ຂ້າມໄປທີ່ເນື້ອໃນ

ຮຽນແບບ​ນິດໄສ​ຂອງ​ພະເຢຊູ

ຮຽນແບບ​ນິດໄສ​ຂອງ​ພະເຢຊູ

ເຫັນອົກເຫັນໃຈ

ພະເຢຊູ​ເປັນ​ມະນຸດ​ສົມບູນ ເພິ່ນ​ຈຶ່ງ​ບໍ່​ຕ້ອງ​ພົບ​ກັບ​ບັນຫາ​ໃນ​ຊີວິດ​ຄື​ກັບ​ຄົນ​ທົ່ວໄປ ແຕ່​ເຖິງ​ວ່າ​ຈະ​ເປັນ​ແບບ​ນັ້ນ ເພິ່ນ​ກໍ​ຍັງ​ເຂົ້າໃຈ​ຄວາມ​ຮູ້ສຶກ​ຂອງ​ຄົນອື່ນ ຄວາມ​ເຫັນອົກເຫັນໃຈ​ເຮັດ​ໃຫ້​ພະເຢຊູ​ເຕັມໃຈ​ຊ່ວຍ​ເຂົາ​ເຈົ້າ​ເຊິ່ງ​ເພິ່ນ​ບໍ່​ຈຳເປັນ​ຕ້ອງ​ເຮັດ​ກໍ​ໄດ້ ລອງ​ສັງເກດ​ວິທີ​ທີ່​ພະເຢຊູ​ສະແດງ​ນິດໄສ​ນີ້​ໃນ​ບົດ 32, 37, 57, 99.

ລົມ​ງ່າຍ​ບໍ່​ຖື​ຕົວ

ຄົນ​ທຸກ​ເພດ​ທຸກ​ໄວ​ຮູ້ສຶກ​ວ່າ​ພະເຢຊູ​ເປັນ​ຄົນ​ທີ່​ລົມ​ນຳ​ໄດ້​ງ່າຍ ເພາະ​ເພິ່ນ​ບໍ່​ຖື​ຕົວ​ຫຼື​ຄິດ​ວ່າ​ຕົວເອງ​ເໜືອ​ກວ່າ​ຄົນອື່ນ ພະເຢຊູ​ສົນໃຈ​ຄົນອື່ນ​ແທ້ໆ ເຂົາເຈົ້າ​ຈຶ່ງ​ສະບາຍ​ໃຈ​ເມືອ​ຢູ່​ກັບ​ເພິ່ນ ລອງ​ສັງເກດ​ວິທີ​ທີ່​ພະເຢຊູ​ສະແດງ​ນິດໄສ​ນີ້​ໃນ​ບົດ 25, 27, 95.

ມັກ​ອະທິດຖານ

ພະເຢຊູ​ອະທິດຖານ​ລົມ​ກັບ​ພໍ່​ຂອງ​ເພິ່ນ​ຢູ່​ເລື້ອຍໆ ທັງ​ຕອນ​ທີ່​ຢູ່​ຄົນ​ດຽວ​ແລະ​ຕອນ​ທີ່​ຢູ່​ກັບ​ລູກສິດ ພະເຢຊູ​ອະທິດຖານ​ໃນ​ຫຼາຍ​ໂອກາດ​ບໍ່​ແມ່ນ​ສະເພາະ​ກ່ອນ​ກິນ​ອາຫານ​ເທົ່າ​ນັ້ນ. ເພິ່ນ​ອະທິດຖານ​ເພື່ອ​ຂອບໃຈ​ແລະ​ສັນລະເສີນ​ພໍ່​ຂອງ​ເພິ່ນ ພ້ອມ​ທັງ​ຂໍ​ຄຳແນະນຳ​ກ່ອນ​ຕັດສິນໃຈ​ເລື່ອງ​ສຳຄັນ ລອງ​ສັງເກດ​ວິທີ​ທີ່​ພະເຢຊູ​ສະແດງ​ນິດໄສ​ນີ້​ໃນ​ບົດ 24, 34, 91, 122, 123.

ບໍ່​ເຫັນແກ່ຕົວ

ບາງເທື່ອ​ເມື່ອ​ມີ​ເວລາ​ທີ່​ຈະ​ພັກຜ່ອນ ແຕ່​ພະເຢຊູ​ກໍ​ຍັງ​ຄິດເຖິງ​ຄົນອື່ນ​ກ່ອນ​ຕົວເອງ ເພິ່ນ​ບໍ່​ໄດ້​ເຮັດ​ຫຍັງ​ຕາມ​ໃຈ​ຕົວເອງ ເພິ່ນ​ວາງ​ຕົວຢ່າງ​ທີ່​ດີ​ໃຫ້​ກັບ​ເຮົາ ລອງ​ສັງເກດ​ວິທີ​ທີ່​ພະເຢຊູ​ສະແດງ​ນິດໄສ​ນີ້​ໃນ​ບົດ 19, 41, 52.

