ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເມຍຂອງໂລດຫຼຽວໄປເບິ່ງຂ້າງຫຼັງ

ເມຍຂອງໂລດຫຼຽວໄປເບິ່ງຂ້າງຫຼັງ

ບົດ 15

ເມຍ​ຂອງ​ໂລດ​ຫຼຽວ​ໄປ​ເບິ່ງ​ຂ້າງ​ຫຼັງ

ໂລດ​ແລະ​ຄອບຄົວ​ອາໄສ​ຢູ່​ດ້ວຍ​ກັນ​ກັບ​ອັບລາຫາມ​ໃນ​ແຜ່ນດິນ​ການາອານ. ມື້​ນຶ່ງ​ອັບລາຫາມ​ກ່າວ​ແກ່​ໂລດ​ວ່າ: ‘ທີ່​ນີ້​ບໍ່​ມີ​ທີ່​ດິນ​ພຽງ​ພໍ​ສຳລັບ​ຝູງ​ສັດ​ທັງ​ຫຼາຍ​ຂອງ​ເຮົາ. ຂໍ​ໃຫ້​ເຮົາ​ແຍກ​ຈາກ​ກັນ​ເຖີດ. ຖ້າ​ເຈົ້າ​ໄປ​ທາງ​ນຶ່ງ ແລ້ວ​ເຮົາ​ກໍ່​ຈະ​ໄປ​ອີກ​ທາງ​ນຶ່ງ.’

ໂລດ​ແຫງນ​ຕາ​ສຳຫຼວດ​ເບິ່ງ​ແຜ່ນດິນ. ເຂົາ​ໄດ້​ເຫັນ​ແຖບ​ນຶ່ງ​ຂອງ​ປະເທດ​ສວຍ​ງາມ​ດີ​ມີ​ນ້ຳ​ບໍລິບູນ​ແລະ​ອຸດົມ​ດ້ວຍ​ຫຍ້າ​ສຳລັບ​ສັດ​ຂອງ​ເຂົາ. ແຖບ​ນີ້​ຄື​ທີ່​ຮາບ​ຮິມ​ແມ່ນ້ຳ​ຢູລະເດນ. ດັ່ງ​ນັ້ນ​ໂລດ​ຍົກ​ຍ້າຍ​ຄອບຄົວ​ແລະ​ຝູງ​ສັດ​ໄປ​ຢູ່​ທີ່​ນັ້ນ. ໃນ​ທີ່​ສຸດ​ເຂົາ​ໄດ້​ຕັ້ງ​ບ້ານ​ເຮືອນ​ຂອງ​ເຂົາ​ຢູ່​ໃນ​ເມືອງ​ຊໍດົມ.

ຜູ້​ຄົນ​ຊາວ​ເມືອງ​ຊໍດົມ​ຊົ່ວ​ຫຼາຍ. ສະພາບການ​ເຊັ່ນ​ນີ້​ເຮັດ​ໃຫ້​ໂລດ​ເປັນ​ທຸກ​ໃຈ ເພາະ​ວ່າ​ເຂົາ​ເປັນ​ຄົນ​ດີ. ພະເຈົ້າ​ກໍ່​ຮູ້ສຶກ​ເຄືອງ​ໃຈ​ດ້ວຍ. ໃນ​ທີ່​ສຸດ ພະເຈົ້າ​ໄດ້​ສົ່ງ​ທູດ​ສະຫວັນ​ສອງ​ອົງ​ໄປ​ເຕືອນ​ໂລດ​ວ່າ ພະອົງ​ຈະ​ທຳລາຍ​ເມືອງ​ຊໍດົມ​ແລະ​ເມືອງ​ໂຄໂມລາ​ທີ່​ໃກ້​ຄຽງ​ເພາະ​ເຫດ​ຄວາມ​ຊົ່ວ​ຂອງ​ເຂົາ.

ທູດ​ສະຫວັນ​ບອກ​ໂລດ​ວ່າ: ‘ຮີບ​ໜີ​ໄປ​ເຖີດ! ຈົ່ງ​ເອົາ​ເມຍ​ແລະ​ລູກ​ສາວ​ສອງ​ຄົນ​ຂອງ​ເຈົ້າ​ອອກ​ໄປ​ຈາກ​ທີ່​ນີ້!’ ໂລດ​ແລະ​ຄອບຄົວ​ຍັງ​ຊັກຊ້າ​ຢູ່ ທູດ​ສະຫວັນ​ຈຶ່ງ​ຈັບ​ມື​ຈູງ​ເຂົາ​ອອກ​ໄປ​ພາຍ​ນອກ​ເມືອງ​ນັ້ນ. ຄັນ​ແລ້ວ​ທູດ​ສະຫວັນ​ອົງ​ນຶ່ງ​ກ່າວ​ວ່າ: ‘ຈົ່ງ​ໜີ​ເອົາ​ຊີວິດ​ໃຫ້​ພົ້ນ​ເຖີດ ຢ່າ​ຫຼຽວ​ເບິ່ງ​ເບື້ອງ​ຫຼັງ. ຈົ່ງ​ແລ່ນ​ໜີ​ໄປ​ເນີນ​ພູເຂົາ​ເພື່ອ​ເຈົ້າ​ຈະ​ບໍ່​ຖືກ​ຂ້າ​ຕາຍ.’

ໂລດ​ແລະ​ລູກ​ສາວ​ເຊື່ອ​ຟັງ​ແລະ​ແລ່ນ​ໜີ​ອອກ​ໄປ​ຈາກ​ເມືອງ​ຊໍດົມ. ເຂົາ​ບໍ່​ໄດ້​ຢຸດ​ແມ່ນ​ແຕ່​ຊົ່ວ​ຂະນະ​ດຽວ ແລະ​ບໍ່​ໄດ້​ຫຼຽວ​ຫຼັງ. ແຕ່​ເມຍ​ຂອງ​ໂລດ​ບໍ່​ເຊື່ອ​ຟັງ. ຫຼັງ​ຈາກ​ເຂົາ​ອອກ​ຈາກ​ເມືອງ​ຊໍດົມ​ໄລຍະ​ນຶ່ງ ນາງ​ໄດ້​ຢຸດ​ແລະ​ຫຼຽວ​ເບິ່ງ​ຂ້າງ​ຫຼັງ. ຄັນ​ແລ້ວ​ເມຍ​ຂອງ​ໂລດ​ກາຍ​ເປັນ​ເສົາ​ເກືອ. ເຈົ້າ​ເຫັນ​ນາງ​ຢູ່​ໃນ​ຮູບ​ນີ້​ບໍ?

ເຮົາ​ສາມາດ​ຮຽນ​ບົດຮຽນ​ຢ່າງ​ດີ​ຈາກ​ເລື່ອງ​ນີ້​ໄດ້. ເລື່ອງ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ພະເຈົ້າ​ຊ່ວຍ​ຊີວິດ​ຄົນ​ເຫຼົ່າ​ນັ້ນ​ທີ່​ເຊື່ອ​ຟັງ​ພະອົງ ແຕ່​ຄົນ​ເຫຼົ່າ​ນັ້ນ​ທີ່​ບໍ່​ເຊື່ອ​ຟັງ​ພະອົງ​ຈະ​ເສຍ​ຊີວິດ​ຂອງ​ເຂົາ.

ຕົ້ນເດິມ 13:​5-13; 18:​20-33; 19:​1-29; ລຶກາ 17:​28-32; 2 ເປໂຕ 2:​6-8.