ ທັນທີທີ່ປະໂລຫິດກ້າວຂຶ້ນຈາກແມ່ນ້ຳຢູລະເດນ?
ຄຳຖາມເສີມ:
1. ອ່ານໂຢຊວຍ 3:1-17.
(ກ) ດັ່ງທີ່ເຫັນຈາກເລື່ອງນີ້ ເຮົາຕ້ອງເຮັດຫຍັງເພື່ອຈະໄດ້ຮັບຄວາມຊ່ວຍເຫຼືອແລະພະພອນຈາກພະເຢໂຫວາ? (ຢຊວຍ. 3:13, 15; ສຸພາ. 3:5; ຍໂກ. 2:22, 26)
(ຂ) ຕອນທີ່ຊາດຍິດສະລາເອນຂ້າມໄປທີ່ແຜ່ນດິນຕາມຄຳສັນຍາ ສະພາບຂອງແມ່ນ້ຳຢູລະເດນເປັນແນວໃດ ແລະເລື່ອງນີ້ເຮັດໃຫ້ພະນາມຂອງພະເຢໂຫວາໄດ້ຮັບການສັນລະເສີນແນວໃດ? (ຢຊວຍ. 3:15; 4:18; ເພງ. 66:5-7)
2. ອ່ານໂຢຊວຍ 4:1-18.
ຫີນ 12 ກ້ອນທີ່ເອົາມາຈາກແມ່ນ້ຳຢູລະເດນແລະໄດ້ຕັ້ງໄວ້ທີ່ຄີເລຄາເລນັ້ນ ເພື່ອຈຸດປະສົງອັນໃດ? (ຢຊວຍ. 4:4-7)
ກຳແພງເມືອງເຢລິໂກ
1. ພະເຢໂຫວາສັ່ງໃຫ້ພວກນັກຮົບແລະພວກປະໂລຫິດເຮັດຫຍັງຫົກມື້?
2. ໃນວັນທີເຈັດເຂົາເຈົ້າຕ້ອງເຮັດອັນໃດ?
3. ດັ່ງທີ່ເຫັນໃນຮູບນີ້ ເກີດອັນໃດຂຶ້ນກັບກຳແພງເມືອງເຢລິໂກ?
4. ເປັນຫຍັງຈຶ່ງມີເຊືອກສີແດງຢ່ອນລົງມາຈາກປ່ອງຢ້ຽມ?
5. ໂຢຊວຍສັ່ງພວກນັກຮົບໃຫ້ເຮັດຫຍັງກັບເມືອງແລະຄົນທີ່ຢູ່ໃນເມືອງນັ້ນ ແຕ່ໃຫ້ເຮັດແນວໃດກັບເງິນ, ຄຳ, ທອງແດງແລະເຫຼັກ?
6. ມີການບອກໃຫ້ຜູ້ສອດແນມສອງຄົນນັ້ນເຮັດຫຍັງ?
ຄຳຖາມເສີມ:
1. ອ່ານໂຢຊວຍ 6:1-25.
(ກ) ການຍ່າງອ້ອມຮອບເມືອງເຢລິໂກຂອງຊາວຍິດສະລາເອນໃນວັນທີເຈັດນັ້ນຄ້າຍກັນແນວໃດກັບການປະກາດຂອງພະຍານພະເຢໂຫວາໃນສະໄໝສຸດທ້າຍນີ້? (ຢຊວຍ. 6:15, 16; ເອຊາ. 60:22; ມັດ. 24:14; 1 ໂກ. 9:16)
(ຂ) ຄຳພະຍາກອນທີ່ຢູ່ໃນໂຢຊວຍ 6:26 ສຳເລັດເປັນຈິງໃນ 500 ປີຕໍ່ມາແນວໃດ ແລະເລື່ອງນີ້ສອນອັນໃດແກ່ເຮົາກ່ຽວກັບຄຳຕັດຂອງພະເຢໂຫວາ? (1 ກະ. 16:34; ເອຊາ. 55:11)
ຂະໂມຍຄົນນຶ່ງໃນຍິດສະລາເອນ
1. ໃນຮູບນີ້ໃຜພວມຝັງຂອງມີຄ່າທີ່ໄດ້ມາຈາກເມືອງເຢລິໂກ ແລະໃຜແດ່ທີ່ກຳລັງຊ່ວຍລາວຢູ່?
2. ເປັນຫຍັງການກະທຳຂອງອາການແລະຄອບຄົວຂອງລາວຈຶ່ງເປັນເລື່ອງຮ້າຍແຮງຫຼາຍ?
3. ພະເຢໂຫວາກ່າວວ່າແນວໃດ ເມື່ອໂຢຊວຍຖາມພະອົງວ່າເປັນຫຍັງຊາວຍິດສະລາເອນຈຶ່ງພ່າຍແພ້ໃນການສູ້ຮົບທີ່ເມືອງອາອີ?
4. ພາຍຫຼັງອາການແລະຄອບຄົວຂອງລາວຖືກພາມາຫາໂຢຊວຍແລ້ວ ເກີດຫຍັງຂຶ້ນກັບເຂົາເຈົ້າ?
5. ການຕັດສິນລົງໂທດອາການສອນບົດຮຽນທີ່ສຳຄັນອັນໃດແກ່ເຮົາ?
ຄຳຖາມເສີມ:
1. ອ່ານໂຢຊວຍ 7:1-26.
(ກ) ຄຳອະທິດຖານຂອງໂຢຊວຍສະແດງໃຫ້ເຮົາຮູ້ສິ່ງໃດກ່ຽວກັບຄວາມສຳພັນຂອງທ່ານກັບພະຜູ້ສ້າງ? (ຢຊວຍ. 7:7-9; ເພງ. 119:145; 1 ໂຍ. 5:14)
(ຂ) ຕົວຢ່າງຂອງອາການສະແດງໃຫ້ເຫັນອັນໃດແດ່ ແລະເລື່ອງນີ້ເຕືອນໃຈເຮົາຄືແນວໃດ? (ຢຊວຍ. 7:11, 14, 15; ສຸພາ. 15:3; 1 ຕີໂມ. 5:24; ເຫບ. 4:13)
2. ອ່ານໂຢຊວຍ 8:1-29.
ໃນທຸກມື້ນີ້ເຮົາມີຄວາມຮັບຜິດຊອບເປັນສ່ວນຕົວໃນເລື່ອງໃດຕໍ່ປະຊາຄົມຄລິດສະຕຽນ? (ຢຊວຍ. 7:13; ເລວີ. 5:1; ສຸພາ. 28:13)
ຊາວຊົນຄາບາໂອນທີ່ສະຫຼາດ
1. ຊາວຊົນຄາບາໂອນຕ່າງຈາກຊາວການາອານທີ່ຢູ່ເມືອງໃກ້ຄຽງແນວໃດ?
2. ດັ່ງທີ່ເຫັນໃນຮູບນີ້ ຊາວຊົນຄາບາໂອນເຮັດຫຍັງແດ່ ແລະເປັນຫຍັງເຂົາເຈົ້າຈຶ່ງເຮັດແນວນັ້ນ?
3. ໂຢຊວຍແລະຜູ້ນຳຊາວຍິດສະລາເອນຄົນອື່ນໆ ໃຫ້ຄຳສັນຍາແນວໃດກັບຊາວຄາບາໂອນ ແຕ່ວ່າອີກສາມມື້ຕໍ່ມາເຂົາເຈົ້າຈຶ່ງໄດ້ມາຮູ້ເລື່ອງໃດ?
4. ມີຫຍັງເກີດຂຶ້ນເມື່ອກະສັດໃນເມືອງອື່ນໄດ້ຍິນຂ່າວວ່າຊາວຄາບາໂອນເຮັດສັນຍາໄມຕີກັບຊາວຍິດສະລາເອນ?
ຄຳຖາມເສີມ:
1. ອ່ານໂຢຊວຍ 9:1-27.
(ກ) ເນື່ອງຈາກພະເຢໂຫວາໄດ້ສັ່ງຊາດຍິດສະລາເອນໃຫ້ “ທຳລາຍບັນດາຊາວຊົນແຜ່ນດິນ” ນັ້ນ ການທີ່ພະເຢໂຫວາໄວ້ຊີວິດຊາວຄາບາໂອນເຮັດໃຫ້ເຫັນຄຸນລັກສະນະອັນໃດຂອງພະອົງພົ້ນເດັ່ນຂຶ້ນ? (ຢຊວຍ. 9:22, 24; ມັດ. 9:13; ກິດ. 10:34, 35; 2 ເປ. 3:9)
(ຂ) ດ້ວຍການຍຶດໝັ້ນກັບຄຳສັນຍາທີ່ເຮັດໄວ້ກັບຄາບາໂອນ ໂຢຊວຍໄດ້ວາງຕົວຢ່າງທີ່ດີອັນໃດແກ່ຄລິດສະຕຽນໃນທຸກມື້ນີ້? (ຢຊວຍ. 9:18, 19; ມັດ. 5:37; ເອເຟ. 4:25)
2. ອ່ານໂຢຊວຍ 10:1-5.
ຝູງຄົນເປັນອັນມາກຮຽນແບບຊາວຄາບາໂອນແນວໃດ ສະນັ້ນເຂົາເຈົ້າຈຶ່ງຕົກເປັນເປົ້າຂອງອັນໃດ? (ຢຊວຍ. 10:4; ຊກາ. 8:23; ມັດ. 25:35-40; ຄຳປ. 12:17)
ດວງອາທິດຢຸດຢູ່ກັບທີ່
1. ໃນຮູບນີ້ໂຢຊວຍກຳລັງເວົ້າຫຍັງຢູ່ ແລະຍ້ອນຫຍັງ?
2. ພະເຢໂຫວາໄດ້ຊ່ວຍໂຢຊວຍແລະນັກຮົບຂອງທ່ານດ້ວຍວິທີໃດ?
3. ໂຢຊວຍໄດ້ປາບກະສັດຂອງຝ່າຍສັດຕູຈັກອົງ ແລະຕ້ອງໃຊ້ເວລາດົນປານໃດ?
4. ເປັນຫຍັງໂຢຊວຍຈຶ່ງຈັດແບ່ງສ່ວນແຜ່ນດິນການາອານ?
5. ໂຢຊວຍຕາຍຕອນອາຍຸເທົ່າໃດ ແລະມີຫຍັງເກີດຂຶ້ນກັບປະຊາຊົນຫຼັງຈາກນັ້ນ?
ຄຳຖາມເສີມ:
1. ອ່ານໂຢຊວຍ 10:6-15.
ການທີ່ຮູ້ວ່າພະເຢໂຫວາກະທຳໃຫ້ດວງອາທິດແລະດວງຈັນຢຸດຢູ່ກັບທີ່ສຳລັບຊາວຍິດສະລາເອນ ເຮັດໃຫ້ເຮົາມີຄວາມໝັ້ນໃຈອັນໃດໃນທຸກມື້ນີ້? (ຢຊວຍ. 10:8, 10, 12, 13; ເພງ. 18:3; ສຸພາ. 18:10)
2. ອ່ານໂຢຊວຍ 12:7-24.
ເປັນຜູ້ໃດແທ້ໆ ທີ່ໄດ້ປາບກະສັດ 31 ອົງໃນແຜ່ນດິນການາອານ ແລະເປັນຫຍັງເລື່ອງນີ້ຈຶ່ງສຳຄັນສຳລັບພວກເຮົາໃນທຸກມື້ນີ້? (ຢຊວຍ. 12:7; 24:11-13; ບັນຍັດ. 31:8; ລຶກາ 21:9, 25-28)
3. ອ່ານໂຢຊວຍ 14:1-5.
ມີການແບ່ງປັນແຜ່ນດິນຕາມກະກູນຕ່າງໆ ຂອງຍິດສະລາເອນແນວໃດ ແລະເລື່ອງນີ້ບົ່ງບອກອັນໃດກ່ຽວກັບມໍລະດົກໃນອຸດທະຍານ? (ຢຊວຍ. 14:2; ເອຊາ. 65:21; ເອເຊກ. 47:21-23; 1 ໂກ. 14:33)
4. ອ່ານພວກຜູ້ຕັດສີນ 2:8-13.
ຄືກັບໂຢຊວຍໃນຊາດຍິດສະລາເອນ ໃຜເຮັດໜ້າທີ່ເປັນຜູ້ຕ້ານທານການອອກຫາກໃນທຸກມື້ນີ້? (ຕັດສີນ. 2:8, 10, 11; ມັດ. 24:45-47; 2 ເທ. 2:3-6; ຕິໂຕ 1:7-9; ຄຳປ. 1:1; 2:1, 2)
ຜູ້ຍິງທີ່ກ້າຫານສອງຄົນ
1. ພວກຜູ້ຕັດສິນແມ່ນໃຜ ແລະຜູ້ຕັດສິນລາງຄົນຊື່ວ່າແນວໃດ?
2. ເດໂບລາມີສິດທິພິເສດຫຍັງ ແລະສິດທິພິເສດນີ້ກ່ຽວຂ້ອງກັບອັນໃດ?
3. ເມື່ອຊາວຍິດສະລາເອນຖືກກະສັດຢາບີນແລະແມ່ທັບຊີເຊຣາໂຈມຕີ ຂ່າວສານເລື່ອງໃດຈາກພະເຢໂຫວາທີ່ເດໂບລາໄດ້ແຈ້ງແກ່ບາຣາກຜູ້ຕັດສິນ ແລະນາງບອກວ່າໃຜຈະໄດ້ຮັບກຽດ?
4. ຢາເອນເຮັດແນວໃດຊຶ່ງສະແດງວ່າລາວເປັນຜູ້ຍິງທີ່ກ້າຫານ?
5. ຫຼັງຈາກກະສັດຢາບີນຕາຍໄປແລ້ວມີຫຍັງເກີດຂຶ້ນ?
ຄຳຖາມເສີມ:
1. ອ່ານພວກຜູ້ຕັດສີນ 2:14-22.
ຊາວຍິດສະລາເອນໄດ້ເຮັດໃຫ້ພະເຢໂຫວາຄຽດຫຼາຍຕໍ່ເຂົາເຈົ້າແນວໃດ ແລະເຮົາໄດ້ບົດຮຽນອັນໃດຈາກເລື່ອງນີ້? (ຕັດສີນ. 2:20; ສຸພາ. 3:1, 2; ເອເຊກ. 18:21-23)
2. ອ່ານພວກຜູ້ຕັດສີນ 4:1-24.
ຕົວຢ່າງເລື່ອງຄວາມເຊື່ອແລະຄວາມກ້າຫານຂອງນາງເດໂບລາແລະນາງຢາເອນຖ່າຍທອດບົດຮຽນຄືແນວໃດໃຫ້ແກ່ຍິງຄລິດສະຕຽນສະໄໝນີ້? (ຕັດສີນ. 4:4, 8, 9, 14, 21, 22; ສຸພາ. 31:30; 1 ໂກ. 16:13)
3. ອ່ານພວກຜູ້ຕັດສີນ 5:1-31.
ບົດເພງແຫ່ງໄຊຊະນະຂອງບາຣາກແລະເດໂບລາເອົາມາໃຊ້ເປັນຄຳອະທິດຖານກ່ຽວກັບສົງຄາມອະລະມະເຄໂດນທີ່ໃກ້ເຂົ້າມາໄດ້ແນວໃດ? (ຕັດສີນ. 5:3, 31; 1 ຂ່າວ. 16:8-10; ຄຳປ. 7:9, 10; 16:16; 19:19-21)
ລຶດແລະນາໂອມີ
1. ນາໂອມີໄປຢູ່ໃນແຜ່ນດິນໂມອາບໄດ້ແນວໃດ?
2. ໃຜແມ່ນລຶດແລະໂອລາຟາ?
3. ເມື່ອນາໂອມີບອກລຶດແລະໂອລາຟາໃຫ້ກັບໄປຫາຊົນຊາດຂອງເຂົາເຈົ້າ ທັງສອງຕ່າງກໍຕອບນາໂອມີວ່າແນວໃດ?
4. ໃຜແມ່ນໂບອາດ ແລະເຂົາໄດ້ຊ່ວຍລຶດແລະນາໂອມີແນວໃດ?
5. ລູກຊາຍທີ່ເກີດຈາກໂບອາດແລະລຶດຊື່ວ່າແນວໃດ ແລະເປັນຫຍັງເຮົາຈຶ່ງຄວນຈື່ຊື່ນັ້ນໄວ້?
ຄຳຖາມເສີມ:
1. ອ່ານລຶດ 1:1-17.
(ກ) ລຶດກ່າວຖ້ອຍຄຳທີ່ຊາບຊຶ້ງກິນໃຈແນວໃດຊຶ່ງສະແດງເຖິງຄວາມຮັກພັກດີ? (ລຶດ 1:16, 17)
(ຂ) ເຈຕະຄະຕິຂອງລຶດສະແດງຢ່າງຊັດເຈນເຖິງທັດສະນະຂອງ “ແກະອື່ນ” ທີ່ມີຕໍ່ຜູ້ຖືກເຈີມຊຶ່ງຍັງຢູ່ທາງແຜ່ນດິນໂລກໃນທຸກມື້ນີ້ແນວໃດ? (ໂຍ. 10:16; ຊກາ. 8:23)
2. ອ່ານລຶດ 2:1-23.
ນາງລຶດວາງຕົວຢ່າງທີ່ດີແກ່ຍິງສາວໃນທຸກມື້ນີ້ແນວໃດ? (ລຶດ 2:17, 18; ສຸພາ. 23:22; 31:15)
3. ອ່ານລຶດ 3:5-13.
(ກ) ໂບອາດຮູ້ສຶກແນວໃດກັບເລື່ອງທີ່ລຶດເຕັມໃຈແຕ່ງດອງກັບທ່ານແທນທີ່ຈະແຕ່ງດອງກັບຜູ້ຊາຍທີ່ຫນຸ່ມກວ່າ?
(ຂ) ທັດສະນະຂອງລຶດສອນເຮົາແນວໃດໃນເລື່ອງຄວາມຮັກພັກດີ? (ລຶດ 3:10; 1 ໂກ. 13:4, 5)
4. ອ່ານລຶດ 4:7-17.
ໃນທຸກມື້ນີ້ຊາຍຄລິດສະຕຽນຈະເຮັດຄືກັບໂບອາດໄດ້ຢ່າງໃດ? (ລຶດ 4:9, 10; 1 ຕີໂມ. 3:1, 12, 13; 5:8)
ເຄເດໂອນແລະຜູ້ຊາຍ 300 ຄົນຂອງເຂົາ
1. ຊາວຍິດສະລາເອນຕົກເຂົ້າສູ່ຄວາມຫຍຸ້ງຍາກອັນໃດແລະຍ້ອນຫຍັງ?
2. ເປັນຫຍັງພະເຢໂຫວາຈຶ່ງບອກເຄເດໂອນວ່າທ່ານມີທະຫານຫຼາຍເກີນໄປ?
3. ຫຼັງຈາກເຄເດໂອນບອກທະຫານທີ່ຢ້ານກົວໃຫ້ເມືອບ້ານແລ້ວຍັງມີທະຫານເຫຼືອຢູ່ເທົ່າໃດ?
4. ຈາກຮູບນີ້ ລອງອະທິບາຍເຖິງວິທີທີ່ພະເຢໂຫວາເຮັດໃຫ້ຈຳນວນທະຫານໃນກອງທັບຂອງເຄເດໂອນລົດເຫຼືອພຽງ 300 ຄົນ.
5. ເຄເດໂອນຈັດທະຫານ 300 ຄົນແນວໃດ ແລະຊາວຍິດສະລາເອນມີໄຊຊະນະໃນການສູ້ຮົບດ້ວຍວິທີໃດ?
ຄຳຖາມເສີມ:
1. ອ່ານພວກຜູ້ຕັດສີນ 6:36-40.
(ກ) ເຄເດໂອນເຮັດແນວໃດເພື່ອຈະແນ່ໃຈໄດ້ວ່າອັນໃດເປັນພະປະສົງຂອງພະເຢໂຫວາ?
(ຂ) ເຮົາຈະເຮັດແນວໃດເພື່ອໃຫ້ຮູ້ຈັກວ່າພະປະສົງຂອງພະເຢໂຫວາແມ່ນຫຍັງໃນທຸກມື້ນີ້? (ສຸພາ. 2:3-6; ມັດ. 7:7-11; 2 ຕີໂມ. 3:16, 17)
2. ອ່ານພວກຜູ້ຕັດສີນ 7:1-25.
(ກ) ຄວາມແຕກຕ່າງລະຫວ່າງທະຫານ 300 ຄົນທີ່ຕື່ນຕົວແລະເຫຼົ່າທະຫານທີ່ບໍ່ຕື່ນຕົວ ໃຫ້ບົດຮຽນອັນໃດກັບເຮົາ? (ຕັດສີນ. 7:3, 6; ໂລມ 13:11, 12; ເອເຟ. 5:15-17)
(ຂ) ດັ່ງເຊັ່ນທະຫານ 300 ຄົນທີ່ແຍງເບິ່ງຕົວຢ່າງຂອງເຄເດໂອນ ເຮົາຈະແຍງເບິ່ງຕົວຢ່າງຂອງພະເຍຊູຄລິດ ຊຶ່ງເປັນເຄເດໂອນຜູ້ຍິ່ງໃຫຍ່ໄດ້ແນວໃດ? (ຕັດສີນ. 7:17; ມັດ. 11:29, 30; 28:19, 20; 1 ເປ. 2:21)
(ຄ) ພວກຜູ້ຕັດສີນ 7:21 ຊ່ວຍເຮົາໃຫ້ມີຄວາມພໍໃຈທີ່ຈະໄປຮັບໃຊ້ໃນບ່ອນໃດກໍຕາມທີ່ອົງການຂອງພະເຢໂຫວາມອບໝາຍໃຫ້ແນວໃດ? (1 ໂກ. 4:2; 12:14-18; ຍໂກ. 4:10)
3. ອ່ານພວກຜູ້ຕັດສີນ 8:1-3.
ເມື່ອມີການຈັດການກັບເລື່ອງຜິດໃຈກັນລະຫວ່າງພີ່ນ້ອງຊາຍຫຼືຍິງ ເຮົາຮຽນຮູ້ສິ່ງໃດຈາກວິທີທີ່ເຄເດໂອນໄດ້ແກ້ໄຂຄວາມຂ້ອງຂັດໃຈກັບຊາວເອຟະລາອີມ? (ສຸພາ. 15:1; ມັດ. 5:23, 24; ລຶກາ 9:48)
ຄຳສັນຍາຂອງເຢບເທ
1. ເຢບເທແມ່ນໃຜ ແລະທ່ານມີຊີວິດຢູ່ໃນສະໄໝໃດ?
2. ເຢບເທສັນຍາອັນໃດໄວ້ກັບພະເຢໂຫວາ?
3. ຫຼັງຈາກມີໄຊຊະນະຕໍ່ຊາດອາມໂມນແລ້ວກັບບ້ານ ເປັນຫຍັງເຢບເທໂສກເສົ້າ?
4. ເມື່ອລູກສາວຂອງເຢບເທຮູ້ເລື່ອງຄຳສັນຍາຂອງພໍ່ ລາວເວົ້າແນວໃດ?
5. ເປັນຫຍັງຜູ້ຄົນຈຶ່ງຮັກລູກສາວຂອງເຢບເທ?
ຄຳຖາມເສີມ:
1. ອ່ານພວກຜູ້ຕັດສີນ 10:6-18.
ປະຫວັດບັນທຶກຂອງຊາດຍິດສະລາເອນໃນເລື່ອງຄວາມບໍ່ສັດຊື່ຕໍ່ພະເຢໂຫວາ ເຕືອນເຮົາໃຫ້ເອົາໃຈໃສ່ໃນເລື່ອງໃດ? (ຕັດສີນ. 10:6, 15, 16; ໂລມ 15:4; ຄຳປ. 2:10)
2. ອ່ານພວກຜູ້ຕັດສີນ 11:1-11, 29-40.
(ກ) ເຮົາຮູ້ໄດ້ແນວໃດວ່າການທີ່ເຢບເທຖວາຍລູກສາວຂອງລາວເປັນ “ເຄື່ອງບູຊາດ້ວຍໄຟ” ບໍ່ໄດ້ໝາຍຄວາມວ່າລາວຖວາຍນາງດ້ວຍການເຜົາເປັນເຄື່ອງບູຊາຍັນມະນຸດ? (ຕັດສີນ. 11:31; ເລວີ. 16:24; ບັນຍັດ. 18:10, 12)
(ຂ) ເຢບເທຖວາຍລູກສາວຂອງລາວເປັນເຄື່ອງບູຊາດ້ວຍວິທີໃດ?
(ຄ) ທັດສະນະຂອງເຢບເທຕໍ່ຄຳປະຕິຍານທີ່ລາວໃຫ້ກັບພະເຢໂຫວາ ສອນເລື່ອງໃດແກ່ເຮົາ? (ຕັດສີນ. 11:35, 39; ຜູ້ປ. 5:4, 5; ມັດ. 16:24)
(ງ) ລູກສາວຂອງເຢບເທເປັນຕົວຢ່າງທີ່ດີສຳລັບຫນຸ່ມສາວຄລິດສະຕຽນແນວໃດໃນເລື່ອງການມຸ່ງໝັ້ນທີ່ຈະເຮັດໃຫ້ງານຮັບໃຊ້ເຕັມເວລາເປັນງານປະຈຳຊີບ? (ຕັດສີນ. 11:36; ມັດ. 6:33; ຟີລິບ 3:8)
ຊາຍທີ່ແຂງແຮງທີ່ສຸດ
1. ຊາຍທີ່ແຂງແຮງທີ່ສຸດທີ່ເຄີຍມີຊີວິດຢູ່ຊື່ວ່າແນວໃດ ແລະໃຜໃຫ້ກຳລັງແກ່ລາວ?
2. ດັ່ງທີ່ເຫັນໃນຮູບນີ້ ມີເທື່ອນຶ່ງຊາມຊອນໄດ້ເຮັດແນວໃດກັບໂຕສິງໃຫຍ່ຕົວນຶ່ງ?
3. ໃນຮູບພາບນີ້ຊາມຊອນກຳລັງບອກຄວາມລັບອັນໃດແກ່ນາງເດລີລາ ແລະເລື່ອງນີ້ເຮັດໃຫ້ຊາວຟີລີດຕີນຈັບລາວໄດ້ແນວໃດ?
4. ຊາມຊອນເຮັດໃຫ້ສັດຕູຊາວຟີລີດຕີນປະມານ 3,000 ຄົນຕາຍໃນມື້ດຽວກັນກັບລາວໄດ້ແນວໃດ?
ຄຳຖາມເສີມ:
1. ອ່ານພວກຜູ້ຕັດສີນ 13:1-14.
