ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ວິທີທີ່ເດັກອ່ອນນ້ອຍໂມເຊໄດ້ຮັບການຊ່ວຍຊີວິດ

ວິທີທີ່ເດັກອ່ອນນ້ອຍໂມເຊໄດ້ຮັບການຊ່ວຍຊີວິດ

ບົດ 28

ວິທີ​ທີ່​ເດັກ​ອ່ອນ​ນ້ອຍ​ໂມເຊ​ໄດ້​ຮັບ​ການ​ຊ່ວຍ​ຊີວິດ

ເບິ່ງ​ເດັກ​ອ່ອນ​ນ້ອຍ​ທີ່​ຮ້ອງໄຫ້​ແລະ​ຈັບ​ນິ້ວ​ມື​ສຸພາບ​ສະຕີ​ນັ້ນ​ຄົນ​ນຶ່ງ​ໄວ້​ແດ່. ນີ້​ຄື​ໂມເຊ. ເຈົ້າ​ຮູ້​ບໍ​ວ່າ​ສຸພາບ​ສະຕີ​ງາມ​ຄົນ​ນີ້​ແມ່ນ​ໃຜ? ນາງ​ຄື​ເຈົ້າ​ຍິງ​ຊາວ​ອີຢີບ ເປັນ​ທິດາ​ຂອງ​ຟາໂລ.

ແມ່​ຂອງ​ໂມເຊ​ເຊື່ອງ​ລູກ​ອ່ອນ​ຂອງ​ເຂົາ​ໄວ້​ຈົນ​ເຖິງ​ອາຍຸ​ໄດ້​ສາມ​ເດືອນ ເພາະ​ເຂົາ​ບໍ່​ຢາກ​ໃຫ້​ພວກ​ອີຢີບ​ຂ້າ​ເສຍ. ແຕ່​ເຂົາ​ຮູ້​ວ່າ​ອາດ​ຈະ​ມີ​ຄົນ​ມາ​ພົບ​ເຫັນ​ໂມເຊ​ກໍ່​ໄດ້ ດັ່ງ​ນັ້ນ​ນີ້​ຄື​ວິທີ​ທີ່​ເຂົາ​ໄດ້​ເຮັດ​ເພື່ອ​ຊ່ວຍ​ຊີວິດ​ເດັກ​ນ້ອຍ​ນັ້ນ.

ເຂົາ​ເອົາ​ກະຕ່າ​ໃບ​ນຶ່ງ​ແລະ​ກັນ​ເພື່ອ​ບໍ່​ໃຫ້​ນ້ຳ​ຮົ່ວ​ເຂົ້າ. ແລ້ວ​ນາງ​ກໍ່​ວາງ​ໂມເຊ​ລົງ​ໃນ​ກະຕ່າ​ນັ້ນ​ແລະ​ເອົາ​ກະຕ່າ​ນັ້ນ​ໄປ​ວາງ​ໄວ້​ໃນ​ທີ່​ກໍ​ຫຍ້າ​ສູງ​ຮິມ​ແມ່ນ້ຳ​ໄນ. ແລ້ວ​ສັ່ງ​ມີລິອາມ​ເອື້ອຍ​ຂອງ​ໂມເຊ ໃຫ້​ໄປ​ຢືນ​ຍາມ​ແລະ​ເບິ່ງ​ວ່າ​ຈະ​ມີ​ສິ່ງ​ໃດ​ເກີດ​ຂຶ້ນ.

