ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 38

ເພງ​ທີ 25 ສົມບັດ​ອັນ​ລ້ຳ​ຄ່າ​ຂອງ​ພະເຈົ້າ

ເຈົ້າ​ເອົາໃຈໃສ່​ຟັງ​ຄຳ​ເຕືອນ​ບໍ?

ເຈົ້າ​ເອົາໃຈໃສ່​ຟັງ​ຄຳ​ເຕືອນ​ບໍ?

“ຜູ້​ໜຶ່ງ​ຈະ​ຖືກ​ເອົາ​ໄປ ແຕ່​ອີກ​ຜູ້​ໜຶ່ງ​ຈະ​ຖືກ​ປະ​ໄວ້.”ມທ. 24:40

ຈຸດ​ສຳຄັນ

ເຮົາ​ຈະ​ເບິ່ງ​ຕົວຢ່າງ​ປຽບທຽບ 3 ເລື່ອງ​ຂອງ​ພະ​ເຢຊູ ແລະ​ເຮົາ​ຈະ​ເບິ່ງ​ວ່າ​ຕົວຢ່າງ​ເຫຼົ່າ​ນີ້​ກ່ຽວ​ຂ້ອງ​ແນວ​ໃດ​ກັບ​ການ​ຕັດສິນ​ທີ່​ຈະ​ເກີດຂຶ້ນ​ໃນ​ໄລຍະ​ທ້າຍໆ​ຂອງ​ສະໄໝ​ສຸດທ້າຍ.

1. ອີກ​ບໍ່​ດົນ​ພະ​ເຢຊູ​ຈະ​ເຮັດ​ຫຍັງ?

 ເຮົາ​ມີ​ຊີວິດ​ຢູ່​ໃນ​ໄລຍະ​ທີ່​ໜ້າ​ຕື່ນເຕັ້ນ​ຫຼາຍ! ອີກ​ບໍ່​ດົນ ພະ​ເຢຊູ​ຈະ​ຕັດສິນ​ທຸກ​ຄົນ​ທີ່​ຢູ່​ໃນ​ໂລກ​ນີ້. ກ່ອນ​ຈະ​ຮອດ​ຕອນ​ນັ້ນ ເພິ່ນ​ບອກ​ວ່າ​ຈະ​ມີ “ສັນຍານ” ທີ່​ບອກ​ໃຫ້​ຮູ້​ວ່າ​ເພິ່ນ​ກັບ​ມາ​ແລະ​ບອກ​ໃຫ້​ຮູ້​ວ່າ​ເຮົາ​ຢູ່​ໃນ “ສະໄໝ​ສຸດທ້າຍ​ຂອງ​ໂລກ​ນີ້.” (ມທ. 24:3) ໃນ​ປຶ້ມ​ມັດທາຍ​ບົດ 24 ແລະ 25 ແລະ​ມາຣະໂກ​ບົດ 13 ແລະ​ລູກາ​ບົດ 21 ໄດ້​ເວົ້າ​ເຖິງ​ສັນຍານ​ເຫຼົ່າ​ນີ້.

2. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ນີ້ ແລະ​ເລື່ອງ​ເຫຼົ່າ​ນີ້​ຈະ​ຊ່ວຍ​ເຮົາ​ແນວ​ໃດ?

2 ພະ​ເຢຊູ​ໃຊ້​ຕົວຢ່າງ​ປຽບທຽບ 3 ເລື່ອງ​ເພື່ອ​ເຕືອນ​ເຮົາ ເຊິ່ງ​ກໍ​ຄື​ຕົວຢ່າງ​ປຽບທຽບ​ເລື່ອງ​ແກະ​ກັບ​ແບ້ ເລື່ອງ​ຜູ້​ສາວ​ບໍລິສຸດ​ທີ່​ສະຫຼາດ​ກັບ​ຜູ້​ສາວ​ບໍລິສຸດ​ທີ່​ໂງ່ ແລະ​ເລື່ອງ​ເງິນ​ຕະລັນ. ແຕ່​ລະ​ເລື່ອງ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ວ່າ​ພະ​ເຢຊູ​ຈະ​ຕັດສິນ​ແຕ່​ລະ​ຄົນ​ຕາມ​ການ​ກະທຳ​ຂອງ​ລາວ. ໃນ​ບົດ​ນີ້ ເຮົາ​ຈະ​ເບິ່ງ​ຕົວຢ່າງ​ປຽບທຽບ​ເຫຼົ່າ​ນີ້​ແລະ​ເບິ່ງ​ວ່າ​ເຮົາ​ຈະ​ໄດ້​ບົດ​ຮຽນ​ຫຍັງ. ເລື່ອງ​ທຳອິດ​ທີ່​ເຮົາ​ຈະ​ເບິ່ງ​ແມ່ນ​ເລື່ອງ​ແກະ​ກັບ​ແບ້.

ແກະ​ກັບ​ແບ້

3. ພະ​ເຢຊູ​ຈະ​ຕັດສິນ​ວ່າ​ໃຜ​ເປັນ​ແກະ​ຫຼື​ເປັນ​ແບ້​ຕອນ​ໃດ?

3 ໃນ​ຕົວຢ່າງ​ປຽບທຽບ​ເລື່ອງ​ແກະ​ກັບ​ແບ້ ພະ​ເຢຊູ​ບອກ​ວ່າ​ເພິ່ນ​ຈະ​ຕັດສິນ​ຄົນ​ໂດຍ​ເບິ່ງ​ວ່າ​ເຂົາເຈົ້າ​ຍອມຮັບ​ເອົາ​ຂ່າວ​ດີ​ບໍ່ ແລະ​ເຂົາເຈົ້າ​ສະໜັບສະໜູນ​ຜູ້​ຖືກ​ເລືອກ​ຫຼື​ບໍ່. (ມທ. 25:31-46) ໃນ​ໄລຍະ “ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່” ພະ​ເຢຊູ​ຈະ​ຕັດສິນ​ວ່າ​ໃຜ​ເປັນ​ແກະ​ຫຼື​ເປັນ​ແບ້​ກ່ອນ​ສົງຄາມ​ອາມາເຄໂດນ​ເລີ່ມ​ຕົ້ນ. (ມທ. 24:21) ຄື​ກັບ​ທີ່​ຜູ້​ລ້ຽງ​ແກະ​ແຍກ​ແກະ​ອອກ​ຈາກ​ແບ້ ພະ​ເຢຊູ​ກໍ​ຈະ​ແຍກ​ຄົນ​ທີ່​ສະໜັບສະໜູນ​ຜູ້​ຖືກ​ເລືອກ​ຢ່າງ​ສັດຊື່​ອອກ​ຈາກ​ຄົນ​ທີ່​ບໍ່​ໄດ້​ເຮັດ​ແບບ​ນັ້ນ.

