ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເລື່ອງ​ຊີວິດ​ຈິງ

ຊີວິດທີ່ໜ້າຕື່ນເຕັ້ນແລະມີຄວາມສຸກຈາກການຮັບໃຊ້ພະເຢໂຫວາ

ຊີວິດທີ່ໜ້າຕື່ນເຕັ້ນແລະມີຄວາມສຸກຈາກການຮັບໃຊ້ພະເຢໂຫວາ

ໃນ​ປີ 1951 ຕອນ​ທີ່​ຂ້ອຍ​ມາ​ຮອດ​ເມືອງ​ຣູນ​ທີ່​ເປັນ​ເມືອງ​ນ້ອຍໆ​ຢູ່​ເກເບັກ​ປະເທດ​ການາດາ ຂ້ອຍ​ເຄາະ​ປະຕູ​ເຮືອນ​ຫຼັງ​ໜຶ່ງ​ທີ່​ຂ້ອຍ​ໄດ້​ທີ່​ຢູ່​ມາ. ຄົນ​ທີ່​ມາ​ເປີດ​ປະຕູ​ໃຫ້​ຂ້ອຍ​ແມ່ນ​ມາຣ໌ເຊ ຟິວໂທ aທີ່​ຈົບ​ຈາກ​ໂຮງຮຽນ​ກິລຽດ​ແລະ​ເປັນ​ມິດຊັນນາຣີ. ລາວ​ອາຍຸ 23 ປີ​ແລະ​ສູງ ສ່ວນ​ຂ້ອຍ​ອາຍຸ 16 ປີ​ແລະ​ເຕ້ຍ​ກວ່າ​ລາວ​ຫຼາຍ. ຂ້ອຍ​ເອົາ​ຈົດໝາຍ​ທີ່​ຂ້ອຍ​ຖືກ​ແຕ່ງຕັ້ງ​ເປັນ​ໄພໂອເນຍ​ໃຫ້​ລາວ​ເບິ່ງ ລາວ​ອ່ານ​ຈົດໝາຍ​ນັ້ນ​ແລະ​ແນມ​ເບິ່ງ​ໜ້າ​ຂ້ອຍ ແລ້ວ​ຖາມ​ວ່າ: “ແມ່​ເຈົ້າ​ຮູ້​ບໍ​ວ່າ​ເຈົ້າ​ມາ​ນີ້?”

ໃຫຍ່​ມາ​ໃນ​ຄອບຄົວ​ທີ່​ພໍ່​ແມ່​ນັບຖື​ຄົນ​ລະ​ສາສະໜາ

ຂ້ອຍ​ເກີດ​ໃນ​ປີ 1934 ພໍ່​ກັບ​ແມ່​ເປັນ​ຄົນ​ສະວິດເຊີແລນ​ທີ່​ຍ້າຍ​ມາ​ຢູ່​ເມືອງ​ທິມມິນສ໌​ເຊິ່ງ​ເປັນ​ເມືອງ​ທີ່​ມີ​ບໍ່​ແຮ່​ໃນ​ແຂວງ​ອອນທາຣີໂອ​ປະເທດ​ການາດາ. ປະມານ​ປີ 1939 ແມ່​ຂ້ອຍ​ເລີ່ມ​ອ່ານ​ປຶ້ມ​ຫໍສັງເກດການ​ແລະ​ເຂົ້າ​ຮ່ວມ​ການ​ປະຊຸມ​ຂອງ​ພະຍານ​ພະ​ເຢໂຫວາ. ແມ່​ພາ​ຂ້ອຍ​ກັບ​ອ້າຍ​ເອື້ອຍ​ນ້ອງ​ອີກ 6 ຄົນ​ໄປ​ປະຊຸມ​ນຳ. ບໍ່​ດົນ​ຫຼັງ​ຈາກ​ນັ້ນ ແມ່​ກໍ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ.

ພໍ່​ບໍ່​ມັກ​ທີ່​ແມ່​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ ແຕ່​ແມ່​ຮັກ​ຄວາມ​ຈິງ​ແລະ​ຕັ້ງໃຈ​ທີ່​ຈະ​ສັດຊື່​ຕໍ່​ພະ​ເຢໂຫວາ. ແມ່​ເຮັດ​ແບບ​ນີ້​ແມ່ນ​ແຕ່​ຕອນ​ທີ່​ພະຍານ​ພະ​ເຢໂຫວາ​ຖືກ​ສັ່ງ​ຫ້າມ​ຢູ່​ປະເທດ​ການາດາ​ໃນ​ໄລຍະ​ຕົ້ນ​ຊຸມ​ປີ 1940. ແມ່​ເຮັດ​ດີ​ກັບ​ພໍ່​ແລະ​ນັບຖື​ພໍ່​ສະເໝີ​ເຖິງ​ວ່າ​ພໍ່​ຈະ​ເວົ້າ​ບໍ່​ດີ​ກັບ​ແມ່. ຕົວຢ່າງ​ທີ່​ດີ​ຂອງ​ແມ່​ຊ່ວຍ​ຂ້ອຍ​ແລະ​ອ້າຍ​ເອື້ອຍ​ນ້ອງ​ໃຫ້​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ​ຄື​ກັນ. ພວກ​ເຮົາ​ດີ​ໃຈ​ແທ້ໆ​ທີ່​ໃນ​ທີ່​ສຸດ​ພໍ່​ໄດ້​ປ່ຽນ​ຄວາມ​ຄິດ​ແລະ​ເລີ່ມ​ເຮັດ​ດີ​ກັບ​ຄອບຄົວ​ຫຼາຍ​ຂຶ້ນ.

