ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ອີຊາກໄດ້ເມຍທີ່ດີ

ອີຊາກໄດ້ເມຍທີ່ດີ

ບົດ 16

ອີຊາກ​ໄດ້​ເມຍ​ທີ່​ດີ

ຜູ້​ຍິງ​ໃນ​ຮູບ​ນີ້​ແມ່ນ​ໃຜ​ເຈົ້າ​ຮູ້​ບໍ? ເຂົາ​ຊື່​ເລເບກາ. ແລະ​ຜູ້​ຊາຍ​ທີ່​ເຂົາ​ກຳລັງ​ມາ​ພົບ​ຄື​ອີຊາກ. ເຂົາ​ຈະ​ກາຍ​ເປັນ​ເມຍ​ຂອງ​ຜູ້​ຊາຍ​ນັ້ນ. ເລື່ອງ​ນີ້​ເກີດ​ຂຶ້ນ​ໄດ້​ຢ່າງ​ໃດ?

ເອົາ​ລະ ອັບລາຫາມ​ພໍ່​ຂອງ​ອີຊາກ​ຢາກ​ໄດ້​ເມຍ​ທີ່​ດີ​ໃຫ້​ລູກ​ຊາຍ​ຂອງ​ທ່ານ. ເຂົາ​ບໍ່​ຢາກ​ໃຫ້​ອີຊາກ​ແຕ່ງ​ດອງ​ກັບ​ຜູ້​ຍິງ​ຊາວ​ການາອານ ເພາະ​ວ່າ​ຊາວ​ຊົນ​ເຫຼົ່າ​ນີ້​ນະມັດສະການ​ພະເຈົ້າ​ປອມ. ດ້ວຍ​ເຫດ​ນີ້ ອັບລາຫາມ​ເອີ້ນ​ຄົນ​ຮັບໃຊ້​ຂອງ​ເຂົາ​ແລະ​ກ່າວ​ວ່າ: ‘ເຮົາ​ຕ້ອງການ​ໃຫ້​ເຈົ້າ​ກັບ​ໄປ​ຫາ​ຍາດ​ຕິ​ພີ່​ນ້ອງ​ຂອງ​ເຮົາ​ໃນ​ເມືອງ​ຄາຣານ​ແລະ​ຫາ​ເມຍ​ໃຫ້​ອີຊາກ​ລູກ​ຊາຍ​ຂອງ​ເຮົາ’

ຄົນ​ໃຊ້​ຂອງ​ອັບລາຫາມ​ກໍ່​ນຳ​ອູດ​ສິບ​ຕົວ​ມາ​ແລະ​ອອກ​ເດີນ​ທາງ​ໄກ​ທັນທີ. ເມື່ອ​ເຂົາ​ເຂົ້າ​ມາ​ໃກ້​ຈະ​ເຖິງ​ບ່ອນ​ທີ່​ຍາດ​ພີ່​ນ້ອງ​ຂອງ​ອັບລາຫາມ​ຢູ່ ເຂົາ​ໄດ້​ຢຸດ​ພັກ​ທີ່​ນ້ຳ​ສ້າງ​ແຫ່ງ​ນຶ່ງ. ຕອນ​ນັ້ນ​ເປັນ​ເວລາ​ບ່າຍໆ ເປັນ​ເວລາ​ເມື່ອ​ພວກ​ຜູ້​ຍິງ​ໃນ​ເມືອງ​ອອກ​ມາ​ຕັກ​ນ້ຳ​ຈາກ​ນ້ຳ​ສ້າງ. ດັ່ງ​ນັ້ນ ຄົນ​ຮັບໃຊ້​ຂອງ​ອັບລາຫາມ​ຈຶ່ງ​ອະທິດຖານ​ເຖິງ​ພະ​ເຢໂຫວາ: ‘ຂໍ​ໃຫ້​ຜູ້​ຍິງ​ສາວ​ຜູ້​ທີ່​ເອົາ​ນ້ຳ​ໃຫ້​ຂ້າພະເຈົ້າ​ແລະ​ຕົວ​ອູດ​ດື່ມ​ເປັນ​ຜູ້​ທີ່​ພະອົງ​ເລືອກ​ໃຫ້​ເປັນ​ເມຍ​ຂອງ​ອີຊາກ.’

ໃນ​ບໍ່​ຊ້າ ເລເບກາ​ກໍ່​ຍ່າງ​ອອກ​ມາ​ຕັກ​ນ້ຳ. ເມື່ອ​ຄົນ​ຮັບໃຊ້​ຂໍ​ດື່ມ​ນ້ຳ ເຂົາ​ເອົາ​ໃຫ້​ດື່ມ. ຄັນ​ແລ້ວ​ນາງ​ກໍ່​ໄດ້​ຕັກ​ນ້ຳ​ໃຫ້​ອູດ​ທັງ​ຫຼາຍ​ທີ່​ພວມ​ຫິວ​ດື່ມ​ດ້ວຍ. ນັ້ນ​ເປັນ​ວຽກ​ໜັກ​ເພາະ​ວ່າ​ຕົວ​ອູດ​ດື່ມ​ນ້ຳ​ຫຼາຍ​ແທ້ໆ.