4. ຕາມ​ເອຊາຢາ 11:3, 4 ເປັນ​ຫຍັງ​ເຮົາ​ຈຶ່ງ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢຊູ​ຈະ​ຕັດສິນ​ຢ່າງ​ຍຸຕິທຳ? (ເບິ່ງ​ຮູບ​ໜ້າ​ປົກ​ນຳ)

4 ຄຳພີ​ໄບເບິນ​ບອກ​ວ່າ​ພະ​ເຢຊູ​ຜູ້​ຕັດສິນ​ທີ່​ພະ​ເຢໂຫວາ​ແຕ່ງຕັ້ງ​ຈະ​ຕັດສິນ​ຢ່າງ​ຍຸຕິທຳ. (ອ່ານ​ເອຊາຢາ 11:3, 4) ເພິ່ນ​ສັງເກດ​ເບິ່ງ​ຄວາມ​ຄິດ ຄຳເວົ້າ ແລະ​ການ​ກະທຳ​ຂອງ​ທຸກ​ຄົນ ລວມ​ທັງ​ວິທີ​ທີ່​ເຂົາເຈົ້າ​ປະຕິບັດ​ກັບ​ຜູ້​ຖືກ​ເລືອກ. (ມທ. 12:36, 37; 25:40) ພະ​ເຢຊູ​ຈະ​ຮູ້​ວ່າ​ໃຜ​ສະໜັບສະໜູນ​ຜູ້​ຖືກ​ເລືອກ​ແລະ​ວຽກ​ຂອງ​ເຂົາເຈົ້າ. a ວິທີ​ໜຶ່ງ​ທີ່​ສຳຄັນ​ຫຼາຍ​ທີ່​ຈະ​ສະໜັບສະໜູນ​ຜູ້​ຖືກ​ເລືອກ​ແມ່ນ​ການ​ຊ່ວຍ​ເຂົາເຈົ້າ​ໃນ​ວຽກ​ປະກາດ. ຄົນ​ທີ່​ເຮັດ​ແບບ​ນັ້ນ​ຈະ​ຖືກ​ຕັດສິນ​ວ່າ​ເປັນ “ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ” ແລະ​ຈະ​ມີ​ໂອກາດ​ທີ່​ຈະ​ມີ “ຊີວິດ​ຕະຫຼອດ​ໄປ” ຢູ່​ໃນ​ໂລກ. (ມທ. 25:46, ໄຂເງື່ອນ; ພນມ. 7:16, 17) ນີ້​ເປັນ​ລາງວັນ​ທີ່​ດີ​ແທ້ໆ​ສຳລັບ​ຜູ້​ທີ່​ຮັກສາ​ຄວາມ​ສັດຊື່! ຖ້າ​ເຂົາເຈົ້າ​ສັດຊື່​ຕໍ່ໆ​ໄປ​ໃນ​ໄລຍະ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ແລະ​ຫຼັງ​ຈາກ​ນັ້ນ ຊື່​ຂອງ​ເຂົາເຈົ້າ​ກໍ​ຈະ​ຍັງ​ຢູ່​ໃນ “ປຶ້ມ​ລາຍຊື່​ຄົນ​ທີ່​ຈະ​ໄດ້​ຊີວິດ.”—ພນມ. 20:15

ໃນ​ອະນາຄົດ​ໃກ້ໆ​ນີ້ ພະ​ເຢຊູ​ຈະ​ຕັດສິນ​ວ່າ​ໃຜ​ເປັນ​ແກະ​ຫຼື​ເປັນ​ແບ້ (ເບິ່ງ​ຂໍ້ 4)


5. ຕົວຢ່າງ​ປຽບທຽບ​ເລື່ອງ​ແກະ​ກັບ​ແບ້​ກະຕຸ້ນ​ເຮົາ​ໃຫ້​ເປັນ​ຄົນ​ແບບ​ໃດ? ແລະ​ໃຜ​ແດ່​ທີ່​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ຕົວຢ່າງ​ປຽບທຽບ​ນີ້?

5 ພິສູດ​ວ່າ​ເປັນ​ຄົນ​ທີ່​ສັດຊື່​ແລະ​ພັກດີ. ຕົວຢ່າງ​ປຽບທຽບ​ຂອງ​ພະ​ເຢຊູ​ເລື່ອງ​ແກະ​ກັບ​ແບ້​ແມ່ນ​ສຳລັບ​ຜູ້​ທີ່​ມີ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ. ຄົນ​ເຫຼົ່າ​ນີ້​ສະແດງ​ຄວາມ​ເຊື່ອ​ໂດຍ​ຊ່ວຍ​ຜູ້​ຖືກ​ເລືອກ​ໃນ​ວຽກ​ປະກາດ​ແລະ​ເຮັດ​ຕາມ​ການ​ຊີ້ນຳ​ຂອງ​ທາດ​ທີ່​ສັດຊື່​ແລະ​ສຸຂຸມ​ເຊິ່ງ​ເປັນ​ຄົນ​ກຸ່ມ​ນ້ອຍໆ​ທີ່​ພະ​ເຢຊູ​ເລືອກ. (ມທ. 24:45) ຄົນ​ທີ່​ມີ​ຄວາມ​ຫວັງ​ທີ່​ຈະ​ໄປ​ສະຫວັນ​ກໍ​ຕ້ອງ​ເອົາໃຈໃສ່​ຟັງ​ຄຳ​ເຕືອນ​ທີ່​ຢູ່​ໃນ​ຕົວຢ່າງ​ປຽບທຽບ​ນີ້​ຄື​ກັນ. ຍ້ອນຫຍັງ? ຍ້ອນ​ພະ​ເຢຊູ​ສັງເກດ​ເບິ່ງ​ຄວາມ​ຄິດ ຄຳເວົ້າ ແລະ​ການ​ກະທຳ​ຂອງ​ເຂົາເຈົ້າ. ເຂົາເຈົ້າ​ຕ້ອງ​ພິສູດ​ວ່າ​ເປັນ​ຄົນ​ທີ່​ສັດຊື່​ຄື​ກັນ. ທີ່ຈິງ ພະ​ເຢຊູ​ເວົ້າ​ເຖິງ​ຕົວຢ່າງ​ປຽບທຽບ​ອີກ 2 ເລື່ອງ​ທີ່​ກ່ຽວ​ຂ້ອງ​ກັບ​ຜູ້​ຖືກ​ເລືອກ​ໂດຍ​ສະເພາະ. ຕົວຢ່າງ 2 ເລື່ອງ​ນີ້​ຢູ່​ໃນ​ມັດທາຍ​ບົດ 25. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ປຽບທຽບ​ເລື່ອງ​ທຳອິດ​ນຳ​ກັນ ເຊິ່ງ​ແມ່ນ​ເລື່ອງ​ຜູ້​ສາວ​ບໍລິສຸດ​ທີ່​ສະຫຼາດ​ກັບ​ຜູ້​ສາວ​ບໍລິສຸດ​ທີ່​ໂງ່.