ເລີ່ມ​ຮັບໃຊ້​ເຕັມ​ເວລາ

ໃນ​ເດືອນ​ສິງຫາ ປີ 1950 ຂ້ອຍ​ໄດ້​ເຂົ້າ​ຮ່ວມ​ການ​ປະຊຸມ​ໃຫຍ່​ທີ່​ໜ້າ​ຕື່ນເຕັ້ນ​ຢູ່​ນິວຢອກ. ຂ້ອຍ​ຖືກ​ກະຕຸ້ນ​ໃຫ້​ຢາກ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ຫຼັງ​ຈາກ​ເຂົ້າ​ຮ່ວມ​ການ​ປະຊຸມ​ກັບ​ພີ່ນ້ອງ​ຈາກ​ທົ່ວ​ໂລກ​ແລະ​ຟັງ​ການ​ສຳພາດ​ຈາກ​ພີ່ນ້ອງ​ທີ່​ຈົບ​ຈາກ​ໂຮງຮຽນ​ກິລຽດ. ທັນທີ​ທີ່​ກັບ​ມາ​ຮອດ​ການາດາ ຂ້ອຍ​ກໍ​ຂຽນ​ໃບ​ສະໝັກ​ເປັນ​ໄພໂອເນຍ​ປະຈຳ ແຕ່​ສາຂາ​ການາດາ​ຕອບ​ກັບ​ມາ​ວ່າ​ຂ້ອຍ​ຕ້ອງ​ຮັບ​ບັບເຕມາ​ກ່ອນ. ຂ້ອຍ​ຮັບ​ບັບເຕມາ​ໃນ​ວັນ​ທີ 1 ຕຸລາ 1950. ໜຶ່ງ​ເດືອນ​ຕໍ່​ມາ​ຂ້ອຍ​ກໍ​ເປັນ​ໄພໂອເນຍ​ປະຈຳ ແລະ​ເຂດ​ມອບໝາຍ​ທຳອິດ​ຂອງ​ຂ້ອຍ​ແມ່ນ​ເມືອງ​ຄາ​ພຸ​ຄາ​ຊິງ ເຊິ່ງ​ຢູ່​ໄກ​ຈາກ​ເຮືອນ​ຂ້ອຍ​ຫຼາຍ.

ຮັບໃຊ້​ຢູ່​ເກເບັກ

ໃນ​ປີ 1951 ສາຂາ​ເຊີນ​ຄົນ​ທີ່​ເວົ້າ​ພາສາ​ຝຣັ່ງ​ໄດ້​ໃຫ້​ຍ້າຍ​ໄປ​ຮັບໃຊ້​ຢູ່​ເກເບັກ​ເຊິ່ງ​ຄົນ​ຢູ່​ຫັ້ນ​ເວົ້າ​ພາສາ​ຝຣັ່ງ ແລະ​ເປັນ​ເຂດ​ທີ່​ຕ້ອງການ​ຜູ້​ປະກາດ​ຫຼາຍ​ກວ່າ. ຂ້ອຍ​ໃຫຍ່​ມາ​ໃນ​ຄອບຄົວ​ທີ່​ເວົ້າ​ທັງ​ພາສາ​ຝຣັ່ງ​ແລະ​ພາສາ​ອັງກິດ ຂ້ອຍ​ຈຶ່ງ​ຍ້າຍ​ໄປ​ຫັ້ນ​ແລະ​ຖືກ​ມອບໝາຍ​ໃຫ້​ໄປ​ເມືອງ​ຣູນ. ຢູ່​ຫັ້ນ ຂ້ອຍ​ບໍ່​ຮູ້​ຈັກ​ໃຜ​ເລີຍ. ຂ້ອຍ​ມີ​ແຕ່​ທີ່​ຢູ່​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້. ແຕ່​ທຸກ​ຢ່າງ​ກໍ​ໄປ​ໄດ້​ດີ. ຂ້ອຍ​ກັບ​ມາຣ໌ເຊກາຍ​ເປັນ​ໝູ່​ທີ່​ສະໜິດ​ກັນ. ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ຮັບໃຊ້​ຢູ່​ເກເບັກ 4 ປີ ແລະ​ໃນ​ທີ່​ສຸດ​ຂ້ອຍ​ກໍ​ໄດ້​ເປັນ​ໄພໂອເນຍ​ພິເສດ.

ໂຮງຮຽນ​ກິລຽດ​ແລະ​ຄວາມ​ຄາດ​ຫວັງ​ທີ່​ເລື່ອນ​ອອກ​ໄປ

ຕອນ​ຢູ່​ເກເບັກ ຂ້ອຍ​ຕື່ນເຕັ້ນ​ຫຼາຍ​ທີ່​ຖືກ​ເຊີນ​ໃຫ້​ເຂົ້າ​ໂຮງຮຽນ​ກິລຽດ​ລຸ້ນ​ທີ 26 ຢູ່​ເມືອງ​ເຊົ້າແລນຊິ້ງ ລັດ​ນິວຢອກ. ຂ້ອຍ​ຮຽນ​ຈົບ​ໃນ​ວັນ​ທີ 12 ກຸມພາ 1956 ແລະ​ຖືກ​ມອບໝາຍ​ໃຫ້​ໄປ​ຮັບໃຊ້​ຢູ່​ປະເທດ​ທີ່​ປັດຈຸບັນ​ນີ້​ເອີ້ນ​ວ່າ​ການາ bເຊິ່ງ​ຢູ່​ອາຟຣິກາ​ຕາເວັນ​ຕົກ. ແຕ່​ກ່ອນ​ທີ່​ຈະ​ໄປ ຂ້ອຍ​ຕ້ອງ​ກັບ​ໄປ​ການາດາ​ເພື່ອ​ເຮັດ​ວີຊ່າ​ທີ່​ຈະ​ຍ້າຍ​ໄປ​ການາ ແລະ​ຂ້ອຍ​ຄິດ​ວ່າ​ຈະ​ຢູ່​ການາດາ​ແຕ່​ສອງ​ສາມ​ອາທິດ​ເທົ່າ​ນັ້ນ.