ມາໂນອາແລະເມຍຂອງລາວວາງຕົວຢ່າງທີ່ດີໄວ້ສຳລັບພໍ່ແມ່ໃນເລື່ອງການລ້ຽງລູກຢ່າງໃດ? (ຕັດສີນ. 13:8; ເພງ. 127:3; ເອເຟ. 6:4)
2. ອ່ານພວກຜູ້ຕັດສີນ 14:5-9 ແລະ 15:9-16.
(ກ) ເລື່ອງທີ່ຊາມຊອນຂ້າໂຕສິງ ເຮັດເຊືອກໃໝ່ທີ່ມັດຕົວລາວໃຫ້ຂາດອອກ ແລະເອົາກະດູກຄາງກະໄຕໂຕລາຂ້າຄົນ 1,000 ຄົນ ເຜີຍໃຫ້ເຫັນສິ່ງໃດກ່ຽວກັບການດຳເນີນງານຂອງພະວິນຍານບໍລິສຸດຂອງພະເຢໂຫວາ?
(ຂ) ພະວິນຍານບໍລິສຸດຊ່ວຍເຮົາແນວໃດໃນທຸກມື້ນີ້? (ຕັດສີນ. 14:6; 15:14; ຊກາ. 4:6; ກິດ. 4:31)
3. ອ່ານພວກຜູ້ຕັດສີນ 16:18-31.
ການຄົບຫາທີ່ບໍ່ດີມີຜົນກະທົບຕໍ່ຊາມຊອນແນວໃດ ແລະເຮົາໄດ້ຮຽນຮູ້ສິ່ງໃດຈາກເລື່ອງນີ້? (ຕັດສີນ. 16:18, 19; 1 ໂກ. 15:33)
ເດັກນ້ອຍຊາຍຄົນນຶ່ງຮັບໃຊ້ພະເຈົ້າ
1. ເດັກນ້ອຍທີ່ຢູ່ໃນຮູບນີ້ຊື່ວ່າແນວໃດ ແລະຄົນອື່ນແມ່ນໃຜ?
2. ມື້ນຶ່ງຕອນທີ່ນາງອານາມາຢາມຈຳໜັກອາໄສຂອງພະເຢໂຫວາລາວໄດ້ອະທິດຖານວ່າຢ່າງໃດ ແລະພະເຢໂຫວາຕອບຄຳອະທິດຖານຂອງລາວແນວໃດ?
3. ຕອນທີ່ຊາເມິອນຖືກພາໄປຮັບໃຊ້ທີ່ຈຳໜັກອາໄສຂອງພະເຢໂຫວາລາວມີອາຍຸເທົ່າໃດ ແລະແມ່ຂອງລາວເຮັດສິ່ງໃດໃຫ້ລາວທຸກໆ ປີ?
4. ພວກລູກຊາຍຂອງເອລີຊື່ວ່າແນວໃດ ແລະເຂົາເຈົ້າເປັນຄົນແບບໃດ?
5. ພະເຢໂຫວາເອີ້ນຊາເມິອນແນວໃດ ແລະພະອົງບອກເລື່ອງອັນໃດກັບລາວ?
6. ເມື່ອໃຫຍ່ຂຶ້ນຊາເມິອນມີໜ້າທີ່ເຮັດຫຍັງ ແລະຕອນທີ່ລາວເຖົ້າແລ້ວມີຫຍັງເກີດຂຶ້ນ?
ຄຳຖາມເສີມ:
1. ອ່ານ 1 ຊາເມິອນ 1:1-28.
(ກ) ເອນການາວາງຕົວຢ່າງທີ່ດີໄວ້ສຳລັບຫົວໜ້າຄອບຄົວແນວໃດເລື່ອງການນຳໜ້າໃນການນະມັດສະການແທ້? (1 ຊາມ. 1:3, 21; ມັດ. 6:33; ຟີລິບ 1:10)
(ຂ) ຕົວຢ່າງຂອງນາງອານາໃນເລື່ອງການຈັດການກັບບັນຫາທີ່ຫຍຸ້ງຍາກຊັບຊ້ອນໃຫ້ບົດຮຽນແນວໃດກັບເຮົາ? (1 ຊາມ. 1:10, 11; ເພງ. 55:22; ໂລມ 12:12)
2. ອ່ານ 1 ຊາເມິອນ 2:11-36.
ເອລີໃຫ້ກຽດລູກຊາຍຂອງລາວຫຼາຍກວ່າພະເຢໂຫວາແນວໃດ ແລະເລື່ອງນີ້ເປັນຂໍ້ເຕືອນໃຈແກ່ເຮົາແນວໃດ? (1 ຊາມ. 2:22-24, 27, 29; ບັນຍັດ. 21:18-21; ມັດ. 10:36, 37)
3. ອ່ານ 1 ຊາເມິອນ 4:16-18.
ຂ່າວຮ້າຍສີ່ເລື່ອງໃດແດ່ທີ່ມາຈາກສະໜາມຮົບ ແລະຂ່າວຮ້າຍນີ້ມີຜົນກະທົບແນວໃດຕໍ່ເອລີ?
4. ອ່ານ 1 ຊາເມິອນ 8:4-9.
ຊາວຍິດສະລາເອນກະທຳແນວໃດຊຶ່ງເຮັດໃຫ້ພະເຢໂຫວາຄຽດຫຼາຍ ແລະປັດຈຸບັນນີ້ເຮົາຈະສະໜັບສະຫນູນລາຊະອານາຈັກຂອງພະອົງດ້ວຍຄວາມພັກດີໄດ້ແນວໃດ? (1 ຊາມ. 8:5, 7; ໂຍ. 17:16; ຍໂກ. 4:4)
ຊາອຶເລ—ກະສັດທຳອິດຂອງຍິດສະລາເອນ
1. ໃນຮູບນີ້ຊາເມິອນພວມເຮັດຫຍັງຢູ່ ແລະເພາະເຫດໃດ?
2. ເປັນຫຍັງພະເຢໂຫວາຈຶ່ງພໍໃຈຊາອຶເລ ແລະລາວເປັນຄົນແນວໃດ?
3. ລູກຊາຍຂອງຊາອຶເລຊື່ວ່າແນວໃດ ແລະລາວເຮັດຫຍັງ?
4. ເປັນຫຍັງຊາອຶເລຈຶ່ງຖວາຍເຄື່ອງບູຊາເອງແທນທີ່ຈະຖ້າຊາເມິອນ?
5. ເລື່ອງຂອງຊາອຶເລສອນບົດຮຽນອັນໃດກັບເຮົາ?
ຄຳຖາມເສີມ:
1. ອ່ານ 1 ຊາເມິອນ 9:15-21 ແລະ 10:17-27.
ເມື່ອມີລາງຄົນເວົ້າໝິ່ນປະໝາດຊາອຶເລ ເຈຕະຄະຕິທີ່ຈຽມຕົວຊ່ວຍລາວໃຫ້ຫຼີກລ້ຽງການກະທຳຫຸນຫັນໄດ້ແນວໃດ? (1 ຊາມ. 9:21; 10:21, 22, 27; ສຸພາ. 17:27)
2. ອ່ານ 1 ຊາເມິອນ 13:5-14.
ຊາອຶເລໄດ້ເຮັດຜິດບາບອັນໃດຢູ່ທີ່ຄີເລຄາເລ? (1 ຊາມ. 10:8; 13:8, 9, 13)
3. ອ່ານ 1 ຊາເມິອນ 15:1-35.
(ກ) ຊາອຶເລໄດ້ເຮັດບາບທີ່ຮ້າຍແຮງແນວໃດທີ່ກ່ຽວຂ້ອງກັບອາຄາກກະສັດຂອງຊາດອາມາເລກ? (1 ຊາມ. 15:2, 3, 8, 9, 22)
(ຂ) ຊາອຶເລພະຍາຍາມແກ້ຕົວສຳລັບການກະທຳຜິດຂອງລາວແລະໂຍນຄວາມຜິດໃສ່ຄົນອື່ນແນວໃດ? (1 ຊາມ. 15:24)
(ຄ) ໃນທຸກມື້ນີ້ເຮົາຄວນຈະເອົາໃຈໃສ່ຄຳເຕືອນຫຍັງເມື່ອໄດ້ຮັບຄຳແນະນຳ? (1 ຊາມ. 15:19-21; ເພງ. 141:5; ສຸພາ. 9:8, 9; 11:2)
ພະເຈົ້າເລືອກດາວິດ
1. ເດັກຫນຸ່ມໃນຮູບນີ້ຊື່ຫຍັງ ແລະເຮົາຮູ້ໄດ້ແນວໃດວ່າລາວເປັນຄົນກ້າຫານ?
2. ດາວິດອາໄສຢູ່ໃສ ພໍ່ແລະປູ່ຂອງລາວຊື່ວ່າແນວໃດ?
3. ເປັນຫຍັງພະເຢໂຫວາຈຶ່ງບອກຊາເມິອນໄປທີ່ເຮືອນຂອງອີຊາຍໃນເບດເລເຫມ?
4. ເກີດຫຍັງຂຶ້ນເມື່ອອີຊາຍພາລູກຊາຍເຈັດຄົນຂອງລາວມາພົບຊາເມິອນ?
5. ເມື່ອພາດາວິດເຂົ້າມາ ພະເຢໂຫວາບອກຊາເມິອນວ່າແນວໃດ?
ຄຳຖາມເສີມ:
1. ອ່ານ 1 ຊາເມິອນ 17:34, 35.
ເຫດການເຫຼົ່ານີ້ເນັ້ນເຖິງຄວາມກ້າຫານແລະຄວາມໄວ້ວາງໃຈຂອງດາວິດທີ່ມີຕໍ່ພະເຢໂຫວາແນວໃດ? (1 ຊາມ. 17:37)
2. ອ່ານ 1 ຊາເມິອນ 16:1-14.
(ກ) ຄຳກ່າວຂອງພະເຢໂຫວາທີ່ 1 ຊາເມິອນ 16:7 ຊ່ວຍເຮົາບໍ່ໃຫ້ເປັນຄົນເລືອກໜ້າເອນອຽງເຂົ້າຂ້າງໃຜແລະຫຼີກລ້ຽງການເປັນຄົນອະຄະຕິດ້ວຍການເບິ່ງລັກສະນະພາຍນອກໄດ້ແນວໃດ? (ກິດ. 10:34, 35; 1 ຕີໂມ. 2:4)
(ຂ) ຕົວຢ່າງຂອງຊາອຶເລສະແດງໃຫ້ເຫັນແນວໃດວ່າ ເມື່ອພະເຢໂຫວາຖອນພະວິນຍານບໍລິສຸດຂອງພະອົງອອກຈາກຄົນຜູ້ນຶ່ງແລ້ວ ວິນຍານຊົ່ວຈະເຂົ້າມາແທນທີ່ຫຼືຄວາມປາຖະໜາທີ່ຢູ່ພາຍໃນອາດຈະກະຕຸ້ນໃຫ້ຄົນນັ້ນເຮັດຜິດໄດ້? (1 ຊາມ. 16:14; ມັດ. 12:43-45; ຄລາ. 5:16)
ດາວິດແລະໂຄລີອາດ
1. ໂຄລີອາດທ້າທາຍກອງທັບຍິດສະລາເອນແນວໃດ?
2. ໂຄລີອາດໂຕໃຫຍ່ສ່ຳໃດ ແລະກະສັດຊາອຶເລສັນຍາວ່າຈະໃຫ້ລາງວັນອັນໃດແກ່ຜູ້ທີ່ຂ້າໂຄລີອາດ?
3. ດາວິດຕອບແນວໃດເມື່ອຊາອຶເລບອກວ່າດາວິດບໍ່ສາມາດສູ້ກັບໂຄລີອາດໄດ້ເພາະວ່າລາວຍັງເປັນເດັກນ້ອຍຢູ່?
4. ຄຳທີ່ດາວິດຕອບໂຄລີອາດສະແດງໃຫ້ເຫັນວ່າດາວິດວາງໃຈໃນພະເຢໂຫວາແນວໃດ?
5. ດັ່ງທີ່ເຫັນຈາກຮູບນີ້ ດາວິດໃຊ້ສິ່ງໃດຂ້າໂຄລີອາດ ແລະຫຼັງຈາກນັ້ນຊາດຟີລີດຕີນເປັນແນວໃດ?
ຄຳຖາມເສີມ:
1. ອ່ານ 1 ຊາເມິອນ 17:1-54.
(ກ) ເຄັດລັບອັນໃດທີ່ເຮັດໃຫ້ດາວິດມີຄວາມກ້າຫານ ແລະເຮົາຈະຮຽນແບບຄວາມກ້າຫານຂອງລາວໄດ້ແນວໃດ? (1 ຊາມ. 17:37, 45; ເອເຟ. 6:10, 11)
(ຂ) ເປັນຫຍັງຄລິດສະຕຽນຈຶ່ງຄວນຫຼີກລ້ຽງນ້ຳໃຈແບບແຂ່ງຂັນຊີງດີກັນຄືກັບໂຄລີອາດເມື່ອຫຼິ້ນເກມຫຼືມີນັນທະນາການດ້ວຍກັນ? (1 ຊາມ. 17:8; ຄລາ. 5:26; 1 ຕີໂມ. 4:8)
(ຄ) ຖ້ອຍຄຳຂອງດາວິດບົ່ງບອກແນວໃດວ່າລາວເຊື່ອໃນການຫນູນຫຼັງຈາກພະເຈົ້າ? (1 ຊາມ. 17:45-47; 2 ຂ່າວ. 20:15)
(ງ) ແທນທີ່ຈະເປັນການເລົ່າເລື່ອງການຕໍ່ສູ້ລະຫວ່າງສອງຝ່າຍທີ່ເປັນສັດຕູກັນເທົ່ານັ້ນ ເລື່ອງນີ້ສະແດງໃຫ້ເຫັນວ່າທີ່ຈິງແລ້ວແມ່ນການຕໍ່ສູ້ຂອງພະປອມກັບພະເຢໂຫວາພະເຈົ້າອົງທ່ຽງແທ້ແນວໃດ? (1 ຊາມ. 17:43, 46, 47)
(ຈ) ຊົນທີ່ເຫຼືອແຫ່ງຜູ້ຖືກເຈີມຮຽນແບບຢ່າງຂອງດາວິດໃນເລື່ອງການວາງໃຈໃນພະເຢໂຫວາແນວໃດ? (1 ຊາມ. 17:37; ຢເຣ. 1:17-19; ຄຳປ. 12:17)
ເຫດທີ່ດາວິດຕ້ອງໜີໄປ
1. ເປັນຫຍັງຊາອຶເລຈຶ່ງອິດສາດາວິດ ແຕ່ໂຍນາທານລູກຂອງຊາອຶເລຕ່າງກັນແນວໃດ?
2. ມື້ນຶ່ງຕອນທີ່ດາວິດພວມດີດພິນໃຫ້ຊາອຶເລຟັງຢູ່ນັ້ນມີຫຍັງເກີດຂຶ້ນ?
3. ຊາອຶເລບອກວ່າດາວິດຕ້ອງເຮັດຫຍັງກ່ອນ ລາວຈຶ່ງຈະຍົກລູກສາວຊື່ມີກາເລໃຫ້ເປັນເມຍຂອງດາວິດ ແລະເປັນຫຍັງຊາອຶເລຈຶ່ງບອກແນວນັ້ນ?
4. ເມື່ອດາວິດຫຼິ້ນພິນໃຫ້ຊາອຶເລຟັງຢູ່ ເກີດຫຍັງຂຶ້ນເປັນເທື່ອທີສາມດັ່ງທີ່ເຫັນໃນຮູບນີ້?
5. ມີກາເລຊ່ວຍຊີວິດດາວິດແນວໃດ ແລະດາວິດຕ້ອງເຮັດຫຍັງເຖິງເຈັດປີ?
ຄຳຖາມເສີມ:
1. ອ່ານ 1 ຊາເມິອນ 18:1-30.
(ກ) ຄວາມຮັກທີ່ບໍ່ມີວັນຈະເສື່ອມຄາຍຂອງໂຍນາທານຕໍ່ດາວິດເປັນພາບເລັງເຖິງຄວາມຮັກທີ່ “ແກະອື່ນ” ແລະ “ຝູງນ້ອຍ” ມີຕໍ່ກັນແນວໃດ? (1 ຊາມ. 18:1; ໂຍ. 10:16; ລຶກາ 12:32; ຊກາ. 8:23)
(ຂ) ເມື່ອຄຳນຶງເຖິງຄວາມຈິງທີ່ວ່າ ຕາມປົກກະຕິແລ້ວໂຍນາທານຄວນຈະເປັນລາຊະທາຍາດຂອງຊາອຶເລ ແຕ່ໃນ 1 ຊາເມິອນ 18:4 ສະແດງໃຫ້ເຫັນແນວໃດວ່າໂຍນາທານຍອມຢູ່ໃຕ້ອຳນາດຜູ້ທີ່ຖືກເລືອກໃຫ້ເປັນກະສັດຢ່າງຊັດເຈນ?
(ຄ) ຕົວຢ່າງຂອງຊາອຶເລສະແດງໃຫ້ເຫັນວ່າຄວາມອິດສາອາດນຳໄປສູ່ບາບທີ່ຮ້າຍແຮງໄດ້ຢ່າງໃດ ແລະເລື່ອງນີ້ໃຫ້ຂໍ້ເຕືອນໃຈແນວໃດແກ່ເຮົາ? (1 ຊາມ. 18:7-9, 25; ຍໂກ. 3:14-16)
2. ອ່ານ 1 ຊາເມິອນ 19:1-17.
ເມື່ອປະເຊີນໜ້າກັບຊາອຶເລ ໂຍນາທານຕ້ອງສ່ຽງຊີວິດສ່ຳໃດ? (1 ຊາມ. 19:1, 4-6; ສຸພາ. 16:14)
ອາບີຄາລີແລະດາວິດ
1. ຜູ້ຍິງທີ່ພວມຍ່າງມາຫາດາວິດໃນຮູບນີ້ຊື່ວ່າແນວໃດ ແລະລາວເປັນຄົນແບບໃດ?
2. ນາບາເລແມ່ນໃຜ?
3. ເປັນຫຍັງດາວິດຈຶ່ງສົ່ງຄົນຂອງລາວໄປຂໍຄວາມຊ່ວຍເຫຼືອຈາກນາບາເລ?
4. ນາບາເລເວົ້າແນວໃດກັບຄົນຂອງດາວິດ ແລະດາວິດໂຕ້ຕອບແນວໃດ?
5. ອາບີຄາລີສະແດງໃຫ້ເຫັນແນວໃດວ່າລາວເປັນຜູ້ຍິງທີ່ສະຫຼາດ?
ຄຳຖາມເສີມ:
1. ອ່ານ 1 ຊາເມິອນ 22:1-4.
ຄອບຄົວຂອງດາວິດເປັນຕົວຢ່າງທີ່ດີແນວໃດໃນເລື່ອງທີ່ວ່າເຮົາຄວນຊ່ວຍເຫຼືອຊຶ່ງກັນແລະກັນໃນສັງຄົມພີ່ນ້ອງຄລິດສະຕຽນ? (ສຸພາ. 17:17; 1 ເທ. 5:14)
2. ອ່ານ 1 ຊາເມິອນ 25:1-43.
(ກ) ເປັນຫຍັງພະຄຳພີຈຶ່ງກ່າວເຖິງນາບາເລວ່າເປັນຄົນທີ່ເປັນຕາລັງກຽດ? (1 ຊາມ. 25:2-5, 10, 14, 21, 25)
(ຂ) ໃນທຸກມື້ນີ້ ເມຍຄລິດສະຕຽນທັງຫຼາຍອາດຮຽນຮູ້ສິ່ງໃດຈາກຕົວຢ່າງຂອງອາບີຄາລີ? (1 ຊາມ. 25:32, 33; ສຸພາ. 31:26; ເອເຟ. 5:24)
(ຄ) ສິ່ງບໍ່ດີສອງຢ່າງທີ່ອາບີຄາລີຢັບຢັ້ງບໍ່ໃຫ້ດາວິດເຮັດນັ້ນແມ່ນມີຫຍັງແດ່? (1 ຊາມ. 25:31, 33; ໂລມ 12:19; ເອເຟ. 4:26)
(ງ) ການທີ່ດາວິດຕອບສະໜອງຕໍ່ຄຳເວົ້າຂອງນາງອາບີຄາລີນັ້ນຊ່ວຍຜູ້ຊາຍໃນທຸກມື້ນີ້ໃຫ້ມີທັດສະນະຕໍ່ຜູ້ຍິງຄືກັບພະເຢໂຫວາມີຢ່າງໃດ? (ກິດ. 21:8, 9; ໂລມ 2:11; 1 ເປ. 3:7)
ດາວິດຖືກແຕ່ງຕັ້ງເປັນກະສັດ
1. ດາວິດແລະອາບີຊາຍເຮັດຫຍັງຕອນທີ່ຊາອຶເລນອນຫຼັບຢູ່ໃນຄ້າຍ?
2. ດາວິດຖາມຊາອຶເລວ່າແນວໃດ?
3. ເມື່ອລາຈາກຊາອຶເລແລ້ວ ດາວິດໄປໃສ?
4. ເປັນຫຍັງດາວິດຈຶ່ງເສົ້າໃຈຫຼາຍຈົນໄດ້ແຕ່ງເພງໄພເລາະບົດນຶ່ງ?
5. ຕອນທີ່ດາວິດຖືກຕັ້ງໃຫ້ເປັນກະສັດໃນເມືອງເຫບໂລນລາວອາຍຸເທົ່າໃດ ແລະລູກຊາຍລາງຄົນຂອງລາວຊື່ວ່າແນວໃດແດ່?
6. ຕອນຫຼັງດາວິດເປັນກະສັດປົກຄອງຢູ່ໃນເມືອງໃດ?
ຄຳຖາມເສີມ:
1. ອ່ານ 1 ຊາເມິອນ 26:1-25.
(ກ) ຖ້ອຍຄຳຂອງດາວິດທີ່ບັນທຶກໄວ້ໃນ 1 ຊາເມິອນ 26:11 ເຜີຍໃຫ້ເຫັນທັດສະນະຂອງລາວແນວໃດຕໍ່ການຈັດລະບຽບຕາມລະບອບການຂອງພະເຈົ້າ? (ເພງ. 37:7; ໂລມ 13:2)
(ຂ) ເມື່ອເຮົາພະຍາຍາມຢ່າງຈິງຈັງທີ່ຈະສະແດງຄວາມກະລຸນາຮັກໄຄ່ ແຕ່ໄດ້ຮັບການຕອບສະໜອງແບບທີ່ບໍ່ສຳນຶກເຖິງຄຸນຄ່າ ດັ່ງນັ້ນຖ້ອຍຄຳຂອງດາວິດທີ່ຢູ່ໃນ 1 ຊາເມິອນ 26:23 ຈຶ່ງຈະຊ່ວຍເຮົາໃຫ້ຮັກສາທັດສະນະທີ່ຖືກຕ້ອງໄວ້ໄດ້ແນວໃດ? (1 ກະ. 8:32; ເພງ. 18:20)
2. ອ່ານ 2 ຊາເມິອນ 1:26.
ໃນທຸກມື້ນີ້ ຄລິດສະຕຽນຈະພັດທະນາຄວາມ “ຮັກກັນແລະກັນເປັນອັນມາກ” ແບບທີ່ດາວິດແລະໂຍນາທານມີຕໍ່ກັນໄດ້ແນວໃດ? (1 ເປ. 4:8; ໂກໂລ. 3:14; 1 ໂຍ. 4:12)
3. ອ່ານ 2 ຊາເມິອນ 5:1-10.
(ກ) ດາວິດປົກຄອງເປັນກະສັດຢູ່ຈັກປີ ແລະມີການແບ່ງເວລາອອກເປັນແຕ່ລະຕອນຢ່າງໃດ? (2 ຊາມ. 5:4, 5)
(ຂ) ຄວາມຍິ່ງໃຫຍ່ຂອງດາວິດເກີດຈາກຫຍັງ ແລະເລື່ອງນີ້ເປັນຂໍ້ເຕືອນໃຈແນວໃດແກ່ເຮົາໃນທຸກມື້ນີ້? (2 ຊາມ. 5:10; 1 ຊາມ. 16:13; 1 ໂກ. 1:31; ຟີລິບ 4:13)
ຄວາມຫຍຸ້ງຍາກໃນເຊື້ອວົງຂອງດາວິດ
1. ໂດຍຄວາມຊ່ວຍເຫຼືອຈາກພະເຢໂຫວາ ໃນທີ່ສຸດແຜ່ນດິນການາອານຈຶ່ງເປັນແນວໃດ?
2. ແລງມື້ນຶ່ງຕອນທີ່ດາວິດຢູ່ເທິງຫຼັງຄາຂອງລາຊະວັງມີຫຍັງເກີດຂຶ້ນ?
3. ເປັນຫຍັງພະເຢໂຫວາຈຶ່ງເຄືອງໃຈດາວິດຫຼາຍ?
4. ໃນຮູບນີ້ ພະເຢໂຫວາສົ່ງຜູ້ໃດໄປບອກດາວິດເລື່ອງຄວາມຜິດບາບຂອງລາວ ແລະຊາຍຜູ້ນັ້ນບອກວ່າຈະເກີດອັນໃດຂຶ້ນກັບດາວິດ?
5. ດາວິດໄດ້ຮັບຄວາມເດືອດຮ້ອນອັນໃດ?
6. ໃຜເປັນກະສັດຂອງຊາດຍິດສະລາເອນຕໍ່ຈາກດາວິດ?
ຄຳຖາມເສີມ:
1. ອ່ານ 2 ຊາເມິອນ 11:1-27.
(ກ) ການໝົກມຸ່ນກັບງານຮັບໃຊ້ພະເຢໂຫວາຈະເປັນການປ້ອງກັນເຮົາແນວໃດ?
(ຂ) ດາວິດຕົກເຂົ້າສູ່ການກະທຳຜິດໄດ້ແນວໃດ ແລະເລື່ອງນີ້ໃຫ້ຄຳເຕືອນອັນໃດແກ່ຜູ້ຮັບໃຊ້ຂອງພະເຢໂຫວາໃນທຸກມື້ນີ້? (2 ຊາມ. 11:2; ມັດ. 5:27-29; 1 ໂກ. 10:12; ຍໂກ. 1:14, 15)
2. ອ່ານ 2 ຊາເມິອນ 12:1-18.