ຜູ້​ສາວ​ບໍລິສຸດ​ທີ່​ສະຫຼາດ​ກັບ​ຜູ້​ສາວ​ບໍລິສຸດ​ທີ່​ໂງ່

6. ຜູ້​ສາວ​ບໍລິສຸດ 5 ຄົນ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຂົາເຈົ້າ​ເປັນ​ຄົນ​ສະຫຼາດ? (ມັດທາຍ 25:6-10)

6 ໃນ​ຕົວຢ່າງ​ປຽບທຽບ​ເລື່ອງ​ຜູ້​ສາວ​ບໍລິສຸດ ພະ​ເຢຊູ​ເວົ້າ​ເຖິງ​ຜູ້​ສາວ​ບໍລິສຸດ 10 ຄົນ​ທີ່​ອອກ​ໄປ​ຕ້ອນຮັບ​ເຈົ້າ​ບ່າວ. (ມທ. 25:1-4) ເຂົາເຈົ້າ​ລໍ​ຖ້າ​ທີ່​ຈະ​ເຂົ້າ​ໄປ​ໃນ​ງານ​ແຕ່ງດອງ​ພ້ອມ​ກັບ​ເຈົ້າ​ບ່າວ. ພະ​ເຢຊູ​ເວົ້າ​ວ່າ ຜູ້​ສາວ​ບໍລິສຸດ 5 ຄົນ​ເປັນ “ຄົນ​ສະຫຼາດ” ແລະ​ອີກ 5 ຄົນ​ເປັນ “ຄົນ​ໂງ່.” ຜູ້​ສາວ​ທີ່​ສະຫຼາດ​ກຽມ​ພ້ອມ​ແລະ​ຕື່ນ​ໂຕ​ຢູ່​ສະເໝີ. ເຂົາເຈົ້າ​ກຽມ​ພ້ອມ​ທີ່​ຈະ​ຖ້າ​ເຈົ້າ​ບ່າວ​ເຖິງ​ວ່າ​ຈະ​ດົນ​ແລະ​ເດິກ​ສ່ຳ​ໃດ​ກໍ​ຕາມ. ເຂົາເຈົ້າ​ເອົາ​ຕະກຽງ​ໄປ​ນຳ​ແລະ​ຍັງ​ເອົາ​ນ້ຳມັນ​ໄປ​ເພື່ອ​ອີກ​ຍ້ອນ​ຢ້ານ​ວ່າ​ເຈົ້າ​ບ່າວ​ຈະ​ມາ​ຊ້າ. ເຂົາເຈົ້າ​ກຽມ​ພ້ອມ​ເພື່ອ​ໃຫ້​ຕະກຽງ​ຮຸ່ງ​ຢູ່​ຕະຫຼອດ. (ອ່ານ​ມັດທາຍ 25:6-10) ເມື່ອ​ເຈົ້າ​ບ່າວ​ມາ​ຮອດ ຜູ້​ສາວ​ທີ່​ສະຫຼາດ​ກໍ​ເຂົ້າ​ໄປ​ໃນ​ງານ​ແຕ່ງດອງ​ພ້ອມ​ກັບ​ເຈົ້າ​ບ່າວ. ຄ້າຍຄື​ກັນ ຜູ້​ຖືກ​ເລືອກ​ກໍ​ຕ້ອງ​ກຽມ​ພ້ອມ​ແລະ​ຕື່ນ​ໂຕ​ຢູ່​ສະເໝີ​ແລະ​ສັດຊື່​ຈົນ​ຮອດ​ຕອນ​ທີ່​ພະ​ເຢຊູ​ມາ ແລ້ວ​ເຂົາເຈົ້າ​ຈະ​ໄດ້​ລາງວັນ​ໂດຍ​ໄດ້​ຮ່ວມ​ປົກຄອງ​ກັບ​ພະ​ເຢຊູ​ໃນ​ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ. b (ພນມ. 7:1-3) ຜູ້​ສາວ 5 ຄົນ​ທີ່​ໂງ່​ເດ​ເປັນ​ແນວ​ໃດ?

7. ເກີດ​ຫຍັງ​ຂຶ້ນ​ກັບ​ຜູ້​ສາວ​ບໍລິສຸດ 5 ຄົນ​ທີ່​ໂງ່ ແລະ​ຍ້ອນຫຍັງ​ຈຶ່ງ​ເປັນ​ແບບ​ນັ້ນ?

7 ຜູ້​ສາວ​ບໍລິສຸດ 5 ຄົນ​ທີ່​ໂງ່​ຕ່າງ​ຈາກ​ຜູ້​ສາວ​ບໍລິສຸດ​ທີ່​ສະຫຼາດ. ຜູ້​ສາວ​ທີ່​ໂງ່​ບໍ່​ໄດ້​ກຽມ​ພ້ອມ​ຕອນ​ທີ່​ເຈົ້າ​ບ່າວ​ມາ​ຮອດ. ຕະກຽງ​ຂອງ​ເຂົາເຈົ້າ​ກຳລັງ​ຊິ​ມອດ ແລະ​ເຂົາເຈົ້າ​ກໍ​ບໍ່​ໄດ້​ເອົາ​ນ້ຳມັນ​ໄປ​ເພື່ອ. ເມື່ອ​ຮູ້​ວ່າ​ເຈົ້າ​ບ່າວ​ໃກ້​ຈະ​ມາ​ຮອດ​ແລ້ວ ເຂົາເຈົ້າ​ພັດ​ຕ້ອງ​ອອກ​ໄປ​ຊອກ​ຊື້​ນ້ຳມັນ. ເຂົາເຈົ້າ​ຈຶ່ງ​ກັບ​ມາ​ບໍ່​ທັນ​ຕອນ​ທີ່​ເຈົ້າ​ບ່າວ​ມາ​ຮອດ. ແຕ່ “ພວກ​ຜູ້​ສາວ​ທີ່​ກຽມ​ພ້ອມ​ກໍ​ໄດ້​ເຂົ້າ​ໄປ​ໃນ​ງານ​ແຕ່ງດອງ​ກັບ​ເຈົ້າ​ບ່າວ ແລ້ວ​ປະຕູ​ກໍ​ປິດ.” (ມທ. 25:10) ຕໍ່​ມາ ເມື່ອ​ຜູ້​ສາວ​ທີ່​ໂງ່​ກັບ​ມາ​ແລະ​ຢາກ​ເຂົ້າ​ໄປ​ໃນ​ງານ​ແຕ່ງດອງ ເຈົ້າ​ບ່າວ​ກໍ​ບອກ​ເຂົາເຈົ້າ​ວ່າ: “ຂ້ອຍ​ບໍ່​ຮູ້​ຈັກ​ພວກ​ເຈົ້າ.” (ມທ. 25:11, 12) ຜູ້​ສາວ​ທີ່​ໂງ່​ບໍ່​ໄດ້​ກຽມ​ໂຕ​ໃຫ້​ດີ​ພໍ​ທີ່​ຈະ​ຖ້າ​ເຈົ້າ​ບ່າວ. ຜູ້​ຖືກ​ເລືອກ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ເລື່ອງ​ນີ້?