ແຕ່​ຂ້ອຍ​ຕ້ອງ​ຖ້າ​ວີຊ່າ​ຢູ່​ໂຕຣອນໂຕ​ຮອດ 7 ເດືອນ. ໃນ​ໄລຍະ​ນັ້ນ ພີ່ນ້ອງ​ຄຣິບ​ໃຫ້​ຂ້ອຍ​ຢູ່​ເຮືອນ​ນຳ​ຄອບຄົວ​ຂອງ​ເຂົາເຈົ້າ ແລະ​ຂ້ອຍ​ໄດ້​ຮູ້​ຈັກ​ກັບ​ຊີລ້າ​ລູກ​ສາວ​ຂອງ​ເຮືອນ​ນັ້ນ. ພວກ​ເຮົາ​ມັກ​ກັນ. ຕອນ​ທີ່​ຂ້ອຍ​ຈະ​ຂໍ​ລາວ​ແຕ່ງດອງ ຂ້ອຍ​ກໍ​ໄດ້​ວີຊ່າ. ຂ້ອຍ​ກັບ​ຊີລ້າ​ອະທິດຖານ​ກ່ຽວກັບ​ເລື່ອງ​ນີ້ ແລະ​ເຮົາ​ຕັດສິນໃຈ​ວ່າ​ຂ້ອຍ​ຄວນ​ໄປ​ເຮັດ​ວຽກ​ມອບໝາຍ​ຂອງ​ຂ້ອຍ​ກ່ອນ. ແຕ່​ເຮົາ​ຍັງ​ຈະ​ຂຽນ​ຈົດໝາຍ​ຫາ​ກັນ​ແລະ​ຖ້າ​ເບິ່ງ​ວ່າ​ເປັນ​ໄປ​ໄດ້​ບໍ​ທີ່​ຈະ​ແຕ່ງດອງ​ກັນ​ໃນ​ອະນາຄົດ. ນັ້ນ​ເປັນ​ການ​ຕັດສິນໃຈ​ທີ່​ຍາກ​ຫຼາຍ ແຕ່​ເມື່ອ​ເບິ່ງ​ຄືນ​ຫຼັງ​ກໍ​ເຫັນ​ວ່າ​ນັ້ນ​ເປັນ​ການ​ຕັດສິນໃຈ​ທີ່​ຖືກຕ້ອງ.

ຫຼັງ​ຈາກ​ເດີນທາງ 1 ເດືອນ​ດ້ວຍ​ລົດ​ໄຟ ເຮືອ​ຂົນ​ສິນຄ້າ ແລະ​ຍົນ ຂ້ອຍ​ກໍ​ໄປ​ຮອດ​ເມືອງ​ອັກກຣາ​ປະເທດ​ການາ. ຢູ່​ຫັ້ນ ຂ້ອຍ​ຖືກ​ມອບໝາຍ​ໃຫ້​ເປັນ​ຜູ້​ເບິ່ງແຍງ​ພາກ. ວຽກ​ນີ້​ເຮັດ​ໃຫ້​ຂ້ອຍ​ຕ້ອງ​ເດີນທາງ​ທົ່ວ​ປະເທດ​ການາ ລວມ​ທັງ​ປະເທດ​ໄອວໍຣີໂຄດ (ປັດຈຸບັນ​ແມ່ນ​ໂກດດີວົວ) ແລະ​ໂຕໂກແລນ (ປັດຈຸບັນ​ແມ່ນ​ໂຕໂກ) ທີ່​ເປັນ​ປະເທດ​ໃກ້​ຄຽງ. ສ່ວນ​ຫຼາຍ​ແລ້ວ ຂ້ອຍ​ຕ້ອງ​ເດີນທາງ​ຄົນ​ດຽວ​ໂດຍ​ໃຊ້​ລົດ​ຈິບ​ຂອງ​ສາຂາ. ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ເດີນທາງ​ໄປ​ຢາມ​ພີ່ນ້ອງ​ຢູ່​ບ່ອນ​ຕ່າງໆ.

ໃນ​ທ້າຍ​ອາທິດ ຂ້ອຍ​ໄດ້​ຮັບ​ມອບໝາຍ​ໃຫ້​ຈັດການ​ປະຊຸມ​ໝວດ. ເຮົາ​ບໍ່​ມີ​ຫໍປະຊຸມ​ສຳລັບ​ຈັດການ​ປະຊຸມ​ໃຫຍ່ ພີ່ນ້ອງ​ຈຶ່ງ​ເຮັດ​ຫໍປະຊຸມ​ຊົ່ວຄາວ​ໂດຍ​ເອົາ​ໄມ້​ໄຜ່​ມາ​ເຮັດ​ເສົາ​ແລະ​ເອົາ​ໃບ​ປາມ​ມາ​ມຸງ​ເພື່ອ​ບໍ່​ໃຫ້​ພີ່ນ້ອງ​ຮ້ອນ. ຍ້ອນ​ວ່າ​ບ່ອນ​ກິນ​ເຂົ້າ​ບໍ່​ມີ​ຕູ້​ເຢັນ ພີ່ນ້ອງ​ຈຶ່ງ​ເອົາ​ສັດ​ທີ່​ເປັນໆ​ມາ​ໄວ້​ຢູ່​ໃກ້ໆ​ຫັ້ນ ແລ້ວ​ກໍ​ຂ້າ​ເພື່ອ​ແຕ່ງ​ກິນ​ໃຫ້​ພີ່ນ້ອງ​ທີ່​ເຂົ້າ​ຮ່ວມ​ປະຊຸມ.

ມີ​ເລື່ອງ​ຕະຫຼົກ​ເກີດຂຶ້ນ​ຢູ່​ການ​ປະຊຸມ​ໝວດ​ນຳ. ມີ​ເທື່ອ​ໜຶ່ງ​ພີ່ນ້ອງ​ເຮີເບີດ ເຈນ​ນິ້ງ cທີ່​ເປັນ​ມິດຊັນນາຣີ​ນຳ​ກັນ​ກັບ​ຂ້ອຍ​ກຳລັງ​ບັນລະຍາຍ ຢູ່​ດີໆ​ກໍ​ມີ​ງົວ​ໂຕ​ໜຶ່ງ​ອອກ​ມາ​ຈາກ​ບ່ອນ​ກິນ​ເຂົ້າ​ແລະ​ແລ່ນ​ມາ​ຢຸດ​ຢູ່​ທາງ​ກາງ​ລະຫວ່າງ​ເວທີ​ກັບ​ຜູ້​ຟັງ. ພີ່ນ້ອງ​ເຮີເບີດ​ຈຶ່ງ​ເຊົາ​ບັນລະຍາຍ​ແລະ​ງົວ​ໂຕ​ນັ້ນ​ກໍ​ເບິ່ງ​ແບບ​ງົງໆ. ແຕ່​ພີ່ນ້ອງ​ຊາຍ 4 ຄົນ​ທີ່​ແຂງແຮງ​ກໍ​ເຂົ້າ​ມາ​ເອົາ​ງົວ​ກັບ​ໄປ​ໄວ້​ບ່ອນ​ເກົ່າ​ແລະ​ຜູ້​ທີ່​ເຂົ້າ​ຮ່ວມ​ປະຊຸມ​ກໍ​ພາກັນ​ເຊຍ​ເຂົາເຈົ້າ.

