ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 37

ເພງ​ທີ 118 “ຂໍ​ຊ່ວຍ​ໃຫ້​ພວກ​ເຮົາ​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ”

ຈົດໝາຍ​ທີ່​ຊ່ວຍ​ເຮົາ​ໃຫ້​ອົດທົນ​ຢ່າງ​ສັດຊື່​ຈົນ​ເຖິງ​ທີ່​ສຸດ

ຈົດໝາຍ​ທີ່​ຊ່ວຍ​ເຮົາ​ໃຫ້​ອົດທົນ​ຢ່າງ​ສັດຊື່​ຈົນ​ເຖິງ​ທີ່​ສຸດ

“ພວກ​ເຮົາ​ຮັກສາ​ຄວາມ​ໝັ້ນໃຈ​ທີ່​ມີ​ໃນ​ຕອນ​ທຳອິດ​ໄວ້​ຈົນ​ເຖິງ​ທີ່​ສຸດ.”ຮຣ. 3:14

ຈຸດ​ສຳຄັນ

ຄຳ​ແນະນຳ​ຕ່າງໆ​ໃນ​ຈົດໝາຍ​ທີ່​ຂຽນ​ໄປ​ຫາ​ຄລິດສະຕຽນ​ຄົນ​ເຮັບເຣີ​ຈະ​ຊ່ວຍ​ເຮົາ​ໃຫ້​ອົດທົນ​ຢ່າງ​ສັດຊື່​ຈົນ​ຮອດ​ຈຸດຈົບ​ຂອງ​ໂລກ​ຊົ່ວ​ນີ້.

1-2. (ກ) ຕອນ​ທີ່​ໂປໂລ​ຂຽນ​ຈົດໝາຍ​ໄປ​ຫາ​ຄລິດສະຕຽນ​ໃນ​ແຂວງ​ຢູດາຍ ຊີວິດ​ຂອງ​ເຂົາເຈົ້າ​ເປັນ​ແນວ​ໃດ? (ຂ) ເປັນ​ຫຍັງ​ຈົດໝາຍ​ສະບັບ​ນີ້​ຈຶ່ງ​ເໝາະ​ກັບ​ເວລາ​ແທ້ໆ?

 ຫຼາຍ​ປີ​ຫຼັງ​ຈາກ​ທີ່​ພະ​ເຢຊູ​ຕາຍ ຄລິດສະຕຽນ​ຄົນ​ເຮັບເຣີ​ໃນ​ເມືອງ​ເຢຣູຊາເລັມ​ແລະ​ໃນ​ແຂວງ​ຢູດາຍ​ເຈິ​ກັບ​ຄວາມ​ຫຍຸ້ງ​ຍາກ​ລຳບາກ​ຫຼາຍ​ຢ່າງ. ບໍ່​ດົນ​ຫຼັງ​ຈາກ​ທີ່​ຕັ້ງ​ປະຊາຄົມ​ຄລິດສະຕຽນ ເຂົາເຈົ້າ​ກໍ​ເຈິ​ການ​ຂົ່ມເຫງ​ຢ່າງ​ໜັກ. (ກຈກ. 8:1) ປະມານ 20 ປີ​ຕໍ່​ມາ ເຂົາເຈົ້າ​ເຈິ​ກັບ​ຄວາມ​ຍາກ​ລຳບາກ​ຍ້ອນ​ມີ​ຄວາມ​ທຸກຍາກ​ແລະ​ຄວາມ​ອຶດຢາກ. (ກຈກ. 11:27-30) ແຕ່​ປະມານ​ປີ 61 ຄລິດສະຕຽນ​ເຫຼົ່າ​ນີ້​ມີ​ໄລຍະ​ເວລາ​ທີ່​ສະຫງົບສຸກ​ຢູ່​ເມື່ອ​ສົມທຽບ​ກັບ​ສິ່ງ​ທີ່​ເຂົາເຈົ້າ​ຈະ​ເຈິ​ໃນ​ອະນາຄົດ. ຕອນ​ນັ້ນ​ພະ​ເຢໂຫວາ​ໃຫ້​ໂປໂລ​ຂຽນ​ຈົດໝາຍ​ໄປ​ຫາ​ເຂົາເຈົ້າ. ຄຳ​ແນະນຳ​ທີ່​ຢູ່​ໃນ​ຈົດໝາຍ​ນັ້ນ​ເປັນ​ສິ່ງ​ທີ່​ເຂົາເຈົ້າ​ຕ້ອງການ​ພໍ​ດີ​ເພື່ອ​ກຽມ​ພ້ອມ​ສຳລັບ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ໃນ​ອີກ​ບໍ່​ດົນ.

2 ຈົດໝາຍ​ທີ່​ໂປໂລ​ຂຽນ​ໄປ​ຫາ​ຄລິດສະຕຽນ​ຄົນ​ເຮັບເຣີ​ເໝາະ​ກັບ​ເວລາ​ແທ້ໆ ຍ້ອນ​ຄວາມ​ສະຫງົບສຸກ​ທີ່​ເຂົາເຈົ້າ​ມີ​ໃນ​ຕອນ​ນັ້ນ​ຈະ​ບໍ່​ໄດ້​ຢູ່​ຕະຫຼອດ​ໄປ. ໂປໂລ​ໃຫ້​ຄຳ​ແນະນຳ​ທີ່​ໃຊ້​ໄດ້​ແທ້​ເຊິ່ງ​ຈະ​ຊ່ວຍ​ເຂົາເຈົ້າ​ໃຫ້​ອົດທົນ​ກັບ​ຄວາມ​ທຸກ​ລຳບາກ​ທີ່​ເຂົາເຈົ້າ​ກຳລັງ​ຈະ​ເຈິ. ພະ​ເຢຊູ​ບອກ​ລ່ວງ​ໜ້າ​ວ່າ​ອີກ​ບໍ່​ດົນ​ເມືອງ​ເຢຣູຊາເລັມ​ແລະ​ວິຫານ​ຈະ​ຕ້ອງ​ຖືກ​ທຳລາຍ. (ລກ. 21:20) ໂປໂລ​ແລະ​ຄລິດສະຕຽນ​ໃນ​ແຂວງ​ຢູດາຍ​ບໍ່​ຮູ້​ແທ້ໆ​ວ່າ​ການ​ທຳລາຍ​ນັ້ນ​ຈະ​ເກີດຂຶ້ນ​ຕອນ​ໃດ. ເຖິງ​ຈະ​ເປັນ​ແນວ​ນັ້ນ ຄລິດສະຕຽນ​ເຫຼົ່າ​ນັ້ນ​ສາມາດ​ໃຊ້​ເວລາ​ທີ່​ສະຫງົບສຸກ​ນີ້​ເພື່ອ​ກຽມ​ໂຕ​ໃຫ້​ພ້ອມ​ໂດຍ​ເພີ່ມ​ຄວາມ​ເຊື່ອ​ແລະ​ຄວາມ​ອົດທົນ​ໃຫ້​ຫຼາຍ​ຂຶ້ນ.—ຮຣ. 10:25; 12:1, 2

3. ເປັນ​ຫຍັງ​ຈົດໝາຍ​ທີ່​ຂຽນ​ໄປ​ຫາ​ຄລິດສະຕຽນ​ຄົນ​ເຮັບເຣີ​ຈຶ່ງ​ເປັນ​ປະໂຫຍດ​ສຳລັບ​ເຮົາ?

