ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳຖາມ​ທີ 4

ເມື່ອ​ຂ້ອຍ​ເຮັດ​ຜິດ​ຈະ​ເຮັດ​ແນວ​ໃດ?

ເມື່ອ​ຂ້ອຍ​ເຮັດ​ຜິດ​ຈະ​ເຮັດ​ແນວ​ໃດ?

ເປັນ​ຫຍັງ​ຈຶ່ງ​ສຳຄັນ?

ການ​ຍອມ​ຮັບ​ຜິດ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ຄົນ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ແລະ​ໄວ້​ໃຈ​ໄດ້​ຫຼາຍ​ຂຶ້ນ.

ເຈົ້າ ຈະ​ເຮັດ​ແນວ​ໃດ?

ໃຫ້​ນຶກ​ພາບ​ເຫດການ​ນີ້: ໃນ​ຂະນະ​ທີ່​ຫຼິ້ນ​ກັບ​ໝູ່ ທ້າວ​ທິມ​ໄດ້​ໂຍນ​ໝາກ​ບານ​ໄປ​ຖືກ​ແວ່ນ​ລົດ​ໃຫຍ່​ຂອງ​ເພື່ອນ​ບ້ານ​ແຕກ.

ຖ້າ​ເຈົ້າ​ເປັນ​ທິມ ເຈົ້າ​ຈະ​ເຮັດ​ແນວ​ໃດ?

ຢຸດ​ແລະ​ຄິດ!

ເຈົ້າ​ມີ 3 ທາງ​ເລືອກ:

  1. ແລ່ນ​ໜີ.

  2. ໂທດ​ຄົນ​ອື່ນ.

  3. ບອກ​ເພື່ອນ​ບ້ານ​ວ່າ​ເກີດ​ຫຍັງ​ຂຶ້ນ​ແລະ​ສະເໜີ​ຈ່າຍ​ຄ່າ​ເສຍຫາຍ.

ເຈົ້າ​ອາດ​ຢາກ​ໃຊ້​ທາງ​ເລືອກ ກ. ແຕ່​ບໍ່​ວ່າ​ຈະ​ເຮັດ​ແວ່ນ​ລົດ​ແຕກ​ຫຼື​ເຮັດ​ສິ່ງ​ອື່ນ​ແຕກ ການ​ທີ່​ເຈົ້າ​ຍອມ​ຮັບ​ຜິດ​ກໍ​ມີ​ຂໍ້​ດີ​ສະເໝີ.

ເຫດຜົນ 3 ຂໍ້​ທີ່​ເຈົ້າ​ຄວນ​ຍອມ​ຮັບ​ຄວາມ​ຜິດ

  1. ເປັນ​ສິ່ງ​ຖືກຕ້ອງ​ທີ່​ຈະ​ເປັນ​ຄົນ​ສັດ​ຊື່.

    ຄຳພີ​ໄບເບິນ​ບອກ​ວ່າ: “ພວກ​ເຮົາ​ປາຖະໜາ​ເຮັດ​ແຕ່​ສິ່ງ​ທີ່​ຖືກຕ້ອງ​ໃນ​ທຸກ​ສະພາບການ.”—ເຫບເລີ 13:18, ທ.ປ.

  2. ຖ້າ​ຍອມ​ຮັບ​ຜິດ ຄົນ​ອື່ນ​ຈະ​ຍົກ​ໂທດ​ໃຫ້.

    ຄຳພີ​ໄບເບິນ​ບອກ​ວ່າ: ‘ຜູ້​ທີ່​ເຊື່ອງ​ການ​ຜິດ​ທັງ​ຫຼາຍ​ຂອງ​ຕົນ​ໄວ້​ຈະ​ຈຳເລີນ​ຂຶ້ນ​ບໍ່​ໄດ້ ແຕ່​ວ່າ​ຜູ້​ທີ່​ສາລະພາບ​ແລະ​ປະ​ຖິ້ມ​ການ​ຜິດ​ນັ້ນ​ກໍ​ຈະ​ໄດ້​ຄວາມ​ອີ່ດູ.’— ສຸພາສິດ 28:13

  3. ສຳຄັນ​ທີ່​ສຸດ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ.

    ຄຳພີ​ໄບເບິນ​ບອກ​ວ່າ: “ພະ​ເຢໂຫວາ​ກຽດ​ຊັງ​ຄົນ​ເຈົ້າ​ເລ່ ແຕ່​ພະອົງ​ເປັນ​ເພື່ອນ​ສະໜິດ​ກັບ​ຄົນ​ຊື່​ກົງ.”—ສຸພາສິດ 3:32, ລ.ມ.