ໃນ​ອາທິດ​ທີ່​ມີ​ການ​ປະຊຸມ​ໝວດ ຂ້ອຍ​ຈະ​ໄປ​ສາຍ​ໜັງ​ທີ່​ຊື່​ສະມາຄົມ​ໂລກ​ໃໝ່​ໃນ​ພາກ​ປະຕິບັດ​ຕາມ​ບ້ານ​ທີ່​ຢູ່​ແຖວ​ນັ້ນ. ຂ້ອຍ​ຕ້ອງ​ສາຍ​ໜັງ​ນີ້​ໂດຍ​ໃຊ້​ໂປເຈັກເຕີ້​ສ່ອງ​ໃສ່​ຜ້າ​ສີ​ຂາວ​ທີ່​ຄຶງ​ໄວ້​ຢູ່​ລະຫວ່າງ​ເສົາ 2 ຕົ້ນ​ຫຼື​ຕົ້ນໄມ້ 2 ຕົ້ນ. ໄທ​ບ້ານ​ມັກ​ຫຼາຍ! ສຳລັບ​ຫຼາຍ​ຄົນ ນັ້ນ​ເປັນ​ເທື່ອ​ທຳອິດ​ໃນ​ຊີວິດ​ທີ່​ເຂົາເຈົ້າ​ໄດ້​ເບິ່ງ​ໜັງ. ເຂົາເຈົ້າ​ຕົບ​ມື​ບັກ​ດັງໆ​ຕອນ​ທີ່​ເບິ່ງ​ສາກ​ຄົນ​ຮັບ​ບັບເຕມາ. ໜັງ​ເລື່ອງ​ນັ້ນ​ຊ່ວຍ​ເຂົາເຈົ້າ​ໃຫ້​ເຫັນ​ວ່າ​ພະຍານ​ພະ​ເຢໂຫວາ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ ແລະ​ມີ​ຢູ່​ທົ່ວ​ໂລກ.

ເຮົາ​ແຕ່ງດອງ​ຢູ່​ການາ​ໃນ​ປີ 1959

ຫຼັງ​ຈາກ​ຢູ່​ອາຟຣິກກາ​ປະມານ 2 ປີ ຂ້ອຍ​ຕື່ນເຕັ້ນ​ຫຼາຍ​ທີ່​ໄດ້​ເຂົ້າ​ຮ່ວມ​ການ​ປະຊຸມ​ນາໆ​ຊາດ​ຢູ່​ນິວຢອກ​ໃນ​ປີ 1958. ຂ້ອຍ​ດີ​ໃຈ​ຫຼາຍ​ທີ່​ໄດ້​ເຈິ​ຊີລ້າ​ອີກ. ລາວ​ເດີນທາງ​ມາ​ຈາກ​ເກເບັກ​ບ່ອນ​ທີ່​ລາວ​ຮັບໃຊ້​ເປັນ​ໄພໂອເນຍ​ພິເສດ. ພວກ​ເຮົາ​ຕິດຕໍ່​ກັນ​ທາງ​ຈົດໝາຍ ແຕ່​ຕອນນີ້​ພວກ​ເຮົາ​ໄດ້​ເຈິ​ກັນ. ຂ້ອຍ​ຂໍ​ລາວ​ແຕ່ງດອງ ແລະ​ລາວ​ກໍ​ຕອບ​ຕົກ​ລົງ. ຂ້ອຍ​ຂຽນ​ຈົດໝາຍ​ໄປ​ຫາ​ພີ່ນ້ອງ​ນາທານ ນໍ dແລະ​ຖາມ​ວ່າ ຂໍ​ໃຫ້​ຊີລ້າ​ເຂົ້າ​ໂຮງຮຽນ​ກິລຽດ​ໄດ້​ບໍ​ແລະ​ໃຫ້​ລາວ​ມາ​ຮັບໃຊ້​ກັບ​ຂ້ອຍ​ຢູ່​ອາຟຣິກກາ. ພີ່ນ້ອງ​ນາທານ ນໍ​ເຫັນດີ. ໃນ​ທີ່​ສຸດ​ຊີລ້າ​ກໍ​ໄດ້​ມາ​ການາ ແລະ​ພວກ​ເຮົາ​ແຕ່ງດອງ​ກັນ​ໃນ​ວັນ​ທີ 3 ຕຸລາ 1959 ຢູ່​ເມືອງ​ອັກກຣາ. ເຮົາ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ອວຍພອນ​ເຮົາ​ແທ້ໆ​ຍ້ອນ​ເຮົາ​ໃຫ້​ເພິ່ນ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ.