3 ເຮົາ​ກຳລັງ​ຈະ​ເຈິ​ກັບ​ຄວາມ​ທຸກ​ລຳບາກ​ທີ່​ໜັກ​ກວ່າ​ຄລິດສະຕຽນ​ຄົນ​ເຮັບເຣີ​ເຈິ. (ມທ. 24:21; ພນມ. 16:14, 16) ດັ່ງນັ້ນ ໃຫ້​ເຮົາ​ເບິ່ງ​ຄຳ​ແນະນຳ​ບາງ​ຢ່າງ​ທີ່​ພະ​ເຢໂຫວາ​ໃຫ້​ເຂົາເຈົ້າ​ເຊິ່ງ​ເຮົາ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ​ຄື​ກັນ.

“ພະຍາຍາມ​ກ້າວໜ້າ​ເພື່ອ​ຈະ​ໄດ້​ເປັນ​ຜູ້​ໃຫຍ່”

4. ຄົນ​ຢິວ​ທີ່​ເຂົ້າ​ມາ​ເປັນ​ຄລິດສະຕຽນ​ຕ້ອງ​ເຮັດ​ການ​ປ່ຽນແປງ​ຄັ້ງ​ໃຫຍ່​ໃນ​ເລື່ອງ​ໃດ? (ເບິ່ງ​ຮູບ​ນຳ)

4 ຄົນ​ຢິວ​ທີ່​ເຂົ້າ​ມາ​ເປັນ​ຄລິດສະຕຽນ​ຕ້ອງ​ເຮັດ​ການ​ປ່ຽນແປງ​ຄັ້ງ​ໃຫຍ່ ແລະ​ມັນ​ກໍ​ບໍ່​ງ່າຍ​ສຳລັບ​ເຂົາເຈົ້າ. ພະ​ເຢໂຫວາ​ໄດ້​ເລືອກ​ຄົນ​ຢິວ​ໃຫ້​ເປັນ​ປະຊາຊົນ​ຂອງ​ເພິ່ນ. ເມືອງ​ເຢຣູຊາເລັມ​ເຄີຍ​ເປັນ​ບ່ອນ​ທີ່​ສຳຄັນ​ຫຼາຍ​ຍ້ອນ​ກະສັດ​ທີ່​ເປັນ​ຕົວແທນ​ຂອງ​ພະ​ເຢໂຫວາ​ປົກຄອງ​ຈາກ​ຫັ້ນ ແລະ​ວິຫານ​ທີ່​ເປັນ​ສູນ​ກາງ​ຂອງ​ການ​ນະມັດສະການ​ແທ້​ກໍ​ຢູ່​ຫັ້ນ​ຄື​ກັນ. ຄົນ​ຢິວ​ທີ່​ສັດຊື່​ເຮັດ​ຕາມ​ກົດໝາຍ​ຂອງ​ໂມເຊ​ແລະ​ກົດ​ຕ່າງໆ​ທີ່​ພວກ​ຫົວໜ້າ​ສາສະໜາ​ສອນ. ກົດ​ເຫຼົ່າ​ນັ້ນ​ກ່ຽວກັບ​ຂອງກິນ ການ​ຮັບ​ສິນຕັດ ແລະ​ວິທີ​ປະຕິບັດ​ກັບ​ຄົນ​ທີ່​ບໍ່​ແມ່ນ​ຄົນ​ຢິວ. ແຕ່​ຫຼັງ​ຈາກ​ພະ​ເຢຊູ​ຕາຍ ກົດໝາຍ​ຂອງ​ໂມເຊ​ກໍ​ຖືກ​ຍົກ​ເລີກ​ແລະ​ບໍ່​ຈຳເປັນ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ພະ​ເຢໂຫວາ​ຢູ່​ວິຫານ​ອີກ​ຕໍ່​ໄປ. ການ​ປ່ຽນແປງ​ນີ້​ບໍ່​ງ່າຍ​ສຳລັບ​ຄົນ​ຢິວ​ທີ່​ເຂົ້າ​ມາ​ເປັນ​ຄລິດສະຕຽນ​ຍ້ອນ​ເຂົາເຈົ້າ​ລຶ້ງ​ກັບ​ການ​ເຮັດ​ຕາມ​ກົດໝາຍ​ຂອງ​ໂມເຊ. (ຮຣ. 10:1, 4, 10) ແມ່ນ​ແຕ່​ຄລິດສະຕຽນ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ຄື​ກັບ​ອັກຄະສາວົກ​ເປໂຕ​ກໍ​ຍັງ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເຮັດ​ຕາມ​ການ​ປ່ຽນແປງ​ຕ່າງໆ. (ກຈກ. 10:9-14; ຄລຕ. 2:11-14) ຍ້ອນ​ເຮັດ​ຕາມ​ຄວາມ​ເຊື່ອ​ໃໝ່ ຄລິດສະຕຽນ​ເຫຼົ່າ​ນີ້​ຈຶ່ງ​ຖືກ​ພວກ​ຫົວໜ້າ​ສາສະໜາ​ຢິວ​ຂົ່ມເຫງ.

ຄລິດສະຕຽນ​ຕ້ອງ​ຍຶດ​ໝັ້ນ​ກັບ​ຄວາມ​ຈິງ​ຕໍ່ໆ​ໄປ ແລະ​ປະຕິເສດ​ການ​ຫາ​ເຫດຜົນ​ທີ່​ຜິດໆ​ຂອງ​ພວກ​ຫົວໜ້າ​ສາສະໜາ​ຢິວ​ທີ່​ຕໍ່ຕ້ານ (ເບິ່ງ​ຂໍ້ 4-5)


5. ຄົນ​ຢິວ​ທີ່​ເຂົ້າ​ມາ​ເປັນ​ຄລິດສະຕຽນ​ຕ້ອງ​ລະວັງ​ໃນ​ເລື່ອງ​ໃດ​ແດ່?

