ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພະເຈົ້າທົດລອງຄວາມເຊື່ອຂອງອັບລາຫາມ

ພະເຈົ້າທົດລອງຄວາມເຊື່ອຂອງອັບລາຫາມ

ບົດ 14

ພະເຈົ້າ​ທົດລອງ​ຄວາມ​ເຊື່ອ​ຂອງ​ອັບລາຫາມ

ເຈົ້າ​ເຫັນ​ບໍ​ວ່າ​ອັບລາຫາມ​ພວມ​ເຮັດ​ຫຍັງ​ຢູ່​ທີ່​ນີ້? ເຂົາ​ມີ​ມີດ​ດວງ​ນຶ່ງ ແລະ​ເບິ່ງ​ຄື​ວ່າ​ເຂົາ​ພວມ​ຈະ​ຂ້າ​ລູກ​ຊາຍ​ຂອງ​ເຂົາ. ເປັນ​ຫຍັງ​ເຂົາ​ຈຶ່ງ​ຈະ​ເຮັດ​ເຊັ່ນ​ນັ້ນ? ກ່ອນ​ອື່ນ ໃຫ້​ເຮົາ​ພິຈາລະນາ​ເບິ່ງ​ວ່າ​ອັບລາຫາມ​ແລະ​ຊາລາ​ໄດ້​ລູກ​ຊາຍ​ໂດຍ​ວິທີ​ໃດ?

ຢ່າ​ລືມ ພະເຈົ້າ​ໄດ້​ສັນຍາ​ວ່າ​ພວກ​ເຂົາ​ຈະ​ມີ​ລູກ​ຊາຍ. ແຕ່​ເລື່ອງ​ນັ້ນ​ເບິ່ງ​ຄື​ວ່າ​ເປັນ​ໄປ​ບໍ່​ໄດ້ ເພາະ​ອັບລາຫາມ​ແລະ​ຊາລາ​ກໍ່​ເຖົ້າ​ຫຼາຍ​ແລ້ວ. ຢ່າງ​ໃດ​ກໍ່​ດີ ອັບລາຫາມ​ເຊື່ອ​ວ່າ​ພະເຈົ້າ​ສາມາດ​ກະທຳ​ໄດ້​ແມ່ນ​ເບິ່ງ​ຄື​ວ່າ​ເປັນ​ສິ່ງ​ທີ່​ເປັນ​ໄປ​ບໍ່​ໄດ້. ດັ່ງ​ນັ້ນ​ມີ​ອັນ​ໃດ​ເກີດ​ຂຶ້ນ?

ປີ​ນຶ່ງ​ຜ່ານ​ໄປ​ຫຼັງ​ຈາກ​ພະເຈົ້າ​ໄດ້​ສັນຍາ. ຄັນ​ອັບລາຫາມ​ອາຍຸ​ໄດ້ 100 ປີ​ແລະ​ຊາລາ​ອາຍຸ​ໄດ້ 90 ປີ​ພວກ​ເຂົາ​ໄດ້​ລູກ​ຊາຍ​ຊື່​ວ່າ​ອີຊາກ. ພະເຈົ້າ​ໄດ້​ຮັກສາ​ຄຳ​ສັນຍາ​ຂອງ​ພະອົງ!

ແຕ່​ເມື່ອ​ອີຊາກ​ໂຕ​ຂຶ້ນ ພະ​ເຢໂຫວາ​ໄດ້​ທົດລອງ​ເບິ່ງ​ຄວາມ​ເຊື່ອ​ຂອງ​ອັບລາຫາມ. ພະອົງ​ເອີ້ນ ‘ອັບລາຫາມ!’ ແລະ​ອັບລາຫາມ​ຂານ​ຕອບ​ວ່າ: ‘ຂ້າພະເຈົ້າ​ຢູ່​ທີ່​ນີ້!’ ແລ້ວ​ພະເຈົ້າ​ກ່າວ​ວ່າ: ‘ຈົ່ງ​ພາ​ອີຊາກ​ລູກ​ຊາຍ​ຄົນ​ດຽວ​ຂອງ​ເຈົ້າ​ໄປ​ເທິງ​ພູເຂົາ​ແຫ່ງ​ນຶ່ງ​ທີ່​ເຮົາ​ຈະ​ຊີ້​ໃຫ້​ເຈົ້າ. ຈົ່ງ​ຂ້າ​ລູກ​ຊາຍ​ຂອງ​ເຈົ້າ​ແລະ​ຖວາຍ​ເປັນ​ເຄື່ອງ​ບູຊາ​ເຜົາ​ທີ່​ນັ້ນ.’

