ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 39

ເພງ​ທີ 125 ຄົນ​ທີ່​ເມດຕາ​ກໍ​ມີ​ຄວາມ​ສຸກ

ການ​ໃຫ້​ຈະ​ເຮັດ​ໃຫ້​ມີ​ຄວາມ​ສຸກ

ການ​ໃຫ້​ຈະ​ເຮັດ​ໃຫ້​ມີ​ຄວາມ​ສຸກ

“ການ​ໃຫ້​ເຮັດ​ໃຫ້​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ການ​ຮັບ.”ກຈກ. 20:35

ຈຸດ​ສຳຄັນ

ຮຽນ​ຮູ້​ວິທີ​ຕ່າງໆ​ທີ່​ເຮົາ​ສາມາດ​ໃຫ້​ຄົນ​ອື່ນ​ແລະ​ເຫດຜົນ​ທີ່​ການ​ເຮັດ​ແບບ​ນີ້​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ.

1-2. ການ​ທີ່​ພະ​ເຢໂຫວາ​ສ້າງ​ເຮົາ​ໃຫ້​ມີ​ຄວາມ​ສຸກ​ໃນ​ການ​ໃຫ້​ຫຼາຍ​ກວ່າ​ການ​ຮັບ​ມັນ​ດີ​ແນວ​ໃດ?

 ພະ​ເຢໂຫວາ​ສ້າງ​ເຮົາ​ໃຫ້​ມີ​ຄວາມ​ສຸກ​ໃນ​ການ​ໃຫ້​ຫຼາຍ​ກວ່າ​ການ​ຮັບ. (ກຈກ. 20:35) ນີ້​ໝາຍ​ຄວາມ​ວ່າ​ເຮົາ​ບໍ່​ມີ​ຄວາມ​ສຸກ​ບໍ​ເມື່ອ​ມີ​ຄົນ​ເອົາ​ບາງ​ຢ່າງ​ໃຫ້​ເຮົາ? ບໍ່​ແມ່ນ​ແບບ​ນັ້ນ. ເຮົາ​ທຸກ​ຄົນ​ມີ​ຄວາມ​ສຸກ​ເມື່ອ​ມີ​ຄົນ​ເອົາ​ບາງ​ຢ່າງ​ໃຫ້​ເຮົາ ແຕ່​ເຮົາ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ເມື່ອ​ໄດ້​ໃຫ້​ຄົນ​ອື່ນ. ມັນ​ດີ​ແທ້ໆ​ທີ່​ພະ​ເຢໂຫວາ​ສ້າງ​ເຮົາ​ແບບ​ນີ້. ຍ້ອນຫຍັງ?

2 ການ​ທີ່​ພະ​ເຢໂຫວາ​ສ້າງ​ເຮົາ​ແບບ​ນີ້​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ. ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ເມື່ອ​ເຮົາ​ຊອກ​ຫາ​ໂອກາດ​ທີ່​ຈະ​ເຮັດ​ສິ່ງ​ທີ່​ດີ​ເພື່ອ​ຄົນ​ອື່ນ. ຄັກ​ແທ້ໆ​ທີ່​ພະ​ເຢໂຫວາ​ສ້າງ​ເຮົາ​ແບບ​ນີ້!—ພສ. 139:14

3. ເປັນ​ຫຍັງ​ຈຶ່ງ​ເອີ້ນ​ພະ​ເຢໂຫວາ​ວ່າ​ເປັນ “ພະເຈົ້າ​ຜູ້​ມີ​ຄວາມ​ສຸກ”?

3 ຄຳພີ​ໄບເບິນ​ບອກ​ວ່າ​ການ​ໃຫ້​ເຮັດ​ໃຫ້​ມີ​ຄວາມ​ສຸກ. ຍ້ອນ​ແນວ​ນີ້​ເຮົາ​ຈຶ່ງ​ເຂົ້າໃຈ​ໄດ້​ງ່າຍໆ​ວ່າ​ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ເປັນ “ພະເຈົ້າ​ຜູ້​ມີ​ຄວາມ​ສຸກ.” (1ຕມ. 1:11) ພະ​ເຢໂຫວາ​ເປັນ​ຜູ້​ທຳອິດ​ທີ່​ເປັນ​ຝ່າຍ​ໃຫ້​ຄົນ​ອື່ນ​ແລະ​ບໍ່​ມີ​ໃຜ​ໃຫ້​ຫຼາຍ​ສ່ຳ​ກັບ​ເພິ່ນ. ໂປໂລ​ເວົ້າ​ວ່າ: “ພວກ​ເຮົາ​ມີ​ຊີວິດ​ຢູ່​ແລະ​ເຄື່ອນ​ໄຫວ​ໄປ​ມາ​ໄດ້​ກໍ​ຍ້ອນ​ເພິ່ນ.” (ກຈກ. 17:28) ທີ່ຈິງ “ສິ່ງ​ດີໆ​ແລະ​ຂອງຂວັນ​ພິເສດ​ທຸກ​ຢ່າງ” ມາ​ຈາກ​ພະ​ເຢໂຫວາ.—ຢກບ. 1:17

4. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ຈາກ​ການ​ໃຫ້?

4 ພວກ​ເຮົາ​ທຸກ​ຄົນ​ຄື​ຊິ​ຢາກ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ຈາກ​ການ​ໃຫ້. ເຮົາ​ມີ​ຄວາມ​ສຸກ​ແບບ​ນັ້ນ​ໄດ້​ໂດຍ​ຮຽນ​ແບບ​ຄວາມ​ໃຈ​ກວ້າງ​ຂອງ​ພະ​ເຢໂຫວາ. (ອຟຊ. 5:1) ໃນ​ບົດ​ນີ້​ເຮົາ​ຈະ​ຮຽນ​ກ່ຽວກັບ​ຕົວຢ່າງ​ທີ່​ດີ​ຂອງ​ພະ​ເຢໂຫວາ​ໃນ​ການ​ໃຫ້ ແລະ​ເຮົາ​ຍັງ​ຈະ​ຮຽນ​ວ່າ​ເຮົາ​ຈະ​ເຮັດ​ແນວ​ໃດ​ຖ້າ​ຮູ້ສຶກ​ວ່າ​ຄົນ​ອື່ນ​ບໍ່​ໄດ້​ສະແດງ​ຄວາມ​ຂອບໃຈ​ໃນ​ສິ່ງ​ທີ່​ເຮົາ​ເຮັດ​ເພື່ອ​ເຂົາເຈົ້າ. ການ​ຮຽນ​ເລື່ອງ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ສຸກ​ຕໍ່ໆ​ໄປ​ແລະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ຈາກ​ການ​ໃຫ້.