5 ຄົນ​ຢິວ​ທີ່​ເຂົ້າ​ມາ​ເປັນ​ຄລິດສະຕຽນ​ຖືກ​ຕໍ່ຕ້ານ​ຈາກ​ຄົນ 2 ກຸ່ມ. ກຸ່ມ​ໜຶ່ງ​ແມ່ນ​ພວກ​ຫົວໜ້າ​ສາສະໜາ​ຢິວ​ທີ່​ປະຕິບັດ​ກັບ​ເຂົາເຈົ້າ​ຄື​ກັບ​ວ່າ​ເຂົາເຈົ້າ​ເປັນ​ຄົນ​ທໍລະຍົດ​ທີ່​ປະຖິ້ມ​ສາສະໜາ​ຂອງ​ໂຕເອງ. ນອກ​ຈາກ​ນັ້ນ ບາງ​ຄົນ​ໃນ​ປະຊາຄົມ​ຍັງ​ເວົ້າ​ວ່າ​ຄລິດສະຕຽນ​ຄວນ​ເຮັດ​ຕາມ​ກົດໝາຍ​ຂອງ​ໂມເຊ​ຕໍ່​ໄປ ເຂົາເຈົ້າ​ເວົ້າ​ແບບ​ນັ້ນ​ອາດ​ເປັນ​ຍ້ອນ​ບໍ່​ຢາກ​ເຈິ​ການ​ຖືກ​ຂົ່ມເຫງ. (ຄລຕ. 6:12) ສິ່ງ​ໃດ​ຈະ​ຊ່ວຍ​ຄລິດສະຕຽນ​ຄົນ​ເຮັບເຣີ​ໃຫ້​ຍຶດ​ໝັ້ນ​ກັບ​ຄວາມ​ຈິງ​ຕໍ່ໆ​ໄປ?

6. ໂປໂລ​ກະຕຸ້ນ​ຄລິດສະຕຽນ​ຄົນ​ເຮັບເຣີ​ໃຫ້​ເຮັດ​ຫຍັງ? (ເຮັບເຣີ 5:14–6:1)

6 ໃນ​ຈົດໝາຍ​ທີ່​ໂປໂລ​ຂຽນ​ໄປ​ຫາ​ຄລິດສະຕຽນ​ຄົນ​ເຮັບເຣີ ລາວ​ກະຕຸ້ນ​ເຂົາເຈົ້າ​ໃຫ້​ອ່ານ​ຄຳພີ​ໄບເບິນ​ແລະ​ຄິດ​ຕຶກຕອງ​ໃຫ້​ເລິກ​ເຊິ່ງ​ຫຼາຍ​ຂຶ້ນ. (ອ່ານ​ເຮັບເຣີ 5:14–6:1) ໂປໂລ​ຍົກ​ເອົາ​ຄຳເວົ້າ​ຈາກ​ພະຄຳພີ​ພາກ​ພາສາ​ເຮັບເຣີ​ແລະ​ອະທິບາຍ​ວ່າ​ເປັນ​ຫຍັງ​ວິທີ​ທີ່​ຄລິດສະຕຽນ​ນະມັດສະການ​ພະ​ເຢໂຫວາ​ຈຶ່ງ​ດີ​ກວ່າ​ວິທີ​ທີ່​ຄົນ​ຢິວ​ນະມັດສະການ​ເພິ່ນ. a ໂປໂລ​ຮູ້​ວ່າ​ຖ້າ​ຄລິດສະຕຽນ​ເຫຼົ່າ​ນັ້ນ​ຮຽນ​ຮູ້​ແລະ​ເຂົ້າໃຈ​ຄວາມ​ຈິງ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ ເຂົາເຈົ້າ​ກໍ​ຈະ​ຮູ້​ວ່າ​ອັນ​ໃດ​ແມ່ນ​ຄຳສອນ​ທີ່​ຜິດ​ແລະ​ບໍ່​ເຮັດ​ຕາມ​ຄຳສອນ​ເຫຼົ່າ​ນັ້ນ.

7. ໃນ​ທຸກ​ມື້​ນີ້​ເຮົາ​ເຈິ​ກັບ​ເລື່ອງ​ຫຍັງ​ແດ່?

7 ຄື​ກັບ​ຄລິດສະຕຽນ​ຄົນ​ເຮັບເຣີ ໃນ​ທຸກ​ມື້​ນີ້​ເຮົາ​ກໍ​ເຈິ​ກັບ​ຄົນ​ທີ່​ແພ່​ຂໍ້ມູນ​ຫຼື​ຄວາມ​ຄິດ​ທີ່​ຂັດ​ກັບ​ສິ່ງ​ທີ່​ພະ​ເຢໂຫວາ​ບອກ​ວ່າ​ຖືກ​ແລະ​ຜິດ. ບາງ​ຄົນ​ເວົ້າ​ວ່າ​ພະຍານ​ພະ​ເຢໂຫວາ​ມີ​ຄວາມ​ຄິດ​ທີ່​ຜິດໆ​ຍ້ອນ​ເຊື່ອຟັງ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ກ່ຽວກັບ​ເລື່ອງ​ສິນລະທຳ. ຄວາມ​ຄິດ​ຂອງ​ຄົນ​ໃນ​ໂລກ​ຕ່າງ​ກັນ​ຫຼາຍ​ກັບ​ຄວາມ​ຄິດ​ຂອງ​ພະ​ເຢໂຫວາ. (ສພສ. 17:15) ດັ່ງນັ້ນ ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ເຮົາ​ຕ້ອງ​ເບິ່ງ​ໃຫ້​ອອກ​ວ່າ​ອັນ​ໃດ​ເປັນ​ຄວາມ​ຄິດ​ທີ່​ຜິດ ແລະ​ປະຕິເສດ​ຄວາມ​ຄິດ​ແບບ​ນັ້ນ. ເຮົາ​ຕ້ອງ​ບໍ່​ຍອມ​ໃຫ້​ພວກ​ຜູ້​ຕໍ່ຕ້ານ​ເຮັດ​ໃຫ້​ເຮົາ​ຂາດ​ຄວາມ​ກ້າຫານ​ແລະ​ເຊົາ​ຮັບໃຊ້​ພະ​ເຢໂຫວາ.—ຮຣ. 13:9

8. ເຮົາ​ຈະ​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ໄດ້​ແນວ​ໃດ?

8 ໂປໂລ​ບອກ​ຄລິດສະຕຽນ​ຄົນ​ເຮັບເຣີ​ໃຫ້​ພະຍາຍາມ​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ ແລະ​ເຮົາ​ກໍ​ຕ້ອງ​ເຮັດ​ແບບ​ນັ້ນ​ຄື​ກັນ. ນີ້​ໝາຍ​ຄວາມ​ວ່າ​ເຮົາ​ຕ້ອງ​ສຶກສາ​ຄຳພີ​ໄບເບິນ​ຢ່າງ​ລະອຽດ​ເພື່ອ​ຈະ​ຮູ້​ຈັກ​ພະ​ເຢໂຫວາ​ແລະ​ຮູ້​ຈັກ​ຄວາມ​ຄິດ​ຂອງ​ເພິ່ນ​ໄດ້​ດີ​ຂຶ້ນ. ເຮົາ​ຕ້ອງ​ເຮັດ​ແບບ​ນີ້​ຕໍ່ໆ​ໄປ​ເຖິງ​ວ່າ​ຈະ​ອຸທິດ​ໂຕ​ແລະ​ຮັບ​ບັບເຕມາ​ແລ້ວ. ບໍ່​ວ່າ​ເຮົາ​ຈະ​ຢູ່​ໃນ​ຄວາມ​ຈິງ​ມາ​ດົນ​ປານ​ໃດ​ແລ້ວ ເຮົາ​ທຸກ​ຄົນ​ຕ້ອງ​ອ່ານ​ແລະ​ສຶກສາ​ຄຳພີ​ໄບເບິນ​ທຸກໆ​ມື້. (ພສ. 1:2) ການ​ອ່ານ​ຄຳພີ​ໄບເບິນ​ທຸກໆ​ມື້​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ ເຊິ່ງ​ເປັນ​ຄຸນລັກສະນະ​ໜຶ່ງ​ທີ່​ໂປໂລ​ເນັ້ນ​ໃນ​ຈົດໝາຍ​ທີ່​ລາວ​ຂຽນ​ໄປ​ຫາ​ຄລິດສະຕຽນ​ຄົນ​ເຮັບເຣີ.—ຮຣ. 11:1, 6

“ເປັນ​ຄົນ​ທີ່​ມີ​ຄວາມ​ເຊື່ອ​ເຊິ່ງ​ຈະ​ເຮັດ​ໃຫ້​ໄດ້​ຊີວິດ”

9. ເປັນ​ຫຍັງ​ຄລິດສະຕຽນ​ຄົນ​ເຮັບເຣີ​ຕ້ອງ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ?