8-9. ຜູ້​ຖືກ​ເລືອກ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ປຽບທຽບ​ເລື່ອງ​ຜູ້​ສາວ​ບໍລິສຸດ? (ເບິ່ງ​ຮູບ​ນຳ)

8 ພິສູດ​ວ່າ​ເປັນ​ຄົນ​ທີ່​ກຽມ​ພ້ອມ​ແລະ​ຕື່ນ​ໂຕ​ຢູ່​ສະເໝີ. ພະ​ເຢຊູ​ບໍ່​ໄດ້​ບອກ​ລ່ວງ​ໜ້າ​ວ່າ​ຈະ​ມີ​ຜູ້​ຖືກ​ເລືອກ 2 ກຸ່ມ ກຸ່ມ​ໜຶ່ງ​ແມ່ນ​ຄົນ​ທີ່​ກຽມ​ພ້ອມ​ສະເໝີ​ຈົນ​ຮອດ​ເວລາ​ທີ່​ພະ​ເຢຊູ​ມາ​ຕອນ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່ ແລະ​ອີກ​ກຸ່ມ​ໜຶ່ງ​ແມ່ນ​ຄົນ​ທີ່​ບໍ່​ໄດ້​ກຽມ​ພ້ອມ. ແຕ່​ພະ​ເຢຊູ​ກຳລັງ​ອະທິບາຍ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ຜູ້​ຖືກ​ເລືອກ​ຖ້າ​ເຂົາເຈົ້າ​ບໍ່​ໄດ້​ກຽມ​ພ້ອມ​ທີ່​ຈະ​ອົດທົນ​ຢ່າງ​ສັດຊື່​ຈົນ​ເຖິງ​ທີ່​ສຸດ. ຖ້າ​ເຂົາເຈົ້າ​ບໍ່​ກຽມ​ພ້ອມ ເຂົາເຈົ້າ​ກໍ​ຈະ​ບໍ່​ໄດ້​ຮັບ​ລາງວັນ ເຊິ່ງ​ເປັນ​ຕາ​ເສຍດາຍ​ແທ້ໆ! (ຢຮ. 14:3, 4) ບໍ່​ວ່າ​ເຮົາ​ມີ​ຄວາມ​ຫວັງ​ທີ່​ຈະ​ໄປ​ສະຫວັນ​ຫຼື​ມີ​ຊີວິດ​ຢູ່​ໃນ​ໂລກ​ນີ້ ເຮົາ​ທຸກ​ຄົນ​ຄວນ​ເອົາໃຈໃສ່​ຄຳ​ເຕືອນ​ທີ່​ໄດ້​ຈາກ​ຕົວຢ່າງ​ປຽບທຽບ​ເລື່ອງ​ຜູ້​ສາວ​ບໍລິສຸດ. ເຮົາ​ແຕ່​ລະ​ຄົນ​ຕ້ອງ​ເຝົ້າ​ລະວັງ​ແລະ​ກຽມ​ພ້ອມ​ທີ່​ຈະ​ອົດທົນ​ຈົນ​ເຖິງ​ທີ່​ສຸດ.—ມທ. 24:13

9 ຫຼັງ​ຈາກ​ພະ​ເຢຊູ​ເວົ້າ​ເຖິງ​ຕົວຢ່າງ​ປຽບທຽບ​ເລື່ອງ​ຜູ້​ສາວ​ບໍລິສຸດ​ເພື່ອ​ເນັ້ນ​ວ່າ​ຕ້ອງ​ກຽມ​ພ້ອມ​ແລະ​ຕື່ນ​ໂຕ​ຢູ່​ສະເໝີ ເພິ່ນ​ກໍ​ເວົ້າ​ເຖິງ​ຕົວຢ່າງ​ປຽບທຽບ​ເລື່ອງ​ເງິນ​ຕະລັນ​ທີ່​ເນັ້ນ​ຄວາມ​ສຳຄັນ​ຂອງ​ການ​ເປັນ​ຄົນ​ດຸ​ໝັ່ນ.

ເຮົາ​ແຕ່​ລະ​ຄົນ​ຕ້ອງ​ເອົາໃຈໃສ່​ຄຳ​ເຕືອນ​ໃນ​ຕົວຢ່າງ​ປຽບທຽບ​ເລື່ອງ​ຜູ້​ສາວ​ບໍລິສຸດ​ໂດຍ​ກຽມ​ພ້ອມ​ແລະ​ຕື່ນ​ໂຕ​ຢູ່​ສະເໝີ​ເພື່ອ​ຈະ​ອົດທົນ​ຈົນ​ເຖິງ​ທີ່​ສຸດ (ເບິ່ງ​ຂໍ້ 8-9)


ເງິນ​ຕະລັນ

10. ທາດ 2 ຄົນ​ພິສູດ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເປັນ​ຄົນ​ສັດຊື່? (ມັດທາຍ 25:19-23)