(ກ) ຜູ້ເຖົ້າຜູ້ແກ່ແລະພໍ່ແມ່ຈະໄດ້ບົດຮຽນອັນໃດຈາກວິທີທີ່ນາທານເຂົ້າຫາດາວິດເພື່ອໃຫ້ຄຳແນະນຳ? (2 ຊາມ. 12:1-4; ສຸພາ. 12:18; ມັດ. 13:34)
(ຂ) ເປັນຫຍັງພະເຢໂຫວາຈຶ່ງສະແດງຄວາມເມດຕາຕໍ່ດາວິດ? (2 ຊາມ. 12:13; ເພງ. 32:5; 2 ໂກ. 7:9, 10)
ຊາໂລໂມນກະສັດທີ່ສະຫຼາດສຸຂຸມ
1. ພະເຢໂຫວາຖາມຊາໂລໂມນວ່າແນວໃດ ແລະລາວຕອບແນວໃດ?
2. ຍ້ອນວ່າພະເຢໂຫວາພໍໃຈສິ່ງທີ່ຊາໂລໂມນທູນຂໍ ພະອົງຈຶ່ງສັນຍາວ່າຈະໃຫ້ອັນໃດແກ່ຊາໂລໂມນ?
3. ຜູ້ຍິງສອງຄົນນຳບັນຫາທີ່ຫຍຸ້ງຍາກອັນໃດມາໃຫ້ຊາໂລໂມນຕັດສິນ?
4. ດັ່ງທີ່ເຫັນໃນຮູບນີ້ ຊາໂລໂມນແກ້ບັນຫານັ້ນໂດຍວິທີໃດ?
5. ການປົກຄອງຂອງຊາໂລໂມນເປັນຢ່າງໃດ ແລະເພາະເຫດໃດ?
ຄຳຖາມເສີມ:
1. ອ່ານ 1 ກະສັດ 3:3-28.
(ກ) ຊາຍທຸກຄົນຊຶ່ງໄດ້ຮັບໜ້າທີ່ຮັບຜິດຊອບໃນອົງການຂອງພະເຈົ້າໃນທຸກມື້ນີ້ສາມາດຮຽນຮູ້ອັນໃດໂດຍຄຳເວົ້າທີ່ອອກມາຈາກຫົວໃຈຂອງຊາໂລໂມນຊຶ່ງຢູ່ໃນ 1 ກະສັດ 3:7? (ເພງ. 119:105; ສຸພາ. 3:5, 6)
(ຂ) ຄຳທູນຂໍຂອງຊາໂລໂມນເປັນຕົວຢ່າງທີ່ດີແນວໃດໃນເລື່ອງການອະທິດຖານຂໍສິ່ງທີ່ເໝາະສົມ? (1 ກະ. 3:9, 11; ສຸພາ. 30:8, 9; 1 ໂຍ. 5:14)
(ຄ) ການທີ່ຊາໂລໂມນໄດ້ຈັດການກັບເລື່ອງຜິດຖຽງລະຫວ່າງຜູ້ຍິງສອງຄົນ ເຮັດໃຫ້ເຮົາມີຄວາມໝັ້ນໃຈແນວໃດຕໍ່ວິທີທີ່ພະເຍຊູຄລິດ ກະສັດທີ່ຍິ່ງໃຫຍ່ກວ່າຊາໂລໂມນຈະປົກຄອງໃນອະນາຄົດ? (1 ກະ. 3:28; ເອຊາ. 9:6, 7; 11:2-4)
2. ອ່ານ 1 ກະສັດ 4:29-34.
(ກ) ເມື່ອຊາໂລໂມນທູນຂໍໃຫ້ມີຫົວໃຈທີ່ເຊື່ອຟັງ ພະເຢໂຫວາຕອບຄຳອະທິດຖານຂອງລາວຢ່າງໃດ? (1 ກະ. 4:29)
(ຂ) ເມື່ອຄິດເຖິງຜູ້ຄົນທີ່ພະຍາຍາມມຸ່ງໝັ້ນເພື່ອຈະມາຟັງສະຕິປັນຍາຂອງຊາໂລໂມນ ເຮົາຈຶ່ງຄວນຈະມີທັດສະນະແນວໃດຕໍ່ການສຶກສາພະຄຳຂອງພະເຈົ້າ? (1 ກະ. 4:29, 34; ໂຍ. 17:3; 2 ຕີໂມ. 3:16)
ຊາໂລໂມນສ້າງວິຫານ
1. ຊາໂລໂມນໃຊ້ເວລາດົນປານໃດເພື່ອສ້າງວິຫານຂອງພະເຢໂຫວາໃຫ້ສຳເລັດ ແລະເປັນຫຍັງຈຶ່ງຕ້ອງໃຊ້ເງິນຫຼາຍ?
2. ວິຫານຫຼັງນີ້ມີຫ້ອງທີ່ສຳຄັນຈັກຫ້ອງ ແລະໄດ້ເອົາສິ່ງໃດມາໄວ້ໃນຫ້ອງຊັ້ນໃນ?
3. ເມື່ອສ້າງວິຫານສຳເລັດແລ້ວ ຊາໂລໂມນກ່າວອັນໃດໃນຄຳອະທິດຖານຂອງລາວ?
4. ພະເຢໂຫວາສະແດງແນວໃດວ່າພະອົງພໍໃຈກັບຄຳອະທິດຖານຂອງຊາໂລໂມນ?
5. ບັນດາເມຍຂອງຊາໂລໂມນຊັກຊວນໃຫ້ລາວເຮັດອັນໃດ ແລະມີຫຍັງເກີດຂຶ້ນກັບຊາໂລໂມນ?
6. ເປັນຫຍັງພະເຢໂຫວາຈຶ່ງໂກດເຄືອງຊາໂລໂມນ ແລະພະເຢໂຫວາກ່າວກັບລາວແນວໃດ?
ຄຳຖາມເສີມ:
1. ອ່ານ 1 ຂ່າວຄາວ 28:9, 10.
ເມື່ອຄຳນຶງເຖິງຖ້ອຍຄຳຂອງດາວິດທີ່ບັນທຶກໄວ້ໃນ 1 ຂ່າວຄາວ 28:9, 10 ເຮົາຄວນອອກຄວາມພະຍາຍາມທີ່ຈະເຮັດອັນໃດໃນຊີວິດປະຈຳວັນຂອງເຮົາ? (ເພງ. 19:14; ຟີລິບ 4:8, 9)
2. ອ່ານ 2 ຂ່າວຄາວ 6:12-21, 32-42.
(ກ) ຊາໂລໂມນສະແດງໃຫ້ເຫັນແນວໃດວ່າ ບໍ່ມີສິ່ງກໍ່ສ້າງອັນໃດທີ່ມະນຸດສ້າງຂຶ້ນຈະເປັນບ່ອນທີ່ພະເຈົ້າອົງສູງສຸດສະຖິດຢູ່? (2 ຂ່າວ. 6:18; ກິດ. 17:24, 25)
(ຂ) ຖ້ອຍຄຳທີ່ຊາໂລໂມນກ່າວໄວ້ໃນ 2 ຂ່າວຄາວ 6:32, 33 ເຜີຍໃຫ້ເຫັນອັນໃດກ່ຽວກັບພະເຢໂຫວາ? (ກິດ. 10:34, 35; ຄລາ. 2:6)
3. ອ່ານ 2 ຂ່າວຄາວ 7:1-5.
ດັ່ງເຊັ່ນຊາວຍິດສະລາເອນທີ່ຖືກກະຕຸ້ນໃຫ້ກ່າວຄຳສັນລະເສີນແດ່ພະເຢໂຫວາເມື່ອໄດ້ເຫັນສະຫງ່າລາສີຂອງພະອົງ ໃນທຸກມື້ນີ້ ເຮົາຄວນຈະຮູ້ສຶກແນວໃດເມື່ອຄົ້ນຄິດເຖິງພະພອນຕ່າງໆ ທີ່ປະຊາຊົນຂອງພະອົງໄດ້ຮັບຈາກພະເຢໂຫວາ? (2 ຂ່າວ. 7:3; ເພງ. 22:22; 34:1; 96:2)
4. ອ່ານ 1 ກະສັດ 11:9-13.
ແນວທາງຊີວິດຂອງຊາໂລໂມນສະແດງເຖິງຄວາມສຳຄັນຂອງການຮັກສາຄວາມສັດຊື່ຈົນເຖິງທີ່ສຸດແນວໃດ? (1 ກະ. 11:4, 9; ມັດ. 10:22; ຄຳປ. 2:10)
ລາຊະອານາຈັກຖືກແບ່ງແຍກ
1. ຜູ້ຊາຍສອງຄົນທີ່ຢູ່ໃນຮູບນີ້ຊື່ຫຍັງ ແລະເຂົາເຈົ້າແມ່ນໃຜ?
2. ອາເກຍເຮັດອັນໃດກັບເສື້ອຊັ້ນນອກທີ່ລາວນຸ່ງຢູ່ ແລະການເຮັດດັ່ງນີ້ໝາຍຄວາມວ່າແນວໃດ?
3. ຊາໂລໂມນພະຍາຍາມຈະເຮັດອັນໃດກັບເຢໂຣໂບອາມ?
4. ເປັນຫຍັງປະຊາຊົນຈຶ່ງພາກັນຕັ້ງເຢໂຣໂບອາມໃຫ້ເປັນກະສັດເໜືອສິບກະກູນ?
5. ເປັນຫຍັງເຢໂຣໂບອາມຈຶ່ງເຮັດຮູບງົວທອງຄຳສອງຮູບ ແລະຫຼັງຈາກນັ້ນບໍ່ດົນຈຶ່ງມີຫຍັງເກີດຂຶ້ນກັບແຜ່ນດິນນັ້ນ?
6. ເກີດອັນໃດຂຶ້ນກັບອານາຈັກສອງກະກູນແລະວິຫານຂອງພະເຢໂຫວາໃນເມືອງເຢຣຶຊາເລມ?
ຄຳຖາມເສີມ:
1. ອ່ານ 1 ກະສັດ 11:26-43.
ເຢໂຣໂບອາມເປັນຄົນແບບໃດ ແລະພະເຢໂຫວາສັນຍາກັບລາວວ່າແນວໃດຫາກວ່າລາວເຮັດຕາມກົດໝາຍຂອງພະເຈົ້າ? (1 ກະ. 11:28, 38)
2. ອ່ານ 1 ກະສັດ 12:1-33.
(ກ) ຈາກຕົວຢ່າງທີ່ບໍ່ດີຂອງໂຣໂບອາມ ພໍ່ແມ່ແລະຜູ້ເຖົ້າຜູ້ແກ່ອາດຮຽນຮູ້ອັນໃດກ່ຽວກັບການໃຊ້ອຳນາດໃນທາງຜິດ? (1 ກະ. 12:13; ຜູ້ປ. 7:7; 1 ເປ. 5:2, 3)
(ຂ) ໃນທຸກມື້ນີ້ ເມື່ອຕ້ອງຕັດສິນໃຈເລື່ອງທີ່ສຳຄັນໃນຊີວິດ ຫນຸ່ມສາວຄວນຈະຫັນໄປຂໍຄຳແນະນຳທີ່ໄວ້ໃຈໄດ້ຈາກຜູ້ໃດ? (1 ກະ. 12:6, 7; ສຸພາ. 1:8, 9; 2 ຕີໂມ. 3:16, 17; ເຫບ. 13:7)
(ຄ) ແມ່ນຫຍັງກະຕຸ້ນເຢໂຣໂບອາມໃຫ້ຕັ້ງສູນນະມັດສະການຮູບງົວທອງຄຳສອງບ່ອນ ແລະການກະທຳແບບນີ້ສະແດງແນວໃດວ່າເຂົາຂາດຄວາມເຊື່ອຫຼາຍຕໍ່ພະເຢໂຫວາ? (1 ກະ. 11:37; 12:26-28)
(ງ) ໃຜນຳພາຜູ້ຄົນໃນອານາຈັກສິບກະກູນໃຫ້ຕໍ່ຕ້ານການນະມັດສະການແທ້? (1 ກະ. 12:32, 33)
ເຢຊາເບນ—ລາຊີນີຊົ່ວຮ້າຍ
1. ເຢຊາເບນແມ່ນໃຜ?
2. ໃນມື້ນຶ່ງ ເປັນຫຍັງກະສັດອາກາບຈຶ່ງຮູ້ສຶກໂສກເສົ້າ?
3. ເຢຊາເບນເຮັດອັນໃດເພື່ອຈະເອົາສວນອະງຸ່ນຂອງນາບອດມາໃຫ້ອາກາບຜົວຂອງລາວ?
4. ພະເຢໂຫວາສົ່ງໃຜມາລົງໂທດເຢຊາເບນ?
5. ດັ່ງທີ່ເຫັນໃນຮູບນີ້ ເກີດອັນໃດຂຶ້ນເມື່ອເຢຫຶມາຮອດວັງຂອງເຢຊາເບນ?
ຄຳຖາມເສີມ:
1. ອ່ານ 1 ກະສັດ 16:29-33 ແລະ 18:3, 4.
ໃນສະໄໝຂອງກະສັດອາກາບ ສະພາບການຂອງຊາດຍິດສະລາເອນຊົ່ວຮ້າຍສ່ຳໃດ? (1 ກະ. 14:9)
2. ອ່ານ 1 ກສັດ 21:1-16.
(ກ) ນາບອດໄດ້ສະແດງຄວາມກ້າຫານແລະຄວາມພັກດີຕໍ່ພະເຢໂຫວາແນວໃດ? (1 ກະ. 21:1-3; ເລວີ. 25:23-28)
(ຂ) ຈາກຕົວຢ່າງຂອງອາກາບ ເຮົາຈະຮຽນຮູ້ອັນໃດກ່ຽວກັບການຈັດການກັບຄວາມຜິດຫວັງ? (1 ກະ. 21:4; ໂລມ 5:3-5)
3. ອ່ານ 2 ກສັດ 9:30-37.
ເຮົາໄດ້ບົດຮຽນອັນໃດຈາກຄວາມມີນ້ຳໃຈຮ້ອນລົ້ນຂອງເຢຫຶໃນການປະຕິບັດຕາມພະປະສົງຂອງພະເຢໂຫວາ? (2 ກະ. 9:4-10; 2 ໂກ. 9:1, 2; 2 ຕີໂມ. 4:2)
ໂຢຊາຟາດວາງໃຈໃນພະເຢໂຫວາ
1. ໂຢຊາຟາດແມ່ນໃຜ ແລະລາວມີຊິວິດຢູ່ໃນສະໄໝໃດ?
2. ເປັນຫຍັງຊາວຍິດສະລາເອນຈຶ່ງຢ້ານກົວ ແລະຫຼາຍຄົນໄດ້ເຮັດຫຍັງ?
3. ພະເຢໂຫວາໄດ້ຕອບຄຳອະທິດຖານຂອງໂຢຊາຟາດແນວໃດ?
4. ພະເຢໂຫວາໄດ້ເຮັດໃຫ້ມີຫຍັງເກີດຂຶ້ນກ່ອນການສູ້ຮົບ?
5. ເຮົາຈະຮ່ຳຮຽນເອົາບົດຮຽນຫຍັງຈາກຕົວຢ່າງຂອງໂຢຊາຟາດ?
ຄຳຖາມເສີມ:
1. ອ່ານ 2 ຂ່າວຄາວ 20:1-30.
(ກ) ໂຢຊາຟາດສະແດງໃຫ້ເຫັນແນວໃດເຖິງສິ່ງທີ່ຜູ້ຮັບໃຊ້ທີ່ສັດຊື່ຂອງພະເຈົ້າຄວນເຮັດເມື່ອຜະເຊີນການຂົ່ມຂູ່? (2 ຂ່າວ. 20:12; ເພງ. 25:15; 62:1)
(ຂ) ເນື່ອງຈາກພະເຢໂຫວາມັກຈະໃຊ້ຊ່ອງທາງນຶ່ງໃນການຕິດຕໍ່ກັບປະຊາຊົນຂອງພະອົງ ພະອົງໃຊ້ຊ່ອງທາງໃດໃນທຸກມື້ນີ້? (2 ຂ່າວ. 20:14, 15; ມັດ. 24:45-47; ໂຍ. 15:15)
(ຄ) ເມື່ອພະເຈົ້າເປີດສາກ “ການເສິກໃນວັນອັນໃຫຍ່ຂອງພະເຈົ້າຜູ້ມີລິດເດດອັນໃຫຍ່ທີ່ສຸດ” ສະພາບການຂອງເຮົາຈະຄ້າຍຄືກັບສະພາບການຂອງໂຢຊາຟາດຢ່າງໃດ? (2 ຂ່າວ. 20:15, 17; 32:8; ຄຳປ. 16:14, 16)
(ງ) ໂດຍການຮຽນແບບພວກເລວີ ບັນດາຜູ້ຮັບໃຊ້ເຕັມເວລາແລະຜູ້ຮັບໃຊ້ໃນຕ່າງແດນໃຫ້ການສະໜັບສະຫນູນວຽກງານການປະກາດທົ່ວໂລກຄືແນວໃດ? (2 ຂ່າວ. 20:19, 21; ໂລມ 10:13-15; 2 ຕີໂມ. 4:2)
ເດັກນ້ອຍຊາຍສອງຄົນກັບຄືນມີຊີວິດອີກ
1. ສາມຄົນທີ່ຢູ່ໃນຮູບນີ້ແມ່ນໃຜແດ່ ແລະເກີດຫຍັງຂຶ້ນກັບເດັກນ້ອຍຊາຍຜູ້ນີ້?
2. ກ່ຽວກັບເດັກນ້ອຍຊາຍຜູ້ນີ້ເອລີອະທິດຖານວ່າແນວໃດ ແລະຕໍ່ຈາກນັ້ນມີຫຍັງເກີດຂຶ້ນ?
3. ຜູ້ຊ່ວຍຂອງເອລີຊື່ຫຍັງ?
4. ເປັນຫຍັງຈຶ່ງເອີ້ນເອລີເຊໄປບ້ານຂອງຍິງຄົນນຶ່ງໃນເມືອງຊຶເນມ?
5. ເອລີເຊໄດ້ເຮັດຫຍັງ ແລະເກີດຫຍັງຂຶ້ນກັບເດັກນ້ອຍທີ່ຕາຍແລ້ວ?
6. ດັ່ງທີ່ມີການສະແດງໃຫ້ເຫັນໂດຍຜ່ານທາງເອລີແລະເອລີເຊ ພະເຢໂຫວາມີອຳນາດອັນໃດ?
ຄຳຖາມເສີມ:
1. ອ່ານ 1 ກະສັດ 17:8-24.
(ກ) ການເຊື່ອຟັງແລະຄວາມເຊື່ອຂອງເອລີຖືກທົດລອງຢ່າງໃດ? (1 ກະ. 17:9; 19:1-4, 10)
(ຂ) ເປັນຫຍັງຄວາມເຊື່ອຂອງຍິງໝ້າຍຊາວຊາເຣບຕາຈຶ່ງພົ້ນເດັ່ນ? (1 ກະ. 17:12-16; ລຶກາ 4:25, 26)
(ຄ) ປະສົບການຂອງຍິງໝ້າຍແຫ່ງເມືອງຊາເຣບຕາຢືນຢັນເຖິງຄວາມເປັນຈິງໃນຖ້ອຍຄຳຂອງພະເຍຊູທີ່ບັນທຶກໄວ້ໃນມັດທາຍ 10:41, 42 ຢ່າງໃດ? (1 ກະ. 17:10-12, 17, 23, 24)
2. ອ່ານ 2 ກະສັດ 4:8-37.
(ກ) ຍິງຊາວຊຶເນມສອນເຮົາໃຫ້ມີນ້ຳໃຈຕ້ອນຮັບແຂກແນວໃດ? (2 ກະ. 4:8; ລຶກາ 6:38; ໂລມ 12:13; 1 ໂຍ. 3:17)
(ຂ) ໃນທຸກມື້ນີ້ເຮົາສາມາດສະແດງຄວາມກະລຸນາຕໍ່ຜູ້ຮັບໃຊ້ຂອງພະເຈົ້າໂດຍເຮັດຫຍັງໄດ້ແດ່? (ກິດ. 20:35; 28:1, 2; ຄລາ. 6:9, 10; ເຫບ. 6:10)
ເດັກນ້ອຍຍິງຄົນນຶ່ງຊ່ວຍບຸລຸດຜູ້ມີອຳນາດ
1. ເດັກນ້ອຍຍິງໃນຮູບນີ້ພວມບອກຫຍັງກັບຜູ້ຍິງ?
2. ຜູ້ຍິງໃນຮູບນີ້ແມ່ນໃຜ ແລະເດັກນ້ອຍຜູ້ຍິງຄົນນີ້ເຮັດຫຍັງຢູ່ໃນເຮືອນຂອງລາວ?
3. ເອລີເຊສັ່ງໃຫ້ຄົນຮັບໃຊ້ຂອງຕົນບອກນາອາມານວ່າແນວໃດ ແລະເປັນຫຍັງນາອາມານຈຶ່ງຄຽດຮ້າຍຫຼາຍ?
4. ເມື່ອນາອາມານຟັງຜູ້ຮັບໃຊ້ຂອງຕົນແລ້ວເຫດການເປັນແນວໃດ?
5. ເປັນຫຍັງເອລີເຊຈຶ່ງບໍ່ຮັບເອົາຂອງຂວັນຈາກນາອາມານ ແຕ່ວ່າເຄຫາຊີໄດ້ເຮັດຫຍັງ?
6. ເກີດຫຍັງຂຶ້ນກັບເຄຫາຊີ ແລະເຮົາໄດ້ບົດຮຽນຫຍັງຈາກເລື່ອງນີ້?
ຄຳຖາມເສີມ:
1. ອ່ານ 2 ກະສັດ 5:1-27.
(ກ) ຕົວຢ່າງຂອງເດັກນ້ອຍຍິງຊາວຍິດສະລາເອນສະໜັບສະຫນູນຄົນຫນຸ່ມສາວໃນທຸກມື້ນີ້ແນວໃດ? (2 ກະ. 5:3; ເພງ. 8:2; 148:12, 13)
(ຂ) ເມື່ອເຮົາໄດ້ຮັບຄຳແນະນຳຕາມຫຼັກພະຄຳພີ ເປັນຫຍັງການຈື່ຈຳຕົວຢ່າງຂອງນາອາມານຈຶ່ງດີ? (2 ກະ. 5:15; ເຫບ. 12:5, 6; ຍໂກ. 4:6)
(ຄ) ໂດຍການສົມທຽບຕົວຢ່າງຂອງເອລີເຊແລະເຄຫາຊີ ເຮົາໄດ້ບົດຮຽນອັນໃດ? (2 ກະ. 5:9, 10, 14-16, 20; ມັດ. 10:8; ກິດ. 5:1-5; 2 ໂກ. 2:17)
ໂຍນາແລະປາໃຫຍ່
1. ໂຍນາແມ່ນໃຜ ແລະພະເຢໂຫວາບອກໃຫ້ໂຍນາເຮັດຫຍັງ?
2. ຍ້ອນວ່າບໍ່ຢາກໄປບ່ອນທີ່ພະເຢໂຫວາບອກໃຫ້ໄປ ໂຍນາຈຶ່ງໄດ້ເຮັດຫຍັງ?
3. ເພື່ອເຮັດໃຫ້ພາຍຸສະຫງົບລົງ ໂຍນາໄດ້ບອກພວກລູກເຮືອໃຫ້ເຮັດຫຍັງ?
4. ດັ່ງທີ່ເຫັນໃນຮູບ ເມື່ອໂຍນາຈົມລົງໄປໃນນ້ຳມີຫຍັງເກີດຂຶ້ນ?
5. ໂຍນາຢູ່ໃນທ້ອງປາໃຫຍ່ດົນປານໃດ ແລະລາວເຮັດຫຍັງຢູ່ຫັ້ນ?
6. ຫຼັງຈາກທີ່ໂຍນາອອກຈາກທ້ອງປາໃຫຍ່ແລ້ວລາວໄປໃສ ແລະເລື່ອງນີ້ສອນຫຍັງແກ່ເຮົາ?
ຄຳຖາມເສີມ:
1. ອ່ານໂຍນາ 1:1-17.
ກ່ຽວກັບງານມອບໝາຍໃຫ້ປະກາດແກ່ຊາວນີນີເວ ເຫັນໄດ້ຢ່າງຈະແຈ້ງວ່າໂຍນາຮູ້ສຶກແນວໃດ? (ໂຍນາ 1:2, 3; ສຸພາ. 3:7; ຜູ້ປ. 8:12)
2. ອ່ານໂຍນາ 2:1, 2, 10.
ປະສົບການຂອງໂຍນາເຮັດໃຫ້ເຮົາໝັ້ນໃຈໄດ້ຢ່າງໃດວ່າພະເຢໂຫວາຈະຕອບຄຳອະທິດຖານຂອງເຮົາ? (ເພງ. 22:24; 34:6; 1 ໂຍ. 5:14)
3. ອ່ານໂຍນາ 3:1-10.
(ກ) ເຮົາໄດ້ຮັບກຳລັງໃຈຢ່າງໃດຈາກຄວາມຈິງທີ່ວ່າພະເຢໂຫວາຍັງໃຊ້ໂຍນາຕໍ່ໄປ ເຖິງແມ່ນວ່າຕອນທຳອິດລາວບໍ່ຍອມເຮັດວຽກທີ່ໄດ້ຮັບມອບໝາຍໃຫ້ສຳເລັດ? (ເພງ. 103:14; 1 ເປ. 5:10)
(ຂ) ປະສົບການຂອງໂຍນາຕໍ່ຊາວນີນີເວສອນຫຍັງແກ່ເຮົາກ່ຽວກັບການມີອະຄະຕິຕໍ່ຜູ້ຄົນໃນເຂດປະກາດຂອງເຮົາ? (ໂຍນາ 3:6-9; ຜູ້ປ. 11:6; ກິດ. 13:48)
ພະເຈົ້າສັນຍາເລື່ອງອຸດທະຍານ
1. ເອຊາອີແມ່ນໃຜ ລາວມີຊີວິດຢູ່ຕອນໃດ ແລະພະເຢໂຫວາໄດ້ໃຫ້ລາວເຫັນອັນໃດ?
2. ຄຳວ່າ “ອຸດທະຍານ” ໝາຍເຖິງຫຍັງ ແລະຄຳນີ້ເຮັດໃຫ້ເຮົານຶກເຖິງອັນໃດ?
3. ພະເຢໂຫວາບອກເອຊາອີໃຫ້ຂຽນຫຍັງກ່ຽວກັບອຸດທະຍານໃໝ່?
4. ເປັນຫຍັງອາດາມແລະເອວາຈຶ່ງສູນເສຍບ້ານທີ່ສວຍງາມຂອງເຂົາເຈົ້າ?
