ກະສັດບໍ່ດີປົກຄອງປະເທດອີຢີບ
ບົດ 27
ກະສັດບໍ່ດີປົກຄອງປະເທດອີຢີບ
ຜູ້ຄົນທີ່ນີ້ບັງຄັບປະຊາຊົນໃຫ້ເຮັດວຽກ. ເບິ່ງຊາຍຄົນນຶ່ງພວມໃຊ້ໄມ້ແສ້ຂ້ຽນຄົນງານ! ຄົນງານເຫຼົ່ານີ້ຄືຄອບຄົວຂອງຍາໂຄບ ແລະພວກເຂົາຖືກເອີ້ນວ່າຊົນຍິດສະລາເອນ. ແລະຄົນທີ່ບັງຄັບເຂົາໃຫ້ເຮັດວຽກນັ້ນແມ່ນຊາວອີຢີບ. ຊົນຍິດສະລາເອນໄດ້ກາຍເປັນທາດຂອງຊາວອີຢີບ. ເຫດການນີ້ເກີດຂຶ້ນຢ່າງໃດ?
ຄອບຄົວໃຫຍ່ຂອງຍາໂຄບໄດ້ອາໄສຢູ່ໃນອີຢີບດ້ວຍຄວາມສະຫງົບສຸກເປັນເວລາຫຼາຍປີ. ໂຍເຊບຄົນສຳຄັນທີ່ສຸດໃນອີຢີບຮອງຈາກກະສັດຟາໂລ ໄດ້ເບິ່ງແຍງພວກເຂົາ. ແຕ່ຕໍ່ມາໂຍເຊບຕາຍ. ແລະຟາໂລຄົນໃໝ່ຜູ້ບໍ່ມັກຊົນຍິດສະລາເອນໄດ້ຂຶ້ນຄອບຄອງເປັນກະສັດໃນອີຢີບ.
ດັ່ງນັ້ນຟາໂລບໍ່ດີອົງນີ້ເຮັດໃຫ້ຊົນຍິດສະລາເອນເປັນທາດ. ແລະຕັ້ງພວກຄົນໃຈໂຫດຮ້າຍທາລຸນເປັນຄົນຄວບຄຸມຊົນເຫຼົ່ານີ້. ເຂົາບັງຄັບຊົນຍິດສະລາເອນໃຫ້ເຮັດວຽກຢ່າງໜັກຫຼາຍເພື່ອສ້າງເມືອງໃຫ້ຟາໂລ. ແຕ່ຊົນຍິດສະລາເອນເພີ່ມຈຳນວນຂຶ້ນເລື້ອຍໆ ຕໍ່ມາບໍ່ດົນຊາວອີຢີບຢ້ານຊົນຍິດສະລາເອນຈະທະວີຂຶ້ນຫຼາຍໂພດແລະຈະເຂັ້ມແຂງເກີນໄປ.
ເຈົ້າຮູ້ບໍວ່າຟາໂລເຮັດແນວໃດ? ກະສັດອອກຄຳສັ່ງແກ່ພວກຜູ້ຍິງທີ່ເປັນຜູ້ຊ່ວຍເຫຼືອຊົນຍິດສະລາເອນຜູ້ເປັນແມ່ ເມື່ອເຂົາຄອດລູກນັ້ນວ່າ: ‘ເຈົ້າຕ້ອງຂ້າເດັກຊາຍອ່ອນທຸກຄົນທີ່ຄອດອອກມານັ້ນ.’ ແຕ່ພວກຜູ້ຍິງນີ້ເປັນຄົນດີ ແລະເຂົາບໍ່ຍອມຂ້າເດັກຊາຍອ່ອນເຫຼົ່ານັ້ນ.
ດັ່ງນັ້ນຟາໂລຈຶ່ງໃຫ້ຄຳສັ່ງແກ່ປະຊາຊົນທັງໝົດຂອງຕົນວ່າ: ‘ໃຫ້ເອົາເດັກຊາຍອ່ອນທຸກຄົນຂອງຊົນຍິດສະລາເອນແລະຂ້າເຂົາຖິ້ມ. ໃຫ້ແຕ່ເດັກຜູ້ຍິງເທົ່ານັ້ນມີຊີວິດຢູ່.’ ນັ້ນເປັນຄຳສັ່ງທີ່ຮ້າຍກາດເຫຼືອເກີນແມ່ນບໍ? ໃຫ້ເຮົາຮຽນຮູ້ຕໍ່ໄປວ່າເດັກອ່ອນນ້ອຍຊາຍຄົນນຶ່ງລອດຊີວິດໄດ້ຢ່າງໃດ.