ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຫດທີ່ໂມເຊໜີໄປ

ເຫດທີ່ໂມເຊໜີໄປ

ບົດ 29

ເຫດ​ທີ່​ໂມເຊ​ໜີ​ໄປ

ເບິ່ງ​ໂມເຊ​ພວມ​ແລ່ນ​ໜີ​ຈາກ​ອີຢີບ. ເຈົ້າ​ເຫັນ​ຄົນ​ທີ່​ແລ່ນ​ໄລ່​ຕາມ​ເຂົາ​ໄປ​ບໍ? ເຈົ້າ​ຮູ້​ບໍ​ວ່າ​ເປັນ​ຫຍັງ​ເຂົາ​ຢາກ​ຈະ​ຂ້າ​ໂມເຊ? ໃຫ້​ເຮົາ​ພາ​ກັນ​ຄົ້ນ​ເບິ່ງ.

ໂມເຊ​ເຕີບໂຕ​ຂຶ້ນ​ໃນ​ລາຊະວັງ​ແຫ່ງ​ຟາໂລ ຜູ້​ປົກຄອງ​ແຫ່ງ​ອີຢີບ. ເຂົາ​ກາຍ​ເປັນ​ຄົນ​ສະຫຼາດ​ຫຼາຍ​ແລະ​ເປັນ​ບຸກຄົນ​ສຳຄັນ. ໂມເຊ​ຮູ້​ວ່າ​ຕົນ​ເອງ​ບໍ່​ແມ່ນ​ຊາວ​ອີຢີບ ແຕ່​ພໍ່​ແມ່​ແທ້ໆຂອງ​ຕົນ​ນັ້ນ​ຄື​ຊົນ​ຍິດສະລາເອນ​ຊຶ່ງ​ເປັນ​ທາດ.

ມື້​ນຶ່ງ ເມື່ອ​ໂມເຊ​ມີ​ອາຍຸ​ໄດ້ 40 ປີ ໂມເຊ​ໄດ້​ຕັດສິນ​ໃຈ​ຈະ​ໄປ​ເບິ່ງ​ວ່າ​ຊົນ​ຮ່ວມ​ຊາດ​ຂອງ​ເຂົາ​ເປັນ​ຢ່າງ​ໃດ​ແດ່. ຊົນ​ອີຢີບ​ເຮັດ​ຕໍ່​ພວກ​ເຂົາ​ແບບ​ທີ່​ຮ້າຍກາດ​ເຫຼືອ​ເກີນ. ເຂົາ​ເຫັນ​ຄົນ​ອີຢີບ​ພວມ​ຕີ​ທາດ​ຊົນ​ຍິດສະລາເອນ​ຄົນ​ນຶ່ງ. ໂມເຊ​ຫຼຽວ​ເບິ່ງ​ລອບໆ ແລະ​ເມື່ອ​ເຂົາ​ບໍ່​ໄດ້​ເຫັນ​ຄົນ​ໃດ​ແນມ​ເບິ່ງ ໂມເຊ​ຈຶ່ງ​ຕີ​ຄົນ​ອີຢີບ​ແລະ​ເຂົາ​ກໍ່​ຕາຍ​ໄປ. ແລ້ວ​ໂມເຊ​ກໍ່​ເອົາ​ສົບ​ເຊື່ອງ​ໄວ້​ໃນ​ດິນ​ຊາຍ.

ມື້​ຖັດ​ໄປ ໂມເຊ​ອອກ​ໄປ​ຢາມ​ເບິ່ງ​ຊົນ​ຮ່ວມ​ຊາດ​ຂອງ​ເຂົາ​ອີກ. ໂມເຊ​ຄິດ​ວ່າ​ຕົນ​ຈະ​ສາມາດ​ຊ່ວຍ​ພວກ​ເຂົາ​ໄດ້​ເພື່ອ​ພວກ​ເຂົາ​ຈະ​ບໍ່​ຕ້ອງ​ເປັນ​ທາດ​ອີກ​ຕໍ່​ໄປ. ແຕ່​ເຂົາ​ໄດ້​ເຫັນ​ຊົນ​ຍິດສະລາເອນ​ພວມ​ຕໍ່​ສູ້​ກັນ ດັ່ງ​ນັ້ນ​ໂມເຊ​ຈຶ່ງ​ເວົ້າ​ກັບ​ຜູ້​ເຮັດ​ຜິດ​ວ່າ: ‘ເປັນ​ຫຍັງ​ເຈົ້າ​ຈຶ່ງ​ທຸບ​ຕີ​ພີ່​ນ້ອງ​ຂອງ​ຕົນ?’