ຄາຣີນາ ອາຍຸ 20 ປີ ພະຍາຍາມ​ປິດ​ບັງ​ພໍ່​ເລື່ອງ​ໃບ​ສັ່ງ​ຍ້ອນ​ຂັບ​ລົດ​ໄວ​ເກີນ​ກຳນົດ ແຕ່​ລາວ​ກໍ​ປິດ​ບັງ​ໄດ້​ບໍ່​ດົນ. ຄາຣີນາ​ເວົ້າ​ວ່າ: “ປະມານ​ໜຶ່ງ​ປີ​ຕໍ່​ມາ ພໍ່​ກໍ​ຮູ້​ເລື່ອງ​ນັ້ນ ແລະ​ຂ້ອຍ​ກໍ​ຖືກ​ໂທດ​ຢ່າງ​ໜັກ!”

ເຮົາ​ໄດ້​ບົດຮຽນ​ຫຍັງ?: ຄາຣີນາ​ເວົ້າ​ວ່າ: “ການ​ປິດ​ບັງ​ຄວາມ​ຜິດ​ມີ​ແຕ່​ເຮັດ​ໃຫ້​ເລື່ອງ​ຮ້າຍແຮງ​ຂຶ້ນ. ມີ​ມື້​ໜຶ່ງ​ກໍ​ຕ້ອງ​ໄດ້​ຮັບ​ໂທດ!”

ເຈົ້າ​ຈະ​ຮຽນ​ຮູ້​ຈາກ​ຄວາມ​ຜິດ​ຂອງ​ຕົວ​ເອງ​ແນວ​ໃດ?

ຄຳພີ​ໄບເບິນ​ບອກ​ວ່າ: “ພວກ​ເຮົາ​ທຸກ​ຄົນ​ເຮັດ​ຜິດ​ພາດ​ຢູ່​ເລື້ອຍໆ.” (ຢາໂກໂບ 3:2, ທ.ປ.) ດັ່ງ​ທີ່​ເຮົາ​ໄດ້​ເຫັນ ຄົນ​ທີ່​ຍອມ​ຮັບ​ຜິດ​ທັນທີ​ກໍ​ເປັນ​ຄົນ​ຖ່ອມ​ແລະ​ເປັນ​ຜູ້​ໃຫຍ່.

ຂັ້ນ​ຕອນ​ຕໍ່​ໄປ​ແມ່ນ​ເຮົາ​ຕ້ອງ​ຮຽນ​ຮູ້​ຈາກ​ຄວາມ​ຜິດ​ຂອງ​ຕົວ​ເອງ. ຍິງ​ສາວ​ທີ່​ຊື່​ວີຣາ​ເວົ້າ​ວ່າ: “ທຸກ​ຄັ້ງ​ທີ່​ຄິດ​ເຖິງ​ຄວາມ​ຜິດ​ໃນ​ອະດີດ ຂ້ອຍ​ພະຍາຍາມ​ຮຽນ​ຮູ້​ຈາກ​ມັນ​ແລະ​ເຕືອນ​ຕົວ​ເອງ​ໃຫ້​ເປັນ​ຄົນ​ດີ​ກວ່າ​ເກົ່າ​ແລະ​ບໍ່​ເຮັດ​ຜິດ​ແບບ​ນັ້ນ​ອີກ.” ໃຫ້​ມາ​ເບິ່ງ​ວ່າ​ເຈົ້າ​ຈະ​ເຮັດ​ໄດ້​ແນວ​ໃດ?

ເຈົ້າ​ຢືມ​ລົດ​ຈັກ​ຂອງ​ພໍ່​ໄປ​ໃຊ້​ແລະ​ເຮັດ​ສີ​ໂປກ. ເຈົ້າ​ຈະ​ເຮັດ​ແນວ​ໃດ?

  • ບໍ່​ເວົ້າ​ຫຍັງ​ແລະ​ຫວັງ​ວ່າ​ພໍ່​ຈະ​ບໍ່​ເຫັນ.

  • ບອກ​ພໍ່​ກ່ຽວ​ກັບ​ເລື່ອງ​ທີ່​ເກີດ​ຂຶ້ນ.

  • ບອກ​ພໍ່ ແຕ່​ວ່າ​ໂທດ​ຄົນ​ອື່ນ.

ເຈົ້າ​ເສັງ​ຕົກ​ຍ້ອນ​ບໍ່​ເບິ່ງ​ບົດຮຽນ. ເຈົ້າ​ຈະ​ເຮັດ​ແນວ​ໃດ?

