ຍາໂຄບໄປເມືອງຮາລານ
ບົດ 18
ຍາໂຄບໄປເມືອງຮາລານ
ເຈົ້າຮູ້ບໍວ່າຄົນເຫຼົ່ານີ້ທີ່ຍາໂຄບພວມເວົ້ານຳນັ້ນແມ່ນໃຜ? ຫຼັງຈາກເດີນທາງໄດ້ຫຼາຍມື້ ຍາໂຄບໄດ້ພົບພວກເຂົາທີ່ນ້ຳສ້າງແຫ່ງນຶ່ງ. ພວກເຂົາລ້ຽງຝູງແກະຂອງເຂົາ. ຍາໂຄບຖາມວ່າ: ‘ພວກທ່ານມາຈາກໃສ?’
ເຂົາກ່າວວ່າ: ‘ມາຈາກເມືອງຮາລານ.’
ຍາໂຄບຖາມຕໍ່ໄປວ່າ: ‘ເຈົ້າຮູ້ຈັກລາບານບໍ?’
ພວກເຂົາຕອບວ່າ: ‘ຮູ້ຈັກ ເບິ່ງທີ່ນັ້ນແດ່ຄືລູກສາວຂອງເຂົາຊື່ລາເຊນພວມມາກັບຝູງແກະຂອງເຂົາ.’ ເຈົ້າເຫັນລາເຊນບໍລະ ພວມຍ່າງມາແຕ່ໄກ?
ເມື່ອຍາໂຄບເຫັນລາເຊນກັບຝູງແກະຂອງລາບານລຸງຂອງຕົນ ເຂົາກໍ່ໄປກິ້ງກ້ອນຫີນອອກຈາກນ້ຳສ້າງໃຫ້ແກະດື່ມ. ຄັນແລ້ວຍາໂຄບກໍ່ຈູບລາເຊນແລະບອກໃຫ້ເຂົາຮູ້ວ່າເຂົາເປັນຜູ້ໃດ. ລາເຊນຮູ້ສຶກຕື່ນເຕັ້ນຫຼາຍແລະເຂົາແລ່ນເມືອເຮືອນແລະບອກລາບານພໍ່ຂອງຕົນ.
ລາບານດີໃຈຫຼາຍທີ່ມີຍາໂຄບມາຢູ່ດ້ວຍ. ແລະເມື່ອຍາໂຄບຂໍແຕ່ງດອງກັບລາເຊນ ລາບານຮູ້ສຶກຍິນດີ. ຢ່າງໃດກໍ່ດີ ເຂົາໄດ້ຂໍຮ້ອງໃຫ້ຍາໂຄບເຮັດວຽກໃນທົ່ງນາໃຫ້ເຂົາເຖິງເຈັດປີເພື່ອແລກກັບລາເຊນ. ເພາະຍາໂຄບຮັກລາເຊນຫຼາຍຈຶ່ງຍອມເຮັດຕາມ. ແຕ່ຄັນເຖິງເວລາທີ່ຈະແຕ່ງດອງກັນ ເຈົ້າຮູ້ບໍມີອັນໃດເກີດຂຶ້ນ?
ລາບານຍົກເລອາລູກສາວຄົນໂຕໃຫ້ຍາໂຄບແທນລາເຊນ. ເມື່ອຍາໂຄບຕົກລົງທີ່ຈະເຮັດວຽກໃຫ້ລາບານອີກເຈັດປີ ລາບານກໍ່ຍົກລາເຊນໃຫ້ເປັນເມຍຂອງເຂົາອີກດ້ວຍ. ໃນສະໄໝນັ້ນພະເຈົ້າອະນຸຍາດໃຫ້ຜູ້ຊາຍມີເມຍຫຼາຍກວ່າຄົນນຶ່ງ. ແຕ່ໃນສະໄໝນີ້ ພະຄຳພີເປີດເຜີຍໃຫ້ຮູ້ວ່າ ຜູ້ຊາຍຄວນຈະມີເມຍຄົນດຽວ.