ຂ້າມນ້ຳທະເລແດງ
ບົດ 33
ຂ້າມນ້ຳທະເລແດງ
ຈົ່ງເບິ່ງມີຫຍັງເກີດຂຶ້ນ! ຄົນທີ່ຍື່ນໄມ້ເທົ້າອອກໄປເທິງທະເລແດງນັ້ນຄືໂມເຊ. ຄົນເຫຼົ່ານັ້ນທີ່ຢູ່ກັບເຂົາໂດຍປອດໄພນະຝັ່ງນີ້ຄືຊົນຍິດສະລາເອນ. ແຕ່ສ່ວນຟາໂລແລະກອງທັບຂອງທ່ານພວມຖືກຈົມນ້ຳຕາຍໃນທະເລໝົດທຸກຄົນ. ໃຫ້ເຮົາເບິ່ງວ່າເຫດການນີ້ເປັນໄປຢ່າງໃດ.
ຕາມທີ່ເຮົາໄດ້ຮຽນມາແລ້ວ ຟາໂລສັ່ງໃຫ້ຊົນຍິດສະລາເອນອອກໄປຈາກອີຢີບ ພາຍຫຼັງທີ່ພະເຈົ້ານຳໄພພິບັດທີ 10 ມາເທິງຊາວອີຢີບ. ເມື່ອຊົນຍິດສະລາເອນອອກເດີນທາງມີຜູ້ຊາຍປະມານ 600,000 ຄົນພ້ອມດ້ວຍພວກຜູ້ຍິງແລະເດັກນ້ອຍມາກຫຼາຍ. ນອກຈາກນີ້ ມີຄົນອື່ນໆອີກເປັນຈຳນວນໃຫຍ່ ທີ່ໄດ້ເຂົ້າມາເປັນຜູ້ເຊື່ອຖືໃນພະເຢໂຫວາ ໄດ້ພາກັນອອກໄປພ້ອມກັບຊົນຍິດສະລາເອນ. ເຂົາທັງປວງໄດ້ນຳເອົາຝູງແກະ ຝູງແພະແລະຝູງງົວໄປດ້ວຍ.
ກ່ອນອອກໄປ ຊົນຍິດສະລາເອນໄດ້ຂໍເຄື່ອງນຸ່ງຫົ່ມແລະສິ່ງຂອງຕ່າງໆທີ່ເຮັດດ້ວຍຄຳຫຼືເງິນຈາກຊາວອີຢີບ. ຄົນອີຢີບຢ້ານຫຼາຍ ເພາະເຫດໄພພິບັດສຸດທ້າຍທີ່ມາເທິງພວກເຂົາ. ດັ່ງນັ້ນເຂົາໃຫ້ທຸກຢ່າງຕາມທີ່ພວກຍິດສະລາເອນໄດ້ຂໍ.
ຫຼັງຈາກນັ້ນບໍ່ຫຼາຍມື້ຊົນຍິດສະລາເອນກໍ່ມາເຖິງທະເລແດງ. ພວກເຂົາໄດ້ພັກຢູ່ທີ່ນັ້ນ. ໃນຊ່ວງນັ້ນ ຟາໂລແລະຄົນຂອງເຂົາເລີ່ມຮູ້ສຶກເສຍດາຍທີ່ໄດ້ໄລ່ພວກຍິດສະລາເອນໄປ. ພວກເຂົາກ່າວວ່າ: ‘ເຮົາໄດ້ປ່ອຍໃຫ້ພວກທາດຂອງເຮົາໄປ!’
ດັ່ງນັ້ນຟາໂລປ່ຽນໃຈຂອງຕົນອີກເທື່ອນຶ່ງ. ເຂົາຮີບເຮ່ງຈັດກຽມລົດມ້າແລະກອງທັບຂອງຕົນໃຫ້ພ້ອມ. ແລ້ວເຂົາກໍ່ເລີ່ມໄລ່ຕິດຕາມຊົນຍິດສະລາເອນພ້ອມກັບລົດມ້າພິເສດ 600 ຄັນ ແລະລົດມ້າອື່ນໆທັງໝົດໃນອີຢີບ.
ເມື່ອຊົນຍິດສະລາເອນເຫັນຟາໂລແລະກອງທັບຂອງທ່ານພວມຕິດຕາມພວກເຂົາມາ ເຂົາໄດ້ຢ້ານຫຼາຍທີ່ສຸດ. ເພາະບໍ່ມີທາງທີ່ຈະໜີໄປໄດ້. ທະເລແດງມີຢູ່ດ້ານນຶ່ງ ແລະພວກອີຢີບພວມມາຈາກອີກດ້ານນຶ່ງ. ແຕ່ພະເຢໂຫວາໄດ້ຈັດໃຫ້ມີເມກມາຢູ່ລະຫວ່າງປະຊາຊົນຂອງພະອົງແລະຊາວອີຢີບ. ດັ່ງນັ້ນຊາວອີຢີບບໍ່ສາມາດເຫັນຊົນຍິດສະລາເອນເພື່ອຈະໂຈມຕີເຂົາໄດ້.
