ພຸ່ມໄມ້ທີ່ມີໄຟລຸກ
ບົດ 30
ພຸ່ມໄມ້ທີ່ມີໄຟລຸກ
ໂມເຊເດີນທາງໄປໄກຈົນມາເຖິງພູເຂົາໂຫເຣບເພື່ອຫາຫຍ້າໃຫ້ຝູງແກະຂອງເຂົາ. ນະທີ່ນີ້ເຂົາເຫັນພຸ່ມໄມ້ມີໄຟລຸກຮຸ່ງຢູ່ ແຕ່ບໍ່ໄດ້ໄໝ້ເສຍ!
ໂມເຊຄິດວ່າ: ‘ແປກອີ່ຫຼີ’ ‘ເຮົາຈະເຂົ້າໄປເບິ່ງໃກ້ໆ.’ ເມື່ອເຂົາເຂົ້າໄປໃກ້ກໍ່ມີສຽງອອກມາຈາກພຸ່ມໄມ້ນັ້ນວ່າ: ‘ຢ່າເຂົ້າມາໃກ້ກວ່ານີ້ອີກ. ຈົ່ງຖອດເກີບຂອງເຈົ້າອອກ ເພາະວ່າທີ່ຊຶ່ງເຈົ້າຢືນຢູ່ນັ້ນບໍລິສຸດ.’ ພະເຈົ້າເປັນຜູ້ຕັດໂດຍທາງທູດສະຫວັນ ດັ່ງນັ້ນໂມເຊຈຶ່ງຄຸມໜ້າເສຍ.
ແລ້ວພະເຈົ້າກ່າວວ່າ: ‘ເຮົາໄດ້ເຫັນຄວາມທຸກທໍລະມານຂອງຜູ້ຄົນຂອງເຮົາໃນອີຢີບ. ດ້ວຍເຫດນີ້ເຮົາຈະປ່ອຍເຂົາໃຫ້ເປັນອິດສະຫຼະ ແລະເຈົ້າເປັນຜູ້ທີ່ເຮົາຈະສົ່ງໄປນຳຜູ້ຄົນຂອງເຮົາອອກຈາກອີຢີບ.’ ພະເຢໂຫວາຈະນຳເອົາຜູ້ຄົນຂອງພະອົງໄປຍັງການາອານແຜ່ນດິນອັນສວຍງາມ.
ແຕ່ໂມເຊກ່າວວ່າ: ‘ຂ້າພະເຈົ້າເປັນຜູ້ໃດ. ຂ້າພະເຈົ້າຈະເຮັດເຊັ່ນນີ້ໄດ້ຢ່າງໃດ? ແຕ່ຖ້າຂ້າພະເຈົ້າໄປ ຊົນຊາດຍິດສະລາເອນຈະກ່າວແກ່ຂ້າພະເຈົ້າວ່າ: “ໃຜສົ່ງເຈົ້າມາ?” ແລ້ວຂ້າພະເຈົ້າຈະກ່າວຢ່າງໃດ?’
ພະເຈົ້າຕອບວ່າ: ‘ນີ້ຄືສິ່ງທີ່ເຈົ້າຈະກ່າວ’ “‘ພະເຢໂຫວາ ພະເຈົ້າຂອງອັບລາຫາມ ພະເຈົ້າຂອງອີຊາກ ແລະພະເຈົ້າຂອງຍາໂຄບໄດ້ສົ່ງເຮົາມາຫາທ່ານ.’” ແລະພະເຢໂຫວາກ່າວເພີ່ມ: ‘ນີ້ຄືນາມຊື່ຂອງເຮົາຕະຫຼອດໄປເປັນນິດ.’
ໂມເຊທູນຕອບວ່າ: ‘ຖ້າຂ້າພະເຈົ້າບອກວ່າພະອົງໃຊ້ຂ້າພະເຈົ້າມາ ແຕ່ຖ້າພວກເຂົາບໍ່ເຊື່ອລະ.’
ພະເຈົ້າຖາມວ່າ: ‘ມີຫຍັງຢູ່ໃນມືຂອງເຈົ້າ?’
ໂມເຊທູນຕອບວ່າ: ‘ໄມ້ເທົ້າ.’
ພະເຈົ້າກ່າວວ່າ: ‘ຈົ່ງໂຍນໄມ້ເທົ້າລົງທີ່ດິນເຖີດ’ ແລະເມື່ອໂມເຊໂຍນລົງ ໄມ້ເທົ້ານັ້ນກາຍເປັນງູ. ຄັນແລ້ວພະເຢໂຫວາສະແດງໃຫ້ໂມເຊເຫັນການອັດສະຈັນອີກຢ່າງນຶ່ງ. ພະອົງກ່າວວ່າ: ‘ຈົ່ງເອົາມືຂອງເຈົ້າສອດເຂົ້າໄປໃນເສື້ອຂອງເຈົ້າ,’ ໂມເຊກໍ່ໄດ້ເຮັດຕາມ ແລະເມື່ອຊັກເອົາມືອອກ ມືນັ້ນຂາວຄືກັບຫິມະ! ມືນັ້ນເບິ່ງຄືກັບວ່າມີພະຍາດອັນຮ້າຍແຮງທີ່ຮຽກກັນວ່າຂີ້ທູດ. ຕໍ່ໄປພະເຢໂຫວາປະທານອຳນາດໃຫ້ໂມເຊທີ່ຈະເຮັດການອັດສະຈັນອັນທີສາມ. ໃນທີ່ສຸດພະອົງກ່າວວ່າ: ‘ເມື່ອເຈົ້າຈະເຮັດການອັດສະຈັນເຫຼົ່ານີ້ຊົນຊາດຍິດສະລາເອນຈະເຊື່ອວ່າເຮົາໄດ້ໃຊ້ເຈົ້າມາ.’
ຫຼັງຈາກນັ້ນໂມເຊໄດ້ກັບບ້ານແລະບອກເຢດໂລວ່າ: ‘ຂໍໃຫ້ຂ້າພະເຈົ້າກັບໄປຫາຍາດພີ່ນ້ອງໃນອີຢີບ ເພື່ອຈະໄດ້ຮູ້ວ່າພວກເຂົາເປັນຢ່າງໃດ.’ ດັ່ງນັ້ນເຢດໂລກໍ່ອຳລາຕໍ່ໂມເຊ ແລະໂມເຊເລີ່ມເດີນທາງກັບໄປອີຢີບ.