5. ພະເຢໂຫວາໄດ້ສັນຍາສິ່ງໃດກັບຜູ້ທີ່ຮັກພະອົງ?
ຄຳຖາມເສີມ:
1. ອ່ານເອຊາອີ 11:6-9.
(ກ) ພະຄຳຂອງພະເຈົ້າພັນລະນາແນວໃດກ່ຽວກັບສັນຕິສຸກທີ່ຈະມີລະຫວ່າງສັດແລະຄົນໃນໂລກໃໝ່? (ເພງ. 148:10, 13; ເອຊາ. 65:25; ເອເຊກ. 34:25)
(ຂ) ຖ້ອຍຄຳອັນໃດຂອງເອຊາອີທີ່ສຳເລັດເປັນຈິງທາງຝ່າຍວິນຍານຊຶ່ງກຳລັງເກີດຂຶ້ນໃນທ່າມກາງປະຊາຊົນຂອງພະເຢໂຫວາໃນທຸກມື້ນີ້? (ໂລມ 12:2; ເອເຟ. 4:23, 24)
(ຄ) ໃຜສົມຄວນໄດ້ຮັບກຽດສຳລັບການປ່ຽນແປງນິດໄສໃຈຄໍຂອງມະນຸດທັງໃນຕອນນີ້ແລະໃນໂລກໃໝ່? (ເອຊາ. 48:17, 18; ຄລາ. 5:22, 23; ຟີລິບ 4:7)
2. ອ່ານຄຳປາກົດ 21:3, 4.
(ກ) ພະຄຳພີສະແດງໃຫ້ເຫັນແນວໃດວ່າການທີ່ພະເຈົ້າສະຖິດຢູ່ກັບມະນຸດໝາຍຄວາມວ່າພະອົງສະຖິດຢູ່ໃນຄວາມໝາຍທີ່ເປັນໄນ ບໍ່ແມ່ນສະຖິດຢູ່ເທິງແຜ່ນດິນໂລກແທ້ໆ? (ເລວີ. 26:11, 12; 2 ຂ່າວ. 6:18; ເອຊາ. 66:1; ຄຳປ. 21:2, 3, 22-24)
(ຂ) ນ້ຳຕາແລະຄວາມເຈັບປວດແບບໃດທີ່ຈະຖືກກຳຈັດອອກໄປ? (ລຶກາ 8:49-52; ໂລມ 8:21, 22; ຄຳປ. 21:4)
ພະເຈົ້າຊ່ວຍກະສັດເອເຊເກຍເຊ
1. ຜູ້ຊາຍທີ່ຢູ່ໃນຮູບນີ້ແມ່ນໃຜ ແລະເປັນຫຍັງລາວຈຶ່ງຕົກຢູ່ໃນສະພາບທີ່ຍາກລຳບາກຫຼາຍ?
2. ເອເຊເກຍເຊເອົາຈົດໝາຍອັນໃດໄປວາງໄວ້ຕໍ່ໜ້າພະເຢໂຫວາ ແລະເອເຊເກຍເຊອະທິດຖານວ່າແນວໃດ?
3. ເອເຊເກຍເຊເປັນກະສັດແບບໃດ ແລະພະເຢໂຫວາສົ່ງຂ່າວສານອັນໃດເຖິງລາວໂດຍຜ່ານທາງຜູ້ພະຍາກອນເອຊາອີ?
4. ດັ່ງທີ່ເຫັນໃນຮູບ ທູດສະຫວັນຂອງພະເຢໂຫວາໄດ້ເຮັດຫຍັງກັບພວກອາຊີລີ?
5. ເຖິງແມ່ນວ່າອານາຈັກສອງກະກູນມີຄວາມສະຫງົບສຸກໃນໄລຍະນຶ່ງ ເກີດຫຍັງຂຶ້ນພາຍຫຼັງເອເຊເກຍເຊຕາຍໄປ?
ຄຳຖາມເສີມ:
1. ອ່ານ 2 ກະສັດ 18:1-36.
(ກ) ນາຍພະນັກງານນ້ຳອະງຸ່ນຊຶ່ງເປັນທູດຂອງພວກອາຊີລີຊອກຫາທາງທີ່ຈະທຳລາຍຄວາມເຊື່ອຂອງພວກຍິດສະລາເອນດ້ວຍວິທີໃດ? (2 ກະ. 18:19, 21; ອຸປ. 5:2; ເພງ. 64:3)
(ຂ) ເມື່ອຕ້ອງຮັບມືກັບພວກຜູ້ຕໍ່ຕ້ານ ພະຍານພະເຢໂຫວາເຮັດຕາມຕົວຢ່າງຂອງເອເຊເກຍເຊຢ່າງໃດ? (2 ກະ. 18:36; ເພງ. 39:1; ສຸພາ. 26:4; 2 ຕີໂມ. 2:24)
2. ອ່ານ 2 ກະສັດ 19:1-37.
(ກ) ປະຊາຊົນຂອງພະເຢໂຫວາໃນທຸກມື້ນີ້ຮຽນແບບເອເຊເກຍເຊໃນຍາມທີ່ທຸກຍາກຄືແນວໃດ? (2 ກະ. 19:1, 2; ສຸພາ. 3:5, 6; ເຫບ. 10:24, 25; ຍໂກ. 5:14, 15)
(ຂ) ກະສັດຊານເກຣີບປະສົບຄວາມຫາຍະນະສາມປະການອັນໃດແດ່ ແລະລາວເປັນພາບພະຍາກອນເຖິງຜູ້ໃດ? (2 ກະ. 19:32, 35, 37; ຄຳປ. 20:2, 3)
3. ອ່ານ 2 ກະສັດ 21:1-6, 16.
ຍ້ອນຫຍັງຈຶ່ງອາດເວົ້າໄດ້ວ່າມານາເຊເປັນກະສັດທີ່ຊົ່ວຮ້າຍທີ່ສຸດອົງນຶ່ງທີ່ເຄີຍປົກຄອງໃນເມືອງເຢຣຶຊາເລມ? (2 ຂ່າວ. 33:4-6, 9)
ກະສັດທີ່ດີອົງສຸດທ້າຍຂອງຍິດສະລາເອນ
1. ໂຢເຊຍເຊອາຍຸຈັກປີຕອນທີ່ລາວໄດ້ເປັນກະສັດ ແລະເມື່ອເປັນກະສັດໄດ້ເຈັດປີແລ້ວລາວເລີ່ມເຮັດຫຍັງ?
2. ໃນຮູບທຳອິດໂຢເຊຍເຊພວມເຮັດຫຍັງ?
3. ເມື່ອຄົນກຳລັງສ້ອມແປງວິຫານ ປະໂລຫິດໃຫຍ່ໄດ້ພົບສິ່ງໃດ?
4. ເປັນຫຍັງໂຢເຊຍເຊຈຶ່ງຈີກເສື້ອຂອງຕົນ?
5. ຂ່າວສານອັນໃດຈາກພະເຢໂຫວາທີ່ຜູ້ທຳນວາຍຍິງຫຶເລດາໄດ້ແຈ້ງແກ່ໂຢເຊຍເຊ?
ຄຳຖາມເສີມ:
1. ອ່ານ 2 ຂ່າວຄາວ 34:1-28.
(ກ) ໂຢເຊຍເຊວາງຕົວຢ່າງໄວ້ແນວໃດສຳລັບຜູ້ທີ່ອາດຕ້ອງທົນກັບຄວາມລຳບາກໃນໄວເດັກ? (2 ຂ່າວ. 33:21-25; 34:1, 2; ເພງ. 27:10)
(ຂ) ເພື່ອສົ່ງເສີມການນະມັດສະການແທ້ໂຢເຊຍເຊເຮັດສິ່ງທີ່ສຳຄັນອັນໃດໃນການປົກຄອງປີທີ 8, ປີທີ 12, ແລະປີທີ 18? (2 ຂ່າວ. 34:3, 8)
(ຄ) ໃນການຮັກສາສະຖານທີ່ນະມັດສະການຂອງເຮົາ ເຮົາໄດ້ບົດຮຽນຄືແນວໃດຈາກຕົວຢ່າງທີ່ກະສັດໂຢເຊຍເຊແລະປະໂລຫິດໃຫຍ່ຫີນເກຍໄດ້ວາງໄວ້? (2 ຂ່າວ. 34:9-13; ສຸພາ. 11:14; 1 ໂກ. 10:31)
ຊາຍຜູ້ບໍ່ຢ້ານກົວ
1. ຊາຍຫນຸ່ມທີ່ຢູ່ໃນຮູບນີ້ແມ່ນໃຜ?
2. ເຢເຣມີຄິດແນວໃດກ່ຽວກັບການທີ່ລາວຈະເປັນຜູ້ທຳນວາຍ ແຕ່ພະເຢໂຫວາບອກລາວວ່າແນວໃດ?
3. ເຢເຣມີບອກຂ່າວສານອັນໃດເລື້ອຍໆ ແກ່ປະຊາຊົນ?
4. ພວກປະໂລຫິດພະຍາຍາມເຮັດຫຍັງເພື່ອຈະຢຸດເຢເຣມີ ແຕ່ລາວສະແດງໃຫ້ເຫັນແນວໃດວ່າລາວບໍ່ຢ້ານ?
5. ເມື່ອຊາວຍິດສະລາເອນບໍ່ຍອມປ່ຽນແປງແນວທາງອັນຊົ່ວຮ້າຍຂອງເຂົາເຈົ້າ ມີຫຍັງເກີດຂຶ້ນ?
ຄຳຖາມເສີມ:
1. ອ່ານເຢເຣມີ 1:1-8.
(ກ) ດັ່ງທີ່ຕົວຢ່າງຂອງເຢເຣມີສະແດງໃຫ້ເຫັນ ອັນໃດເຮັດໃຫ້ຄົນເຮົາມີຄຸນວຸທິເພື່ອຈະຮັບໃຊ້ພະເຢໂຫວາ? (2 ໂກ. 3:5, 6)
(ຂ) ຕົວຢ່າງຂອງເຢເຣມີຫນູນໃຈຫນຸ່ມສາວຄລິດສະຕຽນໃນທຸກມື້ນີ້ຢ່າງໃດ? (ຜູ້ປ. 12:1; 1 ຕີໂມ. 4:12)
2. ອ່ານເຢເຣມີ 10:1-5.
ເຢເຣມີໃຊ້ຕົວຢ່າງທີ່ມີພະລັງອັນໃດເພື່ອສະແດງໃຫ້ເຫັນວ່າການໄວ້ວາງໃຈໃນຮູບເຄົາລົບນັ້ນໄຮ້ປະໂຫຍດ? (ຢເຣ. 10:5; ເອຊາ. 46:7; ຫາບາ. 2:19)
3. ອ່ານເຢເຣມີ 26:1-16.
(ກ) ໃນທຸກມື້ນີ້ເມື່ອປະກາດຂ່າວສານທີ່ໃຫ້ຄຳເຕືອນ ຊົນທີ່ເຫຼືອຜູ້ຖືກເຈີມຕ້ອງໃສ່ໃຈຕໍ່ຄຳສັ່ງທີ່ພະເຢໂຫວາໃຫ້ແກ່ເຢເຣມີທີ່ວ່າ “ຢ່າຊູ່ລືມສັກຂໍ້ດຽວ” ແນວໃດ? (ຢເຣ. 26:2; ບັນຍັດ. 4:2; ກິດ. 20:27)
(ຂ) ໃນເລື່ອງການປະກາດຄຳເຕືອນຕໍ່ຊາດຕ່າງໆ ເຢເຣມີວາງຕົວຢ່າງທີ່ດີສຳລັບພະຍານພະເຢໂຫວາໃນທຸກມື້ນີ້ແນວໃດ? (ຢເຣ. 26:8, 12, 14, 15; 2 ຕີໂມ. 4:1-5)
4. ອ່ານ 2 ກະສັດ 24:1-17.
ອັນໃດຄືຜົນທີ່ໜ້າເສົ້າຊຶ່ງເກີດຂຶ້ນຈາກການທີ່ພວກຢູດາບໍ່ສັດຊື່ຕໍ່ພະເຢໂຫວາ? (2 ກະ. 24:2-4, 14)
ເດັກຫນຸ່ມສີ່ຄົນທີ່ນະຄອນບາບີໂລນ
1. ເດັກຫນຸ່ມສີ່ຄົນໃນຮູບນີ້ແມ່ນໃຜແດ່ ແລະເປັນຫຍັງພວກເຂົາຈຶ່ງຢູ່ເມືອງບາບີໂລນ?
2. ເນບຶກາດເນດຊາເຣມີແຜນການແນວໃດສຳລັບເດັກຫນຸ່ມສີ່ຄົນນີ້ ແລະລາວສັ່ງອັນໃດກັບພວກຜູ້ຮັບໃຊ້ຂອງຕົນ?
3. ໃນເລື່ອງອາຫານແລະເຄື່ອງດື່ມສຳລັບຕົນເອງແລະສະຫາຍສາມຄົນ ດານຽນໄດ້ຂໍຮ້ອງວ່າແນວໃດ?
4. ເມື່ອທຽບກັບຊາຍຫນຸ່ມຄົນອື່ນໆພາຍຫຼັງກິນຜັກໄດ້ສິບວັນແລ້ວ ດານຽນແລະສະຫາຍສາມຄົນເປັນແນວໃດ?
5. ດານຽນແລະສະຫາຍສາມຄົນເຂົ້າມາຢູ່ໃນພະລາຊະວັງຂອງກະສັດໄດ້ຢ່າງໃດ ແລະເຂົາເຈົ້າສະຫຼາດກວ່າພວກໝໍທວາຍແລະໝໍມໍໃນທາງໃດ?
ຄຳຖາມເສີມ:
1. ອ່ານດານຽນ 1:1-21.
(ກ) ຫາກເຮົາຫວັງທີ່ຈະຕ້ານທານການລໍ້ໃຈແລະເອົາຊະນະຄວາມອ່ອນແອ ເຮົາຕ້ອງມີຄວາມພະຍາຍາມແນວໃດ? (ດາ. 1:8; ຕົ້ນ. 39:7, 10; ຄລາ. 6:9)
(ຂ) ຫນຸ່ມສາວໃນທຸກມື້ນີ້ອາດຖືກລໍ້ໃຈແລະຖືກກົດດັນໃຫ້ເພີດເພີນກັບສິ່ງທີ່ບາງຄົນຖືວ່າເປັນ “ອາຫານອັນປະນີດ” ໃນທາງໃດແດ່? (ດາ. 1:8; ສຸພາ. 20:1; 2 ໂກ. 6:17–7:1)
(ຄ) ບັນທຶກໃນຄຳພີໄບເບິນກ່ຽວກັບຊາຍຫນຸ່ມຊາວເຫບເລິສີ່ຄົນຊ່ວຍເຮົາໃຫ້ຄິດເຖິງເລື່ອງການສຶກສາຝ່າຍໂລກແນວໃດ? (ດາ. 1:20; ເອຊາ. 54:13; 1 ໂກ. 3:18-20)
ນະຄອນເຢຣຶຊາເລມຖືກທຳລາຍ
1. ໃນຮູບນີ້ມີຫຍັງເກີດຂຶ້ນກັບເມືອງເຢຣຶຊາເລມແລະຊາວຍິດສະລາເອນ?
2. ເອເຊກຽນແມ່ນໃຜ ແລະພະເຢໂຫວາໄດ້ສຳແດງໃຫ້ລາວເຫັນສິ່ງທີ່ເປັນຕາໜ້າຕົກໃຈອັນໃດ?
3. ເນື່ອງຈາກຊາວຍິດສະລາເອນບໍ່ນັບຖືພະເຢໂຫວາ ພະອົງຈຶ່ງສັນຍາໄວ້ວ່າແນວໃດ?
4. ຫຼັງຈາກທີ່ຊາວຍິດສະລາເອນກະບົດຕໍ່ກະສັດເນບຶກາດເນດຊາເຣ ລາວໄດ້ເຮັດຫຍັງ?
5. ເປັນຫຍັງພະເຢໂຫວາຈຶ່ງຍອມໃຫ້ການທຳລາຍອັນໜ້າຢ້ານກົວເກີດຂຶ້ນກັບຊາວຍິດສະລາເອນ?
6. ແຜ່ນດິນຍິດສະລາເອນຖືກປະຖິ້ມໄວ້ໂດຍປາສະຈາກຜູ້ຄົນຢ່າງໃດ ແລະເປັນເວລາດົນປານໃດ?
ຄຳຖາມເສີມ:
1. ອ່ານ 2 ກະສັດ 25:1-26.
(ກ) ເຊເດເຊຽເຊແມ່ນໃຜ ມີຫຍັງເກີດຂຶ້ນກັບລາວ ແລະເລື່ອງນີ້ສຳເລັດເປັນຈິງຕາມຄຳພະຍາກອນໃນຄຳພີໄບເບິນຢ່າງໃດ? (2 ກະ. 25:5-7; ເອເຊກ. 12:13-15)
(ຂ) ສຳລັບຄວາມບໍ່ສັດຊື່ທັງໝົດຂອງຊາດຍິດສະລາເອນ ພະເຢໂຫວາຄິດໄລ່ເອົາກັບໃຜ? (2 ກະ. 25:9, 11, 12, 18, 19; 2 ຂ່າວ. 36:14, 17)
2. ອ່ານເອເຊກຽນ 8:1-18.
ຄລິດສາສະໜາຈັກຮຽນແບບຜູ້ນະມັດສະການດວງອາທິດຊຶ່ງເປັນຊາວຍິດສະລາເອນທີ່ອອກຫາກຢ່າງໃດ? (ເອເຊກ. 8:16; ເອຊາ. 5:20, 21; ໂຍ. 3:19-21; 2 ຕີໂມ. 4:3)
ພວກເຂົາບໍ່ຍອມກົ້ມຕົວລົງ
1. ເນບຶກາດເນດຊາເຣ ກະສັດແຫ່ງບາບີໂລນສັ່ງໃຫ້ປະຊາຊົນເຮັດຫຍັງ?
2. ເປັນຫຍັງເພື່ອນຂອງດານຽນສາມຄົນຈຶ່ງບໍ່ຍອມກົ້ມຕົວລົງຂາບໄຫວ້ຮູບປັ້ນຄຳ?
3. ເມື່ອເນບຶກາດເນດຊາເຣໃຫ້ໂອກາດຊາວເຫບເລິທັງສາມຄົນກົ້ມຕົວລົງຂາບໄຫວ້ອີກເທື່ອນຶ່ງ ເຂົາເຈົ້າສະແດງຄວາມໄວ້ວາງໃຈພະເຢໂຫວາຢ່າງໃດ?
4. ເນບຶກາດເນດຊາເຣສັ່ງໃຫ້ຄົນຂອງລາວເຮັດຫຍັງກັບຊາດຣາກ ເມຊາກ ແລະອາເບດເນໂຄ?
5. ເມື່ອຈ້ອງມອງເຂົ້າໄປໃນເຕົາໄຟ ເນບຶກາດເນດຊາເຣເຫັນຫຍັງ?
6. ເປັນຫຍັງກະສັດຈຶ່ງສັນລະເສີນພະເຈົ້າຂອງຊາດຣາກ ເມຊາກ ແລະອາເບດເນໂຄ ແລະເຂົາເຈົ້າວາງຕົວຢ່າງອັນໃດໄວ້ສຳລັບເຮົາ?
ຄຳຖາມເສີມ:
1. ອ່ານດານຽນ 3:1-30.
(ກ) ເມື່ອຜະເຊີນການທົດລອງຄວາມເຊື່ອ ຊາຍຫນຸ່ມຊາວເຫບເລິສາມຄົນສະແດງໃຫ້ເຫັນທັດສະນະອັນໃດທີ່ຜູ້ຮັບໃຊ້ຂອງພະເຈົ້າທຸກຄົນຄວນຈະຮຽນແບບ? (ດາ. 3:17, 18; ມັດ. 10:28; ໂລມ 14:7, 8)
(ຂ) ພະເຢໂຫວາພະເຈົ້າສອນບົດຮຽນທີ່ສຳຄັນແນວໃດໃຫ້ແກ່ເນບຶກາດເນດຊາເຣ? (ດາ. 3:28, 29; 4:34, 35)
ລາຍມືທີ່ຝາກັ້ນ
1. ມີຫຍັງເກີດຂຶ້ນຂະນະທີ່ກະສັດບາບີໂລນໄດ້ຈັດການກິນລ້ຽງໃຫຍ່ແລະໃຊ້ຈອກແລະຖ້ວຍຕ່າງໆ ຊຶ່ງເອົາມາຈາກວິຫານຂອງພະເຢໂຫວາໃນເມືອງເຢຣຶຊາເລມ?
2. ເບນຊາດຊາເຣເວົ້າກັບນັກປາດຂອງລາວວ່າແນວໃດ ແຕ່ພວກເຂົາບໍ່ສາມາດເຮັດຫຍັງ?
3. ແມ່ຂອງກະສັດບອກໃຫ້ລາວເຮັດຫຍັງ?
4. ຕາມທີ່ດານຽນໄດ້ບອກກະສັດ ເປັນຫຍັງພະເຈົ້າຈຶ່ງສົ່ງມືມາຂຽນຢູ່ຝາກັ້ນ?
5. ດານຽນອະທິບາຍຄວາມໝາຍຂອງຖ້ອຍຄຳທີ່ຢູ່ຝາກັ້ນນັ້ນວ່າແນວໃດ?
6. ເມື່ອດານຽນຍັງເວົ້າບໍ່ທັນຈົບ ມີເຫດການຫຍັງເກີດຂຶ້ນ?
ຄຳຖາມເສີມ:
1. ອ່ານດານຽນ 5:1-31.
(ກ) ຈົ່ງສົມທຽບຄວາມແຕກຕ່າງລະຫວ່າງຄວາມຢ້ານຢຳພະເຈົ້າກັບຄວາມຮູ້ສຶກຢ້ານກົວຂອງເບນຊາດຊາເຣ ເມື່ອລາວເຫັນຂໍ້ຄວາມທີ່ປາກົດຢູ່ເທິງຝາກັ້ນ. (ດາ. 5:6, 7; ເພງ. 19:9; ໂລມ 8:35-39)
(ຂ) ເມື່ອເວົ້າກັບເບນຊາດຊາເຣແລະບັນດາແຂກຄົນສຳຄັນ ດານຽນສະແດງຄວາມກ້າຫານທີ່ຍິ່ງໃຫຍ່ແນວໃດ? (ດາ. 5:17, 18, 22, 26-28; ກິດ. 4:29)
(ຄ) ດານຽນບົດ 5 ເນັ້ນເລື່ອງສິດທິສູງສຸດໃນການປົກຄອງເອກະພົບຂອງພະເຢໂຫວາໃນທາງໃດແດ່? (ດາ. 4:17, 25; 5:21)
ດານຽນຢູ່ໃນຫລຸມສິງໂຕ
1. ດາຣີອຶເຊແມ່ນໃຜ ແລະລາວມີທັດສະນະແນວໃດຕໍ່ດານຽນ?
2. ຄົນທີ່ອິດສາບາງຄົນໃຫ້ດາຣີອຶເຊເຮັດຫຍັງ?
3. ເມື່ອຮູ້ເລື່ອງກົດໝາຍໃໝ່ນັ້ນ ດານຽນໄດ້ເຮັດຫຍັງ?
4. ເປັນຫຍັງດາຣີອຶເຊຈຶ່ງຮູ້ສຶກບໍ່ສະຫງົບໃຈຈົນນອນບໍ່ຫຼັບໝົດຄືນ ແລະຕອນເຊົ້າມື້ຕໍ່ມາລາວໄດ້ເຮັດຫຍັງ?
5. ດານຽນຕອບດາຣີອຶເຊວ່າແນວໃດ?
6. ເກີດຫຍັງຂຶ້ນກັບພວກຄົນບໍ່ດີທີ່ພະຍາຍາມຂ້າດານຽນ ແລະດາຣີອຶເຊຂຽນຄຳປະກາດອັນໃດເຖິງທຸກຄົນທີ່ຢູ່ໃນອານາຈັກຂອງລາວ?
ຄຳຖາມເສີມ:
1. ອ່ານດານຽນ 6:1-28.
(ກ) ການຮ່ວມຫົວກັນເພື່ອກຳຈັດດານຽນເຕືອນໃຈເຮົາຄືແນວໃດເຖິງສິ່ງທີ່ພວກຜູ້ຕໍ່ຕ້ານເຮັດເພື່ອພະຍາຍາມຂັດຂວາງວຽກງານຂອງພະຍານພະເຢໂຫວາໃນສະໄໝນີ້? (ດາ. 6:7; ເພງ. 94:20; ເອຊາ. 10:1; ໂລມ 8:31)
(ຂ) ຜູ້ຮັບໃຊ້ຂອງພະເຈົ້າໃນທຸກມື້ນີ້ສາມາດຮຽນແບບດານຽນໃນເລື່ອງການຍອມຢູ່ໃຕ້ “ບັງຄັບຜູ້ມີອຳນາດ” ຕໍ່ໆ ໄປຢ່າງໃດ? (ດາ. 6:5, 10; ໂລມ 13:1; ກິດ. 5:29)
(ຄ) ເຮົາຈະຮຽນເອົາແບບຢ່າງຂອງດານຽນໃນເລື່ອງການຮັບໃຊ້ພະເຢໂຫວາ “ເລື້ອຍບໍ່ຂາດ” ໄດ້ແນວໃດ? (ດາ. 6:16, 20; ຟີລິບ 3:16; ຄຳປ. 7:15)
ປະຊາຊົນຂອງພະເຈົ້າອອກຈາກບາບີໂລນ
1. ດັ່ງທີ່ສະແດງໃຫ້ເຫັນໃນຮູບ ຊາວຍິດສະລາເອນພວມເຮັດຫຍັງ?
2. ຊີຣຶເຊໄດ້ເຮັດໃຫ້ຄຳພະຍາກອນຂອງພະເຢໂຫວາຜ່ານທາງເອຊາອີສຳເລັດເປັນຈິງຄືແນວໃດ?
3. ຊີຣຶເຊບອກຫຍັງກັບຊາວຍິດສະລາເອນທີ່ບໍ່ສາມາດກັບເມືອເມືອງເຢຣຶຊາເລມໄດ້?
4. ຊີຣຶເຊໃຫ້ຊາວຍິດສະລາເອນເອົາຫຍັງກັບເມືອເມືອງເຢຣຶຊາເລມ?
5. ໃນການກັບເມືອເມືອງເຢຣຶຊາເລມ ຊາວຍິດສະລາເອນໃຊ້ເວລາເດີນທາງດົນປານໃດ?