ຮຽນ​ແບບ​ຄວາມ​ໃຈ​ກວ້າງ​ຂອງ​ພະ​ເຢໂຫວາ

5. ພະ​ເຢໂຫວາ​ໃຫ້​ເຮົາ​ມີ​ສິ່ງ​ທີ່​ຈຳເປັນ​ຫຍັງ​ແດ່?

5 ພະ​ເຢໂຫວາ​ສະແດງ​ຄວາມ​ໃຈ​ກວ້າງ​ກັບ​ເຮົາ​ແນວ​ໃດ​ແດ່? ໃຫ້​ເຮົາ​ເບິ່ງ​ບາງ​ຕົວຢ່າງ​ນຳ​ກັນ. ພະ​ເຢໂຫວາ​ໃຫ້​ເຮົາ​ມີ​ສິ່ງ​ທີ່​ຈຳເປັນ. ເຮົາ​ອາດ​ບໍ່​ມີ​ຊີວິດ​ທີ່​ຫຼູຫຼາ ແຕ່​ເພິ່ນ​ກໍ​ໃຫ້​ເຮົາ​ມີ​ສິ່ງ​ທີ່​ຈຳເປັນ​ໃນ​ຊີວິດ ເຊັ່ນ: ເພິ່ນ​ໃຫ້​ເຮົາ​ມີ​ຂອງກິນ ເຄື່ອງນຸ່ງ ແລະ​ບ່ອນ​ຢູ່. (ພສ. 4:8; ມທ. 6:31-33; 1ຕມ. 6:6-8) ພະ​ເຢໂຫວາ​ບໍ່​ໄດ້​ໃຫ້​ສິ່ງ​ເຫຼົ່າ​ນີ້​ກັບ​ເຮົາ​ຍ້ອນ​ຮູ້ສຶກ​ວ່າ​ເພິ່ນ​ຈຳເປັນ​ຕ້ອງ​ໃຫ້. ຄັນຊັ້ນ ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ເຮັດ​ແບບ​ນີ້?

6. ເຮົາ​ຮຽນ​ຫຍັງ​ຈາກ​ມັດທາຍ 6:25, 26?

6 ພະ​ເຢໂຫວາ​ໃຫ້​ເຮົາ​ມີ​ສິ່ງ​ທີ່​ຈຳເປັນ​ໃນ​ຊີວິດ​ຍ້ອນ​ເພິ່ນ​ຮັກ​ເຮົາ. ໃຫ້​ເບິ່ງ​ສິ່ງ​ທີ່​ພະ​ເຢຊູ​ເວົ້າ​ໃນ​ມັດທາຍ 6:25, 26. (ອ່ານ) ພະ​ເຢຊູ​ໃຊ້​ຕົວຢ່າງ​ເລື່ອງ​ນົກ​ໂດຍ​ເວົ້າ​ວ່າ: “ພວກ​ມັນ​ບໍ່​ໄດ້​ຫວ່ານ​ແນວ​ປູກ ບໍ່​ໄດ້​ເກັບ​ກ່ຽວ ແລະ​ບໍ່​ໄດ້​ສະສົມ​ເມັດ​ພືດ​ໄວ້​ໃນ​ເລົ້າ​ເຂົ້າ.” ແຕ່​ໃຫ້​ສັງເກດ​ສິ່ງ​ທີ່​ພະ​ເຢຊູ​ເວົ້າ​ຕໍ່​ຈາກ​ນັ້ນ​ທີ່​ວ່າ: “ພະເຈົ້າ​ພໍ່​ຂອງ​ພວກ​ເຈົ້າ​ໃນ​ສະຫວັນ​ກໍ​ຍັງ​ລ້ຽງ​ພວກ​ມັນ.” ຫຼັງ​ຈາກ​ນັ້ນ ພະ​ເຢຊູ​ຖາມ​ວ່າ: “ພວກ​ເຈົ້າ​ມີ​ຄ່າ​ຫຼາຍ​ກວ່າ​ນົກ​ບໍ່​ແມ່ນ​ບໍ?” ພະ​ເຢຊູ​ຢາກ​ສອນ​ຫຍັງ​ເຮົາ? ພະ​ເຢໂຫວາ​ຖື​ວ່າ​ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ເພິ່ນ​ມີ​ຄ່າ​ຫຼາຍ​ກວ່າ​ສັດ. ຖ້າ​ພະ​ເຢໂຫວາ​ເບິ່ງແຍງ​ສັດ​ເຫຼົ່າ​ນີ້ ເຮົາ​ກໍ​ໝັ້ນໃຈ​ໄດ້​ວ່າ​ເພິ່ນ​ຈະ​ເບິ່ງແຍງ​ເຮົາ​ໃຫ້​ມີ​ສິ່ງ​ທີ່​ຈຳເປັນ​ໃນ​ຊີວິດ​ຄື​ກັນ! ພະ​ເຢໂຫວາ​ເປັນ​ຄື​ກັບ​ພໍ່​ທີ່​ເບິ່ງແຍງ​ຄົນ​ໃນ​ຄອບຄົວ​ດ້ວຍ​ຄວາມ​ຮັກ.—ພສ. 145:16; ມທ. 6:32

7. ວິທີ​ໜຶ່ງ​ທີ່​ເຮົາ​ສາມາດ​ຮຽນ​ແບບ​ຄວາມ​ໃຈ​ກວ້າງ​ຂອງ​ພະ​ເຢໂຫວາ​ແມ່ນ​ຫຍັງ? (ເບິ່ງ​ຮູບ​ນຳ)

