ອັບລາຫາມ—ເພື່ອນຂອງພະເຈົ້າ
ບົດ 13
ອັບລາຫາມ—ເພື່ອນຂອງພະເຈົ້າ
ບ່ອນນຶ່ງຊຶ່ງຜູ້ຄົນໄປອາໄສຢູ່ຫຼັງຈາກນ້ຳຖ້ວມໂລກຊື່ວ່າອູເຣ. ບ່ອນນີ້ກາຍເປັນເມືອງສຳຄັນພ້ອມກັບມີເຮືອນສວຍງາມ. ແຕ່ຜູ້ຄົນໃນເມືອງນັ້ນນະມັດສະການພະເຈົ້າປອມ. ຄືກັບເຂົາໄດ້ເຮັດກັນໃນເມືອງບາເບນດ້ວຍ. ຜູ້ຄົນໃນເມືອງອູເຣແລະເມືອງບາເບນບໍ່ຄືກັບໂນເອແລະເຊມລູກຊາຍຂອງເຂົາ ຜູ້ທີ່ໄດ້ຮັບໃຊ້ພະເຢໂຫວາຕໍ່ໆໄປ.
ໃນທີ່ສຸດ 350 ປີຫຼັງຈາກນ້ຳຖ້ວມໂລກໂນເອຜູ້ສັດຊື່ກໍ່ຕາຍໄປ. ພຽງແຕ່ສອງປີຕໍ່ມາຜູ້ຊາຍທີ່ເຈົ້າເຫັນໃນຮູບນີ້ກໍ່ເກີດມາ. ເຂົາເປັນຄົນພິເສດແທ້ໆຕໍ່ພະເຈົ້າ. ເຂົາຊື່ວ່າອັບລາຫາມ. ເຂົາຢູ່ກັບຄອບຄົວຂອງເຂົາໃນເມືອງອູເຣ.
ມື້ນຶ່ງພະເຢໂຫວາບອກອັບລາຫາມວ່າ: ‘ເຈົ້າຈົ່ງອອກຈາກເມືອງອູເຣແລະຈາກຍາດພີ່ນ້ອງແລະໄປເຖິງດິນແດນທີ່ເຮົາຈະຊີ້ໃຫ້ເຈົ້າເຫັນ.’ ອັບລາຫາມໄດ້ເຊື່ອຟັງພະເຈົ້າແລະປະຖິ້ມຄວາມສະດວກສະບາຍທຸກຢ່າງໄວ້ໃນເມືອງອູເຣບໍ? ແມ່ນແລ້ວ ເຂົາໄດ້ເຮັດຢ່າງນັ້ນ. ແລະເພາະວ່າອັບລາຫາມໄດ້ເຊື່ອຟັງພະເຈົ້າສະເໝີມາເຂົາຈຶ່ງເປັນທີ່ຮູ້ຈັກທົ່ວໄປວ່າເປັນເພື່ອນຂອງພະເຈົ້າ.
ບາງຄົນໃນຄອບຄົວຂອງອັບລາຫາມໄດ້ເດີນທາງໄປກັບເຂົາເມື່ອອອກຈາກເມືອງອູເຣ. ເຕຣາກພໍ່ຂອງເຂົາກໍ່ໄດ້ໄປ. ໂລດຫຼານຊາຍກໍ່ໄປດ້ວຍ. ແນ່ນອນ ຊາລາເມຍຂອງອັບລາຫາມກໍ່ໄປດ້ວຍ. ພໍເຖິງເວລາພວກເຂົາກໍ່ມາເຖິງບ່ອນນຶ່ງທີ່ເອີ້ນວ່າຄາຣານ ໃນທີ່ນີ້ເອງເຕຣາກຕາຍໄປ. ພວກເຂົາຢູ່ໄກຈາກເມືອງອູເຣ.
ຫຼັງຈາກນັ້ນບໍ່ນານອັບລາຫາມກັບຄອບຄົວກໍ່ອອກຈາກເມືອງຄາຣານແລະມາເຖິງແຜ່ນດິນການາອານ. ທີ່ນັ້ນພະເຢໂຫວາກ່າວວ່າ: ‘ແຜ່ນດິນນີ້ແຫຼະເຮົາຈະຍົກໃຫ້ແກ່ເຊື້ອສາຍຂອງເຈົ້າ.’ ອັບລາຫາມຕັ້ງກະໂຈມຜ້າຂຶ້ນເປັນທີ່ຢູ່ອາໄສໃນການາອານ.
ພະເຈົ້າເລີ່ມຕົ້ນຊ່ວຍອັບລາຫາມຈົນກະທັ່ງເຂົາມີຝູງແກະຫຼວງຫຼາຍແລະສັດຊະນິດອື່ນໆ ແລະຄົນຮັບໃຊ້ຫຼາຍຮ້ອຍຄົນ. ແຕ່ເຂົາແລະຊາລາບໍ່ມີລູກຂອງຕົນເອງ.
ເມື່ອອັບລາຫາມມີອາຍຸ 99 ປີ ພະເຢໂຫວາບອກວ່າ: ‘ເຮົາສັນຍາວ່າເຈົ້າຈະກາຍເປັນພໍ່ຂອງຊົນຊາດເປັນອັນມາກ.’ ແຕ່ເຫດການນີ້ຈະເກີດຂຶ້ນໄດ້ຢ່າງໃດ ເນື່ອງຈາກວ່າອັບລາຫາມແລະຊາລາບັດນີ້ກໍ່ມີອາຍຸແກ່ເກີນໄປທີ່ຈະມີລູກແລ້ວ?
ຕົ້ນເດິມ 11:27-32; 12:1-7; 17:1-8, 15-17; 18:9-19.