ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳ​ຖາມ​ຈາກ​ຜູ້​ອ່ານ

ຄຳ​ຖາມ​ຈາກ​ຜູ້​ອ່ານ

ຕອນ​ທີ່​ພະ​ເຢຊູ​ຕັ້ງ​ການ​ກິນ​ອາຫານ​ແລງ​ຂອງ​ພະຄລິດ ລູກສິດ 70 ຄົນ​ທີ່​ເພິ່ນ​ສົ່ງ​ອອກ​ໄປ​ປະກາດ​ກ່ອນ​ໜ້າ​ນີ້​ຢູ່​ໃສ? ເຂົາເຈົ້າ​ຖິ້ມ​ເພິ່ນ​ໄປ​ແລ້ວ​ບໍ?

ເຮົາ​ບໍ່​ຄວນ​ຄິດ​ວ່າ​ເຫດຜົນ​ທີ່​ລູກສິດ 70 ຄົນ​ບໍ່​ໄດ້​ຢູ່​ກັບ​ພະ​ເຢຊູ​ຕອນ​ທີ່​ເພິ່ນ​ຕັ້ງ​ການ​ກິນ​ອາຫານ​ແລງ​ຂອງ​ພະຄລິດແມ່ນ​ຍ້ອນ​ພະ​ເຢຊູ​ບໍ່​ຍອມຮັບ​ເຂົາເຈົ້າ ຫຼື​ຍ້ອນ​ເຂົາເຈົ້າ​ປະຖິ້ມເພິ່ນ. ພະ​ເຢຊູ​ພຽງ​ແຕ່​ຢາກ​ຢູ່​ກັບ​ພວກ​ອັກຄະສາວົກ​ຂອງ​ເພິ່ນ​ໃນ​ໂອກາດ​ນັ້ນ.

ອັກຄະສາວົກ 12 ຄົນ​ແລະ​ລູກສິດ 70 ຄົນ​ເປັນ​ຜູ້​ທີ່​ພະ​ເຢຊູ​ຍອມຮັບ. ໃນ​ພວກ​ລູກສິດ​ຫຼາຍໆ​ຄົນ ພະ​ເຢຊູ​ໄດ້​ເລືອກ​ເອົາ 12 ຄົນ​ແລະ​ເອີ້ນ​ເຂົາເຈົ້າ​ວ່າ​ອັກຄະສາວົກ. (ລກ. 6:12-16) ຕອນ​ທີ່​ພະ​ເຢຊູ​ຢູ່​ຄາລີເລ ເພິ່ນ “ເອີ້ນ​ອັກຄະສາວົກ 12 ຄົນ​ມາ” ແລະ “ສົ່ງ​ເຂົາເຈົ້າ​ອອກ​ໄປ​ປະກາດ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ແລະ​ປົວ​ຄົນ​ເຈັບ​ປ່ວຍ.” (ລກ. 9:1-6) ຕໍ່​ມາ ຕອນ​ທີ່​ພະ​ເຢຊູ​ຢູ່​ແຂວງ​ຢູດາຍ ເພິ່ນ​ໄດ້ “ເລືອກ​ລູກສິດ​ອີກ 70 ຄົນ ແລ້ວ​ສົ່ງ​ອອກ​ໄປ​ເປັນ​ຄູ່ໆ.” (ລກ. 9:51; 10:1) ຍ້ອນ​ແນວ​ນີ້​ພະ​ເຢຊູ​ຈຶ່ງ​ມີ​ລູກສິດ​ຢູ່​ຕາມ​ບ່ອນ​ຕ່າງໆ​ເພື່ອ​ເຮັດ​ວຽກ​ປະກາດ.

ຄົນ​ຢິວ​ທີ່​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະ​ເຢຊູ​ຍັງ​ສະຫຼອງ​ເທດສະການ​ປັດສະຄາ​ທຸກໆ​ປີ ເຂົາເຈົ້າ​ອາດ​ຈະ​ສະຫຼອງ​ກັບ​ຄອບຄົວ​ຂອງ​ໂຕເອງ. (ອພຍ. 12:6-11, 17-20) ບໍ່​ດົນ​ກ່ອນ​ທີ່​ພະ​ເຢຊູ​ຈະ​ຕາຍ ເພິ່ນ​ກັບ​ພວກ​ອັກຄະສາວົກ​ໄດ້​ໄປ​ເມືອງ​ເຢຣູຊາເລັມ ແຕ່​ເພິ່ນ​ບໍ່​ໄດ້​ຊວນ​ພວກ​ລູກສິດ​ຈາກ​ແຂວງ​ຢູດາຍ ຄາລີເລ ແລະ​ພີເຣຍ​ໃຫ້​ມາ​ສະຫຼອງ​ປັດສະຄາ​ນຳ​ກັນ. ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢຊູ​ຢາກ​ຢູ່​ກັບ​ພວກ​ອັກຄະສາວົກ​ຂອງ​ເພິ່ນ​ເທົ່າ​ນັ້ນ​ໃນ​ໂອກາດ​ນີ້. ເພິ່ນ​ເວົ້າ​ກັບ​ເຂົາເຈົ້າ​ວ່າ: “ຂ້ອຍ​ຢາກ​ກິນ​ປັດສະຄາ​ເທື່ອ​ນີ້​ກັບ​ພວກ​ເຈົ້າ​ຫຼາຍ ກ່ອນ​ທີ່​ຂ້ອຍ​ຈະ​ຖືກ​ທໍລະມານ.”—ລກ. 22:15