7 ຄື​ກັບ​ພະ​ເຢໂຫວາ ເຮົາ​ສາມາດ​ໃຫ້​ສິ່ງ​ຈຳເປັນ​ກັບ​ຄົນ​ອື່ນ​ໄດ້​ຍ້ອນ​ເຮົາ​ຮັກ​ເຂົາເຈົ້າ. ຕົວຢ່າງ​ເຊັ່ນ: ເຈົ້າ​ຮູ້​ຈັກ​ພີ່ນ້ອງ​ຜູ້​ໃດ​ບໍ​ທີ່​ຕ້ອງການ​ຂອງກິນ​ຫຼື​ເຄື່ອງນຸ່ງ? ພະ​ເຢໂຫວາ​ສາມາດ​ໃຊ້​ເຈົ້າ​ໃຫ້​ຊ່ວຍ​ເຂົາເຈົ້າ​ໄດ້. ພະຍານ​ພະ​ເຢໂຫວາ​ມີ​ຊື່​ສຽງ​ວ່າ​ມັກ​ຊ່ວຍ​ເຫຼືອ​ກັນ​ເມື່ອ​ເກີດ​ໄພພິບັດ. ຕົວຢ່າງ​ເຊັ່ນ: ຕອນ​ທີ່​ພະຍາດ​ໂຄວິດ-19 ລະບາດ ພີ່ນ້ອງ​ໄດ້​ແບ່ງ​ຂອງກິນ ເຄື່ອງນຸ່ງ ແລະ​ສິ່ງ​ອື່ນໆ​ໃຫ້​ກັບ​ຜູ້​ທີ່​ມີ​ຄວາມ​ຈຳເປັນ. ພີ່ນ້ອງ​ຫຼາຍ​ຄົນ​ຍັງ​ໄດ້​ບໍລິຈາກ​ເງິນ​ຢ່າງ​ໃຈ​ກວ້າງ​ສຳລັບ​ວຽກ​ທົ່ວ​ໂລກ ເຊິ່ງ​ເງິນ​ເຫຼົ່າ​ນັ້ນ​ຖືກ​ເອົາ​ໄປ​ໃຊ້​ເພື່ອ​ຊ່ວຍ​ເຫຼືອ​ພີ່ນ້ອງ​ຢູ່​ທົ່ວ​ໂລກ​ເມື່ອ​ເກີດ​ໄພພິບັດ. ພີ່ນ້ອງ​ເຫຼົ່າ​ນີ້​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ເຮັບເຣີ 13:16 ທີ່​ວ່າ: “ຢ່າ​ລືມ​ເຮັດ​ດີ​ແລະ​ແບ່ງ​ປັນ​ສິ່ງ​ຂອງ​ໃຫ້​ຄົນ​ອື່ນ ຍ້ອນ​ພະເຈົ້າ​ພໍໃຈ​ເຄື່ອງ​ບູຊາ​ແບບ​ນັ້ນ.”

ເຮົາ​ທຸກ​ຄົນ​ສາມາດ​ຮຽນ​ແບບ​ຄວາມ​ໃຈ​ກວ້າງ​ຂອງ​ພະ​ເຢໂຫວາ​ໄດ້ (ເບິ່ງ​ຂໍ້ 7)


8. ພະ​ເຢໂຫວາ​ໃຫ້​ກຳລັງ​ເຮົາ​ເພື່ອ​ຫຍັງ? (ຟີລິບປອຍ 2:13)

8 ພະ​ເຢໂຫວາ​ໃຫ້​ກຳລັງ​ເຮົາ. ພະ​ເຢໂຫວາ​ມີ​ກຳລັງ​ທີ່​ບໍ່​ມີ​ຂີດ​ຈຳກັດ ແລະ​ເພິ່ນ​ມີ​ຄວາມ​ສຸກ​ທີ່​ໄດ້​ໃຫ້​ກຳລັງ​ກັບ​ຜູ້​ຮັບໃຊ້​ຂອງ​ເພິ່ນ. (ອ່ານ​ຟີລິບປອຍ 2:13) ເຈົ້າ​ເຄີຍ​ອະທິດຖານ​ຂໍ​ໃຫ້​ມີ​ກຳລັງ​ເພື່ອ​ຈະ​ຕ້ານ​ທານ​ການ​ລໍ້ໃຈ ຫຼື​ໃຫ້​ມີ​ກຳລັງ​ທີ່​ຈະ​ອົດທົນ​ກັບ​ບັນຫາ​ບໍ? ເຈົ້າ​ອາດ​ເຄີຍ​ອະທິດຖານ​ຂໍ​ໃຫ້​ມີ​ກຳລັງ​ພຽງ​ພໍ​ທີ່​ຈະ​ສູ້​ຕໍ່​ໄປ​ໄດ້​ອີກ​ມື້​ໜຶ່ງ. ເມື່ອ​ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ເຈົ້າ ເຈົ້າ​ຄື​ຊິ​ເຫັນດີ​ກັບ​ສິ່ງ​ທີ່​ໂປໂລ​ຂຽນ​ທີ່​ວ່າ: “ຂ້ອຍ​ມີ​ກຳລັງ​ອົດທົນ​ໄດ້​ທຸກ​ສິ່ງ​ຍ້ອນ​ພະເຈົ້າ​ໃຫ້​ກຳລັງ​ຂ້ອຍ.”—ຟລປ. 4:13

9. ເຮົາ​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ແນວ​ໃດ​ໃນ​ການ​ໃຊ້​ກຳລັງ​ເພື່ອ​ຊ່ວຍ​ເຫຼືອ​ຄົນ​ອື່ນ? (ເບິ່ງ​ຮູບ​ນຳ)

9 ເຮົາ​ບໍ່​ຄື​ກັບ​ພະ​ເຢໂຫວາ ເຮົາ​ມີ​ກຳລັງ​ທີ່​ມີ​ຂີດ​ຈຳກັດ ແລະ​ເຮົາ​ບໍ່​ສາມາດ​ໃຫ້​ກຳລັງ​ຄົນ​ອື່ນ​ຄື​ກັບ​ທີ່​ພະ​ເຢໂຫວາ​ເຮັດ ແຕ່​ເຮົາ​ສາມາດ​ຮຽນ​ແບບ​ພະ​ເຢໂຫວາ​ໂດຍ​ໃຊ້​ກຳລັງ​ຂອງ​ເຮົາ​ເພື່ອ​ຊ່ວຍ​ເຫຼືອ​ຄົນ​ອື່ນ. ຕົວຢ່າງ​ເຊັ່ນ: ເຮົາ​ສາມາດ​ໄປ​ຊື້​ເຄື່ອງ​ຫຼື​ເຮັດ​ວຽກ​ເຮືອນ​ໃຫ້​ພີ່ນ້ອງ​ທີ່​ເຖົ້າ​ແລ້ວ​ຫຼື​ພີ່ນ້ອງ​ທີ່​ບໍ່​ສະບາຍ. ຖ້າ​ເຮັດ​ໄດ້ ເຮົາ​ອາດ​ອາສາ​ສະໝັກ​ຊ່ວຍ​ອະນາໄມ​ແລະ​ເບິ່ງແຍງ​ຫໍປະຊຸມ. ເມື່ອ​ເຮົາ​ໃຊ້​ກຳລັງ​ຂອງ​ເຮົາ​ເຮັດ​ສິ່ງ​ເຫຼົ່າ​ນີ້ ເຮົາ​ກໍ​ສາມາດ​ເຮັດ​ສິ່ງ​ທີ່​ເປັນ​ປະໂຫຍດ​ຕໍ່​ພີ່ນ້ອງ.

