ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄວາມຊົ່ວຮ້າຍທັງໝົດສິ້ນສຸດລົງ

ຄວາມຊົ່ວຮ້າຍທັງໝົດສິ້ນສຸດລົງ

ບົດ 114

ຄວາມ​ຊົ່ວ​ຮ້າຍ​ທັງ​ໝົດ​ສິ້ນ​ສຸດ​ລົງ

ເຈົ້າ​ເຫັນ​ສິ່ງ​ໃດ​ທີ່​ນີ້? ຈ້າວ ເຫັນ​ກອງ​ທະຫານ​ຂີ່​ມ້າ​ຂາວ. ແຕ່​ຂໍ​ສັງເກດ​ວ່າ​ພວກ​ເຂົາ​ມາ​ຈາກ​ໃສ. ຝູງ​ມ້າ​ພວມ​ແລ່ນ​ຫໍ້​ລົງ​ມາ​ໄວໆເທິງ​ເມກ​ຈາກ​ສະຫວັນ. ໃນ​ສະຫວັນ​ມີ​ມ້າ​ແທ້ໆບໍ?

ບໍ່ ຝູງ​ມ້າ​ເຫຼົ່າ​ນີ້​ບໍ່​ແມ່ນ​ມ້າ​ອີ່ຫຼີ. ເຮົາ​ຮູ້​ເລື່ອງ​ນີ້​ເພາະ​ວ່າ​ມ້າ​ແລ່ນ​ເທິງ​ເມກ​ບໍ່​ໄດ້ ແມ່ນ​ບໍ? ແຕ່​ພະ​ຄຳພີ​ເວົ້າ​ເຖິງ​ຝູງ​ມ້າ​ໃນ​ສະຫວັນ. ເຈົ້າ​ຮູ້​ບໍ​ວ່າ​ເປັນ​ຫຍັງ​ພະ​ຄຳພີ​ເວົ້າ​ຢ່າງ​ນັ້ນ?

ເພາະ​ວ່າ​ໃນ​ສະໄໝ​ກ່ອນໆນີ້​ເຄີຍ​ມີ​ການ​ໃຊ້​ມ້າ​ກັນ​ໃນ​ການ​ສູ້​ຮົບ. ດັ່ງ​ນັ້ນ​ຄຳພີ​ໄບເບິນ​ຈຶ່ງ​ບອກ​ເຖິງ​ຄົນ​ທີ່​ຂີ່​ມ້າ​ລົງ​ມາ​ຈາກ​ສະຫວັນ​ເພື່ອ​ສະແດງ​ວ່າ ພະເຈົ້າ​ມີ​ສົງຄາມ​ທີ່​ຈະ​ສູ້​ຮົບ​ກັບ​ຜູ້​ຄົນ​ເທິງ​ແຜ່ນດິນ​ໂລກ. ເຈົ້າ​ຮູ້​ບໍ​ວ່າ​ສະຖານ​ທີ່​ຊຶ່ງ​ຈະ​ມີ​ສົງຄາມ​ນີ້​ມີ​ຊື່​ອັນ​ໃດ? ອະລະມະເຄໂດນ. ສົງຄາມ​ນີ້​ຈະ​ທຳລາຍ​ຄວາມ​ຊົ່ວ​ຮ້າຍ​ທັງ​ໝົດ​ເທິງ​ແຜ່ນດິນ​ໂລກ.

ພະ​ເຍຊູ​ຈະ​ເປັນ​ຜູ້​ນຳ​ໜ້າ​ໃນ​ການ​ສູ້​ຮົບ​ເທື່ອ​ນີ້​ທີ່​ສົງຄາມ​ອະລະມະເຄໂດນ. ຈົ່ງ​ຈື່​ໄວ້​ວ່າ ພະ​ເຍຊູ​ຄື​ຜູ້​ທີ່​ພະ​ເຢໂຫວາ​ເລືອກ​ໃຫ້​ເປັນ​ກະສັດ​ແຫ່ງ​ລັດຖະບານ​ຂອງ​ພະອົງ. ດ້ວຍ​ເຫດ​ນີ້​ພະ​ເຍຊູ​ສວມ​ມົງກຸດ​ແຫ່ງ​ກະສັດ. ແລະ​ດາບ​ນັ້ນ​ສະແດງ​ວ່າ​ພະອົງ​ຈະ​ຂ້າ​ຟັນ​ພວກ​ສັດຕູ​ທັງ​ໝົດ​ຂອງ​ພະເຈົ້າ. ການ​ທີ່​ພະເຈົ້າ​ຈະ​ທຳລາຍ​ຄົນ​ຊົ່ວ​ທັງ​ໝົດ​ຢ່າງ​ນີ້ ຄວນ​ຈະ​ເຮັດ​ໃຫ້​ເຮົາ​ແປກ​ໃຈ​ບໍ?