6. ນັບຕັ້ງແຕ່ແຜ່ນດິນຖືກປະຖິ້ມໃຫ້ວ່າງເປົ່າໂດຍບໍ່ມີຜູ້ຄົນ ເວລາໄດ້ຜ່ານໄປຈັກປີ?
ຄຳຖາມເສີມ:
1. ອ່ານເອຊາອີ 44:28 ແລະ 45:1-4.
(ກ) ພະເຢໂຫວາເນັ້ນຢ່າງໃດເຖິງເລື່ອງຄວາມແນ່ນອນແຫ່ງຄວາມສຳເລັດເປັນຈິງຂອງຄຳພະຍາກອນກ່ຽວກັບຊີຣຶເຊ? (ເອຊາ. 55:10, 11; ໂລມ 4:17)
(ຂ) ຄຳພະຍາກອນຂອງເອຊາອີກ່ຽວກັບຊີຣຶເຊສະແດງໃຫ້ເຫັນຢ່າງໃດວ່າພະເຢໂຫວາພະເຈົ້າມີຄວາມສາມາດທີ່ຈະບອກລ່ວງໜ້າກ່ຽວກັບອະນາຄົດ? (ເອຊາ. 42:9; 45:21; 46:10, 11; 2 ເປ. 1:20)
2. ອ່ານເອເຊດຣາເຊ 1:1-11.
ໂດຍການຕິດຕາມຕົວຢ່າງຂອງຄົນທີ່ບໍ່ສາມາດກັບເມືອເມືອງເຢຣຶຊາເລມ ພວກເຮົາໃນທຸກມື້ນີ້ຈະ “ຊ່ວຍ” ຜູ້ທີ່ສາມາດເຂົ້າສູ່ງານຮັບໃຊ້ເຕັມເວລາໄດ້ແນວໃດ? (ເອເຊດ. 1:4, 6; ໂລມ 12:13; ໂກໂລ. 4:12)
ໝັ້ນໃຈໃນຄວາມຊ່ວຍເຫຼືອຂອງພະເຈົ້າ
1. ຄົນທີ່ໄດ້ເດີນທາງໄກຈາກເມືອງບາບີໂລນໄປເມືອງເຢຣຶຊາເລມມີຈັກຄົນ ແຕ່ເມື່ອໄປຮອດຫັ້ນພວກເຂົາພົບເຫັນຫຍັງ?
2. ພາຍຫຼັງທີ່ຊາວຍິດສະລາເອນໄປຮອດ ເຂົາເຈົ້າເລີ່ມຕົ້ນກໍ່ສ້າງສິ່ງໃດ ແຕ່ພວກສັດຕູໄດ້ເຮັດຫຍັງ?
3. ອາກເກແລະຊາກາລີແມ່ນໃຜ ແລະເຂົາເຈົ້າບອກຜູ້ຄົນວ່າແນວໃດ?
4. ເປັນຫຍັງທາດນາຍຈຶ່ງສົ່ງຈົດໝາຍໄປບາບີໂລນ ແລະລາວໄດ້ຮັບຄຳຕອບຄືແນວໃດ?
5. ເມື່ອໄດ້ຍິນເຖິງຄວາມຈຳເປັນໃນການຕົກແຕ່ງວິຫານຂອງພະເຈົ້າ ເອເຊດຣາເຊເຮັດຫຍັງ?
6. ໃນຮູບນີ້ເອເຊດຣາເຊພວມອະທິດຖານຂໍຫຍັງ ຄຳອະທິດຖານຂອງລາວໄດ້ຮັບຄຳຕອບຄືແນວໃດ ແລະເລື່ອງນີ້ສອນຫຍັງແກ່ເຮົາ?
ຄຳຖາມເສີມ:
1. ອ່ານເອເຊດຣາເຊ 3:1-13.
ຫາກເຮົາເອງໄປຢູ່ໃນເຂດທີ່ບໍ່ມີປະຊາຄົມຂອງຜູ້ຮັບໃຊ້ພະເຈົ້າ ເຮົາຄວນຈະເຮັດຫຍັງຕໍ່ໄປ? (ເອເຊດ. 3:3, 6; ກິດ. 17:16, 17; ເຫບ. 13:15)
2. ອ່ານເອເຊດຣາເຊ 4:1-7.
ໂຊໂຣບາເບນໄດ້ວາງຕົວຢ່າງແບບໃດໄວ້ສຳລັບປະຊາຊົນຂອງພະເຢໂຫວາເລື່ອງການລວມຄວາມເຊື່ອ? (ອຸປ. 34:12; 1 ໂກ. 15:33; 2 ໂກ. 6:14-17)
3. ອ່ານເອເຊດຣາເຊ 5:1-5, 17 ແລະ 6:1-22.
(ກ) ເປັນຫຍັງພວກຜູ້ຕໍ່ຕ້ານຈຶ່ງບໍ່ສາມາດຢຸດການກໍ່ສ້າງວິຫານໄດ້? (ເອເຊດ. 5:5; ເອຊາ. 54:17)
(ຂ) ເມື່ອຜະເຊີນໜ້າກັບພວກຜູ້ຕໍ່ຕ້ານ ການດຳເນີນການຂອງພວກຜູ້ເຖົ້າແກ່ຊາວຍິດສະລາເອນສະໜັບສະຫນູນຜູ້ເຖົ້າແກ່ຄລິດສະຕຽນໃຫ້ສະແຫວງຫາການຊີ້ນຳຂອງພະເຢໂຫວາແນວໃດ? (ເອເຊດ. 6:14; ເພງ. 32:8; ໂລມ 8:31; ຍໂກ. 1:5)
4. ອ່ານເອເຊດຣາເຊ 8:21-23, 28-36.
ກ່ອນທີ່ເຮົາຈະລົງມືເຮັດບາງສິ່ງບາງຢ່າງ ມີຕົວຢ່າງທີ່ດີອັນໃດຂອງເອເຊດຣາເຊທີ່ເຮົາຄວນຮຽນແບບ? (ເອເຊດ. 8:23; ເພງ. 127:1; ສຸພາ. 10:22; ຍໂກ. 4:13-15)
ມາເຣໂດເກແລະເອເຊເທເຣ
1. ມາເຣໂດເກແລະເອເຊເທເຣແມ່ນໃຜ?
2. ເປັນຫຍັງກະສັດອາຊຶເອຣຶເຊຈຶ່ງຢາກໄດ້ມະເຫສີໃໝ່ ແລະລາວເລືອກເອົາໃຜ?
3. ຫາມານແມ່ນໃຜ ແລະແມ່ນຫຍັງເຮັດໃຫ້ລາວໂກດແຄ້ນ?
4. ມີການອອກກົດໝາຍວ່າແນວໃດ ເອເຊເທເຣເຮັດຫຍັງຫຼັງຈາກໄດ້ຮັບຂ່າວຈາກມາເຣໂດເກ?
5. ເກີດຫຍັງຂຶ້ນກັບຫາມານ ແລະເກີດຫຍັງຂຶ້ນກັບມາເຣໂດເກ?
6. ຊາດຍິດສະລາເອນໄດ້ຮັບການຊ່ວຍຊີວິດຈາກພວກສັດຕູດ້ວຍວິທີໃດ?
ຄຳຖາມເສີມ:
1. ອ່ານເອເຊເທເຣ 2:12-18.
ເອເຊເທເຣສະແດງໃຫ້ເຫັນຄຸນຄ່າຂອງການປູກຝັງ “ຄວາມອ່ອນສຸພາບແລະຈິດໃຈສະຫງົບງຽບ” ແນວໃດ? (ເອເຊທ. 2:15; 1 ເປ. 3:1-5, ທ.ປ.)
2. ອ່ານເອເຊເທເຣ 4:1-17.
ເຊັ່ນດຽວກັບທີ່ເອເຊເທເຣມີໂອກາດເຮັດເພື່ອການນະມັດສະການແທ້ ໃນທຸກມື້ນີ້ເຮົາມີໂອກາດເຮັດຫຍັງເພື່ອຈະສະແດງຄວາມເຫຼື້ອມໃສແລະຄວາມພັກດີຕໍ່ພະເຢໂຫວາ? (ເອເຊທ. 4:13, 14; ມັດ. 5:14-16; 24:14)
3. ອ່ານເອເຊເທເຣ 7:1-6.
ໃນທຸກມື້ນີ້ປະຊາຊົນຂອງພະເຈົ້າຫຼາຍຄົນສ່ຽງຕໍ່ການຖືກຂົ່ມເຫງຄ້າຍໆ ກັບເອເຊເທເຣແນວໃດ? (ເອເຊທ. 7:4; ມັດ. 10:16-22; 1 ເປ. 2:12)
ກຳແພງນະຄອນເຢຣຶຊາເລມ
1. ຊາວຍິດສະລາເອນຮູ້ສຶກແນວໃດໃນເລື່ອງທີ່ວ່າເມືອງເຢຣຶຊາເລມບໍ່ມີກຳແພງອ້ອມ?
2. ເນເຫມີແມ່ນໃຜ?
3. ເນເຫມີມີໜ້າທີ່ເຮັດຫຍັງ ແລະເປັນຫຍັງໜ້າທີ່ນັ້ນຈຶ່ງສຳຄັນ?
4. ຂ່າວອັນໃດທີ່ເຮັດໃຫ້ເນເຫມີເສົ້າໃຈ ແລະລາວໄດ້ເຮັດຫຍັງ?
5. ກະສັດອາເຣຕາເຊເຣເຊສະແດງຄວາມກະລຸນາຕໍ່ເນເຫມີແນວໃດ?
6. ເພື່ອພວກສັດຕູຂອງຊາວຍິດສະລາເອນຈະບໍ່ສາມາດຍຸຕິເຂົາເຈົ້າໄດ້ ເນເຫມີຈັດຕຽມສຳລັບວຽກການກໍ່ສ້າງແນວໃດ?
ຄຳຖາມເສີມ:
1. ອ່ານເນເຫມີ 1:4-6 ແລະ 2:1-20.
ເນເຫມີສະແຫວງຫາການຊີ້ນຳຈາກພະເຢໂຫວາແນວໃດ? (ນເຫ. 2:4, 5; ໂລມ 12:12; 1 ເປ. 4:7)
2. ອ່ານເນເຫມີ 3:3-5.
ຜູ້ເຖົ້າແກ່ແລະຜູ້ຊ່ວຍງານຮັບໃຊ້ອາດຮຽນຫຍັງໄດ້ຈາກຄວາມແຕກຕ່າງລະຫວ່າງຊາວເທໂຄຫີດກັບ “ຜູ້ໃຫຍ່ທັງຫຼາຍ” ຂອງເຂົາເຈົ້າ? (ນເຫ. 3:5, 27; 2 ເທ. 3:7-10; 1 ເປ. 5:5)
3. ອ່ານເນເຫມີ 4:1-23.
(ກ) ສິ່ງໃດກະຕຸ້ນຊາວຍິດສະລາເອນໃຫ້ເຮັດການກໍ່ສ້າງຕໍ່ໄປ ເຖິງແມ່ນວ່າຜະເຊີນການຕໍ່ຕ້ານທີ່ຮຸນແຮງ? (ນເຫ. 4:6, 8, 9; ເພງ. 50:15; ເອຊາ. 65:13, 14)
(ຂ) ຕົວຢ່າງຂອງຊາວຍິດສະລາເອນໃຫ້ກຳລັງໃຈເຮົາໃນທຸກມື້ນີ້ແນວໃດ?
4. ອ່ານເນເຫມີ 6:15.
ຄວາມຈິງທີ່ວ່າ ກຳແພງເມືອງເຢຣຶຊາເລມສ້າງແລ້ວພາຍໃນສອງເດືອນສະແດງໃຫ້ເຫັນພະລັງຂອງຄວາມເຊື່ອແນວໃດ? (ເພງ. 56:3, 4; ມັດ. 17:20; 19:26)
ທູດສະຫວັນມາຢາມມາລີ
1. ຜູ້ຍິງທີ່ຢູ່ໃນຮູບແມ່ນໃຜ?
2. ຄາບລິເອນເວົ້າຫຍັງກັບມາລີ?
3. ຄາບລິເອນອະທິບາຍໃຫ້ມາລີຟັງວ່າລາວຈະມີລູກໄດ້ແນວໃດ ເຖິງແມ່ນວ່າຍັງບໍ່ໄດ້ຮ່ວມຮູ້ກັບຜູ້ຊາຍ?
4. ເມື່ອມາລີໄປຢາມເອລີຊາເບດ ມີຫຍັງເກີດຂຶ້ນ?
5. ເມື່ອໂຍເຊບຮູ້ວ່າມາລີພວມມີລູກ ລາວຄິດແນວໃດ ແຕ່ເປັນຫຍັງລາວຈຶ່ງປ່ຽນໃຈ?
ຄຳຖາມເສີມ:
1. ອ່ານລຶກາ 1:26-56.
(ກ) ລຶກາ 1:35 ບົ່ງຊີ້ແນວໃດກ່ຽວກັບຄວາມບໍ່ສົມບູນອັນໃດໆ ທີ່ສືບເນື່ອງມາຈາກອາດາມຊຶ່ງມີຢູ່ໃນຈຸລັງສືບພັນຂອງມາລີຕອນທີ່ໂຍກຍ້າຍຊີວິດພະບຸດຂອງພະເຈົ້າມາຈາກສະຫວັນ? (ອເກ. 2:11-13; ໂຍ. 6:69; ເຫບ. 7:26; 10:5)
(ຂ) ພະເຍຊູໄດ້ຮັບກຽດແນວໃດແມ່ນກະທັ່ງກ່ອນພະອົງເກີດ? (ລຶກາ 1:41-43)
(ຄ) ມາລີວາງຕົວຢ່າງທີ່ດີແນວໃດສຳລັບຄລິດສະຕຽນໃນທຸກມື້ນີ້ທີ່ມີໂອກາດຮັບໃຊ້ແບບພິເສດ? (ລຶກາ 1:38, 46-49; 17:10; ສຸພາ. 11:2)
2. ອ່ານມັດທາຍ 1:18-25.
ເຖິງແມ່ນພະເຍຊູບໍ່ໄດ້ຖືກເອີ້ນວ່າເອມາເນືອນ ແຕ່ບົດບາດຂອງພະອົງໃນຖານະມະນຸດເຮັດໃຫ້ຄວາມໝາຍຂອງຊື່ນີ້ສຳເລັດເປັນຈິງໄດ້ແນວໃດ? (ມັດ. 1:22, 23; ໂຍ. 14:8-10; ເຫບ. 1:1-3)
ພະເຍຊູປະສູດໃນຄອກສັດ
1. ທາລົກທີ່ຢູ່ໃນຮູບນີ້ແມ່ນໃຜ ແລະມາລີພວມວາງພະອົງໄວ້ໃສ?
2. ເປັນຫຍັງພະເຍຊູຈຶ່ງເກີດໃນຄອກສັດ?
3. ໃນຮູບນີ້ພວກຜູ້ຊາຍທີ່ພວມເຂົ້າມາໃນຄອກສັດແມ່ນໃຜ ແລະທູດສະຫວັນໄດ້ບອກຫຍັງກັບເຂົາເຈົ້າ?
4. ເປັນຫຍັງພະເຍຊູຈຶ່ງເປັນຄົນພິເສດ?
5. ເພາະເຫດໃດພະເຍຊູຈຶ່ງຖືກເອີ້ນວ່າພະບຸດຂອງພະເຈົ້າ?
ຄຳຖາມເສີມ:
1. ອ່ານລຶກາ 2:1-20.
(ກ) ເຊຊາໂອກຶດມີບົດບາດແນວໃດໃນການເຮັດໃຫ້ຄຳພະຍາກອນທີ່ກ່ຽວຂ້ອງກັບການເກີດຂອງພະເຍຊູສຳເລັດເປັນຈິງ? (ລຶກາ 2:1-4; ມີເກ 5:2)
(ຂ) ຄົນຜູ້ນຶ່ງອາດລວມຢູ່ໃນທ່າມກາງຜູ້ທີ່ໄດ້ຮັບການກ່າວເຖິງວ່າເປັນ “ຄວາມຊອບໃຈແກ່ຄົນທັງຫຼາຍ” ໄດ້ດ້ວຍວິທີໃດ? (ລຶກາ 2:14; ມັດ. 16:24; ໂຍ. 17:3; ກິດ. 3:19; ເຫບ. 11:6)
(ຄ) ຖ້າຄົນລ້ຽງແກະຊາວຢູດາທີ່ຖ່ອມໃຈມີເຫດຜົນທີ່ຈະຍິນດີໃນເລື່ອງການເກີດຂອງຜູ້ຊ່ວຍໃຫ້ລອດ ຜູ້ຮັບໃຊ້ຂອງພະເຈົ້າໃນທຸກມື້ນີ້ມີເຫດຜົນທີ່ຈະຍິນດີຫຼາຍກວ່ານັ້ນໄດ້ແນວໃດ? (ລຶກາ 2:10, 11; ເອເຟ. 3:8, 9; ຄຳປ. 11:15; 14:6)
ຄົນພວກນຶ່ງອາໄສດາວນຳທາງ
1. ພວກຜູ້ຊາຍທີ່ຢູ່ໃນຮູບແມ່ນໃຜ ແລະເປັນຫຍັງຜູ້ນຶ່ງໃນກຸ່ມນີ້ຈຶ່ງຊີ້ໃສ່ດາວສຸກໃສ?
2. ເປັນຫຍັງກະສັດເຫໂລດຈຶ່ງວຸ່ນວາຍໃຈ ແລະລາວໄດ້ເຮັດຫຍັງ?
3. ດາວສຸກໃສພາຄົນພວກນີ້ໄປໃສ ແຕ່ເປັນຫຍັງເຂົາເຈົ້າຈຶ່ງເມືອປະເທດຂອງຕົນຕາມເສັ້ນທາງອື່ນ?
4. ເຫໂລດໄດ້ສັ່ງວ່າແນວໃດ ແລະເປັນຫຍັງ?
5. ພະເຢໂຫວາບອກໃຫ້ໂຍເຊບເຮັດຫຍັງ?
6. ໃຜເຮັດໃຫ້ດາວດວງໃໝ່ສ່ອງແສງ ແລະເພາະເຫດໃດ?
ຄຳຖາມເສີມ:
1. ອ່ານມັດທາຍ 2:1-23.
ພະເຍຊູອາຍຸຈັກປີ ແລະພະອົງອາໄສຢູ່ໃສເມື່ອພວກໝໍຫູຮາໄປຢາມພະອົງ? (ມັດ. 2:1, 11, 16)
ເຍຊູຜູ້ຫນຸ່ມນ້ອຍໃນວິຫານ
1. ໃນຮູບນີ້ພະເຍຊູມີອາຍຸຈັກປີ ແລະພະອົງຢູ່ໃສ?
2. ໂຍເຊບເຮັດຫຍັງກັບຄອບຄົວຂອງລາວທຸກໆ ປີ?
3. ຫຼັງຈາກນຶ່ງມື້ຂອງການເດີນທາງກັບບ້ານ ເປັນຫຍັງໂຍເຊບແລະມາລີຈຶ່ງກັບໄປເຢຣຶຊາເລມ?
4. ໂຍເຊບແລະມາລີພົບພະເຍຊູຢູ່ໃສ ແລະເປັນຫຍັງຄົນທີ່ຢູ່ຫັ້ນຈຶ່ງປະຫຼາດໃຈ?
5. ພະເຍຊູກ່າວກັບມາລີແມ່ຂອງພະອົງວ່າແນວໃດ?
6. ໃນການຮຽນຮູ້ກ່ຽວກັບພະເຈົ້າ ເຮົາຈະເປັນຄືພະເຍຊູໄດ້ແນວໃດ?
ຄຳຖາມເສີມ:
1. ອ່ານລຶກາ 2:41-52.
(ກ) ເຖິງແມ່ນວ່າພະບັນຍັດຮຽກຮ້ອງສະເພາະຜູ້ຊາຍໃຫ້ເຂົ້າຮ່ວມເທດສະການສະຫຼອງປະຈຳປີ ແຕ່ໂຍເຊບແລະມາລີໄດ້ວາງຕົວຢ່າງທີ່ດີສຳລັບພໍ່ແມ່ໃນທຸກມື້ນີ້ແນວໃດ? (ລຶກາ 2:41; ບັນຍັດ. 16:16; 31:12; ສຸພາ. 22:6)
(ຂ) ໃນເລື່ອງການຍອມຢູ່ໃຕ້ອຳນາດພໍ່ແມ່ ພະເຍຊູວາງຕົວຢ່າງທີ່ດີສຳລັບຄົນຫນຸ່ມສາວໃນທຸກມື້ນີ້ຄືແນວໃດ? (ລຶກາ 2:51; ບັນຍັດ. 5:16; ສຸພາ. 23:22; ໂກໂລ. 3:20)
2. ອ່ານມັດທາຍ 13:53-56.
ນ້ອງຄີງໆ ສີ່ຄົນຂອງພະເຍຊູທີ່ມີຊື່ປາກົດໃນຄຳພີໄບເບິນມີໃຜແດ່ ແລະຕໍ່ມາໃນບັນດານ້ອງເຫຼົ່ານັ້ນ ມີສອງຄົນຮັບໃຊ້ໃນປະຊາຄົມຄລິດສະຕຽນແບບໃດ? (ມັດ. 13:55; ກິດ. 12:17; 15:6, 13; 21:18; ຄລາ. 1:19; ຍໂກ. 1:1; ຍູເດ 1)
ໂຍຮັນໃຫ້ພະເຍຊູຮັບບັບເຕມາ
1. ຜູ້ຊາຍສອງຄົນທີ່ຢູ່ໃນຮູບແມ່ນໃຜ?
2. ຜູ້ຄົນຮັບບັບເຕມາຢ່າງໃດ?
3. ຕາມປົກກະຕິແລ້ວໂຍຮັນໃຫ້ບັບເຕມາໃຜແດ່?
4. ພະເຍຊູຂໍຮັບບັບເຕມາຈາກໂຍຮັນຍ້ອນເຫດຜົນພິເສດອັນໃດ?
5. ພະເຈົ້າສະແດງໃຫ້ເຫັນແນວໃດວ່າພະອົງຊອບໃຈທີ່ພະເຍຊູຮັບບັບເຕມາ?
6. ເມື່ອພະເຍຊູໄປບ່ອນທີ່ໂດດດ່ຽວເປັນເວລາ 40 ວັນ ໄດ້ມີຫຍັງເກີດຂຶ້ນ?
7. ຜູ້ຕິດຕາມຫຼືສາວົກຮຸ່ນທຳອິດຂອງພະເຍຊູມີໃຜແດ່ ແລະການອັດສະຈັນເທື່ອທຳອິດທີ່ພະອົງໄດ້ເຮັດແມ່ນຫຍັງ?
ຄຳຖາມເສີມ:
1. ອ່ານມັດທາຍ 3:13-17.
ພະເຍຊູວາງແບບຢ່າງອັນໃດໄວ້ສຳລັບການຮັບບັບເຕມາຂອງສາວົກຂອງພະອົງ? (ເພງ. 40:7, 8; ມັດ. 28:19, 20; ລຶກາ 3:21, 22)
2. ອ່ານມັດທາຍ 4:1-11.
ຄວາມຊຳນິຊຳນານຂອງພະເຍຊູໃນການໃຊ້ພະຄຳພີສະໜັບສະຫນູນເຮົາໃຫ້ສຶກສາຄຳພີໄບເບິນເປັນປະຈຳຄືແນວໃດ? (ມັດ. 4:5-7; 2 ເປ. 3:17, 18; 1 ໂຍ. 4:1)
3. ອ່ານໂຍຮັນ 1:29-51.
ໂຍຮັນຜູ້ໃຫ້ຮັບບັບເຕມາບອກສາວົກຂອງຕົນໃຫ້ໄປຫາຜູ້ໃດ ແລະໃນທຸກມື້ນີ້ເຮົາສາມາດຮຽນແບບລາວໄດ້ແນວໃດ? (ໂຍ. 1:29, 35, 36; 3:30; ມັດ. 23:10)
4. ອ່ານໂຍຮັນ 2:1-12.
ການອັດສະຈັນທຳອິດທີ່ພະເຍຊູເຮັດສະແດງໃຫ້ເຫັນແນວໃດວ່າ ພະເຢໂຫວາບໍ່ໄດ້ຫວງສິ່ງທີ່ດີໄວ້ຈາກຜູ້ຮັບໃຊ້ຂອງພະອົງ? (ໂຍ. 2:9, 10; ເພງ. 84:11; ຍໂກ. 1:17)
ພະເຍຊູຊຳລະວິຫານ
1. ເປັນຫຍັງຈຶ່ງມີການຂາຍສັດຕ່າງໆ ຢູ່ທີ່ວິຫານ?
2. ແມ່ນຫຍັງເຮັດໃຫ້ພະເຍຊູໂກດ?
3. ດັ່ງທີ່ເຫັນໃນຮູບ ພະເຍຊູພວມເຮັດຫຍັງ ແລະພະອົງສັ່ງຄົນທີ່ຂາຍນົກເຂົາວ່າແນວໃດ?
4. ເມື່ອພວກຜູ້ຕິດຕາມພະເຍຊູເຫັນສິ່ງທີ່ພະອົງພວມເຮັດ ເຂົາເຈົ້າຄິດເຖິງຫຍັງ?
5. ຕອນທີ່ກັບໄປແຂວງຄາລິເລ ພະເຍຊູເດີນທາງຜ່ານແຂວງໃດ?
ຄຳຖາມເສີມ:
1. ອ່ານໂຍຮັນ 2:13-25.
ເມື່ອພິຈາລະນາຄວາມໂກດຂອງພະເຍຊູຕໍ່ຄົນແລກເງິນຢູ່ທີ່ວິຫານ ທັດສະນະທີ່ເໝາະສົມກ່ຽວກັບການຄ້າຂາຍໃນຫໍປະຊຸມແຫ່ງພະຍານພະເຢໂຫວາຄວນເປັນແນວໃດ? (ໂຍ. 2:15, 16; 1 ໂກ. 10:24, 31-33)
ສົນທະນາກັບຍິງທີ່ນ້ຳສ້າງ
1. ເປັນຫຍັງພະເຍຊູຈຶ່ງຢຸດພັກຢູ່ຂ້າງນ້ຳສ້າງໃນແຂວງສະມາລີ ແລະພະອົງພວມກ່າວກັບຜູ້ຍິງຄົນນຶ່ງທີ່ຢູ່ຫັ້ນວ່າແນວໃດ?
2. ເປັນຫຍັງຜູ້ຍິງນັ້ນຈຶ່ງແປກໃຈ ພະເຍຊູກ່າວກັບລາວວ່າແນວໃດ ແລະເພາະເຫດໃດ?