ພະເຢໂຫວາໄດ້ສັ່ງໃຫ້ໂມເຊຢຽດໄມ້ເທົ້າຂອງເຂົາອອກໄປເທິງທະເລແດງ. ເມື່ອເຂົາໄດ້ເຮັດຕາມ ພະເຢໂຫວາໄດ້ບັນດານໃຫ້ລົມອັນແຮງກ້າພັດມາຈາກທິດຕະເວັນອອກ ນ້ຳທະເລກໍ່ແຍກອອກຈາກກັນ ແລ້ວນ້ຳຖືກສະກັດກັ້ນເອົາໄວ້ທັງສອງຂ້າງ.
ຄັນແລ້ວຊົນຍິດສະລາເອນກໍ່ເລີ່ມຍ່າງຜ່ານນ້ຳທະເລໄປເທິງດິນແຫ້ງ. ຕ້ອງໃຊ້ເວລາຫຼາຍຊົ່ວໂມງສຳລັບຊົນຍິດສະລາເອນຫຼາຍລ້ານຄົນພ້ອມດ້ວຍສັດທັງຫຼາຍຂອງເຂົາເພື່ອຂ້າມນ້ຳທະເລເຖິງອີກຟາກນຶ່ງຢ່າງປອດໄພ. ໃນທີ່ສຸດພວກອີຢີບສາມາດເຫັນຊົນຍິດສະລາເອນໄດ້ອີກ. ທາດຂອງເຂົາພວມໜີໄປ! ດັ່ງນັ້ນພວກເຂົາຈຶ່ງຮີບເຮ່ງເຂົ້າໄປໃນນ້ຳທະເລໄລ່ຕິດຕາມຊົນຍິດສະລາເອນ.
ເມື່ອເຂົ້າໄປແລ້ວ ພະເຈົ້າກະທຳໃຫ້ກົງລົດຂອງເຂົາຫລຸດອອກຈາກລົດ. ຊາວອີຢີບເກີດຄວາມຢ້ານກົວຫຼາຍແລະເລີ່ມສົ່ງສຽງຮ້ອງວ່າ: ‘ພະເຢໂຫວາພວມຕໍ່ສູ້ພວກເຮົາສຳລັບຊົນຍິດສະລາເອນ. ໃຫ້ເຮົາໜີຈາກທີ່ນີ້!’ ແຕ່ກໍ່ຊ້າເກີນໄປແລ້ວ.
ຕອນນີ້ແຫຼະທີ່ພະເຢໂຫວາສັ່ງໃຫ້ໂມເຊຢຽດໄມ້ເທົ້າອອກໄປເທິງນ້ຳທະເລແດງຕາມທີ່ເຈົ້າເຫັນໃນຮູບ. ແລະເມື່ອໂມເຊໄດ້ເຮັດຕາມ ນ້ຳທີ່ຖືກສະກັດກັ້ນເອົາໄວ້ນັ້ນກໍ່ເລີ່ມໄຫຼກັບມາຖ້ວມພວກອີຢີບແລະລົດລົບຂອງເຂົາ. ກອງທັບທັງໝົດໄດ້ຕິດຕາມຊົນຍິດສະລາເອນເຂົ້າໄປໃນນ້ຳທະເລ. ແລະບໍ່ມີຜູ້ໃດໃນພວກອີຢີບລອດຊີວິດອອກມາໄດ້!
ຜູ້ຄົນທັງໝົດຂອງພະເຈົ້າມີຄວາມດີໃຈຢ່າງຍິ່ງທີ່ໄດ້ລອດຊີວິດ! ພວກຜູ້ຊາຍໄດ້ພາກັນຮ້ອງເພງຂອບຄຸນພະເຢໂຫວາດັ່ງນີ້: ‘ພະເຢໂຫວາມີໄຊຊະນະຢ່າງມີກຽດສູງສຸດ. ພະອົງໄດ້ຖິ້ມມ້າແລະພວກຂີ່ມ້າລົງໃນທະເລ.’ ເອື້ອຍຂອງໂມເຊມີລິອາມໄດ້ຖືຕະພວມຂອງເຂົາ ແລະຍິງທັງປວງຕ່າງກໍ່ຖືຕະພວມຍ່າງຕາມໄປ. ແລະຂະນະທີ່ເຕັ້ນລຳໄປດ້ວຍຄວາມຊື່ນຊົມຍິນດີ ພວກເຂົາໄດ້ພາກັນຮ້ອງເພງຢ່າງດຽວກັນກັບພວກຜູ້ຊາຍໄດ້ຮ້ອງເພງນັ້ນດັ່ງນີ້: ‘ພະເຢໂຫວາມີໄຊຊະນະຢ່າງມີກຽດສູງສຸດ. ພະອົງໄດ້ຖິ້ມມ້າແລະພວກຂີ່ມ້າລົງໃນທະເລ.’
ອຸປະຍົກໜີບົດ 12 ເຖິງ 15.