10 ໃນ​ຕົວຢ່າງ​ປຽບທຽບ​ເລື່ອງ​ເງິນ​ຕະລັນ ພະ​ເຢຊູ​ເວົ້າ​ເຖິງ​ທາດ 2 ຄົນ​ທີ່​ສັດຊື່​ຕໍ່​ນາຍ​ແລະ​ທາດ​ອີກ​ຄົນ​ໜຶ່ງ​ທີ່​ບໍ່​ສັດຊື່. (ມທ. 25:14-18) ທາດ 2 ຄົນ​ພິສູດ​ວ່າ​ເປັນ​ຄົນ​ສັດຊື່​ໂດຍ​ເຮັດ​ວຽກ​ໜັກ​ເພື່ອ​ໃຫ້​ນາຍ​ໄດ້​ເງິນ​ຫຼາຍ​ຂຶ້ນ. ກ່ອນ​ທີ່​ນາຍ​ຈະ​ເດີນທາງ​ໄປ​ຕ່າງ​ປະເທດ ລາວ​ເອົາ​ເງິນ​ຕະລັນ​ໃຫ້​ເຂົາເຈົ້າ​ເຊິ່ງ​ເປັນ​ເງິນ​ຈຳນວນ​ຫຼາຍ. ທາດ​ທີ່​ສັດຊື່​ທັງ​ສອງ​ຄົນ​ເປັນ​ຄົນ​ດຸ​ໝັ່ນ​ແລະ​ເອົາ​ເງິນ​ໄປ​ຄ້າ​ຂາຍ​ຈົນ​ໄດ້​ກຳໄລ. ຜົນ​ກໍ​ຄື ເມື່ອ​ນາຍ​ກັບ​ມາ ເຂົາເຈົ້າ​ເຮັດ​ໃຫ້​ເງິນ​ເພີ່ມ​ຂຶ້ນ​ເປັນ 2 ເທົ່າ. ນາຍ​ຊົມເຊີຍ​ເຂົາເຈົ້າ ເຂົາເຈົ້າ​ຈຶ່ງ​ໄດ້ “ຮ່ວມ​ຍິນດີ​ນຳ​ກັນ​ກັບ [ນາຍ​ຂອງ​ເຂົາເຈົ້າ].” (ອ່ານ​ມັດທາຍ 25:19-23) ແຕ່​ທາດ​ຜູ້​ທີ 3 ເດ​ເປັນ​ແນວ​ໃດ? ລາວ​ເຮັດ​ຫຍັງ​ກັບ​ເງິນ​ທີ່​ນາຍ​ເອົາ​ໃຫ້?

11. ເກີດ​ຫຍັງ​ຂຶ້ນ​ກັບ​ທາດ​ທີ່ “ຂີ້​ຄ້ານ” ແລະ​ຍ້ອນຫຍັງ​ຈຶ່ງ​ເປັນ​ແບບ​ນັ້ນ?

11 ທາດ​ຜູ້​ທີ 3 ໄດ້​ເງິນ 1 ຕະລັນ ແຕ່​ລາວ “ຂີ້​ຄ້ານ.” ນາຍ​ຄາດໝາຍ​ໃຫ້​ລາວ​ເອົາ​ເງິນ​ໄປ​ຄ້າ​ຂາຍ ແຕ່​ລາວ​ພັດ​ເອົາ​ເງິນ​ນັ້ນ​ໄປ​ຝັງ​ໄວ້​ໃນ​ດິນ. ເມື່ອ​ນາຍ​ກັບ​ມາ ທາດ​ຜູ້​ນີ້​ກໍ​ເອົາ​ເງິນ​ຕະລັນ​ນັ້ນ​ສົ່ງ​ຄືນ​ໃຫ້​ນາຍ ແລະ​ລາວ​ຍັງ​ມີ​ຄວາມ​ຄິດ​ທີ່​ບໍ່​ດີ​ນຳ. ແທນ​ທີ່​ຈະ​ຂໍໂທດ​ນາຍ​ທີ່​ບໍ່​ໄດ້​ເຮັດ​ໃຫ້​ເງິນ​ຂອງ​ນາຍ​ເພີ່ມ​ຂຶ້ນ ລາວ​ພັດ​ເວົ້າ​ໃຫ້​ນາຍ​ວ່າ: “ເປັນ​ຄົນ​ມັກ​ຮຽກ​ຮ້ອງ​ຈາກ​ຄົນ​ອື່ນ.” ນາຍ​ບໍ່​ພໍໃຈ​ທາດ​ຜູ້​ນີ້​ຫຼາຍ. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ ນາຍ​ເອົາ​ເງິນ​ຕະລັນ​ຈາກ​ລາວ​ແລະ​ໄລ່​ລາວ​ອອກ​ຈາກ​ເຮືອນ​ຂອງ​ນາຍ.—ມທ. 25:24, 26-30

12. ທາດ​ທີ່​ສັດຊື່ 2 ຄົນ​ໝາຍເຖິງ​ໃຜ​ໃນ​ທຸກ​ມື້​ນີ້?

12 ທາດ​ທີ່​ສັດຊື່ 2 ຄົນ​ໝາຍເຖິງ​ຜູ້​ຖືກ​ເລືອກ​ທີ່​ຮັບໃຊ້​ຢ່າງ​ສັດຊື່. ນາຍ​ໝາຍເຖິງ​ພະ​ເຢຊູ. ເພິ່ນ​ຊວນ​ເຂົາເຈົ້າ​ໃຫ້ “ຮ່ວມ​ຍິນດີ​ນຳ​ກັນ” ໂດຍ​ປຸກ​ເຂົາເຈົ້າ​ໃຫ້​ຄືນ​ມາ​ຈາກ​ຕາຍ​ເປັນ​ລຳດັບ​ທຳອິດ​ແລະ​ໃຫ້​ເຂົາເຈົ້າ​ໄດ້​ຮັບ​ລາງວັນ​ໃນ​ສະຫວັນ. (ມທ. 25:21, 23; ພນມ. 20:5ກ) ແຕ່​ຕົວຢ່າງ​ທີ່​ບໍ່​ດີ​ຂອງ​ທາດ​ທີ່​ຂີ້​ຄ້ານ​ກໍ​ເຕືອນ​ຜູ້​ຖືກ​ເລືອກ​ຄື​ກັນ. ເຂົາເຈົ້າ​ຕ້ອງ​ລະວັງ​ເລື່ອງ​ຫຍັງ?