ເຮົາ​ສາມາດ​ໃຊ້​ກຳລັງ​ຂອງ​ເຮົາ​ເພື່ອ​ຊ່ວຍ​ຄົນ​ອື່ນ​ໄດ້ (ເບິ່ງ​ຂໍ້ 9)


10. ເຮົາ​ຈະ​ໃຊ້​ຄຳເວົ້າ​ແນວ​ໃດ​ເພື່ອ​ໃຫ້​ກຳລັງ​ຄົນ​ອື່ນ?

10 ໃຫ້​ຈື່​ໄວ້​ວ່າ​ຄຳເວົ້າ​ຂອງ​ເຈົ້າ​ໃຫ້​ກຳລັງ​ຄົນ​ອື່ນ​ໄດ້. ເຈົ້າ​ຄິດ​ເຖິງ​ໃຜ​ບໍ​ທີ່​ເຈົ້າ​ຈະ​ເວົ້າ​ໃຫ້​ກຳລັງ​ໃຈ​ໄດ້ ຫຼື​ມີ​ໃຜ​ບໍ​ທີ່​ຕ້ອງການ​ການ​ປອບ​ໃຈ? ຖ້າ​ມີ ຂໍ​ໃຫ້​ບອກ​ລາວ​ວ່າ​ເຈົ້າ​ເປັນ​ຫ່ວງ​ລາວ. ເຈົ້າ​ອາດ​ໄປ​ຢາມ​ລາວ ໂທ​ໄປ​ຫາ ສົ່ງ​ກ໋າດ​ໄປ​ໃຫ້ ສົ່ງ​ອີເມວ ຫຼື​ສົ່ງ​ຂໍ້​ຄວາມ​ກໍ​ໄດ້. ເຈົ້າ​ບໍ່​ຈຳເປັນ​ຕ້ອງ​ໃຊ້​ຄຳເວົ້າ​ທີ່​ເລີດຫຼູ ແຕ່​ຄຳເວົ້າ​ຈາກ​ໃຈ​ບໍ່​ເທົ່າ​ໃດ​ຄຳ​ກໍ​ອາດ​ເປັນ​ສິ່ງ​ທີ່​ພີ່ນ້ອງ​ຕ້ອງການ​ພໍ​ດີ​ເພື່ອ​ຊ່ວຍ​ລາວ​ໃຫ້​ຮັກສາ​ຄວາມ​ສັດຊື່​ໄດ້​ໃນ​ມື້​ນັ້ນ ຫຼື​ເພື່ອ​ຊ່ວຍ​ລາວ​ໃຫ້​ມີ​ຄວາມ​ຄິດ​ໃນ​ແງ່​ບວກ​ຫຼາຍ​ຂຶ້ນ.—ສພສ. 12:25; ອຟຊ. 4:29

11. ພະ​ເຢໂຫວາ​ໃຫ້​ສະຕິ​ປັນຍາ​ເຮົາ​ແນວ​ໃດ?

11 ພະ​ເຢໂຫວາ​ໃຫ້​ສະຕິ​ປັນຍາ​ກັບ​ເຮົາ. ຢາໂກໂບ​ຂຽນ​ວ່າ: “ຖ້າ​ຜູ້​ໃດ​ໃນ​ພວກ​ເຈົ້າ​ຂາດ​ສະຕິ​ປັນຍາ ໃຫ້​ລາວ​ຂໍ​ຈາກ​ພະເຈົ້າ​ຕໍ່ໆ​ໄປ. . . . ຍ້ອນ​ເພິ່ນ​ເຕັມໃຈ​ໃຫ້​ສິ່ງ​ນັ້ນ​ກັບ​ທຸກ​ຄົນ​ຢ່າງ​ໃຈ​ກວ້າງ​ແລະ​ບໍ່​ເຄີຍ​ຕຳໜິ.” (ຢກບ. 1:5) ຄຳເວົ້າ​ເຫຼົ່າ​ນີ້​ເຮັດ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ຫວງ​ສະຕິ​ປັນຍາ​ຂອງ​ເພິ່ນ ແຕ່​ເພິ່ນ​ພ້ອມ​ຈະ​ໃຫ້​ເຮົາ​ຢ່າງ​ໃຈ​ກວ້າງ. ນອກ​ຈາກ​ນັ້ນ ໃຫ້​ສັງເກດ​ວ່າ​ເມື່ອ​ພະ​ເຢໂຫວາ​ໃຫ້​ສະຕິ​ປັນຍາ ເພິ່ນ “ບໍ່​ເຄີຍ​ຕຳໜິ​ເຮົາ.” ເພິ່ນ​ບໍ່​ເຄີຍ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ບໍ່​ດີ​ເມື່ອ​ຕ້ອງ​ຂໍ​ການ​ຊີ້ນຳ​ຈາກ​ເພິ່ນ ແຕ່​ກົງ​ກັນ​ຂ້າມ ເພິ່ນ​ຢາກ​ໃຫ້​ເຮົາ​ຂໍ​ການ​ຊີ້ນຳ​ຈາກ​ເພິ່ນ.—ສພສ. 2:1-6

12. ມີ​ໂອກາດ​ໃດ​ແດ່​ທີ່​ເຮົາ​ຈະ​ແບ່ງ​ປັນ​ສິ່ງ​ທີ່​ເຮົາ​ຮູ້​ໃຫ້​ຄົນ​ອື່ນ?

12 ເຮົາ​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ໄດ້​ບໍ​ໂດຍ​ແບ່ງ​ປັນ​ສະຕິ​ປັນຍາ​ໃຫ້​ຄົນ​ອື່ນ? (ພສ. 32:8) ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ມີ​ຫຼາຍ​ໂອກາດ​ທີ່​ຈະ​ແບ່ງ​ປັນ​ສິ່ງ​ທີ່​ເຂົາເຈົ້າ​ໄດ້​ຮຽນ​ໃຫ້​ຄົນ​ອື່ນ. ຕົວຢ່າງ​ເຊັ່ນ: ເຮົາ​ສາມາດ​ຝຶກ​ພີ່ນ້ອງ​ໃໝ່​ໃຫ້​ປະກາດ​ເກັ່ງ​ຂຶ້ນ. ຜູ້​ເບິ່ງແຍງ​ສາມາດ​ຝຶກ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ແລະ​ພີ່ນ້ອງ​ຊາຍ​ທີ່​ຮັບ​ບັບເຕມາ​ແລ້ວ​ຢ່າງ​ອົດທົນ​ໃຫ້​ຮູ້​ວິທີ​ທີ່​ຈະ​ເຮັດ​ວຽກ​ມອບໝາຍ​ໃນ​ປະຊາຄົມ. ນອກ​ຈາກ​ນັ້ນ ພີ່ນ້ອງ​ທີ່​ມີ​ຄວາມ​ສາມາດ​ໃນ​ການ​ກໍ່ສ້າງ​ແລະ​ສ້ອມ​ແປງ​ກໍ​ສາມາດ​ຝຶກ​ພີ່ນ້ອງ​ທີ່​ມີ​ປະສົບການ​ໜ້ອຍ​ກວ່າ​ໃຫ້​ຊ່ວຍ​ເບິ່ງແຍງ​ອາຄານ​ຕ່າງໆ​ຂອງ​ອົງການ.