ຮັບໃຊ້​ນຳ​ກັນ​ຢູ່​ກາເມີຣູນ

ເຮັດ​ວຽກ​ຢູ່​ສຳນັກງານ​ສາຂາ​ກາເມີຣູນ

ໃນ​ປີ 1961 ເຮົາ​ຖືກ​ມອບໝາຍ​ໃຫ້​ໄປ​ກາເມີຣູນ. ວຽກ​ມອບໝາຍ​ຂອງ​ຂ້ອຍ​ແມ່ນ​ຊ່ວຍ​ຕັ້ງ​ສຳນັກງານ​ສາຂາ​ໃໝ່​ຢູ່​ຫັ້ນ ຂ້ອຍ​ຈຶ່ງ​ຫຍຸ້ງ​ຫຼາຍ. ຍ້ອນ​ຂ້ອຍ​ຖືກ​ມອບໝາຍ​ໃຫ້​ເບິ່ງແຍງ​ວຽກ​ຮັບໃຊ້​ຢູ່​ກາເມີຣູນ​ຈຶ່ງ​ມີ​ຫຼາຍ​ຢ່າງ​ທີ່​ຕ້ອງ​ຮຽນ​ຮູ້. ໃນ​ປີ 1965 ຊີລ້າ​ຖືພາ. ຂ້ອຍ​ຍອມຮັບ​ວ່າ​ມັນ​ຍາກ​ແທ້ໆ​ສຳລັບ​ເຮົາ​ທີ່​ຈະ​ນຶກພາບ​ໂຕເອງ​ວ່າ​ເປັນ​ພໍ່​ແມ່. ແຕ່​ຕອນ​ທີ່​ເຮົາ​ກຳລັງ​ຕື່ນເຕັ້ນ​ກັບ​ໜ້າທີ່​ຮັບ​ຜິດ​ຊອບ​ໃໝ່​ແລະ​ວາງ​ແຜນ​ຈະ​ກັບ​ໄປ​ການາດາ ເຮົາ​ຕ້ອງ​ເຈິ​ກັບ​ການ​ສູນ​ເສຍ​ຄັ້ງ​ໃຫຍ່.

ລູກ​ຂອງ​ເຮົາ​ຕາຍ​ຄາ​ທ້ອງ ທ່ານ​ໝໍ​ບອກ​ວ່າ​ລູກ​ຂອງ​ເຮົາ​ເປັນ​ຜູ້​ຊາຍ. ເລື່ອງ​ນີ້​ຜ່ານ​ໄປ 50 ປີ​ແລ້ວ ແຕ່​ເຮົາ​ກໍ​ບໍ່​ເຄີຍ​ລືມ. ເຖິງ​ວ່າ​ເຮົາ​ເສຍໃຈ​ຫຼາຍ​ໃນ​ສິ່ງ​ທີ່​ເກີດຂຶ້ນ ແຕ່​ເຮົາ​ກໍ​ຍັງ​ເຮັດ​ວຽກ​ຮັບໃຊ້​ຢູ່​ຕ່າງ​ປະເທດ​ຕໍ່​ໄປ​ເຊິ່ງ​ເປັນ​ວຽກ​ທີ່​ເຮົາ​ຮັກ​ຫຼາຍ.

ຖ່າຍ​ຮູບ​ກັບ​ຊີລ້າ​ຢູ່​ກາເມີຣູນ​ໃນ​ປີ 1965

ພີ່ນ້ອງ​ຢູ່​ກາ​ເມ​ຣູນ​ເຈິ​ການ​ຂົ່ມເຫງ​ເລື້ອຍໆ​ຍ້ອນ​ເຂົາເຈົ້າ​ຮັກສາ​ຄວາມ​ເປັນ​ກາງ​ທາງ​ການເມືອງ ແລະ​ສະພາບການ​ແຮ່ງ​ຍາກ​ຫຼາຍ​ສຳລັບ​ເຂົາເຈົ້າ​ໂດຍ​ສະເພາະ​ໄລຍະ​ທີ່​ມີ​ການ​ເລືອກ​ຕັ້ງ​ປະທານ​ປະເທດ. ສິ່ງ​ທີ່​ເຮົາ​ຢ້ານ​ຫຼາຍ​ທີ່​ສຸດ​ກໍ​ໄດ້​ເກີດຂຶ້ນ. ໃນ​ວັນ​ທີ 13 ພຶດສະພາ 1970 ພະຍານ​ພະ​ເຢໂຫວາ​ຖືກ​ສັ່ງ​ຫ້າມ​ຢ່າງ​ເປັນ​ທາງ​ການ. ສຳນັກງານ​ສາຂາ​ທີ່​ຫາກໍ​ສ້າງ​ໃໝ່​ທີ່​ເຮົາ​ຍ້າຍ​ໄປ​ຢູ່​ໄດ້​ແຕ່ 5 ເດືອນ​ຖືກ​ລັດຖະບານ​ຍຶດ. ມິດຊັນນາຣີ​ທຸກ​ຄົນ​ລວມ​ທັງ​ຂ້ອຍ​ກັບ​ຊີລ້າ​ຖືກ​ໄລ່​ອອກ​ຈາກ​ກາເມີຣູນ ແລະ​ພວກ​ເຮົາ​ຕ້ອງ​ອອກ​ຈາກ​ປະເທດ​ພາຍ​ໃນ​ໜຶ່ງ​ອາທິດ. ມັນ​ຍາກ​ຫຼາຍ​ທີ່​ຈະ​ປະ​ພີ່ນ້ອງ​ໄປ​ແບບ​ນີ້​ຍ້ອນ​ເຮົາ​ຮັກ​ເຂົາເຈົ້າ​ຫຼາຍ​ແລະ​ເປັນ​ຫ່ວງ​ວ່າ​ເຂົາເຈົ້າ​ຈະ​ເຈິ​ກັບ​ຫຍັງ​ແດ່.

ເມື່ອ​ອອກ​ຈາກ​ກາເມີຣູນ ເຮົາ​ກໍ​ໄປ​ຢູ່​ສຳນັກງານ​ສາຂາ​ຝຣັ່ງ 6 ເດືອນ. ຢູ່​ຫັ້ນ ຂ້ອຍ​ພະຍາຍາມ​ເຮັດ​ທຸກ​ສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ເບິ່ງແຍງ​ພີ່ນ້ອງ​ຢູ່​ກາເມີຣູນ​ຕໍ່​ໄປ. ໃນ​ເດືອນ​ທັນວາ​ຂອງ​ປີ​ນັ້ນ ເຮົາ​ຖືກ​ມອບໝາຍ​ໃຫ້​ໄປ​ຮັບໃຊ້​ຢູ່​ສຳນັກງານ​ສາຂາ​ນີເຊເຣຍ​ເຊິ່ງ​ເລີ່ມ​ເບິ່ງແຍງ​ວຽກ​ຮັບໃຊ້​ຢູ່​ກາເມີຣູນ. ພີ່ນ້ອງ​ຢູ່​ນີເຊເຣຍ​ຕ້ອນຮັບ​ເຮົາ​ຢ່າງ​ອົບອຸ່ນ ແລະ​ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ຮັບໃຊ້​ຢູ່​ຫັ້ນ​ຫຼາຍ​ປີ.