ບໍ່​ຊ້າ​ທິດາ​ຂອງ​ຟາໂລ​ໄດ້​ລົງ​ມາ​ອາບ​ນ້ຳ​ທີ່​ແມ່ນ້ຳ​ໄນ. ທັນໃດ​ນັ້ນ​ນາງ​ເຫັນ​ກະຕ່າ​ໃນ​ທີ່​ກໍ​ຫຍ້າ​ສູງ. ນາງ​ຈຶ່ງ​ເອີ້ນ​ສາວ​ໃຊ້​ມາ​ຮັບ​ສັ່ງ​ວ່າ: ‘ຈົ່ງ​ໄປ​ເອົາ​ກະຕ່າ​ມາ​ໃຫ້​ເຮົາ.’ ເມື່ອ​ເປີດ​ກະຕ່າ ນາງ​ເຫັນ​ທາລົກ​ງາມ​ໜ້າ​ຮັກ​ຄົນ​ນຶ່ງ! ໂມເຊ​ເດັກ​ອ່ອນ​ນ້ອຍ​ຮ້ອງໄຫ້​ຢູ່ ແລະ​ເຈົ້າ​ຍິງ​ກໍ່​ຮູ້ສຶກ​ອີດູ​ເດັກ​ອ່ອນ​ນັ້ນ. ນາງ​ບໍ່​ຢາກ​ໃຫ້​ທາລົກ​ນັ້ນ​ຖືກ​ຂ້າ.

ຄັນ​ແລ້ວ​ມີລິອາມ​ກໍ່​ເຂົ້າ​ມາ. ເຈົ້າ​ເຫັນ​ລາວ​ໃນ​ຮູບ​ນີ້. ມີລິອາມ​ໄດ້​ທູນ​ຖາມ​ທິດາ​ຟາໂລ​ວ່າ: ‘ຈະ​ໃຫ້​ຂ້າ​ນ້ອຍ​ໄປ​ຫາ​ແມ່​ນົມ​ຜູ້​ນຶ່ງ​ຈາກ​ຍິງ​ຊົນ​ຍິດສະລາເອນ​ມາ​ລ້ຽງ​ນົມ​ເດັກ​ອ່ອນ​ຄົນ​ນີ້​ສຳລັບ​ເຈົ້າ​ຍິງ​ບໍ?’

ເຈົ້າ​ຍິງ​ກ່າວ​ວ່າ: ‘ຈົ່ງ​ໄປ​ຫາ​ເຖີດ’

ດັ່ງ​ນັ້ນ​ມີລິອາມ​ຟ້າວ​ແລ່ນ​ໄປ​ບອກ​ແມ່. ຄັນ​ແມ່​ຂອງ​ໂມເຊ​ມາ​ຫາ​ເຈົ້າ​ຍິງ​ແລ້ວ ເຈົ້າ​ຍິງ​ໄດ້​ຮັບ​ສັ່ງ​ວ່າ: ‘ຈົ່ງ​ເອົາ​ເດັກ​ອ່ອນ​ນີ້​ໄປ​ລ້ຽງ​ໃຫ້​ເຮົາ ແລະ​ເຮົາ​ຈະ​ຈ່າຍ​ຄ່າ​ຈ້າງ​ໃຫ້​ເຈົ້າ.’

ດັ່ງ​ນັ້ນ​ແມ່​ຂອງ​ໂມເຊ​ຈຶ່ງ​ໄດ້​ລ້ຽງ​ດູ​ລູກ​ຂອງ​ຕົນ​ເອງ. ພາຍ​ຫຼັງ​ເມື່ອ​ໂມເຊ​ໃຫຍ່​ພຽງ​ພໍ​ແລ້ວ ແມ່​ກໍ່​ນຳ​ເອົາ​ເຂົາ​ໄປ​ໃຫ້​ທິດາ​ຂອງ​ຟາໂລ ແລະ​ນາງ​ກໍ່​ຮັບ​ເຂົາ​ໄວ້​ຄື​ເປັນ​ບຸດ​ຂອງ​ຕົນ​ເອງ. ໂດຍ​ເຫດ​ນີ້​ແຫຼະ ໂມເຊ​ຈຶ່ງ​ໄດ້​ເຕີບໂຕ​ຂຶ້ນ​ໃນ​ລາຊະວັງ​ຂອງ​ຟາໂລ.

ອຸປະຍົກໜີ 2:​1-10