ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພວກອ້າຍກຽດຊັງໂຍເຊບ

ພວກອ້າຍກຽດຊັງໂຍເຊບ

ບົດ 21

ພວກ​ອ້າຍ​ກຽດ​ຊັງ​ໂຍເຊບ

ຈົ່ງ​ເບິ່ງ​ຊາຍ​ຫນຸ່ມ​ນີ້​ທີ່​ມີ​ໜ້າ​ເສົ້າໃຈ​ແລະ​ໝົດ​ຫວັງ​ຫຼາຍ​ພຽງ​ໃດ. ຜູ້​ນີ້​ຄື​ໂຍເຊບ. ພວກ​ອ້າຍ​ເຂົາ​ຫາ​ກໍ່​ຂາຍ​ໂຍເຊບ​ໃຫ້​ແກ່​ຄົນ​ເຫຼົ່າ​ນີ້​ທີ່​ພວມ​ເດີນ​ທາງ​ຈະ​ໄປ​ອີຢີບ. ໂຍເຊບ​ຈະ​ຕ້ອງ​ຕົກ​ເປັນ​ທາດ. ເປັນ​ຫຍັງ​ພວກ​ອ້າຍ​ຕ່າງ​ແມ່​ຈຶ່ງ​ໄດ້​ເຮັດ​ສິ່ງ​ຊົ່ວ​ເຊັ່ນ​ນີ້? ກໍ່​ເພາະ​ພວກ​ເຂົາ​ອິດສາ​ໂຍເຊບ.

ຍາໂຄບ​ພໍ່​ຂອງ​ພວກ​ເຂົາ​ຮັກ​ແພງ​ໂຍເຊບ​ຫຼາຍ​ອີ່ຫຼີ. ພໍ່​ສະແດງ​ຄວາມ​ຮັກ​ແພງ​ຕໍ່​ໂຍເຊບ​ຫຼາຍ​ເຖິງ​ກັບ​ຈັດ​ໃຫ້​ຫຍິບ​ເສື້ອ​ຄຸມ​ຍາວ​ຕົວ​ງາມ​ໃຫ້​ແກ່​ເຂົາ. ເມື່ອ​ພວກ​ອ້າຍ​ສິບ​ຄົນ​ເຫັນ​ວ່າ​ຍາໂຄບ​ຮັກ​ໂຍເຊບ​ຫຼາຍ​ປານ​ນັ້ນ ເຂົາ​ກໍ່​ເລີ່ມ​ອິດສາ​ແລະ​ກຽດ​ຊັງ​ໂຍເຊບ. ແຕ່​ກໍ່​ມີ​ສາຍ​ເຫດ​ອີກ​ຢ່າງ​ນຶ່ງ​ທີ່​ເຮັດ​ໃຫ້​ເຂົາ​ກຽດ​ຊັງ​ໂຍເຊບ.

ໂຍເຊບ​ໄດ້​ນອນ​ຫຼັບ​ຝັນ​ສອງ​ເທື່ອ. ໃນ​ຄວາມ​ຝັນ​ທັງ​ສອງ​ເທື່ອ​ຂອງ​ໂຍເຊບ​ພວກ​ອ້າຍ​ໄດ້​ກົ້ມ​ຕົວ​ລົງ​ໄຫວ້​ເຂົາ. ເມື່ອ​ໂຍເຊບ​ເລົ່າ​ໃຫ້​ພວກ​ອ້າຍ​ຟັງ​ເຖິງ​ຄວາມ​ຝັນ​ເຫຼົ່າ​ນີ້ ເຂົາ​ກໍ່​ຍິ່ງ​ກຽດ​ຊັງ​ໂຍເຊບ​ຫຼາຍ​ຂຶ້ນ.

ມື້​ນຶ່ງ​ເມື່ອ​ພວກ​ອ້າຍ​ຂອງ​ໂຍເຊບ​ພວມ​ລ້ຽງ​ຝູງ​ແກະ​ຂອງ​ພໍ່​ຢູ່ ຍາໂຄບ​ໄດ້​ຂໍ​ໃຫ້​ໂຍເຊບ​ໄປ​ເບິ່ງ​ວ່າ​ພວກ​ອ້າຍ​ຂອງ​ເຂົາ​ເປັນ​ຢ່າງ​ໃດ. ເມື່ອ​ພວກ​ອ້າຍ​ຂອງ​ໂຍເຊບ​ແລ​ເຫັນ​ເຂົາ​ພວມ​ຍ່າງ​ມາ ບາງ​ຄົນ​ບອກ​ວ່າ: ‘ໃຫ້​ເຮົາ​ຂ້າ​ມັນ​ເສຍ!’ ແຕ່​ອ້າຍ​ກົກ​ຊື່​ລູເບນ​ບອກ​ວ່າ: ‘ບໍ່ ຢ່າ​ເຮັດ​ຢ່າງ​ນັ້ນ!’ ແທນ​ທີ່​ຈະ​ຂ້າ ເຂົາ​ຄວ້າ​ໂຍເຊບ​ແລະ​ໂຍນ​ຖິ້ມ​ລົງ​ໃນ​ບໍ່​ນ້ຳ​ແຫ້ງ. ແລ້ວ​ເຂົາ​ກໍ່​ພາ​ກັນ​ນັ່ງ​ລົງ​ເພື່ອ​ຕົກ​ລົງ​ກັນ​ວ່າ​ຈະ​ເຮັດ​ຢ່າງ​ໃດ​ກັບ​ເຂົາ.