9 ຄລິດສະຕຽນ​ຄົນ​ເຮັບເຣີ​ຕ້ອງ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ເພື່ອ​ຈະ​ລອດ​ຜ່ານ​ຄວາມ​ທຸກ​ລຳບາກ​ທີ່​ຈະ​ເກີດຂຶ້ນ​ໃນ​ແຂວງ​ຢູດາຍ. (ຮຣ. 10:37-39) ພະ​ເຢຊູ​ເຕືອນ​ພວກ​ລູກສິດ​ຂອງ​ເພິ່ນ​ວ່າ ໃຫ້​ເຂົາເຈົ້າ​ໜີ​ໄປ​ຢູ່​ພູ​ເມື່ອ​ເຫັນ​ກອງທັບ​ມາ​ຕັ້ງ​ຄ້າຍ​ອ້ອມ​ເມືອງ​ເຢຣູຊາເລັມ. ຄຳ​ເຕືອນ​ຂອງ​ພະ​ເຢຊູ​ໃຊ້​ໄດ້​ກັບ​ຄລິດສະຕຽນ​ທຸກ​ຄົນ​ທັງ​ຄົນ​ທີ່​ຢູ່​ໃນ​ເມືອງ​ແລະ​ຄົນ​ທີ່​ຢູ່​ນອກ​ເມືອງ. (ລກ. 21:20-24) ໃນ​ສະໄໝ​ນັ້ນ ເມື່ອ​ມີ​ກອງທັບ​ມາ​ບຸກ​ໂຈມຕີ ຕາມ​ທຳມະດາ​ແລ້ວ​ຄົນ​ທີ່​ຢູ່​ນອກ​ເມືອງ​ຈະ​ເຂົ້າ​ໄປ​ໃນ​ເມືອງ​ເຢຣູຊາເລັມ​ຍ້ອນ​ມີ​ກຳແພງ​ປົກປ້ອງ​ເຂົາເຈົ້າ. ຄຳ​ເຕືອນ​ຂອງ​ພະ​ເຢຊູ​ທີ່​ໃຫ້​ໜີ​ໄປ​ຢູ່​ພູ​ເບິ່ງ​ຄື​ວ່າ​ແປກ. ດັ່ງນັ້ນ ເພື່ອ​ຈະ​ເຮັດ​ຕາມ​ທີ່​ພະ​ເຢຊູ​ບອກ ເຂົາເຈົ້າ​ຕ້ອງ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ.

10. ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ກະຕຸ້ນ​ຄລິດສະຕຽນ​ຄົນ​ເຮັບເຣີ​ໃຫ້​ເຮັດ​ຫຍັງ? (ເຮັບເຣີ 13:17)

10 ຄລິດສະຕຽນ​ຄົນ​ເຮັບເຣີ​ຍັງ​ຕ້ອງ​ໄວ້​ວາງໃຈ​ຜູ້​ທີ່​ພະ​ເຢຊູ​ໃຊ້​ເພື່ອ​ຊີ້ນຳ​ປະຊາຄົມ ຍ້ອນ​ຄົນ​ເຫຼົ່າ​ນີ້​ໃຫ້​ຄຳ​ແນະນຳ​ທີ່​ສະເພາະ​ເຈາະຈົງ​ເພື່ອ​ຈະ​ຊ່ວຍ​ທຸກ​ຄົນ​ໃນ​ປະຊາຄົມ​ໃຫ້​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ພະ​ເຢຊູ​ໄດ້​ຢ່າງ​ເປັນ​ລະບຽບ​ແລະ​ໃນ​ເວລາ​ທີ່​ເໝາະສົມ. ໂປໂລ​ບອກ​ຄລິດສະຕຽນ​ເຫຼົ່າ​ນັ້ນ “ໃຫ້​ເຊື່ອຟັງ . . . ຜູ້​ທີ່​ນຳໜ້າ.” (ອ່ານ​ເຮັບເຣີ 13:17) ລາວ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຂົາເຈົ້າ​ຄວນ​ເຊື່ອຟັງ​ຜູ້​ທີ່​ນຳໜ້າ​ຍ້ອນ​ເປັນ​ສິ່ງ​ທີ່​ຕ້ອງ​ເຮັດ ແຕ່​ເຂົາເຈົ້າ​ຄວນ​ເຊື່ອຟັງ​ຍ້ອນ​ໄວ້​ວາງໃຈ​ຄົນ​ເຫຼົ່າ​ນັ້ນ. ດັ່ງນັ້ນ ຄລິດສະຕຽນ​ຄົນ​ເຮັບເຣີ​ຕ້ອງ​ຮຽນ​ຮູ້​ທີ່​ຈະ​ໄວ້​ວາງໃຈ​ຜູ້​ທີ່​ນຳໜ້າ​ແລະ​ເຮັດ​ຕາມ​ການ​ຊີ້ນຳ​ຂອງ​ເຂົາເຈົ້າ​ກ່ອນ​ທີ່​ຄວາມ​ທຸກ​ລຳບາກ​ຈະ​ເກີດຂຶ້ນ. ຖ້າ​ເຂົາເຈົ້າ​ເຊື່ອຟັງ​ຜູ້​ທີ່​ນຳໜ້າ​ຕອນ​ທີ່​ມີ​ຄວາມ​ສະຫງົບສຸກ ມັນ​ກໍ​ຈະ​ງ່າຍ​ສຳລັບ​ເຂົາເຈົ້າ​ທີ່​ຈະ​ເຊື່ອຟັງ​ຕອນ​ທີ່​ມີ​ຄວາມ​ຫຍຸ້ງ​ຍາກ​ລຳບາກ.

11. ໃນ​ທຸກ​ມື້​ນີ້ ເປັນ​ຫຍັງ​ເຮົາ​ຕ້ອງ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ?