13. ເມື່ອ​ເຮົາ​ຝຶກ​ຄົນ​ອື່ນ ເຮົາ​ພະຍາຍາມ​ຮຽນ​ແບບ​ພະ​ເຢໂຫວາ​ແນວ​ໃດ?

13 ໃຫ້​ພະຍາຍາມ​ຮຽນ​ແບບ​ພະ​ເຢໂຫວາ​ເມື່ອ​ຝຶກ​ຄົນ​ອື່ນ. ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ໃຫ້​ຢ່າງ​ໃຈ​ກວ້າງ. ດັ່ງນັ້ນ ຕອນ​ທີ່​ເຮົາ​ຝຶກ​ຄົນ​ອື່ນ ເຮົາ​ກໍ​ຢາກ​ແບ່ງ​ປັນ​ຄວາມ​ຮູ້​ແລະ​ປະສົບການ​ທີ່​ເຮົາ​ມີ​ໃຫ້​ຜູ້​ທີ່​ເຮົາ​ສອນ​ຢ່າງ​ໃຈ​ກວ້າງ. ເຮົາ​ບໍ່​ຢາກ​ຫວງ​ຄວາມ​ຮູ້​ບາງ​ຢ່າງ​ໄວ້​ຍ້ອນ​ຢ້ານ​ວ່າ​ຜູ້​ທີ່​ເຮົາ​ຝຶກ​ຈະ​ມາ​ເຮັດ​ວຽກ​ແທນ​ເຮົາ ແລະ​ເຮົາ​ຈະ​ບໍ່​ຄິດ​ວ່າ ‘ຂ້ອຍ​ກະ​ຍັງ​ບໍ່​ມີ​ຜູ້​ໃດ​ມາ​ສອນ ໃຫ້​ລາວ​ຮຽນ​ເອົາ​ເອງ​ສະ.’ ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ບໍ່​ຄວນ​ມີ​ຄວາມ​ຄິດ​ແບບ​ນີ້. ແທນ​ທີ່​ຈະ​ເປັນ​ຈັ່ງ​ຊັ້ນ ເຮົາ​ຍິນດີ​ທີ່​ຈະ​ແບ່ງ​ປັນ​ທຸກ​ສິ່ງ​ທີ່​ເຮົາ​ຮູ້​ແລະ​ເຮັດ​ທຸກ​ຢ່າງ​ທີ່​ເຮັດ​ໄດ້​ເພື່ອ​ຝຶກ​ສອນ​ຄົນ​ອື່ນ. (1ທຊ. 2:8) ເຮົາ​ຢາກ​ໃຫ້​ເຂົາເຈົ້າ “ມີ​ຄວາມ​ສາມາດ​ພໍ​ທີ່​ຈະ​ສອນ​ຄົນ​ອື່ນ​ໄດ້.” (2ຕມ. 2:1, 2) ຖ້າ​ເຮົາ​ແບ່ງ​ປັນ​ຄວາມ​ຮູ້​ຢ່າງ​ໃຈ​ກວ້າງ ທັງ​ເຮົາ​ແລະ​ຄົນ​ທີ່​ເຮົາ​ຝຶກ​ກໍ​ຈະ​ເກັ່ງ​ຂຶ້ນ​ແລະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ.

ຖ້າ​ຄົນ​ທີ່​ເຮົາ​ເຮັດ​ບາງ​ຢ່າງ​ໃຫ້​ບໍ່​ໄດ້​ສະແດງ​ຄວາມ​ຂອບໃຈ

14. ເມື່ອ​ເຮົາ​ເຮັດ​ບາງ​ຢ່າງ​ເພື່ອ​ຄົນ​ອື່ນ ສ່ວນ​ຫຼາຍ​ແລ້ວ​ເຂົາເຈົ້າ​ເປັນ​ແນວ​ໃດ?

14 ຖ້າ​ເຮົາ​ໃຫ້​ຫຼື​ເຮັດ​ບາງ​ຢ່າງ​ເພື່ອ​ຄົນ​ອື່ນ​ໂດຍ​ສະເພາະ​ກັບ​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ ເຂົາເຈົ້າ​ກໍ​ມັກ​ສະແດງ​ຄວາມ​ຂອບໃຈ​ເຮົາ. ເຂົາເຈົ້າ​ອາດ​ຈະ​ຂຽນ​ຂໍ້​ຄວາມ​ຫຼື​ສະແດງ​ຄວາມ​ຂອບໃຈ​ໃນ​ວິທີ​ອື່ນ. (ກລຊ. 3:15) ຕອນ​ທີ່​ເຂົາເຈົ້າ​ຂອບໃຈ​ໃນ​ສິ່ງ​ທີ່​ເຮົາ​ເຮັດ ເຮົາ​ກໍ​ແຮ່ງ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ທີ່​ໄດ້​ຊ່ວຍ​ເຂົາເຈົ້າ.

15. ຖ້າ​ບາງ​ຄົນ​ບໍ່​ໄດ້​ສະແດງ​ຄວາມ​ຂອບໃຈ​ໃນ​ສິ່ງ​ທີ່​ເຮົາ​ເຮັດ​ເພື່ອ​ເຂົາເຈົ້າ ເຮົາ​ຄວນ​ຈື່​ຫຍັງ​ໄວ້?

