ດີນາຕົກຢູ່ໃນຄວາມຫຍຸ້ງຍາກ
ບົດ 20
ດີນາຕົກຢູ່ໃນຄວາມຫຍຸ້ງຍາກ
ເຈົ້າເຫັນບໍວ່າດີນາພວມໄປຢາມໃຜ? ເຂົາພວມໄປຫາພວກຍິງສາວໄວຮຸ່ນບາງຄົນຊຶ່ງຢູ່ໃນແຜ່ນດິນການາອານ. ຍາໂຄບພໍ່ຂອງເຂົາຈະມີຄວາມຍິນດີໃນເລື່ອງນີ້ບໍ? ເພື່ອຊ່ວຍຕອບຄຳຖາມຂໍ້ນີ້ ຈົ່ງພະຍາຍາມລະນຶກເຖິງສິ່ງທີ່ອັບລາຫາມແລະອີຊາກຄິດນຶກກ່ຽວກັບພວກຜູ້ຍິງຊາວແຜ່ນດິນການາອານ.
ອັບລາຫາມຢາກໃຫ້ອີຊາກລູກຊາຍຂອງລາວເຂົາແຕ່ງດອງກັບຜູ້ສາວຊາວແຜ່ນດິນການາອານບໍ? ບໍ່ ລາວບໍ່ຕ້ອງການເລີຍ. ອີຊາກແລະເລເບກາຢາກໃຫ້ຍາໂຄບລູກຊາຍຂອງຕົນແຕ່ງດອງກັບຜູ້ສາວຊາວແຜ່ນດິນການາອານບໍ? ບໍ່ ເຂົາບໍ່ຢາກໃຫ້ເປັນຢ່າງນັ້ນເລີຍ. ເຈົ້າຮູ້ບໍວ່າເພາະເຫດໃດ?
ເພາະວ່າຜູ້ຄົນເຫຼົ່ານີ້ໃນແຜ່ນດິນການາອານນະມັດສະການພະເຈົ້າປອມ. ພວກເຂົາບໍ່ເປັນຄົນສົມຄວນທີ່ຈະເອົາມາເປັນຜົວແລະເມຍ ແລະເຂົາບໍ່ເປັນຄົນດີທີ່ຄວນຈະຄົບຫາສະມາຄົມເປັນເພື່ອນສະນິດ. ດັ່ງນັ້ນເຮົາສາມາດແນ່ໃຈໄດ້ວ່າຍາໂຄບຈະບໍ່ພໍໃຈທີ່ລູກສາວຂອງຕົນໄປເປັນເພື່ອນກັບພວກຜູ້ສາວຊາວການາອານເຫຼົ່ານີ້.
ຈິງແທ້ ດີນາຕົກເຂົ້າຢູ່ໃນຄວາມຫຍຸ້ງຍາກເດືອດຮ້ອນ. ເຈົ້າເຫັນຜູ້ຊາຍຊາວການາອານໃນຮູບນີ້ບໍຜູ້ທີ່ພວມຈ້ອງຕາເບິ່ງນາງດີນາ? ເຂົາຊື່ຊີເຄມ. ມື້ນຶ່ງຂະນະທີ່ດີນາມາຢາມນັ້ນ ຊີເຄມໄດ້ກຸມດີນາແລະໃຊ້ກຳລັງບັງຄັບນາງໃຫ້ນອນນຳຕົນ. ການເຮັດຢ່າງນີ້ເປັນການຜິດ ເພາະພຽງແຕ່ຜູ້ຊາຍແລະຜູ້ຍິງທີ່ແຕ່ງດອງກັນແລ້ວເທົ່ານັ້ນທີ່ຄວນນອນນຳກັນໄດ້. ສິ່ງບໍ່ດີທີ່ຊີເຄມເຮັດຕໍ່ດີນາໄດ້ນຳໄປສູ່ຄວາມລຳບາກເດືອດຮ້ອນຢ່າງມາກຫຼາຍ.
ເມື່ອພວກອ້າຍຂອງດີນາໄດ້ຍິນກ່ຽວກັບເລື່ອງທີ່ເກີດຂຶ້ນ ພວກເຂົາມີຄວາມໂກດແຄ້ນຫຼາຍ. ຊີເມໂອນແລະເລວີສອງຄົນໃນພວກເຂົາມີຄວາມຄຽດແຄ້ນຢ່າງຮ້າຍແຮງຈົນເຖິງກັບໄດ້ຖືດາບພາກັນເຂົ້າໄປໃນເມືອງແລະຈັບພວກຜູ້ຊາຍໄວ້ທີ່ບໍ່ທັນຮູ້ຕົວ. ເຂົາທັງສອງແລະພວກພີ່ນ້ອງພາກັນຂ້າຊີເຄມແລະຊາຍອື່ນໆທຸກຄົນດ້ວຍ. ຍາໂຄບມີຄວາມຄຽດຫຼາຍເພາະພວກລູກຊາຍຂອງຕົນເຮັດສິ່ງທີ່ຊົ່ວຢ່າງນີ້.
ຄວາມຫຍຸ້ງຍາກເດືອດຮ້ອນທັງໝົດນີ້ເລີ່ມຕົ້ນຂຶ້ນຢ່າງໃດ? ນັ້ນກໍ່ເພາະວ່າດີນາໄດ້ໄປຄົບຫາເປັນເພື່ອນກັບຄົນທີ່ບໍ່ເຊື່ອຟັງກົດໝາຍຂອງພະເຈົ້າ. ເຮົາບໍ່ຄວນປາຖະໜາຈະຄົບຫາເປັນເພື່ອນກັບຄົນແບບນັ້ນ ແມ່ນບໍ?