13-14. ຜູ້​ຖືກ​ເລືອກ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ປຽບທຽບ​ເລື່ອງ​ເງິນ​ຕະລັນ? (ເບິ່ງ​ຮູບ​ນຳ)

13 ພິສູດ​ວ່າ​ເປັນ​ຄົນ​ດຸ​ໝັ່ນ​ແລະ​ຫ້າວຫັນ. ໃນ​ຕົວຢ່າງ​ປຽບທຽບ​ເລື່ອງ​ຜູ້​ສາວ​ບໍລິສຸດ​ແລະ​ເລື່ອງ​ເງິນ​ຕະລັນ ພະ​ເຢຊູ​ບໍ່​ໄດ້​ບອກ​ລ່ວງ​ໜ້າ​ວ່າ​ຜູ້​ຖືກ​ເລືອກ​ຈະ​ຂີ້​ຄ້ານ ແຕ່​ເພິ່ນ​ກຳລັງ​ອະທິບາຍ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ຖ້າ​ຜູ້​ຖືກ​ເລືອກ​ໝົດ​ຄວາມ​ກະຕືລືລົ້ນ. ຖ້າ​ເຂົາເຈົ້າ​ເປັນ​ແບບ​ນັ້ນ ເຂົາເຈົ້າ​ຈະ​ບໍ່​ຖືກ “ພະເຈົ້າ​ເອີ້ນ​ແລະ​ເລືອກ” ແລະ​ເຂົາເຈົ້າ​ຈະ​ບໍ່​ມີ​ສ່ວນ​ໃນ​ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ.—2ປຕ. 1:10

14 ຕົວຢ່າງ​ປຽບທຽບ​ຂອງ​ພະ​ເຢຊູ​ເລື່ອງ​ຜູ້​ສາວ​ບໍລິສຸດ​ແລະ​ເລື່ອງ​ເງິນ​ຕະລັນ​ເຮັດ​ໃຫ້​ເຫັນ​ແຈ້ງ​ວ່າ​ຜູ້​ຖືກ​ເລືອກ​ທຸກ​ຄົນ​ຕ້ອງ​ກຽມ​ພ້ອມ​ແລະ​ຕື່ນ​ໂຕ​ຢູ່​ສະເໝີ​ແລະ​ຍັງ​ຕ້ອງ​ດຸ​ໝັ່ນ​ແລະ​ຫ້າວຫັນ​ນຳ. ແຕ່​ມີ​ເລື່ອງ​ຫຍັງ​ອີກ​ບໍ​ທີ່​ພະ​ເຢຊູ​ເຕືອນ​ຜູ້​ຖືກ​ເລືອກ? ມີ​ແທ້. ຄຳ​ເຕືອນ​ຂອງ​ເພິ່ນ​ໃນ​ມັດທາຍ 24:40, 41 ຍັງ​ກ່ຽວ​ຂ້ອງ​ກັບ​ການ​ຕັດສິນ​ຄັ້ງ​ສຸດທ້າຍ​ສຳລັບ​ຜູ້​ຖືກ​ເລືອກ.

ພະ​ເຢຊູ​ສົນໃຈ​ວ່າ​ຜູ້​ຖືກ​ເລືອກ​ແຕ່​ລະ​ຄົນ​ຈະ​ພິສູດ​ວ່າ​ເປັນ​ຄົນ​ດຸ​ໝັ່ນ​ແລະ​ຫ້າວຫັນ​ຫຼື​ບໍ່ (ເບິ່ງ​ຂໍ້ 13-14) d


ໃຜ “ຈະ​ຖືກ​ເອົາ​ໄປ”?

15-16. ມັດທາຍ 24:40, 41 ເຮັດ​ໃຫ້​ເຫັນ​ແນວ​ໃດ​ວ່າ​ຜູ້​ຖືກ​ເລືອກ​ຕ້ອງ​ເຝົ້າ​ລະວັງ​ຢູ່​ສະເໝີ?

15 ກ່ອນ​ພະ​ເຢຊູ​ເລົ່າ​ຕົວຢ່າງ​ປຽບທຽບ​ທັງ​ສາມ​ເລື່ອງ ເພິ່ນ​ເວົ້າ​ເຖິງ​ການ​ຕັດສິນ​ຄັ້ງ​ສຸດທ້າຍ​ສຳລັບ​ຜູ້​ຖືກ​ເລືອກ​ເພື່ອ​ບອກ​ໃຫ້​ຮູ້​ວ່າ​ແມ່ນ​ໃຜ​ທີ່​ພະເຈົ້າ​ຍອມຮັບ. ພະ​ເຢຊູ​ເວົ້າ​ເຖິງ​ຜູ້​ຊາຍ 2 ຄົນ​ທີ່​ເຮັດ​ວຽກ​ຢູ່​ທົ່ງ​ນາ​ແລະ​ຜູ້​ຍິງ 2 ຄົນ​ທີ່​ກຳລັງ​ບົດ​ແປ້ງ. ໃນ 2 ເຫດການ​ນີ້ ເຂົາເຈົ້າ​ກຳລັງ​ເຮັດ​ວຽກ​ຢູ່. ແຕ່​ພະ​ເຢຊູ​ບອກ​ວ່າ: “ຜູ້​ໜຶ່ງ​ຈະ​ຖືກ​ເອົາ​ໄປ ແຕ່​ອີກ​ຜູ້​ໜຶ່ງ​ຈະ​ຖືກ​ປະ​ໄວ້.” (ອ່ານ​ມັດທາຍ 24:40, 41) ຫຼັງ​ຈາກ​ເລົ່າ​ເລື່ອງ​ນີ້​ແລ້ວ ເພິ່ນ​ກະຕຸ້ນ​ພວກ​ລູກສິດ​ຂອງ​ເພິ່ນ​ວ່າ: “ໃຫ້​ເຝົ້າ​ລະວັງ​ຢູ່​ສະເໝີ ຍ້ອນ​ພວກ​ເຈົ້າ​ບໍ່​ຮູ້​ວ່າ​ຜູ້​ເປັນ​ນາຍ​ຂອງ​ພວກ​ເຈົ້າ​ຈະ​ມາ​ມື້​ໃດ.” (ມທ. 24:42) ພະ​ເຢຊູ​ເວົ້າ​ຄ້າຍໆ​ກັນ​ນີ້​ຕອນ​ທີ່​ເພິ່ນ​ເລົ່າ​ຕົວຢ່າງ​ປຽບທຽບ​ເລື່ອງ​ຜູ້​ສາວ​ບໍລິສຸດ. (ມທ. 25:13) ສອງ​ເລື່ອງ​ນີ້​ກ່ຽວ​ຂ້ອງ​ກັນ​ບໍ? ເບິ່ງ​ຄື​ວ່າ​ກ່ຽວ​ຂ້ອງ​ກັນ. ມີ​ແຕ່​ຜູ້​ທີ່​ຖືກ​ເລືອກ​ແທ້ໆ​ແລະ​ຮັກສາ​ຄວາມ​ສັດຊື່​ເທົ່າ​ນັ້ນ​ທີ່​ພະ​ເຢຊູ​ຈະ “ເອົາ​ໄປ” ຮ່ວມ​ໃນ​ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ.—ຢຮ. 14:3

16 ພິສູດ​ວ່າ​ເປັນ​ຄົນ​ທີ່​ເຝົ້າ​ລະວັງ​ຢູ່​ສະເໝີ. ຖ້າ​ຜູ້​ຖືກ​ເລືອກ​ບໍ່​ເຝົ້າ​ລະວັງ​ຢູ່​ສະເໝີ ລາວ​ຈະ​ບໍ່​ຖືກ​ລວມ​ຢູ່​ກັບ “ຄົນ​ທີ່​ພະເຈົ້າ​ເລືອກ​ໄວ້.” (ມທ. 24:31) ທຸກ​ຄົນ​ທີ່​ເປັນ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ ບໍ່​ວ່າ​ຈະ​ມີ​ຄວາມ​ຫວັງ​ແບບ​ໃດ​ຄວນ​ເອົາໃຈໃສ່​ຄຳ​ເຕືອນ​ຂອງ​ພະ​ເຢຊູ​ທີ່​ໃຫ້​ເຝົ້າ​ລະວັງ​ຢູ່​ສະເໝີ​ແລະ​ຮັກສາ​ຄວາມ​ສັດຊື່​ຕໍ່ໆ​ໄປ.

17. ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ສົງໄສ​ຖ້າ​ພະ​ເຢໂຫວາ​ຈະ​ເລືອກ​ບາງ​ຄົນ​ໃຫ້​ເປັນ​ຜູ້​ຖືກ​ເລືອກ​ໃນ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້?

17 ເຮົາ​ຮູ້​ຈັກ​ພະ​ເຢໂຫວາ​ດີ ເຮົາ​ຈຶ່ງ​ໄວ້ໃຈ​ການ​ຕັດສິນ​ຂອງ​ເພິ່ນ. ເຮົາ​ຈະ​ບໍ່​ສົງໄສ​ຖ້າ​ເພິ່ນ​ຈະ​ເລືອກ​ບາງ​ຄົນ​ໃຫ້​ເປັນ​ຜູ້​ຖືກ​ເລືອກ​ໃນ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້. c ໃຫ້​ຄິດ​ເຖິງ​ຕົວຢ່າງ​ປຽບທຽບ​ຂອງ​ພະ​ເຢຊູ​ກ່ຽວກັບ​ຄົນ​ທີ່​ເຮັດ​ວຽກ​ຢູ່​ສວນ​ໝາກ​ລະແຊັງ​ໃນ​ຊົ່ວໂມງ​ສຸດທ້າຍ. (ມທ. 20:1-16) ຄົນ​ທີ່​ຖືກ​ຊວນ​ໃຫ້​ມາ​ເຮັດ​ວຽກ​ຢູ່​ສວນ​ໝາກ​ລະແຊັງ​ຕອນ​ແລງ​ໄດ້​ຄ່າ​ຈ້າງ​ສ່ຳ​ກັບ​ຄົນ​ທີ່​ເຮັດ​ວຽກ​ກ່ອນ​ໜ້າ​ນັ້ນ. ຄ້າຍຄື​ກັນ ບໍ່​ວ່າ​ຜູ້​ຖືກ​ເລືອກ​ຈະ​ຖືກ​ເລືອກ​ຕອນ​ໃດ ເຂົາເຈົ້າ​ຈະ​ໄດ້​ຮັບ​ລາງວັນ​ໃນ​ສະຫວັນ​ຄື​ກັນ​ຖ້າ​ເຂົາເຈົ້າ​ຮັກສາ​ຄວາມ​ສັດຊື່​ຕໍ່ໆ​ໄປ.

ເອົາໃຈໃສ່​ຟັງ​ຄຳ​ເຕືອນ

18-19. ເຮົາ​ໄດ້​ບົດ​ຮຽນ​ແລະ​ຄຳ​ເຕືອນ​ຫຍັງ?

18 ເຮົາ​ໄດ້​ຮຽນ​ຫຍັງ​ແດ່​ແລ້ວ? ສຳລັບ​ຄົນ​ທີ່​ມີ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ ຕົວຢ່າງ​ປຽບທຽບ​ເລື່ອງ​ແກະ​ກັບ​ແບ້​ເນັ້ນ​ເຖິງ​ຄວາມ​ສຳຄັນ​ທີ່​ເຮົາ​ຕ້ອງ​ຮັກສາ​ຄວາມ​ສັດຊື່​ແລະ​ພັກດີ​ຕໍ່​ພະ​ເຢໂຫວາ​ສະເໝີ​ທັງ​ໃນ​ຕອນນີ້​ແລະ​ໃນ​ໄລຍະ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່. ກ່ອນ​ສົງຄາມ​ອາມາເຄໂດນ ພະ​ເຢຊູ​ຈະ​ຕັດສິນ​ວ່າ​ຄົນ​ທີ່​ສັດຊື່​ສົມຄວນ​ຈະ​ໄດ້​ຮັບ “ຊີວິດ​ຕະຫຼອດ​ໄປ.”—ມທ. 25:46