3. ຜູ້ຍິງນັ້ນຄິດວ່າພະເຍຊູພວມກ່າວເຖິງນ້ຳແບບໃດ ແຕ່ນ້ຳທີ່ພະອົງກ່າວໝາຍເຖິງຫຍັງ?
4. ເປັນຫຍັງຜູ້ຍິງນັ້ນຈຶ່ງແປກໃຈທີ່ພະເຍຊູຮູ້ເລື່ອງຂອງລາວ ແລະພະອົງຮູ້ເລື່ອງນີ້ໄດ້ແນວໃດ?
5. ເຮົາສາມາດຖອດຖອນບົດຮຽນຫຍັງໄດ້ແດ່ ຈາກເລື່ອງຂອງຜູ້ຍິງທີ່ຢູ່ນ້ຳສ້າງ?
ຄຳຖາມເສີມ:
1. ອ່ານໂຍຮັນ 4:5-43.
(ກ) ໂດຍການຕິດຕາມຕົວຢ່າງຂອງພະເຍຊູ ເຮົາຄວນສະແດງທັດສະນະແບບໃດຕໍ່ຄົນທີ່ມີເຊື້ອຊາດແລະພູມຫຼັງທາງສັງຄົມຕ່າງຈາກເຮົາ? (ໂຍ. 4:9; 1 ໂກ. 9:22; 1 ຕີໂມ. 2:3, 4; ຕິໂຕ 2:11)
(ຂ) ມີຜົນປະໂຫຍດຝ່າຍວິນຍານອັນໃດແດ່ສຳລັບຜູ້ທີ່ເຂົ້າມາເປັນສາວົກຂອງພະເຍຊູ? (ໂຍ. 4:14; ເອຊາ. 58:11; 2 ໂກ. 4:16)
(ຄ) ເຮົາຈະສະແດງຄວາມຮູ້ຄຸນຄ່າແບບດຽວກັນກັບຍິງຊາວສະມາລີຊຶ່ງກະຕືລືລົ້ນໃນການແບ່ງປັນສິ່ງທີ່ລາວໄດ້ຮຽນຮູ້ໄດ້ຢ່າງໃດ? (ໂຍ. 4:7, 28; ມັດ. 6:33; ລຶກາ 10:40-42)
ພະເຍຊູສັ່ງສອນເທິງພູເຂົາ
1. ໃນຮູບນີ້ພະເຍຊູພວມສັ່ງສອນຢູ່ໃສ ແລະພວກທີ່ນັ່ງຢູ່ໃກ້ພະອົງທີ່ສຸດແມ່ນໃຜ?
2. ອັກຄະສາວົກ 12 ຄົນມີຊື່ວ່າແນວໃດແດ່?
3. ລາຊະອານາຈັກທີ່ພະເຍຊູພວມປະກາດແມ່ນຫຍັງ?
4. ພະເຍຊູສອນຜູ້ຄົນໃຫ້ອະທິດຖານຂໍເລື່ອງໃດ?
5. ພະເຍຊູກ່າວວ່າຄົນເຮົາຄວນປະຕິບັດຕໍ່ກັນແລະກັນແນວໃດ?
ຄຳຖາມເສີມ:
1. ອ່ານມັດທາຍ 5:1-12.
ເຮົາຈະສະແດງໃຫ້ເຫັນວ່າເຮົາມີຄວາມສຳນຶກເຖິງຄວາມຕ້ອງການທາງຝ່າຍວິນຍານໂດຍວິທີໃດ? (ມັດ. 5:3; ໂລມ 10:13-15; 1 ຕີໂມ. 4:13, 15, 16)
2. ອ່ານມັດທາຍ 5:21-26.
ມັດທາຍ 5:23, 24 ເນັ້ນແນວໃດວ່າ ສາຍສຳພັນລະຫວ່າງເຮົາກັບພີ່ນ້ອງຮ່ວມຄວາມເຊື່ອມີຜົນກະທົບຕໍ່ສາຍສຳພັນລະຫວ່າງເຮົາກັບພະເຢໂຫວາ? (ມັດ. 6:14, 15; ເພງ. 133:1; ໂກໂລ. 3:13; 1 ໂຍ. 4:20)
3. ອ່ານມັດທາຍ 6:1-8.
ຄລິດສະຕຽນຄວນຫຼີກລ້ຽງການຖືວ່າຕົນເອງຊອບທຳໃນທາງໃດແດ່? (ລຶກາ 18:11, 12; 1 ໂກ. 4:6, 7; 2 ໂກ. 9:7)
4. ອ່ານມັດທາຍ 6:25-34.
ພະເຍຊູສອນວ່າແນວໃດ ເລື່ອງຄວາມຈຳເປັນທີ່ຕ້ອງໄວ້ວາງໃຈພະເຢໂຫວາໃນການຈັດຕຽມສິ່ງຝ່າຍວັດຖຸໃຫ້ເຮົາ? (ອຸປ. 16:4; ເພງ. 37:25; ຟີລິບ 4:6)
5. ອ່ານມັດທາຍ 7:1-11.
ຕົວຢ່າງທີ່ແຈ່ມແຈ້ງຊຶ່ງພົບໃນມັດທາຍ 7:5 ສອນຫຍັງແກ່ເຮົາແດ່? (ສຸພາ. 26:12; ໂລມ 2:1; 14:10; ຍໂກ. 4:11, 12)
ພະເຍຊູປຸກຄົນຕາຍໃຫ້ເປັນຂຶ້ນມາອີກ
1. ພໍ່ຂອງເດັກຍິງທີ່ຢູ່ໃນຮູບແມ່ນໃຜ ແລະເປັນຫຍັງລາວແລະເມຍເຄີຍກັງວົນຫຼາຍ?
2. ເມື່ອພົບພະເຍຊູແລ້ວ ຢາອິລຶດເຮັດແນວໃດ?
3. ເມື່ອພະເຍຊູພວມຈະໄປເຮືອນຂອງຢາອິລຶດໄດ້ມີຫຍັງເກີດຂຶ້ນ ແລະເມື່ອພວມເດີນທາງໄປຢາອິລຶດໄດ້ຮັບຂ່າວຫຍັງ?
4. ເປັນຫຍັງຄົນທີ່ຢູ່ເຮືອນຂອງຢາອິລຶດຈຶ່ງພາກັນຫົວຂວັນພະເຍຊູ?
5. ຫຼັງຈາກພາອັກຄະສາວົກສາມຄົນແລະພໍ່ແມ່ຂອງເດັກຍິງເຂົ້າໄປໃນຫ້ອງຂອງລາວແລ້ວ ພະເຍຊູຈຶ່ງເຮັດຫຍັງ?
6. ພະເຍຊູປຸກໃຜອີກໃຫ້ຟື້ນຄືນມາຈາກຕາຍ ແລະເລື່ອງນີ້ສະແດງໃຫ້ເຫັນຫຍັງ?
ຄຳຖາມເສີມ:
1. ອ່ານລຶກາ 8:40-56.
ພະເຍຊູສະແດງຄວາມເມດຕາແລະຄວາມມີເຫດຜົນຕໍ່ຜູ້ຍິງທີ່ເປັນໂລກເລືອດຕົກແນວໃດ ແລະໃນທຸກມື້ນີ້ຄລິດສະຕຽນຜູ້ເຖົ້າແກ່ຖອດຖອນບົດຮຽນຫຍັງໄດ້ຈາກເລື່ອງນີ້? (ລຶກາ 8:43, 44, 47, 48; ເລວີ. 15:25-27; ມັດ. 9:12, 13; ໂກໂລ. 3:12-14)
2. ອ່ານລຶກາ 7:11-17.
ຄົນທີ່ສູນເສຍຜູ້ເປັນທີ່ຮັກເນື່ອງຈາກຄວາມຕາຍຈະພົບການປອບໂຍນຫຼາຍແທ້ໆ ຈາກການກະທຳຂອງພະເຍຊູຕໍ່ແມ່ໝ້າຍໃນເມືອງນາອິນແນວໃດ? (ລຶກາ 7:13; 2 ໂກ. 1:3, 4; ເຫບ. 4:15)
3. ອ່ານໂຍຮັນ 11:17-44.
ພະເຍຊູສະແດງໃຫ້ເຫັນແນວໃດວ່າເປັນເລື່ອງທຳມະດາທີ່ຈະໂສກເສົ້າເມື່ອຜູ້ເປັນທີ່ຮັກເສຍຊີວິດ? (ໂຍ. 11:33-36, 38; 2 ຊາມ. 18:33; 19:1-4)
ພະເຍຊູລ້ຽງຜູ້ຄົນຈຳນວນຫຼາຍ
1. ເຫດຮ້າຍອັນໃດໄດ້ເກີດຂຶ້ນກັບໂຍຮັນຜູ້ໃຫ້ຮັບບັບເຕມາ ແລະເລື່ອງນີ້ເຮັດໃຫ້ພະເຍຊູຮູ້ສຶກແນວໃດ?
2. ພະເຍຊູລ້ຽງຝູງຄົນທີ່ຕິດຕາມພະອົງໂດຍວິທີໃດ ແລະມີອາຫານເຫຼືອຫຼາຍປານໃດ?
3. ເປັນຫຍັງພວກສາວົກຈຶ່ງຢ້ານໃນຄືນນັ້ນ ແລະເກີດຫຍັງຂຶ້ນກັບເປໂຕ?
4. ພະເຍຊູລ້ຽງອີກຫຼາຍພັນຄົນເປັນເທື່ອທີສອງໂດຍວິທີໃດ?
5. ເປັນຫຍັງຈຶ່ງເປັນເລື່ອງວິເສດແທ້ໆ ເມື່ອພະເຍຊູຈະປົກຄອງແຜ່ນດິນໂລກໃນຖານະເປັນກະສັດຂອງພະເຈົ້າ?
ຄຳຖາມເສີມ:
1. ອ່ານມັດທາຍ 14:1-32.
(ກ) ເລື່ອງໃນມັດທາຍ 14:23-32 ໃຫ້ຄວາມເຂົ້າໃຈທີ່ເລິກເຊິ່ງກ່ຽວກັບນິດໄສໃຈຄໍຂອງເປໂຕແນວໃດ?
(ຂ) ບັນທຶກໃນພະຄຳພີຊີ້ບອກແນວໃດວ່າເປໂຕອາວຸໂສຂຶ້ນແລະເອົາຊະນະນິດໄສໃຈຮ້ອນຂອງຕົນໄດ້? (ມັດ. 14:27-30; ໂຍ. 18:10; 21:7; ກິດ. 2:14, 37-40; 1 ເປ. 5:6, 10)
2. ອ່ານມັດທາຍ 15:29-38.
ພະເຍຊູສະແດງຄວາມນັບຖືຕໍ່ການຈັດຕຽມດ້ານວັດຖຸທີ່ມາຈາກພະບິດາຂອງພະອົງແນວໃດ? (ມັດ. 15:37; ໂຍ. 6:12; ໂກໂລ. 3:15)
3. ອ່ານໂຍຮັນ 6:1-21.
ໃນທຸກມື້ນີ້ຄລິດສະຕຽນຈະຕິດຕາມຕົວຢ່າງຂອງພະເຍຊູໃນເລື່ອງທີ່ກ່ຽວຂ້ອງກັບລັດຖະບານໄດ້ແນວໃດ? (ໂຍ. 6:15; ມັດ. 22:21; ໂລມ 12:2; 13:1-4)
ພະອົງຮັກເດັກນ້ອຍ
1. ໃນລະຫວ່າງທີ່ພວກອັກຄະສາວົກພວມກັບມາຈາກການເດີນທາງໄກ ເຂົາເຈົ້າໄດ້ໂຕ້ຖຽງກັນເລື່ອງໃດ?
2. ເປັນຫຍັງພະເຍຊູຈຶ່ງເອີ້ນເດັກນ້ອຍຊາຍຄົນນຶ່ງໃຫ້ມາຢືນຢູ່ທ່າມກາງພວກອັກຄະສາວົກ?
3. ພວກອັກຄະສາວົກຄວນຮຽນທີ່ຈະເປັນຄືເດັກນ້ອຍໃນແງ່ໃດ?
4. ບໍ່ຫຼາຍເດືອນຕໍ່ມາ ພະເຍຊູສະແດງໃຫ້ເຫັນແນວໃດວ່າພະອົງຮັກເດັກນ້ອຍ?
ຄຳຖາມເສີມ:
1. ອ່ານມັດທາຍ 18:1-4.
ເປັນຫຍັງພະເຍຊູຈຶ່ງສອນໂດຍໃຊ້ຕົວຢ່າງ? (ມັດ. 13:34, 36; ມໂກ. 4:33, 34)
2. ອ່ານມັດທາຍ 19:13-15.
ຖ້າເຮົາຢາກມີສ່ວນຮ່ວມໃນພະພອນແຫ່ງລາຊະອານາຈັກ ເຮົາຕ້ອງຮຽນແບບຄຸນສົມບັດອັນໃດຂອງເດັກນ້ອຍ? (ເພງ. 25:9; 138:6; 1 ໂກ. 14:20)
3. ອ່ານມາລະໂກ 9:33-37.
ໃນເລື່ອງຄວາມຢາກໄດ້ຕຳແໜ່ງທີ່ມີຊື່ສຽງ ພະເຍຊູສອນສາວົກຂອງພະອົງວ່າແນວໃດ? (ມໂກ. 9:35; ມັດ. 20:25, 26; ຄລາ. 6:3; ຟີລິບ 2:5-8)
4. ອ່ານມາລະໂກ 10:13-16.
ພະເຍຊູເປັນຜູ້ທີ່ເຂົ້າຫາງ່າຍແນວໃດ ແລະຄລິດສະຕຽນຜູ້ເຖົ້າແກ່ສາມາດຮຽນອັນໃດໄດ້ຈາກຕົວຢ່າງຂອງພະອົງ? (ມໂກ. 6:30-34; ຟີລິບ 2:1-4; 1 ຕີໂມ. 4:12)
ວິທີທີ່ພະເຍຊູສັ່ງສອນ
1. ຊາຍຄົນນຶ່ງຖາມພະເຍຊູວ່າແນວໃດ ແລະຍ້ອນຫຍັງ?
2. ບາງຄັ້ງພະເຍຊູສັ່ງສອນໂດຍໃຊ້ຫຍັງ ແລະເຮົາໄດ້ຮຽນຮູ້ຫຍັງກ່ຽວກັບຊາວຍິວແລະຊາວສະມາລີ?
3. ໃນເລື່ອງທີ່ພະເຍຊູເລົ່າ ເກີດຫຍັງຂຶ້ນກັບຊາວຍິວຄົນນຶ່ງທີ່ພວມເດີນທາງໄປເມືອງເຢລິໂກ?
4. ເມື່ອປະໂລຫິດຊາວຍິວແລະຊາວເລວີຍ່າງຜ່ານມາທາງນັ້ນແລ້ວເຫດການເປັນແນວໃດ?
5. ໃນຮູບ ໃຜພວມຊ່ວຍຊາວຍິວທີ່ບາດເຈັບ?
6. ເມື່ອພະເຍຊູເລົ່າເລື່ອງຈົບແລ້ວ ພະອົງຖາມແນວໃດ ແລະຜູ້ຊາຍຄົນນັ້ນຕອບວ່າແນວໃດ?
ຄຳຖາມເສີມ:
1. ອ່ານລຶກາ 10:25-37.
(ກ) ແທນທີ່ຈະຕອບກົງໆ ພະເຍຊູຊ່ວຍຊາຍທີ່ຊຳນານໃນເລື່ອງພະບັນຍັດໃຫ້ຫາເຫດຜົນໃນເລື່ອງນີ້ແນວໃດ? (ລຶກາ 10:26; ມັດ. 16:13-16)
(ຂ) ພະເຍຊູໃຊ້ຕົວຢ່າງເພື່ອເອົາຊະນະຄວາມມີອະຄະຕິຂອງຜູ້ຟັງໂດຍວິທີໃດ? (ລຶກາ 10:36, 37; 18:9-14; ຕິໂຕ 1:9)
ພະເຍຊູປິ່ນປົວຄົນປ່ວຍໃຫ້ຫາຍດີ
1. ເມື່ອເດີນທາງໄປທົ່ວປະເທດ ພະເຍຊູໄດ້ເຮັດຫຍັງ?
2. ປະມານສາມປີຫຼັງຈາກພະເຍຊູຮັບບັບເຕມາ ພະອົງບອກພວກອັກຄະສາວົກວ່າແນວໃດ?
3. ຄົນທີ່ຢູ່ໃນຮູບນີ້ມີໃຜແດ່ ແລະພະເຍຊູໄດ້ເຮັດຫຍັງໃຫ້ຜູ້ຍິງຄົນນີ້?
4. ເປັນຫຍັງຄຳຕອບຂອງພະເຍຊູຕໍ່ຂໍ້ຄັດຄ້ານຂອງພວກຫົວໜ້າສາສະໜາຈຶ່ງເຮັດໃຫ້ເຂົາເຈົ້າຮູ້ສຶກລະອາຍໃຈ?
5. ເມື່ອພະເຍຊູແລະພວກອັກຄະສາວົກມາໃກ້ເມືອງເຢລິໂກ ພະເຍຊູໄດ້ເຮັດຫຍັງໃຫ້ຄົນຂໍທານທີ່ຕາບອດສອງຄົນ?
6. ເປັນຫຍັງພະເຍຊູຈຶ່ງເຮັດການອັດສະຈັນ?
ຄຳຖາມເສີມ:
1. ອ່ານມັດທາຍ 15:30, 31.
ອຳນາດທີ່ໜ້າອັດສະຈັນແນວໃດຂອງພະເຢໂຫວາທີ່ສະແດງໂດຍທາງພະເຍຊູ ແລະເລື່ອງນີ້ຄວນມີຜົນກະທົບແນວໃດຕໍ່ຄວາມເຂົ້າໃຈຂອງເຮົາກ່ຽວກັບສິ່ງທີ່ພະເຢໂຫວາສັນຍາຈະເຮັດໃນໂລກໃໝ່? (ເພງ. 37:29; ເອຊາ. 33:24)
2. ອ່ານລຶກາ 13:10-17.
ຄວາມຈິງທີ່ວ່າພະເຍຊູເຮັດການອັດສະຈັນບາງຢ່າງທີ່ເດັ່ນທີ່ສຸດໃນວັນຊະບາໂຕ ສະແດງເຖິງການບັນເທົາທຸກທີ່ພະອົງຈະເຮັດເພື່ອມະນຸດຊາດໃນລະຫວ່າງການປົກຄອງພັນປີຂອງພະອົງຄືແນວໃດ? (ລຶກາ 13:10-13; ເພງ. 46:9; ມັດ. 12:8; ໂກໂລ. 2:16, 17; ຄຳປ. 21:1-4)
3. ອ່ານມັດທາຍ 20:29-34.
ເລື່ອງນີ້ສະແດງໃຫ້ເຫັນແນວໃດວ່າພະເຍຊູບໍ່ເຄີຍຫຍຸ້ງວຽກຫຼາຍໂພດທີ່ຈະຊ່ວຍປະຊາຊົນ ແລະເຮົາຮຽນຫຍັງໄດ້ແດ່ຈາກເລື່ອງນີ້? (ບັນຍັດ. 15:7; ຍໂກ. 2:15, 16; 1 ໂຍ. 3:17)
ພະເຍຊູສະເດັດໃນຖານະກະສັດ
1. ເມື່ອພະເຍຊູມາເຖິງຫມູ່ບ້ານນ້ອຍໆ ແຫ່ງນຶ່ງໃກ້ເມືອງເຢຣຶຊາເລມ ພະອົງບອກພວກສາວົກໃຫ້ເຮັດຫຍັງ?
2. ໃນຮູບນີ້ ເມື່ອພະເຍຊູມາໃກ້ເມືອງເຢຣຶຊາເລມມີຫຍັງເກີດຂຶ້ນ?
3. ເມື່ອເຫັນພະເຍຊູປົວຄົນຕາບອດແລະຄົນງ່ອຍໃຫ້ຫາຍດີ ພວກເດັກນ້ອຍຈຶ່ງພາກັນເຮັດຫຍັງ?
4. ພະເຍຊູບອກປະໂລຫິດທີ່ເຄືອງໃຈວ່າແນວໃດ?
5. ເຮົາຈະເປັນຄືພວກເດັກນ້ອຍທີ່ສັນລະເສີນພະເຍຊູໄດ້ແນວໃດ?
6. ພວກສາວົກຢາກຮູ້ຫຍັງ?
ຄຳຖາມເສີມ:
1. ອ່ານມັດທາຍ 21:1-17.
(ກ) ການເຂົ້າໄປເມືອງເຢຣຶຊາເລມຂອງພະເຍຊູໃນຖານະກະສັດຕ່າງກັນກັບແມ່ທັບທີ່ໄດ້ໄຊຊະນະໃນສະໄໝໂລມຢ່າງໃດ? (ມັດ. 21:4, 5; ຊກາ. 9:9; ຟີລິບ 2:5-8; ໂກໂລ. 2:15)
(ຂ) ບົດຮຽນຫຍັງທີ່ເດັກນ້ອຍອາດຮຽນໄດ້ຈາກພວກເດັກຊາຍຊາວຍິດສະລາເອນທີ່ຍົກເອົາຂໍ້ຄວາມຈາກຄຳເພງບົດ 118 ມາກ່າວຕອນທີ່ພະເຍຊູເຂົ້າໄປໃນວິຫານ? (ມັດ. 21:9, 15; ເພງ. 118:25, 26; 2 ຕີໂມ. 3:15; 2 ເປ. 3:18)
2. ອ່ານໂຍຮັນ 12:12-16.
ການທີ່ປະຊາຊົນໃຊ້ງ່າຕົ້ນຕານເພື່ອຕ້ອນຮັບພະເຍຊູເປັນສັນຍະລັກເຖິງສິ່ງໃດ? (ໂຍ. 12:13; ຟີລິບ 2:10; ຄຳປ. 7:9, 10)
ເທິງພູເຂົາກົກໝາກກອກ
1. ໃນຮູບນີ້ພະເຍຊູແມ່ນຜູ້ໃດ ແລະໃຜຢູ່ກັບພະອົງ?
2. ຕອນທີ່ຢູ່ໃນວິຫານພວກປະໂລຫິດພະຍາຍາມຈະເຮັດຫຍັງພະເຍຊູ ແລະພະອົງເວົ້າກັບພວກເຂົາວ່າແນວໃດ?
3. ພວກອັກຄະສາວົກຖາມພະເຍຊູວ່າແນວໃດ?
4. ເປັນຫຍັງພະເຍຊູຈຶ່ງບອກພວກອັກຄະສາວົກໃຫ້ຮູ້ບາງສິ່ງທີ່ຈະເກີດຂຶ້ນເທິງແຜ່ນດິນໂລກຕອນທີ່ພະອົງເປັນກະສັດປົກຄອງໃນສະຫວັນ?
5. ພະເຍຊູບອກວ່າຈະມີຫຍັງເກີດຂຶ້ນກ່ອນທີ່ພະອົງຈະເຮັດໃຫ້ຄວາມຊົ່ວທັງໝົດທີ່ມີເທິງແຜ່ນດິນໂລກສິ້ນສຸດລົງ?
ຄຳຖາມເສີມ:
1. ອ່ານມັດທາຍ 23:1-39.
(ກ) ເຖິງແມ່ນພະຄຳພີຊີ້ບອກວ່າການໃຊ້ຍົດສັກໃນທາງໂລກອາດຈະເໝາະສົມ ແຕ່ຖ້ອຍຄຳຂອງພະເຍຊູໃນມັດທາຍ 23:8-11 ສະແດງໃຫ້ເຫັນສິ່ງໃດກ່ຽວກັບການໃຊ້ຍົດສັກພາຍໃນປະຊາຄົມຄລິດສະຕຽນເພື່ອໃຫ້ໄດ້ຮັບການຍົກຍ້ອງເກີນຄວນ? (ກິດ. 26:25; ໂລມ 13:7; 1 ເປ. 2:13, 14)
(ຂ) ພວກຟາລິຊຽນໄດ້ເຮັດຫຍັງເພື່ອພະຍາຍາມຂັດຂວາງປະຊາຊົນບໍ່ໃຫ້ມາເປັນຄລິດສະຕຽນ ແລະພວກຫົວໜ້າສາສະໜາໃຊ້ແຜນການທີ່ຄ້າຍກັນແນວໃດໃນສະໄໝປັດຈຸບັນນີ້? (ມັດ. 23:13; ລຶກາ 11:52; ໂຍ. 9:22; 12:42; 1 ເທ. 2:16)
2. ອ່ານມັດທາຍ 24:1-14.
(ກ) ມີການເນັ້ນຄວາມສຳຄັນຂອງຄວາມອົດທົນໃນມັດທາຍ 24:13 ແນວໃດ?
(ຂ) ຄຳວ່າ “ທີ່ສຸດ” ໃນມັດທາຍ 24:13 ໝາຍຄວາມວ່າແນວໃດ? (ມັດ. 16:27; ໂລມ 14:10-12; 2 ໂກ. 5:10)
3. ອ່ານມາລະໂກ 13:3-10.
ຖ້ອຍຄຳໃດໃນມາລະໂກ 13:10 ສະແດງໃຫ້ເຫັນຄວາມຮີບດ່ວນໃນການປະກາດຂ່າວດີ ແລະຖ້ອຍຄຳຂອງພະເຍຊູຄວນຈະມີຜົນກະທົບຕໍ່ເຮົາຢ່າງໃດ? (ໂລມ 13:11, 12; 1 ໂກ. 7:29-31; 2 ຕີໂມ. 4:2)
ໃນຫ້ອງຊັ້ນເທິງ
1. ດັ່ງທີ່ຮູບສະແດງໃຫ້ເຫັນ ເປັນຫຍັງພະເຍຊູແລະພວກອັກຄະສາວົກ 12 ຄົນຈຶ່ງຢູ່ໃນຫ້ອງໃຫຍ່ຊັ້ນເທິງ?
2. ຜູ້ຊາຍທີ່ພວມອອກໄປແມ່ນໃຜ ແລະລາວພວມຈະໄປເຮັດຫຍັງ?
3. ຫຼັງຈາກກິນປັດສະຄາແລ້ວ ພະເຍຊູເລີ່ມຕັ້ງອາຫານມື້ພິເສດອັນໃດ?
4. ປັດສະຄາເຕືອນໃຫ້ຊາວຍິດສະລາເອນນຶກເຖິງເຫດການໃດ ແລະອາຫານມື້ພິເສດນີ້ເຕືອນໃຫ້ພວກອັກຄະສາວົກຂອງພະເຍຊູລະນຶກເຖິງຫຍັງ?
