ລູກຝາແຝດທີ່ແຕກຕ່າງກັນ
ບົດ 17
ລູກຝາແຝດທີ່ແຕກຕ່າງກັນ
ເດັກຊາຍສອງຄົນທີ່ນີ້ແຕກຕ່າງກັນຫຼາຍແມ່ນບໍ? ເຈົ້າຮູ້ຈັກຊື່ເຂົາບໍ? ຄົນລ່າສັດນັ້ນແມ່ນເອຊາອືແລະຜູ້ທີ່ດູແລຝູງແກະຄືຍາໂຄບ.
ເອຊາອືແລະຍາໂຄບເປັນລູກຝາແຝດຂອງອີຊາກແລະເລເບກາ. ອີຊາກຜູ້ເປັນພໍ່ພໍໃຈນຳເອຊາອືຫຼາຍ ເພາະເຂົາເປັນຄົນລ່າສັດເກ່ງແລະເອົາອາຫານມາໃຫ້ຄອບຄົວກິນ. ແຕ່ເລເບກາພໍໃຈກັບຍາໂຄບຫຼາຍທີ່ສຸດ ເພາະວ່າເຂົາເປັນຄົນສະຫງົບສະຫງຽມ.
ອັບລາຫາມຜູ້ເປັນປູ່ຍັງມີຊີວິດຢູ່ ແລະເຮົາພໍຈະນຶກພາບໄດ້ວ່າຍາໂຄບດີໃຈແທ້ໆທີ່ປູ່ຈະເລົ່າເລື່ອງພະເຢໂຫວາໃຫ້ຟັງ. ໃນທີ່ສຸດອັບລາຫາມກໍ່ຕາຍໄປ ເມື່ອອາຍຸໄດ້ 175 ປີ ຂະນະທີ່ລູກຝາແຝດມີອາຍຸ 15 ປີ.
ເມື່ອເອຊາອືອາຍຸໄດ້ 40 ປີ ເຂົາໄດ້ແຕ່ງດອງກັບຜູ້ຍິງສອງຄົນຊາວແຜ່ນດິນການາອານ ຊຶ່ງເຮັດໃຫ້ອີຊາກແລະເລເບກາເສົ້າເສຍໃຈຫຼາຍ ເນື່ອງຈາກວ່າຜູ້ຍິງເຫຼົ່ານີ້ບໍ່ນະມັດສະການພະເຢໂຫວາ.
ມື້ນຶ່ງມີບາງຢ່າງເກີດຂຶ້ນທີ່ໄດ້ເຮັດໃຫ້ເອຊາອືໂກດແຄ້ນຫຼາຍກັບຍາໂຄບນ້ອງຊາຍຂອງເຂົາ. ເຖິງເວລາແລ້ວທີ່ອີຊາກຈະອວຍພອນລູກກົກຂອງຕົນ. ໂດຍເຫດວ່າເອຊາອືແກ່ກວ່າຍາໂຄບ ເອຊາອືຈຶ່ງຄາດໝາຍທີ່ຈະໄດ້ຮັບພອນນີ້. ແຕ່ກ່ອນໜ້ານີ້ເອຊາອືໄດ້ຂາຍສິດທິທີ່ຈະໄດ້ຮັບພອນໃຫ້ແກ່ຍາໂຄບແລ້ວ. ນອກຈາກນັ້ນ ເມື່ອເດັກສອງຄົນນັ້ນເກີດມາພະເຈົ້າກ່າວວ່າຍາໂຄບຈະເປັນຜູ້ໄດ້ຮັບພອນ. ແລະກໍ່ເປັນດັງນັ້ນ. ອີຊາກໄດ້ໃຫ້ພອນນັ້ນແກ່ຍາໂຄບລູກຊາຍຂອງຕົນ.
ຕໍ່ມາເມື່ອເອຊາອືຮູ້ຈັກກ່ຽວກັບເລື່ອງນີ້ເຂົາຈຶ່ງໂກດແຄ້ນກັບຍາໂຄບຜູ້ເປັນນ້ອງ. ເອຊາອືຄຽດແຄ້ນຢ່າງຮ້າຍແຮງຈົນເຖິງເຂົາກ່າວວ່າເຂົາຈະຂ້າຍາໂຄບ. ເມື່ອເລເບກາໄດ້ຍິນເຖິງເລື່ອງນີ້ ນາງເປັນກັງວົນຫຼາຍ. ດັ່ງນັ້ນນາງຈຶ່ງໄດ້ເວົ້າກັບຜົວວ່າ: ‘ມັນຈະບໍ່ດີແທ້ໆຖ້າຫາກວ່າຍາໂຄບຈະແຕ່ງດອງກັບຜູ້ຍິງຊາວການາອານນີ້ຜູ້ນຶ່ງດ້ວຍ.’
ດັ່ງນັ້ນອີຊາກຈຶ່ງເອີ້ນຍາໂຄບລູກຊາຍໃຫ້ມາແລະບອກເຂົາວ່າ: ‘ຢ່າແຕ່ງດອງກັບຜູ້ຍິງຊາວການາອານ. ຈົ່ງໄປຫາບ້ານພໍ່ເຖົ້າເບທຶເອນຂອງເຈົ້າທີ່ເມືອງຮາລານ. ຈົ່ງແຕ່ງດອງກັບລູກສາວຄົນນຶ່ງແຫ່ງລາບານລູກຊາຍຂອງພໍ່ເຖົ້າ.’
ຍາໂຄບເຊື່ອຟັງຄວາມພໍ່ຂອງຕົນ ແລະໃນທັນໃດນັ້ນກໍ່ເລີ່ມຕົ້ນອອກເດີນທາງໄປຫາຍາດພີ່ນ້ອງຂອງຕົນທີ່ອາໄສຢູ່ເມືອງຮາລານ.
ຕົ້ນເດິມ 25:5-11, 20-34; 26:34, 35; 27:1-46; 28:1-5; ເຫບເລິ 12:16, 17.