ຄຳ​ຕັດ​ເຫຼົ່າ​ນັ້ນ​ເຮັດ​ໃຫ້​ອັບລາຫາມ​ເສົ້າໃຈ​ເຖິງ​ຂະໜາດ​ໃດ ເພາະ​ວ່າ​ອັບລາຫາມ​ກໍ່​ຮັກ​ລູກ​ຊາຍ​ຫຼາຍ​ທີ່​ສຸດ. ແລະ​ຈົ່ງ​ຈື່​ໄວ້​ວ່າ ພະເຈົ້າ​ໄດ້​ສັນຍາ​ທີ່​ວ່າ​ລູກ​ຫຼານ​ຂອງ​ອັບລາຫາມ​ຈະ​ໄດ້​ທີ່​ຢູ່​ອາໄສ​ໃນ​ແຜ່ນດິນ​ການາອານ. ແຕ່​ການ​ນັ້ນ​ຈະ​ເປັນ​ໄດ້​ຢ່າງ​ໃດ​ຫາກ​ວ່າ​ອີຊາກ​ຕາຍ? ອັບລາຫາມ​ບໍ່​ເຂົ້າ​ໃຈ ແຕ່​ທ່ານ​ກໍ່​ຍັງ​ເຊື່ອ​ຟັງ​ພະເຈົ້າ.

ເມື່ອ​ເຂົາ​ໄປ​ເຖິງ​ພູເຂົາ​ແລ້ວ ອັບລາຫາມ​ຜູກ​ມັດ​ອີຊາກ​ແລະ​ວາງ​ເຂົາ​ໄວ້​ເທິງ​ແທ່ນ​ບູຊາ​ທີ່​ເຂົາ​ໄດ້​ກໍ່​ໄວ້​ນັ້ນ. ແລ້ວ​ຈັບ​ເອົາ​ມີດ​ອອກ​ມາ​ຈະ​ຂ້າ​ລູກ​ຂອງ​ຕົນ. ພໍ​ດີ​ໃນ​ຂະນະ​ນັ້ນ​ເອງ​ທູດ​ສະຫວັນ​ຂອງ​ພະເຈົ້າ​ເອີ້ນ​ວ່າ: ‘ອັບລາຫາມ ອັບລາຫາມ!’ ແລະ​ອັບລາຫາມ​ຂານ​ຕອບ​ວ່າ: ‘ຂ້າພະເຈົ້າ​ຢູ່​ທີ່​ນີ້!’

ພະເຈົ້າ​ກ່າວ​ວ່າ: ‘ຢ່າ​ເຮັດ​ອັນຕະລາຍ​ຕໍ່​ລູກ​ຊາຍ​ຫຼື​ຢ່າ​ເຮັດ​ອັນ​ນຶ່ງ​ອັນ​ໃດ​ແກ່​ເຂົາ​ເລີຍ. ບັດ​ນີ້​ເຮົາ​ຮູ້​ແລ້ວ​ວ່າ​ເຈົ້າ​ມີ​ຄວາມ​ເຊື່ອ​ໃນ​ເຮົາ ເພາະ​ວ່າ​ເຈົ້າ​ບໍ່​ໄດ້​ຫວງ​ລູກ​ຊາຍ​ຂອງ​ເຈົ້າ ລູກ​ຊາຍ​ຄົນ​ດຽວ​ຂອງ​ເຈົ້າ​ໄວ້​ຈາກ​ເຮົາ.’

ອັບລາຫາມ​ມີ​ຄວາມ​ເຊື່ອ​ໃນ​ພະເຈົ້າ​ຢ່າງ​ໃຫຍ່​ຫຼວງ. ເຂົາ​ເຊື່ອ​ວ່າ​ບໍ່​ມີ​ສິ່ງ​ໃດ​ເປັນ​ໄປ​ບໍ່​ໄດ້​ສຳລັບ​ພະ​ເຢໂຫວາ ແລະ​ເຊື່ອ​ວ່າ​ພະ​ເຢໂຫວາ​ສາມາດ​ເຖິງ​ກັບ​ປຸກ​ອີຊາກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ໄດ້. ແຕ່​ວ່າ​ບໍ່​ແມ່ນ​ນ້ຳ​ພະໄທ​ແທ້ໆຂອງ​ພະເຈົ້າ​ທີ່​ຈະ​ໃຫ້​ອັບລາຫາມ​ຂ້າ​ອີຊາກ. ດັ່ງ​ນັ້ນ​ພະເຈົ້າ​ໄດ້​ບັນດານ​ໃຫ້​ມີ​ແກະ​ຕົວ​ນຶ່ງ​ຖືກ​ກ່ຽວ​ຕິດ​ກັບ​ພຸ່ມ​ໄມ້​ໃກ້ໆນັ້ນ ແລະ​ພະອົງ​ບອກ​ອັບລາຫາມ​ໃຫ້​ເອົາ​ແກະ​ນັ້ນ​ມາ​ຖວາຍ​ເປັນ​ເຄື່ອງ​ບູຊາ​ແທນ​ລູກ​ຂອງ​ເຂົາ.

ຕົ້ນເດິມ 21:​1-7; 22:​1-18.