ນ້ຳຖ້ວມໂລກຈົນເຖິງການຊ່ວຍໃຫ້ພົ້ນຈາກປະເທດອີຢີບ
ພາກ 2
ນ້ຳຖ້ວມໂລກຈົນເຖິງການຊ່ວຍໃຫ້ພົ້ນຈາກປະເທດອີຢີບ
ພຽງແຕ່ແປດຄົນເທົ່ານັ້ນທີ່ລອດຕາຍຈາກນ້ຳຖ້ວມໂລກ ແຕ່ໃນເວລາຕໍ່ມາພວກເຂົາກໍ່ທະວີຈຳນວນຂຶ້ນຫຼາຍພັນຄົນ. ຄັນຕໍ່ມາ ຫຼັງຈາກນ້ຳຖ້ວມໂລກ 352 ປີ ອັບລາຫາມມາເກີດ. ເຮົາຮຽນຮູ້ວ່າພະເຈົ້າໄດ້ຮັກສາຄຳສັນຍາຂອງພະອົງໂດຍປະທານໃຫ້ອັບລາຫາມມີບຸດຊາຍມີຊື່ວ່າອີຊາກ. ຄັນແລ້ວ ຈາກລູກຊາຍສອງຄົນຂອງອີຊາກ ພະເຈົ້າໄດ້ເລືອກເອົາຍາໂຄບ.
ຍາໂຄບມີຄອບຄົວໃຫຍ່ຄືມີລູກຊາຍ 12 ຄົນແລະມີລູກຍິງບາງຄົນ. ພວກລູກ 10 ຄົນຂອງຍາໂຄບກຽດຊັງໂຍເຊບແລະໄດ້ຂາຍເຂົາໄປເປັນທາດໃນອີຢີບ. ຕໍ່ມາ ໂຍເຊບໄດ້ເປັນຜູ້ປົກຄອງຄົນສຳຄັນຄົນນຶ່ງໃນອີຢີບ. ເມື່ອເກີດການອຶດຢາກອາຫານຢ່າງໜັກໂຍເຊບໄດ້ທົດລອງເບິ່ງວ່າພວກອ້າຍຂອງຕົນໄດ້ປ່ຽນໃຈແລ້ວຫຼືບໍ່. ໃນທີ່ສຸດ ຄອບຄົວທັງໝົດຂອງຍາໂຄບ ຄືພວກຍິດສະລາເອນໄດ້ຍ້າຍໄປຢູ່ປະເທດອີຢີບ. ເຫດການນີ້ເກີດຂຶ້ນ 290 ປີຫຼັງຈາກອັບລາຫາມເກີດ.
ເປັນເວລາ 215 ປີຕໍ່ໄປພວກຍິດສະລາເອນໄດ້ອາໄສຢູ່ໃນອີຢີບ. ພວກເຂົາໄດ້ກາຍເປັນທາດຢູ່ທີ່ນັ້ນຫຼັງຈາກໂຍເຊບຕາຍໄປແລ້ວ. ເມື່ອເວລາຜ່ານໄປ ໂມເຊກໍ່ໄດ້ເກີດມາ ແລະພະເຈົ້າໄດ້ໃຊ້ເຂົາໃຫ້ຊ່ວຍພວກຍິດສະລາເອນໃຫ້ຫລຸດພົ້ນຈາກອີຢີບ. ປະຫວັດສາດທີ່ມີກ່າວເຖິງໃນພາກສອງນີ້ຮ່ວມເອົາເວລາທັງໝົດ 857 ປີ.