11 ໃນ​ທຸກ​ມື້​ນີ້​ເຮົາ​ຕ້ອງ​ມີ​ຄວາມ​ເຊື່ອ​ຄື​ກັບ​ຄລິດສະຕຽນ​ຄົນ​ເຮັບເຣີ. ເຮົາ​ມີ​ຊີວິດ​ຢູ່​ໃນ​ໄລຍະ​ທີ່​ຄົນ​ສ່ວນ​ຫຼາຍ​ບໍ່​ສົນໃຈ​ແລະ​ເຖິງຂັ້ນ​ເຍາະເຍີ້ຍ​ຄຳ​ເຕືອນ​ໃນ​ຄຳພີ​ໄບເບິນ​ກ່ຽວກັບ​ຈຸດຈົບ​ຂອງ​ໂລກ​ຊົ່ວ​ນີ້. (2ປຕ. 3:3, 4) ເຖິງ​ວ່າ​ຄຳພີ​ໄບເບິນ​ບອກ​ລາຍລະອຽດ​ຫຼາຍ​ຢ່າງ​ກ່ຽວກັບ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ໃນ​ໄລຍະ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່ ແຕ່​ກໍ​ມີ​ຫຼາຍ​ຢ່າງ​ທີ່​ເຮົາ​ບໍ່​ຮູ້. ເຮົາ​ຕ້ອງ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ທີ່​ວ່າ​ຈຸດຈົບ​ຂອງ​ໂລກ​ຊົ່ວ​ນີ້​ຈະ​ເກີດຂຶ້ນ​ຕາມ​ເວລາ​ທີ່​ພະ​ເຢໂຫວາ​ກຳນົດ​ໄວ້ ແລະ​ເຮົາ​ຕ້ອງ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຈະ​ເບິ່ງແຍງ​ເຮົາ​ແນ່ນອນ​ໃນ​ຕອນ​ນັ້ນ.—ຮບກ. 2:3

12. ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ລອດ​ຜ່ານ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່?

12 ເຮົາ​ຕ້ອງ​ເຊື່ອ​ຄື​ກັນ​ວ່າ​ພະ​ເຢໂຫວາ​ກຳລັງ​ໃຊ້ “ທາດ​ທີ່​ສັດຊື່​ແລະ​ສຸຂຸມ” ໃຫ້​ຊີ້ນຳ​ເຮົາ​ໃນ​ທຸກ​ມື້​ນີ້. (ມທ. 24:45) ຕອນ​ທີ່​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ເລີ່ມ​ຕົ້ນ ເຮົາ​ອາດ​ໄດ້​ຮັບ​ຄຳ​ແນະນຳ​ທີ່​ສະເພາະ​ເຈາະຈົງ​ເພື່ອ​ຈະ​ລອດ​ຊີວິດ​ຄື​ກັບ​ທີ່​ຄລິດສະຕຽນ​ຄົນ​ເຮັບເຣີ​ໄດ້​ຮັບ​ຕອນ​ທີ່​ກອງທັບ​ໂຣມ​ມາ​ລ້ອມ​ເມືອງ​ເຢຣູຊາເລັມ. ເປັນ​ເລື່ອງ​ສຳຄັນ​ແທ້ໆ​ທີ່​ເຮົາ​ຕ້ອງ​ໄວ້​ວາງໃຈ​ແລະ​ເຊື່ອ​ໝັ້ນ​ໃນ​ການ​ຊີ້ນຳ​ທີ່​ເຮົາ​ໄດ້​ຮັບ​ຈາກ​ພີ່ນ້ອງ​ທີ່​ນຳໜ້າ​ໃນ​ອົງການ​ຂອງ​ພະ​ເຢໂຫວາ. ຖ້າ​ເຮົາ​ບໍ່​ໄວ້​ວາງໃຈ​ແລະ​ບໍ່​ເຊື່ອຟັງ​ການ​ຊີ້ນຳ​ຂອງ​ເຂົາເຈົ້າ​ໃນ​ຕອນນີ້ ມັນ​ກໍ​ຈະ​ຍາກ​ຫຼາຍ​ທີ່​ເຮົາ​ຈະ​ເຊື່ອຟັງ​ການ​ຊີ້ນຳ​ທີ່​ເຮົາ​ຈະ​ໄດ້​ຮັບ​ໃນ​ໄລຍະ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່.

13. ເປັນ​ຫຍັງ​ຄຳ​ແນະນຳ​ໃນ​ເຮັບເຣີ 13:5 ຈຶ່ງ​ສຳຄັນ?

13 ຕອນ​ທີ່​ຄລິດສະຕຽນ​ຄົນ​ເຮັບເຣີ​ລໍ​ຖ້າ​ສັນຍານ​ໃຫ້​ໜີ ເຂົາເຈົ້າ​ຕ້ອງ​ໃຊ້​ຊີວິດ​ແບບ​ຮຽບ​ງ່າຍ​ແລະ​ບໍ່​ເປັນ “ຄົນ​ຮັກ​ເງິນ.” (ອ່ານ​ເຮັບເຣີ 13:5) ບາງ​ຄົນ​ເຄີຍ​ຜ່ານ​ໄລຍະ​ເວລາ​ທີ່​ທຸກຍາກ​ແລະ​ມີ​ຄວາມ​ອຶດຢາກ. (ຮຣ. 10:32-34) ເຖິງ​ວ່າ​ເຂົາເຈົ້າ​ເຄີຍ​ເຕັມໃຈ​ທີ່​ຈະ​ອົດທົນ​ກັບ​ຄວາມ​ຍາກ​ລຳບາກ​ຍ້ອນ​ຄວາມ​ເຊື່ອ ເມື່ອ​ເວລາ​ຜ່ານ​ໄປ​ບາງ​ຄົນ​ອາດ​ເລີ່ມ​ຄິດ​ວ່າ​ເງິນ​ຄຳ​ເປັນ​ສິ່ງ​ສຳຄັນ​ທີ່​ຈະ​ປົກປ້ອງ​ເຂົາເຈົ້າ​ບໍ່​ໃຫ້​ເຈິ​ກັບ​ອັນຕະລາຍ​ແລະ​ຄວາມ​ທຸກຍາກ​ໄດ້. ແຕ່​ບໍ່​ວ່າ​ເຂົາເຈົ້າ​ຈະ​ມີ​ເງິນ​ຄຳ​ຫຼາຍ​ສ່ຳ​ໃດ​ມັນ​ກໍ​ປົກປ້ອງ​ຊີວິດ​ເຂົາເຈົ້າ​ບໍ່​ໄດ້​ຕອນ​ທີ່​ເມືອງ​ເຢຣູຊາເລັມ​ຖືກ​ທຳລາຍ. (ຢກບ. 5:3) ທີ່ຈິງ ໃນ​ຕອນ​ນັ້ນ​ໃຜ​ທີ່​ຍັງ​ເປັນ​ຄົນ​ຮັກ​ຊັບສິນ​ເງິນ​ຄຳ​ກໍ​ຈະ​ເຫັນ​ວ່າ​ມັນ​ຍາກ​ແທ້ໆ​ທີ່​ຈະ​ປະຖິ້ມ​ເຮືອນ​ຊານ​ແລະ​ຊັບ​ສົມບັດ ແລ້ວ​ໜີ​ໄປ​ຢູ່​ພູ.

