ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ມະນຸດສ້າງຫໍສູງຂະໜາດໃຫຍ່

ມະນຸດສ້າງຫໍສູງຂະໜາດໃຫຍ່

ບົດ 12

ມະນຸດ​ສ້າງ​ຫໍ​ສູງ​ຂະໜາດ​ໃຫຍ່

ຫຼາຍ​ປີ​ຜ່ານ​ໄປ. ລູກ​ຊາຍ​ຂອງ​ໂນເອ​ມີ​ລູກ​ຫຼານ​ມາກ​ຫຼາຍ. ແລະ​ລູກ​ຫຼານ​ຂອງ​ເຂົາ​ເຕີບໂຕ​ຂຶ້ນ​ແລະ​ມີ​ລູກ​ຫຼານ​ຫຼາຍ​ຂຶ້ນ​ອີກ. ບໍ່​ຊ້າ​ບໍ່​ນານ​ມີ​ຜູ້​ຄົນ​ຫຼວງ​ຫຼາຍ​ເທິງ​ແຜ່ນດິນ​ໂລກ.

ມີ​ຜູ້​ນຶ່ງ​ໃນ​ຄົນ​ເຫຼົ່າ​ນີ້​ຊຶ່ງ​ເປັນ​ເຫຼນ​ຂອງ​ໂນເອ​ມີ​ຊື່​ວ່າ​ເນມໂຣດ. ເຂົາ​ເປັນ​ຄົນ​ບໍ່​ດີ ເປັນ​ຜູ້​ລ່າ​ສັດ​ແລະ​ຂ້າ​ທັງ​ສັດ​ແລະ​ມະນຸດ​ດ້ວຍ. ເນມໂຣດ​ຕັ້ງ​ຕົນ​ເອງ​ເປັນ​ກະສັດ​ປົກຄອງ​ເໜືອ​ຄົນ​ອື່ນ​ດ້ວຍ. ພະເຈົ້າ​ບໍ່​ພໍ​ໃຈ​ໃນ​ເນມໂຣດ.

ຜູ້​ຄົນ​ທັງ​ປວງ​ໃນ​ສະໄໝ​ນັ້ນ​ເວົ້າ​ພາສາ​ດຽວ​ກັນ. ເນມໂຣດ​ຕ້ອງການ​ໃຫ້​ເຂົາ​ທັງ​ຫຼາຍ​ຢູ່​ຮ່ວມ​ກັນ​ເພື່ອ​ຕົນ​ຈະ​ປົກຄອງ​ເຂົາ​ໄດ້. ເຈົ້າ​ຮູ້​ບໍ​ວ່າ​ເຂົາ​ໄດ້​ເຮັດ​ອັນ​ໃດ? ເຂົາ​ບອກ​ໃຫ້​ຜູ້​ຄົນ​ກໍ່​ສ້າງ​ເມືອງ​ນຶ່ງ​ຂຶ້ນ​ແລະ​ສ້າງ​ຫໍ​ສູງ​ໃຫຍ່​ໃນ​ເມືອງ​ນັ້ນ. ຈົ່ງ​ເບິ່ງ​ໃນ​ຮູບ​ນີ້ ເຂົາ​ພວມ​ປັ້ນ​ດິນ​ຈີ່​ຢູ່.

ພະ​ເຢໂຫວາ​ພະເຈົ້າ​ບໍ່​ຍິນດີ​ກັບ​ການ​ກໍ່​ສ້າງ​ນີ້. ພະເຈົ້າ​ປະສົງ​ໃຫ້​ຜູ້​ຄົນ​ຍ້າຍ​ອອກ​ໄປ​ອາໄສ​ຕະຫຼອດ​ທົ່ວ​ແຜ່ນດິນ​ໂລກ. ແຕ່​ຜູ້​ຄົນ​ພາ​ກັນ​ເວົ້າ​ວ່າ: ‘ມາ​ເຖີດ! ໃຫ້​ເຮົາ​ພາ​ກັນ​ສ້າງ​ເມືອງ​ນຶ່ງ​ຂຶ້ນ​ແລະ​ກໍ່​ຫໍ​ສູງ​ໃຫ້​ມີ​ຍອດ​ຮອດ​ຟ້າ​ສະຫວັນ. ແລ້ວ​ເຮົາ​ຈະ​ມີ​ຊື່ສຽງ​ໄວ້!’ ຜູ້​ຄົນ​ທັງ​ຫຼາຍ​ຢາກ​ໄດ້​ກຽດຕິຍົດ​ສຳລັບ​ຕົນ​ເອງ ບໍ່​ຢາກ​ໃຫ້​ກຽດຕິຍົດ​ແກ່​ພະເຈົ້າ.

ດັ່ງ​ນັ້ນ ພະເຈົ້າ​ຈຶ່ງ​ກະທຳ​ໃຫ້​ຜູ້​ຄົນ​ຢຸດ​ຈາກ​ການ​ກໍ່​ສ້າງ​ຫໍ​ນັ້ນ. ເຈົ້າ​ຮູ້​ບໍ​ວ່າ​ພະເຈົ້າ​ໄດ້​ກະທຳ​ເຊັ່ນ​ນັ້ນ​ໂດຍ​ວິທີ​ໃດ? ໂດຍ​ບັນດານ​ໃຫ້​ປະຊາຊົນ​ເວົ້າ​ພາສາ​ແຕກຕ່າງ​ກັນ​ຢ່າງ​ກະທັນຫັນ ແທນ​ທີ່​ຈະ​ເວົ້າ​ກັນ​ເປັນ​ພາສາ​ດຽວ​ເທົ່າ​ນັ້ນ. ພວກ​ທີ່​ເຮັດ​ການ​ກໍ່​ສ້າງ​ຈຶ່ງ​ບໍ່​ເຂົ້າ​ໃຈ​ກັນ​ແລະ​ກັນ​ອີກ​ຕໍ່​ໄປ. ດ້ວຍ​ເຫດ​ນີ້​ເມືອງ​ຂອງ​ເຂົາ​ຈຶ່ງ​ຖືກ​ຮຽກ​ວ່າ ບາເບນ ຫຼື​ບາບີໂລນ ໝາຍ​ເຖິງ “ຄວາມ​ວຸ່ນວາຍ​ສັບສົນ.”

ຕອນ​ນີ້​ຜູ້​ຄົນ​ເລີ່ມ​ຍ້າຍ​ອອກ​ຈາກ​ເມືອງ​ບາເບນ. ພວກ​ທີ່​ເວົ້າ​ພາສາ​ດຽວ​ກັນ​ກໍ່​ໄປ​ຢູ່​ນຳ​ກັນ​ໃນ​ສ່ວນ​ຕ່າງໆຂອງ​ແຜ່ນດິນ​ໂລກ.

ຕົ້ນເດິມ 10:1, 8-10; 11:​1-9.