15 ບາງ​ເທື່ອ​ອາດ​ເປັນ​ໄປ​ໄດ້​ທີ່​ບາງ​ຄົນ​ບໍ່​ໄດ້​ສະແດງ​ຄວາມ​ຂອບໃຈ​ໃນ​ສິ່ງ​ທີ່​ເຮົາ​ເຮັດ​ເພື່ອ​ເຂົາເຈົ້າ ຫຼື​ບໍ່​ໄດ້​ສຳນຶກ​ວ່າ​ເຮົາ​ໃຊ້​ເວລາ ເຫື່ອ​ແຮງ ຫຼື​ເງິນ​ຄຳ​ຫຼາຍ​ສ່ຳ​ໃດ​ເພື່ອ​ຊ່ວຍ​ເຂົາເຈົ້າ. ຖ້າ​ເປັນ​ແບບ​ນັ້ນ ເຮົາ​ຊິ​ເຮັດ​ແນວ​ໃດ​ເພື່ອ​ຈະ​ຍັງ​ມີ​ຄວາມ​ສຸກ​ໃນ​ການ​ໃຫ້​ແລະ​ບໍ່​ຜິດ​ຫວັງ? ຂໍ​ໃຫ້​ເຮົາ​ຈື່​ຂໍ້​ພະຄຳພີ​ຫຼັກ​ຂອງ​ບົດ​ນີ້​ໃນ​ກິດຈະການ 20:35. ຄວາມ​ສຸກ​ຂອງ​ເຮົາ​ບໍ່​ໄດ້​ຂຶ້ນ​ຢູ່​ກັບ​ວ່າ​ຄົນ​ອື່ນ​ເຫັນຄ່າ​ສິ່ງ​ທີ່​ເຮົາ​ເຮັດ​ຫຼື​ບໍ່. ເຮົາ​ຍັງ​ມີ​ຄວາມ​ສຸກ​ໄດ້​ເຖິງ​ວ່າ​ຄົນ​ອື່ນ​ບໍ່​ໄດ້​ສະແດງ​ຄວາມ​ຂອບໃຈ​ໃນ​ສິ່ງ​ທີ່​ເຮົາ​ເຮັດ. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ສຸກ? ໃຫ້​ເຮົາ​ມາ​ເບິ່ງ​ບາງ​ຈຸດ​ນຳ​ກັນ.

16. ເຮົາ​ຄວນ​ຈື່​ຫຍັງ​ໄວ້​ຕອນ​ທີ່​ເຮົາ​ໃຫ້​ຄົນ​ອື່ນ?

16 ໃຫ້​ຈື່​ໄວ້​ວ່າ​ເຮົາ​ກຳລັງ​ຮຽນ​ແບບ​ພະ​ເຢໂຫວາ. ເພິ່ນ​ໃຫ້​ສິ່ງ​ດີໆ​ກັບ​ທຸກ​ຄົນ ບໍ່​ວ່າ​ເຂົາເຈົ້າ​ຈະ​ເຫັນຄ່າ​ຫຼື​ບໍ່. (ມທ. 5:43-48) ພະ​ເຢໂຫວາ​ສັນຍາ​ວ່າ​ຖ້າ​ເຮົາ​ໃຫ້ “ໂດຍ​ບໍ່​ຫວັງ​ຈະ​ໄດ້​ຄືນ” ເຮົາ​ຈະ​ໄດ້​ຮັບ “ລາງວັນ​ທີ່​ມີ​ຄ່າ​ຫຼາຍ.” (ລກ. 6:35) ດັ່ງນັ້ນ ເຮົາ​ບໍ່​ຕ້ອງ​ເສຍໃຈ​ຫຼື​ຜິດ​ຫວັງ​ຖ້າ​ຄົນ​ອື່ນ​ບໍ່​ໄດ້​ສະແດງ​ຄວາມ​ຂອບໃຈ​ໃນ​ສິ່ງ​ທີ່​ເຮົາ​ເຮັດ. ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ລາງວັນ​ເຈົ້າ ຍ້ອນ​ເຈົ້າ​ເຮັດ​ດີ​ກັບ​ຄົນ​ອື່ນ​ແລະ​ຍ້ອນ​ເຈົ້າ​ເປັນ “ຄົນ​ທີ່​ມີ​ຄວາມ​ສຸກ​ໃນ​ການ​ໃຫ້.”—ສພສ. 19:17; 2ກຣ. 9:7

17. ອັນ​ໃດ​ເປັນ​ເຫດຜົນ​ສຳຄັນ​ທີ່​ສຸດ​ທີ່​ກະຕຸ້ນ​ເຮົາ​ໃຫ້​ຢາກ​ໃຫ້​ຄົນ​ອື່ນ? (ລູກາ 14:12-14)

17 ອີກ​ວິທີ​ໜຶ່ງ​ທີ່​ເຮົາ​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ໄດ້​ແມ່ນ ການ​ເຮັດ​ຕາມ​ສິ່ງ​ທີ່​ພະ​ເຢຊູ​ບອກ​ໃນ​ລູກາ 14:12-14. (ອ່ານ) ທີ່ຈິງ ມັນ​ກໍ​ບໍ່​ຜິດ​ທີ່​ເຮົາ​ຈະ​ເປັນ​ຄົນ​ເອື້ອເຟື້ອ​ແລະ​ມີ​ນ້ຳໃຈ​ຕໍ່​ຜູ້​ທີ່​ຕອບ​ແທນ​ເຮົາ​ໄດ້. ແຕ່​ຖ້າ​ເຮົາ​ສັງເກດ​ເຫັນ​ວ່າ​ເຮົາ​ມັກ​ໃຫ້​ຄົນ​ອື່ນ​ຍ້ອນ​ຫວັງ​ສິ່ງ​ຕອບ​ແທນ ເຮົາ​ຈະ​ເຮັດ​ແນວ​ໃດ? ເຮົາ​ຄວນ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ພະ​ເຢຊູ. ໃຫ້​ເຮົາ​ສະແດງ​ຄວາມ​ມີ​ນ້ຳໃຈ​ກັບ​ຄົນ​ທີ່​ຕອບ​ແທນ​ເຮົາ​ບໍ່​ໄດ້ ແລ້ວ​ເຮົາ​ຈະ​ມີ​ຄວາມ​ສຸກ​ຍ້ອນ​ເຮົາ​ກຳລັງ​ຮຽນ​ແບບ​ພະ​ເຢໂຫວາ. ຖ້າ​ເຮົາ​ບໍ່​ຫວັງ​ສິ່ງ​ຕອບ​ແທນ ເຮົາ​ກໍ​ຈະ​ຍັງ​ມີ​ຄວາມ​ສຸກ​ເມື່ອ​ເຮົາ​ໃຫ້​ຄົນ​ອື່ນ​ເຖິງ​ວ່າ​ເຂົາເຈົ້າ​ບໍ່​ໄດ້​ສະແດງ​ຄວາມ​ຂອບໃຈ.

18. ເຮົາ​ບໍ່​ຄວນ​ເຮັດ​ຫຍັງ ແລະ​ຍ້ອນຫຍັງ?