5. ຫຼັງຈາກອາຫານແລງຂອງອົງພະຜູ້ເປັນເຈົ້າ ພະເຍຊູບອກພວກອັກຄະສາວົກວ່າແນວໃດ ແລະພວກເຂົາເຮັດຫຍັງ?
ຄຳຖາມເສີມ:
1. ອ່ານມັດທາຍ 26:14-30.
(ກ) ມັດທາຍ 26:15 ສະແດງໃຫ້ເຫັນແນວໃດວ່າການທີ່ຢູດາທໍລະຍົດພະເຍຊູເປັນການກະທຳໂດຍເຈຕະນາ?
(ຂ) ເລືອດຂອງພະເຍຊູທີ່ໄຫຼອອກແມ່ນເພື່ອຈຸດປະສົງສອງຢ່າງຫຍັງແດ່? (ມັດ. 26:27, 28; ຢເຣ. 31:31-33; ເອເຟ. 1:7; ເຫບ. 9:19, 20)
2. ອ່ານລຶກາ 22:1-39.
ຊາຕານໄດ້ເຂົ້າສິງຢູ່ໃນທ່ານຢູດາໃນຄວາມໝາຍໃດ? (ລຶກາ 22:3; ໂຍ. 13:2; ກິດ. 1:24, 25)
3. ອ່ານໂຍຮັນ 13:1-20.
(ກ) ເມື່ອນຶກເຖິງເລື່ອງໃນໂຍຮັນ 13:2 ຈະໂທດຢູດາໃນສິ່ງທີ່ລາວເຮັດບໍ ແລະຜູ້ຮັບໃຊ້ຂອງພະເຈົ້າສາມາດຖອດຖອນບົດຮຽນອັນໃດຈາກເລື່ອງນີ້? (ຕົ້ນ. 4:7; 2 ໂກ. 2:11; ຄລາ. 6:1; ຍໂກ. 1:13, 14)
(ຂ) ພະເຍຊູໄດ້ສອນບົດຮຽນທີ່ເປັນແບບຢ່າງຊຶ່ງມີພະລັງອັນໃດ? (ໂຍ. 13:15; ມັດ. 23:11; 1 ເປ. 2:21)
4. ອ່ານໂຍຮັນ 17:1-26.
ພະເຍຊູອະທິດຖານໃຫ້ຜູ້ຕິດຕາມຂອງພະອົງເປັນ “ອັນນຶ່ງ” ໃນຄວາມໝາຍໃດ? (ໂຍ. 17:11, 21-23; ໂລມ 13:8; 14:19; ໂກໂລ. 3:14)
ພະເຍຊູຂະນະຢູ່ໃນສວນ
1. ເມື່ອອອກຈາກຫ້ອງຊັ້ນເທິງແລ້ວ ພະເຍຊູແລະພວກອັກຄະສາວົກໄປໃສ ແລະພະອົງບອກໃຫ້ເຂົາເຈົ້າເຮັດຫຍັງ?
2. ເມື່ອພະເຍຊູກັບມາບ່ອນທີ່ພວກອັກຄະສາວົກຢູ່ ພະອົງພົບຫຍັງ ແລະເຫດການແບບນີ້ເກີດຂຶ້ນຈັກເທື່ອ?
3. ດັ່ງທີ່ເຫັນໃນຮູບນີ້ ໃຜເຂົ້າມາໃນສວນ ແລະຢູດາອີດສະກາລີໂອດເຮັດຫຍັງ?
4. ເປັນຫຍັງຢູດາຈຶ່ງຈູບພະເຍຊູ ແລະເປໂຕໄດ້ເຮັດຫຍັງ?
5. ພະເຍຊູບອກເປໂຕວ່າແນວໃດ ແຕ່ເປັນຫຍັງພະເຍຊູບໍ່ໄດ້ຂໍພະເຈົ້າໃຫ້ສົ່ງທູດສະຫວັນຈັກອົງລົງມາ?
ຄຳຖາມເສີມ:
1. ອ່ານມັດທາຍ 26:36-56.
(ກ) ວິທີທີ່ພະເຍຊູໃຫ້ຄຳແນະນຳແກ່ສາວົກຂອງພະອົງເປັນຕົວຢ່າງທີ່ດີສຳລັບຄລິດສະຕຽນຜູ້ເຖົ້າຜູ້ແກ່ໃນທຸກມື້ນີ້ແນວໃດ? (ມັດ. 20:25-28; 26:40, 41; ຄລາ. 5:17; ເອເຟ. 4:29, 31, 32)
(ຂ) ພະເຍຊູມີທັດສະນະແນວໃດຕໍ່ເລື່ອງການໃຊ້ອາວຸດເພື່ອຂ້າເພື່ອນມະນຸດດ້ວຍກັນ? (ມັດ. 26:52; ລຶກາ 6:27, 28; ໂຍ. 18:36)
2. ອ່ານລຶກາ 22:39-53.
ເມື່ອທູດສະຫວັນມາປາກົດຕົວຕໍ່ພະເຍຊູຢູ່ໃນສວນເຄດເຊມາເນເພື່ອເສີມກຳລັງພະອົງ ນີ້ສະແດງວ່າຄວາມເຊື່ອຂອງພະເຍຊູກຳລັງສັ່ນຄອນບໍ? ຈົ່ງອະທິບາຍ. (ລຶກາ 22:41-43; ເອຊາ. 49:8; ມັດ. 4:10, 11; ເຫບ. 5:7)
3. ອ່ານໂຍຮັນ 18:1-12.
ພະເຍຊູປົກປ້ອງສາວົກຂອງພະອົງຈາກພວກຜູ້ຕໍ່ຕ້ານຢ່າງໃດ ແລະເຮົາຮຽນຫຍັງຈາກຕົວຢ່າງນີ້? (ໂຍ. 10:11, 12; 18:1, 6-9; ເຫບ. 13:6; ຍໂກ. 2:25)
ພະເຍຊູຖືກປະຫານ
1. ໃຜຕ້ອງຮັບຜິດຊອບເປັນອັນດັບທຳອິດໃນການຕາຍຂອງພະເຍຊູ?
2. ເມື່ອພວກຫົວໜ້າສາສະໜາຈັບພະເຍຊູ ພວກອັກຄະສາວົກເຮັດແນວໃດ?
3. ມີຫຍັງເກີດຂຶ້ນຢູ່ບ້ານຂອງປະໂລຫິດໃຫຍ່ກາອີເຟ?
4. ເປັນຫຍັງເປໂຕຈຶ່ງໜີໄປແລະຮ້ອງໄຫ້?
5. ຫຼັງຈາກພະເຍຊູຖືກສົ່ງກັບມາຫາພີລາດ ພວກປະໂລຫິດໃຫຍ່ຮ້ອງວ່າແນວໃດ?
6. ມື້ວັນສຸກຫຼັງທ່ຽງເກີດຫຍັງຂຶ້ນກັບພະເຍຊູ ແລະພະອົງສັນຍາສິ່ງໃດກັບຜູ້ຮ້າຍຄົນນຶ່ງທີ່ຖືກຄຶງຢູ່ເທິງເສົາທໍລະມານທາງຂ້າງພະອົງ?
7. ອຸດທະຍານທີ່ພະເຍຊູກ່າວເຖິງຈະຢູ່ໃສ?
ຄຳຖາມເສີມ:
1. ອ່ານມັດທາຍ 26:57-75.
ສະມາຊິກສານສູງຂອງຊາວຍິວສະແດງໃຫ້ເຫັນໃນທາງໃດວ່າຫົວໃຈຂອງພວກເຂົາຊົ່ວຮ້າຍ? (ມັດ. 26:59, 67, 68)
2. ອ່ານມັດທາຍ 27:1-50.
ເປັນຫຍັງເຮົາຈຶ່ງຮູ້ວ່າຢູດາບໍ່ໄດ້ສຳນຶກຜິດຢ່າງແທ້ຈິງ? (ມັດ. 27:3, 4; ມໂກ. 3:29; 14:21; 2 ໂກ. 7:10, 11)
3. ອ່ານລຶກາ 22:54-71.
ບົດຮຽນຫຍັງທີ່ເຮົາໄດ້ຈາກເລື່ອງທີ່ເປໂຕປະຕິເສດພະເຍຊູໃນຄືນທີ່ພະອົງຖືກທໍລະຍົດແລະຖືກຈັບ? (ລຶກາ 22:60-62; ມັດ. 26:31-35; 1 ໂກ. 10:12)
4. ອ່ານລຶກາ 23:1-49.
ພະເຍຊູສະແດງອາການແນວໃດຕໍ່ຄວາມບໍ່ຍຸຕິທຳທີ່ເຮັດກັບພະອົງ ແລະເຮົາໄດ້ບົດຮຽນອັນໃດຈາກເລື່ອງນີ້? (ລຶກາ 23:33, 34; ໂລມ 12:17-19; 1 ເປ. 2:23)
5. ອ່ານໂຍຮັນ 18:12-40.
ເຖິງແມ່ນວ່າເປໂຕຈະຢຸດນິ້ງໄປໄລຍະນຶ່ງຍ້ອນຄວາມຢ້ານໜ້າມະນຸດ ແຕ່ລາວຟື້ນຕົວຂຶ້ນຈົນກາຍເປັນອັກຄະສາວົກທີ່ໂດດເດັ່ນຄົນນຶ່ງ ນີ້ຍ່ອມສະແດງໃຫ້ເຫັນຫຍັງ? (ໂຍ. 18:25-27; 1 ໂກ. 4:2; 1 ເປ. 3:14, 15; 5:8, 9)
6. ອ່ານໂຍຮັນ 19:1-30.
(ກ) ພະເຍຊູມີທັດສະນະທີ່ດຸນດ່ຽງໃນເລື່ອງສິ່ງຝ່າຍວັດຖຸແນວໃດ? (ໂຍ. 2:1, 2, 9, 10; 19:23, 24; ມັດ. 6:31, 32; 8:20)
(ຂ) ຄຳເວົ້າຂອງພະເຍຊູຕອນໃກ້ຈະສິ້ນຊີວິດເປັນການປະກາດໄຊຊະນະໃນເລື່ອງທີ່ວ່າ ພະອົງສະໜັບສະຫນູນສິດທິສູງສຸດໃນການປົກຄອງຂອງພະເຢໂຫວາແນວໃດ? (ໂຍ. 16:33; 19:30; 2 ເປ. 3:14; 1 ໂຍ. 5:4)
ພະເຍຊູມີຊີວິດຢູ່
1. ຜູ້ຍິງທີ່ຢູ່ໃນຮູບແມ່ນໃຜ ຜູ້ຊາຍສອງຄົນແມ່ນໃຜ ແລະເຂົາເຈົ້າຢູ່ໃສ?
2. ເປັນຫຍັງພີລາດຈຶ່ງບອກພວກປະໂລຫິດໃຫ້ສົ່ງທະຫານໄປເຝົ້າອຸມົງຝັງສົບຂອງພະເຍຊູ?
3. ຕອນເຊົ້າມືດໃນມື້ທີສາມຫຼັງຈາກທີ່ພະເຍຊູຕາຍ ທູດສະຫວັນອົງນຶ່ງໄດ້ເຮັດຫຍັງ ແຕ່ພວກປະໂລຫິດພັດເຮັດຫຍັງ?
4. ເປັນຫຍັງພວກຜູ້ຍິງບາງຄົນຈຶ່ງປະຫຼາດໃຈເມື່ອໄປທີ່ອຸມົງຝັງສົບຂອງພະເຍຊູ?
5. ເປັນຫຍັງເປໂຕແລະໂຍຮັນຈຶ່ງແລ່ນໄປອຸມົງຝັງສົບຂອງພະເຍຊູ ແລະພວກເຂົາພົບເຫັນຫຍັງ?
6. ມີຫຍັງເກີດຂຶ້ນກັບສົບຂອງພະເຍຊູ ແຕ່ພະອົງເຮັດແນວໃດເພື່ອສະແດງໃຫ້ພວກສາວົກເຫັນວ່າພະອົງມີຊີວິດຢູ່?
ຄຳຖາມເສີມ:
1. ອ່ານມັດທາຍ 27:62-66 ແລະ 28:1-15.
ໃນຕອນທີ່ພະເຍຊູໄດ້ຮັບການປຸກໃຫ້ຟື້ນຄືນມາຈາກຕາຍ ພວກປະໂລຫິດໃຫຍ່ ພວກຟາລິຊຽນ ແລະພວກຜູ້ເຖົ້າແກ່ ໄດ້ເຮັດບາບຕໍ່ພະວິນຍານບໍລິສຸດແນວໃດ? (ມັດ. 12:24, 31, 32; 28:11-15)
2. ອ່ານລຶກາ 24:1-12.
ເລື່ອງທີ່ພະເຍຊູໄດ້ຮັບການປຸກໃຫ້ຟື້ນຄືນມາຈາກຕາຍສະແດງໃຫ້ເຫັນວ່າພະເຢໂຫວາຖືວ່າຜູ້ຍິງເປັນພິຍານທີ່ເຊື່ອຖືໄດ້ແນວໃດ? (ລຶກາ 24:4, 9, 10; ມັດ. 28:1-7)
3. ອ່ານໂຍຮັນ 20:1-12.
ຖ້າເຮົາຍັງບໍ່ທັນເຂົ້າໃຈຢ່າງເຕັມທີເຖິງເລື່ອງຄວາມສຳເລັດເປັນຈິງຂອງຄຳພະຍາກອນໃນຄຳພິໄບເບິນ ໂຍຮັນ 20:8, 9 ຊ່ວຍເຮົາໃຫ້ເຫັນຄວາມຈຳເປັນທີ່ຈະຕ້ອງອົດທົນແນວໃດ? (ສຸພາ. 4:18; ມັດ. 17:22, 23; ລຶກາ 24:5-8; ໂຍ. 16:12)
ເຂົ້າໄປໃນຫ້ອງທີ່ໃສ່ກອນໄວ້
1. ມາລີເວົ້າຫຍັງກັບຜູ້ຊາຍຄົນນຶ່ງທີ່ລາວຄິດວ່າເປັນຄົນເຮັດສວນ ແຕ່ອັນໃດເຮັດໃຫ້ລາວຮູ້ວ່ານັ້ນແມ່ນພະເຍຊູແທ້ໆ?
2. ມີເຫດການຫຍັງເກີດຂຶ້ນກັບສາວົກສອງຄົນທີ່ພວມເດີນທາງໄປຫມູ່ບ້ານເອມາອຶດ?
3. ເມື່ອສາວົກສອງຄົນເລົ່າໃຫ້ພວກອັກຄະສາວົກຟັງວ່າເຂົາເຈົ້າເຫັນພະເຍຊູ ມີສິ່ງໜ້າອັດສະຈັນຫຍັງເກີດຂຶ້ນ?
4. ພະເຍຊູປາກົດຕົວຕໍ່ພວກສາວົກຈັກເທື່ອ?
5. ໂທມາເວົ້າແນວໃດເມື່ອໄດ້ຍິນວ່າພວກສາວົກເຫັນອົງພະຜູ້ເປັນເຈົ້າ ແລະອີກແປດມື້ຕໍ່ມາມີຫຍັງເກີດຂຶ້ນ?
ຄຳຖາມເສີມ:
1. ອ່ານໂຍຮັນ 20:11-29.
ໃນໂຍຮັນ 20:23 ພະເຍຊູບອກວ່າມະນຸດມີອຳນາດຈະຍົກຄວາມຜິດບາບໄດ້ບໍ? ຈົ່ງອະທິບາຍ. (ເພງ. 49:2, 7; ເອຊາ. 55:7; 1 ຕີໂມ. 2:5, 6; 1 ໂຍ. 2:1, 2)
2. ອ່ານລຶກາ 24:13-43.
ເຮົາຈະຕຽມຫົວໃຈໃຫ້ພ້ອມເພື່ອຮັບເອົາຄວາມຈິງໃນຄຳພີໄບເບິນໄດ້ແນວໃດ? (ລຶກາ 24:32, 33; ເອເຊດ. 7:10; ມັດ. 5:3; ກິດ. 16:14; ເຫບ. 5:11-14)
ພະເຍຊູສະເດັດກັບສະຫວັນ
1. ໃນໂອກາດນຶ່ງມີສາວົກຈັກຄົນທີ່ເຫັນພະເຍຊູ ແລະພະອົງກ່າວກັບພວກເຂົາເຖິງເລື່ອງໃດ?
2. ລາຊະອານາຈັກຂອງພະເຈົ້າແມ່ນຫຍັງ ແລະເມື່ອພະເຍຊູຈະປົກຄອງໃນຖານະກະສັດເປັນເວລານຶ່ງພັນປີ ຊີວິດຢູ່ເທິງແຜ່ນດິນໂລກຈະເປັນແນວໃດ?
3. ພະເຍຊູປາກົດຕົວຕໍ່ພວກສາວົກເປັນເວລາຈັກມື້ ແຕ່ຕອນນີ້ເຖິງເວລາທີ່ພະອົງຈະເຮັດຫຍັງ?
4. ກ່ອນທີ່ຈະຈາກພວກສາວົກຂອງພະອົງ ພະເຍຊູບອກເຂົາເຈົ້າວ່າແນວໃດ?
5. ໃນຮູບນີ້ພວມເກີດຫຍັງຂຶ້ນ ແລະພະເຍຊູຫາຍໄປຈາກສາຍຕາແນວໃດ?
ຄຳຖາມເສີມ:
1. ອ່ານ 1 ໂກລິນໂທ 15:3-8.
ເປັນຫຍັງອັກຄະສາວົກໂປໂລຈຶ່ງເວົ້າເຖິງເລື່ອງທີ່ພະເຍຊູໄດ້ຮັບການປຸກໃຫ້ຟື້ນຄືນມາຈາກຕາຍດ້ວຍຄວາມໝັ້ນໃຈ ແລະໃນທຸກມື້ນີ້ຄລິດສະຕຽນຈະເວົ້າເຖິງເລື່ອງໃດດ້ວຍຄວາມໝັ້ນໃຈ? (1 ໂກ. 15:4, 7, 8; ເອຊາ. 2:2, 3; ມັດ. 24:14; 2 ຕີໂມ. 3:1-5)
2. ອ່ານກິດຈະການ 1:1-11.
ດັ່ງທີ່ບອກລ່ວງໜ້າໃນກິດຈະການ 1:8 ວຽກງານການປະກາດແຜ່ຂະຫຍາຍໄປກວ້າງໄກສ່ຳໃດ? (ກິດ. 6:7; 9:31; 11:19-21; ໂກໂລ. 1:23)
ລໍຖ້າຢູ່ໃນນະຄອນເຢຣຶຊາເລມ
1. ດັ່ງທີ່ເຫັນໃນຮູບ ເກີດຫຍັງຂຶ້ນກັບພວກສາວົກຂອງພະເຍຊູທີ່ພວມຖ້າຢູ່ໃນເມືອງເຢຣຶຊາເລມ?
2. ຜູ້ທີ່ມາເປັນແຂກເມືອງເຢຣຶຊາເລມປະຫຼາດໃຈໃນເລື່ອງໃດ?
3. ເປໂຕອະທິບາຍຫຍັງແກ່ຄົນເຫຼົ່ານັ້ນ?
4. ຫຼັງຈາກທີ່ຟັງເປໂຕແລ້ວ ຄົນເຫຼົ່ານັ້ນຮູ້ສຶກແນວໃດ ແລະລາວບອກໃຫ້ເຂົາເຈົ້າເຮັດຫຍັງ?
5. ໃນວັນເພນເຕກອດປີສາກົນສັກກະຫຼາດ 33 ມີຈັກຄົນຮັບບັບເຕມາ?
ຄຳຖາມເສີມ:
1. ອ່ານກິດຈະການ 2:1-47.
(ກ) ຖ້ອຍຄຳຂອງເປໂຕທີ່ພົບໃນກິດຈະການ 2:23, 36 ສະແດງໃຫ້ເຫັນແນວໃດວ່າຊາວຍິວທັງຊາດຕ້ອງຮັບຜິດຊອບຕໍ່ການຕາຍຂອງພະເຍຊູ? (1 ເທ. 2:14, 15)
(ຂ) ເປໂຕວາງຕົວຢ່າງທີ່ດີແນວໃດໃນການຫາເຫດຜົນຈາກພະຄຳພີ? (ກິດ. 2:16, 17, 29, 31, 36, 39; ໂກໂລ. 4:6)
(ຄ) ເປໂຕໃຊ້ “ລູກກະແຈແຫ່ງແຜ່ນດິນສະຫວັນ” ລູກທຳອິດທີ່ພະເຍຊູສັນຍາວ່າຈະໃຫ້ລາວແນວໃດ? (ກິດ. 2:14, 22-24, 37, 38; ມັດ. 16:19)
ຖືກປ່ອຍອອກຈາກຄຸກ
1. ໃນຕອນບ່າຍມື້ນຶ່ງເມື່ອພວມເຂົ້າໄປໃນວິຫານ ເກີດຫຍັງຂຶ້ນກັບເປໂຕແລະໂຍຮັນ?
2. ເປໂຕເວົ້າກັບຜູ້ຊາຍທີ່ເປັນເປ້ຍຄົນນຶ່ງວ່າແນວໃດ ແລະເປໂຕໃຫ້ຫຍັງແກ່ຊາຍຄົນນັ້ນຊຶ່ງມີຄ່າຫຼາຍກວ່າເງິນ?
3. ເປັນຫຍັງພວກຫົວໜ້າສາສະໜາຈຶ່ງຂັດເຄືອງ ແລະພວກເຂົາໄດ້ເຮັດຫຍັງກັບເປໂຕແລະໂຍຮັນ?
4. ເປໂຕບອກພວກຫົວໜ້າສາສະໜາວ່າແນວໃດ ແລະພວກອັກຄະສາວົກໄດ້ຮັບຄຳເຕືອນຫຍັງ?
5. ເປັນຫຍັງພວກຫົວໜ້າສາສະໜາຈຶ່ງອິດສາ ແຕ່ວ່າເມື່ອພວກອັກຄະສາວົກຖືກຈັບຂັງຄຸກເປັນເທື່ອທີສອງພັດເກີດຫຍັງຂຶ້ນ?
6. ເມື່ອຖືກນຳຕົວເຂົ້າໄປໃນຫ້ອງປະຊຸມຂອງສານແຊນເຮດດຣິນ ພວກອັກຄະສາວົກຕອບວ່າແນວໃດ?
ຄຳຖາມເສີມ:
1. ອ່ານກິດຈະການ 3:1-10.
ໃນທຸກມື້ນີ້ ເຖິງແມ່ນວ່າເຮົາບໍ່ມີອຳນາດທີ່ຈະເຮັດການອັດສະຈັນ ແຕ່ຖ້ອຍຄຳຂອງເປໂຕທີ່ບັນທຶກໄວ້ໃນກິດຈະການ 3:6 ຊ່ວຍເຮົາໃຫ້ຮູ້ຄຸນຄ່າຂອງຂ່າວສານລາຊະອານາຈັກຄືແນວໃດ? (ໂຍ. 17:3; 2 ໂກ. 5:18-20; ຟີລິບ 3:8)
2. ອ່ານກິດຈະການ 4:1-31.
ເມື່ອເຮົາພົບກັບການຕໍ່ຕ້ານໃນງານຮັບໃຊ້ ເຮົາຄວນຮຽນເອົາແບບຢ່າງຂອງພີ່ນ້ອງຄລິດສະຕຽນໃນສະຕະວັດທຳອິດແນວໃດ? (ກິດ. 4:29, 31; ເອເຟ. 6:18-20; 1 ເທ. 2:2)
3. ອ່ານກິດຈະການ 5:17-42.
ບາງຄົນທີ່ບໍ່ໄດ້ເປັນພະຍານພະເຢໂຫວາທັງໃນອະດີດແລະປັດຈຸບັນໄດ້ສະແດງໃຫ້ເຫັນເຖິງຄວາມມີເຫດຜົນໃນເລື່ອງວຽກງານປະກາດແນວໃດ? (ກິດ. 5:34-39)
ເອຕຽນຖືກເຂົາເອົາຫີນຄວ່າງໃສ່
1. ເອຕຽນແມ່ນໃຜ ແລະພະເຈົ້າຊ່ວຍລາວໃຫ້ເຮັດຫຍັງ?
2. ເອຕຽນເວົ້າຫຍັງຈຶ່ງເຮັດໃຫ້ພວກຫົວໜ້າສາສະໜາຄຽດແຄ້ນຫຼາຍ?
3. ເມື່ອຜູ້ຊາຍເຫຼົ່ານັ້ນລາກເອຕຽນອອກໄປນອກເມືອງ ເຂົາເຈົ້າໄດ້ເຮັດຫຍັງລາວ?
4. ໃນຮູບ ຊາຍຫນຸ່ມທີ່ພວມຢືນຢູ່ທາງຂ້າງກອງເສື້ອແມ່ນໃຜ?
5. ກ່ອນຈະຕາຍ ເອຕຽນອະທິດຖານເຖິງພະເຢໂຫວາວ່າແນວໃດ?
6. ໃນການຮຽນແບບເອຕຽນ ເຮົາຄວນເຮັດແນວໃດເມື່ອບາງຄົນທຳຮ້າຍເຮົາ?
ຄຳຖາມເສີມ:
1. ອ່ານກິດຈະການ 6:8-15.
ເພື່ອພະຍາຍາມໃຫ້ວຽກງານຂອງພະຍານພະເຢໂຫວາຍຸດຕິ ພວກຫົວໜ້າສາສະໜາໃຊ້ວິທີທີ່ມີເລ່ຫຼ່ຽມແນວໃດ? (ກິດ. 6:9, 11, 13)
2. ອ່ານກິດຈະການ 7:1-60.
(ກ) ແມ່ນຫຍັງຊ່ວຍເອຕຽນໃຫ້ສາມາດປົກປ້ອງຂ່າວດີຕໍ່ໜ້າສານແຊນເຮດດຣິນໄດ້ສຳເລັດ ແລະຈາກຕົວຢ່າງຂອງເຂົາເຮົາໄດ້ບົດຮຽນຫຍັງແດ່? (ກິດ. 7:51-53; ໂລມ 15:4; 2 ຕີໂມ. 3:14-17; 1 ເປ. 3:15)
(ຂ) ເຮົາຄວນປູກຝັງທັດສະນະແນວໃດຕໍ່ຜູ້ຕໍ່ຕ້ານວຽກຂອງເຮົາ? (ກິດ. 7:58-60; ມັດ. 5:44; ລຶກາ 23:33, 34)
ຂະນະທີ່ເດີນທາງໄປເມືອງດາມາເຊ
1. ພາຍຫຼັງທີ່ເອຕຽນຖືກຂ້າ ໂຊໂລເຮັດຫຍັງ?