ພ້ອມ​ຈະ​ໃຫ້​ອະໄພ

ພະເຢຊູ​ບໍ່​ພຽງ​ແຕ່​ສອນ​ເລື່ອງ​ຄວາມ​ສຳຄັນ​ຂອງ​ການ​ໃຫ້​ອະໄພ ແຕ່​ເພິ່ນ​ໄດ້​ເຮັດ​ໃຫ້​ເຫັນ​ເປັນ​ຕົວຢ່າງ​ໂດຍ​ໃຫ້​ອະໄພ​ລູກສິດ​ແລະ​ຄົນອື່ນໆສະເໝີ. ລອງ​ສັງເກດ​ວິທີ​ທີ່​ພະເຢຊູ​ສະແດງ​ນິດໄສ​ນີ້​ໃນ​ບົດ 26, 40, 64, 85, 131.

ກະຕືລືລົ້ນ

ຄຳພີໄບເບິນ​ບອກ​ລ່ວງ​ໜ້າ​ຢູ່​ແລ້ວ​ວ່າ​ຄົນ​ຢິວ ​ຈະ​ບໍ່​ຍອມຮັບ​ເມຊີອາ​ແລະ​ພວກ​ສັດຕູ​ຈະ​ຂ້າ​ເພິ່ນ. ຖ້າ​ພະເຢຊູ​ເປັນ​ຄົນ​ມັກ​ສະບາຍ ເພິ່ນ​ກໍ​ອາດ​ຈະ​ເຮັດ​ວຽກ​ງ່າຍໆ ແລະ​ຊ່ວຍ​ຄົນອື່ນ​ພໍ​ເປັນ​ພິທີ ແຕ່​ພະເຢຊູ​ບໍ່​ແມ່ນ​ຄົນ​ແບບນັ້ນ ເພິ່ນ​ສະໜັບສະໜູນ​ການ​ນະມັດສະການ​ແທ້​ຢ່າງ​ກະຕືລືລົ້ນ. ເພິ່ນ​ວາງ​ຕົວຢ່າງ​ໃຫ້​ກັບ​ລູກສິດ​ເມື່ອ​ພົບ​ຄົນ​ທີ່​ບໍ່​ສົນໃຈ​ຫຼື​ຕໍ່ຕ້ານ ລອງ​ສັງເກດ​ວິທີ​ທີ່​ພະເຢຊູ​ສະແດງ​ນິດໄສ​ນີ້​ໃນ​ບົດ 16, 72, 103.

ຖ່ອມຕົວ

ພະເຢຊູ​ເໜືອ​ກວ່າ​ມະນຸດ​ທີ່​ບໍ່​ສົມບູນແບບ​ທັງ​ດ້ານ​ຮ່າງກາຍ​ແລະ​ຈິດ​ໃຈ ເພິ່ນ​ຍັງ​ມີ​ຄວາມ​ຮູ້​ຫຼາຍ​ກວ່າ​ສະຫຼາດ​ກວ່າ ເຊິ່ງ​ບໍ່​ມີ​ມະນຸດ​ຄົນ​ໃດ​ມີ​ຄວາມສາມາດ​ເທົ່າ​ກັບ​ເພິ່ນ ແຕ່​ເພິ່ນ​ກໍ​ຍັງ​ຖ່ອມຕົວ​ແລະ​ຍອມ​ຮັບ​ໃຊ້​ຄົນອື່ນ ລອງ​ສັງເກດ​ວິທີ​ທີ່​ພະເຢຊູ​ສະແດງ​ນິດໄສ​ນີ້​ໃນ​ບົດ 10, 62, 66, 94, 116.

ອົດທົນ

ມີ​ຢູ່​ຫຼາຍ​ເທື່ອ​ທີ່​ອັກຄະສາວົກ​ແລະ​ຄົນອື່ນໆບໍ່​ໄດ້​ເຮັດ​ຕາມ​ທີ່​ສິ່ງ​ພະເຢຊູ​ບອກ ແຕ່​ເພິ່ນ​ກໍ​ອົດທົນ​ແລະ​ສອນ​ເຂົາ​ເຈົ້າ​ຢ່າງ​ໃຈ​ເຢັນ ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ໃກ້ຊິດ​ກັບ​ພະເຢໂຫວາ ລອງ​ສັງເກດ​ວິທີ​ທີ່​ພະເຢຊູ​ສະແດງ​ນິດໄສ​ນີ້​ໃນ​ບົດ 74, 98, 118, 135.