18 ຢ່າ​ສະຫຼຸບ​ວ່າ​ຄົນ​ອື່ນ​ບໍ່​ຮູ້​ຈັກ​ຂອບໃຈ. (1ກຣ. 13:7) ຖ້າ​ຄົນ​ທີ່​ເຮົາ​ໃຫ້​ບໍ່​ໄດ້​ສະແດງ​ຄວາມ​ຂອບໃຈ ເຮົາ​ອາດ​ຖາມ​ໂຕເອງ​ວ່າ: ‘ເຂົາເຈົ້າ​ບໍ່​ເຫັນຄ່າ​ແທ້ໆ​ບໍ​ໃນ​ສິ່ງ​ທີ່​ເຮົາ​ເຮັດ ຫຼື​ເຂົາເຈົ້າ​ລືມ​ຂອບໃຈ?’ ບາງ​ເທື່ອ​ເຂົາເຈົ້າ​ອາດ​ສະແດງ​ຄວາມ​ຂອບໃຈ ແຕ່​ບໍ່​ແມ່ນ​ໃນ​ແບບ​ທີ່​ເຮົາ​ຄິດ​ໄວ້. ບາງ​ຄົນ​ອາດ​ຮູ້ສຶກ​ຂອບໃຈ​ແທ້ໆ​ແຕ່​ສະແດງ​ອອກ​ມາ​ຍາກ ຫຼື​ເຂົາເຈົ້າ​ອາດ​ຮູ້ສຶກ​ອາຍ​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ໂດຍ​ສະເພາະ​ຖ້າ​ຜ່ານ​ມາ​ເຂົາເຈົ້າ​ເຄີຍ​ເປັນ​ຄົນ​ທີ່​ຊ່ວຍ​ເຫຼືອ​ຄົນ​ອື່ນ. ບໍ່​ວ່າ​ຈະ​ຍ້ອນ​ເຫດຜົນ​ໃດ ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພີ່ນ້ອງ​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ຄິດ​ໃນ​ແງ່​ລົບ​ຕໍ່​ເຂົາເຈົ້າ ແລະ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ສຸກ​ຕໍ່ໆ​ໄປ​ໃນ​ການ​ໃຫ້.—ອຟຊ. 4:2

19-20. ມີ​ຫຍັງ​ອີກ​ທີ່​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ໃນ​ການ​ຊ່ວຍ​ຄົນ​ອື່ນ? (ເບິ່ງ​ຮູບ​ນຳ)

19 ຢ່າ​ຄາດໝາຍ​ວ່າ​ຄົນ​ອື່ນ​ຈະ​ສະແດງ​ຄວາມ​ຂອບໃຈ​ທັນທີ. ກະສັດ​ໂຊໂລໂມນ​ໄດ້​ເວົ້າ​ວ່າ: “ໃຫ້​ໂຍນ​ເຂົ້າຈີ່​ຂອງ​ເຈົ້າ​ລົງ​ໄປ​ໃນ​ນ້ຳ​ແລະ​ຫຼາຍ​ມື້​ຕໍ່​ມາ​ເຈົ້າ​ຈະ​ເຈິ​ມັນ​ອີກ.” (ປຍຈ. 11:1) ຄຳເວົ້າ​ເຫຼົ່າ​ນີ້​ສອນ​ເຮົາ​ວ່າ ບາງ​ເທື່ອ​ຄົນ​ທີ່​ເຮົາ​ໃຫ້​ອາດ​ຈະ​ສະແດງ​ຄວາມ​ຂອບໃຈ​ຫຼັງ​ຈາກ “ຫຼາຍ​ມື້” ຜ່ານ​ໄປ. ໃຫ້​ເຮົາ​ມາ​ເບິ່ງ​ປະສົບການ​ກ່ຽວກັບ​ເລື່ອງ​ນີ້.

20 ຫຼາຍ​ປີ​ມາ​ແລ້ວ ເມຍ​ຂອງ​ຜູ້​ເບິ່ງແຍງ​ໝວດ​ໄດ້​ຂຽນ​ຈົດໝາຍ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຫາກໍ​ຮັບ​ບັບເຕມາ. ໃນ​ຈົດໝາຍ​ນັ້ນ​ລາວ​ເນັ້ນ​ວ່າ​ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ຈະ​ຮັກສາ​ຄວາມ​ສັດຊື່​ຕໍ່​ພະ​ເຢໂຫວາ​ຕໍ່ໆ​ໄປ. ຫຼັງ​ຈາກ​ຜ່ານ​ໄປ​ປະມານ 8 ປີ ພີ່ນ້ອງ​ຍິງ​ຄົນ​ນັ້ນ​ກໍ​ຂຽນ​ຈົດໝາຍ​ຕອບ​ກັບ​ມາ. ລາວ​ຂຽນ​ວ່າ: “ຂ້ອຍ​ຮູ້ສຶກ​ວ່າ​ຂ້ອຍ​ຕ້ອງ​ບອກ​ເຈົ້າ​ວ່າ​ເຈົ້າ​ຊ່ວຍ​ຂ້ອຍ​ຫຼາຍ​ແທ້ໆ​ໂດຍ​ທີ່​ເຈົ້າ​ບໍ່​ຮູ້.” ລາວ​ເລົ່າ​ຕໍ່​ວ່າ: “ຄຳເວົ້າ​ຂອງ​ເຈົ້າ​ອົບອຸ່ນ​ຫຼາຍ ແລະ​ຂ້ອຍ​ບໍ່​ເຄີຍ​ລືມ​ຂໍ້​ຄຳພີ​ທີ່​ເຈົ້າ​ຂຽນ​ໃນ​ຈົດໝາຍ​ນັ້ນ.” a ຫຼັງ​ຈາກ​ເວົ້າ​ເຖິງ​ບັນຫາ​ຕ່າງໆ​ທີ່​ລາວ​ເຈິ​ໃນ​ຫຼາຍ​ປີ​ຜ່ານ​ມາ ລາວ​ເວົ້າ​ວ່າ: “ບາງ​ເທື່ອ​ຂ້ອຍ​ຮູ້ສຶກ​ເບື່ອ​ຊີວິດ. ຂ້ອຍ​ຢາກ​ຖິ້ມ​ທຸກ​ຢ່າງ ຖິ້ມ​ຄວາມ​ຈິງ ແລະ​ຖິ້ມ​ຄວາມ​ຮັບ​ຜິດ​ຊອບ​ທັງໝົດ. ແຕ່​ຂ້ອຍ​ຈື່​ຂໍ້​ຄຳພີ​ທີ່​ເຈົ້າ​ໄດ້​ຂຽນ​ໃນ​ຈົດໝາຍ ເຊິ່ງ​ມັນ​ຊ່ວຍ​ຂ້ອຍ​ໃຫ້​ຮັກສາ​ຄວາມ​ສັດຊື່​ແລະ​ບໍ່​ຍອມແພ້. ໃນ​ໄລຍະ 8 ປີ​ທີ່​ຜ່ານ​ມາ ບໍ່​ມີ​ຫຍັງ​ຊ່ວຍ​ແລະ​ໃຫ້​ກຳລັງ​ໃຈ​ຂ້ອຍ​ໄດ້​ຫຼາຍ​ສ່ຳ​ກັບ​ຈົດໝາຍ​ຂອງ​ເຈົ້າ​ແລະ​ຂໍ້​ຄຳພີ​ທີ່​ຢູ່​ໃນ​ນັ້ນ.” ຄິດ​ເບິ່ງ​ວ່າ​ເມຍ​ຂອງ​ຜູ້​ເບິ່ງແຍງ​ໝວດ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ສ່ຳ​ໃດ​ທີ່​ໄດ້​ຮັບ​ຈົດໝາຍ​ສະບັບ​ນີ້​ເຖິງ​ວ່າ​ເວລາ​ຈະ​ຜ່ານ​ໄປ​ບໍ່​ແມ່ນ​ຫຼາຍ​ມື້ ແຕ່​ຫຼາຍ​ປີ. ເຮົາ​ກໍ​ຄື​ກັນ ບາງ​ເທື່ອ​ເຮົາ​ອາດ​ຈະ​ໄດ້​ຮັບ​ຄຳ​ຂອບໃຈ​ຈາກ​ຄົນ​ທີ່​ເຮົາ​ຊ່ວຍ​ຫຼັງ​ຈາກ​ເວລາ​ຜ່ານ​ໄປ​ດົນ​ແລ້ວ.