  • ໂທດ​ບົດ​ສອບ​ເສັງ.

  • ຍອມ​ຮັບ​ວ່າ​ເປັນ​ຄວາມ​ຜິດ​ຂອງ​ເຈົ້າ​ທີ່​ໄດ້​ຄະແນນ​ຕໍ່າ.

  • ໂທດ​ວ່າ​ອາຈານ​ບໍ່​ມັກ​ເຈົ້າ.

ການ​ຈົມ​ຢູ່​ກັບ​ຄວາມ​ຜິດ​ໃນ​ອະດີດ​ເປັນ​ຄື​ກັບ​ການ​ເບິ່ງ​ແວ່ນ​ຫຼັງ​ໃນ​ຂະນະ​ທີ່​ຂັບ​ລົດ

ຕອນ​ນີ້​ໃຫ້​ເບິ່ງ​ຄືນ​ສາກ​ເຫດການ​ທີ່​ກ່າວ​ໄປ​ແລ້ວ ແລະ​ໃຫ້​ນຶກ​ພາບ​ວ່າ​ເຈົ້າ​ເປັນ (1) ພໍ່ (2) ອາຈານ. ພໍ່​ແລະ​ອາຈານ​ຈະ​ຄິດ​ແນວ​ໃດ​ຖ້າ​ເຈົ້າ​ຍອມ​ຮັບ​ຄວາມ​ຜິດ​ຂອງ​ຕົວ​ເອງ? ພວກ​ເພິ່ນ​ຈະ​ຄິດ​ແນວ​ໃດ​ຖ້າ​ເຈົ້າ​ປິດ​ບັງ​ຄວາມ​ຜິດ​ຂອງ​ຕົວ​ເອງ?

ຕອນ​ນີ້​ໃຫ້​ຄິດ​ກ່ຽວ​ກັບ​ຄວາມ​ຜິດ​ທີ່​ເຈົ້າ​ໄດ້​ເຮັດ​ໃນ​ປີ​ທີ່​ຜ່ານ​ມາ​ແລະ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້.

ເຈົ້າ​ເຮັດ​ຜິດ​ໃນ​ເລື່ອງ​ໃດ? ເຈົ້າ​ແກ້ໄຂ​ຄວາມ​ຜິດ​ນັ້ນ​ແນວ​ໃດ?

  • ຂ້ອຍ​ປິດ​ບັງ​ໄວ້.

  • ຂ້ອຍ​ໂທດ​ຄົນ​ອື່ນ.

  • ຂ້ອຍ​ຍອມ​ຮັບ​ຜິດ.

ຖ້າ​ເຈົ້າ​ບໍ່​ຍອມ​ຮັບ​ຄວາມ​ຜິດ​ຂອງ​ຕົວ​ເອງ ເຈົ້າ​ຮູ້ສຶກ​ແນວ​ໃດ​ຫຼັງ​ຈາກ​ນັ້ນ?

  • ຮູ້ສຶກ​ດີ​ເພາະ​ບໍ່​ຕ້ອງ​ຮັບ​ຜິດ​ຊອບ​ຫຍັງ​ເລີຍ!

  • ຮູ້ສຶກ​ຜິດ​ເພາະ​ຄວນ​ບອກ​ຄວາມ​ຈິງ.

ຖ້າ​ຫວນ​ຄືນ​ໄດ້ ເຈົ້າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ສະຖານະການ​ດີ​ຂຶ້ນ?

ເຈົ້າ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ຄວາມ​ຜິດ​ຂອງ​ຕົວ​ເອງ?

ເຈົ້າ​ຄິດ​ແນວ​ໃດ?

ເປັນ​ຫຍັງ​ບາງ​ຄົນ​ຈຶ່ງ​ບໍ່​ກ້າ​ບອກ​ວ່າ​ຕົວ​ເອງ​ເຮັດ​ຜິດ?

ຄົນ​ອື່ນ​ຈະ​ຄິດ​ແນວ​ໃດ​ຕໍ່​ເຈົ້າ ຖ້າ​ເຈົ້າ​ປິດ​ບັງ​ຄວາມ​ຜິດ​ຂອງ​ຕົວ​ເອງ​ສະເໝີ? ຄົນ​ອື່ນ​ຈະ​ຄິດ​ແນວ​ໃດ​ຕໍ່​ເຈົ້າ ຖ້າ​ເຈົ້າ​ຍອມ​ຮັບ​ຄວາມ​ຜິດ​ຂອງ​ຕົວ​ເອງ?—ລືກາ 16:10