2. ເມື່ອໂຊໂລຢູ່ກາງທາງທີ່ຈະໄປເມືອງດາມາເຊ ມີສິ່ງໜ້າງຶດງໍ້ຫຍັງເກີດຂຶ້ນ?
3. ພະເຍຊູບອກໂຊໂລໃຫ້ເຮັດຫຍັງ?
4. ພະເຍຊູສັ່ງອານາເນຍໃຫ້ເຮັດຫຍັງ ແລະໂຊໂລເຫັນຮຸ່ງໄດ້ອີກໂດຍວິທີໃດ?
5. ໂຊໂລກາຍເປັນທີ່ຮູ້ຈັກໃນຊື່ໃດ ແລະລາວຖືກໃຊ້ແນວໃດ?
ຄຳຖາມເສີມ:
1. ອ່ານກິດຈະການ 8:1-4.
ກະແສແຫ່ງການຂົ່ມເຫງທີ່ຊັດໃສ່ປະຊາຄົມຄລິດສະຕຽນທີ່ຫາກໍ່ຕັ້ງຂຶ້ນໃໝ່ໄດ້ຊ່ວຍໃຫ້ຄວາມເຊື່ອແບບຄລິດສະຕຽນແຜ່ອອກໄປແນວໃດ ແລະໃນສະໄໝຂອງເຮົາມີສິ່ງທີ່ຄ້າຍຄືກັນນັ້ນເກີດຂຶ້ນແນວໃດ? (ກິດ. 8:4; ເອຊາ. 54:17)
2. ອ່ານກິດຈະການ 9:1-20.
ວຽກມອບໝາຍສາມຢ່າງອັນໃດແດ່ທີ່ພະເຍຊູແຈ້ງໃຫ້ຮູ້ວ່າພະອົງຕັ້ງໃຈຈະໃຫ້ໂຊໂລເຮັດ? (ກິດ. 9:15; 13:5; 26:1; 27:24; ໂລມ 11:13)
3. ອ່ານກິດຈະການ 22:6-16.
ເຮົາຈະເປັນຄືອານາເນຍໄດ້ແນວໃດ ແລະເປັນຫຍັງເລື່ອງນີ້ຈຶ່ງສຳຄັນ? (ກິດ. 22:12; 1 ຕີໂມ. 3:7; 1 ເປ. 1:14-16; 2:12)
4. ອ່ານກິດຈະການ 26:8-20.
ການທີ່ໂຊໂລປ່ຽນມາຖືສາສະໜາຄລິດສະຕຽນຊ່ວຍຫນູນໃຈຜູ້ຊຶ່ງມີຄູ່ແຕ່ງດອງທີ່ບໍ່ໄດ້ເຊື່ອພະເຈົ້າໃນທຸກມື້ນີ້ແນວໃດ? (ກິດ. 26:11; 1 ຕີໂມ. 1:14-16; 2 ຕີໂມ. 4:2; 1 ເປ. 3:1-3)
ເປໂຕໄປຢ້ຽມຢາມໂຄເນເລຍ
1. ໃນຮູບນີ້ ຜູ້ຊາຍທີ່ພວມຄູ້ເຂົ່າລົງແມ່ນໃຜ?
2. ທູດສະຫວັນບອກໂຄເນເລຍວ່າແນວໃດ?
3. ເມື່ອເປໂຕຢູ່ເທິງຫຼັງຄາຮາບພຽງເຮືອນຂອງຊີໂມນໃນເມືອງຢົບເປ ພະເຈົ້າໄດ້ໃຫ້ເປໂຕເຫັນຫຍັງ?
4. ເປັນຫຍັງເປໂຕຈຶ່ງບອກໂຄເນເລຍວ່າບໍ່ຄວນຄູ້ເຂົ່າລົງແລະນະມັດສະການລາວ?
5. ເປັນຫຍັງສາວົກຄົນຍິວທີ່ມາກັບເປໂຕຈຶ່ງແປກໃຈ?
6. ເຮົາຄວນຖອດຖອນເອົາບົດຮຽນທີ່ສຳຄັນອັນໃດ ຈາກການທີ່ເປໂຕໄປຫາໂຄເນເລຍ?
ຄຳຖາມເສີມ:
1. ອ່ານກິດຈະການ 10:1-48.
ຖ້ອຍຄຳຂອງເປໂຕທີ່ພົບໃນກິດຈະການ 10:42 ສະແດງໃຫ້ເຫັນຫຍັງກ່ຽວກັບວຽກງານການປະກາດຂ່າວດີເລື່ອງລາຊະອານາຈັກ? (ມັດ. 28:19; ມໂກ. 13:10; ກິດ. 1:8)
2. ອ່ານກິດຈະການ 11:1-18.
ເມື່ອເຫັນໄດ້ຢ່າງຈະແຈ້ງວ່າພະເຢໂຫວາຊີ້ນຳໃນເລື່ອງຄົນຕ່າງຊາດ ເປໂຕສະແດງທັດສະນະແນວໃດ ແລະເຮົາສາມາດຮຽນເອົາແບບຢ່າງຂອງລາວໄດ້ແນວໃດ? (ກິດ. 11:17, 18; 2 ໂກ. 10:5; ເອເຟ. 5:17)
ຕີໂມເຕ—ຜູ້ຊ່ວຍຄົນໃໝ່ຂອງໂປໂລ
1. ຊາຍຫນຸ່ມທີ່ຢູ່ໃນຮູບນີ້ແມ່ນໃຜ ລາວດຳລົງຊີວິດຢູ່ໃສ ແລະແມ່ກັບແມ່ເຖົ້າຂອງລາວຊື່ວ່າຫຍັງ?
2. ຕີໂມເຕຕອບວ່າແນວໃດ ເມື່ອໂປໂລຖາມລາວວ່າພໍໃຈຈະໄປນຳສີລາແລະໂປໂລເພື່ອປະກາດແກ່ຜູ້ຄົນໃນດິນແດນທີ່ຫ່າງໄກຫຼືບໍ່?
3. ມີການເອີ້ນພວກສາວົກຂອງພະເຍຊູວ່າຄລິດສະຕຽນຄັ້ງທຳອິດຢູ່ໃສ?
4. ເມື່ອໂປໂລ ສີລາ ແລະຕີໂມເຕອອກຈາກເມືອງລີສະທາ ເຂົາເຈົ້າໄປຢ້ຽມເມືອງໃດແດ່?
5. ຕີໂມເຕຊ່ວຍໂປໂລແນວໃດ ແລະຄົນຫນຸ່ມສາວໃນທຸກມື້ນີ້ຄວນຖາມຕົວເອງວ່າແນວໃດ?
ຄຳຖາມເສີມ:
1. ອ່ານກິດຈະການ 9:19-30.
ເມື່ອຜະເຊີນໜ້າກັບການຕໍ່ຕ້ານຂ່າວດີ ໂປໂລສະແດງຄວາມຮອບຄອບຄືແນວໃດ? (ກິດ. 9:22-25, 29, 30; ມັດ. 10:16)
2. ອ່ານກິດຈະການ 11:19-26.
ເລື່ອງທີ່ບັນທຶກໄວ້ໃນກິດຈະການ 11:19-21, 26 ສະແດງໃຫ້ເຫັນແນວໃດວ່າພະວິນຍານຂອງພະເຢໂຫວາພວມນຳທາງແລະບອກທາງວຽກງານການປະກາດ?
3. ອ່ານກິດຈະການ 13:13-16, 42-52.
ກິດຈະການ 13:51, 52 ສະແດງໃຫ້ເຫັນແນວໃດວ່າພວກສາວົກບໍ່ໄດ້ຍອມໃຫ້ການຕໍ່ຕ້ານເຮັດໃຫ້ພວກເຂົາທໍ້ໃຈ? (ມັດ. 10:14; ກິດ. 18:6; 1 ເປ. 4:14)
4. ອ່ານກິດຈະການ 14:1-6, 19-28.
ຖ້ອຍຄຳທີ່ວ່າ “ເຂົາໄດ້ຝາກເຂົາໄວ້ແກ່ພະອົງເຈົ້າ” ຊ່ວຍບັນເທົາຄວາມກັງວົນທີ່ມີເກີນເຫດໃນຂະນະທີ່ເຮົາຊ່ວຍຄົນໃໝ່ໆ ໄດ້ແນວໃດ? (ກິດ. 14:21-23; 20:32; ໂຍ. 6:44)
5. ອ່ານກິດຈະການ 16:1-5.
ການທີ່ຕີໂມເຕເຕັມໃຈຮັບສິນຕັດເນັ້ນເຖິງຄວາມສຳຄັນຂອງການເຮັດ “ສັບພະທຸກສິ່ງເພາະເຫັນແກ່ຄຳປະເສີດ” ແນວໃດ? (ກິດ. 16:3; 1 ໂກ. 9:23; 1 ເທ. 2:8)
6. ອ່ານກິດຈະການ 18:1-11, 18-22.
ກິດຈະການ 18:9, 10 ຊີ້ບອກແນວໃດໃນເລື່ອງທີ່ວ່າພະເຍຊູເອງກ່ຽວຂ້ອງໃນການຊີ້ນຳວຽກງານການປະກາດ ແລະເລື່ອງນີ້ໃຫ້ຄວາມໝັ້ນໃຈແກ່ເຮົາແນວໃດໃນທຸກມື້ນີ້? (ມັດ. 28:20)
ເດັກຊາຍຜູ້ຊຶ່ງເຜີຫຼັບໄປ
1. ໃນຮູບ ເດັກຊາຍທີ່ພວມນອນຢູ່ພື້ນແມ່ນໃຜ ແລະເກີດຫຍັງຂຶ້ນກັບລາວ?
2. ເມື່ອເຫັນວ່າເດັກຊາຍນັ້ນຕາຍແລ້ວ ໂປໂລເຮັດຫຍັງ?
3. ໂປໂລ ຕີໂມເຕ ແລະຜູ້ທີ່ເດີນທາງນຳກັນພວມໄປໃສ ແລະເມື່ອແວ່ເມືອງມີເລດເກີດຫຍັງຂຶ້ນ?
4. ຜູ້ທຳນວາຍອາກາບຶໄດ້ເຕືອນໂປໂລວ່າແນວໃດ ແລະເຫດການນັ້ນໄດ້ເກີດຂຶ້ນຕາມຄຳກ່າວຂອງຜູ້ທຳນວາຍແນວໃດ?
ຄຳຖາມເສີມ
1. ອ່ານກິດຈະການ 20:7-38.
(ກ) ດັ່ງຖ້ອຍຄຳຂອງໂປໂລທີ່ບັນທຶກໄວ້ໃນກິດຈະການ 20:26, 27 ເຮົາຈະ “ເສາະໃສຈາກເລືອດແຫ່ງຄົນທັງປວງ” ໄດ້ແນວໃດ? (ເອເຊກ. 33:8; ກິດ. 18:6, 7)
(ຂ) ເປັນຫຍັງເມື່ອທຳການສັ່ງສອນ ບັນດາຜູ້ເຖົ້າຜູ້ແກ່ຈຶ່ງຄວນເປັນຜູ້ທີ່ “ຖືຄຳສັດຊື່ຕາມຄວາມໂອວາດ”? (ກິດ. 20:17, 29, 30; ຕິໂຕ 1:7-9; 2 ຕີໂມ. 1:13)
2. ອ່ານກິດຈະການ 26:24-32.
ໂປໂລໃຊ້ປະໂຫຍດຈາກການເປັນພົນລະເມືອງຂອງຊາດໂລມແນວໃດ ເພື່ອເຮັດວຽກງານການປະກາດທີ່ລາວໄດ້ຮັບມອບໝາຍຈາກພະເຍຊູໃຫ້ສຳເລັດ? (ກິດ. 9:15; 16:37, 38; 25:11, 12; 26:32; ລຶກາ 21:12, 13)
ຂຶ້ນເທິງເກາະເພາະເຮືອແຕກ
1. ເມື່ອເຮືອທີ່ໂປໂລຂຶ້ນຜ່ານມາໃກ້ເກາະກະເລດ ມີຫຍັງເກີດຂຶ້ນ?
2. ໂປໂລບອກຄົນທີ່ຢູ່ໃນເຮືອວ່າແນວໃດ?
3. ເຮືອແຕກເປັນຫຼາຍໆ ຊິ້ນໄດ້ແນວໃດ?
4. ນາຍທະຫານຜູ້ຄຸມສັ່ງວ່າແນວໃດ ແລະມີຈັກຄົນລອດຊີວິດ?
5. ເຂົາເຈົ້າຂຶ້ນໄປເທິງເກາະຫຍັງ ແລະມີຫຍັງເກີດຂຶ້ນກັບໂປໂລເມື່ອດິນຟ້າອາກາດດີຂຶ້ນ?
ຄຳຖາມເສີມ:
1. ອ່ານກິດຈະການ 27:1-44.
ເມື່ອເຮົາອ່ານເລື່ອງການເດີນທາງຂອງໂປໂລໄປເມືອງໂລມ ເຮົາໄດ້ຮັບຄວາມໝັ້ນໃຈຫຼາຍຂຶ້ນແນວໃດໃນເລື່ອງຄວາມຖືກຕ້ອງຂອງບັນທຶກໃນຄຳພີໄບເບິນ? (ກິດ. 27:16-19, 27-32; ລຶກາ 1:3; 2 ຕີໂມ. 3:16, 17)
2. ອ່ານກິດຈະການ 28:1-14.
ຖ້າຊາວມາເລເຕທີ່ເປັນຄົນນອກຮີດໄດ້ຮັບການກະຕຸ້ນໃຫ້ປະຕິບັດຕໍ່ອັກຄະສາວົກໂປໂລແລະຫມູ່ທີ່ປະສົບໄພເຮືອແຕກດ້ວຍ “ການເມດຕາມາກຫຼາຍ” ຄລິດສະຕຽນຄວນໄດ້ຮັບການກະຕຸ້ນໃຫ້ສະແດງຫຍັງ ແລະໂດຍສະເພາະໃນທາງໃດ? (ກິດ. 28:1, 2; ເຫບ. 13:1, 2; 1 ເປ. 4:9)
ໂປໂລໃນນະຄອນໂລມ
1. ຕອນເປັນນັກໂທດໃນເມືອງໂລມ ໂປໂລປະກາດກັບໃຜ?
2. ໃນຮູບນີ້ ຜູ້ທີ່ມາຢ້ຽມຊຶ່ງນັ່ງຢູ່ໂຕ໊ະແມ່ນໃຜ ແລະລາວພວມເຮັດຫຍັງໃຫ້ໂປໂລ?
3. ເອປາໂຟດີດແມ່ນໃຜ ແລະເມື່ອກັບເມືອເມືອງຟີລິບລາວໄດ້ເອົາຫຍັງໄປນຳ?
4. ເປັນຫຍັງໂປໂລຈຶ່ງຂຽນຈົດໝາຍໄປຫາຟີເລໂມນຫມູ່ສະໜິດຂອງລາວ?
5. ເມື່ອໄດ້ຮັບການປ່ອຍຕົວໃຫ້ເປັນອິດສະຫຼະໂປໂລເຮັດຫຍັງ ແລະຕໍ່ມາເກີດຫຍັງຂຶ້ນກັບລາວ?
6. ພະເຢໂຫວາໃຊ້ໃຜໃຫ້ຂຽນພະທຳສີ່ເຫຼັ້ມສຸດທ້າຍຂອງຄຳພີໄບເບິນ ແລະພະທຳຄຳປາກົດບອກເຮົາເຖິງເລື່ອງໃດ?
ຄຳຖາມເສີມ:
1. ອ່ານກິດຈະການ 28:16-31 ແລະຟີລິບ 1:13.
ຕອນທີ່ຢູ່ຄຸກໃນເມືອງໂລມ ໂປໂລໃຊ້ເວລາແນວໃດ ແລະຄວາມເຊື່ອທີ່ບໍ່ສັ່ນຄອນຂອງລາວມີຜົນກະທົບຕໍ່ປະຊາຄົມຄລິດສະຕຽນແນວໃດ? (ກິດ. 28:23, 30; ຟີລິບ 1:14)
2. ອ່ານຟີລິບ 2:19-30.
ໂປໂລໃຊ້ຖ້ອຍຄຳແນວໃດທີ່ສະແດງເຖິງຄວາມຮູ້ຄຸນຄ່າຕໍ່ຕີໂມເຕແລະເອປາໂຟດີດ ແລະເຮົາສາມາດຮຽນເອົາແບບຢ່າງຂອງໂປໂລໄດ້ຢ່າງໃດ? (ຟີລິບ 2:20, 22, 25, 29, 30; 1 ໂກ. 16:18; 1 ເທ. 5:12, 13)
3. ອ່ານຟີເລໂມນ 1-25.
(ກ) ໂປໂລສົ່ງເສີມຟີເລໂມນໃຫ້ເຮັດໃນສິ່ງທີ່ເໝາະສົມໂດຍອາໄສພື້ນຖານຫຍັງ ແລະເລື່ອງນີ້ໃຊ້ເປັນຂໍ້ແນະນຳສຳລັບຜູ້ເຖົ້າຜູ້ແກ່ແນວໃດ? (ຟີເລ. 9; 2 ໂກ. 8:8; ຄລາ. 5:13)
(ຂ) ຖ້ອຍຄຳຂອງໂປໂລຊຶ່ງພົບໃນຟີເລໂມນ 13, 14 ສະແດງໃຫ້ເຫັນແນວໃດວ່າລາວຄຳນຶງເຖິງສະຕິຮູ້ສຶກຜິດຊອບຂອງຄົນອື່ນໃນປະຊາຄົມ? (1 ໂກ. 8:7, 13; 10:31-33)
4. ອ່ານ 2 ຕີໂມເຕ 4:7-9.
ເຊັ່ນດຽວກັບອັກຄະສາວົກໂປໂລ ຖ້າເຮົາຮັກສາຄວາມສັດຊື່ຈົນເຖິງທີ່ສຸດເຮົາສາມາດໝັ້ນໃຈໄດ້ແນວໃດວ່າພະເຢໂຫວາຈະໃຫ້ລາງວັນແກ່ເຮົາ? (ມັດ. 24:13; ເຫບ. 6:10)
ຄວາມຊົ່ວຮ້າຍທັງໝົດສິ້ນສຸດລົງ
1. ເປັນຫຍັງຄຳພີໄບເບິນຈຶ່ງເວົ້າເຖິງມ້າໃນສະຫວັນ?
2. ສົງຄາມທີ່ພະເຈົ້າຈະເຮັດກັບຄົນຊົ່ວທີ່ຢູ່ເທິງແຜ່ນດິນໂລກຊື່ວ່າແນວໃດ ແລະຈຸດປະສົງຂອງສົງຄາມນີ້ຄືຫຍັງ?
3. ຈາກຮູບນີ້ ໃຜຄືຜູ້ນຳໃນການສູ້ຮົບ ເປັນຫຍັງພະອົງຈຶ່ງໃສ່ມົງກຸດ ແລະດາບຂອງພະອົງໝາຍເຖິງຫຍັງ?
4. ເມື່ອກັບໄປເບິ່ງບົດ 10, 15, ແລະ 33 ເຫດໃດເຮົາຈຶ່ງບໍ່ຄວນແປກໃຈທີ່ພະເຈົ້າຈະທຳລາຍຄົນຊົ່ວ?
5. ບົດ 36 ແລະ 76 ສະແດງໃຫ້ເຮົາເຫັນແນວໃດວ່າພະເຈົ້າຈະທຳລາຍຄົນບໍ່ດີເຖິງແມ່ນເຂົາເຈົ້າອ້າງວ່ານະມັດສະການພະອົງ?
ຄຳຖາມເສີມ:
1. ອ່ານຄຳປາກົດ 19:11-16.
(ກ) ພະຄຳພີໃຫ້ຄວາມຈະແຈ້ງຄືແນວໃດວ່າພະເຍຊູຄລິດຄືຜູ້ທີ່ຂີ່ມ້າຂາວ? (ຄຳປ. 1:5; 3:14; 19:11; ເອຊາ. 11:4)
(ຂ) ເລືອດທີ່ພົມຢູ່ເສື້ອຊັ້ນນອກຂອງພະເຍຊູຢືນຢັນແນວໃດວ່າໄຊຊະນະຂອງພະອົງເປັນເລື່ອງທີ່ເດັດຂາດແລະແນ່ນອນ? (ຄຳປ. 14:18-20; 19:13)
(ຄ) ໃຜໜ້າຈະຮ່ວມຢູ່ໃນກອງທັບທີ່ຕິດຕາມພະເຍຊູຜູ້ຂີ່ມ້າຂາວ? (ຄຳປ. 12:7; 19:14; ມັດ. 25:31, 32)
ອຸດທະຍານໃໝ່ເທິງແຜ່ນດິນໂລກ
1. ຄຳພີໄບເບິນບອກວ່າເຮົາຈະຊື່ນຊົມຍິນດີກັບສະພາບການແບບໃດແດ່ໃນແຜ່ນດິນໂລກທີ່ເປັນອຸດທະຍານ?
2. ສຳລັບຜູ້ທີ່ຈະຢູ່ໃນອຸດທະຍານ ຄຳພີໄບເບິນມີຄຳສັນຍາວ່າແນວໃດ?
3. ພະເຍຊູຈະຄອຍດູແລໃຫ້ການປ່ຽນແປງອັນໜ້າພິດສະຫວົງນີ້ເກີດຂຶ້ນຕອນໃດ?
4. ເມື່ອພະເຍຊູຢູ່ເທິງແຜ່ນດິນໂລກ ພະອົງໄດ້ເຮັດຫຍັງຊຶ່ງສະແດງໃຫ້ເຫັນສິ່ງທີ່ພະອົງຈະເຮັດເມື່ອເປັນກະສັດໃນລາຊະອານາຈັກຂອງພະເຈົ້າ?
5. ເມື່ອປົກຄອງຈາກສະຫວັນຢູ່ເໜືອແຜ່ນດິນໂລກ ພະເຍຊູແລະຜູ້ຮ່ວມປົກຄອງທາງພາກສະຫວັນຈະເຮັດໃຫ້ແນ່ໃຈໃນເລື່ອງໃດ?
ຄຳຖາມເສີມ:
1. ອ່ານຄຳປາກົດ 5:9, 10.
ເປັນຫຍັງເຮົາຈຶ່ງແນ່ໃຈໄດ້ວ່າຜູ້ທີ່ປົກຄອງຢູ່ເໜືອແຜ່ນດິນໂລກໃນລະຫວ່າງການປົກຄອງພັນປີຈະເປັນກະສັດແລະປະໂລຫິດທີ່ມີຄວາມເຫັນອົກເຫັນໃຈແລະກະລຸນາ? (ເອເຟ. 4:20-24; 1 ເປ. 1:7; 3:8; 5:6-10)
2. ອ່ານຄຳປາກົດ 14:1-3.
ຄວາມຈິງທີ່ວ່າ ມີການຂຽນຊື່ຂອງພະບິດາແລະຊື່ຂອງລູກແກະໄວ້ທີ່ໜ້າຜາກຂອງຊົນ 144,000 ຄົນນັ້ນມີຄວາມໝາຍວ່າແນວໃດ? (1 ໂກ. 3:23; 2 ຕີໂມ. 2:19; ຄຳປ. 3:12)
ວິທີທີ່ເຮົາຈະມີຊີວິດຢູ່ໄດ້ຕະຫຼອດໄປ
1. ຖ້າເຮົາຢາກມີຊີວິດຕະຫຼອດໄປ ເຮົາຈຳເປັນຕ້ອງຮຽນຮູ້ຫຍັງ?
2. ດັ່ງທີ່ເຫັນໄດ້ຈາກເດັກນ້ອຍຜູ້ຍິງແລະຫມູ່ຂອງລາວໃນຮູບນີ້ ເຮົາສາມາດຮຽນຮູ້ກ່ຽວກັບພະເຢໂຫວາພະເຈົ້າແລະພະເຍຊູໄດ້ແນວໃດ?
3. ມີປຶ້ມໃດອີກທີ່ເຈົ້າເຫັນໃນຮູບນີ້ ແລະເພາະເຫດໃດເຮົາຄວນອ່ານປຶ້ມນີ້ເລື້ອຍໆ?
4. ນອກຈາກຮຽນຮູ້ກ່ຽວກັບພະເຢໂຫວາແລະພະເຍຊູແລ້ວ ມີຫຍັງອີກທີ່ຈຳເປັນເພື່ອຈະໄດ້ຊີວິດຕະຫຼອດໄປ?
5. ຈາກບົດ 69 ເຮົາໄດ້ບົດຮຽນຫຍັງ?
6. ຕົວຢ່າງຂອງເດັກນ້ອຍຊາເມິອນໃນບົດ 55 ສະແດງໃຫ້ເຫັນຫຍັງ?
7. ເຮົາຈະຕິດຕາມຕົວຢ່າງຂອງພະເຍຊູໄດ້ແນວໃດ ແລະຖ້າຈະເຮັດເຊັ່ນນັ້ນ ເຮົາຈະເຮັດຫຍັງໄດ້ໃນອະນາຄົດ?
ຄຳຖາມເສີມ:
1. ອ່ານໂຍຮັນ 17:3.
ພະຄຳພີສະແດງໃຫ້ເຫັນຢ່າງໃດວ່າການຮັບເອົາຄວາມຮູ້ຕໍ່ໆ ໄປກ່ຽວກັບພະເຢໂຫວາພະເຈົ້າແລະພະເຍຊູຄລິດບໍ່ແມ່ນພຽງແຕ່ຈື່ຈຳຂໍ້ຄວາມຈິງຕ່າງໆ ເທົ່ານັ້ນ? (ມັດ. 7:21; ຍໂກ. 2:18-20; 1 ໂຍ. 2:17)
2. ອ່ານຄຳເພງ 145:1-21.
(ກ) ເຮົາມີເຫດຜົນຫຼາຍຢ່າງອັນໃດແດ່ທີ່ຈະສັນລະເສີນພະເຢໂຫວາ? (ເພງ. 145:8-11; ຄຳປ. 4:11)
(ຂ) ພະເຢໂຫວາ “ດີແກ່ຄົນທັງຫຼາຍ” ແນວໃດ ແລະເລື່ອງນີ້ຄວນຊັກຈູງເຮົາໃຫ້ຫຍັບເຂົ້າໃກ້ພະອົງຫຼາຍຂຶ້ນແນວໃດ? (ເພງ. 145:9; ມັດ. 5:43-45)
(ຄ) ຖ້າພະເຢໂຫວາເປັນພະເຈົ້າທີ່ເຮົາຮັກໝົດຫົວໃຈ ເຮົາຈະໄດ້ຮັບການກະຕຸ້ນໃຫ້ເຮັດຫຍັງ? (ເພງ. 119:171, 172, 175; 145:11, 12, 21)