ຂໍ​ຫວນ​ໄປ​ເບິ່ງ​ເລື່ອງ​ທີ 10 ແດ່. ເຈົ້າ​ເຫັນ​ສິ່ງ​ໃດ​ທີ່​ນັ້ນ? ແມ່ນ​ແລ້ວ​ນ້ຳ​ຖ້ວມ​ໃຫຍ່​ທີ່​ໄດ້​ທຳລາຍ​ຄົນ​ຊົ່ວ. ແມ່ນ​ໃຜ​ທີ່​ກະທຳ​ໃຫ້​ເກີດ​ນ້ຳ​ຖ້ວມ​ໃຫຍ່​ນັ້ນ? ພະ​ເຢໂຫວາ​ພະເຈົ້າ. ຕອນ​ນີ້​ຂໍ​ເບິ່ງ​ເລື່ອງ​ທີ 15. ມີ​ສິ່ງ​ໃດ​ພວມ​ເກີດ​ຂຶ້ນ​ທີ່​ນັ້ນ? ເມືອງ​ຊໍດົມ​ແລະ​ເມືອງ​ໂຄໂມລາ​ພວມ​ຖືກ​ເຜົາ​ທຳລາຍ​ດ້ວຍ​ໄຟ​ຊຶ່ງ​ພະ​ເຢໂຫວາ​ສົ່ງ​ລົງ​ມາ.

ຂໍ​ໃຫ້​ພິກ​ໄປ​ຍັງ​ເລື່ອງ​ທີ 33. ເຫັນ​ບໍ​ວ່າ​ມີ​ຫຍັງ​ພວມ​ເກີດ​ຂຶ້ນ​ແກ່​ມ້າ​ແລະ​ລົດ​ຮົບ​ຂອງ​ຊາວ​ອີຢີບ. ແມ່ນ​ໃຜ​ກະທຳ​ໃຫ້​ເກີດ​ນ້ຳ​ໄຫຼ​ກັບ​ມາ​ຖ້ວມ​ທຳລາຍ​ພວກ​ເຂົາ? ພະ​ເຢໂຫວາ. ພະອົງ​ໄດ້​ກະທຳ​ເຊັ່ນ​ນັ້ນ​ເພື່ອ​ປ້ອງກັນ​ຜູ້​ຄົນ​ຂອງ​ພະອົງ​ໄວ້. ຂໍ​ໃຫ້​ເບິ່ງ​ເລື່ອງ​ທີ 76. ທີ່​ນັ້ນ​ເຈົ້າ​ຈະ​ເຫັນ​ວ່າ​ພະ​ເຢໂຫວາ​ເຖິງ​ກັບ​ຍອມ​ໃຫ້​ຜູ້​ຄົນ​ຂອງ​ພະອົງ​ຄື​ຊົນ​ຍິດສະລາເອນ​ຖືກ​ທຳລາຍ​ດ້ວຍ ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ເຂົາ.

ດັ່ງ​ນັ້ນ​ແລ້ວ ເຮົາ​ບໍ່​ຄວນ​ຈະ​ປະຫຼາດ​ໃຈ​ທີ່​ພະ​ເຢໂຫວາ​ຈະ​ສົ່ງ​ກອງທັບ​ທະຫານ​ຝ່າຍ​ສະຫວັນ​ຂອງ​ພະອົງ​ໃຫ້​ມາ​ກຳຈັດ​ຄວາມ​ຊົ່ວ​ຮ້າຍ​ທັງ​ໝົດ​ເທິງ​ແຜ່ນດິນ​ໂລກ. ແຕ່​ຂໍ​ໃຫ້​ຄິດ​ເບິ່ງ​ວ່າ​ເຫດການ​ນັ້ນ​ຈະ​ໝາຍ​ຄວາມ​ວ່າ​ຢ່າງ​ໃດ! ຈົ່ງ​ພິກ​ເບິ່ງ​ເລື່ອງ​ໃນ​ໜ້າ​ຕໍ່​ໄປ.

ຄຳປາກົດ 16:16; 19:​11-16.