14. ການ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ມີ​ຜົນ​ແນວ​ໃດ​ຕໍ່​ການ​ຕັດສິນໃຈ​ຂອງ​ເຮົາ​ໃນ​ຕອນນີ້​ກ່ຽວກັບ​ເລື່ອງ​ຊັບ​ສົມບັດ?

14 ຖ້າ​ເຮົາ​ເຊື່ອ​ວ່າ​ອີກ​ບໍ່​ດົນ​ພະ​ເຢໂຫວາ​ຈະ​ທຳລາຍ​ໂລກ​ຊົ່ວ​ນີ້ ເຮົາ​ຈະ​ບໍ່​ຄິດ​ວ່າ​ການ​ມີ​ເງິນ​ຫຼາຍໆ​ຫຼື​ການ​ມີ​ຊັບ​ສົມບັດ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ. ໃນ​ໄລຍະ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່ ເງິນ​ຄຳ​ຈະ​ບໍ່​ມີ​ຄ່າ​ຫຍັງ. ຄຳພີ​ໄບເບິນ​ບອກ​ວ່າ ຄົນ​ຈະ “ໂຍນ​ເງິນ​ຖິ້ມ​ຢູ່​ຕາມ​ຫົນທາງ” ຍ້ອນ​ເຂົາເຈົ້າ​ຮູ້​ວ່າ “ໃນ​ມື້​ທີ່​ພະ​ເຢໂຫວາ​ໃຈ​ຮ້າຍ​ຫຼາຍ ເງິນ​ຄຳ​ຂອງ​ເຂົາເຈົ້າ​ກໍ​ຈະ​ຊ່ວຍ​ຊີວິດ​ເຂົາເຈົ້າ​ບໍ່​ໄດ້.” (ອຊກ. 7:19) ໃນ​ຕອນນີ້ ແທນ​ທີ່​ຈະ​ພະຍາຍາມ​ຫາ​ເງິນ​ໃຫ້​ໄດ້​ຫຼາຍໆ ເຮົາ​ຄວນ​ຕັດສິນໃຈ​ທີ່​ຈະ​ເຮັດ​ໃຫ້​ຊີວິດ​ຂອງ​ເຮົາ​ຮຽບ​ງ່າຍ​ແຕ່​ກໍ​ສາມາດ​ເບິ່ງແຍງ​ໂຕເອງ​ແລະ​ຄອບຄົວ​ໄດ້ ແລະ​ມີ​ເວລາ​ຮັບໃຊ້​ພະ​ເຢໂຫວາ. ເປັນ​ເລື່ອງ​ທີ່​ບໍ່​ສະຫຼາດ​ແທ້ໆ​ທີ່​ຈະ​ໃຊ້​ເງິນ​ຫຼາຍ​ເກີນ​ໄປ​ຈົນ​ຕິດ​ໜີ້​ຄົນ​ອື່ນ ຫຼື​ໃຊ້​ເວລາ​ຫຼາຍ​ໂພດ​ໃນ​ການ​ເບິ່ງແຍງ​ວັດຖຸ​ສິ່ງ​ຂອງ​ທີ່​ເຮົາ​ມີ. ນອກ​ຈາກ​ນັ້ນ ເຮົາ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ໃຫ້​ຊັບ​ສົມບັດ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ເຮົາ. (ມທ. 6:19, 24) ແຮ່ງ​ຈຸດຈົບ​ຂອງ​ໂລກ​ຊົ່ວ​ນີ້​ໃກ້​ເຂົ້າ​ມາ ເຮົາ​ກໍ​ຕ້ອງ​ເລືອກ​ວ່າ​ຈະ​ໄວ້​ວາງໃຈ​ພະ​ເຢໂຫວາ​ຫຼື​ໄວ້​ວາງໃຈ​ຊັບ​ສົມບັດ​ຂອງ​ເຮົາ.

“ພວກ​ເຈົ້າ​ຕ້ອງ​ອົດທົນ”

15. ເປັນ​ຫຍັງ​ຄລິດສະຕຽນ​ໃນ​ແຂວງ​ຢູດາຍ​ຕ້ອງ​ອົດທົນ​ເປັນ​ພິເສດ?

15 ຄລິດສະຕຽນ​ໃນ​ແຂວງ​ຢູດາຍ​ຈະ​ຕ້ອງ​ອົດທົນ​ກັບ​ການ​ທົດສອບ​ຄວາມ​ເຊື່ອ​ຍ້ອນ​ສະພາບການ​ຢູ່​ຫັ້ນ​ກຳລັງ​ຮ້າຍ​ແຮງ​ຂຶ້ນ. (ຮຣ. 10:36) ເຖິງ​ວ່າ​ຜ່ານ​ມາ ບາງ​ຄົນ​ເຄີຍ​ເຈິ​ກັບ​ການ​ຂົ່ມເຫງ​ຢ່າງ​ໜັກ ແຕ່​ກໍ​ມີ​ຫຼາຍ​ຄົນ​ທີ່​ບໍ່​ທັນ​ເຈິ​ເລື່ອງ​ແບບ​ນັ້ນ​ຍ້ອນ​ເຂົາເຈົ້າ​ເຂົ້າ​ມາ​ເປັນ​ຄລິດສະຕຽນ​ຕອນ​ທີ່​ມີ​ຄວາມ​ສະຫງົບສຸກ​ໃນ​ລະດັບ​ໜຶ່ງ. ດັ່ງນັ້ນ ໂປໂລ​ໄດ້​ເຕືອນ​ເຂົາເຈົ້າ​ໃຫ້​ກຽມ​ພ້ອມ​ສຳລັບ​ການ​ຂົ່ມເຫງ​ຫຼາຍ​ຢ່າງ​ແລະ​ໃຫ້​ພ້ອມ​ທີ່​ຈະ​ຮັກສາ​ຄວາມ​ສັດຊື່​ຈົນ​ຕາຍ​ຄື​ກັບ​ທີ່​ພະ​ເຢຊູ​ໄດ້​ເຮັດ. (ຮຣ. 12:4) ຄົນ​ຢິວ​ຈຳນວນ​ໜຶ່ງ​ບໍ່​ພໍໃຈ​ແລະ​ໃຈ​ຮ້າຍ​ຫຼາຍ​ຍ້ອນ​ມີ​ຄົນ​ເຂົ້າ​ມາ​ເປັນ​ຄລິດສະຕຽນ​ຫຼາຍ​ຂຶ້ນ. ສອງ​ສາມ​ປີ​ກ່ອນ​ໂປໂລ​ຂຽນ​ຈົດໝາຍ​ສະບັບ​ນີ້ ຄົນ​ຢິວ​ກຸ່ມ​ໜຶ່ງ​ໄດ້​ທຳຮ້າຍ​ໂປໂລ​ຕອນ​ທີ່​ລາວ​ກຳລັງ​ປະກາດ​ຢູ່​ເມືອງ​ເຢຣູຊາເລັມ. ຄົນ​ຢິວ​ຫຼາຍ​ກວ່າ 40 ຄົນ “ສາບານ​ວ່າ​ຈະ​ບໍ່​ກິນ​ບໍ່​ດື່ມ​ຫຍັງ​ຈົນ​ກວ່າ​ຈະ​ໄດ້​ຂ້າ​ໂປໂລ.” (ກຈກ. 22:22; 23:12-14) ເຖິງ​ວ່າ​ຈະ​ມີ​ຄົນ​ຊັງ​ແລະ​ຂົ່ມເຫງ​ຄລິດສະຕຽນ​ເຫຼົ່າ​ນັ້ນ ແຕ່​ເຂົາເຈົ້າ​ຍັງ​ຕ້ອງ​ປະຊຸມ​ນຳ​ກັນ ໄປ​ປະກາດ​ຂ່າວ​ດີ ແລະ​ຮັກສາ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ​ຕໍ່ໆ​ໄປ.