ເຮົາ​ອາດ​ຈະ​ໄດ້​ຮັບ​ຄຳ​ຂອບໃຈ​ຈາກ​ຄົນ​ທີ່​ເຮົາ​ຊ່ວຍ​ຫຼັງ​ຈາກ​ເວລາ​ຜ່ານ​ໄປ​ດົນ​ແລ້ວ (ເບິ່ງ​ຂໍ້ 20) b


21. ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຕັ້ງໃຈ​ທີ່​ຈະ​ຮຽນ​ແບບ​ຄວາມ​ໃຈ​ກວ້າງ​ຂອງ​ພະ​ເຢໂຫວາ?

21 ຄື​ກັບ​ທີ່​ໄດ້​ເວົ້າ​ໄປ​ແລ້ວ​ໃນ​ຕອນ​ຕົ້ນ​ຂອງ​ບົດ​ນີ້ ພະ​ເຢໂຫວາ​ສ້າງ​ເຮົາ​ໃຫ້​ມີ​ຄວາມ​ສຸກ​ໃນ​ການ​ໃຫ້​ຫຼາຍ​ກວ່າ​ການ​ຮັບ. ເຮົາ​ມີ​ຄວາມ​ສຸກ​ທີ່​ໄດ້​ຊ່ວຍ​ພີ່ນ້ອງ ແລະ​ເຮົາ​ແຮ່ງ​ມີ​ຄວາມ​ສຸກ​ເມື່ອ​ເຂົາເຈົ້າ​ສະແດງ​ຄວາມ​ຂອບໃຈ​ໃນ​ສິ່ງ​ທີ່​ເຮົາ​ເຮັດ​ເພື່ອ​ເຂົາເຈົ້າ. ເຖິງ​ວ່າ​ເຂົາເຈົ້າ​ບໍ່​ໄດ້​ສະແດງ​ຄວາມ​ຂອບໃຈ ເຮົາ​ກໍ​ຍັງ​ມີ​ຄວາມ​ສຸກ​ທີ່​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ. ຂໍ​ໃຫ້​ຈື່​ໄວ້​ວ່າ ບໍ່​ວ່າ​ເຈົ້າ​ຈະ​ໃຫ້​ຄົນ​ອື່ນ​ຫຼາຍ​ສ່ຳ​ໃດ “ພະ​ເຢໂຫວາ​ສາມາດ . . . ໃຫ້ [ເຈົ້າ] ໄດ້​ຫຼາຍ​ກວ່າ​ນັ້ນ​ອີກ.” (2ຂຄ. 25:9) ພະ​ເຢໂຫວາ​ຈະ​ໃຫ້​ລາງວັນ​ເຈົ້າ​ແນ່ນອນ! ເມື່ອ​ພະ​ເຢໂຫວາ​ໃຫ້​ລາງວັນ​ເຮົາ ນັ້ນ​ເປັນ​ສິ່ງ​ທີ່​ດີ​ທີ່​ສຸດ​ແລະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ຫຼາຍ. ຂໍ​ໃຫ້​ເຮົາ​ຕັ້ງໃຈ​ທີ່​ຈະ​ຮຽນ​ແບບ​ຄວາມ​ໃຈ​ກວ້າງ​ຂອງ​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ທີ່​ຢູ່​ໃນ​ສະຫວັນ​ຕໍ່ໆ​ໄປ.

ເພງ​ທີ 17 “ເຮົາ​ຢາກ​ຊ່ວຍ”

a ຂໍ້​ຄຳພີ​ທີ່​ເມຍ​ຜູ້​ເບິ່ງແຍງ​ໝວດ​ຂຽນ​ໃຫ້​ພີ່ນ້ອງ​ຍິງ​ຄົນ​ນັ້ນ​ແມ່ນ 2 ໂຢຮັນ 8. ຂໍ້​ນັ້ນ​ເວົ້າ​ວ່າ: “ລະວັງ​ຢ່າ​ໃຫ້​ສິ່ງ​ທີ່​ພວກ​ເຮົາ​ທຸ່ມເທ​ເຮັດ​ເສຍ​ແຮງ​ໄປ​ລ້າໆ ແລ້ວ​ພວກ​ເຈົ້າ​ຈະ​ໄດ້​ຮັບ​ລາງວັນ​ທັງໝົດ​ທີ່​ພະເຈົ້າ​ກຽມ​ໄວ້​ໃຫ້.”

b ຄຳ​ອະທິບາຍ​ຮູບ: ໃນ​ຮູບ​ນີ້ ເມຍ​ຂອງ​ຜູ້​ເບິ່ງແຍງ​ໝວດ​ຂຽນ​ຈົດໝາຍ​ໄປ​ຫາ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ເພື່ອ​ໃຫ້​ກຳລັງ​ໃຈ. ຫຼັງ​ຈາກ​ຫຼາຍ​ປີ​ຜ່ານ​ໄປ ລາວ​ກໍ​ໄດ້​ຮັບ​ຈົດໝາຍ​ຈາກ​ພີ່ນ້ອງ​ຍິງ​ຄົນ​ນັ້ນ​ທີ່​ຂຽນ​ມາ​ຂອບໃຈ​ລາວ.