ປະມານ​ເວລາ​ນີ້​ພໍ​ດີ​ຄົນ​ຊາດ​ຍິດມາເອນ​ກໍ່​ກາຍ​ມາ​ທາງ​ນັ້ນ. ຢູດາ​ກ່າວ​ແກ່​ພວກ​ອ້າຍ​ຕ່າງ​ແມ່​ວ່າ: ‘ໃຫ້​ເຮົາ​ຂາຍ​ນ້ອງ​ໃຫ້​ພວກ​ຍິດມາເອນ​ນີ້​ເຖີດ.’ ແລະ​ພວກ​ເຂົາ​ຈຶ່ງ​ໄດ້​ເຮັດ​ເຊັ່ນ​ນັ້ນ. ເຂົາ​ຂາຍ​ໂຍເຊບ​ເປັນ​ເງິນ 20 ແຜ່ນ. ນັ້ນ​ຊ່າງ​ເປັນ​ການ​ກະທຳ​ທີ່​ໜ້າ​ໂຫດ​ຮ້າຍ​ແລະ​ໄຮ້​ຄວາມ​ເມດຕາ​ອີ່ຫຼີ!

ພວກ​ອ້າຍ​ຈະ​ບອກ​ພໍ່​ຂອງ​ຕົນ​ວ່າ​ຢ່າງ​ໃດ? ເຂົາ​ຂ້າ​ແບ້​ຫຼື​ແພະ​ເຖິກ​ຕົວ​ນຶ່ງ​ແລະ​ເອົາ​ເສື້ອ​ຄຸມ​ຍາວ​ງາມ​ຂອງ​ໂຍເຊບ​ຈຸ່ມ​ແລ້ວ​ຈຸ່ມ​ອີກ​ລົງ​ໄປ​ໃນ​ເລືອດ​ແພະ. ຄັນ​ແລ້ວ​ເຂົາ​ກໍ່​ເອົາ​ເສື້ອ​ຄຸມ​ນັ້ນ​ກັບ​ບ້ານ​ໄປ​ໃຫ້​ຍາໂຄບ​ພໍ່​ຂອງ​ເຂົາ​ແລະ​ບອກ​ວ່າ: ‘ເຮົາ​ພົບ​ເສື້ອ​ຕົວ​ນີ້ ຂໍ​ພໍ່​ເບິ່ງ​ວ່າ​ແມ່ນ​ເສື້ອ​ຂອງ​ໂຍເຊບ​ຫຼື​ບໍ?’

ຍາໂຄບ​ກວດ​ເບິ່ງ​ເສື້ອ​ນັ້ນ​ແລ້ວ​ກໍ່​ເຫັນ​ວ່າ​ແມ່ນ. ເຂົາ​ຈຶ່ງ​ສົ່ງ​ສຽງ​ຮ້ອງ​ຂຶ້ນ​ວ່າ: ‘ສັດ​ຮ້າຍ​ຄົງ​ໄດ້​ຂ້າ​ໂຍເຊບ​ແນ່.’ ແລະ​ນັ້ນ​ຄື​ສິ່ງ​ທີ່​ພວກ​ອ້າຍ​ຂອງ​ໂຍເຊບ​ຢາກ​ໃຫ້​ພໍ່​ຄິດ​ເຊັ່ນ​ນັ້ນ. ຍາໂຄບ​ເສົ້າ​ເສຍໃຈ​ຫຼາຍ​ແທ້ໆ. ເຂົາ​ຮ້ອງໄຫ້​ຢູ່​ຫຼາຍ​ມື້. ແຕ່​ໂຍເຊບ​ບໍ່​ໄດ້​ຕາຍ​ດອກ. ໃຫ້​ເຮົາ​ເບິ່ງ​ຕໍ່​ໄປ​ວ່າ ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ເຂົາ​ໃນ​ທີ່​ຊຶ່ງ​ເຂົາ​ຖືກ​ພາ​ຕົວ​ໄປ.

ຕົ້ນເດິມ 37:​1-35.