ເມື່ອ​ເລເບກາ​ໃຫ້​ນ້ຳ​ແລ້ວ ຄົນ​ຮັບໃຊ້​ຂອງ​ອັບລາຫາມ​ຖາມ​ເຖິງ​ຊື່​ພໍ່​ຂອງ​ນາງ. ເຂົາ​ຍັງ​ຖາມ​ອີກ​ວ່າ ຕົນ​ຈະ​ຄ້າງ​ຄືນ​ທີ່​ບ້ານ​ຂອງ​ເຂົາ​ໄດ້​ບໍ. ເລເບກາ​ກ່າວ​ວ່າ: ‘ພໍ່​ຂອງ​ຂ້ອຍ​ຊື່​ເບທຶເອນ ແລະ​ທີ່​ບ້ານ​ມີ​ທີ່​ວ່າງ​ພໍ​ທີ່​ທ່ານ​ຈະ​ພັກ​ນຳ​ເຮົາ​ໄດ້.’ ຄົນ​ຮັບໃຊ້​ຂອງ​ອັບລາຫາມ​ຮູ້​ແລ້ວ​ວ່າ​ເບທຶເອນ​ເປັນ​ລູກ​ຂອງ​ນາໂກເຣ​ອ້າຍ​ຂອງ​ອັບລາຫາມ. ແລ້ວ​ກໍ່​ຄູ້​ເຂົ່າ​ລົງ​ແລະ​ຂອບຄຸນ​ພະ​ເຢໂຫວາ​ທີ່​ພະອົງ​ໄດ້​ນຳ​ຕົນ​ໃຫ້​ມາ​ເຖິງ​ຍາດ​ພີ່​ນ້ອງ​ຂອງ​ອັບລາຫາມ.

ຄ່ຳ​ຄືນ​ນັ້ນ​ເອງ​ຄົນ​ຮັບໃຊ້​ຂອງ​ອັບລາຫາມ​ໄດ້​ບອກ​ໃຫ້​ເບທຶເອນ​ແລະ​ລາບານ​ອ້າຍ​ຂອງ​ເລເບກາ​ໃຫ້​ຊາບ​ເຖິງ​ຄວາມ​ມຸ່ງ​ໝາຍ​ທີ່​ຕົນ​ໄດ້​ມາ. ເຂົາ​ທັງ​ສອງ​ໄດ້​ເຫັນ​ດີ​ເຫັນ​ຊອບ​ທີ່​ຈະ​ໃຫ້​ເລເບກາ​ໄປ​ກັບ​ເຂົາ​ແລະ​ແຕ່ງ​ດອງ​ກັບ​ອີຊາກ. ເລເບກາ​ເວົ້າ​ວ່າ​ຢ່າງ​ໃດ? ເຂົາ​ກ່າວ​ວ່າ: ‘ຍິນດີ’ ທີ່​ຈະ​ໄປ​ດ້ວຍ. ດັ່ງ​ນັ້ນ​ເຊົ້າ​ມື້​ຕໍ່​ມາ​ພວກ​ເຂົາ​ຈຶ່ງ​ຂຶ້ນ​ຂີ່​ອູດ​ແລະ​ເລີ່ມ​ເດີນ​ທາງ​ໄກ​ກັບ​ການາອານ.

ເມື່ອ​ພວກ​ເຂົາ​ມາ​ເຖິງ​ກໍ່​ເປັນ​ຍາມ​ແລງ​ແລ້ວ. ເລເບກາ​ແລ​ເຫັນ​ຊາຍ​ຄົນ​ນຶ່ງ​ຍ່າງ​ຢູ່​ທົ່ງ​ນາ. ຊາຍ​ຜູ້​ນັ້ນ​ຄື​ອີຊາກ. ເຂົາ​ດີໃຈ​ທີ່​ໄດ້​ເຫັນ​ເລເບກາ. ຊາລາ​ແມ່​ຂອງ​ເຂົາ​ຕາຍ​ໄປ​ສາມ​ປີ​ກ່ອນ​ນີ້​ເທົ່າ​ນັ້ນ ແລະ​ເຂົາ​ກໍ່​ຍັງ​ເສົ້າໃຈ​ໃນ​ເລື່ອງ​ນີ້​ຢູ່. ແຕ່​ບັດ​ນີ້​ອີຊາກ​ຮູ້ສຶກ​ຮັກ​ເລເບກາ​ຫຼາຍ​ແລະ​ເຂົາ​ມີ​ຄວາມ​ສຸກ​ອີກ.

ຕົ້ນເດິມ 24:​1-67.