ການ​ຕັດສິນໃຈ​ທີ່​ຍາກ

ໃນ​ປີ 1973 ເຮົາ​ຕ້ອງ​ຕັດສິນໃຈ​ເລື່ອງ​ໜຶ່ງ​ທີ່​ຍາກ​ຫຼາຍ. ຊີລ້າ​ມີ​ບັນຫາ​ສຸຂະພາບ​ຮ້າຍ​ແຮງ. ຕອນ​ທີ່​ເຮົາ​ເຂົ້າ​ຮ່ວມ​ການ​ປະຊຸມ​ຢູ່​ນິວຢອກ ລາວ​ໄຫ້​ແລະ​ເວົ້າ​ວ່າ: “ຂ້ອຍ​ເຮັດ​ວຽກ​ນີ້​ຕໍ່​ໄປ​ບໍ່​ໄຫວ​ແລ້ວ! ຂ້ອຍ​ບໍ່​ມີ​ແຮງ​ແລະ​ບໍ່​ສະບາຍ​ຕະຫຼອດ.” ຊີລ້າ​ຮັບໃຊ້​ກັບ​ຂ້ອຍ​ຢູ່​ອາຟຣິກກາ​ຕາເວັນ​ຕົກ​ຫຼາຍ​ກວ່າ 14 ປີ. ຂ້ອຍ​ພູມໃຈ​ຫຼາຍ​ທີ່​ລາວ​ຮັບໃຊ້​ຢ່າງ​ສັດຊື່ ແຕ່​ເຮົາ​ຈຳເປັນ​ຕ້ອງ​ປັບ​ປ່ຽນ​ບາງ​ຢ່າງ. ຫຼັງ​ຈາກ​ລົມ​ກັນ​ກ່ຽວກັບ​ເລື່ອງ​ນີ້​ແລະ​ອະທິດຖານ​ຢ່າງ​ຈິງ​ຈັງ ເຮົາ​ຕັດສິນໃຈ​ວ່າ​ຄວນ​ກັບ​ໄປ​ການາດາ​ເຊິ່ງ​ຊີລ້າ​ຈະ​ໄດ້​ຮັບ​ການ​ປິ່ນປົວ​ທີ່​ດີ​ກວ່າ. ການ​ອອກ​ຈາກ​ວຽກ​ມິດຊັນນາຣີ​ແລະ​ວຽກ​ຮັບໃຊ້​ເຕັມ​ເວລາ​ເປັນ​ການ​ຕັດສິນໃຈ​ທີ່​ຍາກ​ທີ່​ສຸດ​ໃນ​ຊີວິດ​ຂອງ​ເຮົາ​ແລະ​ເຮັດ​ໃຫ້​ເຮົາ​ເສຍໃຈ​ຫຼາຍ.

ຫຼັງ​ຈາກ​ກັບ​ມາ​ການາດາ ຂ້ອຍ​ກໍ​ໄດ້​ເຮັດ​ວຽກ​ກັບ​ໝູ່​ເກົ່າ​ທີ່​ຂາຍ​ລົດ​ໃຫຍ່​ຢູ່​ພາກ​ເໜືອ​ຂອງ​ເມືອງ​ໂຕຣອນໂຕ. ເຮົາ​ເຊົ່າ​ອາພາດເມັນ​ຢູ່​ແລະ​ຊື້​ເຟີນິເຈີ​ມື​ສອງ ເຮົາ​ສາມາດ​ເລີ່ມ​ຕົ້ນ​ຊີວິດ​ໃໝ່​ໂດຍ​ທີ່​ບໍ່​ໄດ້​ສ້າງ​ໜີ້​ສິນ. ເຮົາ​ຢາກ​ໃຊ້​ຊີວິດ​ແບບ​ຮຽບ​ງ່າຍ​ຍ້ອນ​ຫວັງ​ວ່າ​ມື້​ໜຶ່ງ​ຈະ​ໄດ້​ກັບ​ໄປ​ເຮັດ​ວຽກ​ຮັບໃຊ້​ເຕັມ​ເວລາ​ອີກ. ເຮົາ​ຕົກໃຈ​ຫຼາຍ​ທີ່​ສາມາດ​ກັບ​ໄປ​ເຮັດ​ວຽກ​ຮັບໃຊ້​ເຕັມ​ເວລາ​ໄດ້​ໄວ​ກວ່າ​ທີ່​ເຮົາ​ຄິດ​ໄວ້.

ທຸກໆ​ວັນ​ເສົາ ຂ້ອຍ​ເປັນ​ອາສາ​ສະໝັກ​ຊ່ວຍ​ໃນ​ການ​ກໍ່ສ້າງ​ຫໍປະຊຸມ​ໃຫຍ່​ຢູ່​ນໍ​ໂວ​ແຂວງ​ອອນທາຣີໂອ. ຕໍ່​ມາ ຂ້ອຍ​ຖືກ​ມອບໝາຍ​ໃຫ້​ເປັນ​ຜູ້​ເບິ່ງແຍງ​ຫໍປະຊຸມ​ໃຫຍ່​ຫຼັງ​ນີ້. ສຸຂະພາບ​ຂອງ​ຊີລ້າ​ກຳລັງ​ດີ​ຂຶ້ນ​ແລະ​ເຮົາ​ຮູ້ສຶກ​ວ່າ​ລາວ​ສາມາດ​ຮັບ​ເອົາ​ວຽກ​ມອບໝາຍ​ໃໝ່​ນີ້​ໄດ້. ດັ່ງນັ້ນ ເຮົາ​ຈຶ່ງ​ຍ້າຍ​ເຂົ້າ​ໄປຢູ່​ອາພາດເມັນ​ຂອງ​ຫໍປະຊຸມ​ໃຫຍ່​ນີ້​ໃນ​ເດືອນ​ມິຖຸນາ ປີ 1974. ເຮົາ​ດີ​ໃຈ​ຫຼາຍ​ທີ່​ໄດ້​ກັບ​ມາ​ເຮັດ​ວຽກ​ຮັບໃຊ້​ເຕັມ​ເວລາ​ອີກ!