ຊາຍ​ຄົນ​ນັ້ນ​ກ່າວ​ວ່າ: ‘ຜູ້​ໃດ​ຕັ້ງ​ທ່ານ​ເປັນ​ຜູ້​ປົກຄອງ​ແລະ​ເປັນ​ຜູ້​ພິພາກສາ​ພວກ​ເຮົາ? ທ່ານ​ຈະ​ຂ້າ​ຂ້ອຍ​ເຊັ່ນ​ທີ່​ທ່ານ​ໄດ້​ຂ້າ​ຊາວ​ອີຢີບ​ຄົນ​ນັ້ນ​ບໍ?’

ຕອນ​ນີ້​ໂມເຊ​ຮູ້ສຶກ​ຢ້ານ. ເຂົາ​ຮູ້​ວ່າ​ຜູ້​ຄົນ​ຮູ້​ເລື່ອງ​ທີ່​ຕົນ​ໄດ້​ເຮັດ​ຕໍ່​ຊາວ​ອີຢີບ​ຜູ້​ນັ້ນ. ແມ່ນ​ແຕ່​ຟາໂລ​ກໍ່​ໄດ້​ຍິນ​ເຖິງ​ເລື່ອງ​ນີ້ ແລະ​ໄດ້​ສົ່ງ​ຄົນ​ໄປ​ເພື່ອ​ໃຫ້​ຂ້າ​ໂມເຊ. ນັ້ນ​ແຫຼະ​ເປັນ​ເຫດຜົນ​ທີ່​ໂມເຊ​ຕ້ອງ​ໜີ​ຈາກ​ອີຢີບ.

ເມື່ອ​ໂມເຊ​ອອກ​ຈາກ​ອີຢີບ​ແລ້ວ ເຂົາ​ເດີນ​ທາງ​ໄປ​ໄກ​ຈົນ​ເຖິງ​ແຜ່ນດິນ​ມາດຢານ. ທີ່​ນັ້ນ​ເຂົາ​ພົບ​ຄອບຄົວ​ຂອງ​ເຢດໂລ ແລະ​ໄດ້​ແຕ່ງ​ດອງ​ກັບ​ລູກ​ສາວ​ຂອງ​ເຂົາ​ຄົນ​ນຶ່ງ​ຊື່​ເຊໂຟຣາ. ໂມເຊ​ໄດ້​ກາຍ​ເປັນ​ຜູ້​ລ້ຽງ​ແກະ​ແລະ​ເປັນ​ຜູ້​ດູ​ແລ​ຮັກສາ​ຝູງ​ແກະ​ຂອງ​ເຢດໂລ. ເຂົາ​ຢູ່​ໃນ​ແຜ່ນດິນ​ມາດຢານ​ເປັນ​ເວລາ 40 ປີ​ຄັນ​ແລ້ວ​ມື້​ນຶ່ງ ຂະນະ​ທີ່​ໂມເຊ​ພວມ​ລ້ຽງ​ຝູງ​ແກະ​ຂອງ​ເຢດໂລ​ຢູ່ ມີ​ສິ່ງ​ທີ່​ໜ້າ​ປະຫຼາດ​ໃຈ​ໄດ້​ເກີດ​ຂຶ້ນ​ຊຶ່ງ​ປ່ຽນ​ຊີວິດ​ທັງ​ໝົດ​ຂອງ​ໂມເຊ. ພິກ​ເບິ່ງ​ໜ້າ​ຕໍ່​ໄປ ແລະ​ໃຫ້​ເຮົາ​ເບິ່ງ​ວ່າ​ສິ່ງ​ທີ່​ໜ້າ​ປະຫຼາດ​ນັ້ນ​ຄື​ຫຍັງ?

ອຸປະຍົກໜີ 2:​11-25; ກິດຈະການ 7:​22-29.