ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳຖາມ​ທີ 10

ຄຳພີ​ໄບເບິນ​ຈະ​ຊ່ວຍ​ຂ້ອຍ​ໄດ້​ແນວ​ໃດ?

ຄຳພີ​ໄບເບິນ​ຈະ​ຊ່ວຍ​ຂ້ອຍ​ໄດ້​ແນວ​ໃດ?

ເປັນ​ຫຍັງ​ຈຶ່ງ​ສຳຄັນ?

“ພະ​ຄຳພີ​ທຸກ​ຕອນ ພະເຈົ້າ​ດົນ​ໃຈ​ໃຫ້​ຂຽນ​ຂຶ້ນ​ມາ.” (2 ຕີໂມເຕ 3:16, ລ.ມ.) ຖ້າ​ຄຳ​ເວົ້າ​ນີ້​ເປັນ​ຈິງ ຄຳພີ​ໄບເບິນ​ກໍ​ສາມາດ​ຊີ້​ນຳ​ເຈົ້າ​ໄດ້.

ເຈົ້າ ຈະ​ເຮັດ​ແນວ​ໃດ?

ໃຫ້​ນຶກ​ພາບ​ເຫດການ​ນີ້: ເດວິດ​ກຳລັງ​ຂັບ​ລົດ​ໃນ​ບ່ອນ​ທີ່​ລາວ​ບໍ່​ຄຸ້ນ​ເຄີຍ. ປ້າຍ​ຕາມ​ຫົນ​ທາງ​ແລະ​ຈຸດ​ສຳຄັນ​ຕ່າງໆບອກ​ໃຫ້​ຮູ້​ວ່າ​ລາວ​ມາ​ຜິດ​ທາງ​ແລ້ວ. ເດວິດ​ຮູ້​ທັນທີ​ວ່າ​ຕົວ​ເອງ​ຫຼົງ​ທາງ ລາວ​ຕ້ອງ​ລ້ຽວ​ຜິດ​ບ່ອນ​ຕອນ​ທີ່​ຂັບ​ລົດ​ຢູ່.

ຖ້າ​ເຈົ້າ​ເປັນ​ເດວິດ ເຈົ້າ​ຈະ​ເຮັດ​ແນວ​ໃດ?

ຢຸດ​ແລະ​ຄິດ!

ເຈົ້າ​ມີ​ຫຼາຍ​ທາງ​ເລືອກ​ເຊັ່ນ:

  1. ຖາມ​ທາງ.

  2. ເບິ່ງ​ແຜນທີ່ ຫຼື​ໃຊ້​ຈີ​ພີ​ເອັດສ.

  3. ຂັບ​ລົດ​ໄປ​ເລື້ອຍໆ ໂດຍ​ຫວັງ​ວ່າ​ເຈົ້າ​ຈະ​ພົບ​ເສັ້ນ​ທາງ​ທີ່​ເຈົ້າ​ຢາກ​ໄປ.

ເຫັນ​ໄດ້​ແຈ້ງ​ວ່າ​ທາງ​ເລືອກ ຄ ເກີດ​ຜົນ​ໜ້ອຍ​ທີ່​ສຸດ.

ທາງ​ເລືອກ ຂ ໄດ້​ປຽບ​ທາງ​ເລືອກ ກ ເພາະ​ໃນ​ທີ່​ສຸດ​ແຜນທີ່​ຫຼື​ຈີ​ພີ​ເອັດສ​ຈະ​ຊ່ວຍ​ໄດ້​ຕະຫຼອດ​ການ​ເດີນ​ທາງ ນັ້ນ​ຄື​ຊ່ວຍ​ຊີ້​ນຳ​ທາງ​ໃຫ້​ເຈົ້າ.

ຄຳພີ​ໄບເບິນ​ກໍ​ສາມາດ​ຊ່ວຍ​ເຈົ້າ​ຄ້າຍໆກັນ​ນັ້ນ!

ປຶ້ມ​ທີ່​ຂາຍ​ດີ​ທີ່​ສຸດ​ໃນ​ໂລກ​ຫົວ​ນີ້​ຈະ

  • ຊ່ວຍ​ຊີ້​ນຳ​ເຈົ້າ​ໃຫ້​ຜ່ານ​ຜ່າ​ບັນຫາ​ໃນ​ຊີວິດ

  • ຊ່ວຍ​ເຈົ້າ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ຕົວ​ເອງ​ແລະ​ເປັນ​ຄົນ​ທີ່​ດີ​ຂຶ້ນ

  • ຊ່ວຍ​ເຈົ້າ​ໃຫ້​ຮູ້​ວິທີ​ທີ່​ຈະ​ມີ​ຊີວິດ​ທີ່​ດີ​ທີ່​ສຸດ​ເທົ່າ​ທີ່​ຈະ​ມີ​ໄດ້

ຄຳຕອບ​ສຳລັບ​ຄຳຖາມ​ທີ່​ສຳຄັນ​ໃນ​ຊີວິດ

ນັບ​ຕັ້ງ​ແຕ່​ເຮົາ​ເວົ້າ​ເປັນ ເຮົາ​ກໍ​ມີ​ຄຳຖາມ​ຕ່າງໆເຊັ່ນ:

  • ເປັນ​ຫຍັງ​ທ້ອງຟ້າ​ຈຶ່ງ​ເປັນ​ສີ​ຟ້າ?