19 ເຮົາ​ຍັງ​ໄດ້​ຮຽນ​ກ່ຽວກັບ​ຕົວຢ່າງ​ປຽບທຽບ​ອີກ 2 ເລື່ອງ​ທີ່​ເປັນ​ຄຳ​ເຕືອນ​ສຳລັບ​ຜູ້​ຖືກ​ເລືອກ. ໃນ​ຕົວຢ່າງ​ປຽບທຽບ​ເລື່ອງ​ຜູ້​ສາວ​ບໍລິສຸດ​ທີ່​ສະຫຼາດ​ແລະ​ຜູ້​ສາວ​ບໍລິສຸດ​ທີ່​ໂງ່ ມີ 5 ຄົນ​ເປັນ​ຄົນ​ສະຫຼາດ. ເຂົາເຈົ້າ​ກຽມ​ພ້ອມ​ແລະ​ຕື່ນ​ໂຕ​ຢູ່​ສະເໝີ​ເພື່ອ​ຈະ​ລໍ​ຖ້າ​ເຈົ້າ​ບ່າວ​ບໍ່​ວ່າ​ຈະ​ຕ້ອງ​ຖ້າ​ດົນ​ປານ​ໃດ​ກໍ​ຕາມ. ແຕ່​ຜູ້​ສາວ​ບໍລິສຸດ​ທີ່​ໂງ່​ບໍ່​ໄດ້​ກຽມ​ພ້ອມ. ເມື່ອ​ເຈົ້າ​ບ່າວ​ມາ​ຮອດ ລາວ​ຈຶ່ງ​ບໍ່​ຍອມ​ໃຫ້​ເຂົາເຈົ້າ​ເຂົ້າ​ໄປ​ໃນ​ງານ​ແຕ່ງດອງ​ນຳ. ເຮົາ​ກໍ​ຕ້ອງ​ກຽມ​ພ້ອມ​ຄື​ກັນ​ເພື່ອ​ຈະ​ລໍ​ຖ້າ​ພະ​ເຢຊູ​ມາ​ຕັດສິນ​ໂລກ​ຊົ່ວ​ນີ້​ບໍ່​ວ່າ​ຈະ​ຕ້ອງ​ຖ້າ​ດົນ​ປານ​ໃດ​ກໍ​ຕາມ. ໃນ​ຕົວຢ່າງ​ປຽບທຽບ​ເລື່ອງ​ເງິນ​ຕະລັນ ເຮົາ​ໄດ້​ຮຽນ​ວ່າ​ທາດ​ທີ່​ສັດຊື່ 2 ຄົນ​ດຸ​ໝັ່ນ​ແລະ​ຫ້າວຫັນ. ເຂົາເຈົ້າ​ເຮັດ​ວຽກ​ໜັກ​ເພື່ອ​ນາຍ​ແລະ​ເຮັດ​ໃຫ້​ນາຍ​ພໍໃຈ ແຕ່​ທາດ​ທີ່​ຂີ້​ຄ້ານ​ຖືກ​ໄລ່​ອອກ​ຈາກ​ເຮືອນ. ເຮົາ​ໄດ້​ບົດ​ຮຽນ​ຫຍັງ? ເຮົາ​ຕ້ອງ​ດຸ​ໝັ່ນ​ເຮັດ​ວຽກ​ຮັບໃຊ້​ພະ​ເຢໂຫວາ​ຈົນ​ເຖິງ​ທີ່​ສຸດ. ໃນ​ເລື່ອງ​ສຸດທ້າຍ ເຮົາ​ໄດ້​ຮຽນ​ວ່າ​ຜູ້​ຖືກ​ເລືອກ​ຕ້ອງ​ເຝົ້າ​ລະວັງ​ຢູ່​ສະເໝີ​ເພື່ອ​ເຂົາເຈົ້າ​ຈະ​ຖືກ​ພະ​ເຢຊູ​ເອົາ​ໄປ​ເພື່ອ​ຮັບ​ລາງວັນ​ຢູ່​ສະຫວັນ. ເຂົາເຈົ້າ​ລໍ​ຖ້າ​ດ້ວຍ​ໃຈ​ຈົດ​ໃຈ​ຈໍ່​ທີ່​ຈະ​ຖືກ​ລວບລວມ “ໃຫ້​ໄປ​ຢູ່​ກັບ” ພະ​ເຢຊູ​ໃນ​ສະຫວັນ. ຫຼັງ​ຈາກ​ສົງຄາມ​ອາມາເຄໂດນ ເຂົາເຈົ້າ​ຈະ​ເປັນ​ເຈົ້າ​ສາວ​ຂອງ​ພະ​ເຢຊູ​ໃນ​ງານ​ແຕ່ງດອງ​ຂອງ​ແກະ​ນ້ອຍ​ຂອງ​ພະເຈົ້າ.—2ທຊ. 2:1; ພນມ. 19:9

20. ພະ​ເຢໂຫວາ​ຈະ​ເຮັດ​ຫຍັງ​ສຳລັບ​ຄົນ​ທີ່​ເອົາໃຈໃສ່​ຟັງ​ຄຳ​ເຕືອນ​ຂອງ​ເພິ່ນ?

20 ເວລາ​ທີ່​ພະ​ເຢຊູ​ຈະ​ຕັດສິນ​ໃກ້​ເຂົ້າ​ມາ​ແລ້ວ ແຕ່​ເຮົາ​ບໍ່​ຕ້ອງ​ຢ້ານ. ຖ້າ​ເຮົາ​ຮັກສາ​ຄວາມ​ສັດຊື່​ຢູ່​ສະເໝີ ພະ​ເຢໂຫວາ​ພໍ່​ທີ່​ມີ​ຄວາມ​ຮັກ​ຈະ​ໃຫ້​ເຮົາ​ມີ “ກຳລັງ​ທີ່​ຫຼາຍ​ກວ່າ​ປົກກະຕິ” ເພື່ອ​ເຮົາ “ຈະ​ລອດ . . . ແລະ​ຢືນ​ຢູ່​ຕໍ່​ໜ້າ​ລູກ​ມະນຸດ​ໄດ້.” (2ກຣ. 4:7; ລກ. 21:36) ບໍ່​ວ່າ​ເຮົາ​ມີ​ຄວາມ​ຫວັງ​ທີ່​ຈະ​ໄປ​ສະຫວັນ​ຫຼື​ມີ​ຊີວິດ​ຢູ່​ໃນ​ໂລກ​ນີ້ ເຮົາ​ສາມາດ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ​ໄດ້​ຖ້າ​ເຮົາ​ເອົາໃຈໃສ່​ຟັງ​ຄຳ​ເຕືອນ​ທີ່​ຢູ່​ໃນ​ຕົວຢ່າງ​ປຽບທຽບ​ຂອງ​ພະ​ເຢຊູ. ຍ້ອນ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ ຊື່​ຂອງ​ເຮົາ​ຈະ​ຖືກ​ຂຽນ​ໄວ້​ໃນ “ປຶ້ມ​ລາຍຊື່​ຄົນ​ທີ່​ຈະ​ໄດ້​ຊີວິດ.”—ດນອ. 12:1; ພນມ. 3:5

ເພງ​ທີ 26 ເຈົ້າ​ໄດ້​ເຮັດ​ດີ​ກັບ​ເຮົາ​ເຊັ່ນ​ກັນ

a ເບິ່ງ​ບົດ​ຄວາມ “ເຮົາ​ຮູ້​ຫຍັງ​ແດ່​ກ່ຽວກັບ​ການ​ຕັດສິນ​ຂອງ​ພະ​ເຢໂຫວາ​ໃນ​ອະນາຄົດ?” ໃນ​ຫໍສັງເກດການ​ເດືອນ​ພຶດສະພາ ປີ 2024.

b ສຳລັບ​ຂໍ້ມູນ​ເພີ່ມເຕີມ ເບິ່ງ​ບົດ​ຄວາມ “ເຈົ້າ​ຈະ ‘ເຝົ້າ​ລະວັງ​ຢູ່​ສະເໝີ’ ບໍ?” ໃນ​ຫໍສັງເກດການ 15 ມີນາ 2015. (ພາສາ​ໄທ)

d ຄຳ​ອະທິບາຍ​ຮູບ: ພີ່ນ້ອງ​ຍິງ​ທີ່​ເປັນ​ຜູ້​ຖືກ​ເລືອກ​ສຶກສາ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ລາວ​ເຈິ​ຕອນ​ໄປ​ປະກາດ.