ເຮົາ​ດີ​ໃຈ​ຫຼາຍ​ທີ່​ສຸຂະພາບ​ຂອງ​ຊີລ້າ​ດີ​ຂຶ້ນ​ເລື້ອຍໆ. ສອງ​ປີ​ຕໍ່​ມາ ເຮົາ​ສາມາດ​ຮັບ​ເອົາ​ວຽກ​ມອບໝາຍ​ໃຫ້​ເປັນ​ຜູ້​ເບິ່ງແຍງ​ໝວດ​ຢູ່​ມານີໂຕບາ ເຊິ່ງ​ເປັນ​ເມືອງ​ທີ່​ມີ​ຊື່​ສຽງ​ວ່າ​ໜາວ​ຫຼາຍ​ຢູ່​ການາດາ. ເຖິງ​ຈະ​ເປັນ​ແນວ​ນັ້ນ ພີ່ນ້ອງ​ທີ່​ຢູ່​ຫັ້ນ​ພັດ​ມີ​ຄວາມ​ຮັກ​ທີ່​ອົບອຸ່ນ. ເຮົາ​ໄດ້​ຮຽນ​ຮູ້​ວ່າ​ເຮົາ​ຈະ​ຮັບໃຊ້​ຢູ່​ໃສ​ກໍ​ບໍ່​ສຳຄັນ ແຕ່​ສິ່ງ​ທີ່​ສຳຄັນ​ແມ່ນ​ເຮົາ​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆ​ໄປ.

ໄດ້​ບົດ​ຮຽນ​ທີ່​ສຳຄັນ

ຫຼັງ​ຈາກ​ເປັນ​ຜູ້​ເບິ່ງແຍງ​ໝວດ​ຫຼາຍ​ປີ ເຮົາ​ກໍ​ຖືກ​ເຊີນ​ໃຫ້​ຮັບໃຊ້​ຢູ່​ເບເທນ​ການາດາ​ໃນ​ປີ 1978. ບໍ່​ດົນ​ຫຼັງ​ຈາກ​ນັ້ນ ຂ້ອຍ​ກໍ​ໄດ້​ບົດ​ຮຽນ​ທີ່​ສຳຄັນ​ເຊິ່ງ​ເປັນ​ເລື່ອງ​ທີ່​ຍາກ​ຫຼາຍ​ສຳລັບ​ຂ້ອຍ. ຂ້ອຍ​ຖືກ​ມອບໝາຍ​ໃຫ້​ບັນລະຍາຍ​ຊົ່ວໂມງ​ເຄິ່ງ​ເປັນ​ພາສາ​ຝຣັ່ງ​ຢູ່​ການ​ປະຊຸມ​ພິເສດ​ໃນ​ເມືອງ​ມອນທຣີອໍ ແຕ່​ໜ້າ​ເສຍດາຍ​ທີ່​ຄຳ​ບັນລະຍາຍ​ຂອງ​ຂ້ອຍ​ບໍ່​ໄດ້​ດຶງດູດ​ຄວາມ​ສົນໃຈ​ຂອງ​ຜູ້​ຟັງ​ເລີຍ. ພີ່ນ້ອງ​ທີ່​ຢູ່​ພະແນກ​ການ​ຮັບໃຊ້​ຈຶ່ງ​ໃຫ້​ຄຳ​ແນະນຳ​ຂ້ອຍ. ທີ່ຈິງ ໃນ​ຕອນ​ນັ້ນ​ຂ້ອຍ​ຄວນ​ຮູ້​ວ່າ​ໂຕເອງ​ບໍ່​ແມ່ນ​ຄົນ​ທີ່​ບັນລະຍາຍ​ເກັ່ງ ແຕ່​ພັດ​ບໍ່​ຍອມຮັບ​ຄຳ​ແນະນຳ​ຈາກ​ພີ່ນ້ອງ​ຜູ້​ນັ້ນ. ເຮົາ​ລົມ​ບໍ່​ເຂົ້າໃຈ​ກັນ ຂ້ອຍ​ຮູ້ສຶກ​ວ່າ​ລາວ​ມີ​ແຕ່​ຕິ​ແລະ​ບໍ່​ໄດ້​ຊົມເຊີຍ​ເລີຍ. ຂ້ອຍ​ເຮັດ​ຜິດ​ພາດ​ທີ່​ມີ​ອະຄະຕິ​ກັບ​ພີ່ນ້ອງ​ທີ່​ໃຫ້​ຄຳ​ແນະນຳ​ແລະ​ບໍ່​ມັກ​ວິທີ​ທີ່​ລາວ​ໃຫ້​ຄຳ​ແນະນຳ.