ພະ​ເຢຊູ​ມີ​ເຫດຜົນ​ທີ່​ດີ​ທີ່​ເຮັດ​ແບບ​ນັ້ນ. ອີກ​ບໍ່​ດົນ​ເພິ່ນ​ຈະ​ຕ້ອງ​ຕາຍ​ໃນ​ຖານະ “ແກະ​ນ້ອຍ​ຂອງ​ພະເຈົ້າ​ທີ່​ຈະ​ກຳຈັດ​ບາບ​ຂອງ​ໂລກ​ໃຫ້​ໝົດ​ໄປ.” (ຢຮ. 1:29) ພະ​ເຢຊູ​ຕ້ອງ​ຕາຍ​ໃນ​ເມືອງ​ເຢຣູຊາເລັມ​ເຊິ່ງ​ເປັນ​ບ່ອນ​ທີ່​ເຜົາ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ​ມາ​ດົນ​ແລ້ວ. ແກະ​ນ້ອຍ​ສຳລັບ​ປັດສະຄາ​ເຕືອນ​ຄົນ​ອິດສະຣາເອນ​ວ່າ​ພະ​ເຢໂຫວາ​ໄດ້​ຊ່ວຍ​ເຂົາເຈົ້າ​ອອກ​ຈາກ​ເອຢິບ. ແຕ່​ການ​ທີ່​ພະ​ເຢຊູ​ຕາຍ​ເປັນ​ຄ່າໄຖ່​ຈະ​ຊ່ວຍ​ມະນຸດ​ທຸກ​ຄົນ​ໃຫ້​ຫຼຸດ​ພົ້ນ​ຈາກ​ບາບ​ແລະ​ຄວາມ​ຕາຍ. (1ກຣ. 5:7, 8) ສິ່ງ​ທີ່​ພະ​ເຢຊູ​ເຮັດ​ເປີດ​ໂອກາດ​ໃຫ້​ອັກຄະສາວົກ 12 ຄົນ​ເປັນ​ຮາກ​ຖານ​ຂອງ​ປະຊາຄົມ​ຄລິດສະຕຽນ. (ອຟຊ. 2:20-22) ໜ້າສົນໃຈ ເຢຣູຊາເລັມ​ເມືອງ​ບໍລິສຸດ​ມີ “ຫີນ​ຮາກ​ຖານ 12 ກ້ອນ. ເທິງ​ຫີນ​ເຫຼົ່າ​ນັ້ນ​ມີ​ຊື່​ຂອງ​ອັກຄະສາວົກ 12 ຄົນ​ຂອງ​ແກະ​ນ້ອຍ​ຂອງ​ພະເຈົ້າ​ຂຽນ​ໄວ້​ກ້ອນ​ລະ​ຊື່.” (ພນມ. 21:10-14) ເຮົາ​ເຫັນ​ໄດ້​ວ່າ​ອັກຄະສາວົກ​ທີ່​ສັດຊື່​ເຫຼົ່າ​ນີ້​ມີ​ບົດບາດ​ສຳຄັນ​ໃນ​ການ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ​ເປັນ​ຈິງ. ຍ້ອນ​ແນວ​ນີ້ ເຮົາ​ຈຶ່ງ​ເຂົ້າໃຈ​ໄດ້​ວ່າ​ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ຢາກ​ໃຫ້​ເຂົາເຈົ້າ​ຢູ່​ນຳ​ເພິ່ນ​ໃນ​ການ​ສະຫຼອງ​ປັດສະຄາ​ເທື່ອ​ສຸດທ້າຍ​ແລະ​ໃນ​ເຫດການ​ທີ່​ຈະ​ເກີດຂຶ້ນ​ຕໍ່​ຈາກ​ນັ້ນ ເຊິ່ງ​ກໍ​ຄື​ການ​ກິນ​ອາຫານ​ແລງ​ຂອງ​ພະຄລິດ.

ເຖິງ​ວ່າ​ລູກສິດ 70 ຄົນ​ກັບ​ລູກສິດ​ຄົນ​ອື່ນໆ​ບໍ່​ໄດ້​ຢູ່​ນຳ​ພະ​ເຢຊູ​ໃນ​ການ​ກິນ​ອາຫານ​ແລງ​ຂອງ​ພະຄລິດ ແຕ່​ລູກສິດ​ທຸກ​ຄົນ​ທີ່​ຮັກສາ​ຄວາມ​ສັດຊື່​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ທີ່​ພະ​ເຢຊູ​ຕັ້ງ​ການ​ກິນ​ອາຫານ​ແລງ​ຂອງ​ພະຄລິດ. ລູກສິດ​ທຸກ​ຄົນ​ທີ່​ເປັນ​ຜູ້​ຖືກ​ເລືອກ​ໃນ​ຕອນ​ນັ້ນ​ຈະ​ລວມ​ຢູ່​ໃນ​ສັນຍາ​ທີ່​ຈະ​ມີ​ສ່ວນ​ໃນ​ການ​ປົກຄອງ​ກັບ​ພະ​ເຢຊູ​ທີ່​ເພິ່ນ​ໄດ້​ເວົ້າ​ກັບ​ພວກ​ອັກຄະສາວົກ​ໃນ​ຄືນ​ນັ້ນ.—ລກ. 22:29, 30