16. ຈົດໝາຍ​ທີ່​ໂປໂລ​ຂຽນ​ໄປ​ຫາ​ຄລິດສະຕຽນ​ຄົນ​ເຮັບເຣີ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ມີ​ຄວາມ​ຄິດ​ທີ່​ຖືກຕ້ອງ​ກ່ຽວກັບ​ຄວາມ​ຍາກ​ລຳບາກ​ທີ່​ເຮົາ​ເຈິ? (ເຮັບເຣີ 12:7)

16 ອັນ​ໃດ​ຈະ​ຊ່ວຍ​ຄລິດສະຕຽນ​ຄົນ​ເຮັບເຣີ​ໃຫ້​ອົດທົນ​ກັບ​ການ​ຕໍ່ຕ້ານ​ທີ່​ເຂົາເຈົ້າ​ຈະ​ເຈິ? ໂປໂລ​ຮູ້​ວ່າ​ຄລິດສະຕຽນ​ເຫຼົ່າ​ນີ້​ຕ້ອງ​ມີ​ຄວາມ​ຄິດ​ທີ່​ຖືກຕ້ອງ​ກ່ຽວກັບ​ຄວາມ​ຍາກ​ລຳບາກ​ທີ່​ເຂົາເຈົ້າ​ເຈິ. ລາວ​ຈຶ່ງ​ເວົ້າ​ວ່າ ເມື່ອ​ເຈິ​ກັບ​ຄວາມ​ຍາກ​ລຳບາກ ພະເຈົ້າ​ອາດ​ໃຊ້​ເລື່ອງ​ນັ້ນ​ເພື່ອ​ຝຶກ​ເຂົາເຈົ້າ. (ອ່ານ​ເຮັບເຣີ 12:7) ການ​ຖືກ​ຝຶກ​ແບບ​ນີ້​ສາມາດ​ຊ່ວຍ​ຄົນ​ເຮົາ​ໃຫ້​ປູກ​ຝັງ​ແລະ​ພັດທະນາ​ຄຸນລັກສະນະ​ຕ່າງໆ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ. ການ​ຄິດ​ເຖິງ​ຜົນ​ດີ​ທີ່​ຈະ​ໄດ້​ຈາກ​ຄວາມ​ຍາກ​ລຳບາກ​ເຫຼົ່າ​ນັ້ນ​ຈະ​ຊ່ວຍ​ຄລິດສະຕຽນ​ຄົນ​ເຮັບເຣີ​ໃຫ້​ອົດທົນ​ໄດ້​ງ່າຍ​ຂຶ້ນ.—ຮຣ. 12:11

17. ໂປໂລ​ໄດ້​ຮຽນ​ຮູ້​ຫຍັງ​ຕອນ​ທີ່​ອົດທົນ​ກັບ​ຄວາມ​ຍາກ​ລຳບາກ?

17 ໂປໂລ​ໄດ້​ກະຕຸ້ນ​ຄລິດສະຕຽນ​ຄົນ​ເຮັບເຣີ​ໃຫ້​ອົດທົນ​ກັບ​ຄວາມ​ຍາກ​ລຳບາກ​ຢ່າງ​ກ້າຫານ​ແລະ​ບໍ່​ຍອມແພ້. ໂປໂລ​ສາມາດ​ໃຫ້​ຄຳ​ແນະນຳ​ທີ່​ດີ​ກ່ຽວກັບ​ວິທີ​ອົດທົນ​ກັບ​ການ​ຂົ່ມເຫງ ຍ້ອນ​ລາວ​ເຄີຍ​ຂົ່ມເຫງ​ຄລິດສະຕຽນ​ແລະ​ຮູ້​ວ່າ​ເຂົາເຈົ້າ​ຖືກ​ປະຕິບັດ​ແບບ​ໂຫດ​ຮ້າຍ​ແທ້ໆ. ນອກ​ຈາກ​ນັ້ນ ຫຼັງ​ຈາກ​ທີ່​ເຂົ້າ​ມາ​ເປັນ​ຄລິດສະຕຽນ​ແລ້ວ ໂປໂລ​ໄດ້​ເຈິ​ກັບ​ການ​ຕໍ່ຕ້ານ​ຫຼາຍ​ແບບ. (2ກຣ. 11:23-25) ຍ້ອນ​ແນວ​ນີ້ ໂປໂລ​ຈຶ່ງ​ຮູ້​ດີ​ວ່າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ອົດທົນ​ໄດ້. ລາວ​ເຕືອນ​ຄລິດສະຕຽນ​ເຫຼົ່າ​ນັ້ນ​ວ່າ ຕອນ​ທີ່​ອົດທົນ​ກັບ​ຄວາມ​ຍາກ​ລຳບາກ ເຂົາເຈົ້າ​ຕ້ອງ​ໄວ້​ວາງໃຈ​ພະ​ເຢໂຫວາ​ແທນ​ທີ່​ຈະ​ໄວ້​ວາງໃຈ​ໂຕເອງ. ຖ້າ​ເຂົາເຈົ້າ​ຈື່​ເລື່ອງ​ນີ້​ໄວ້ ເຂົາເຈົ້າ​ກໍ​ກ້າ​ທີ່​ຈະ​ເວົ້າ​ວ່າ: “ພະ​ເຢໂຫວາ​ເປັນ​ຜູ້​ຊ່ວຍ​ເຫຼືອ​ຂ້ອຍ ຂ້ອຍ​ຈະ​ບໍ່​ຢ້ານ​ຫຍັງ.”—ຮຣ. 13:6

18. ໃນ​ອະນາຄົດ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ເຮົາ​ທຸກ​ຄົນ ແລະ​ເຮົາ​ຕ້ອງ​ເຮັດ​ຫຍັງ​ຕັ້ງແຕ່​ຕອນນີ້?