ຂ້ອຍ​ໄດ້​ບົດ​ຮຽນ​ສຳຄັນ​ຫຼັງ​ຈາກ​ບັນລະຍາຍ​ເປັນ​ພາສາ​ຝຣັ່ງ

ສອງ​ສາມ​ມື້​ຕໍ່​ມາ ຄະນະ​ກຳມະການ​ສາຂາ​ຜູ້​ໜຶ່ງ​ມາ​ລົມ​ກັບ​ຂ້ອຍ​ກ່ຽວກັບ​ເລື່ອງ​ນີ້. ຂ້ອຍ​ຍອມຮັບ​ວ່າ​ຂ້ອຍ​ບໍ່​ໄດ້​ຟັງ​ຄຳ​ແນະນຳ​ຂອງ​ພີ່ນ້ອງ​ຜູ້​ນັ້ນ​ແລະ​ຂ້ອຍ​ຮູ້ສຶກ​ເສຍໃຈ​ຫຼາຍ. ຈາກ​ນັ້ນ ຂ້ອຍ​ກໍ​ໄປ​ຫາ​ພີ່ນ້ອງ​ທີ່​ໃຫ້​ຄຳ​ແນະນຳ​ຂ້ອຍ​ແລະ​ຂໍໂທດ​ລາວ ແລະ​ລາວ​ກໍ​ຍົກໂທດ​ໃຫ້​ຂ້ອຍ. ປະສົບການ​ນີ້​ສອນ​ຂ້ອຍ​ວ່າ​ການ​ເປັນ​ຄົນ​ຖ່ອມ​ສຳຄັນ​ແທ້ໆ​ແລະ​ຂ້ອຍ​ຈະ​ບໍ່​ມີ​ວັນ​ລືມ​ເລື່ອງ​ນີ້​ເລີຍ. (ສພສ. 16:18) ຂ້ອຍ​ອະທິດຖານ​ຫາ​ພະ​ເຢໂຫວາ​ຫຼາຍ​ເທື່ອ​ເພື່ອ​ຂໍ​ໃຫ້​ເພິ່ນ​ຊ່ວຍ​ຂ້ອຍ​ໃຫ້​ເປັນ​ຄົນ​ຖ່ອມ ແລະ​ຂ້ອຍ​ກໍ​ຕັ້ງໃຈ​ທີ່​ຈະ​ບໍ່​ເບິ່ງ​ຄຳ​ແນະນຳ​ໃນ​ແງ່​ລົບ​ອີກ.

ຂ້ອຍ​ຢູ່​ເບເທນ​ການາດາ​ໄດ້​ຫຼາຍ​ກວ່າ 40 ປີ​ແລ້ວ ແລະ​ຕັ້ງແຕ່​ປີ 1985 ຂ້ອຍ​ກໍ​ໄດ້​ຮັບ​ສິດທິ​ພິເສດ​ໃຫ້​ຮັບໃຊ້​ເປັນ​ຄະນະ​ກຳມະການ​ສາຂາ. ໃນ​ເດືອນ​ກຸມພາ ປີ 2021 ຊີລ້າ​ເມຍ​ທີ່​ຮັກ​ຂອງ​ຂ້ອຍ​ກໍ​ຕາຍ. ນອກ​ຈາກ​ຂ້ອຍ​ຕ້ອງ​ຮັບມື​ກັບ​ການ​ສູນ​ເສຍ​ເມຍ ຂ້ອຍ​ຍັງ​ຕ້ອງ​ຮັບມື​ກັບ​ບັນຫາ​ສຸຂະພາບ​ຂອງ​ໂຕເອງ​ນຳ. ແຕ່​ການ​ຮັບໃຊ້​ພະ​ເຢໂຫວາ​ເຮັດ​ໃຫ້​ຂ້ອຍ​ຫຍຸ້ງ​ຢູ່​ຕະຫຼອດ​ແລະ​ເຮັດ​ໃຫ້​ມີ​ຄວາມ​ສຸກ​ຫຼາຍ​ຈົນ “ເກືອບ​ຈະ​ບໍ່​ໄດ້​ຄິດ​ເຖິງ” ຊີວິດ​ທີ່​ຜ່ານ​ມາ. (ປຍຈ. 5:20) ເຖິງ​ວ່າ​ຕ້ອງ​ເຈິ​ກັບ​ບັນຫາ​ບາງ​ຢ່າງ ແຕ່​ຊີວິດ​ຂ້ອຍ​ກໍ​ມີ​ຄວາມ​ສຸກ​ຫຼາຍ. ການ​ໃຫ້​ພະ​ເຢໂຫວາ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ແລະ​ການ​ຮັບໃຊ້​ເຕັມ​ເວລາ 70 ປີ​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ສຸກ​ແທ້ໆ. ຂ້ອຍ​ອະທິດຖານ​ຂໍ​ໃຫ້​ພີ່ນ້ອງ​ໄວລຸ້ນ​ຈັດ​ໃຫ້​ພະ​ເຢໂຫວາ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ເຂົາເຈົ້າ ຍ້ອນ​ຂ້ອຍ​ໝັ້ນໃຈ​ວ່າ​ເຂົາເຈົ້າ​ກໍ​ຈະ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ແລະ​ມີ​ຊີວິດ​ທີ່​ໜ້າ​ຕື່ນເຕັ້ນ​ຄື​ກັນ ເຊິ່ງ​ມີ​ແຕ່​ການ​ຮັບໃຊ້​ພະ​ເຢໂຫວາ​ເທົ່າ​ນັ້ນ​ທີ່​ຈະ​ເຮັດ​ໃຫ້​ມີ​ຊີວິດ​ແບບ​ນີ້​ໄດ້.

a ເບິ່ງ​ເລື່ອງ​ຊີວິດ​ຈິງ​ຂອງ​ພີ່ນ້ອງ​ມາຣ໌ເຊ ຟິວໂທ ໃນ​ບົດ​ຄວາມ “ພະ​ເຢໂຫວາ​ເປັນ​ທີ່​ເພິ່ງ​ແລະ​ເປັນ​ກຳລັງ​ຂອງ​ຂ້ອຍ” ໃນ​ຫໍສັງເກດການ 1 ກຸມພາ 2000. (ພາສາ​ໄທ)

b ເຂດ​ນີ້​ຂອງ​ອາຟຣິກາ​ຖືກ​ເອີ້ນ​ວ່າ​ໂກລ໌ໂຄດສ໌​ເຊິ່ງ​ຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງ​ອັງກິດ​ຈົນ​ຮອດ​ປີ 1957.

c ເບິ່ງ​ເລື່ອງ​ຊີວິດ​ຈິງ​ຂອງ​ພີ່ນ້ອງ​ເຮີເບີດ ເຈນ​ນິ້ງ ໃນ​ບົດ​ຄວາມ “ເຈົ້າ​ບໍ່​ຮູ້​ວ່າ​ຊີວິດ​ຂອງ​ເຈົ້າ​ຈະ​ເປັນ​ແນວ​ໃດ​ໃນ​ມື້​ອື່ນ” ໃນ​ຫໍສັງເກດການ 1 ທັນວາ 2000. (ພາສາ​ໄທ)

d ພີ່ນ້ອງ​ນາທານ ນໍ ນຳໜ້າ​ອົງການ​ຂອງ​ເຮົາ​ໃນ​ຕອນ​ນັ້ນ.