  • ດາວ​ເກີດ​ມາ​ຈາກ​ໃສ?

ຫຼັງ​ຈາກ​ນັ້ນ​ເຮົາ​ກໍ​ຖາມ​ຄຳຖາມ​ກ່ຽວ​ກັບ​ຕົວ​ເຮົາ​ເຊັ່ນ:

ແຕ່​ຈະ​ວ່າ​ແນວ​ໃດ​ຖ້າ​ຄຳພີ​ໄບເບິນ​ມີ​ຄຳຕອບ​ເຫຼົ່າ​ນີ້​ມາ​ດົນ​ແລ້ວ?

ຫຼາຍ​ຄົນ​ເວົ້າ​ວ່າ​ຄຳພີ​ໄບເບິນ​ເປັນ​ພຽງ​ປຶ້ມ​ນິທານ​ແລະ​ເທບ​ນິຍາຍ ຫຼ້າ​ສະໄໝ ແລະ​ເຂົ້າ​ໃຈ​ຍາກ​ໂພດ. ແຕ່​ບັນຫາ​ແທ້ໆແມ່ນ​ຢູ່​ທີ່​ຄຳພີ​ໄບເບິນ​ບໍ ຫຼື​ຍ້ອນ​ສິ່ງ​ທີ່​ຜູ້​ຄົນ​ໄດ້​ຍິນ​ກ່ຽວ​ກັບ​ຄຳພີ​ໄບເບິນ? ເຂົາ​ເຈົ້າ​ອາດ​ເຂົ້າ​ໃຈ​ຜິດ​ບໍ?

ຕົວຢ່າງ​ເຊັ່ນ: ຫຼາຍ​ຄົນ​ຄິດ​ວ່າ​ຄຳພີ​ໄບເບິນ​ບອກ​ວ່າ​ພະເຈົ້າ​ຄວບຄຸມ​ໂລກ​ນີ້ ແຕ່​ຈະ​ເປັນ​ເຊັ່ນ​ນັ້ນ​ໄດ້​ແນວ​ໃດ? ໂລກ​ນີ້​ຢູ່​ໃນ​ສະພາບ​ທີ່​ຄວບຄຸມ​ບໍ່​ໄດ້ ມີ​ແຕ່​ຄວາມ​ວຸ່ນວາຍ ຄວາມ​ທຸກ ຄວາມ​ເຈັບ​ປ່ວຍ ຄວາມ​ຕາຍ ຄວາມ​ທຸກ​ຍາກ​ແລະ​ໄພ​ພິບັດ ຖ້າ​ໂລກ​ເປັນ​ແບບ​ນີ້​ຈະ​ບອກ​ໄດ້​ແນວ​ໃດ​ວ່າ​ພະເຈົ້າ​ທີ່​ມີ​ຄວາມ​ຮັກ​ຈະ​ເປັນ​ຜູ້​ຄວບຄຸມ​ໂລກ​ນີ້.

ເຈົ້າ​ຢາກ​ຮູ້​ຄຳຕອບ​ບໍ? ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ກ່ຽວ​ກັບ​ຜູ້​ທີ່​ຄວບຄຸມ​ໂລກ​ນີ້​ອາດ​ເຮັດ​ໃຫ້​ເຈົ້າ​ແປກ​ໃຈ​ກໍ​ໄດ້!

ເຈົ້າ​ອາດ​ສັງເກດ​ເຫັນ​ວ່າ​ຄຳ​ແນະນຳ​ທີ່​ຢູ່​ໃນ​ຈຸນລະສານ​ນີ້​ແມ່ນ​ມາ​ຈາກ​ຄຳພີ​ໄບເບິນ. ພະຍານ​ພະ​ເຢໂຫວາ​ເຊື່ອ​ວ່າ​ຄຳພີ​ໄບເບິນ​ເປັນ​ແຫຼ່ງ​ຂອງ​ການ​ຊີ້​ນຳ​ທີ່​ໄວ້​ໃຈ​ໄດ້ ຍ້ອນ​ຄຳພີ​ໄບເບິນ “ມີ​ປະໂຫຍດ​ສຳລັບ​ສອນ ວ່າ​ກ່າວ​ຕັກ​ເຕືອນ ແກ້ໄຂ​ສິ່ງ​ຕ່າງໆໃຫ້​ຮຽບຮ້ອຍ.” (2 ຕີໂມເຕ 3:16, 17, ລ.ມ.) ເຈົ້າ​ໜ້າ​ຈະ​ລອງ​ອ່ານ​ເບິ່ງ​ຄຳ​ແນະນຳ​ທີ່​ເປັນ​ປະໂຫຍດ​ຈາກ​ປຶ້ມ​ຫົວ​ນີ້​ທີ່​ຂຽນ​ມາ​ດົນ​ແລ້ວ​ແຕ່​ກໍ​ຍັງ​ທັນ​ສະໄໝ​ຢູ່.