18 ໃນ​ຕອນນີ້ ພີ່ນ້ອງ​ບາງ​ຄົນ​ກຳລັງ​ອົດທົນ​ກັບ​ການ​ຂົ່ມເຫງ. ວິທີ​ໜຶ່ງ​ທີ່​ເຮົາ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ເຂົາເຈົ້າ​ແມ່ນ​ອະທິດຖານ​ເພື່ອ​ເຂົາເຈົ້າ ແລະ​ບາງ​ເທື່ອ​ເຮົາ​ສາມາດ​ຊ່ວຍ​ໂດຍ​ໃຫ້​ສິ່ງ​ທີ່​ຈຳເປັນ​ກັບ​ເຂົາເຈົ້າ. (ຮຣ. 10:33) ຄຳພີ​ໄບເບິນ​ບອກ​ຢ່າງ​ຈະ​ແຈ້ງ​ວ່າ: “ທຸກ​ຄົນ​ທີ່​ຕັ້ງໃຈ​ໃຊ້​ຊີວິດ​ໂດຍ​ເຊື່ອຟັງ​ພະເຈົ້າ​ສຸດ​ຫົວໃຈ​ແລະ​ເປັນ​ລູກສິດ​ຂອງ​ພະຄລິດ​ເຢຊູ​ກໍ​ຈະ​ຖືກ​ຂົ່ມເຫງ​ຄື​ກັນ.” (2ຕມ. 3:12) ຍ້ອນ​ແນວ​ນີ້ ເຮົາ​ທຸກ​ຄົນ​ຕ້ອງ​ກຽມ​ພ້ອມ​ສຳລັບ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ໃນ​ອະນາຄົດ. ຂໍ​ໃຫ້​ເຮົາ​ໄວ້​ວາງໃຈ​ພະ​ເຢໂຫວາ​ຢ່າງ​ເຕັມທີ​ຕັ້ງແຕ່​ຕອນນີ້​ແລະ​ໝັ້ນໃຈ​ວ່າ​ເພິ່ນ​ຈະ​ຊ່ວຍ​ເຮົາ​ໃຫ້​ອົດທົນ​ກັບ​ຄວາມ​ຍາກ​ລຳບາກ​ຕ່າງໆ​ທີ່​ຈະ​ເກີດຂຶ້ນ​ໃນ​ອະນາຄົດ. ເມື່ອ​ຮອດ​ເວລາ ພະ​ເຢໂຫວາ​ຈະ​ຊ່ວຍ​ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ເພິ່ນ​ທຸກ​ຄົນ.—2ທຊ. 1:7, 8

19. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ກຽມ​ພ້ອມ​ສຳລັບ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່? (ເບິ່ງ​ຮູບ​ນຳ)

19 ແນ່ນອນ​ວ່າ​ຈົດໝາຍ​ທີ່​ໂປໂລ​ຂຽນ​ໄປ​ຫາ​ຄລິດສະຕຽນ​ຄົນ​ເຮັບເຣີ​ໄດ້​ຊ່ວຍ​ເຂົາເຈົ້າ​ໃຫ້​ກຽມ​ພ້ອມ​ສຳລັບ​ຄວາມ​ທຸກ​ລຳບາກ​ທີ່​ເຂົາເຈົ້າ​ຈະ​ເຈິ. ໂປໂລ​ໄດ້​ກະຕຸ້ນ​ຄລິດສະຕຽນ​ເຫຼົ່າ​ນັ້ນ​ໃຫ້​ສຶກສາ​ຄຳພີ​ໄບເບິນ​ໃຫ້​ເລິກ​ເຊິ່ງ​ແລະ​ໃຫ້​ມີ​ຄວາມ​ເຂົ້າໃຈ​ຫຼາຍ​ຂຶ້ນ. ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ເຂົາເຈົ້າ​ໃຫ້​ໄຈ້​ແຍກ​ໄດ້​ວ່າ​ອັນ​ໃດ​ເປັນ​ຄຳສອນ​ຕົວະ​ແລະ​ປະຕິເສດ​ຄຳສອນ​ເຫຼົ່າ​ນັ້ນ ຍ້ອນ​ມັນ​ຈະ​ທຳລາຍ​ຄວາມ​ເຊື່ອ​ຂອງ​ເຂົາເຈົ້າ. ໂປໂລ​ຍັງ​ກະຕຸ້ນ​ເຂົາເຈົ້າ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ເພື່ອ​ເຂົາເຈົ້າ​ຈະ​ເຮັດ​ຕາມ​ການ​ຊີ້ນຳ​ຂອງ​ພະ​ເຢຊູ​ແລະ​ຜູ້​ທີ່​ນຳໜ້າ​ໃນ​ປະຊາຄົມ​ທັນທີ. ນອກ​ຈາກ​ນັ້ນ ໂປໂລ​ໄດ້​ຊ່ວຍ​ຄລິດສະຕຽນ​ຄົນ​ເຮັບເຣີ​ໃຫ້​ມີ​ຄວາມ​ຄິດ​ທີ່​ຖືກຕ້ອງ​ກ່ຽວກັບ​ຄວາມ​ຍາກ​ລຳບາກ​ທີ່​ເຂົາເຈົ້າ​ເຈິ​ໂດຍ​ເບິ່ງ​ວ່າ​ສິ່ງ​ເຫຼົ່າ​ນັ້ນ​ເປັນ​ໂອກາດ​ທີ່​ພະ​ເຢໂຫວາ​ພໍ່​ທີ່​ມີ​ຄວາມ​ຮັກ​ຝຶກ​ເຂົາເຈົ້າ​ໃຫ້​ມີ​ຄວາມ​ອົດທົນ. ຂໍ​ໃຫ້​ເຮົາ​ເຮັດ​ຕາມ​ຄຳ​ແນະນຳ​ນີ້​ຄື​ກັນ ແລ້ວ​ເຮົາ​ກໍ​ຈະ​ສາມາດ​ອົດທົນ​ຢ່າງ​ສັດຊື່​ຈົນ​ເຖິງ​ທີ່​ສຸດ.—ຮຣ. 3:14

ຄລິດສະຕຽນ​ໄດ້​ຮັບ​ການ​ອວຍພອນ​ຍ້ອນ​ເຂົາເຈົ້າ​ອົດທົນ. ຫຼັງ​ຈາກ​ທີ່​ເຂົາເຈົ້າ​ໜີ​ອອກ​ຈາກ​ເມືອງ​ເຢຣູຊາເລັມ​ແລະ​ແຂວງ​ຢູດາຍ ເຂົາເຈົ້າ​ກໍ​ຍັງ​ປະຊຸມ​ນຳ​ກັນ​ຕໍ່​ໄປ. ເຮົາ​ຮຽນ​ຫຍັງ​ຈາກ​ເລື່ອງ​ນີ້? (ເບິ່ງ​ຂໍ້ 19)

ເພງ​ທີ 126 ຈົ່ງ​ຕື່ນ​ຕົວ ເຂັ້ມແຂງ ໝັ້ນຄົງ

a ສະເພາະ​ແຕ່​ໃນ​ບົດ​ທຳອິດ​ຂອງ​ປຶ້ມ​ເຮັບເຣີ ໂປໂລ​ຍົກ​ເອົາ​ຄຳເວົ້າ​ຈາກ​ພະຄຳພີ​ພາກ​ພາສາ​ເຮັບເຣີ 7 ເທື່ອ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ວິທີ​ທີ່​ຄລິດສະຕຽນ​ນະມັດສະການ​ພະ​ເຢໂຫວາ​ດີ​ກວ່າ​ວິທີ​ທີ່​ຄົນ​ຢິວ​ນະມັດສະການ​ເພິ່ນ.—ຮຣ. 1:5-13